ຂ່າວ ພາຍໃນປະເທດ

ຂົວມິດຕະພາບລາວ-ໄທ ແຫ່ງທີ 6 ຈະເຊື່ອມຕໍ່ລະຫວ່າງແຂວງ ສາລະວັນ ຫາ ແຂວງອຸບົນປະເທດໄທ

ອໍານາດການປົກຄອງເມືອງລະຄອນເພັງ ເເຂວງ ສາລະວັນ ໄດ້ແຈ້ງຕໍ່ນັກຂ່າວວຽງຈັນທາຍໃນ ບໍ່ດົນມານີ້ວ່າ:  ການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 6 ທີ່ຈະເຊື່ອມຕໍ່ລະຫວ່າງເມືອງ ລະຄອນເພັງ ແຂວງສາລະວັນ ຫາເມືອງ ນາຕານ ແຂວງອຸບົນຣາຊະທານີ ຂອງປະເທດໄທ ຈະໄດ້ ມີການກໍ່ສ້າງຂຶ້ນ ພາຍຫຼັງທີ່ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງແຂວງ ບໍລິຄໍາ ໄຊ ແລະ ແຂວງບຶງການຂອງໄທສໍາເລັດ, ເຊິ່ງລັດຖະບານ ທັງສອງປະເທດໄດ້ຕົກລົງເຫັນດີເປັນ ເອກະພາບນໍາກັນແລ້ວ.    ທ່ານ ສົມໃຈ ອຸ່ນຈິດ ເຈົ້າເມືອງ ລະຄອນເພັງ ໄດ້ກ່າວວ່າ: ຂົວມິດຕະພາບລາວ-ໄທແຫ່ງທີ 6 ນີ້ຈະມີບົດບາດທີ່ສໍາຄັນໃນການສົ່ງເສີມການຄ້າ ແລະ ການລົງທຶນ ໂດຍສະເພາະການຂົນສົ່ງ ສິນຄ້າຂ້າມມາຈາກປະເທດໄທ ຜ່ານເມືອງລະຄອນເພັງ ອອກໄປສູ່ຫວຽດນາມ, ຂຶ້ນໄປ ສປ ຈີນ, ໄປພາກເໜືອ ຫຼື ລົງໄປພາກໃຕ້ຂອງລາວ ຜ່ານແຂວງ ຈໍາປາສັກຫາກໍາປູເຈຍ ຖືວ່າສະດວກ ສະບາຍ ແລະ ຈະເຮັດໃຫ້ໄລຍະ ແລະ ເວລາ ການເດີນທາງໄປມາສັ້ນລົງ. ປັດຈຸບັນນີ້ ທາງເມືອງກໍາລັງສະເໜີຂັ້ນເທິງເພື່ອ ...

Read More »

ເຊີນທ່ຽວບຸນຊ້າງ ແຂວງໄຊຍະບູລີ ວັນທີ 18-28 ກຸມພານີ້….

