ຊາຍແດນລາວ-ກຳປູເຈຍ ສະຫງົບປອດໄພດີ (ບໍ່ໄດ້ເປັນດັງຂ່າວລືທີ່ສັງຄົມອອນລາຍເຜີຍແຜ່)

ປັດຈຸບັນ ສະຖານະການທົ່ວໄປຢູ່ຊາຍແດນລາວ-ກຳປູເຈຍ ຍັງມີຄວາມສະຫງົບ ແລະ ປອດໄພດີ ແລະ ບໍ່ໄດ້ເປັນດັ່ງຂ່າວລືທີ່ສື່ສັງຄົມອອນລາຍເຜີຍແຜ່ໃນອາທິດທີ່ຜ່ານມາ, ໃນຂະນະທີ່ທັງສອງຝ່າຍຢຶດໝັ້ນຢ່າງໜັກແຫນ້ນຕາມແນວທາງສັນຕິວິທີໂດຍຜ່ານການເຈລະຈາເພື່ອແກ້ໄຂບັນຫາຊາຍແດນຂອງສອງປະເທດຮ່ວມກັນ.

ທ່ານ ອານຸສິນ ຂັດຕິຍະລາດ, ຮອງຫົວໜ້າຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ສປປ ລາວຖະແຫຼງຕໍ່ສື່ມ່ວນຊົນພາຍໃນປະເທດ ໃນຕອນເຊົ້າມື້ນີ້ ວັນທີ 27 ສິງຫາ 2019 ທີ່ກະຊວງການຕ່າງປະເທດ ນະຄອນຫຼວງວຽງຈັນວ່າ: ເນື່ອງຈາກວ່າໃນອາທິດຜ່ານມາໄດ້ມີກະແສຂ່າວປອມທີ່ແຜ່ ກະຈາຍຜ່ານສື່ອອນລາຍກ່ຽວກັບສະຖານະການຄວາມບໍ່ສະຫງົບໃນບໍລິເວນຊາຍແດນລາວ-ກຳປູເຈຍເຂດຍອດເຊລຳເພົາ ເບື້ອງລາວທີ່ຂື້ນກັບເມືອງມຸນລະປະໂມກ, ແຂວງຈຳປາສັກ, ເບື້ອງກຳປູເຈຍຂື້ນກັບເມືອງ ແສບ, ແຂວງເພຣຍວິເຮຍ. ຕໍ່ຂ່າວທີ່ເຜີຍແຜ່ຜ່ານສື່ສັງຄົມອອນລາຍດັ່ງກ່າວນີ້ ແມ່ນບໍ່ເປັນຄວາມຈິງເລີຍ ເພາະສະພາບຊາຍແດນລາວ-ກຳປູເຈຍ ຍັງປົກກະຕິດີຄືເກົ່າ. 


ທ່ານຮອງຫົວຫນ້າຫ້ອງ ການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ໃຫ້ຮູ້ຕື່ມວ່າ: ສຳລັບການແກ້ໄຂບັນຫາລະຫວ່າງລາວ-ກຳປູເຈຍ, ທັງສອງຝ່າຍແມ່ນຢືດໝັ້ນຕາມແນວທາງສັນຕິວິທີໂດຍຜ່ານການເຈລະຈາ ເພື່ອເຮັດໃຫ້ຊາຍແດນຮ່ວມຂອງສອງປະເທດກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢ່າງແທ້ຈິງ.

ຂ່າວ: ບຸນຕຽງ ຈັນທະວົງ

ທີ່ມາ: Lao National Radio

Comments