ຂ່າວ ພາຍໃນປະເທດ

ເຕືອນ! ໃຫ້ຫຼີກລ່ຽງໃຊ້ເສັ້ນຕັດໃໝ່ ກາສີ-ເມືອງນານ (ພູ 9 ຫຼັກ) ໃນໄລຍະຝົນນີ້

ຫົວໜ້າ​ພະ​ແນ​ກຈະລາຈອນ​ແຂວງຫຼວງ​ພະ​ບາງ ​ໄດ້ອອກ​ມາ​ເຕືອນຜູ້​ທີ່​ຈະ​ເດີນທາງ​ໄປ​ພາກ​ເໜືອ​ໃນ​ໄລຍະລະ​ດູ​ຝົນ​ນີ້,​​ ໂດຍ​ສະ​ເພາະ​ໄປ​ແຂວງ​ຫຼວງ​ພະ​ບາງ ຄວນ​ຫຼີກ​ລ່ຽງການ​ນໍາ​ໃຊ້​ເສັ້ນທາງ​ຕັດ​ໃໝ່ (​ພູ 9 ຫຼັກ) ​ກາສີ-​ເມືອງ​ນານ, ​ເນື່ອງ​ຈາກ​ເສັ້ນທາງ​ດັ່ງ​ກ່າວ​ຕັດ​ຜ່ານ​ພູ​ສູງ​ຊັນ, ໝື່ນ ​ແລະ ມີຫຼາຍ​ຈຸດ​ເປ​ເພ່ ​ເຊິ່ງ​ເປັນ​ອັນຕະລາຍ​ ​ແລະ ມີ​ຄວາມ​ສ່ຽງ​ເກີດອຸປະຕິ​ເຫດ​ໄດ້,​ ​ໂດຍ​ສະ​​ເພາະ​ລົດ​ຂົນ​ສົ່ງ, ​ໂດຍສານ​ ຫຼື ລົດ​ບັນທຸກ​ໜັກຕ່າງໆ​ແມ່ນ​ບໍ່ຄວນ​ໃຊ້​ເສັ້ນທາງ​ນີ້​ເດັດຂາດ ​ຫຼັງ​ຈາກ​ຜ່ານ​ມາ​ໄດ້ມີ​ອຸປະຕິ​ເຫດລົດ​ຕົກລົງ​ເຫ​ວ​ເປັນ​ຈໍານວນ​ຫຼາຍ​ລາຍ​ແລ້ວ, ຊຶ່ງ​ກໍລະນີ​ລ່າ​ສຸດ​ແມ່ນ​ອຸປະຕິ​ເຫດທີ່​ເກີດ​ຂຶ້ນ​ໃນວັນ​ທີ 19 ສິງຫາ​ນີ້, ​ໂດຍລົດ​ເມ​ນໍາ​ທ່ຽວ​​​ໜຶ່ງ​ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ, ພ້ອມ​​ດ້ວຍ​ພະນັກງານ​ນໍາ​ທ່ຽວຄົນ​ລາວ ​ລວມທັງ​ໝົດ 46 ຄົນ​ ​ໄດ້​ເກີດເສຍຫຼັກ​ປີ້ນລົງ​ເຫວ​ເລິກປະມານ 