ຂ່າວ ພາຍໃນປະເທດ

ສະມາຄົມ ຜູ້ປະກອບການ LAOSME ເປີດກອງປະຊຸມໃຫຍ່ ຄັ້ງທີ 1 ພ້ອມຄັດເລືອກ…

ສະມາຄົມ ຜູ້ປະກອບການ LAOSME ເປີດກອງປະຊຸມໃຫຍ່ ຄັ້ງທີ I ພ້ອມຄັດເລືອກຄະນະບໍລິຫານງານຂອງສະມາຄົມ ໃນວັນທີ 1 ເດືອນ ສິງຫາ 2020. ສະມາຄົມສົ່ງເສີມຜູ້ປະກອບການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງຂອງລາວ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ I ຂື້ນ ທີ່ຫ້ອງປະຊຸມໃຫຍ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 57 ທ່ານ ຍິງ 17 ທ່ານ, ເປັນກຽດເຂົ້າຮ່ວມໃນງານມີທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ວາລະໄຊ ເລັ່ງສະຫວັດ, ຫົວໜ້າກົມ ການຄ້າພາຍໃນ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ແສງອາລຸນ ຍົດລືໄຊ, ຮອງຫົວໜ້າກົມ ພັດທະນາ ແລະ ບໍລິຫານລັດ, ກະຊວງພາຍໃນ, ທ່ານ ນາງ ຈັນທະຈອນ ວົງໄຊ, ...

Read More »

ການນໍາເຂົ້າສິ່ງເສດເຫລືອ ຢາງພລາສະຕິກ ຕ້ອງມີໃບ ຢັ້ງຢືນນໍາເຂົ້າ ຈາກກົມອຸດສາຫະກໍາ ແລະ ຫັດຖະກໍາ…

ກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກບົດແນະນໍາ ກ່ຽວກັບການດໍາເນີນກິດຈະການໂຮງງານປຸງແຕ່ງ ສິ່ງເສດເຫລືອຢາງພລາສະຕິກ, ເລກທີ 0682/ອຄ.ກອຫ, ລົງວັນທີ 17 ກໍລະກົດ 2020. ເພື່ອຮັບປະກັນໃຫ້ການຄຸ້ມຄອງ ການດໍາເນີນກິດ ຈະການໂຮງງານປຸງແຕ່ງສິ່ງເສດເຫລືອຢາງພລາສະຕິກ ໃຫ້ໄດ້ຕາມເງື່ອນໄຂ ແລະ ມາດຕະຖານເຕັກນິກໂຮງງານ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ແນ່ໃສ່ຫລຸດຜ່ອນຜົນກະທົບຕໍ່ສຸຂະພາບຂອງຜູ້ອອກແຮງງານຢູ່ໃນໂຮງງານ ແລະ ຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ. ພ້ອມກັນນີ້, ເພື່ອເປັນການປະກອບສ່ວນແກ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ. ການຂໍອະນຸຍາດນໍາເຂົ້າສິ່ງເສດເຫລືອຢາງພລາສະຕິກ ແມ່ນໃຫ້ຍື່ນໜັງສືສະເໜີ ຂໍນໍາເຂົ້າເປັນແຕ່ລະກໍລະນີ ເຖິງກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ລາຍລະອຽດຄວນປະກອບເອກະສານ ດັ່ງນີ້: ແຜນການເຄື່ອນໄຫວປະຈໍາປີ, ໃບສັ່ງຊື້ສິນຄ້າ, ໃບສະ ເໜີລາຄາ, ໃບຢັ້ງຢືນຄວາມສະອາດຂອງສິ່ງເສດເຫລືອຢາງປລາສະຕິກ ຈາກເຈົ້າໜ້າທີ່ພາກລັດ ຫລື ອົງກອນໃດໜຶ່ງທີ່ກ່ຽວຂ້ອງຂອງປະເທດຕົ້ນທາງ, ຮູບຖ່າຍສິ່ງເສດເຫລືອຢາງປລາສະຕິກທີ່ຈະນໍາເຂົ້າ, ໃບມອບສິດຜູ້ມາພົວພັນເອກະສານ, ສໍາເນົາທະບຽນວິສາຫະກິດ, ສໍາເນົາໃບຢັ້ງຢືນດ້ານສິ່ງແວດລ້ອມໂຮງງານ, ສໍາເນົາໃບຢັ້ງຢືນດໍາເນີນກິດຈະການໂຮງງານ ແລະ ສໍາເນົາໃບມອບພັນທະພາສີ, ອາ ...

