ຂ່າວ ພາຍໃນປະເທດ

ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ຄົນທີ່ 20

ຄະນະສະເພາະກິດລາຍງານດ່ວນ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເປັນເພດຊາຍອາຍຸ 32 ປິ, ສັນຊາດເກົາຫລີ, ອາຊີບ: ວິຊາການໄຟຟ້າ, ບ່ອນເຮັດວຽກເຂື່ອນໄຟຟ້ານໍ້າງຽບ ຜູ້ກ່ຽວຍັງບໍ່ທັນໄດ້ໄປເຮັດວຽກເຂື່ອນເທື່ອ ເພາະວ່າຍັງກັກໂຕຕາມລະບຽບການ ແລະ ຖືກກັກໂຕຢູ່ໂຮງແຮມທີ່ຖືກກຳນດໄວ້ໃນນະຄອນຫຼວງວຽງຈັນ, ຕາມການລາຍງານ ຜູ້ກ່ຽວກ່ອນທີ່ຈະເດີນທາງມາ ສປປ ລາວ ແມ່ນບໍ່ມີອາການຫຍັງ ແລະ ໄດ້ກວດ COVID_19 ດ້ວຍ RT-PCR ເປັນຜົນລົບ ກ່ອນທີ່ຈະເດີນທາງເຂົ້າມາ ສປປ ລາວ ແລະ ຜູ້ກ່ຽວໄດ້ອາໄສຢູ່ນໍາຄອບຄົວທີ່ບໍ່ໄດ້ຕິດເຊື້ອໂຄວິດມາກ່ອນ. ໃນວັນທີ 18 ກໍລະກົດ 2020 ຜູ້ກ່ຽວໄດ້ເດີນທາງຈາກປະເທດຍີ່ປຸ່ນ (ໂອສະກາ-ໂຕກຽວ) ມາຜ່ານ ສສ ເກົາຫຼີ (ອິນຊອນ) ມາ ສປປ ລາວ ຜ່ານທາງສະໜາມບິນວັດໄຕ, ໂດຍຖ້ຽວບິນ QV922A  ເລກທີ່ຕັ້ງນັ່ງ: 015E ຜູ້ກ່ຽວເດີນທາງມາກັບໝູ່ 4 ຄົນ, ໃນຖ້ຽວບິນ QV922A ມີຜູ້ໂດຍສານ 109 ຄົນ ເດີນທາງຈາກສະໜາມບິນມາໂຮງແຮມດ້ວຍລົດຕູ້ເຊົ່າ (ໂຮງແຮມເຊົ່າມາ), ມີທັງໝົດ 6 ...

Read More »

ຮອງປະທານປະເທດ ເຄື່ອນໄຫວເຮັດວຽກຢູ່ ແຂວງອຸດົມໄຊ…

ໃນວັນທີ 23 ກໍລະກົດ 2020 ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງເຖິງແຂວງອຸດົມໄຊ ເພື່ອລົງເຄື່ອນໄຫວເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ IX ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 24-25 ກໍລະກົດ 2020 ນີ້, ໂດຍໄດ້ຮັບການຕ້ອນຮັບຈາກ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ. ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດປັດຈຸບັນ ແຂວງອຸດົມໄຊ ໄດ້ມີຄວາມພ້ອມ 100% ເພື່ອຈັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 24-25 ກໍລະກົດ ນີ້, ເຊິ່ງເປັນແຂວງທຳອິດໃນຂອບເຂດທົ່ວປະເທດ ທີ່ຈັດກອງປະຊຸມດັ່ງກ່າວຂຶ້ນ ໂດຍໄດ້ມີຄວາມພ້ອມໃນທຸກດ້ານ ໂດຍສະເພາະ ດ້ານຂະບວນການ, ດ້ານເນື້ອໃນ, ດ້ານບຸກຄະລາກອນ, ດ້ານຄວາມປອດໄພ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ. ກອງປະຊຸມໃນຄັ້ງນີ້, ໄດ້ຈັດໃຫ້ມີຄວາມແຕກຕ່າງ ຈາກກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ໃນປີທີ່ຜ່ານໆມາໂດຍງົດບໍ່ໃຫ້ມີການມອບຊໍ່ດອກໄມ້, ບໍ່ມີການສະແດງສິລະປະຂັ້ນເວລາ, ...