100 ກວ່າ​ແມັດ​ໃນ​ຈຸດຂົວ​ນໍ້າ​ງາ​ວ, ​ເມືອງ​ນານ​ແຂວງ​ຫຼວງ​ພະ​ບາງຢ່າງ​ຮຸນ​ແຮງ, ​ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຄາ​ທີ່ 13 ຄົນ. ທ່ານຍັງ​ໃຫ້​ຮູ້​ວ່າ: ​ເສັ້ນທາງ​ດັ່ງ​ກ່າວ​​ແມ່ນ​ສ້າງບໍ່ໄດ້​ມາດຕະຖານ,​​ ເນື່ອງຈາກ​​​ເປັນ​ເສັ້ນທາງຍຸດ​ທະສາດ​ຮັບ​ໃຊ້​ວຽກ​ງານທາງການ​ທະຫານ,​ ​ແຕ່​ເມື່ອ​ໄດ້ເປີດນໍາ​ໃຊ້ກໍ​​ມີຜູ້ຂັບ​ຂີ່​ພາຫະນະ​ນໍາ​ໃຊ້​ເສັ້ນທາງ​ດັ່ງ​ກ່າວ​ເປັນ​ຈໍານວນ​ຫຼາຍ, ​ເນື່ອງ​ຈາກ​ວ່າ​ຊ່ວຍ​ປະຢັດ​ເວລາ​ໃນ​ການ​ເດີນທາງ​ລະຫວ່າງ​ແຂວງວຽງ​ຈັນ​ຫາ​ຫຼວງ​ພະ​ບາງຫຼຸດລົງ​​ເຖິງ 3-4 ຊົ່ວ​ໂມງ​ເມື່ອ​ທຽບ​​ໃສ່ການ​ນໍາ​ໃຊ້​ເສັ້ນທາງ​ເກົ່າ (​ເມືອງ​ກາສີ-​ເມືອງພູ​ຄູນ), ແຕ່ຖ້າຫາກນັກ​ຂັບ​ຂີ່​ມີ​ຄວາມຈໍາ​ເປັນ​ໄດ້​ເດີນທາງ​ຜ່ານ​ເສັ້ນທາງນີ້​ ກໍ​ຂໍ​ໃຫ້​ມີ​ສະຕິ​ລະ​ມັດ​ລະວັງ​ທີ່​ສຸດ, ​ໃຫ້​ຄ່ອຍ​ໄປ​ຄ່ອຍ​ມາ, ສະພາບ​ເຕັກນິກລົດ​ກໍຕ້ອງ​ໃຫ້​ຮັບປະກັນ, ​ໂດຍ​ສະ​ເພາະ​ແມ່ນ​ລະບົບ​​ຫ້າມ​ລໍ້, ລະບົບ​ເກ່ຍຕ້ອງ​ດີ ​ເພື່ອ​ຄວາມ​ປອດ​ໄພ​ໃນ​ການ​ເດີນທາງ. ຂອບໃນຂໍ້ມູນຈາກ: ໜັງສືພິມລາວພັດທະນາ

