ຂ່າວ ພາຍໃນປະເທດ

ເປັນມື້ທີ 23 ຕິດຕໍ່ກັນ ທີ່ ສ ປປ ລາວ ບໍ່ພົຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ 

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ຖະແຫຼງຂ່າວໃນມື້ນີ້ໃຫ້ຮູ້ວ່າ ມາຮອດປະຈຸບັນແມ່ນ 23 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມຂຶ້ນຈາກຜົນກວດທັງໝົດ 195 ຄົນ ຂອງມື້ວານນີ້, ໝາຍຄວາມວ່າໃນວັນທີ 4 ພຶດສະພາ 2020 ບໍ່ມີກໍລະນີໃໝ່. ນັບແຕ່ເດືອນມັງກອນ ຮອດວັນທີ 4 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 2,418 ຕົວຢ່າງ, ກວດພົບເຊື້ອທັງໝົດ 19 ຄົນ ແລະ ປະຈຸບັນ ທົ່ວປະເທດຍັງມີສູນຈໍາກັດບໍລິເວນພຽງແຕ່ 93 ສູນ ແລະ ມີຜູ້ຈຳກັດບໍລິເວນຢູ່ສູນ 566 ຄົນ. ຕົວເລກຂອງສູນ ແລະ ຈໍານວນຜູ້ຈໍາກັດບໍລິເວນຫຼຸດລົງ ຍ້ອນວ່າຈໍານວນໜຶ່ງແມ່ນຄົບກໍານົດຈໍາກັດບໍລິເວນ 14 ວັນ ແລະ ໄດ້ກັບບ້ານແລ້ວ. ທ່ານ ຮສ ດຣ. ພູທອນ ເມືອງປາກ ກ່າວຕື່ມອີກວ່າ ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ເລີ່ມແຕ່ວັນທີ 20 ເມສາ ...

Read More »

ເປີດໃຫ້ບໍລິການລົດໂດຍສານພາຍໃນນະຄອນຫຼວງ ແລະ ພາຍໃນແຂວງໄດ້ ແຕ່ຕ້ອງປະຕິບັດຕາມຄຳແນະນຳຢ່າງເຄັ່ງຄັດດັ່ງນີ້….

ແຈ້ງແນະນຳການໃຫ້ບໍລິການລົດໂດຍສານ ພາຍໃນນະຄອນຫຼວງ ແລະ ບັນດາແຂວງໄດ້ ແຕ່ຕ້ອງປະຕິບັດຕາມຄຳແນະນຳຢ່າງເຄັ່ງຄັດຂອງ ຄະນະສະເພາະກິດ ອີງຕາມແຈ້ງການຄຳແນະນຳ ສະບັບເລກທີ 292/ຍທຂ ລົງວັນທີ 3 ພຶດສະພາ 2020 ສຳລັບການບໍລິການຂົນສົ່ງລົດໂດຍສານພາຍໃນນະຄອນຫຼວງວຽງຈັນ ແລະ ຢູ່ພາຍໃນບັນດາແຂວງ ເຊິ່ງລວມມີ ລົດຕູ້, ລົດຮັບສົ່ງພະນັກງານ, ລົດຮັບສົ່ງກຳມະກອນ, ລົດຕັກຊີ,​ລົດສອງແຖວ,​ ລົດຕຸກໆ ແລະ ລົດຈຳໂບ້  ໃຫ້ຈັດຕັ້ງຕາມມາດຕະການລຸ່ມນີ້:

Read More »

ຜູ້ເຄີຍຕິດເຊື້ອໂຄວິດ-19 ປິ່ນປົວຫາຍດີ ແລ້ວກັບຄືນມາເປັນອີກຄັ້ງ ມີຄວາມສ່ຽງຕໍ່ການແຜ່ເຊື້ອອີກບໍ່?

