ຂ່າວ ພາຍໃນປະເທດ

ຊ້າງປ່າ 16 ໂຕ ທຳລາຍຜົນລະປູກປະຊາຊົນບ້ານ ຫາດແອນ ເມືອງຫຼາ ແຂວງອຸດົມໄຊ

ໃນວັນທີ 15-16 ສິງຫາ 2019 ໄດ້ຮັບແຈ້ງຈາກປະຊາຊົນວ່າ ມີຊ້າງປ່າ 16 ໂຕໄດ້ມາທຳລາຍຜົນລະປູກໄຮ່ເຂົ້າ ແລະ ຖຽງໄຮ່ ປະຊາຊົນບ້ານ ຫາດແອນ ເມືອງຫຼາ ແຂວງອຸດົມໄຊ, ດັ່ງນັ້ນ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ເມືອງ, ອົງການປົກຄອງເມືອງຫຼາ, ກຳລັງປກຊ-ປກສ ແລະ ຊາວບ້ານ ໄດ້ຊ່ວຍກັນໄລ່ອອກຈາກພື້ນທີ່ເຂດທຳການຜະລິດ ຊ້າງ 16 ໂຕບໍ່ຍອມອອກຈາກປ່າໃນເຂດດັ່ງກ່າວເນື່ອງຈາກ ມີລູກນ້ອຍອ່ອນ 2 ໂຕ, ຈຶ່ງໄດ້ນຳໃຊ້ອາວຸດທີ່ມີສຽງດັງຄູ່ຈຶ່ງຍອມໝີ,  ຊ້າງດັ່ງກ່າວແມ່ນຈຳນວນຊ້າງປ່າຍູ່ເຂດພູແທ່ນ ທັງໝົດ 20 ກ່ວາໂຕ. ປັດຈຸບັນ, ຊ້າງຝູງ 16 ໂຕໄດ້ກັບເຂົ້າປ່າ ບ່ອນທີ່ເຄີຍຢູ່ອາໃສແລ້ວ

Read More »

ຮ້ານອາຫານແຄມນໍ້າງື່ມ ເກີດດິນເຈື່ອນຊຸພັງເສຍຫາຍໜັກ

ຮ້ານອາຫານແຄມນໍ້າງື່ມ ເມືອງໄຊທານີ ເກີດດິນເຈື່ອນຊຸພັງເສຍຫາຍໜັກຕອນທ່ຽງມື້ນີ້ 16 ສິງຫາ 2019 ໄດ້ເກີດດິນຕະລິ່ງແຄມນໍ້າຊຸພັງເອົາໝົດຮ້ານຊົມວິວຟາກຕະເວັນອອກຫົວຂົວ (ເບື້ອງຈຸດເກັບເງິນເກົ່າ), ໂດຍໃນປັດຈຸບັນແມ່ນຄວາມຂຸ້ນຂ້ຽວຍົກຍ້າຍຮ້ານອາຫານເຮືອແພ ແລະ ຮ້ານແຄມງື່ມຈຸດທີ່ມີຄວາມສ່ຽງ. ເມື່ອເຫັນເຫດການເກີດຂຶ້ນແບບນີ້ແລ້ວ ປະຊາຊົນທີ່ອາໄສຢູ່ເຂດແຄມແມ່ນໍ້າຕ່າງໆ ຫຼື ອາໄສຢູ່ຈະດສ່ຽງທີ່ຈະເກີດຂຶ້ນກໍຈົ່ງເພີ່ມສະຕິລະວັງຕົວໄວ້. ທີ່ມາ: ABC Laos news ສຳນັກຂ່າວເອບີຊີລາວ Breaking news Posted by Lao Youth Radio FM 90.0 Mhz on Friday, August 16, 2019

Read More »

ສະຖານທູດໄທຈັດກິດຈະກຳຈິດອາສາ “ເຮົາທໍາຄວາມດີ ດ້ວຍຫົວໃຈ”

