ໂຄງການຫຼຸດຜ່ອນຄວາມທຸກຍາກ ກຽນສ້າງເສັ້ນທາງເຂດຊົນນະບົດ ໃນປີ 2020

ໂຄງການຫຼຸດຜ່ອນຄວາມທຸກຍາກ (ທລຍ) ສຳຫຼວດເສັ້ນທາງກຽມລົງມືຈັດຕັ້ງປະຕິບັດໃນປີ 2020

ເມື່ອບໍ່ດົນມານີ້, ພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ, ພ້ອມດ້ວຍວິຊາການ ໂຄງການຫຼຸດຜ່ອນຄວາມທຸກຍາກ(ທລຍ), ຫ້ອງການ ຍທຂ ເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຜູ້ປະສານງານກຸ່ມ ແລະ ອຳນາດການປົກຄອງບ້ານ ໄດ້ຮ່ວມກັນລົງສຳຫຼວດໂຄງການກໍ່ສ້າງເສັ້ນທາງບ້ານຖໍ້າມະລື ຫາ ບ້ານນາມະຕ້ອງ, ເມືອງຕຸ້ມລ້ານ ແຂວງສາລະວັນ ເພື່ອກະກຽມລົງມືຈັດຕັ້ງປະຕິບັດໃນປີ 2020 ທີ່ຈະມາເຖິງ.


ທ່ານ ສົມຊາຍ ຈັນທະວົງ ວິຊາການ ທລຍ ແຂວງ ໄດ້ໃຫ້ຮູ້ວ່າ: ເສັ້ນທາງດັ່ງກ່າວ ໄດ້ກຳນົດເປັນແຜນບູລິມະສິດທີ 1 ທີ່ຈະລົງມື້ຈັດຕັ້ງປະຕິບັດໃນປີ 2020 ກໍຄື ຮອບວຽນທີ່ 17 ຂອງ ທລຍ, ເຊິ່ງທາງເສັ້ນນີ້ມີຄວາມຍາວທັງໝົດ 8 ກິໂລເມັດ, ກວ້າງ 4,5 ເມັດ ແລະ ມີຮ່ອງລະບາຍນໍ້າ 2 ຟາກທາງ, ເປັນທາງດິນແດງ, ມີຈຸດທີ່ຈະໃສ່ທໍ່ 2 ຈຸດ, ມີຄວາມຍາວ 6 ເມັດ ໂດຍມີ 4 ບ້ານທີ່ຈະໄດ້ຮັບຜົນປະ ໂຫຍດຄື: ບ້ານຖໍ້າມະລຶ, ບ້ານນາມະຕ້ອງ, ບ້ານນາໂພ ແລະ ບ້ານດອນຊາດກຸ່ມນາດູ່ ເມືອງຕຸ້ມລານ, ຄາດຄະເນມູນຄ່າໃນການຈັດຕັ້ງປະຕິບັດ 220 ລ້ານກີບ, ຖ້າຫາກທາງເສັ້ນນີ້ໄດ້ລົງມືຈັດຕັ້ງປະຕິບັດສຳເລັດໃນຕໍ່ໜ້າ ການໄປມາຫາສູ່ ແລະ ການຄ້າຂາຍຂອງປະຊາຊົນ ກໍຈະມີຄວາມສະດວກສະບາຍດີຂຶ້ນກວ່າແຕ່ກ່ອນ.

ທີ່ມາ: ຂ່າວສານປະເທດລາວ.

Comments