Read More »

ສື່ມວນຊົນທົ່ວປະເທດ ສຳເລັດການຝຶກອົບຮົມກ່ຽວກັບການປົກປ້ອງເດັກ ແລະ ການປ້ອງກັນພະຍາດໂຄວິດ-19…

ໃນວັນທີ 31 ກໍລະກົດ 2020 ຜ່ານມາ ທີ່ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງອຸດົມໄຊ ໄດ້ມີພິທີປິດກອງປະຊຸມປະຈຳປີ ວຽກງານສື່ມວນຊົນທົ່ວປະເທດ ກ່ຽວກັບການປົກປ້ອງເດັກ, ຄົນລາວ ລຸ້ນປີ 2030 ຂຶ້ນ ແລະ ການປ້ອງກັນພະຍາດໂຄວິດ-19 ພາຍຫລັງທີ່ໄດ້ດຳເນີນມາເປັນເວລາ 2 ວັນເຄິ່ງ ດ້ວຍຜົນສໍາເລັດອັນຈົບງາມ.ກອງປະຊຸມໃນຄັ້ງນີ້, ບັນດາສື່ມວຊົນທີ່ມາຈາກທົ່ວປະເທດໄດ້ຮັບຟັງຂໍ້ມູນຄວາມຮູ້ຫລາຍຢ່າງຈາກວິທະຍາກອນທັງ 5 ທ່ານ, ໂດຍສະເພາະ ແມ່ນການຂຽນຂ່າວຜ່ານສື່ອອນລາຍ ພ້ອມແບ່ງກຸ່ມເຮັດກິດຈະກຳລົງສໍາພາດຕົວຈິງ ໃນຫລາຍຂະແໜງການ ເປັນຕົ້ນແມ່ນ ສໍາພາດຄະນະສະເພາະກິດຂັ້ນແຂວງ, ພະແນກສາທາລະນະສຸກ, ພະແນກສຶກສາທິການ ແລະ ກິລາ ແລະ ລົງຢ້ຽມຢາມຊຸມຊົນ, ໂຮງຮຽນ, ໂຮງໝໍ, ຊາຍແດນຂອງແຂວງອຸດົມໄຊ ແລ້ວນໍາຂໍ້ມູນດັ່ງກ່າວມາເຮັດບົດຂ່າວ, ວີດີໂອຂ່າວ ແລ້ວນຳສະເໜີໃຫ້ວິທະຍາກອນໄດ້ມີຄວາມເຫັນ ເພື່ອປັບປຸງວິທີການຂຽນຂ່າວຂອງບັນດາສື່ມວນຊົນ ໃຫ້ມີປະສິດທິພາບດີຂຶ້ນ. ໃນໂອກາດເຂົ້າຮ່ວມກອງປະຊຸມ ທ່ານ ສຸລິໂຍ ແສງງາມ ຫົວໜ້າໜ່ວຍງານບົດຄວາມ ໜັງສືພິມວຽງຈັນໃໝ່ ໄດ້ໃຫ້ຮູ້ວ່າ: ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ແມ່ນມີຄວາມສໍາຄັນໃນການຍົກລະດັບ ໃນການລາຍງານການຂຽນຂ່າວ ເພື່ອເຮັດໃຫ້ທັນເຫດການ, ກະທັດຮັດ ແລະ ສາມາດສ່ອງແສງເຖິງສະພາບຄວາມເປັນຈິງໃນສັງຄົມ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນ ...

Read More »

ຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກຢູ່ລາວຫຼຸດລົງ…

ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຂ້າງຢູ່ ສປປ ລາວ (ຄກຊລ) ແຈ້ງໃຫ້ຮູ້ວ່າ: ຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກຢູ່ລາວໂດຍສະເພາະຈາກລະເບີດລູກຫວ່ານຫຼຸດລົງໃນແຕ່ລະປີ ຈາກ 119 ຄົນ ໃນປີ 2010 ຍັງເຫຼືອ 25 ຄົນ ໃນປີ 2019 ແລະ ຫຼຸດຍັງເຫຼືອ 18 ຄົນ ໃນປີ 2020. ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານ ຄກຊລ ໄດ້ກ່າວໃນຖະແຫຼງຂ່າວ ເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງວຽງຈັນ ເພືີ່ອລະນຶກເຖິງວັນມີຜົນບັງຄັບໃຊ້ສົນທິສັນຍາ ວ່າດ້ວຍການຕ້ານລະເບີດລູກຫວ່ານ ຄົບຮອບ 10 ປີ (01 ສິງຫາ 2010-01 ສິງຫາ 2020) ວ່າ: ວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການຕ້ານລະເບີດລູກຫວ່ານ ເປັນການສະແດງເຖິງຄວາມສາມັກຄີ ແລະ ຄວາມເປັນຈິດໜຶ່ງໃຈດຽວ ໃນການປະຕິບັດພັນທະສາກົນຕໍ່ມວນມະນຸດໂລກ ແນໃສ່ເຮັດໃຫ້ໂລກມີຄວາມປອດໄພ ຈາກລະເບີດລູກຫວ່ານ ເປັນພື້ນຖານໃຫ້ເກີດສັນຕິພາບ ແລະ ຢຸດຕິຄວາມທໍລະມານຂອງປະຊາຊົນຈາກໄພຂົ່ມຂູ່ຂອງລະເບີດລູກຫວ່ານ. ທ່ານຄຳແພງໄດ້ກ່າວຕື່ມວ່າ: ປະເທດລາວເປັນປະເທດທີ 2 ທີ່ໄດ້ລົງນາມເຊັນສົນທິສັນຍາດັ່ງກ່າວ, ...

Read More »

ການໄດ້ຮັບລາງວັນທຸລະກິດດີເດັ່ນໄດ້ສ້າງຄວາມພາກພູມໃຈ ແລະ ຄວາມໜ້າເຊື່ອຖືໃຫ້ແກ່ບໍລິສັດ

ຄວາມສຸກ ແລະ ຄວາມຕື່ນເຕັ້ນແບບບໍ່ຄາດຄິດໄດ້ເກີດຂຶ້ນ ໃນຊ່ວງເວລາສັ້ນໆ ທີ່ຊື່ຂອງທ່ານ ຖືກປະກາດໃນງານມອບ-ຮັບ ລາງວັນທຸລະກິດດີເດັ່ນປະຈໍາປີ ຊ່າງເປັນເລື່ອງທີ່ໜ້າພາກພູມໃຈ ແລະ ຊື່ນຊົມຍິນດີເປັນຢ່າງຍິ່ງ.ແຕ່ນັ້ນກໍແມ່ນຄວາມໝາກຜົນໃນຄວາມພະຍາຍາມໃນການຂັບເຄື່ອນທຸລະກິດຂອງທ່ານຈົນສາມາດກ້າວສູ່ເສັ້ນໄຊ ໂດຍມີຂັນລາງວັນເປັນຫຼັກຖານຢັ້ງຢືນ.ລາງວັນທຸລະກິດດີເດັ່ນ ເປັນສັນຍາລັກຂອງການເຮັດວຽກໜັກຂອງທ່ານພ້ອມກັບທີມງານບໍລິສັດ ເຊິ່ງຖືເປັນການທຸ້ມເທທີ່ຄຸ້ມຄ່າ ເພາະລາງວັນນີ້ເປັນຕົວຊ່ວຍເຮັດໃຫ້ທຸລະກິດຂອງທ່ານກາຍເປັນໜຶ່ງໃນ “ຜູ້ນຳ” ດ້ານທຸລະກິດລະດັບຊາດ ເຊິ່ງທ່ານຍັງສາມາດໃຊ້ປະໂຫຍດຈາກການໄດ້ຮັບລາງວັນຄັ້ງນີ້ ເປັນຊ່ອງທາງໂປຣໂມດດ້ານການຕະຫຼາດນຳອີກ. ການເປັນຜູ້ຊະນະລາງວັນທຸລະກິດດີເດັ່ນ ບໍ່ມີສະເພາະຄວາມພາກພູມໃຈເທົ່ານັ້ນ, ລາງວັນດັ່ງກ່າວຖືເປັນການສະເຫຼີມສະຫຼອງໃຫ້ກັບບໍລິສັດທີ່ກຳລັງເຕີບໂຕ ແລະ ປະສົບຄວາມສຳເລັດ ທັງມີຄວາມມຸ່ງໝັ້ນ ແລະ ມີສັກກາຍະພາບທີ່ຈະຊ່ວຍຂັບເຄື່ອນເສດຖະກິດພາຍໃນຊຸມຊົນ ກໍຄືເສດຖະກິດຂອງປະເທດຊາດເຮົາອີກດ້ວຍ.ລາງວັນບາງຢ່າງອາດຈະບໍ່ແມ່ນ ເງິນສົດ ສະເໝີໄປ ແຕ່ທັງໝົດເຫຼົ່ານັ້ນກໍຄື “ຄວາມພາກພູມໃຈ ແລະ ໄຊຊະນະອັນລໍ້າຄ່າທີ່ຫາສິ່ງໃດປຽບບໍ່ໄດ້”.ງານຊີງລາງວັນທຸລະກິດອາຊຽນ ດີເດັ່ນ ແຫ່ງ ສປປ ລາວ ປະຈໍາປີ 2020 ໄດ້ຫວນກັບຄືນມາອີກຄັ້ງ. ບໍ່ວ່າທຸລະກິດຂອງທ່ານຈະໜ້ອຍ ຫຼື ໃຫຍ່, ທ່ານກໍສາມາດຮ່ວມສະໝັກຊີງລາງວັນດັ່ງກ່າວໄດ້; ທ່ານສາມາດອ່ານລາຍລະອຽດເພີ່ມເຕີມ ແລະ ດາວໂຫຼດແບບຟອມສະໝັກໄດ້ທີ່:www.lncci.la/aba2020ຫຼື ສອບຖາມໄດ້ທີ່ເບີ +856 20 5256 2729 / +856 20 5528 9996