ວັນທີ 15 ສິງຫາ2019 ທີ່ຜ່ານມາ ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ແລະ ພັນລະຍາ ພ້ອມດ້ວຍພະນັກງານປະຈໍາສະຖານເອກອັກຄະຣາຊະທູດ, ພະນັກງານທີມປະເທດໄທ ປະຈຳ ສປປ ລາວ ແລະ ຊາວໄທໃນ ສປປ ລາວ ໄດ້ຈັດກິດຈະກໍາຈິດອາສາ “ເຮົາທໍາຄວາມດີ ດ້ວຍຫົວໃຈ” ດ້ວຍການຈັດພິທີມອບເຮືອນຄົວ ໃຫ້ແກ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ. ໃນພິທີທ່ານເອກອັກຄະຣາຊະທູດ ໄດ້ສົ່ງ-ມອບເຮືອນຄົວ ແລະ ປ້າຍຊື່ໂຮງຮຽນ ເຊິ່ງສະຖານເອກອັກຄະຣາຊະທູດ ໄດ້ສະໜັບສະໜູນງົບປະມານໃນການກໍ່ສ້າງລວມປະມານ 750.000 ບາດ ຫຼື ປະມານ 219.000.000 ກີບ ໃຫ້ແກ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ. ເຂົ້າຮ່ວມໃນພິທີມີທ່ານ ສົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ,ກິດຈະກຳຄັ້ງນີ້ ເປັນການສານຕໍ່ກິດຈະກຳບຳເພັນສາທາລະນະປະໂຫຍດ ເນື່ອງໃນໂອກາດມະຫາມຸງຄຸນ ພຣະຣາຊະພິທີບໍຣົມຣາຊາພິເສກ ພຸດທະສັກກະຣາດ 2562 ແລະ ວັນສະເຫຼີມພະຊົນມະພັນສາສົມເດັດພຣະນາງເຈົ້າພຣະບໍຣົມຣາຊິນີ ປະຈຳປີພຸດທະສັກກະຣາດ 2562.  

Read More »

ແຈ້ງຂ່າວດີສຸດໆ! ປັບລົງລາຄານໍ້າມັນໃນທົ່ວປະເທດ ເລີ່ມທີ 17 ສິງຫານີ້

ຖືວ່າເປັນຂ່າວດີ ສຳລັບປະຊາຊົນບທົ່ວປະເທດ ເນື່ອງຈາກກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະກາດປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະທດ. ເຊິ່ງການປັບລາຄາໃນຄັ້ງນີ້ ແມ່ນປັບລົງລາຄານໍ້າມັນແອັດຊັງພິເສດ 170/ລິດ; ນໍ້າມັນແອັດຊັງທຳມະດາ 170/ລິດ ແລະ ນໍ້າມັນກາຊວນ 150 ກີບ/ລິດ. ລາຄານີ້ແມ່ນໃຫ້ເລີ່ມປະຕິບັດ ໃນວັນທີ 17 ສິງຫາ 2019 ເວລາ 6:00 ໂມງ ໃນຂອບເຂດທົ່ວປະເທດ.

Read More »

