ພາບບັນຍາກາດ ໂລະລາດນະຄອນຫຼວງພະບາງ ໃນບຸນຫໍ່ເຂົ້າປະດັບດິນ

ໃນຕອນເຊົ້າມື້ນີ້ ວັນທີ 28 ສີງຫາ, ອົງການປົກຄອງນະຄອນຫຼວງພະບາງ ໄດ້ຈັດງານລົງຕະຫຼາດນັດແບບມວນຊົນ ຫຼື ໂລະລາດ ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດິນ ແລະ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2562 ຄສ 2019. ໂດຍມີ ທ່ານ ອາຊາງ ລາວລີ, ທ່ານ ສົມສະຫວາດ ເລັ່ງສະຫັວດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນນະຄອນ-ເມືອງ, ມວນຊົນທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໄດ້ຈັດຂຶ້ນເປັນປະຈຳພໍຮອດມື້ແຮມ 13 ຄໍ່າ ເດືອນ 9 ຢູ່ຖະໜົນສີ ສະຫວ່າງວົງ (ເສັ້ນທາງກາງເມືອງ) ເລີ່ມແຕ່ 3 ແຍກບ້ານຈູ້ມຄ້ອງ ຫາ 3 ແຍກ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ

ໄດ້ມີ ຊາວຄ້າຂາຍ ທັງພາຍໃນ ແລະຕ່າງປະເທດ, ພ້ອມດ້ວຍປະຊາຊົນພາຍໃນແຂວງຫຼວງພະບາງ ໄດ້ນຳເອົາສິນຄ້າ ແລະຜະລິດຕະພັນ ສີໄມ້ລາຍມືຂອງຕົນ ມາວາງສະແດງຂາຍ ເປັນຕົ້ນ ເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງກິນດື່ມ ແລະໝາກໄມ້ຊະນິດຕ່າງໆ ທີ່ນຳມາປະກອບເປັນເຂົ້າຫໍ່ໂປ້ ຫຼື ເຂົ້າປະດັບດີນ.

ພາຍຫຼັງສຳເລັດການໂລະລາດ ປະຊາຊົນບັນດາເຜົ່າ ຈະໄດ້ກະກຽມເຄື່ອງວັດຖຸທານ ເປັນຕົ້ນແມ່ນເຮັດເຂົ້າຕົ້ມ-ເຂົ້າໜົມ ພິເສດແມ່ນເຮັດເຂົ້າຫໍ່ໂປ້ ເພື່ອປະກອບພິທີໃນມື້ບຸນຫໍ່ເຂົ້າປະດັບດີນ, ສ່ວນວັນທີ່ 29 ກົງກັບມື້ແຮມ 14 ຄໍ່າ ເຊີ່ງເປັນມື້ບຸນຫໍ່ເຂົ້າປະດັບດີນ, ເລີ້ມແຕ່ຕອນເຊົ້າ ເວລາ 5 ໂມງ ການນຳພັກ-ລັດ ຈະໄດ້ຮ່ວມກັນໃສ່ບາດທີ່ໜ້າວັດແສນສຸຂາຣາມ ຈາກນັ້ນເວລາ 9 ໂມງ ຈະໄດ້ເຕົ້າໂຮມກັນທີ່ຜາມໄຊເຮືອຊ່ວງ ບ້ານຊຽງທອງ-ຄີລີ ເພື່ອຈັດງານບຸນຊ່ວງເຮືອປະເພນີ

ຂ່າວ: ອາພຸດເດດ ບຸບຜາ

ໂລະລາດບຸນເດືອນ 9.2019 ເມືອງໍລະດົກໂລກ ຫຼວງພະບາງ

Posted by ຄົນມັກທ່ຽວ – Life is journey on Tuesday, August 27, 2019

ທີ່ມາ: Lao National Radio

Comments