Read More »

ເຕືອນ!!! ​ຜູ້ປົກຄອງ-ນັກ​ສຶກສາ ຢ່າ​ຫຼົງ​ເຊື່ອ​ການຫຼອກລວງແລ່ນເຂົ້າຮຽນ ມຊ

ເມື່ອ​ບໍ່ດົນມານີ້ທ່ານ ຄຳ​ຜົງ ນາມມະ​ວົງ​ມີ​ໄຊ ຫົວໜ້າຫ້ອງການວິຊາ​ການ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ໄດ້ອອກ​ມາ​ເຕືອນວ່າ: ຜ່ານມາ ໄດ້ມີ​ກຸ່ມ​ຄົນ​ບໍ່ດີ​ຈຳນວນໜຶ່ງ​ ເຄື່ອນ​ໄຫວຕົວະ​ຍົວະຫຼອກ​ລວງ​ຜູ້ປົກຄອງ, ກໍຄືພໍ່​ແມ່ ວ່າສາມາດ​​ວິ່ງ​ເຕັ້ນແລ່ນ​ເອົາ​ລູກ​ຫຼານ​​ເຂົ້າຮຽນຢູ່ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ໂດຍ​​ນັກ​ສຶກສາບໍ່ຕ້ອງຜ່ານ​ການ​ສອບ​ເສັງ ຫຼື ​ເສັງ​ບໍ່ຜ່ານ​ກໍ​ສາມາດປອມ​ແປງ​ລາຍ​ຊື່​ໃຫ້​ເຂົ້າຮຽນ​ໄດ້ ແລະ ​ໃນ​ຊຸມປີຜ່ານມາທາງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ ໄດ້​ພົບ​ເຫັນ​ກໍລະນີທີ່​ນັກ​ສຶກສາ​ໄດ້​ປອມ​ແປງ​ເອກະສານເຂົ້າ​ມາ​ເຊັ່ນ: ​ໃບ​ປະກາດ​ຈົບ​ຊັ້ນ ມໍປາຍ ​ແລະ ​ປ່ຽນລາຍ​ຊື່​, ລວມທັງການຊື້ຈ້າງເພື່ອ​ໄດ້ໃຫ້ເຂົ້າສຶກສາ​ຮ່ຳ​ຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ສຸດທ້າຍກໍບໍ່ໄດ້ຮັບຜົນທັງເສຍຊັບສິນເງິນ-ຄຳ ຈຳນວນບໍ່ໜ້ອຍ. ຢ່າງໃດກໍຕາມກຸ່ມຄົນບໍ່ດີຈໍານວນໜຶ່ງໄດ້ຖືກລົງໂທດທາງວິໄນ ແລະ ມອບໃຫ້​ເຈົ້າໜ້າທີ່​ດຳ​ເນີນ​ຄະດີ​ຕາມ​ລະບຽບກົດໝາຍມາ​ແລ້ວ. ດັ່ງ​ນັ້ນ ອີກ​ເທື່ອ​ໜຶ່ງ ທາງມະຫາວິທະຍາ​ໄລ​ແຫ່ງ​ຊາດ ກໍ​ໄດ້​ອອກ​ມາ​ເຕືອນ​ໃຫ້​ສັງຄົມ, ກໍ​ຄືຜູ້​ປົກຄອງນັກຮຽນ-ນັກ​ສຶກສາຢ່າ​ຫຼົງ​ເຊື່ອ​ກັບ​ການ​ຕົວະ​ຍົວະໃນລັກ ສະນະດັ່ງກ່າວ​ຢ່າງເດັດຂາດ ແລະ ​ທັງໄດ້​ຢືນຢັນວ່າ ​ການ​ສອບ​ເສັງ​ຄັດ​ເລືອກ​ເອົານັກ​ສຶກສາ​ເຂົ້າຮຽນ ຢູ່ມະຫາວິທະຍາ​ໄລ​ແຫ່ງ​ຊາດສົກຮຽນນີ້ ແມ່ນຈະເນັ້ນ​ຄວາມເຂັ້ມງວດ, ໂປ່​ງ​ໃສ ແລະ ຍຸຕິ​ທຳຫຼາຍຂຶ້ນ. ​ເນື່ອງຈາກປັດຈຸບັນການກວດ​ຄະ​ແນນ ​ແລະ ກວດ​ຂໍ້​ສອບ ​ແມ່ນ​ໄດ້​ໃຊ້​ມາດຕະຖານ​ສາກົນ ກໍຄືການນຳ​ໃຊ້​ລະບົບ​ຄອມ​ພິວ​ເຕີ ຊຶ່ງ​​ເຮັດ​ໃຫ້​ມີ​ຄວາມ​ວ່ອງ​ໄວ ​ແລະ ​ໂປ່​ງ​ໃສ​ທີ່​ສຸດ, ພ້ອມ​ນີ້ການ​ປະກາດຜົນ​ການ​ສອບ​ເສັງ​​ ແມ່ນໄດ້​ຜ່ານ​ການ​ກວດກາຂອງ​ຄະນະ​ກຳມະການ​ສອບ​ເສັງ​ລະດັບ​ຊາດ, ​ໂດຍ​ຈັດ​ລຽງຄະ​ແນນ​ແຕ່​ສູງຫາ​ຕ່ຳ ຕາມ​ເກນ​ມາດຕະຖານ​ຄະ​ແນນ​ທີ່​ກຳນົດ​ໃນ​ລາຍ​ວິຊາຢ່າງ​ເຂັ້ມ​ງວດ. ​ພາຍຫຼັງ​​ກວດກາ​ລາຍ​ຊື່ ແລະ ຄະ​ແນນ​ທີ່​ຖືກຕ້ອງ ​ໂດຍຜ່ານ​ການ​ຮັບຮອງ​ຜົນ​ສອບ​ເສັງຈາກ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ພາຍ​ໃນ ...

