ການແກ້ໄຂ! ບັນຫາບໍລິເວນຊາຍແດນລາວ-ກຳປູເຈຍ ບັນລຸຜົນເປັນຢ່າງດີ

ໃນວັນທີ 27 ສິງຫາ 2019, ທີ່ດ່ານປະເພນີຫາດອນຂະເໝົາ, ເມືອງໂຂງ, ແຂວງຈຳປາສັກ, ກອງປະຊຸມພົບປະສອງຝ່າຍ ລະຫວ່າງສອງກອງທັບລາວ ແລະ ກຳປູເຈຍວ່າດ້ວຍການກຳນົດການຖອນກຳລັງອອກຈາກ ບໍລິເວນໄຮ່ເຂົ້າຈຸດພິກັດ (E0523410 N1579776), ເມືອງມຸນລະປະໂມກ, ແຂວງຈຳປາສັກ, ສປປ ລາວ ໄດ້ຖືກຈັດຂຶ້ນ ຢ່າງເປັນທາງການ.


ຝ່າຍລາວນຳໂດຍ ທ່ານພົນ ຈັດຕະວາ ສຸໄກ ພິມມະສານ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາ ສັກ ເປັນຫົວໜ້າຄະນະ;
ຝ່າຍກຳປູເຈຍນຳໂດຍ ທ່ານ ພົນຕີ ດວງຈັນ ຜູ້ບັນຊາການກອງພົນນ້ອຍທີ 9 ກອງທັບຣາຊະອານາຈັກກຳປູເຈຍເປັນຫົວໜ້າຄະນະ.
ກອງປະຊຸມໄດ້ພ້ອມກັນຕົກລົງເປັນເອກະພາບໃນບັນຫາສຳຄັນຕ່າງໆດັ່ງນີ້:
1. ສອງຝ່າຍເຫັນດີຖອນກຳລັງທະຫານຂອງຕົນອອກຈາກບໍລິເວນໄຮ່ເຂົ້າຈຸດພິກັດ (E0523410N1579776) ກັບຄືນສູ່ຈຸດທີ່ຕັ້ງເດີມຂອງຕົນ.
2. ສອງຝ່າຍເຫັນດີເປັນເອກະພາບຈັດຕັ້ງຄະນະກຳມະການຮ່ວມເພື່ອສັງເກດການ ແລະ ກວດກາການຖອນກຳລັງທະຫານຂອງທັງສອງຝ່າຍ, ເຊິ່ງກຳນົດເອົາຝ່າຍລະ 5 ຄົນ.
3. ສອງຝ່າຍເຫັນດີກຳນົດເວລາການຈັດຕັ້ງປະຕິບັດການຖອນກຳລັງທະຫານຂອງຕົນອອກຈາກຈຸດດັ່ງກ່າວ ເລີ່ມແຕ່ ເວລາ 8:00-11:00 ໂມງ ຂອງ ວັນທີ 29 ສິງຫາ 2019 ໃຫ້ ສຳເລັດ.
ການຈັດກອງປະຊຸມໃນຄັ້ງນີ້ ແມ່ນປະຕິບັດຕາມຄຳສັ່ງຂອງສອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ, ເຊິ່ງກອງປະຊຸມໄດ້ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມບົນພື້ນຖານໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນເປັນຢ່າງດີ, ແນ່ໃສ່ເພື່ອສ້າງໃຫ້ເຂດຊາຍແດນລະຫວ່າງສອງປະເທດ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການພັດທະນາຢ່າງແທ້ຈິງ.

ຂໍ້ມູນຮູບພາບ: ພັນຕີ ບົວແກ້ວ ສິດທິວົງ
#ນັກຂ່າວກອງທັບ

Comments