ສື່ອອນລາຍ ຕ້ອງມີຄວາມຮັບຜິດຊອບຕໍ່ເນື້ອໃນທີ່ຕົນເອງນໍາສະເໜີອອກໄປ

ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮຽກຮ້ອງໃຫ້ບັນດາສື່ອອນລາຍຕ້ອງມີຄວາມຮັບຜິດຊອບຕໍ່ເນື້ອໃນທີ່ຕົນເອງໄດ້ນໍາສະເໜີອອກໄປສູ່ສັງຄົມ. ໃນຂະນະດຽວກັນ ກໍຕ້ອງໄປຂຶ້ນທະບຽນຕາມແຈ້ງການທີ່ກະຊວງ ແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ອອກໄປເມື່ອບໍ່ດົນມານີ້ ເພື່ອໃຫ້ການເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ. ໃນໂອກາດໂອ້ລົມຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 69 ປີ ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນທີ 13 ສິງຫາຜ່ານມານີ້, ທ່ານສຈ.ປອ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ກ່າວເນັ້ນວ່າ: ການທີ່ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ປະກາດໃຫ້ບັນດາສື່ອອນລາຍ ເຂົ້າມາຂຶ້ນທະບຽນຢ່າງເປັນທາງການນັ້ນ ບໍ່ແມ່ນການຈໍາກັດສິດເສລີພາບໃນການປາກເວົ້າ ແລະ ການສະແດງຄວາມຄິດຄວາມເຫັນຕ່າງໆ ແຕ່ຢ່າງໃດ ແຕ່ມັນເປັນການເຮັດໃຫ້ສື່ອອນລາຍຕ້ອງມີຄວາມຮັບຜິດຊອບໃນການປາກເວົ້າ ຫຼື ໃນການນຳສະເໜີບັນດາເນື້ອຫາຂອງຕົນອອກໄປສູ່ສັງຄົມ ເພາະທຸກຄົນສາມາດປາກເວົ້າ ແລະ ສະແດງຄວາມເຫັນໄດ້ ແຕ່ຕົນເອງຕ້ອງມີຄວາມຮັບຜິດຊອບໃນສິ່ງທີ່ຕົນເອງເວົ້າ ແລະ ສະແດງຄວາມເຫັນອອກໄປ, ບໍ່ແມ່ນໃສ່ຮ້າຍປ້າຍສີຄົນອື່ນແລ້ວບໍ່ອອກມາສະແດງຄວາມຮັບຜິດຊອບ. ທຸກປະເທດລ້ວນແຕ່ມີກົດໝາຍ, ໃຜເຮັດຜິດກໍ່ຕ້ອງຮັບຜິດຊອບຄວາມຜິດຕໍ່ໜ້າກົດໝາຍ, ໃຜເຮັດຖືກກໍ່ຕ້ອງໄດ້ຮັບການຍ້ອງຍໍຊົມເຊີຍຕໍ່ໜ້າກົດໝາຍ, ເຊັ່ນດຽວກັບປະເທດລາວ ...

Read More »

ນາຍົກ ຢ້ຽມຢາມປະຊາຊົນ ທີ່ຈາກການເປັນຂໍທານ ມາດຳເນີນການຜະລິດກະສິກຳແບບຄົງທີ່ ແລະ ຍືນຍົງ

ຊື່ສຽງດັງກ້ອງທົ່ວຟ້າເມືອງລາວກັບໂຄງການພິກຊີວິດຊາວບ້ານຜູ້ທຸກຍາກໃນເມືອງຈຳພອນ ແຂວງສະຫວັນນະເຂດ ໃຫ້ມີຊີວິດໃໝ່ດ້ວຍການມີວຽກເຮັດງານທຳ ແລະມີອາຊີບ ເຊິ່ງຜ່ານມາມີປະຊາຊົນຈຳນວນຫຼາຍລ້ວນຊື່ນຊົມນ້ຳໃຈເສຍສະຫຼະຂອງ ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານນ້ຳກ້ອນ-ນ້ຳດື່ມໂລມາຄຳທີ່ໄດ້ສະຫຼະເງິນສ່ວນຕົວຫຼາຍຕື້ກີບໄປຊ່ວຍຊາວບ້ານເຫຼົ່ານັ້ນ. ໂຄງການພັດທະນາຊີວິດໃໝ່ຂອງຊາວບ້ານຄຳປະແໜ ແລະບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດ ຈະເວົ້າໄປແລ້ວໄດ້ສິ້ນສຸດໄລຍະການເບິ່ງແຍງຂອງທ່ານເກຍແລ້ວ ແຕ່ໂຄງການ ແລະບັນດາກິດຈະກຳຍັງຕ້ອງດຳເນີນຕໍ່ ເພາະນັ້ນຄືຊີວິດໃໝ່ອາຊີບໃໝ່ຂອງປະຊາຊົນຫຼາຍຮ້ອຍຄົນ. ເພື່ອເປັນຕົ້ນແບບຂອງການພັດທະນາຄວາມເປັນຢູ່ໃຫ້ແກ່ປະຊາຊົນ ແລະເປັນການສະແດງເຖິງນ້ຳໃຈຄວາມເປັນຫ່ວງເປັນໄຍຈາກລັດຖະບານເຖິງຊາວບ້ານຜູ້ທຸກຍາກໃນວັນທີ 14 ສິງຫາ 2019, ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມປະຊາຊົນທີ່ຫັນປ່ຽນອາຊີບຈາກການຂໍທານ ມາດຳເນີນການຜະລິດກະສິກຳແບບຄົງທີ່ ແລະ ຍືນຍົງ, ພາຍໃຕ້ໂຄງການຊ່ວຍເຫຼືອປະຊາຊົນຂອງນັກພັດທະນາດີເດັ່ນແຫ່ງຊາດ ທ່ານ​ ເກຍ​ ອູ໊ສິດທິເດດ​ ທີ່ໄດ້ເສຍສະຫຼະທຶນຮອນຕົນເອງເຂົ້າໃນການຊ່ວຍເຫຼືອປະຊາຊົນ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກດ້ວຍງົບ 15 ຕື້ກວ່າກີບ ພ້ອມປະຕິບັດ 18 ໜ້າວຽກ ເຮັດໃຫ້ປະຊາຊົນເຊົາຂໍທານຫັນມາຜະລິດເພື່ອລ້ຽງຊີບ. ທ່ານ ເກຍ ອູ໋ສິດທິເດດ ໄດ້ກ່າວວ່າ: ການມີສ່ວນຮ່ວມໂຄງການ ລຶບລ້າງຄວາມທຸກຍາກຂອງປະຊາຊົນຢູ່ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ, ເມືອງຈຳພອນ ແຂວງສະຫວັນນະເຂດ ໃນໄລຍະ 3 ປີ (2016-2018) ແມ່ນເລີ່ມຕົ້ນຈາກການເຫັນເອກະສານສະເໜີປຸກລະດົມຈາກເຈົ້າເມືອງໆຈຳພອນ ໂດຍຜ່ານການເຫັນດີຈາກທ່ານເຈົ້າແຂວງໆສະຫວັນນະເຂດ, ເບື້ອງຕົ້ນມີ ...

