ຂ່າວ ພາຍໃນປະເທດ

ຊີ້ແຈງ ! ຂັ້ນຕອນ ການຈົດທະບຽນ ເຮັດປຶ້ມສໍາມະໂນຄົວ ແລະ ມາດຕະການປະຕິບັດຕໍ່ຜູ້ລະເມີດ

ເພື່ອສືບຕໍ່ຄໍາຢືນຢັນ ຈະເລັ່ງແກ້ໄຂຫາງສຽງວິພາກວິຈານຂອງສັງຄົມ ທີ່ມີເຈົ້າໜ້າທີ່ເກັບຄ່າທໍານຽມ ແລະ ຄ່າບໍລິການຈົດທະບຽນເຮັດປຶ້ມສໍາມະໂນຄົວສູງເກີນກໍານົດທີ່ ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໃຫ້ສໍາພາດຕໍ່ນັກຂ່າວກະຊວງປ້ອງກັນຄວາມສະຫງົບ ໃນກາງເດືອນທີ່ຜ່ານມາ; ເຊິ່ງສັງຄົມ ໄດ້ໃຫ້ຄວາມສົນໃຈຕໍ່ການແກ້ໄຂບັນຫາດັ່ງກ່າວ. ມາ ຮອດວັນທີ 26 ສິງຫາ 2019, ທ່ານໄດ້ໃຫ້ສໍາພາດເປັນຄັ້ງທີ 2 ໂດຍຢືນຢັນສືບຕໍ່ແກ້ໄຂຢ່າງເຂັ້ມງວດ ພ້ອມຊີ້ແຈງ ຂັ້ນຕອນ ການຈົດທະບຽນ ເຮັດປຶ້ມສໍາມະໂນຄົວ ແລະ ມາດຕະການຕໍ່ຜູ້ລະເມີດ. ພົຈວ ຄໍາສາຍ ຈັນທະວົງ ຢືນຢັນວ່າ: ເພື່ອສືບຕໍ່ການແກ້ໄຂຫາງສຽງວິພາກວິຈານຂອງສັງຄົມ ທີ່ມີເຈົ້າ ໜ້າທີ່ເກັບຄ່າທໍານຽມ ແລະ ຄ່າບໍລິການຈົດທະບຽນເຮັດປຶ້ມສໍາມະໂນຄົວສູງເກີນກໍານົດ ແລະ ທັງເປັນການຊຸກຍູ້ໃຫ້ບັນດາກົມກອງທ້ອງຖິ່ນ, ພະນັກງານ-ນັກຮົບທີ່ເຮັດວຽກງານດັ່ງກ່າວ ປະຕິບັດໜ້າທີ່ວຽກງານໃຫ້ມີຄວາມເຂັ້ມງວດ ແລະ ສອດຄ່ອງກັບຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1234/ປກສ, ລົງວັນທີ 24 ມິຖຸນາ 2019 ວ່າດ້ວຍຄ່າທໍານຽມ, ຄ່າບໍລິການໃນວຽກງານວິຊາສະເພາະຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານຢ່າງເຂັ້ມງວດ, ແນ່ໃສ່ລົບລ້າງຫາງສຽງທີ່ບໍ່ດີຕໍ່ກັບການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ ໂດຍສະເພາະແມ່ນເຈົ້າໜ້າທີ່ຕໍາຫຼວດ ກະຊວງ ...

Read More »