ມະຫະກຳບຸນຊ້າງ ເປັນບຸນປະເພນີ ແລະ ເປັນບຸນມິ່ງຂວັນຄູ່ບ້ານຄູ່ເມືອງຂອງຊາວເມືອງໄຊຍະບູລີ ທີ່ສືບສານກັນມາແຕ່ບູຮານ ເຊິ່ງສະແດງເຖິງວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າຂອງແຂວງໄຊຍະບູລີ ທີ່ຕິດພັນກັບຊ້າງມາແຕ່ດົນນານ. ງານມະຫະກຳບຸນຊ້າງ ປະຈໍາປີ 2020 ຈະເລີ່ມເປີດບໍລິການໃຫ້ນັກທ່ອງທ່ຽວແຕ່ວັນທີ 18 ກຸມພາ 2020 ເປັນຕົ້ນໄປ ແລະ ໃນວັນທີ 21 ກຸມພາ ຈະໄດ້ຈັດພິທີເຮັດບຸນຕັກບາດອຸທິດບຸນກຸສົນໃຫ້ຊ້າງ. ສໍາລັບພິທີເປີດເປັນທາງການແມ່ນຈະໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2020 ແລະ ປິດໃນວັນທີ 28 ກຸມພາ 2020, “ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ ແລະ ປະທານຈັດງານມະຫະກຳບຸນຊ້າງ ກ່າວໃນພິທີຖະແຫຼງຂ່າວ ”. ມີຫຼາກຫຼາຍກິດຈະກຳທີ່ຕິດພັນກັບບຸນຊ້າງ ແລະ ການອະນຸຮັກຊ້າງ ໂດຍສະເພາະແມ່ນການສະແດງຂອງຊ້າງຄຳຮູ້, ພິທີບາສີສູ່ຂວັນຊ້າງ, ການໃຫ້ອາຫານຊ້າງ, ຂີ່ຊ້າງຊົມເມືອງ ແລະ ກິດຈະກຳທີ່ຕິດພັນກັບວັດທະນະທຳ, ຕິດພັນກັບວິຖີຊີວິດຂອງປະຊາຊົນຊາວໄຊຍະບູລີ ແລະ ອື່ນໆອີກ.     ສຳລັບການເດີນທາງໄປທ່ຽວບຸນຊ້າງ ນັກທ່ອງທ່ຽວສາມາດເດີນທາງດ້ວຍລົດສ່ວນຕົວ ຫຼື ລົດໂດຍສານ, ການອອກເດີນທາງແຕ່ນະຄອນຫຼວງວຽງຈັນ ຫາແຂວງໄຊຍະບູລີ ດ້ວຍໄລຍະທາງປະມານ 350 ...

Read More »

ທ່ານນາຍົກ ເນັ້ນໜັກມາດຕະການສະກັດກັ້ນພະຍາດອັກເສບປອດ ໄວຣັດໂຄໂຣນາ

“ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງປະຊາຊົນລາວ ແລະ ຜູ້ທີ່ອາໄສຢູ່ລາວ ບໍ່່ໃຫ້ວິຕົກກັງວົນເກີນກວ່າເຫດ, ພ້ອມກັນຕອບຕ້ານການໂຄສະນາຊວນເຊື່ອ, ໃສ່ຮ້າຍປ້າຍສີ ທີ່ບໍ່່ມີມູນຄວາມຈິງ ຫຼື ຫວັງແບ່ງແຍກ, ສ້າງຄວາມປັ່ນປ່ວນໃນສັງຄົມ, ພ້ອມກັນນັ້ນ ກໍໃຫ້ ສຶກສາ ແລະ ຮູ້ວິທີປ້ອງກັນພະຍາດໃນສະພາບການປ້ອງກັນການລະບາດ, ທຸກພາກສ່ວນກ່ຽວຂ້ອງຕ້ອງສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ບໍ່່ສວຍໂອກາດຫາຜົນປະໂຫຍດ ໂດຍການຂຶ້ນລາຄາສິນຄ້າ, ເຄື່ອງປ້ອງກັນພະຍາດ ໂດຍສະເພາະ ຜ້າອັດປາກ ພ້ອມດຽວກັນນີ້ ພາກສ່ວນກ່ຽວຂ້ອງຕ້ອງເອົາໃຈໃສ່ຕິດຕາມ ແລະ ສະກັດກັ້ນບັນຫານີ້ຢ່າງໃກ້ຊິດ; ສືບຕໍ່ຈັດຕັ້ງການລະດົມການບໍລິຈາກ ນໍາພະນັກງານລັດຖະກອນ, ພາກທຸລະກິດ ແລະ ທົ່ວສັງຄົມ ດ້ວຍຄວາມສະໝັກໃຈ ຈັດຊື້້ຜ້າອັດປາກອັດດັງ, ນໍ້າຢາລ້າງມື ແລະ ອຸປະກອນການແພດທີ່ຈໍາເປັນ ເພື່ອໄປຊ່ວຍເຫຼືອປະຊາຊົນຈີນ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດປອດອັກເສບ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝໂຄໂຣນາໄວຣັສ”. ຄຳເວົ້າຂອງທ່ານນາຍົກ ທອງລຸນ ສີສຸລິດ ໃນໂອກາດທີ່ທ່ານ ພົບປະໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມເປີດກວ້າງສະຫຼຸບຕີລາຄາ, ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດແຜນພັດທະນາພະລັງງານ ແລະ ບໍ່ແຮ່ ໃນໄລຍະ 5 ປີ ...