Read More »

ຫຼວງພະບາງ (ສປປ ລາວ) ໄດ້ຖືກເລືອກໃຫ້ເປັນຕົວເມືອງສໍາລັບນັກທ່ອງທ່ຽວໃນ 5 ຕົວເມືອງຂອງອາຊີ…

15 ອັນດັບ ຕົວເມືອງທີ່ໜ້າທ່ອງທ່ຽວທີ່ສຸດໃນອາຊີ ອັນດັບ 1: Hoi An, ປະເທດຫວຽດນາມ ອັນດັບ 2: ຊຽງໃໝ່, ປະເທດໄທ ອັນດັບ 3: ກຽວໂຕ, ປະເທດຍີ່ປຸ່ນ ອັນດັບ 4: Udaipur, ປະເທດອິນເດຍ ອັນດັບ 5: ຫລວງພະບາງ, ປະເທດລາວ ອັນດັບ 6: Ubud, ປະເທດອິນໂດເນເຊຍ ອັນດັບ 7: ບາງກອກ ປະເທດໄທ ອັນດັບ 8: Jaipur, ປະເທດອິນເດຍ ອັນດັບ 9. ໂຕກຽວ ປະເທດຍີ່ປຸ່ນ ອັນດັບ 10. Siem Reap, ປະເທດກຳປູເຈຍ ອັນດັບ 11. ສິງກະໂປ, ປະເທດສິງກະໂປ ອັນດັບ 12. Kolkata, ປະເທດອິນເດຍ ອັນດັບ 13. ເຊອຸນ ປະເທດເກົາຫຼີໃຕ້ 14. ໄທເປ Panoramic ...

Read More »

ເຜີຍແຜ່ຄວາມຮູ້ ໃນການສົ່ງເສີມສຸຂະພາບຂອງແມ່ ແລະ ເດັກ ໃຫ້ແກ່ແມ່ຍິງຖືພາ ແລະ ແມ່ຫລັງເກີດລູກ…

ອົງການສະຫະປະຊາຊາດເພື່ອປະຊາກອນ ຮ່ວມກັບ ກົມການສຶກສາ ສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ຈັດກິດຈະກຳ ການບໍລິການສຸຂະພາບຂອງແມ່ ແລະ ເດັກ ໃຫ້ບັນດາແມ່ຍິງຖືພາ ແລະ ແມ່ຫລັງເກີດລູກ ໃນວັນທີ 23 ກໍລະກົດ 2020 ນີ້, ຢູ່ໂຮງໝໍແມ່ ແລະ ເດັກ ນະຄອນຫລວງວຽງຈັນ ເພື່ອເປັນການສົ່ງເສີມສຸຂະພາບຂອງແມ່ຍິງໃນໄລຍະຖືພາ, ເກີດ ແລະ ຫລັງເກີດ, ພ້ອມທັງໃຫ້ຄວາມຮູ້ແກ່ແມ່ຖືພາ, ສາມີ, ຄອບຄົວໄດ້ຮູ້ ແລະ ເຂົ້າໃຈ ກ່ຽວກັບການກັນ, ຕອບໂຕ້ ແລະ ຄວບຄຸມພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່. ນອກຈາກນີ້, ກໍເພື່ອເປັນການແລກປ່ຽນປະສົບການຮ່ວມກັນ ລະຫວ່າງຜະດຸງຄັນ, ແມ່ຖືພາ, ຄອບຄົວ ກ່ຽວກັບການລ້ຽງລູກດ້ວຍນົມແມ່ ແລະ ໂພຊະນາການ ໃນແມ່ຍິງຖືພາ ແລະ ເພື່ອເປັນການສະເຫລີມສະຫລອງ ວັນຜະດຸງຄັນສາກົນ ກໍຄື ວັນຜະດຸງຄັນລາວ ຄົບຮອບ 10 ປີ ທີ່ຈະມາເຖິງນີ້. ທ່ານ ດຣ. ຜາສຸກ ວົງວິຈິດ ຫົວໜ້າກົມການສຶກສາ ສາທາລະນະສຸກ ໄດ້ກ່າວວ່າ: ...