Read More »

ນາຍົກບໍ່ເຫັນດີ ທີ່ຈະໃຫ້ເອກະຊົນສຳປະທານສະໜາມກິລາແຂວງຈຳປາສັກ ເພື່ອເຮັດສູນການຄ້າ

ອີງຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 1132/ຫສນຍ ລົງວັນທີ 3 ກໍລະກົດ 2019 ເລື່ອງການສະເໜີຂໍຫັນສະໜາມກິລາແຂວງຈຳປາສັກ ໃຫ້ພາກເອກະຊົນເພື່ອພັດທະນາເປັນສູນການຄ້າ. ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ແຈ້ງວ່າ: ທ່ານນາຍົກລັດຖະມົນຕີ “ບໍ່ເຫັນດີໃຫ້ຫັນສະໜາມກິລາແຂວງຈຳປາສັກ ໃຫ້ພາກເອກະຊົນພັດທະນາເປັນສູນການຄ້າ, ໃຫ້ຮັກສາໄວ້ເປັນຂອງລັດ (ແຂວງຈຳປາສັກ) ຕາມການສະເໜີຂອງກະຊວງສຶກສາທິການ ແລະ ກິລາ ແລະ ໃຫ້ມີການນຳໃຊ້ໃຫ້ມີປະສິດທິພາບສູງສຸດ ແລະ ມີລາຍຮັບ ເພື່ອນຳມາບູລະນະຮັກສາໃຫ້ຍືນຍົງ”.  

Read More »

ລາວ – ໄທ ວາງແຜນສ້າງຂົວມິດຕະພາບແຫ່ງທີ 7 ເຊື່ອມແຂວງວຽງຈັນ- ຈັງຫວັດເລີຍ

ສຳນັກຂ່າວຊິນຫົວລາຍງານເມື່ອວັນທີ 20 ສິງຫາ 2019 ວ່າ ທ່ານ ຄຳພັນ ສິດທິດຳພາ (Khamphan Sitthidampha) ເຈົ້າແຂວງແຂວງວຽງຈັນລາຍງານວ່າ: ລັດຖະບານໄທ ແລະ ລາວກຳລັງວາງແຜນທີ່ຈະສ້າງ ຂົວມິດຕະພາບ ຂ້າມແມ່ນ້ຳຂອງແຫ່ງໃໝ່ເພື່ອເຊື່ອມແຂວງວຽງຈັນ ກັບຈັງຫວັດເລີຍ ທ່ານ ຄຳພັນ ສິດທິດຳພາ ຊື່ງໄດ້ຮັບການແຕ່ງຕັ້ງໃຫ້ເປັນເຈົ້າແຂວງແຂວງວຽງຈັນເມື່ອ 2 ເດືອນກ່ອນ ເຜີຍວ່າເຈົ້າໜ້າທີ່ທ້ອງຖິ່ນຂອງວຽງຈັນໄດ້ສະເໜີໂຄງການເພື່ອໃຫ້ລັດຖະບານພິຈາລະນາ ແລະ ກຳລັງສຶກສາຕຳແໜ່ງທີ່ຕັ້ງຂອງຂົວ ເພື່ອຕັດສິນວ່າຄວນຈະຢູ່ໃນເຂດຊະນະຄາມ  ຫຼື ເຂດເມືອງໝື່ນ ທ່ານ ຄຳພັນກ່າວວ່າ: ເຈົ້າໜ້າທີ່ໄດ້ຂໍໃຫ້ລັດຖະບານຍົກລະດັບການຂ້າມແດນ ລະດັບທ້ອງຖິ່ນໃນວຽງຈັນ ກັບຈັງຫວັດເລີຍ (ປະເທດໄທ)  ເພື່ອເປັນທາງຂ້າມແດນລະຫວ່າງປະເທດໂດຍສົມບູນສ່ວນເວລາໃນການເລີ່ມກໍ່ສ້າງຂົວນັ້ນ ລັດຖະບານລາວ ແລະ ໄທຍັງຄົງຫາລືກັນຢູ່ ທັງນີ້ ດ້ວຍຄວາມຊ່ວຍເຫຼືອຈາກລັດຖະບານອອສເຕຣເລຍ ລາວ ແລະໄທ ປະສົບຄວາມສຳເລັດໃນການກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທຳອິດ ເຊື່ງເຊື່ອມນະຄອນຫຼວງວຽງຈັນ ເມືອງຫຼວງຂອງປະເທດລາວ ກັບຫນອງຄາຍ ປະເທດໄທ ເມື່ອປີ 1994 ໂດຍຂົວນີ້ເປັນສັນຍາລັກຂອງນະໂຍບາຍເປີດປະເທດຂອງລາວ ຄວາມສຳເລັດຂອງຂົວດັ່ງກ່າວເປັນແຮງບັນດານໃຈໃຫ້ລັດຖະບານລາວ ແລະໄທໃນການສ້າງຂົວຂ້າມແມ່ນ້ຳຂອງເຊື່ອມສອງປະເທດອີກໃນປີຕໍ່ໆໄປ ປັດຈຸບັນມີຂົວ ລາວ-ໄທ 4 ແຫ່ງທີ່ຂ້າມແມ່ນ້ຳຂອງ ແລະຍັງມີການລົງນາມຂໍ້ຕົກລົງສຳລັບການກໍ່ສ້າງຂົວອີກແຫ່ງທີ່ເຊື່ອມລະຫວ່າງແຂວງດ້ວຍ ທ່ານ ຄຳພັນກ່າວປິດທ້າຍວ່າ ...

