ແລນໂລເວີ ຈັດງານ RANGE ROVER OWNER EVENT  ຄືນກຳໄລໃຫ້ກັບລູກຄ້າ

ໃນວັນທີ 23 ສິງຫາ 2019 ຜ່ານມາ, ບໍລິສັດ ແລນໂລເວີ ໃນຈັດງານ RANGE ROVER OWNER EVENT  ເພື່ອຄືນກຳໄລໃຫ້ກັບລູກຄ້າ ຢູ່ຫ້ອງຂາຍ ລາວແລນໂລເວີ ບ້ານໂພນທັນ,​ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານງານຂອງທ່ານ ນາງ ອຸທິດ ສີພັນດອນ ຫົວໜ້າຜູ້ບໍລິຫານຝ່າຍຂາຍ ລາວແລນໂລເວີ, ມີບັນລູກຄ້າ ແຂກຄົນພິເສດຂອງແລນໂລເວີເຂົ້າຮ່ວມງານ.

ພາຍໃນການໄດ້ຮັບຟັງການນຳສະເໜີລົດ Range Rover  ປັບຮູບໂຊມໃຫມ່ທີ່ເປັນລົດ  Premium Luxury Car  ທີ່ອອກແບບໃຫ້ມີຄວາມແຂງແກ່ນ, ໂດດເດັ່ນ, ດຸດັນເໝາະສົມກັບບຸກຄົນທີ່ມັກລົດປະເພດ SUV ຂະໜາດໃຫຍ່ ຈາກທ່ານ ສຸລິຄານ ຈັກຄິນ ທີ່ປຶກສາສູນຂາຍລົດບໍລິສັດ ລາວແລນໂລເວີ.

ນອກນີ້, ພາຍໃນງານຍັງໄດ້ແຈກຂອງຂວັນລາງວັນ ໃຫ້ກັບຜູ້ຮ່ວມງານກໍຄືລູກຄ້າທີ່ເຂົ້າຮ່ວມ ລາງວັນທີ 1 ສາຍຄໍຄຳ ໜັກ 2 ສະລື້ງ ແລະ ລາງວັນຂອງຂວັນອື່ນໆ ອີກຫຼາກຫຼາຍຢ່າງ.

Comments