Read More »

ຈີນເປີດນ່ານຟ້າໃຫ້ 3 ສາຍການບິນຕ່າງປະເທດ ໃນນັ້ນມີລາວນຳ…

ເຈົ້າໜ້າທີ່ຄວບຄຸມການບິນພົນລະເຮືອນຂອງຈີນກ່າວໃນວັນທີ 17 ກໍລະກົດຜ່ານມາວ່າ: ສາຍການບິນຍີ່ປຸ່ນ, ສາຍການບິນລາວ, ແລະ ສາຍການບິນ Hainan ໄດ້ຮັບອະນຸຍາດໃຫ້ເພີ່ມຈຳນວນຖ້ຽວບິນລະຫວ່າງປະເທດເນື່ອງຈາກມີມາດຕະການຄວບຄຸມ COVID-19 ທີ່ມີປະສິດຕິຜົນ. ຖ້ຽວບິນ JL829/0 ໂຕກຽວ-Dalian, ຖ້ຽວບິນ QV815/6 ນະຄອນຫຼວງວຽງຈັນ-ຄຸນໝິງ, ຖ້ຽວບິນ HU491/2 ປັກກິ່ງ-ບຣຸກແຊນ ແລະ ຖ້ຽວບິນ HU7975 / 6 ປັກກິ່ງ-Toronto. ຈຳນວນຖ້ຽວບິນເຫຼົ່ານີ້ສາມາດເພີ່ມຂື້ນຈາກ 1-2 ຖ້ຽວຕໍ່ອາທິດ ຈົນຮອດວັນທີ 24 ຕຸລາ, ອີງຕາມຂໍ້ມູນຈາກ CAAC. ສາຍການບິນຍີ່ປຸ່ນ ແລະ ສາຍການບິນລາວແມ່ນສາຍການບິນຕ່າງປະເທດ 2 ແຫ່ງທຳ ອິດທີ່ໄດ້ຮັບອະນຸຍາດໃຫ້ບິນ. ອີງຕາມນະໂຍບາຍຂອງ CAAC, ຖ້າວ່າຜູ້ໂດຍສານທັງໝົດ ທີ່ເຂົ້າມາກວດແຕ່ບໍ່ພົບເຊື້ອພະຍາດ Covid-19 ເປັນເວລາ 3 ອາທິດຕິດຕໍ່ກັນ, ສາຍການບິນຈະໄດ້ຮັບອະນຸຍາດໃຫ້ເພີ່ມຈຳນວນຖ້ຽວບິນ 2 ຮອບຕໍ່ອາທິດ. ຖ້າຈຳນວນຜູ້ໂດຍສານທີ່ເຂົ້າມາກວດ ພົບຜູ້ຕິດເຊື້ອຮອດ 5 ຄົນ, ສາຍການບິນຈະຖືກໂຈະເປັນເວລາໜຶ່ງອາທິດ. ຖ້າຫາກຈຳນວນຜູ້ໂດຍສານທີ່ເຂົ້າມາກວດ ພົບຜູ້ຕິດເຊື້ອຮອດ 10 ຄົນ ...

Read More »

ວຽກງານການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຂອງສື່ມວນຊົນ…

ໃນວັນທີ 22 ກໍລະກົດ 2020 ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ, ນະຄອນຫລວງວຽງຈັນ, ໂຄງການຫຼຸດດຜ່ອນຄວາມສ່ຽງຈາກການຄ້າມະນຸດ ຂອງອົງການວິນຣອກສາກົນ ຮ່ວມກັບກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດການສຳມະນາກ່ຽວກັບບົດບາດຂອງສື່ມວນຊົນ ໃນວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໂດຍມີຈຸດປະສົງເພື່ອໃຫ້ສື່ມວນຊົນ ຫລືນັກຂ່າວ ມີສ່ວນຮ່ວມໃນການໂຄສະນາໃຫ້ຄວາມຮູ້ກ່ຽວກັບ ຮູບແບບຂອງການຄ້າມະນຸດ ແລະ ການປ້ອງກັນຕົນເອງ, ສະມາຊິກຄອບຄົວ ຈາກການຄ້າມະນຸດໃຫ້ກັບກຸ່ມສ່ຽງ ໂດຍສະເພາະໄວໜຸ່ມ, ນັກຮຽນ-ນັກສຶກສາ, ປະຊາຊົນ ທົ່ວໄປໃນສັງຄົມ. ພ້ອມກັນນັ້ນ, ຍັງໄດ້ເນັ້ນການສົ່ງເສີມການເຄື່ອນຍ້າຍແຮງງານທີ່ຖືກຕ້ອງ ແລະ ການເຮັດວຽກ ທີ່ປອດໄພ ເພື່ອຫລຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ. ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ການຄ້າມະນຸດຍັງເປັນບັນຫາ ແລະ ປະກົດການຫຍໍ້ທໍ້ ທີ່ເປັນຜົນກະທົບ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ປະເທດອື່ນໆ ໃນອະນຸພາກພື້ນລຸ່ມແມ່ນ້ຳຂອງ, ສາເຫດຕົ້ນຕໍທີ່ປະຊາຊົນລາວເຮົາຖືກຕົວະຍົວະຫລອກລວງ ໃຫ້ເຂົ້າສູ່ຄະບວນການຄ້າມະນຸດ ກໍຍັງແມ່ນຄວາມທຸກຍາກ, ຄວາມແຕກໂຕນທາງດ້ານເສດຖະກິດ ແລະ ...