Read More »

ເກີດເຫດ!!! ຍົນເຮລິຄອບເຕີກອງທັບປະຊາຊົນລາວ ລົງຈອດສຸກເສີນເທິງພູ ແລ້ວເສຍຫຼັກ (ມີຄຼິບ)

ເຫດການເກີດຂຶ້ນເມື່ອວັນທີ 15 ສິງຫາ 2019 ໃນຂະນະທີ່ຍົນກຳລັງເດີນທາງໄປແຂວງໄຊສົມບູນ ໃນລະຫວ່າງທາງໄດ້ພົບກັບສະພາບອາກາດແປປ່ວນ ນັກບິນຈຶ່ງຕັດສິນໃຈເອົາຍົນລົງຈອດສຸກເສີນຢູ່ເທິງຈອມພູ ໂຊກດີບໍ່ມີໃຜເປັນຫຍັງ ແຕ່ຍົນເສຍຫາຍພໍສົມຄວນ ຈາກກໍລະນີທີ່ມີການເຜີຍແຜ່ຄຼິບວີດີໂອ ແລະ ຮູບນິ້ງ ເຮືອບິນເຮລິຄອບເຕີ ຂອງກຳລັງ ປກຊ ລົງສຸກເສີນກາງໄຮ່ ໃນເຂດພູສູງແຫ່ງໜຶ່ງນັ້ນ, ໃນຂະນະເຮືອບິນດັ່ງກ່າວ ປະຕິບັດໜ້າທີ່ ປົກກະຕິໃນການປ່ຽນຖ່າຍກຳລັງ ເຊິ່ງໃນຂະນະນັ້ນໄດ້ ເກີດມີລົມພັດແຮງຈົນນັກບິນບໍ່ສາມາດບັງຄັບເຮືອບິນໃຫ້ສະຖຽນໄດ້ ຈຶ່ງຕັດສິນໃຈລົງຈອດສຸກເສີນຢູ່ກາງໄຮ່ແຫ່ງໜຶ່ງໃນແຂວງໄຊສົມບູນ ໂຊກດີບໍມີການບາດເຈັບ, ສ່ວນ ເຮືອບິນເປ່ເພສ່ວນຫາງ ແລະ ຫົວ.     ພາຍຫຼັງມີການເຜີຍແຜ່ຄລິບເຫດການດັ່ງກ່າວຜ່ານສື່ ອອນລາຍ, ຊາວເນັດທັງຫຼາຍລ້ວນຊົມເຊີຍຄວາມສາມາດຂອງນັກບິນ ທີ່ສາມາດລົງຈອດສຸກເສີນຢ່າງປອດ ໄພ. ທີ່ມາ: ຂ່າວສານປະເທດລາວ  

