ຊົມເຊີຍ! ຜະລິດຕະພັນລາວ “ຊາພັນປີ” ຜົ້ງສາລີໄດ້ລາງວັນຊະນະເລີດ ຊາສາກົນທີ່ຮົງກົງ

ດັ່ງທີ່ຫຼາຍຄົນຮູ້ຈັກກັນດີແລ້ວວ່າ ຜົ້ງສາລີ ເປັນແຂວງທີ່ຂຶ້ນຊື່ເລື່ອງຊາມາຍາວນານ, ຊາເປັນສິນຄ້າປາຍແຫຼມຂອງແຂວງທີ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດຍັງມີຄວາມຕ້ອງການສູງ ຫຼ້າສຸດ, ຊາແຂວງຜົ້ງສາລີ ສາມາດໄປຄວ້າລາງວັນຊະນະເລີດຈາກການປະກວດຊາສາກົນຢູ່ຮົງກົງໃນປີ 2019 ນີ້. ຜົນງານຊະນະເລີດຄັ້ງນີ້ ເປັນລາງວັນໃນສາຍ “ຊາຜູເອີ໋” ໃນນີ້ຊາທີ່ນຳເຂົ້າປະກວດເປັນຊາຈາກໂຮງງານຊາແສງຄຳ ແຂວງຜົ້ງສາລີ.

ທັງນີ້ ຊາຜູເອີ໋ ແມ່ນມີຕົ້ນກຳເນີດ ແລະ ນິຍົມປູກກັນໃນບໍລິເວນພາກໃຕ້ຂອງແຂວງຢູນນານ ປະເທດຈີນ ທີ່ເມືອງຜູເອີ໋ ນັບວ່າເປັນຊາທີ່ມີຊື່ສຽງ ແລະ ໂດ່ງດັງໃນປັດຈຸບັນ.

ຊາຊະນິດນີ້ຜູ້ໃດໄດ້ດື່ມເປັນຄັ້ງທຳອິດຈະຮູ້ສຶກວ່າມີກິ່ນແຮງ ແລະ ລົດຊາດເຂັ້ມຂຸ້ນຫຼາຍ ແຕ່ເມື່ອດື່ມຄັ້ງຕໍ່ໆໄປຈະຮູ້ສຶກຕິດໃຈ. ການເຂົ້າຮ່ວມແຂ່ງຂັນໃນງານຄັ້ງນີ້ ແມ່ນຢູ່ພາຍໃຕ້ການສະໜັບສະໜູນ ຈາກກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ໂຄງການໄບໂອເທຣດ ເພື່ອໂຄສະນາຊາລາວໃຫ້ເປັນທີ່ຮັບຮູ້ໃນຕະຫຼາດສາກົນ.

ທີ່ມາ: ຂ່າວສານເສດຖະກິດ-ການຄ້າ

Comments