ພາບບັນຍາກາດ ໂລະລາດນະຄອນຫຼວງພະບາງ ໃນບຸນຫໍ່ເຂົ້າປະດັບດິນ

ໃນຕອນເຊົ້າມື້ນີ້ ວັນທີ 28 ສີງຫາ, ອົງການປົກຄອງນະຄອນຫຼວງພະບາງ ໄດ້ຈັດງານລົງຕະຫຼາດນັດແບບມວນຊົນ ຫຼື ໂລະລາດ ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດິນ ແລະ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2562 ຄສ 2019. ໂດຍມີ ທ່ານ ອາຊາງ ລາວລີ, ທ່ານ ສົມສະຫວາດ ເລັ່ງສະຫັວດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນນະຄອນ-ເມືອງ, ມວນຊົນທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ. ງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໄດ້ຈັດຂຶ້ນເປັນປະຈຳພໍຮອດມື້ແຮມ 13 ຄໍ່າ ເດືອນ 9 ຢູ່ຖະໜົນສີ ສະຫວ່າງວົງ (ເສັ້ນທາງກາງເມືອງ) ເລີ່ມແຕ່ 3 ແຍກບ້ານຈູ້ມຄ້ອງ ຫາ 3 ແຍກ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ມີ ຊາວຄ້າຂາຍ ທັງພາຍໃນ ແລະຕ່າງປະເທດ, ພ້ອມດ້ວຍປະຊາຊົນພາຍໃນແຂວງຫຼວງພະບາງ ໄດ້ນຳເອົາສິນຄ້າ ແລະຜະລິດຕະພັນ ສີໄມ້ລາຍມືຂອງຕົນ ມາວາງສະແດງຂາຍ ...

Read More »

ການແກ້ໄຂ! ບັນຫາບໍລິເວນຊາຍແດນລາວ-ກຳປູເຈຍ ບັນລຸຜົນເປັນຢ່າງດີ

ໃນວັນທີ 27 ສິງຫາ 2019, ທີ່ດ່ານປະເພນີຫາດອນຂະເໝົາ, ເມືອງໂຂງ, ແຂວງຈຳປາສັກ, ກອງປະຊຸມພົບປະສອງຝ່າຍ ລະຫວ່າງສອງກອງທັບລາວ ແລະ ກຳປູເຈຍວ່າດ້ວຍການກຳນົດການຖອນກຳລັງອອກຈາກ ບໍລິເວນໄຮ່ເຂົ້າຈຸດພິກັດ (E0523410 N1579776), ເມືອງມຸນລະປະໂມກ, ແຂວງຈຳປາສັກ, ສປປ ລາວ ໄດ້ຖືກຈັດຂຶ້ນ ຢ່າງເປັນທາງການ. ຝ່າຍລາວນຳໂດຍ ທ່ານພົນ ຈັດຕະວາ ສຸໄກ ພິມມະສານ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາ ສັກ ເປັນຫົວໜ້າຄະນະ; ຝ່າຍກຳປູເຈຍນຳໂດຍ ທ່ານ ພົນຕີ ດວງຈັນ ຜູ້ບັນຊາການກອງພົນນ້ອຍທີ 9 ກອງທັບຣາຊະອານາຈັກກຳປູເຈຍເປັນຫົວໜ້າຄະນະ. ກອງປະຊຸມໄດ້ພ້ອມກັນຕົກລົງເປັນເອກະພາບໃນບັນຫາສຳຄັນຕ່າງໆດັ່ງນີ້: 1. ສອງຝ່າຍເຫັນດີຖອນກຳລັງທະຫານຂອງຕົນອອກຈາກບໍລິເວນໄຮ່ເຂົ້າຈຸດພິກັດ (E0523410N1579776) ກັບຄືນສູ່ຈຸດທີ່ຕັ້ງເດີມຂອງຕົນ. 2. ສອງຝ່າຍເຫັນດີເປັນເອກະພາບຈັດຕັ້ງຄະນະກຳມະການຮ່ວມເພື່ອສັງເກດການ ແລະ ກວດກາການຖອນກຳລັງທະຫານຂອງທັງສອງຝ່າຍ, ເຊິ່ງກຳນົດເອົາຝ່າຍລະ 5 ຄົນ. 3. ສອງຝ່າຍເຫັນດີກຳນົດເວລາການຈັດຕັ້ງປະຕິບັດການຖອນກຳລັງທະຫານຂອງຕົນອອກຈາກຈຸດດັ່ງກ່າວ ເລີ່ມແຕ່ ເວລາ 8:00-11:00 ໂມງ ຂອງ ວັນທີ 29 ສິງຫາ 2019 ໃຫ້ ...