Read More »

ພົບຄົນຕ່າງປະເທດເອົາວີຊາທ່ອງທ່ຽວເຂົ້າມາລາວ ແຕ່ມາເຮັດທຸລະກິດ

ເຈົ້າໜ້າທີ່ແຂວງສາລະວັນໄດ້ລາຍງານໃນມື້ເຊົ້າ ວັນທີ 14 ສິງຫາ 2019 ວ່າ ໄດ້ກວດພົບຄົນ ຕ່າງປະເທດຈຳນວນຫຼາຍທີ່ເອົາໜັງສືເດີນທາງ ຫຼື ວີຊານັກທ່ອງທຽ່ວເຂົ້າມາລາວ ແຕ່ມາ ເຮັດວຽກຢູ່ໃນ ສປປ ລາວ ໂດຍສະ ເພາະພາຍໃນແຂວງດັ່ງກ່າວ. ເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ, ພະແນກແຮງງານ ແລະ ສະ ຫວັດດີການສັງຄົມ ແຂວງ ຮ່ວມກັບ ປກສ ແຂວງ, ເມືອງ ແລະ ເຈົ້າໜ້າທີ່ດ່ານລະໄລ ກຳລັງເລັ່ງກວດສອບຄົນຕ່າງປະເທດທີ່ເດີນທາງເຂົ້າ-ອອກດ່ານດັ່ງກ່າວ ໂດຍສະເພາະ ຄົນຫວຽດນາມ ແລະ ຈີນ ທີ່ເອົາວີຊາ ຫຼື ໜັງສືເດີນທາງນັກທ່ອງທ່ຽວ ແຕ່ມາເຮັດວຽກ, ດຳເນີນທຸລະກິດຄ້າຂາຍ ເຊັ່ນ: ວຽກກໍ່ສ້າງ, ຄ້າຂາຍ, ເປີດຮ້ານເສີມສວຍ, ຮ້ານອາຫານ ແລະ ອື່ນໆ, ເຊິ່ງຜິດກົດໝາຍຂອງລາວ. ທ່ານ ສຳລີ ໂພທິສານ ຫົວໜ້າຄຸ້ມຄອງ ດ່ານສາກົນລະໄລ ໄດ້ກ່າວຕໍ່ທີມງານ ວຽງຈັນທາຍວ່າ: ເຈົ້າໜ້າທີ່ຢູ່ດ່ານໄດ້ມີ ການສົມທົບກັບບັນດາພະແນກທີ່ກ່ຽວຂ້ອງ ລົງກວດກາໜັງສືຜ່ານແດນຂອງອ້າຍນ້ອງ ກຳມະກອນ, ຊາວຄ້າຂາຍ, ຜູ້ເຮັດທຸລະກິດ ແລະ ...