Read More »

ສປປ ລາວ ວາງເປົ້າໝາຍສູ້ຊົນໃຫ້ນັກທ່ອງທ່ຽວບັນລຸ 4.7 ລ້ານຄົນ ໃນປີ 2020 ອາດບໍ່ບັນລຸເປົ້າ

ລາຍຮັບຈາກການທ່ອງທ່ຽວຫຼຸດລົງ 70% ຫຼັງໂຄໂຣນາລະບາດ ນະຄອນຫຼວງຕັ້ງຈຸດປະສານ 9 ຕົວເມືອງໃຫ້ຂໍ້ມູນ-ຂ່າວສານປະຊາຊົນ ນັບແຕ່ທ້າຍເດືອນມັງກອນ ເປັນຕົ້ນມາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປ ຈີນ ໄດ້ອອກແຈ້ງການຍົກເລີກບັນດາກຸ່ມນັກທ່ອງທ່ຽວຕ່າງໆທັງພາຍໃນປະເທດ ແລະ ຫ້າມປະຊາຊົນຈີນໄປທ່ຽວຕ່າງປະເທດ ເຮັດໃຫ້ຈຳນວນນັກທ່ອງທ່ຽວຫຼຸດລົງເປັນຈຳນວນຫຼາຍ, ເຮັດໃຫ້ລາຍ ຮັບໂດຍສະເພາະແມ່ນທີ່ພັກ ແລະ ບໍລິສັດທ່ອງທ່ຽວລາຍຮັບຫຼຸດລົງ 70%. ສະຖານະການຫຼ້າສຸດຍອດຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຍັງຄົງເພີ່ມຂຶ້ນຕໍ່ເນື່ອງ, ສ່ວນຢູ່ນະຄອນຫຼວງວຽງຈັນ ໄດ້ຕັ້ງຈຸດປະສານງານຢູ່ 9 ຕົວເມືອງ ເພື່ອກະຈາຍຂໍ້ມູນ – ຂ່າວສານກ່ຽວກັບເຊື້ອພະຍາດດັ່ງກ່າວ.                       ວັນທີ 5 ກຸມພາ 2020 ຫ້ອງວ່າການນະຄອນຫຼວງວຽງຈັນ ຮ່ວມກັບພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ຈັດກອງປະຊຸມເຜີຍແຜ່ຂໍ້ມູນ ແລະ ປຸກລະດົມຂໍ ຄວາມຮ່ວມມື ເພື່ອເຝົ້າລະວັງປ້ອງກັນພະຍາດປອດອັກເສບຈາກເຊື້ອຈຸລະໂລກໂຄໂຣນາ ເພື່ອລາຍງານສະພາບການລະບາດ, ມາດຕະການເຝົ້າລະວັງ ແລະ ປ້ອງກັນພະຍາດໂຄໂຣນາ.     ...

Read More »

ກະຊວງສາທາ!!!! ຫ້າມແຊຣ໌ຕໍ່ ຂໍ້ມູນກ່ຽວກັບ ພະຍາດໂຄໂຣນາ ຈາກແຫຼ່ງຂ່າວທີ່ບໍ່ມີຄວາມຈິງ ທາງສື່ສັງຄົມອອນລາຍ (Facebook)

