ຊີ້ແຈງ ! ຂັ້ນຕອນ ການຈົດທະບຽນ ເຮັດປຶ້ມສໍາມະໂນຄົວ ແລະ ມາດຕະການປະຕິບັດຕໍ່ຜູ້ລະເມີດ

ເພື່ອສືບຕໍ່ຄໍາຢືນຢັນ ຈະເລັ່ງແກ້ໄຂຫາງສຽງວິພາກວິຈານຂອງສັງຄົມ ທີ່ມີເຈົ້າໜ້າທີ່ເກັບຄ່າທໍານຽມ ແລະ ຄ່າບໍລິການຈົດທະບຽນເຮັດປຶ້ມສໍາມະໂນຄົວສູງເກີນກໍານົດທີ່ ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໃຫ້ສໍາພາດຕໍ່ນັກຂ່າວກະຊວງປ້ອງກັນຄວາມສະຫງົບ ໃນກາງເດືອນທີ່ຜ່ານມາ; ເຊິ່ງສັງຄົມ ໄດ້ໃຫ້ຄວາມສົນໃຈຕໍ່ການແກ້ໄຂບັນຫາດັ່ງກ່າວ.

ມາ ຮອດວັນທີ 26 ສິງຫາ 2019, ທ່ານໄດ້ໃຫ້ສໍາພາດເປັນຄັ້ງທີ 2 ໂດຍຢືນຢັນສືບຕໍ່ແກ້ໄຂຢ່າງເຂັ້ມງວດ ພ້ອມຊີ້ແຈງ ຂັ້ນຕອນ ການຈົດທະບຽນ ເຮັດປຶ້ມສໍາມະໂນຄົວ ແລະ ມາດຕະການຕໍ່ຜູ້ລະເມີດ.

ພົຈວ ຄໍາສາຍ ຈັນທະວົງ ຢືນຢັນວ່າ: ເພື່ອສືບຕໍ່ການແກ້ໄຂຫາງສຽງວິພາກວິຈານຂອງສັງຄົມ ທີ່ມີເຈົ້າ ໜ້າທີ່ເກັບຄ່າທໍານຽມ ແລະ ຄ່າບໍລິການຈົດທະບຽນເຮັດປຶ້ມສໍາມະໂນຄົວສູງເກີນກໍານົດ ແລະ ທັງເປັນການຊຸກຍູ້ໃຫ້ບັນດາກົມກອງທ້ອງຖິ່ນ, ພະນັກງານ-ນັກຮົບທີ່ເຮັດວຽກງານດັ່ງກ່າວ ປະຕິບັດໜ້າທີ່ວຽກງານໃຫ້ມີຄວາມເຂັ້ມງວດ ແລະ ສອດຄ່ອງກັບຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1234/ປກສ,

ລົງວັນທີ 24 ມິຖຸນາ 2019 ວ່າດ້ວຍຄ່າທໍານຽມ, ຄ່າບໍລິການໃນວຽກງານວິຊາສະເພາະຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານຢ່າງເຂັ້ມງວດ, ແນ່ໃສ່ລົບລ້າງຫາງສຽງທີ່ບໍ່ດີຕໍ່ກັບການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ ໂດຍສະເພາະແມ່ນເຈົ້າໜ້າທີ່ຕໍາຫຼວດ ກະຊວງ ປກສ ທີ່ເຮັດວຽກງານຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຈຶ່ງໄດ້ຊີ້ແຈງຢ່າງລະອຽດດັ່ງລຸ່ມນີ້.

ຂັ້ນຕອນ ການຈົດທະບຽນ ເຮັດປຶ້ມສໍາມະໂນຄົວ ແລະ ບັດປະຈໍາຕົວ ມີດັ່ງນີ້:

ໃບຄໍາຮ້ອງຂໍຈົດທະບຽນສໍາມະໂນຄົວ

ປຶ້ມບັນທຶກແຈ້ງຄົນມີໜ້າຢູ່ໃນຄອບຄົວ (ຮ່າງໃຫຍ່)

ປື້ມທະບຽນປະຫວັດບຸກຄົນສໍາລັບຜູ້ມີອາຍຸ 15 ປີ ຂຶ້ນໄປ ( ຮ່າງນ້ອຍ ),

ຮູບຖ່າຍຂະໜາດ 3×4 ຜູ້ລະ 4 ໃບ (ນັບແຕ່ 6 ເດືອນຂຶ້ນໄປ),

ກໍລະນີຈະເອົາເດັກໄປຕ່າງປະເທດຕ້ອງຕິດຮູບ ນັບແຕ່ມື້ເກີດ (ພື້ນສີຂາວ, ບໍ່ໃຫ້ໃສ່ເສື້ອສີຂາວ),

ໃບຢັ້ງຢືນພົນລະເມືອງ,ໃບຄໍາຮ້ອງຂໍ້ຍົກຍ້າຍ (ສໍາລັບຜູ້ຍົກຍ້າຍມາຢູ່ໃໝ່),

ສໍາເນົາສໍາມະໂນຄົວ ແລະ ບັດປະຈໍາຕົວ (ສໍາລັບຜູ້ຈົດທະບຽນສໍາມະໂນຄົວມາກ່ອນ)