Read More »

ອັດຕາເງິນເຟີ້ ປະຈຳເດືອນກໍລະກົດ ເພີ່ມຂຶ້ນ 3,00%

ອັດຕາເງິນເຟີ້ ເດືອນກໍລະກົດ 2019 ຢູ່ທີ່ 3,00 % ເພີ່ມຂຶ້ນຈາກເດືອນມິຖຸນາ 0,79% ປັດໄຈສຳຄັນທີ່ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນມາຈາກສິນຄ້າປະເພດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນສະເລ່ຍ 4,33%. ພ້ອມນີ້, ໝວດສິນຄ້າ ແລະ ບໍລິການອື່ນໆກໍເພີ່ມຂຶ້ນເຊັ່ນກັນ, ສ່ວນໝວດຄົມມະນາຄົມ ແລະ ການຂົນສົ່ງຫຼຸດລົງເລັກໜ້ອຍ. ອີງຕາມບົດລາຍງານຂອງສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ດັດຊະນີລາຄາການຊົມໃຊ້ ( ອັດຕາເງິນເຟີ້ ) ປະຈໍາເດືອນກໍລະກົດ 2019 ເພີ່ມຂຶ້ນ 3,00% ເຊິ່ງເປັນການເພີ່ມຂຶ້ນຕໍ່ເນື່ອງນັບແຕ່ເດືອນມີນາເປັນຕົ້ນມາ ປັດໄຈສໍາຄັນທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ເພີ່ມສູງແມ່ນມາຈາກດັດຊະນີປະເພດອາຫານສົດ ປະກອບມີ: ເຂົ້າສານ, ຊີ້ນ, ປາ, ໝາກໄມ້ ແລະ ຜັກສົດ ໂດຍສະເລ່ຍທຽບຕໍ່ປີເພີ່ມຂຶ້ນ 4,64% ໂດຍສະເພາະແມ່ນເຂົ້າທຽບປີຕໍ່ປີສູງເຖິງ 15,42% ຍ້ອນລາຄາເຂົ້າເພີ່ມຂຶ້ນ ເນື່ອງຈາກປະຊາຊົນ, ຊາວນາ ແລະ ພໍ່ຄ້າຊາວຂາຍມີຄວາມກັງວົນຕໍ່ກັບສະພາບດິນຟ້າອາກາດທີ່ບໍ່ໄປຕາມລະດູການ ແລະ ຢູ່ບັນດາປະເທດເພື່ອນບ້ານກໍເກີດວິກິດ. ສະນັ້ນ, ຈຶ່ງສົ່ງຜົນໃຫ້ລາຄາເຂົ້າປັບສູງຂຶ້ນ. ສໍາລັບປະເພດຊີ້ນ ແລະ ປາ ແມ່ນຍັງສາມາດຄວບຄຸມໄດ້ຢູ່ໃນເກນປົກກະຕິ; ສ່ວນໝວດສິນຄ້າທີ່ມີການເໜັງຕີງເພີ່ມຂຶ້ນໄດ້ແກ່: ...

Read More »

ລັດຖະບານລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳລາວ

ໃນວັນທີ 19 ສິງຫາ 2019 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ທ່ານ ຕາເກຊິ ຮິກິຮາຣະ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ, ໃນໂອກາດສຳເລັດໜ້າທີ່ການທູດຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານເອກອັກຄະຣາຊະທູດ ຕາເກຊິ ຮິກິຮາຣະ ທີ່ໄດ້ສຳເລັດໃນການປະຕິບັດໜ້າທີ່ການທູດຢູ່ ສ ປປ ລາວ ນັບແຕ່ເດືອນທັນວາ 2015 ເປັນຕົ້ນມາຢ່າງຈົບງາມ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ພາຍຫຼັງທີ່ສອງປະເທດ ໄດ້ຍົກລະດັບເປັນຄູ່ຮ່ວມຍຸດທະສາດ ແຕ່ປີ 2015 ເປັນຕົ້ນມາ, ຊຶ່ງລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) ໃນດ້ານຕ່າງໆເຊັ່ນ: ການພັດທະນາພື້ນຖານໂຄງລ່າງ, ຂະແໜງການກະສິກຳ-ປ່າໄມ້, ສາທາລະນະສຸກ, ການສຶກສາ-ກິລາ, ວຽກງານປ້ອງກັນຊາດ, ...