Read More »

ສະຖານທູດໄທຈັດງານ Thai Night

ສະຖານເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ຮ່ວມກັບການທ່ອງທ່ຽວແຫ່ງປະເທດໄທ ສໍານັກງານໂຮ່ຈິມິນ ສສ ຫວຽດນາມໄດ້ຈັດງານ Thai Night ຂຶ້ນທີ່ໂຮງແຮມ ຄລາວພລາຊາ ວຽງຈັນ ໃນຕອນຄໍ່າຂອງວັນທີ 8 ສິງຫາ 2019 ທີ່ຜ່ານມາ. ເປັນກຽດເຂົ້າຮ່ວມງານໃນຄັ້ງນີ້ມີທ່ານ ອຸ່ນທ່ວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍບັນດາແຂກຖືກເຊີນ ລວມທັງພາກທຸລະກິດການບິນ,ນັກທຸລະກິດ ຜູ້ປະກອບການ ແລະ ການບໍລິການການທ່ອງທ່ຽວ ທັງລາວ-ໄທ ເຂົ້າຮ່ວມຢ່າງຫຼວງຫຼາຍ. ໃນພິທີ ທ່ານ ກຽດຕິຄຸນ ຊາດປຣະເສີດເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວໄດ້ເປັນກຽດຂຶ້ນກ່າວສະແດງຄວາມຂອບໃຈ ຕໍ່ບັນດາແຂກຜູ້ມີກຽດ ແລະ ຜູ້ໃຫ້ການປະກອບສ່ວນສະໜັບສະໜູນ ຈາກພາກສ່ວນຕ່າງໆ ທີ່ເຮັດໃຫ້ງານຄັ້ງນີ້ດໍາເນີນໄປດ້ວຍບັນຍາກາດທີ່ຄຶກຄື້ນມ່ວນຊື່ນ ແລະ ມີຄວາມໝາຍຢ່າງຍິ່ງ ຕໍ່ການສົ່ງເສີມສາຍພົວພັນມິດຕະພາບ ກໍຄືສົ່ງເສີມວຽກງານການທ່ອງທ່ຽວຂອງສອງປະເທດໄທ-ລາວ ໃຫ້ນັບມື້ຂະຫຍາຍຕົວ. ທ່ານ ທູດໄດ້ຍົກໃຫ້ເຫັນຕື່ມອີກວ່າ: ປີຜ່ານມານັກທ່ອງທ່ຽວຈາກ ສປປ ລາວ ເດີນທາງເຂົ້າໄປທ່ອງທ່ຽວໃນປະເທດໄທ ມີຕົວເລກສູງເຖິງ 1,7 ...

Read More »