ກະຊວງສາທາລະນະສຸກ ຂໍແຈ້ງມາຍັງທ່ານຊາບວ່າ: ປັດຈຸບັນ, ມີການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ທີ່ເມືອງອູ່ຮັ່ນ, ແຂວງຫູເປີ່ຍ, ສປ ຈີນ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດ ເປັນຈຳນວນຫຼວງຫຼາຍ ໃນການຄວບຄຸມ ລວມທັງການໂຄສະນາ, ການອອກຂ່າວທາງສື່ມວນຊົນ ແລະ ສື່ສັງຄົມອອນລາຍ ເຊິ່ງບາງຂ່າວກໍມີຄວາມຈິງ ແລະ ຫຼາຍຂ່າວກໍບໍ່ຖືກຕ້ອງກັບຄວາມເປັນຈິງ. ສະນັ້ນ, ເພື່ອເຮັດໃຫ້ຂໍ້ມູນຂ່າວສານກ່ຽວກັບພະຍາດນີ້ ໄດ້ເຜີຍແຜ່ຖືກຕ້ອງຕາມຄວາມຈິງ ຈຶ່ງແຈ້ງໃຫ້ທ່ານຕິດຕາມ ແລະ ຮັບຂ່າວຕາມສື່ທາງການ (ໂທລະພາບ,​ວິທະຍຸ ໜັງສືພິມ ແລະ ຂໍ້ມູນຂ່າວສານຈາກສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາເຊິ່ງທ່ານສາມາດເຂົ້າຫາແຫຼ່ງຂ່າວຂອງສູນດັ່ງກ່າວທາງເພສເຟສບຸກ ຊື່ວ່າ: “ສູນຂ່າວສານການແພດສຸຂະສຶກສາ Centre of information and Education for Health ” ທ່ານ ຈະສາມາດຮັບຮູ້ຂ່າວສານທີ່ທາງສູນໄດ້ອັບເດດ. ນອກຈາກນີ້,​ບໍ່ໃຫ້ພະນັກງານແພດ, ພະຍາບານ,​ ນັກສຶກສາ ເອົາຮູບການບໍລິການຂອງແພດຫມໍທີ່ກຳລັງະຕິບັດໜ້າທີ່ລົງໃນເໂສບຸກຂແງຕົນເອງ, ເພື່ອໃຫ້ສັງຄົມມີຄວາມສະຫງົບ, ໄດ້ຮັບຂ່າວສານທີ່ຖືກຕ້ອງ, ສັງຄົມບໍ່ມີຄວາມແຕກຕື່ນໃນການຮັບຂ່າວສານ.

Read More »

ດ່ານປາງມອນ ເມືອງຄອບ ເປີດເປັນດ່ານສາກົນ ຢ່າງເປັນທາງການ

ພິທີ ເປີດດ່ານສາກົນ ປາງມອນ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 1 ກຸມພາ 2020, ຢູ່ເມືອງຄອບ, ແຂວງ ໄຊຍະບູລີ ໃຫ້ກຽດເຂົ້າຮ່ວມມີທ່ານ ທອງສະຫັວນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສປປ ລາວ ແລະ ທ່ານ ຍັນຍົງ ສີປະເສີດ, ຮອງເຈົ້າແຂວງໆໄຊຍະບູລີ . ນອກນີ້ ຍັງມີ ທ່ານ ກະມົນ ຊຽງວົງ, ເຈົ້າແຂວງໆ ພະເຍົາ ລາຊະອານະຈັກໄທເຂົ້າຮ່ວມ. ດ່ານປາງມອນ ເມືອງຄອບ, ແຂວງ ໄຊຍະບູລີ ຂອງສປປ ລາວ ເປັນດ່ານລະຫວ່າງ ບ້ານ ຮວກ, ເມືອງພູຊາງ, ຈັງຫວັດພະເຍົາ, ປະເທດໄທ, ເປັນດິນຕໍ່ແຜນ ທີ່ມີເສັ້ນທາງເຊື່ອມຕໍ່ກັນ. ໃນວັນທີ 30 ພະຈິກ 1992, ລັດຖະບານສປປ ລາວ ໄດ້ເຫັນດີອະນຸມັດ ໃຫ້ເປີດເປັນດ່ານປະເພນີ ປາງມອນ ເພື່ອອຳນວຍຄວາມສະດວກໃນການໄປມາຫາສູ່ກັນ ແລະ ແລກປ່ຽນສິນຄ້າ ລະຫວ່າງ ປະຊາຊົນຊາວເມືອງຄອບ ແຂວງ ...