Read More »

ອັດຕະປື ທຳລາຍຜະລິດຕະພັນໝູ 179,9 ກິໂລ

ແຫຼ່ງຂ່າວຈາກແຂວງອັດຕະປື ໄດ້ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ສັດຕະວະແພດ ຫ້ອງການ ກະສິກຳ-ປ່າໄມ້ ເມືອງສາມັກຄີໄຊ ໄດ້ຢືດ ແລະ ທຳລາຍຊິ້ນສວນ ຜະລິດຕະພັນໝູຈາກ 17 ຮ້ານພາຍໃນເມືອງສາມັກຄີໄຊ, ມີນ້ຳໜັກ 179,9 ກິໂລ ພາຍຫຼັງທີ່ໄດ້ຮັບຂໍ້ມມູນຈາກນັກຂ່າວກະສິກຳ-ປ່າໄມ້ ແຂວງອັດຕະປື ວ່າໄດ້ ກວດພົບພະຍາດອະຫິວາໝູອາຟຣິກາ ຢູ່ເມືອງສາມັກຄີໄຊ, ເມືອງພູວົງ ແລະ ເມືອງສະໜາມໄຊ. ປັດຈຸບັນ ພະແນກກະສິກຳ ແລະ ປ່າໄມ້ແຂວງອັດຕະປື ໄດ້ມີແຜນການກຽມພ້ອມເຝົ້າລະວັງ, ປ້ອງກັນ ແລະ ວາງມາດຕາການ ເພື່ອສະກັດກັ້ນການລະບາດຂອງພະຍາດດັ່ງກ່າວນີ້ ໂດຍໄດ້ເອົາໃຈໃສ່ຄວບຄຸມ ແລະ ຫ້າມນໍາເຂົ້າ, ຫ້າມບໍລິໂພກໝູທຸກຊະນິດຢ່າງເຂັ້ມງວດ ເປັນຕົ້ນ ຢູ່ບັນດາດ່ານກວດກາຊາຍແດນ ແລະ ມີການຕັ້ງຈຸດກວດ ສີດຢາຂ້າເຊື້ອຢູ່ຕາມເສັ້ນທາງເຂດຫຼໍ່ແຫຼມໃນທົ່ວແຂວງ.

Read More »

ຮູບເງົາສັ້ນເລື່ອງ “ບ້ານເກີດ” ຊະນະເລີດໃນການແຂ່ງຂັນ”ເລື່ອງເລົ່າເຈົ້າ ແລະ ຂ້ອຍ”