Read More »

ຊາຍແດນລາວ-ກຳປູເຈຍ ສະຫງົບປອດໄພດີ (ບໍ່ໄດ້ເປັນດັງຂ່າວລືທີ່ສັງຄົມອອນລາຍເຜີຍແຜ່)

ປັດຈຸບັນ ສະຖານະການທົ່ວໄປຢູ່ຊາຍແດນລາວ-ກຳປູເຈຍ ຍັງມີຄວາມສະຫງົບ ແລະ ປອດໄພດີ ແລະ ບໍ່ໄດ້ເປັນດັ່ງຂ່າວລືທີ່ສື່ສັງຄົມອອນລາຍເຜີຍແຜ່ໃນອາທິດທີ່ຜ່ານມາ, ໃນຂະນະທີ່ທັງສອງຝ່າຍຢຶດໝັ້ນຢ່າງໜັກແຫນ້ນຕາມແນວທາງສັນຕິວິທີໂດຍຜ່ານການເຈລະຈາເພື່ອແກ້ໄຂບັນຫາຊາຍແດນຂອງສອງປະເທດຮ່ວມກັນ. ທ່ານ ອານຸສິນ ຂັດຕິຍະລາດ, ຮອງຫົວໜ້າຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ສປປ ລາວຖະແຫຼງຕໍ່ສື່ມ່ວນຊົນພາຍໃນປະເທດ ໃນຕອນເຊົ້າມື້ນີ້ ວັນທີ 27 ສິງຫາ 2019 ທີ່ກະຊວງການຕ່າງປະເທດ ນະຄອນຫຼວງວຽງຈັນວ່າ: ເນື່ອງຈາກວ່າໃນອາທິດຜ່ານມາໄດ້ມີກະແສຂ່າວປອມທີ່ແຜ່ ກະຈາຍຜ່ານສື່ອອນລາຍກ່ຽວກັບສະຖານະການຄວາມບໍ່ສະຫງົບໃນບໍລິເວນຊາຍແດນລາວ-ກຳປູເຈຍເຂດຍອດເຊລຳເພົາ ເບື້ອງລາວທີ່ຂື້ນກັບເມືອງມຸນລະປະໂມກ, ແຂວງຈຳປາສັກ, ເບື້ອງກຳປູເຈຍຂື້ນກັບເມືອງ ແສບ, ແຂວງເພຣຍວິເຮຍ. ຕໍ່ຂ່າວທີ່ເຜີຍແຜ່ຜ່ານສື່ສັງຄົມອອນລາຍດັ່ງກ່າວນີ້ ແມ່ນບໍ່ເປັນຄວາມຈິງເລີຍ ເພາະສະພາບຊາຍແດນລາວ-ກຳປູເຈຍ ຍັງປົກກະຕິດີຄືເກົ່າ.  ທ່ານຮອງຫົວຫນ້າຫ້ອງ ການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ໃຫ້ຮູ້ຕື່ມວ່າ: ສຳລັບການແກ້ໄຂບັນຫາລະຫວ່າງລາວ-ກຳປູເຈຍ, ທັງສອງຝ່າຍແມ່ນຢືດໝັ້ນຕາມແນວທາງສັນຕິວິທີໂດຍຜ່ານການເຈລະຈາ ເພື່ອເຮັດໃຫ້ຊາຍແດນຮ່ວມຂອງສອງປະເທດກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢ່າງແທ້ຈິງ. ຂ່າວ: ບຸນຕຽງ ຈັນທະວົງ ທີ່ມາ: Lao National Radio

Read More »