Read More »

ເພີ່ມຄວາມຮູ້ໃຫ້ບັນນາທິການກ່ຽວກັບກົດໝາຍ ແລະ ລະບຽບການຄຸ້ມຄອງສື່ມວນຊົນ…

ໃນວັນທີ 22 ກໍລະກົດ 2020 ສະຖາບັນສື່ມວນຊົນ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຍົກລະດັບຄວາມຮູ້ໃຫ້ບັນນາທິການກ່ຽວກັບ “ກົດໝາຍ ແລະ ລະບຽບ ໃນການຄຸ້ມຄອງສື່ມວນຊົນ ໂດຍສະເພາະສື່ສັງຄົມອອນລາຍ”, ລວມທັງລະບຽບການຄຸ້ມຄອງການສື່ສານ ຜ່ານໂທລະສັບມືຖື ແລະ ອິນເຕີເນັດ ແລະ ອື່ນໆ ເພື່ອໃຫ້ຜູ້ເຂົ້າຮ່ວມ ກໍຄືບັນດາບັນນາທິການ ໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ທິດທາງໃນການຄຸ້ມຄອງ ການເຄື່ອນໄຫວຂອງສື່ແບບໃໝ່. ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຍົກໃຫ້ເຫັນກ່ຽວກັບກົດໝາຍ ແລະ ລະບຽບການຄຸ້ມຄອງສື່ມວນຊົນ-ສື່ສັງຄົມອອນລາຍ, ຂໍ້ມູນຂ່າວສານຜ່ານສື່ສັງຄົມອອນລາຍ, ຂໍ້ມູນຂ່າວສານປອມ (ຂ່າວປອມ ຫລື Fake News), ບັນດາສື່ອອນລາຍຕ່າງໆ ທີ່ຜິດກົດໝາຍ, ການຄຸ້ມຄອງຕາມກົດໝາຍ ແລະ ລະບຽບການ, ຄວາມເຂົ້າໃຈກ່ຽວກັບຂ່າວລື-ຂ່າວຫລອກລວງ ແລະ ອື່ນໆ. ປັດຈຸບັນ ການນຳໃຊ້ອິນເຕີເນັດ ເຮັດໃຫ້ການສື່ສານ ແລະ ການຮັບສົ່ງຂ່າວສານສະດວກວ່ອງໄວຫລາຍຂຶ້ນ ເຮັດໃຫ້ປະຊາຊົນ ຫັນມາບໍລິໂພກຂ່າວ ຜ່ານສື່ທາງອິນເຕີເນັດ ...