ຊຽນຊານດ້ານພະຍາດໂຄວິດ-19 ຢືນຢັນວ່າ ຜູ້ເຄີຍຕິດເຊື້ອທີ່ປີ່ນປົວຫາຍດີ ແລະ ໄດ້ອອກຈາກໂຮງໝໍແລ້ວກັບມາກວດສຸຂະພາບຄືນແລ້ວພົບວ່າຕິດເຊື້ອນັ້ນ ບໍ່ມີຄວາມສ່ຽງໃນການແຜ່ເຊື້ອຕໍ່ຄົນອອ້ມຂ້າງ ແລະ ສັງຄົມ !!! ໃນກໍລະນີນີ້ແມ່ນບໍ່ຮຸນແຮງເມື່ອທຽບໃສ່ ຜູ້ຕິດເຊື້ອໃໝ່, ເພາະກໍລະນີນີ້ ເມື່ອກິນຢາຕາມຄໍາແນະນໍາ-ຫຼັກການຂອງການປີ່ນປົວ ແລ້ວກັບບ້ານ  ເພາະມັນບໍ່ແມ່ນເຊື້ອໂຄວິດ-19 ແຕ່ເປັນພຽງຊິ້ນສ່ວນຂອງໄວຣັດທີ່ຕິດຄ້າງຢູ່ໃນໂຕຂອງຄົນຜູ້ເຄີຍຕິດເຊື້ອເທົ່ານັ້ນ, ເຊິ່ງຊິ້ນສ່ວນດັ່ງກ່າວແມ່ນຕາຍແລ້ວບໍ່ສາມາດເຕີບໂຕ ແລະ ແຜ່ເຊື້ອໄດ້. ດຣ. ສະຫນອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມວຽງຈັນທາຍ ຜ່ານທາງໂທລະສັບໃນວັນທີ 2 ພຶດສະພາ 2020 ນີ້ວ່າ ສປປ ລາວ ເຮົາບໍ່ແມ່ນປະເທດທຳອິດທີ່ພົບກໍລະນີດັ່ງກ່າວ, ເຊິ່ງຫຼາຍປະເທດໃນໂລກກໍເຄີຍພົບມີກໍລະນີແບບນີ້ເຊັ່ນກັນ. ປະເທດເຫຼົ່ານີ້ໄດ້ເຄີຍເອົາຜູ້ສໍາຜັດ ໃກ້ຊິດກັບຜູ້ຕິດເຊື້ືອໂຄວິດ-19 ທີ່ໄດ້ປິ່ນປົວດີ ແລະ ອອກຈາກໂຮງໝໍແລ້ວກັບມາກວດຄືນແລ້ວພົບວ່າມີເຊື້ອ ແຕ່ຜູ້ໃກ້ຊິດ ເຫຼົ່ານັ້ນຜ່ານການກວດແລ້ວກໍ່ບໍ່ມີຜູ້ຕິດເຊື້ືອ. ອັນນີ້ໄດ້ຢັ້ງຢືນວ່າ ຊິ້ນສ່ວນຂອງພະຍາດດັ່ງກ່າວທີ່ຕົກຄ້າງຢູ່ນັ້ນບໍ່ສາດແຜ່ເຊື້ອໄດ້. ອີກອັນໜຶ່ງ ຍ້ອນວ່າເປັນພະຍາດໃໝ່ທາງວິທະຍາສາດການແພດ ຈຶ່ງເອົາມາ ກວດຄືນຕາມຫຼັກການແພດເມື່ອອອກໂຮງໝໍໄປແລ້ວຕ້ອງໄດ້ມາກວດຄືນ. ອີງຕາມຂໍ້ມູນຈາກໂຮງໝໍມິດຕະພາບ ຜູ້ເຄີຍຕິດເຊື້ືອພະຍາດໂຄວິດ-19 ທີ່ປິ່ນປົວຫາຍດີ ແລະ ອອກຈາກໂຮງໝໍໄປແລ້ວ ແຕ່ໄດ້ກັບມາກວດສຸຂະພາບຄືນພົບວ່າຕິດເຊື້ອນັ້ນ ແມ່ນຜູ້ຕິດເຊື້ອກໍລະນີທີ 14, ເຊິ່ງແມ່ນນັກສຶກສາລາວ ທີ່ກັບມາຈາກປະເທດອັງກິດ, ປັດຈຸບັນຢູ່ ບ້ານຊ້າງຄູ້, ເມືອງໄຊທານີ, ...