ສໍາເນົາໃບຈົດທະບຽນການເກີດ (ສໍາລັບເດັກເກີດໃໝ່),

ສໍາເນົາໃບຢັ້ງຢືນການເອົາເດັກມາ ເປັນລູກລ້ຽງຈາກຂະແໜງຍຸຕິທໍາເມືອງ (ຖ້າມີ),

ສໍາເນົາໃບຈົດທະບຽນການແຕ່ງດອງ-ໃບຢ່າຮ້າງ (ສໍາລັບຜູ້ມາເປັນໃພ້-ເປັນເຂີຍ),

ໃບທະບຽນການປ່ຽນຊື່ ຫຼື ນາມສະກຸນ ຈາກຂະແໜງພາຍໃນເມືອງ (ສໍາລັບຜູ້ທີ່ປ່ຽນຊື່ ແລະ ນາມສະ ກຸນ),

ໃບຢັ້ງຢືນຈາກເອກອັກຄະລັດຖະທູດ ຫຼື ສະຖານກົງສູນໃຫຍ່ ແລະ ພາກສ່ວນທີ່ກ່ຽວຂ້ອງ (ສໍາລັບຄົນຕ່າງດ້າວ),

ຂໍ້ຕົກລົງອະນຸຍາດຢູ່ລາວຖາວອນຂອງລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ສໍາລັບຄົນຕ່າງ ດ້າວ ແລະ ຄົນບໍ່ມີສັນຊາດ),

ໃບແຈ້ງການຈົດທະບຽນສໍາມະໂນຄົວຂອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ (ສໍາລັບຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ).

ສໍາລັບກໍານົດເວລາໃນ ການຈົດທະບຽນ ແລະ ເຮັດປຶ້ມສໍາມະໂນຄົວ ມີຄື: ພາຍຫຼັງປະກອບເອກະສານຂໍຈົດທະບຽນສໍາມະໂນຄົວ ແມ່ນໄດ້ເຊັນຫົວໜ້າຄອບຄົວ, ຜູ້ຄໍ້າປະກັນ, ນາຍບ້ານ, ປກສ ກຸ່ມບ້ານ, ມາຍື່ນຕໍ່ເຈົ້າ ໜ້າທີ່ທະບຽນຄອບຄົວ ປກສ ເມືອງ ເປັນຜູ້ກວດກາ, ຄົ້ນຄວ້າເອກະສານ ນໍາສະເໜີກອງບັນຊາການ ປກສ ເມືອງ ອະນຸຍາດຈົດທະບຽນສໍາມະໂນຄົວຕາມກົດໝາຍ ແລະ ລະບຽບການ ພາຍໃນ 5 ວັນລັດຖະການ (ນັບແຕ່ມື້ໄດ້ຮັບເອກະສານ).

ພ້ອມກັນນີ້, ພົຈວ ຄໍາສາຍ ຈັນທະວົງ ຍັງໄດ້ຊີ້ແຈງ ເຖິງມາດຕະການປະຕິບັດຕໍ່ຜູ້ລະເມີດຢ່າງເຂັ້ມງວດ ຄື: ສໍາລັບບຸກຄົນ, ນິບຸກຄົນ ຫຼື ການຈັດຕັ້ງຈະຕ້ອງໄດ້ສຶກສາອົບຮົມ, ກ່າວເຕືອນ ໂດຍການຈັດຕັ້ງທີ່ກ່ຽວຂ້ອງ, ມີການໂຈະນະໂຍບາຍຕ່າງໆ 1 ສະໄໝ. ປົດຊັ້ນ, ປົດຕໍາແໜ່ງ ແລະ ຍົກຍ້າຍໜ້າທີ່.ຖ້າຫາກກໍລະນີຮ້າຍແຮງ ຈະໄດ້ສະເໜີຂັ້ນເທິງປະຕິບັດວິໄນອອກຈາກກໍາລັງ ແລະ ດໍາເນີນຄະດີຕາມກົດໝາຍ.

ໃນການແກ້ໄຂບັນຫາດັ່ງກ່າວ, ຄະນະນໍາກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ມີການປະສານສົມທົບກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະໄດ້ເປີດກອງປະຊຸມຮ່ວມກັບກົມການເງິນ ກົມໃຫຍ່ພະລາທິການ ກະຊວງ ປກສ ເພື່ອປຶກສາຫາລືສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຂໍ້ຕົກລົງ 1234/ປກສ ຂອງລັດຖະມົນຕີກະຊວງ ປກສ,

ໄດ້ສ້າງເປັນບົດແນະນໍາຂອງລັດຖະມົນຕີກະຊວງ ປກສ ເພື່ອແນະນໍາກົມກອງທ້ອງຖິ່ນຈັດຕັ້ງປະຕິບັດເປັນເອກະພາບລວມເປັນປະຕູດຽວ, ຍົກສູງ, ຊຸກຍູ້ບັນດາກອງບັນຊາການ ປກສ ແຂວງ, ປກສ ເມືອງ, ພະນັກງານ-ນັກຮົບ ຍົກສູງຄວາມຮັບຜິດຊອບ, ຍົກສູງຄວາມເປັນເຈົ້າການປະຕິບັດຂໍ້ຕົກລົງຂອງລັດຖະມົນຕີ ແລະ ໄດ້ສົ່ງພະນັກງານລົງຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານດັ່ງກ່າວ; ເຊິ່ງເຫັນວ່າຫາງສຽງຕໍ່ບັນຫາດັ່ງກ່າວໄດ້ຫຼຸດລົງຈາກເມື່ອກ່ອນຫຼາຍສົມຄວນ.

Comments