Read More »

ມູນຄ່າການນໍາເຂົ້າ-ສົ່ງອອກຂອງ ສປປ ລາວ ເດືອນ ທັນວາ 2019 ບັນລຸໄດ້ປະມານ 988 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ທັນວາ ບັນລຸໄດ້ປະມານ 988 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 455 ລ້ານໂດລາສະຫະລັດ ແລະ ການນໍາເຂົ້າ ປະມານ 534 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 79 ລ້ານໂດລາສະຫາລັດ. ສິນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ເຫຍື້ອໄມ້ ແລະ ເສດເຈ້ຍ, ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດືມຊູຸກໍາລັງ), ຄຳປະສົມ ແລະ ຄຳແທ່ງ, ມັນຕົ້ນ, ເຄື່ອງນຸ່ງຫົ່ມ, ຢາງພາລາ ແລະ ງົວ,ຄວາຍ. ໝວດສິນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ...

Read More »

ສປປ ລາວ ມີ 11 ກໍລະນີທີ່ສົງໄສຕິດເຊື້ອໂຄໂຣນາ, ແຕ່ 9 ກໍລະນີ ຜົນກວດບໍ່ມີເຊື້ອ ແລະ ຍັງ 2 ກໍລະນີ ກໍາລັງກວດຢູ່ !!!

ໄລຍະຜ່ານມາ ສູນວິເຄາະ ແລະ ລະບາດວິທະຍາ ໄດ້ກວດຫາເຊື້ອອັກເສບປອດສາຍພັນໃໝ່ ຫຼື ໄວຣັສໂຄໂຣນາ (nCov) ເຊິ່ງປະເທດລາວເຮົາມີ ກໍລະນີສົງໄສ 11 ກໍລະນີ, 9 ກໍລະນີແມ່ນອອກຜົນລົບ (ບໍ່ມີເຊື້ອ) 2 ກໍລະນີກໍາລັງກວດຢູ່, ຖ້າຜົນອອກມາ ພ້ອມທີ່ຈະລາຍງານໃຫ້ສັງຄົມຮັບຊາບ. ທ່ານ ດຣ.ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 3 ກຸມພາ 2020 ທີ່ນະຄອນຫຼວງວຽງຈັນ ວ່າ: ປັດຈຸບັນ ສູນວິເຄາະ ແລະ ລະບາດວິທະຍາ ມີຄວາມພ້ອມ ໃນການກວດຫາເຊື້ອພະຍາດອັກເສບປອດສາຍພັນໃໝ່ ຫຼື ໄວຣັສໂຄໂຣນາ nCov ເຊິ່ງໃນໄລຍະຜ່ານມາ ກໍໄດ້ມີການລະບາດຂອງພະຍາດເມີກສ໌ ເຊິ່ງພວກເຮົາກໍມີຄວາມສາມາດກວດພະຍາດນັ້ນໄດ້ ແລະ ໃນໄລຍະຕໍ່ມາ ກໍໄດ້ມີລະບົບເຝົ້າລະວັງເຊື້ອໄຂ້ຫວັດ ແລະ ກໍໄດ້ມີການກວດຢ່າງເປັນປະຈຳ ແລະ ມີຕົວຢ່າງໃນທົ່ວປະເທດສົ່ງມາຕະຫຼອດ ເປັນຕົ້ນແມ່ນ ກວດໄຂ້ຫວັດກໍຈະ ມີ H1N1 ເຊິ່ງສາມາດກວດໄດ້ ແລະ ກໍໄດ້ໃຊ້ເຕັກນິກດຽວກັນໃນການກວດຫາໄວຣັສໂຄໂຣນານີ້, ເຊິ່ງສູນວິເຄາະ ແລະ ...