Read More »

ຜົນຂອງກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ຫາລືວຽກງານຄວບຄຸມການລະບາດໂຄວິດ-19

ໃນຕອນເຊົ້າຂອງວັນທີ 28 ເມສາ 2020 ທີ່ສໍານັກງານນາຍົກລັດຖະ ມົນຕີ ໄດ້ຈັດກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອປຶກສາຫາລືກ່ຽວກັບວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງ ໂຄວິດ 19 ແລະ ການແກ້ໄຂຜົນກະທົບທາງດ້ານເສດຖະກິດຈາກການລະບາດຂອງພະຍາດ COVID-19 ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາທ່ານ ລັດຖະມົນຕີ ກະຊວງກ່ຽວຂ້ອງ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດ COVID-19 ແລະ ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດ ຂອງພະຍາດ COVID-19 ເຂົ້າຮ່ວມ. ກອງະຊຸມ ໄດ້ພິຈາລະນາ ແລະ ມີທິດຊີ້ນຳຕໍ່ບັນຫາສຳຄັນ ດັ່ງນີ້: 1. ກອງປະຊຸມ ໄດ້ພິຈາລະນາບົດລາຍງານກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ມາດຕະການຮັບມືການລະບາດຂອງພະຍາດ COVID-19, ທິດທາງໃນຕໍ່ໜ້າ, ການປະເມີນຄວາມສ່ຽງແຕ່ລະແຂວງ, ແຜນການຜ່ອນຜັນບາງມາດຕະການ ແລະ ການສືບຕໍ່ປະຕິບັດບາງມາດຕະການ ພາຍຫຼັງວັນທີ 3 ພຶດສະພາ 2020 ໂດຍຈະ ຈັດຕັ້ງປະຕິບັດເປັນແຕ່ລະໄລຍະ ...

Read More »

ແຈ້ງເຕືອນ! ພາຍຸລະດູຮ້ອນໃນແຕ່ລະພາກ ຕັ້ງແຕ່ມື້ນີ້ ຫາ 2 ພຶດສະພານີ້

ໄລຍະວັນທີ 28 ເມສາ ຫາ 2 ພຶດສະພາ ຈະເກີດມີພາຍຸລະດູຮ້ອນໃນລັກສະນະຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ມີລົມພັດແຮງ ຢູ່ຕາມບາງທ້ອງຖິ່ນໃນແຕ່ລະພາກໃນໄລຍະຕອນບ່າຍ ຫາ ກາງຄືນ ຊຶ່ງຈະເຮັດໃຫ້ມີຕົ້ນໃຫຍ່,ເສົາໄຟຟ້າ ຫັກລົ້ມ, ເຮືອນ-ຕຶກ, ອາຄານ ເປ່ເພ ຂໍໃຫ້ພໍ່ແມ່ປະຊາຊົນຫຼີກລ່ຽງຢູ່ບ່ອນທີ່ເປິດແປນ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກບົດລາຍງານສະພາບອາກາດ ເລກທີ 0454/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 27 ເມສາ 2020 ຄາດຄະເນສະພາບອາກາດ ໃນໄລຍະ ວັນທີ 27 ເມສາ ຫາ 3 ພຶດສະພາ 2020 ວ່າ: ໃນໄລຍະວັນທີ 27 ຫາ 30 ເມສາ ຄວາມກົດດັນອາກາດສູງຂອງອາກາດເຢັນທີ່ປະເທດຈີນຍັງຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າ ແລະ ຍັງຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ຕົກປານກາງ ແລະ ຕົກໜັກ, ຟ້າຜ່າ, ໝາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ. ຈາກນັ້ນວັນທີ 1 ...

Read More »

