ກອງປະຊຸມ ລັດຖະບານ ປະຈຳເດືອນສິງຫາ ໄດ້ພິຈາລະນານິຕິກຳ 9 ສະບັບ

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນສິງຫາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 20 ແລະ ປິດລົງໃນຕອນເຊົ້າວັນທີ 22 ສິງຫາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ 9 ເອກະສານສໍາຄັນທັງໝົດ 9 ສະບັບເປັນຕົ້ນແມ່ນ

1. ຮ່າງກົດໝາຍ ວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ (ສ້າງໃໝ່)

2. ຮ່າງກົດໝາຍ ວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ).

3. ຮ່າງກົດໝາຍ ວ່າດ້ວຍຮູບເງົາ (ສ້າງໃໝ່).

4. ຮ່າງກົດໝາຍ ວ່າດ້ວຍຫຼັກຊັບ (ສະບັບປັບປຸງ).

5. ຮ່າງກົດໝາຍ ວ່າດ້ວຍຄວາມສະເໝີພາບ ຍິງ-ຊາຍ (ສ້າງໃໝ່).

6. ຮ່າງດໍາລັດ ວ່າດ້ວຍການປິດບໍ່ແຮ່ ພາຍຫຼັງການຂຸດຄົ້ນ.

7. ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ.

8. ແຜນພັດທະນາແບບກວມລວມເຂດພູພຽງບໍລະເວນ.

9. ບົດລາຍງານກ່ຽວກັບ ສະພາບພົ້ນເດັ່ນທາງດ້ານເສດຖະກິດ-ການເງິນ, ເງິນຕາ ແລະ ມາດຕະການແກ້ໄຂ; ທິດທາງແຜນງົບປະມານ ປີ 2020.

ໃນນີ້, ຈະຍົກເອົາດຳລັດວ່າດ້ວຍການປິດບໍ່ແຮ່ພາຍຫຼັງຂຸດຄົ້ນມາສະເໜີທ່ານຜູ້ອ່ານກ່ອນ ໂດຍຜົນການປຶກສາຫາລື ກອງປະຊຸມ ໄດ້ເຫັນດີຮັບຮອງເອົາຮ່າງດໍາລັດວ່າດ້ວຍການປິດບໍ່ແຮ່ ພາຍຫຼັງສິ້ນສຸດການຂຸດຄົ້ນ ໃນດ້ານຫຼັກການ ພ້ອມຊີ້ນໍາໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງຕື່ມຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ.ເປັນຕົ້ນບາງເນື້ອໃນ ຂອງບາງມາດຕາ ໃຫ້ຄົບຖ້ວນ, ລະອຽດ, ຈະແຈ້ງ, ຮັດກຸມ, ແທດຕົວຈິງກັບແຕ່ລະປະເພດແຮ່ ໂດຍສະເພາະ ທີ່ກ່ຽວຂ້ອງກັບແຜນການປິດບໍ່ແຮ່, ມາດຕະຖານການປິດບໍ່ແຮ່, ການຟື້ນຟູທາງກາຍະພາບ ແລະ ເຄມີ, ການບູລະນະຟື້ນຟູສິ່ງ ແວດລ້ອມທໍາມະຊາດ ແລະ ສັງຄົມ, ການຄໍ້າປະກັນການປິດບໍ່ແຮ່, ການກຳນົດເວລາດຳເນີນການປິດບໍ່. ການກຳນົດຄະນະກຳມະການຮັບຜິດຊອບວຽກງານປິດບໍ່ແຮ່, ມາດຕະການຕໍ່ການລະເມີດ ແລະ ອື່ນໆ. ພາຍຫຼັງປັບປຸງສໍາເລັດແລ້ວ ໃຫ້ສົມ ທົບກັບ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກວດກາຮຽບຮຽງຄືນ ແລ້ວສະເໜີທ່ານນາຍົກລັດຖະມົນຕີ ລົງລາຍເຊັນ ປະກາດໃຊ້ເປັນທາງການ.

ທີ່ມາ: ຂ່າວເສດຖະກິດ-ການຄ້າ

Comments