ອາເມລິກາ ສະໜັບສະໜູນການເຝິກອົບຮົມທັກສະທາງສະດ້ານເຕັກໂນໂລຊີໃຫ້ແກ່ໄວໜຸ່ມລາວ

ໃນວັນທີ 22 ສິງຫາ 2019, ສະຫະລັດອາເມລິກາ ໄດ້ຮ່ວມກັບ ສູນບົ່ມທຸລະກິດ TOH-LAO ແລະ  ບໍລິສັດເຕັກໂນໂລຊີຊັັ້ນນໍາ ລວມທັງ ເຟສບຸກ ໄດ້ເປີດໂຄງການ AC STEM Lab ການເຝິກອົບຮົມຢ່າງເປັນທາງການ ເຊິ່ງຈັດຂຶ້ນເພື່ອສ້າງ ແລະ ຂະຫຍາຍ ຈໍານວນບຸກຄະລະກອນທີ່ມີທັກສະສູງເພື່ອຕອບສະໜອງໃຫ້ກັບການຈ້າງງານໃນຂະແໜງເຕັກໂນໂລຊີ ໃນ ສປປ ລາວ.

AC STEM Lab ແມ່ນໂຄງການລິເລີ່ມເຊິ່ງມີໄລຍະການຮຽນການສອນເປັນເວລາໜຶ່ງປີຢູ່ທີ່ສູນອາເມລິກາທາດດໍາ. ໂຄງການນີ້ແມ່ນໄດ້ໃຫ້ການເຝິກອົບຮົມໃຫ້ແກ່ບັນດາຜູ້ເຂົ້າຮ່ວມໃຫ້ມີທັກສະໃນການສ້າງ ແອັບພລິເຄຊັນ ສຳລັບໄອໂຟນ ແລະ ລະບົບເອນດຮອຍ, ການຂຽນໂປຣແກມ, ການອອກແບບເວບໄຊແລະ ການພັດທະນາທຸລະກິດ ລວມໄປເຖິງການສ້າງຄວາມຮັບຮູ້ ແລະ ກະກຽມຄວາມພ້ອມໃຫ້ບັນໄວໜຸ່ມໃນການມີສ່ວນຮ່ວມໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ, ວິສະວະກຳສາດ ແລະ ຄະນິດສາດ (STEM)ໃນສປປ ລາວ.

ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ຣີນາ ບິດເຕີ ໄດ້ເປັນເຈົ້າພາບເປີດງານເພື່ອຕ້ອນຮັບແຂກພິເສດຈາກເຟສບຸກປະຈຳທີ່ອາຊີປາຊິຟິກເຊິ່ງມີຫ້ອງການໃຫ່ຍທີ່ປະເທດສິງກະໂປພ້ອມທັງບັນດາຜູ້ນຳທາງດ້ານທຸລະກິດ ແລະ ຜູ້ຕາງໜ້າຈາກບໍລິສັດເຕັກໂນໂລຢີຊັ້ນນຳ ໃນ ສປປ ລາວ. ທ່ານທູດ  ຣີນາ ບິດເຕີ ໄດ້ກ່າວວ່າ: ນີ້ແມ່ນການລິເລີ່ມໃນການລົງທຶນທີ່ສຳຄັນທີ່ສຸດໃຫ້ແກ່ບຸຸກຄະລະກອນໃນ ສປປ ລາວ ນັ້ນກະຄືການສ້າງໄວໜຸ່ມ. ພວກເຮົາຫວັງວ່າການພັດທະນາໃນຂະແໜງການ ວິທະຍາສາດ, ເຕັກໂນໂລຢີ, ວິສະວະກຳສາດ ແລະ ຄະນິດສາດ (STEM)ແລະ ຍັງເປັນການ ຊ່ວຍເຂົ້າໃນການເລັ່ງການເຕີບໂຕໄລຍະກາງ ແລະ ໄລຍະຍາວໃນເສດຖະກິດດິຈິຕອນຂອງລາວ.

ໂດຍການສະໜັບສະໜູນເງິນທຶນຈາກລັດຖະບານສະຫະລັດອາເມລິກາ, ໜຶ່ງໃນເປົ້າໝາຍຫຼັກໆ ແມ່ນຊ່ວຍປິດຊ່ອງວ່າງຄວາມຕ້ອງການລະຫວ່າງ ຊັບພະຍາກອນມະນຸດທີ່ມີພອນສະຫວັນ ໃນຂະແໜງການ(STEM)ໃນ ສປປ ລາວ ແລະ ເພີ່ມຈຳນວນບັນດາບຸກຄະລາກອນທີ່ໄດ້ຮັບການເຝິກອົບຮົມຢູ່ພາຍໃນປະເທດ.