Read More »

ດ່ວນ!!!! ແຈ້ງການໃຫ້ກວດກາ ແລະ ກັກລົດຊົ່ວຄາວ ທີ່ເດີນທາງມາແຕ່ອູ່ຮັ່ນ ສປ ຈີນ

ດ່ວນ! ກົມໃຫຍ່ຕຳຫຼວດ​ ກົມຕຳຫຼວດ ຈະລາຈອນ​ ກະຊວງປ້ອງການຄວາມສະຫງົບ ໄດ້ອອກແຈ້ງການ ເລກທີ 002/ກຈຈ, ລົງວັນທີ 03 ກຸມພາ 2020 ເຖິງຫົວໜ້າ ພະແນກຕຳຫຼວດຈະລາຈອນ ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງ,​ ນະຄອນຫຼວງ​ວຽງຈັນ ​ໃນທົ່ວປະເທດ. ເລື່ອງ: ໃຫ້ກວດກາລົດ ແລະ ກັກຊົ່ວຄາວ ລົດຄົນຈີນ ທີ່ເດີນທາງມາແຕ່ເມືອງ ອູ່ຮັ້ນ ປະເທດຈີນ​ ທີ່ເດີນທາງເຂົ້າມາລາວ ເພື່ອກວດກາ ແລະ ປ້ອງກັນ ສະກັດການແຜ່ລະບາດຂອງເຊື້ອ ໄວຣັສ ໂຄໂຣນາ ສາຍພັນໃໝ່ ໂດຍມີລາຍລະອຽດດັ່ງນີ: 1. ໃຫ້ພະແນກຕຳຫຼວດຈະລາຈອນ ແຂວງ,​ ນະຄອນຫຼວງ​ວຽງຈັນ ​ໃນຂອບເຂດທົ່ວປະເທດ ກວດກາພາຫະນະຂອງຄົນຈີນ ທີ່ເດີນທາງມາຈາກເມືອງ ອູ່ຮັ້ນ ສປ ຈີນ, ທີ່ເດີທາງເຂົ້າມາ ສປປ ລາວ ຕາມຈຸດສະຖານທີ່ທ່ອງທ່ຽວ, ໂຮງແຮມ, ສູນການຄ້າ ແລະ ສະຖານທີ່ອື່ນໆ ທີ່ມີນັກທ່ອງທ່ຽວຈີນໄປທ່ອງທ່ຽວ ແລະ ພັກຢູ່ຈຳນວນຫຼາຍ ແລະ ໃຫ້ເອົາໃຈໃສ່ຈຸດ, ປ້ອມກວດກາເຂົ້າເມືອງ-ອອກເມືອງ ...

Read More »

ດ່ວນທີ່ສຸດ!!!! ຈາກກະຊວງການຕ່າງປະເທດ ກ່ຽວກັບການໂຈະ ອອກວິຊ້າກັບດ່ານ

ກົມກົງສຸນ, ກະຊວງການຕ່າງປະເທດ ອອກແຈ້ງການໂຈະການອອກວີຊາກັບດ່ານສາກົນທີ່ມີຊາຍແດນຕິດກັບ ສປ ຈີນ.  ແຈ້ງການ ສະບັບເລກທີ 278/ກກສ.1 ນະຄອນຫຼວງວຽງຈັນ ລົງວັນທີ 02 ກຸມພາ 2020, ວ່າດ້ວຍທິດຊີ້ນຳຂອງຂັ້ນເທິງກ່ຽວກັບການໂຈະການອອກວີຊາກັບດ່ານສາກົນທີ່ມີຊາຍແດນຕິດກັບ ສປ ຈີນ ໃຫ້ບັນດານັກທ່ອງທ່ຽວທີ່ເດີນທາງມາຈາກ ສປຈີນ ເລີ່ມຕົ້ນປະຕິບັດແຕ່ວັນທີ 02 ກຸມພາ 2020 ເປັນຕົ້ນໄປ ຈົນກວ່າຈະມີການປ່ຽນແປງ ຕາມລາຍລະອຽດ ຂ້າງລຸ່ມນີ້.

Read More »