ໂຄງການຫຼຸດຜ່ອນຄວາມທຸກຍາກ ກຽນສ້າງເສັ້ນທາງເຂດຊົນນະບົດ ໃນປີ 2020

ໂຄງການຫຼຸດຜ່ອນຄວາມທຸກຍາກ (ທລຍ) ສຳຫຼວດເສັ້ນທາງກຽມລົງມືຈັດຕັ້ງປະຕິບັດໃນປີ 2020 ເມື່ອບໍ່ດົນມານີ້, ພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ, ພ້ອມດ້ວຍວິຊາການ ໂຄງການຫຼຸດຜ່ອນຄວາມທຸກຍາກ(ທລຍ), ຫ້ອງການ ຍທຂ ເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຜູ້ປະສານງານກຸ່ມ ແລະ ອຳນາດການປົກຄອງບ້ານ ໄດ້ຮ່ວມກັນລົງສຳຫຼວດໂຄງການກໍ່ສ້າງເສັ້ນທາງບ້ານຖໍ້າມະລື ຫາ ບ້ານນາມະຕ້ອງ, ເມືອງຕຸ້ມລ້ານ ແຂວງສາລະວັນ ເພື່ອກະກຽມລົງມືຈັດຕັ້ງປະຕິບັດໃນປີ 2020 ທີ່ຈະມາເຖິງ. ທ່ານ ສົມຊາຍ ຈັນທະວົງ ວິຊາການ ທລຍ ແຂວງ ໄດ້ໃຫ້ຮູ້ວ່າ: ເສັ້ນທາງດັ່ງກ່າວ ໄດ້ກຳນົດເປັນແຜນບູລິມະສິດທີ 1 ທີ່ຈະລົງມື້ຈັດຕັ້ງປະຕິບັດໃນປີ 2020 ກໍຄື ຮອບວຽນທີ່ 17 ຂອງ ທລຍ, ເຊິ່ງທາງເສັ້ນນີ້ມີຄວາມຍາວທັງໝົດ 8 ກິໂລເມັດ, ກວ້າງ 4,5 ເມັດ ແລະ ມີຮ່ອງລະບາຍນໍ້າ 2 ຟາກທາງ, ເປັນທາງດິນແດງ, ມີຈຸດທີ່ຈະໃສ່ທໍ່ 2 ຈຸດ, ມີຄວາມຍາວ 6 ...

Read More »

ອາເມລິກາ ສະໜັບສະໜູນການເຝິກອົບຮົມທັກສະທາງສະດ້ານເຕັກໂນໂລຊີໃຫ້ແກ່ໄວໜຸ່ມລາວ

ໃນວັນທີ 22 ສິງຫາ 2019, ສະຫະລັດອາເມລິກາ ໄດ້ຮ່ວມກັບ ສູນບົ່ມທຸລະກິດ TOH-LAO ແລະ  ບໍລິສັດເຕັກໂນໂລຊີຊັັ້ນນໍາ ລວມທັງ ເຟສບຸກ ໄດ້ເປີດໂຄງການ AC STEM Lab ການເຝິກອົບຮົມຢ່າງເປັນທາງການ ເຊິ່ງຈັດຂຶ້ນເພື່ອສ້າງ ແລະ ຂະຫຍາຍ ຈໍານວນບຸກຄະລະກອນທີ່ມີທັກສະສູງເພື່ອຕອບສະໜອງໃຫ້ກັບການຈ້າງງານໃນຂະແໜງເຕັກໂນໂລຊີ ໃນ ສປປ ລາວ. AC STEM Lab ແມ່ນໂຄງການລິເລີ່ມເຊິ່ງມີໄລຍະການຮຽນການສອນເປັນເວລາໜຶ່ງປີຢູ່ທີ່ສູນອາເມລິກາທາດດໍາ. ໂຄງການນີ້ແມ່ນໄດ້ໃຫ້ການເຝິກອົບຮົມໃຫ້ແກ່ບັນດາຜູ້ເຂົ້າຮ່ວມໃຫ້ມີທັກສະໃນການສ້າງ ແອັບພລິເຄຊັນ ສຳລັບໄອໂຟນ ແລະ ລະບົບເອນດຮອຍ, ການຂຽນໂປຣແກມ, ການອອກແບບເວບໄຊແລະ ການພັດທະນາທຸລະກິດ ລວມໄປເຖິງການສ້າງຄວາມຮັບຮູ້ ແລະ ກະກຽມຄວາມພ້ອມໃຫ້ບັນໄວໜຸ່ມໃນການມີສ່ວນຮ່ວມໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ, ວິສະວະກຳສາດ ແລະ ຄະນິດສາດ (STEM)ໃນສປປ ລາວ. ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ຣີນາ ບິດເຕີ ໄດ້ເປັນເຈົ້າພາບເປີດງານເພື່ອຕ້ອນຮັບແຂກພິເສດຈາກເຟສບຸກປະຈຳທີ່ອາຊີປາຊິຟິກເຊິ່ງມີຫ້ອງການໃຫ່ຍທີ່ປະເທດສິງກະໂປພ້ອມທັງບັນດາຜູ້ນຳທາງດ້ານທຸລະກິດ ແລະ ຜູ້ຕາງໜ້າຈາກບໍລິສັດເຕັກໂນໂລຢີຊັ້ນນຳ ໃນ ສປປ ລາວ. ທ່ານທູດ  ຣີນາ ...