ອະຫິວາໝູອາຟຣິກາ ລະບາດ 13 ແຂວງ ມູນຄ່າເສຍຫາຍຫຼາຍກວ່າ 4 ຕື້ກີບ

ພະຍາດອະຫິວາໝູອາຟຣິກາ ລະບາດແລ້ວເກືອບທົ່ວປະເທດລາວ ໂດຍມີພຽງ 5 ແຂວງເທົ່ານັ້ນ ທີ່ຍັງບໍ່ພົບການລະບາດ ເຊິ່ງມີໝູຕິດເຊື້ອຕາຍເອງ 4.192 ໂຕ, ຂ້າທໍາລາຍ 2.207 ໂຕ ລວມມູນຄ່າເສຍຫາຍເບື້ອງຕົ້ນປະມານ 4 ຕື້ກີບ ເຊິ່ງບາງເຂດກໍສາມາດຄວບຄຸມການລະບາດໄດ້ແລ້ວ. ສ່ວນຂະແໜງການກ່ຽວຂ້ອງ ເນັ້ນເອົາໃຈໃສ່ປະຕິບັດຕາມມາດຕະການຄວບຄຸມ ເພື່ອປ້ອງກັນການລະບາດເປັນວົງກວ້າງຕື່ມອີກ. ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ໃຫ້ສໍາພາດວ່າ: ປັດຈຸບັນພະຍາດອະຫິວາໝູອາຟຣິກາ ໄດ້ແຜ່ລະບາດໄປແລ້ວ 13 ແຂວງ, ມີ 27 ເມືອງ 57 ບ້ານໃນທົ່ວປະເທດ, ຈາກການລາຍງານເບື້ອງຕົ້ນມີໝູທີ່ສ່ຽງຕິດເຊື້ອທັງໝົດ 13.200 ກວ່າໂຕ, ມີໝູຕິດເຊື້ອຕາຍເອງ 4.192 ໂຕ, ຂ້າທໍາລາຍ 2.207 ໂຕ ລວມມູນຄ່າເສຍຫາຍເບື້ອງຕົ້ນ 4 ຕື້ກີບ ເຊິ່ງຍັງພຽງ 5 ແຂວງເທົ່ານັ້ນ ທີ່ຍັງບໍ່ພົບການລະບາດ ຄື: ແຂວງອັດຕະປື, ຈໍາປາສັກ, ບໍ່ແກ້ວ, ຄໍາມ່ວນ ແລະ ແຂວງໄຊຍະບູລີ. ດັ່ງທີ່ຮູ້ກັນແລ້ວວ່າເຊື້ອພະຍາດນີ້ຍັງບໍ່ມີຢາປ້ອງກັນ. ...

Read More »

ນາຍົກ ຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ເມືອງຕຸ້ມລານ

ໃນຕອນບ່າຍຂອງວັນທີ 13 ສິງຫາ 2019, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມເຮັດວຽກຢູ່ເມືອງຕຸ້ມລານ, ແຂວງສາລະວັນ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງສາລະວັນ ພ້ອມດ້ວຍການນຳຂັ້ນແຂວງ ແລະ ເມືອງ, ພະນັກງານຫຼັກແຫຼ່ງພາຍໃນເມືອງຕຸ້ມລານໃຫ້ການຕ້ອນຮັບ. ກອ່ນການພົບປະໂອ້ລົມ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານຫຍໍ້ກຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງຈາກທ່ານເຈົ້າເມືອງຕຸ້ມລານ, ຊຶ່ງທ່ານໄດ້ຕີລາຄາວ່າທົ່ວເມືອງຕຸ້ມລານ ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຊຶ່ງເປັນພື້ນຖານໃນການພັດທະນາເສດຖະກິດ-ສັງຄົມ, ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື້ອງ, ນອກຈາກນັ້ນຍັງໄດ້ຍົກໃຫ້ເຫັນບາງບັນຫາທີ່ເມືອງຕຸ້ມລານຂອງພວກເຮົາກຳລັງປະເຊີນ ເປັນຕົ້ນແມ່ນ: ການແຜ່ລະບາດຂອງພະຍາດອະຫິວາໝູອາຟຮີກາ, ການລະບາດຂອງພະຍາດໄຂຍຸ້ງ ແລະ ການເຝົ້າລະຫວັງການລະບາດຂອງພະຍາດໄອໄກ່, ຫຼັງຈາກນັ້ນ ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ບັນດາທ່ານລັດຖະມົນຕີກ່ຽວຂ້ອງມີຄຳເຫັນ, ຊີ້ແຈ້ງວິທີການປ້ອງກັນ ແລະ ຕອບໂຕ້ກັບພະຍາດດັ່ງກ່າວ, ພ້ອມດຽວກັນນີ້ທ່ານນາຍົກລັດຖະມົນຕີກໍ່ໄດ້ໂອ້ລົມຕໍ່ພໍ່ແມ່ປະຊາຊົນດ້ວຍຄວາມເປັນຫ່ວງເປັນໃຍ ພ້ອມທັງສະແດງຄວາມຂອບອຸກຂອບໃຈຕໍ່ການນຳຂອງເມືອງ ແລະ ພໍ່ແມ່ປະຊາຊົນທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ຕ້ອນທ້າຍ ທ່ານ ຈັນສະໝອນ ພົມມະແສງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຕຸ້ມລານກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານນາຍົກລັດຖະມົນຕີທີ່ໄດສະຫຼະເວລາຂອງທ່ານລົງມາຢ້ຽມຢາມໃນຄັ້ງນີ້ດ້ວຍ.

Read More »