ຄະນະສະເພາະກິດ ຫາລືແຜນການຜ່ອນຜັນ ບາງມາດຕະການ ຕໍ່ການລະບາດພະຍາດວິດ-19

ໃນຕອນບ່າຍວັນທີ 27 ເມສາ 2020, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບ ແຜນການຜ່ອນຜັນບາງມາດຕະການ ຫຼັງວັນທີ 3 ພຶດສະພາ 2020, ຖ້າບໍ່ມີລາຍງານກໍລະນີຕິດເຊື້ອພະຍາດໂຄວິດ-19 ໃໝ່ ໃນ ສປປ ລາວ, ເຊິ່ງກອງປະຊຸມຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນປະທານຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໂດຍການເຂົ້າຮ່ວມຂອງຄະນະດັ່ງກ່າວ.   ຈຸດປະສົງຂອງແຜນການຜ່ອນຜັນບາງມາດຕະການ ຫລັງວັນທີ 3 ພຶດສະພາ 2020 ແມ່ນເພື່ອໃຫ້ມີຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນ, ຫລຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ຜົນກະທົບຕໍ່ເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ເພື່ອເປັນທິດທາງ ແລະ ບ່ອນອີງໃນການຜ່ອນຜັນມາດຕະການໃນຂອງເຂດທົ່ວປະເທດ, ພ້ອມກັນນັ້ນ ກໍເພື່ອເປັນການຈຳກັດບໍ່ໃຫ້ມີການແຜ່ລະບາດເປັນວົງກວ້າງ ແລະ ກັບຄືນມາຮອບໃໝ່ຂອງພະຍາດໂຄວິດ-19, ເຮັດໃຫ້ຊຸມຊົນໄດ້ກັບມາໃຊ້ຊີວິດຕາມປົກກະຕິເທື່ອລະກ້າວ ແລະ ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ໜ້ອຍທີ່ສຸດ ແລະ ເພື່ອໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ...

Read More »

ນາຍົກ ລົງຕິດຕາມການປະຕິບັດໜ້າທີ່ ຂອງແພດໝໍ ຢູ່ໂຮງໝໍມິດຕະພາບ 150 ຕຽງ

ໃນຕອນເຊົ້າຂອງວັນທີ 27 ເມສາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ້ ການລະບາດຂອງພະຍາດໂຄວິດ-19 ໄດ້ລົງຢ້ຽມຢາມ ແລະ ຕິດຕາມ ສະພາບການປະຕິບັດໜ້າທີ່ວຽກງານກວດກາຄັດກອງ ແລະ ປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດ ໂຄວິດ-19 ຂອງທີມແພດ-ໝໍ ຢູ່ໂຮງໝໍມິດຕະພາບ 150 ຕຽງ. ທ່ານ ດຣ ສະຫນອງ ທອງຊະນະ ຜູ້ອໍານວຍການໂຮງໝໍມິດຕະພາບ 150 ຕຽງ ໃຫ້ຮູ້ວ່າ: ປັດຈຸບັນໂຮງໝໍມິດຕະພາບ ພວມສືບຕໍ່ປິ່ນປົວຄົນເຈັບທີ່ຕິດເຊື້ອໂຄວິດ-19 ຈໍານວນ 11 ຄົນ ຊຶ່ງອາການຂອງຄົນເຈັບເຫລົ່ານີ້ ແມ່ນຢູ່ຂັ້ນຊົງຕົວເບົາບາງ ແລະ ຄົບກໍານົດການກິນຢາແລ້ວ ແຕ່ຍັງລໍຖ້າການກວດເພື່ອຢັ້ງຢືນເຊື້ອພະຍາດໂຄວິດຕື່ມອີກ; ພ້ອມນີ້ຍັງສືບຕໍ່ເຝົ້າລະວັງ ແລະ ຄັດກອງຄົນເຈັບກໍລະນີສົງໄສ ເພື່ອກວດຫາເຊື້ອ ແລະ ປິ່ນປົວໃຫ້ທັນການ. ໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍ ແລະ ເປັນຫ່ວງເປັນໄຍຕໍ່ບັນດາພະນັກງານແພດ-ໝໍ, ພະຍາບານ ທີ່ກໍາລັງປະຕິບັດໜ້າທີ່ດ້ວຍຄວາມເສຍສະຫລະ ເພື່ອຊ່ວຍເບິ່ງ ແຍງ ແລະ ປິ່ນປົວຄົນເຈັບຢ່າງບໍ່ຮູ້ອິດຮູ້ເມື່ອຍ, ຫລັງຈາກທີ່ ...