Read More »

ລາວ-ຈີນ ເສີມຂະຫຍາຍການພົວພັນ ຮ່ວມມືແບບຄູ່ຮ່ວມຍຸດທະສາດ ຕາມທິດ 4 ດີ…

ໃນວັນທີ 21 ກໍລະກົດ 2020, ທີ່ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ປະຊຸມພົບປະແບບທາງໄກ ກັບ ສະຫາຍ ຫລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໂດຍມີຈຸດປະສົງເພື່ອເສີມຂະຫຍາຍການພົວພັນຮ່ວມມື ແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ແລະ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ສະຫາຍທີ່ດີ, ເພື່ອນມິດທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ຮ່ວມມືທີ່ດີ; ນັບທັງການຜັນຂະຫຍາຍ ແຜນແມ່ບົດຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ປະກົດຜົນເປັນຈິງ. ໃນກອງປະຊຸມພົບປະດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດພົບປະກັບ ສະຫາຍ ນາຍົກລັດຖະມົນຕີ ຫລີ ເຄີ້ສຽງ ຜ່ານລະບົບທາງໄກ ຊຶ່ງຖືເປັນກົນໄກອັນໃໝ່ ຍ້ອນສະພາບໂຄວິດ-19. ພ້ອມທັງສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງ ...

Read More »

ຊົມເຊີຍ!! ບໍລິສັດເບຍລາວ ຈໍາກັດ ສົມທົບທຶນ 3.4 ຕື້ກ່ວາກີບ ເຂົ້າໃນການບູລະນະ 3 ສວນສາທາລະນະ…

ວຽກງານປົກປັກຮັກສາ ສິ່ງແວດລ້ອມ ເປັນໜຶ່ງໃນວຽກງານປາຍແຫຼມ ທີ່ທາງບໍລິສັດເບຍລາວ ຈໍາກັດ ໄດ້ໃຫ້ຄວາມສໍາຄັນ ອັນດັບຕົ້ນໆ ຕະຫຼອດມາ, ໂດຍນັບຕັ້ງແຕ່ປີ 2007-2020, ບໍລິສັດເບຍລາວ ຈໍາກັດ ໄດ້ປະກອບສ່ວນທຶນຮອນ ເຂົ້າໃນວຽກງານ ການບົວລະບັດຮັກສາ ສວນສາທາລະນະ 3 ແຫ່ງໃນນະຄອນຫຼວງວຽງຈັນ ປະກອບມີ: ສວນອານຸສອນ ເຈົ້າຟ້າງຸ່ມ, ສວນວົງວຽນຈີ່ນາຍໂມ້ ແລະ ສວນວົງວຽນ 450 ປີ (ຖະໜົມໄກສອນ ພົມວິຫານ) ໄປແລ້ວຫຼາຍ ກ່ວາ 3.4 ຕື້ກີບ.  ໃນຕອນເຊົ້າວັນທີ 18 ກໍລະກົດ 2020, ບໍລິສັດ ເບຍລາວ ຈຳກັດ ຮ່ວມກັບ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ.ວຈ) ແລະ ບໍລິສັດ ສຸກປັນຍາ ກໍ່ສ້າງ ໄດ້ຮ່ວມກັນ ຈັດກິດຈະກຳອອກແຮງງານລວມ ທີ່ ສວນວົງວຽງຈີ່ນາຍໂມ້, ໂດຍມີຈຸດປະສົງເພື່ອປັບປຸງສວນວົງວຽນໂມງຈີ່ນາຍໂມ້ ໃຫ້ມີຄວາມສວຍງາມ ສະອາດ ງາມຕາ, ພ້ອມທັງປັບປຸງ ສ່ວນທີ່ມີການເປເພ່ ເສຍຫາຍ ຈຳນວນໜຶ່ງ.  ...

Read More »

ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບທູດສະຫະພາບ ເອີຣົບ…

ໃນວັນທີ 21 ກໍລະກົດ 2020 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາ ຂອງ ທ່ານ ລີໂອ ຟາເບີ (Leo FA BER), ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງສະຫະພາບເອີຣົບ(ອີຢູ) ປະຈຳ ສປປ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ລາວ-ອີຢູ ຕະຫລອດໄລຍະຜ່ານມາ ຈົນເຖິງປັດຈຸບັນ, ປີ 2020 ເຊິ່ງເປັນປີຄົບຮອບວັນສ້າງຕັ້ງສາຍພົວພັນ ລາວ-ອີຢູ ຄົບຮອບ 45 ປີ. ພ້ອມກັນນັ້ນ, ກໍ່ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການເອົາໃຈໃສ່ປະກອບສ່ວນຢ່າງຫ້າວຫັນ ຂອງ ທ່ານທູດ ໃນການປະກອບສ່ວນຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ອີຢູ ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນ ຕະຫລອດໄລຍະເວລາທີ່ ທ່ານ ...

Read More »