Read More »

ແລນໂລເວີ ຈັດງານ RANGE ROVER OWNER EVENT  ຄືນກຳໄລໃຫ້ກັບລູກຄ້າ

ໃນວັນທີ 23 ສິງຫາ 2019 ຜ່ານມາ, ບໍລິສັດ ແລນໂລເວີ ໃນຈັດງານ RANGE ROVER OWNER EVENT  ເພື່ອຄືນກຳໄລໃຫ້ກັບລູກຄ້າ ຢູ່ຫ້ອງຂາຍ ລາວແລນໂລເວີ ບ້ານໂພນທັນ,​ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານງານຂອງທ່ານ ນາງ ອຸທິດ ສີພັນດອນ ຫົວໜ້າຜູ້ບໍລິຫານຝ່າຍຂາຍ ລາວແລນໂລເວີ, ມີບັນລູກຄ້າ ແຂກຄົນພິເສດຂອງແລນໂລເວີເຂົ້າຮ່ວມງານ. ພາຍໃນການໄດ້ຮັບຟັງການນຳສະເໜີລົດ Range Rover  ປັບຮູບໂຊມໃຫມ່ທີ່ເປັນລົດ  Premium Luxury Car  ທີ່ອອກແບບໃຫ້ມີຄວາມແຂງແກ່ນ, ໂດດເດັ່ນ, ດຸດັນເໝາະສົມກັບບຸກຄົນທີ່ມັກລົດປະເພດ SUV ຂະໜາດໃຫຍ່ ຈາກທ່ານ ສຸລິຄານ ຈັກຄິນ ທີ່ປຶກສາສູນຂາຍລົດບໍລິສັດ ລາວແລນໂລເວີ. ນອກນີ້, ພາຍໃນງານຍັງໄດ້ແຈກຂອງຂວັນລາງວັນ ໃຫ້ກັບຜູ້ຮ່ວມງານກໍຄືລູກຄ້າທີ່ເຂົ້າຮ່ວມ ລາງວັນທີ 1 ສາຍຄໍຄຳ ໜັກ 2 ສະລື້ງ ແລະ ລາງວັນຂອງຂວັນອື່ນໆ ອີກຫຼາກຫຼາຍຢ່າງ.

Read More »

ກອງປະຊຸມ ລັດຖະບານ ປະຈຳເດືອນສິງຫາ ໄດ້ພິຈາລະນານິຕິກຳ 9 ສະບັບ

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນສິງຫາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 20 ແລະ ປິດລົງໃນຕອນເຊົ້າວັນທີ 22 ສິງຫາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ 9 ເອກະສານສໍາຄັນທັງໝົດ 9 ສະບັບເປັນຕົ້ນແມ່ນ 1. ຮ່າງກົດໝາຍ ວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ (ສ້າງໃໝ່) 2. ຮ່າງກົດໝາຍ ວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ). 3. ຮ່າງກົດໝາຍ ວ່າດ້ວຍຮູບເງົາ (ສ້າງໃໝ່). 4. ຮ່າງກົດໝາຍ ວ່າດ້ວຍຫຼັກຊັບ (ສະບັບປັບປຸງ). 5. ຮ່າງກົດໝາຍ ວ່າດ້ວຍຄວາມສະເໝີພາບ ຍິງ-ຊາຍ (ສ້າງໃໝ່). 6. ຮ່າງດໍາລັດ ວ່າດ້ວຍການປິດບໍ່ແຮ່ ພາຍຫຼັງການຂຸດຄົ້ນ. 7. ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ. 8. ແຜນພັດທະນາແບບກວມລວມເຂດພູພຽງບໍລະເວນ. ...