Read More »

ຮອງນາຍົກລັດຖະມົນຕີ ສົມດີ ດວງດີ ຊີ້ນໍາໃຫ້ພັດທະນາຕະຫຼາດທຶນ ກ້າວສູ່ຄວາມເຂັ້ມແຂງ

ຂປລ. ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ II ປະຈໍາປີ 2020 ໄດ້ສຳເລັດລົງໃນວັນທີ 31 ກໍລະກົດ 2020 ທີ່ສຳນັກງານ ຄຄຊ (ສ.ຄຄຊ) ພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຄຊ; ມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ຮອງປະທານ ຄຄຊ-ຜູ້ປະຈຳການ; ບັນດາຄະນະກໍາມະການຄຸ້ມຄອງຫຼັກຊັບ, ທ່ານນາງ ສາຍສະໝອນ ຈັນທະຈັກ ຫົວໜ້າ ສຄຄຊ, ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທຫລ, ປະທານສະພາບໍລິຫານຕະຫຼາດຫຼັກຊັບລາວ (ຕລຊລ) ແລະ ພາກສ່ວນກ່ຽວຂ້ອງ. Health workers wearing protective clothing are pictured at a makeshift rapid testing centre for the ...

Read More »

ລັດຖະບານສືບຕໍ່່ມາດຕະການຕ້ານພະຍາດ Covid-19 ອອກໄປອີກ 1 ເດືອນ…

ລັດຖະບານສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ Covid-19 ໄປອີກ 1 ເດືອນ ເພາະເຫັນວ່າຍັງມີຄວາມສ່ຽງໃນການນໍາເຂົ້າເຊື້ອພະຍາດດັ່ງກ່າວ ຈາກການເດີນທາງ ເຂົ້າ-ອອກ ນັບຕັ້ງແຕ່ວັນທີ 01-3 ສິງຫາ 2020 ເພື່ອປ້ອງກັນບໍ່ໃຫ້ມີການພົບຜູ້ຕິດເຊື້ອຮອບ 2. ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ ໄດ້ຕາງໜ້າໃຫ້ລັດຖະບານລາວ ຖະແຫຼງຂ່າວໃນຕອນບ່າຍຂອງວັນທີ 30 ກໍລະກົດ ຜ່ານມາ ກ່ຽວກັບການສືບຕໍ່ປະຕິບັດ ບັນດາມາດຕະການຜ່ອນຜັນດັ່ງກ່າວ ໂດຍມີເນື້ອໃນບາງຕອນທີ່ວ່າ: ຫຼາຍປະເທດໃນໂລກຍັງມີການແຜ່ລະບາດຂອງພະຍາດເປັນວົງກ້ວາງ, ບາງປະເທດ ພະຍາດດັ່ງກ່າວໄດ້ກັບມາລະບາດເປັນຮອບທີ 2 ກໍມີ, ຖ້າພວກເຮົາບໍ່ຄຸ້ມຄອງການເດີນທາງ ເຂົ້າ-ອອກ ປະເທດ ຢ່າງຮັດກຸມ ກໍຈະມີຄວາມສ່ຽງໃນການນໍາເຂົ້າເຊື້ອພະຍາດ ຈາກຜູ້ເດີນທາງມາຈາກຕ່າງປະເທດ ຄືດັ່ງທີ່ມີກໍລະນີເດີນທາງເຂົ້າມາໃນເດືອນກໍລະກົດ ເຊິ່ງໄດ້ພົບຜູ້ຕິດເຊື້ອເດີນທາງມາແຕ່ ສ ເກົາຫຼີ 1 ຄົນ ເປັນຄົນສັນຊາດເກົາຫຼີ. ລັດຖະບານໄດ້ຕົກລົງ ແລະ ຊີ້ນຳດັ່ງນີ້: ໃຫ້ສືບຕໍ່່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສຳລັບການເຂົ້າ-ອອກ ...