ກະຊວງຖະແຫຼງຂ່າວ,​ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ສະຖານທູດຈີນ ປະຈຳລາວ ແລະ  ວິທະຍຸສາກົນແຫ່ງປະເທດຈີນ CRI ປະຈຳລາວ, ກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດການແຂ່ງຂັນຮູບເງົາສາລະຄະດີ ແລະ ຮູບເງົາສັ້ນ ເພື່ອຄວາມຮັກແພງລາວ-ຈີນ ພາຍໃຕ້ຫົວຂໍ້ “ເລື່ອງເລົ່າເຈົ້າ ແລະ ຂ້ອຍ” ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວ-ຈີນ 2019.  ໄດ້ຈັດງານປະກາດຜູ້ຊະນະເລີດ ແລະ ມອບລາງວັນໃຫ້ກັບຜູ້ສ້າງຮູບເງົາຂຶ້ນໃນວັນທີ 19 ສິງຫາ  2019 ທີ່ໂຮງແຮມຄຣາວພາຊາ, ໂດຍມີຮູບເງົາສົ່ງເຂົ້າປະກວດທັງໝົດ 28 ເລື່ອງ ໂດຍມີປະເພດຮູບເງົາສາລະຄະດີທັງໝົດ 7 ເລື່ອງແລະ ປະເພດຮູບເງົາສັ້ນ 21. ການຈັດການແຂ່ງຂັນໃນຄັ້ງນີ້, ກໍເພື່ອເປັນເວທີໃນການແລກປ່ຽນ ແລະ ການສະແດງຄວາມຮູ້ຄວາມສາມາດໃຫ້ແກ່ນັກສ້າງຮູບເງົາຂອງລາວ ແລະ ເພື່ອເພີ່ມທະວີການແລກປ່ຽນດ້ານວັດທະນະທຳຂອງທັງສອງປະເທດລາວ-ຈີນ ແລະ ຜັນຂະຫຍາຍມິດຕະພາບເປັນມູນເຊື້ອລະຫວ່າງສອງຊາດໃນແໜ້ນແຟ້ນຂຶ້ນກວ່າເກົ່າ. ຮູບເງົາສັ້ນທີ່ຊະນະເລີດ ໄດ້ແກ່ ຮູບເງົາ ເລື່ອງ”ບ້ານເກີດ” ສ້າງໂດຍທ່ານ ກ່າຊົງ ຜະລິດໂດຍ ມາລາວ ສະຕູດີໂອ ຈາກແຂວງຫຼວງພະບາງ ແຮງບັນດານໃຈໃນການສ້າງເລື່ອງນີ້ ແມ່ນເນື່ອງຈາກ ແຂວງຫຼວງພະບາງແມ່ນມີສຸສານຄົນຈີນແລະ ...

Read More »

ຮອງນາຍົກ ຊີ້ນຳສ່ວຍສາອາກອນ ຕິດຕາມການເກັບລາຍຮັບ-ຊຸກຍູ້ຫົວໜ່ວຍທຸລະກິດ

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ລົງໃຫ້ຄຳຊີ້ນຳ ແກ່ກົມສ່ວຍສາອາກອນ ແລະ ຂະແໜງສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ ເອົາ ໃຈໃສ່ ຕິດຕາມການປະຕິບັດລາຍຮັບ-ລາຍຈ່າຍວິຊາການ, ຄ່າທຳນຽມ, ກອງທຶນ ນັບແຕ່ສູນກາງຮອດທ້ອງຖິ່ນໃຫ້ທັນເວລາ ແລະ ຊຸກຍູ້ບັນດາຫົວໜ່ວຍທຸລະກິດທີ່ມີໜີ້ ອາກອນຄ້າງຊຳລະໃນແຕ່ລະເດືອນ. ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນໃນປີ 2019 ໃຫ້ຮູ້ວ່າ: ຂະແໜງສ່ວຍສາອາກອນ ໄດ້ຮັບຕົວເລກແຜນການລາຍຮັບທັງໝົດຈໍານວນ 12.320 ຕື້ກີບທຽບໃສ່ ປີ 2018 ເພີ່ມຂຶ້ນ 13,6%; ສຳລັບ 7 ເດືອນປີ 2019 ສາມາດຈັດຕັ້ງປະຕິບັດໄດ້ 6.748 ຕື້ກີບເທົ່າກັບ 51,5% ຂອງແຜນການປີ. ໃນນີ້, ສູນກາງປະຕິບັດໄດ້ 3.917 ຕື້ກີບເທົ່າກັບ 50,67% ຂອງແຜນການປີ ແລະ ທ້ອງຖິ່ນປະຕິບັດໄດ້ 2.831 ຕື້ກີບເທົ່າກັບ 52,79% ຂອງແຜນການປີ ເຫັນໄດ້ວ່າການເກັບລາຍຮັບມີທ່ານອ່ຽງດີຂຶ້ນ. ໃນ 5 ເດືອນທ້າຍປີ 2019 ...

Read More »