Read More »

ສປປລາວ ຈະສົ່ງ​ອອກ​ໄຟຟ້າ​ໃຫ້​ຫວຽດນາມ ​ເພີ່ມ​ເປັນ 5.000 ​ເມ​ກາ​ວັດ

ກອງ​ປະຊຸມ​ປຶກສາ​ຫາລື​ການ​ຊື້-ຂາຍ​ໄຟຟ້າ​ລະຫວ່າງ ສ​ປປ ລາວ ​ແລະ ສສ.ຫວຽດນາມ ​ໄດ້ມີ​ຂຶ້ນ​ເມື່ອ​ບໍ່​ດົນ​ນີ້​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ລັດຖະມົນ​ຕີ​ກະຊວງ​ພະລັງງານ-ບໍ່​ແຮ່ ຄໍາ​ມະນີ ອິນ​ທິລາດ. ເພື່ອປືກສາ​ຫາລື​ແຜນການ​ສົ່ງ​ອອກ​ໄຟຟ້າ​​ໃຫ້ ສສ.ຫວຽດນາມ ຈາກ 320 ​ເມ​ກາ​ວັດ​ໃນ​ປັດ​ຈຸ​ບັນ​ຂຶ້ນ​ເປັນ 5.000 ​ເມ​ກາ​ວັດ​ໃນ​ປີ 2030. ກອງ​ປະຊຸມ,​ ສອງ​ຝ່າຍຍັງ​ໄດ້​ທົບ​ທວນຄືນ​ການຮ່ວມ​ມືພັດ​ທະນາພະລັງງານ​ໄຟຟ້າ​ໃນ​ຜ່ານ​ມາ,​ ​ໂດຍ​ສະ​ເພາະ​​ບັນດາໂຄງການ​ທີ່ຫວຽດນາມ​ໄດ້​ລົງທຶນມີ​ຈຸດ​ດີ, ຈຸດ​ອ່ອນ ​ແລະ ຂໍ້​ຫຍຸ້ງຍາກ​ແນວ​ໃດ ​ເພື່ອ​ພ້ອມ​ກັນ​ແກ້​ໄຂ. ​ໃນ​ໂອກາດ​ນີ້, ຝ່າຍ​ລາວ​ໄດ້​ສະ​ເໜີ​​ຫຼາຍ​ບັນຫາໃຫ້​ຫວຽ​ດນາມຊ່ວຍ​ກະຕຸກ​ຊຸກຍູ້​ການ​ຊື້-ຂາຍ​ໄຟຟ້າ​ຈາກ​ເຂື່ອນ​ໄຟຟ້າ​ນໍ້າ​ຊໍາ​ໃຫ້​​ເປັນ​ຮູບ​ປະ​ທໍາ, ​ໂດຍ​ສະ​ເພາະການ​ກໍານົດຈຸດ​ເຊື່ອມ​ຕໍ່​ໃໝ່ ​ເນື່ອງ​ຈາກ​ໄຟຟ້າ​ລາວ​ສະ​ເໜີ​ຂາຍ​ໄຟຟ້າ​ເພີ່ມ​ຂຶ້ນຈາກ​ໂຄງການ​ໄຟຟ້າ​ຄວາມ​ຮ້ອນ ​ແລະ ​ໂຄງການ​ໄຟຟ້າ​ນໍ້າ​ໂມ້ 2,​​ ໂຄງການ​ນໍ້າ​ກົງ 2 ​ແລະ 3, ນໍ້າ​ອີ​ມູນ, ນໍ້າ​ອ່າງ, ນໍ້າ​ງອນ, ຫ້ວຍ​ກະ​ອວຍ ​ແລະ ຫ້ວຍ​ລະ​ແງ, ຊຶ່ງ​ລວມມີ​ກໍາລັງ​ຕິດ​ຕັ້ງ​ປະມານ 465 ​ເມ​ກາ​ວັດ, ​ໂດຍ​ສາມາດ​ນໍາ​ໃຊ້​ສາຍ​ສົ່ງ​ຂອງ​ເຊ​ກະ​ໝານ 1 ​ແລະ 3 ທີ່​ມີ​ແລ້ວ. ສໍາລັບ​ໂຄງການ​​ເຂື່ອນນໍ້າ​ອູ 5,6 ​ແລະ 7 ​ລວມມີ​ກໍາລັງ​ຕິດ​ຕັ້ງ 630 ​ເມ​ກາ​ວັດ ທີ່​ມີ​ແຜນ​ຈະ​ຂາຍ​ໃຫ້​ຫວຽດນາມ​ ນັບ​ແຕ່​ປີ 2021 ​ເປັນ​ຕົ້ນ​ໄປ​ໃນ​ລາຄາ​ທີ່​ຕົກລົງ​ກັນ ...