Read More »

ສານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການຕ້າຍການຄ້າມະນຸດລະດັບຊາດ…

ສານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການຕ້າຍການຄ້າມະນຸດລະດັບຊາດ ກ່າວເນື່ອງໃນໂອກາດ ວັນສາກົນເພື່ອຕ້ານການຄ້າມະນຸດ ປະຈໍາປີ 2020. 30 ກໍລະກົດ 2020 ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍເນື່ອງໃນໂອກາດວັນສາກົນຕ້ານການຄ້າມະນຸດ ວັນທີ 30 ກໍລະກົດ ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຕາງໜ້າໃຫ້ການນຳພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຝາກຄວາມຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນມາຍັງທຸກພາກສ່ວນທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ຕະຫລອດຮອດປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ຂໍອວຍພອນໄຊອັນປະເສີດມາຍັງພວກທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມເບີກບານມ່ວນຊື່ນ ໃນວັນສາກົນເພື່ອຕ້ານການຄ້າມະນຸດ ໃນໂອກາດນີ້ດ້ວຍ. ດັ່ງທີ່ຮູ້ນຳກັນແລ້ວວ່າ ບັນຫາການຄ້າມະນຸດ ເປັນອາຊະຍາກຳທີ່ຮ້າຍແຮງ, ໄດ້ລະເມີດສິດທິພື້ນຖານຂອງພົນລະເມືອງຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ກໍ່ຄືສົນທິສັນຍາສາກົນ ຊື່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ຮ່າງກາຍ, ຊີວິດ, ຈິດໃຈຂອງຜູ້ຖືກເຄາະຮ້າຍ, ຕໍ່ຄອບຄົວ, ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍເປັນປະເທດໜຶ່ງ ທີ່ມີບັນຫາການຄ້າມະນຸດ ເຊິ່ງສ່ວນຫລາຍ ເປັນປະເທດຕົ້ນທາງ ແລະ ທາງຜ່ານຂອງການຄ້າມະນຸດ ເນື່ອງຈາກທີ່ຕັ້ງພູມສັນຖານຂອງປະເທດ ມີຄວາມສະດວກໃນການເດີນທາງເຂົ້າ-ອອກຂອງພົນລະເມືອງ, ...

Read More »

