ສປປລາວ ຈະສົ່ງ​ອອກ​ໄຟຟ້າ​ໃຫ້​ຫວຽດນາມ ​ເພີ່ມ​ເປັນ 5.000 ​ເມ​ກາ​ວັດ

ກອງ​ປະຊຸມ​ປຶກສາ​ຫາລື​ການ​ຊື້-ຂາຍ​ໄຟຟ້າ​ລະຫວ່າງ ສ​ປປ ລາວ ​ແລະ ສສ.ຫວຽດນາມ ​ໄດ້ມີ​ຂຶ້ນ​ເມື່ອ​ບໍ່​ດົນ​ນີ້​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ລັດຖະມົນ​ຕີ​ກະຊວງ​ພະລັງງານ-ບໍ່​ແຮ່ ຄໍາ​ມະນີ ອິນ​ທິລາດ. ເພື່ອປືກສາ​ຫາລື​ແຜນການ​ສົ່ງ​ອອກ​ໄຟຟ້າ​​ໃຫ້ ສສ.ຫວຽດນາມ ຈາກ 320 ​ເມ​ກາ​ວັດ​ໃນ​ປັດ​ຈຸ​ບັນ​ຂຶ້ນ​ເປັນ 5.000 ​ເມ​ກາ​ວັດ​ໃນ​ປີ 2030.

ກອງ​ປະຊຸມ,​ ສອງ​ຝ່າຍຍັງ​ໄດ້​ທົບ​ທວນຄືນ​ການຮ່ວມ​ມືພັດ​ທະນາພະລັງງານ​ໄຟຟ້າ​ໃນ​ຜ່ານ​ມາ,​ ​ໂດຍ​ສະ​ເພາະ​​ບັນດາໂຄງການ​ທີ່ຫວຽດນາມ​ໄດ້​ລົງທຶນມີ​ຈຸດ​ດີ, ຈຸດ​ອ່ອນ ​ແລະ ຂໍ້​ຫຍຸ້ງຍາກ​ແນວ​ໃດ ​ເພື່ອ​ພ້ອມ​ກັນ​ແກ້​ໄຂ.

​ໃນ​ໂອກາດ​ນີ້, ຝ່າຍ​ລາວ​ໄດ້​ສະ​ເໜີ​​ຫຼາຍ​ບັນຫາໃຫ້​ຫວຽ​ດນາມຊ່ວຍ​ກະຕຸກ​ຊຸກຍູ້​ການ​ຊື້-ຂາຍ​ໄຟຟ້າ​ຈາກ​ເຂື່ອນ​ໄຟຟ້າ​ນໍ້າ​ຊໍາ​ໃຫ້​​ເປັນ​ຮູບ​ປະ​ທໍາ, ​ໂດຍ​ສະ​ເພາະການ​ກໍານົດຈຸດ​ເຊື່ອມ​ຕໍ່​ໃໝ່ ​ເນື່ອງ​ຈາກ​ໄຟຟ້າ​ລາວ​ສະ​ເໜີ​ຂາຍ​ໄຟຟ້າ​ເພີ່ມ​ຂຶ້ນຈາກ​ໂຄງການ​ໄຟຟ້າ​ຄວາມ​ຮ້ອນ ​ແລະ ​ໂຄງການ​ໄຟຟ້າ​ນໍ້າ​ໂມ້ 2,​​ ໂຄງການ​ນໍ້າ​ກົງ 2 ​ແລະ 3, ນໍ້າ​ອີ​ມູນ, ນໍ້າ​ອ່າງ, ນໍ້າ​ງອນ, ຫ້ວຍ​ກະ​ອວຍ ​ແລະ ຫ້ວຍ​ລະ​ແງ, ຊຶ່ງ​ລວມມີ​ກໍາລັງ​ຕິດ​ຕັ້ງ​ປະມານ 465 ​ເມ​ກາ​ວັດ,

​ໂດຍ​ສາມາດ​ນໍາ​ໃຊ້​ສາຍ​ສົ່ງ​ຂອງ​ເຊ​ກະ​ໝານ 1 ​ແລະ 3 ທີ່​ມີ​ແລ້ວ. ສໍາລັບ​ໂຄງການ​​ເຂື່ອນນໍ້າ​ອູ 5,6 ​ແລະ 7 ​ລວມມີ​ກໍາລັງ​ຕິດ​ຕັ້ງ 630 ​ເມ​ກາ​ວັດ ທີ່​ມີ​ແຜນ​ຈະ​ຂາຍ​ໃຫ້​ຫວຽດນາມ​ ນັບ​ແຕ່​ປີ 2021 ​ເປັນ​ຕົ້ນ​ໄປ​ໃນ​ລາຄາ​ທີ່​ຕົກລົງ​ກັນ 6,95 ​ເຊັນ​ຕໍ່​ກິ​ໂລ​ວັດ​ໂມງ ​ແມ່ນ​ສະ​ເໜີ​ໃຫ້​ຫວຽ​ດນາມສ້າງສາຍ​ສົ່ງ​ເບື້ອງ​ຫວຽດນາມ​ໃຫ້​ສໍາ​ເລັດ​ໂດຍ​ໄວ ​ເພື່ອ​ໃຫ້​ທັນ​ການ​ຊື້-ຂາຍ​ໄຟຟ້າ​ໃນ​ປີ 2021,