Read More »

ຊົມເຊີຍ! ຜະລິດຕະພັນລາວ “ຊາພັນປີ” ຜົ້ງສາລີໄດ້ລາງວັນຊະນະເລີດ ຊາສາກົນທີ່ຮົງກົງ

ດັ່ງທີ່ຫຼາຍຄົນຮູ້ຈັກກັນດີແລ້ວວ່າ ຜົ້ງສາລີ ເປັນແຂວງທີ່ຂຶ້ນຊື່ເລື່ອງຊາມາຍາວນານ, ຊາເປັນສິນຄ້າປາຍແຫຼມຂອງແຂວງທີ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດຍັງມີຄວາມຕ້ອງການສູງ ຫຼ້າສຸດ, ຊາແຂວງຜົ້ງສາລີ ສາມາດໄປຄວ້າລາງວັນຊະນະເລີດຈາກການປະກວດຊາສາກົນຢູ່ຮົງກົງໃນປີ 2019 ນີ້. ຜົນງານຊະນະເລີດຄັ້ງນີ້ ເປັນລາງວັນໃນສາຍ “ຊາຜູເອີ໋” ໃນນີ້ຊາທີ່ນຳເຂົ້າປະກວດເປັນຊາຈາກໂຮງງານຊາແສງຄຳ ແຂວງຜົ້ງສາລີ. ທັງນີ້ ຊາຜູເອີ໋ ແມ່ນມີຕົ້ນກຳເນີດ ແລະ ນິຍົມປູກກັນໃນບໍລິເວນພາກໃຕ້ຂອງແຂວງຢູນນານ ປະເທດຈີນ ທີ່ເມືອງຜູເອີ໋ ນັບວ່າເປັນຊາທີ່ມີຊື່ສຽງ ແລະ ໂດ່ງດັງໃນປັດຈຸບັນ. ຊາຊະນິດນີ້ຜູ້ໃດໄດ້ດື່ມເປັນຄັ້ງທຳອິດຈະຮູ້ສຶກວ່າມີກິ່ນແຮງ ແລະ ລົດຊາດເຂັ້ມຂຸ້ນຫຼາຍ ແຕ່ເມື່ອດື່ມຄັ້ງຕໍ່ໆໄປຈະຮູ້ສຶກຕິດໃຈ. ການເຂົ້າຮ່ວມແຂ່ງຂັນໃນງານຄັ້ງນີ້ ແມ່ນຢູ່ພາຍໃຕ້ການສະໜັບສະໜູນ ຈາກກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ໂຄງການໄບໂອເທຣດ ເພື່ອໂຄສະນາຊາລາວໃຫ້ເປັນທີ່ຮັບຮູ້ໃນຕະຫຼາດສາກົນ. ທີ່ມາ: ຂ່າວສານເສດຖະກິດ-ການຄ້າ

Read More »