Read More »

ຜູ້ປະກອບການທຸລະກິດໂຮງແຮມ ແລະ ຮ້ານອາຫານ ນຳສະເໜີຫຼາຍບັນຫາ ຕໍ່ທ່ານຮອງນາຍົກ ເພື່ອພິຈາລະນາ

ໂອ­ກາດ​ທີ່​ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ພ້ອມ​ຄະ­ນະ ລົງ​ຊຸກ­ຍູ້​ວຽກ​ງານ​ສະ­ກັດ​ກັ້ນ ແລະ ຄວບ​ຄຸມ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໃນ​ວັນ​ທີ 26 ເມ­ສາ 2020 ທີ່​ໂຮງ­ແຮມ​ແລນ​ມາກ ແມ່​ຂອງ​ຣີ​ເວີ​ໄຊ ນະ­ຄອນ­ຫຼວງ​ວຽງ​ຈັນ. ໂດຍ​ມີ​ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເຈົ້າ​ຄອງ ນວ, ທ່ານ​ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ (ຖວ​ທ) , ກະ­ຊວງ​ແຮງ​ງານ-ສະ­ຫວັດ­ດີ​ການ​ສັງ­ຄົມ ຫົວ­ໜ້າ​ພະ​ແນກ ຖວ​ທ ນວ ປະ­ທານ​ສະ­ມາ­ຄົມ ພ້ອມ​ຮ້ານ​ອາ­ຫານ​ລາວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ. ການ​ພົບ​ປະ​ຄັ້ງ​ນີ້ ຜູ້​ປະ­ກອບ​ການ​ທຸ­ລະ​ກິດ​ໂຮງ­ແຮມ ແລະ ຮ້ານ​ອາ­ຫານ ໄດ້​ນຳ​ສະ­ເໜີ​ຫຼາຍ​ບັນ­ຫາ​ຕໍ່​ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໂດຍ​ສະ­ເພາະ ທ່ານ ປະ­ກາ­ສິດ ຈັນ­ທະ​ປັນ­ຍາ ປະ­ທານ​ສະ­ມາ­ຄົມ ແລະ ຮ້ານ​ອາ­ຫານ​ລາວ ໄດ້​ນຳ​ສະ­ເໜີ​ບັນ­ຫາ​ມາດ​ຕະ­ການ​ໃນ​ການ​ປະ­ຕິ­ບັດ​ຄຳ​ສັ່ງ​ແນະ­ນຳ ເລກ​ທີ 06/ນຍ ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ການ​ຫາ​ທາງ​ອອກ​ໃຫ້​ກັບ​ບັນ­ດາ​ໂຮງ­ແຮມ ແລະ ການ​ບໍ­ລິ­ການ​ຮ້ານ​ອາ­ຫານ ເຖິງ​ແມ່ນ​ວ່າ­ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຈະ​ສີ້ນ​ສຸດ​ລົງ ແຕ່​ຫຼາຍ​ບັນ­ຫາ​ທີ່​ຈະ​ຕາມ​ມາ ສະ­ພາບ​ການ​ຟື້ນ​ຕົວ​ຂອງ​ການ​ບໍ­ລິ­ການ ...

Read More »

ຖ້າສາມາດຄວບຄຸມ ໂຄວິດ-19 ໄດ້ ການສຶກສາ ແມ່ນຈະໄດ້ເລີ່ມຮຽນ-ສອນຄືນ ໃນວັນທີ 11 ພຶດສະພາ 2020

ຖ້າສາມາດຄວບຄຸມ ໂຄວິດ-19 ໄດ້ ຮອດວັນທີ 03 ພຶດສະພາ ການເປີດການຮຽນການສອນ ໃນທຸກຂະແໜງການສຶກສາ ແມ່ນຈະໄດ້ເລີ່ມການຮຽນ-ການສອນຄືນ ໃນວັນທີ 11 ພຶດສະພາ 2020

Read More »

ຂ່າວດີ!!! ຜູ້ຕິດເຊື້ອໂຄວິດ-19 ປິ່ນປົວດີ ແລະ ອອກໂຮງໝໍມື້ນີ້ 3 ຄົນ

ກໍລະນີທີ 1 ເພດຊາຍ ອາຍຸ 28 ປີ ບ້ານຈັນສະຫວ່າງ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 24/3/2020. ກໍລະນີທີ 11 ເພດຊາຍ ອາຍຸ 55 ປີ ສັນຊາດປາປົວນິວກີເນຍ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 5/4/2020. ກໍລະນີທີ 15 ເພດຍິງ ອາຍຸ 20 ປີ ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 7/4/2020. ທັງ 3 ຄົນ ແມ່ນໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍແລ້ວ ໃນວັນທີ 25/4/2020.

Read More »