ການນໍາເຂົ້າສິ່ງເສດເຫລືອ ຢາງພລາສະຕິກ ຕ້ອງມີໃບ ຢັ້ງຢືນນໍາເຂົ້າ ຈາກກົມອຸດສາຫະກໍາ ແລະ ຫັດຖະກໍາ…

ກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກບົດແນະນໍາ ກ່ຽວກັບການດໍາເນີນກິດຈະການໂຮງງານປຸງແຕ່ງ ສິ່ງເສດເຫລືອຢາງພລາສະຕິກ, ເລກທີ 0682/ອຄ.ກອຫ, ລົງວັນທີ 17 ກໍລະກົດ 2020. ເພື່ອຮັບປະກັນໃຫ້ການຄຸ້ມຄອງ ການດໍາເນີນກິດ ຈະການໂຮງງານປຸງແຕ່ງສິ່ງເສດເຫລືອຢາງພລາສະຕິກ ໃຫ້ໄດ້ຕາມເງື່ອນໄຂ ແລະ ມາດຕະຖານເຕັກນິກໂຮງງານ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ແນ່ໃສ່ຫລຸດຜ່ອນຜົນກະທົບຕໍ່ສຸຂະພາບຂອງຜູ້ອອກແຮງງານຢູ່ໃນໂຮງງານ ແລະ ຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ. ພ້ອມກັນນີ້, ເພື່ອເປັນການປະກອບສ່ວນແກ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ.

ການຂໍອະນຸຍາດນໍາເຂົ້າສິ່ງເສດເຫລືອຢາງພລາສະຕິກ ແມ່ນໃຫ້ຍື່ນໜັງສືສະເໜີ ຂໍນໍາເຂົ້າເປັນແຕ່ລະກໍລະນີ ເຖິງກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ລາຍລະອຽດຄວນປະກອບເອກະສານ ດັ່ງນີ້: ແຜນການເຄື່ອນໄຫວປະຈໍາປີ, ໃບສັ່ງຊື້ສິນຄ້າ, ໃບສະ ເໜີລາຄາ, ໃບຢັ້ງຢືນຄວາມສະອາດຂອງສິ່ງເສດເຫລືອຢາງປລາສະຕິກ ຈາກເຈົ້າໜ້າທີ່ພາກລັດ ຫລື ອົງກອນໃດໜຶ່ງທີ່ກ່ຽວຂ້ອງຂອງປະເທດຕົ້ນທາງ, ຮູບຖ່າຍສິ່ງເສດເຫລືອຢາງປລາສະຕິກທີ່ຈະນໍາເຂົ້າ, ໃບມອບສິດຜູ້ມາພົວພັນເອກະສານ, ສໍາເນົາທະບຽນວິສາຫະກິດ, ສໍາເນົາໃບຢັ້ງຢືນດ້ານສິ່ງແວດລ້ອມໂຮງງານ, ສໍາເນົາໃບຢັ້ງຢືນດໍາເນີນກິດຈະການໂຮງງານ ແລະ ສໍາເນົາໃບມອບພັນທະພາສີ, ອາ ກອນ ແລະ ພັນທະອື່ນໆ.

ກົມອຸດສາຫະກໍາ ແລະ ຫັດຖະກໍາ ແຈ້ງໃຫ້ຮູ້ຕື່ມວ່າ: ສິ່ງທີ່ຕ້ອງເອົາໃຈໃສ່ກ່ຽວກັບໃບຢັ້ງຢືນການນໍາເຂົ້າສິ່ງເສດເຫລືອຢາງພລາສະຕິກຄື ການນໍາເຂົ້າວັດຖຸດິບສິ່ງເສດເຫລືອຢາງພລາສະຕິກ ໃຫ້ ນໍາເຂົ້າຜ່ານດ່ານສາກົນ ທີ່ໃກ້ໂຮງງານ, ການພິຈາລະນາອອກໃບຢັ້ງຢືນການນໍາເຂົ້າ ໃຫ້ກົມອຸດສາ ຫະກໍາ ແລະ ຫັດຖະກໍາ ພິຈາລະນາຕາມແຜນການນໍາເຂົ້າປະຈໍາປີ ທີ່ໄດ້ຜ່ານການຢັ້ງຢືນແລ້ວເປັນແຕ່ລະຄັ້ງ ໂດຍອີງໃສ່ຄວາມສາມາດຜະລິດຕົວຈິງຂອງໂຮງງານ, ໃບຢັ້ງຢືນການນໍາເຂົ້າມີອາຍຸການ ນໍາໃຊ້ໄດ້ພາຍໃນ 180 ວັນ ນັບແຕ່ມື້ອອກໃບຢັ້ງຢືນ. ໃບຢັ້ງຢືນການນໍາເຂົ້າສາມາດຕໍ່ໄດ້ໜຶ່ງຄັ້ງແຕ່ບໍ່ເກີນ 90 ວັນ. ນອກຈາກນີ້, ໃຫ້ຜູ້ດໍາເນີນກິດຈະການໂຮງງານປຸງແຕ່ງສິ່ງເສດເຫລືອ ຢາງພລາສະຕິກ ຍື່ນໃບຢັ້ງຢືນການນໍາເຂົ້າ ຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານສາກົນ ເພື່ອຕິດຕາມ ແລະ ກວດກາ ການນໍາເຂົ້າຕົວຈິງ. ລາຍລະອຽດຕິດຕໍ່ພົວພັນ ກັບກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ. ເບີໂທ (856) 21 451 930

ແຫຼ່ງຂໍ້ມູນ: ຂປລ

Comments