ໃນພິທີການເປີດງານດັ່ງກ່າວ, ທ່ານ Rafael Frankel, ຫົວໜ້າຊີ້ນຳວຽກງານທາງດ້ານນະໂຍບາຍຂອງ ເຟສບຸກ ປະຈຳຂົງເຂດອາຊີຕາເວັນອອກສຽງໃຕ້, ໄດ້ເຫັນເຖິງຄວາມສຳຄັນຂອງໂຄງການ AC STEM Lab ແລະ ໃຫ້ຄຳໝັ້ນສັນຍາຈະສົ່ງບັນດາຊ່ຽວຊານ ແລະ ຜູ້ເຝິກອົບຮົມເພື່ອປະກອບສ່ວນເຂົ້າໃນຊ່ວງການຮຽນພິເສດສຳລັບໂຄງການດັ່ງກ່າວອີກດ້ວຍ. ທ່ານ Frankel ກ່າວວ່າ:Facebook ມີຄວາມໝາຍໝັ້ນໃນການຊ່ວຍພັດທະນາທັກສະທາງດ້ານເຕັກນິກ ຢູ່ໃນຕະຫຼາດຫຼັກທົ່ວອາຊີຕາເວັນອອກສຽງໃຕ້ ແລະ ພວກເຮົາກໍມີຄວາມພາກພູມໃຈກັບໂອກາດອັນໃໝ່ນີ້ທີ່ ສປປ ລາວ.

ບໍລິສັດນຳໜ້າທາງດ້ານເຕັກໂນໂລຊີໃນ ສປປ ລາວ ນັ້ນກໍຄືບໍລິສັດ Bizgital ແລະ Lao IT Dev ຈະໄດ້ປະກອບສ່ວນເຂົ້າໃນການເປັນສ່ວນໜຶ່ງຂອງໂຄງການ ACSTEM Lab ເພື່ອສອນນັກຮຽນແບບບໍ່ເສຍຄ່າ ພ້ອມກັນນັ້ນຍັງມີບໍລິສັດ LOCA, Datacom, Cyberia Co. Ltd, ແລະ KP Group ຍັງຈະສະເໜີການເຝິກງານທີ່ໄດ້ຮັບຄ່າຈ້າງໃຫ້ແກ່ຜູ້ເຂົ້າຮ່ວມໂຄງການອີກດ້ວຍ.

ໂຄງການ AC STEM Lab ແມ່ນເປັນໂຄງການລ່າສຸດທີ່ສະໜັບສະໜູນໂດຍລັດຖະບານອາເມລິກາເພື່ອເປັນການຊຸກຍູ້ການຂະຫຍາຍໂຕທາງດ້ານເສດຖະກິດດິຈິຕ໋ອລໃນຂອບເຂດທົ່ວບັນດາປະເທດອາຊຽນ. ອາຊຽນແມ່ນເປັນພາກພື້ນທີ່ມີການເຕີບໂຕທາງດ້ານຜູ້ບໍລິໂພກອິນເຕີເນັດທີ່ໄວທີ່ສຸດໃນໂລກ ເຊິ່ງນັ້ນກໍມາຈາກການເພີ່ມຂຶ້ນໃນການນຳໃຊ້ໂທລະສັບມືຖື. ໃນໄລຍະຊຸມປີ 2006 ຫາ 2015 ທີ່ຜ່ານມາ, ໂຕເລກຜູ້ບໍລິໂພກສື່ອິນເຕີເນັດເພີ່ມຈາກ 198 ລ້ານຄົນມາເປັນ 784 ລ້ານຄົນ. ການເຕີບໂຕທາງດ້ານເສດຖະກິດ ແລະ ການຂະຫຍາຍຕົວຂອງພົນລະເມືອງທີ່ມີໄວໜຸ່ມເປັນສ່ວນຫຼາຍໃນອາຊຽນແມ່ນຈະໄດ້ຮັບຜົນປະໂຫຍດຈາກເສດຖະກິດດິຈິຕັນໃນຄັ້ງນີ້.

Comments