ມີນັກຮຽນທັງໝົດ 64,340 ຄົນ ທີ່ສອບເສັງຈົບຊັ້ນມັດຖະຍົມສຶກສາຕອນປາຍໃນປີນີ້…

ການສອບເສັງຈົບຊັ້ນມັດທະຍົມຕອນປາຍ (ມ7) ສໍາຫຼັບສົກສຶກສາ 2019-2020 ມີ 4 ວິຊາສອບເສັງຄື: ວິຊາຄະນິດສາດ, ພາສາລາວ-ວັນນະຄະດີ, ຊີວະສາດ ແລະ ວິຊາ ພູມສາດ. ໂດຍມີນັກຮຽນທັງໝົດ 64.340 ຄົນ (ຍິງ 30.035ຄົນ), ໃນນັັ້ນມີນັກຮຽນສອບເສັງ ບີແລ່ງ (Classes Bilingues) 207 ຄົນ (ຍິງ 117 ຄົນ), ເຊິ່ງມີສູນສອບເສັງທັງໝົດ 294 ຄົນ ຢູ່ໂຮງຮຽນ 778 ແຫ່ງໃນຂອບເຂດທົ່ວປະເທດ. ບັນດາສູນສອບເສັງຕ່າງໆໃນທົ່ວປະເທດໄດ້ເປີດການສອບເສັງຈົບຊັ້ນ ມ7 ໃນຕອນເຊົ້າມື້ວານນີ້ ວັນທີ 29 ແລະ ຈະສິ້ນສຸດມື້ນີ້ ວັນທີ 30 ກໍລະກົດ 2020 ໂດຍໃຊ້ເວລາໃນການສອບເສັງທັງໝົດ 2 ມື້. ສະເພາະຢູ່ນະຄອນຫຼວງວຽງຈັນປະກອບມີ 22 ສູນສອບເສັງ ຢູ່ໂຮງຮຽນ 93 ແຫ່ງ ແລະ ມີຈໍານວນນັກຮຽນ ສອບເສັງທັງໝົດ 9.753 ຄົນ ຍິງ 4.889 ...

Read More »

ສະເໜີ ປ່າສະຫງວນແຫ່ງຊາດ ນໍ້າປຸຍ ເປັນມໍລະດົກອາຊຽນ…

ປ່າສະຫງວນແຫ່ງຊາດ ນໍ້າປຸຍ ແຂວງໄຊຍະບູລີ ໄດ້ຖືກສ້າງຕັ້ງຂຶ້ນຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 164/ນຍ, ລົງວັນທີ 29 ຕຸລາ 1993 ມີເນື້ອໃນທັງໝົດ 191.200 ເຮັກຕາ ກວມເອົາ 3 ເມືອງຄື: ເມືອງພຽງ, ເມືອງປາກລາຍ ແລະ ເມືອງທົ່ງມີໄຊ; ເປັນເຂດທີ່ສໍາຄັນໃນການອະນຸລັກສັດປ່າ ເປັນຕົ້ນ: ຊ້າງ, ເມີຍ, ເສືອຫຼາຍຊະນິດ, ເຍືອງ, ໝີ, ທະນີ ໂດຍສະເພາະແມ່ນມີປະຊາກອນຊ້າງຈໍານວນຫຼາຍ ໃນບັນດາປ່າສະຫງວນແຫ່ງຊາດຂອງ ສປປ ລາວ ແລະ ເປັນປ່າສະຫງວນແຫ່ງຊາດເຂດດຽວທີ່ຍັງມີທະນີມືຂາວ. ນອກຈາກນັ້ນຍັງມີນົກ, ສັດມີນົມ, ສັດເລືອຄານຫຼາຍກວ່າຮ້ອຍຊະນິດ ແລະ ມີໄມ້ຫຼາຍຊະນິດທີ່ສໍາຄັນ ແລະ ຫາຍາກລະດັບໂລກ. ເພື່ອແນໃສ່ການປົກປັກຮັກສາຄຸນຄ່າດ້ານການອະນຸລັກ ກໍ່ຄືພືດ ແລະ ສັດປ່າ ຂອງປ່າສະຫງວນແຫ່ງຊາດນໍ້າປຸຍ ໃຫ້ມີຄວາມຍືນຍົງໂດຍການມີສ່ວນຮ່ວມຂອງຫຼາຍພາກສ່ວນ ໂດຍສະເພາະແມ່ນປະຊາຊົນທີ່ອາໄສຢູ່ຂອບເຂດປ່າສະຫງວນ ເພື່ອສ້າງໃຫ້ເປັນອຸທິຍານມໍລະດົກອາຊຽນ ເພື່ອປົກປັກຮັກສາຄຸນຄ່າຊີວະນາໆພັນໃຫ້ມີຄວາມຍືນຍົງ ແລະ ເກີດຜົນປະໂຫຍດແກ່ຊຸມຊົນທ້ອງຖິ່ນ. ໃນວັນທີ 28 ກໍລະກົດ 2020 ນີ້ ຢູ່ທີ່ຫ້ອງປະຊຸມກອງຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າປຸຍ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຜ່ານຮ່າງແຜນຈັດສັນ-ຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າປຸຍຂຶ້ນຢ່າງເປັນເປັນທາງການ ...

Read More »