ສ່ວນ​ໂຄງການ​ໄຟຟ້າ​ຄວາມ​ຮ້ອນ​ຢູ່​ເມືອງ​ບົວລະພາ​ແຂວງ​ຄໍາ​ມ່ວນມີ​ກໍາລັງ​ຕິດ​ຕັ້ງ 1.800 ​ເມ​ກາ​ວັດ ​ແລະ ທີ່​ໄ​ດ້ລົງ​ນາມ​​ໃນບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ນໍາ​ກັນ​ແລ້ວ​ຂໍ​ໃຫ້​ຊຸກຍູ້ພາກ​ສ່ວນ​ກ່ຽວຂ້ອງ​ມີ​ຄໍາ​ຕອບ​ລະອຽດ​ໃນ​ການ​ຮ່ວມ​ມື​ພັດທະນາ ​ແລະ ການ​ຊື້-ຂາຍ​ໄຟ​ຟ້າດັ່ງກ່າວ.

ສໍາລັບ​ໂຄງກາ​ນພັດທະນາ​ພະລັງງານ​ລົມ​ຢູ່​ແຂວງ​ເຊ​ກອງ​ທີ່​ມີ​ກໍາລັງ​ຕິດ​ຕັ້ງ 600 ​ເມ​ກາ​ວັດ ​ແລະ ພະລັງງານ​ແສງຕາ​ເວັນ ຂໍ​ໃຫ້​ຝ່າຍ​ຫວຽດນາມ​ມີ​ຄໍາ​ຕອບ​ຈະ​ແຈ້ງວ່າ​ຈະ​ຮັບ​ຊື້​ໄຟ​ໃນ​ເງື່ອນ​ໄຂ​ໃດ, ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​​ໃຫ້​ມີ​ປະສິດທິ​ຜົນ. ທ່ານ​ລັດຖະມົນຕີ​ກະຊວງ​ພະລັງງານ-ບໍ່​ແຮ່ ​ໃຫ້​ຮູ້​ວ່າ: ປັດຈຸບັນ, ສປປ ລາວ ສົ່ງ​ອອກ​ໄຟຟ້າ​ໄປ ສສ.ຫວຽດນາມ ທັງ​ໝົດ 320 ​ເມ​ກາ​ວັດ ​ແລະ ຄາດ​ຄະ​​ເນ​ວ່າ​ຮອດ​ປີ 2030 ຈະ​ເພີ່ມ​ຂຶ້ນ​​ເປັນ 5.000 ​ເມ​ກາ​ວັດ.

ຂະນະ​ທີ່​ການສົ່ງ​ອອກ​ໄຟຟ້າ​​ໄປ​ປະ​ເທດໄທ​ໄດ້​ແລ້ວ 4.000 ​ເມ​ກາ​ວັດ ​ແລະ ຈະ​ເພີ່​ມ​ເປັນ 6.000 ​ເມ​ກາ​ວັດ​ໃນ​ປີ 2021 ​ແລະ ​ເພີ່ມ​ຂຶ້ນ​ຮອດ 9.000 ​ເມກ​າວັດ​ໃນ​ປີ 2030. ສ່ວນ​ການ​ຂາຍ​ໄຟຟ້າ​ໃຫ້​ກໍາ​ປະ​ເຈຍ​ຕາມ​ເຂດ​ຊາຍ​​ແດນ​ຄາດ​ວ່າ​ຮອດ​ປີ 2020 ຈະ​ບັນລຸ 300 ​ເມ​ກາ​ວັດ ​ແລະ ຮອດ​ປີ 2025 ຈະ​ເພີ່ມ​ຂຶ້ນ​ເປັນ 1.500 ​ເມ​ກາ​ວັດ, ນອກ​ນີ້​ໄດ້​ສົ່ງ​ໄຟຟ້າ​ໃຫ້ປະ​ເທດມຽນມາຕາມ​ເຂດ​ຊາຍ​ແດນ​ຄາດ​ວ່າ​ຮອດ​ປີ 2023 ​ຈະ​ບັນລຸ 300​ ​ເມ​ກາ​ວັດ ​ແລະ ສົ່ງ​ໃຫ້​ມາ​ເລ​ເຊຍ​ຜ່ານ​ໄທ​ໄດ້​ແລ້ວ 100 ​ເມ​ກາ​ວັດ ​ແລະ ຈະ​ເພີ່ມ​ເປັນ 300 ​ເມ​ກາ​ວັດ​ໃນ​ປີ 2020.

ຂອບໃຈຂໍ້ມູນຈາກ: ໜັງສືພິມລາວພັດທະນາ

Comments