ຂ່າວ ພາຍໃນປະເທດ

ອົງການ​ກວດ​ສອບ​ແຫ່ງ​ລັດກວດພົບລາຍ​​ຮັບ​ເພີ່ມ 3.808,38 ຕື້​ກີບ ແລະ ລາຍ​ຈ່າຍ​ເພີ່ມ 9.990,73 ຕື້​ກີບ

ປະທານອົງການກວດສອບແຫ່ງລັດ ທ່ານນາງວຽງທອງ ສີພັນດອນ ໄດ້ກ່າວໃນພິທີສະຫຼອງ ວັນສ້າງຕັ້ງ ອົງການກວດສອບແຫ່ງລັດ ໂດຍການເປັນປະທານ ຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ວ່າ ໃນໄລຍະຜ່ານມາ ອົງການກວດສອບແຫ່ງລັດ ສາມາດດໍາເນີນການກວດສອບ ບັນດາກະຊວງ ອົງການ ແຂວງ ນະຄອນຫຼວງ ທະນາຄານ ວິສາຫະກິດ ແລະ ໂຄງການກູ້ຢືມເງິນຕ່າງປະເທດ ໄດ້ທັງໝົດ 810 ເທື່ອ ຊຶ່ງໄດ້ກວດສອບເຫັນ ລາຍຮັບເພີ່ມ 3.808,38 ຕື້ກີບ, ແລະ ລາຍຈ່າຍເພີ່ມເຖິງ 9.990,73 ຕື້ກີບ. ເນື່ອງໃນໂອກາດດັ່ງກ່າວ, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ເນັ້ນໜັກໃຫ້ອົງການກວດສອບ ສ້າງນັກກວດສອບຢ່າງມີຄຸນນະພາບ, ມີຈັນຍາບັນ, ຈັນຍາທໍາ ມີຄວາມຊື່ສັດບໍລິສຸດ ແລະ ມີຄວາມທ່ຽງທໍາ. ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »

ພົບພຣະພຸດທະຮູບເກົ່າແກ່ຈຳນວນຫຼາຍ ທີ່ ຜາແກ້ວ ແຂວງໄຊຍະບູລີ

ວັນທີ 6 ສິງຫາ 2020, ເພຈ Art and Culture of Laos ໄດ້ນຳສະເໜີ ເລື່ອງການຄົ້ນພົບພຣະພຸດທະຮູບເກົ່າແກ່ ໂດຍໄດ້ລະບຸວ່າ: ວັນທີ 04 ສິງຫາ 2020 ໄດ້ມີພະນັກງານຜູ້ໜຶ່ງ ຊື່ວ່າ ຕຸ້ຍ ຫຼັງຈາກເລີກວຽກແລ້ວ ຈຶ່ງໄດ້ໄປຊັກຊວນຫມູ່ຄູ່ຈຳນວນ 4 ຄົນ ໄປໃສ່ມອງເຈຍ ຢູ່ເທິງຜາແກ້ວ ເມືອງປາກລາຍ ແຂວງໄຊຍະບູລີ ແລະ ໄດ້ພົບພຣະພຸດທະຮູບຈຳນວນຫລາຍ ຢູ່ໃນຖ້ຳແຫ່ງນັ້ນ. ຫຼັງຈາກນັ້ນ, ຈຶ່ງໄດ້ໄປແຈ້ງນາຍບ້ານເຖົ້າແກ່ນາຍໂຮມໃຫ້ຮັບຊາບ ຕົກມາຮອດວັນທີ 05 ສິງຫາ 2020 ໂດຍການຊີ້ນຳຂອງຄະນະເຈົ້າເມືອງປາກລາຍ ເຫັນສົມຄວນນຳໄປເກັບຮັກສາໄວ້ທີ່ວັດ ເພື່ອຄວາມເປັນສິຣິມຸງຄຸນ ແລະ ຄວາມປອດໄພ. ແຫຼ່ງຂໍ້ມູນ: Art and Culture of Laos

Read More »

ເມືອງລະຄອນເພັງ ທຳລາຍເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງສຳອາງຕ້ອງຫ້າມ

ແຫລ່ງຂ່າວຈາກ ຖວທ ເມືອງລະຄອນເພັງ ໃຫ້ຮູ້ວ່າ: ວັນທີ 5 ສິງຫາ 2020 ນີ້, ຫ້ອງການສາທາລະນະສຸກ ເມືອງລະຄອນເພັງ ແຂວງສາລະວັນ ໄດ້ຈູດທຳລາຍລິດຕະພັນເຄື່ອງສຳອາງທີ່ມີສານຕ້ອງຫ້າມ, ອາຫານໝົດອາຍຸ, ເສື່ອມຄຸນນະພາບ, ບໍ່ມີສະຫລາກ ແລະ ບໍ່ຮັບປະກັນຄຸນນະພາບ ຢູ່ເດີ່ນຫ້ອງການສາທາລະນະສຸກເມືອງ. ໃນນັ້ນ ປະກອບມີ ອາຫານກະປ໋ອງ, ໜີ່, ນົມ, ນໍ້າແປບຊີ, ເຄື່ອງດື່ມຕ່າງໆ ແລະ ເຄື່ອງສຳອາງຈໍານວນໜຶ່ງ. ທັງນີ້ ກໍເພື່ອເຮັດໃຫ້ປະຊາຊົນ ເມືອງລະຄອນເພັງ ໄດ້ບໍລິການຊົມໃຊ້ ຜະລິດຕະພັນປະເພດອາຫານເຄື່ອງດື່ມ ແລະ ເຄື່ອງສຳອາງ ທີ່ຮັບປະກັນຄຸນນະພາບ ແລະ ຖືກຕ້ອງຕາມລະບຽບກົດໝາຍ. ແຫຼ່ງຂໍ້ມູນ: ຂປລ

Read More »

ຄວາມຄືບໜ້າການປະຕິບັດ ເປົ້າໝາຍພັດທະນາແບບຍືນຍົງ ຢູ່ລາວ…

ກະຊວງການຕ່າງປະເທດ ຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ, ໃນນາມກອງເລຂາແຫ່ງຊາດ ເພື່ອຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ/SDGs) ໄດ້ຈັດກອງປະຊຸມເຜີຍແຜ່ ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດ ເປົ້າໝາຍການພັດ ທະນາແບບຍືນຍົງຢູ່ ສປປ ລາວ ແລະ ວຽກງານກ່ຽວຂ້ອງຕ່າງໆ ໃຫ້ບັນດາເຈົ້າໜ້າທີ່ກ່ຽວຂ້ອງ ໃນວັນທີ 6 ສິງຫາ ທີ່ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ໃຫ້ກຽດເຂົ້າຮ່ວມໂດຍ, ທ່ານ ທອງຜ່ານ ສະຫວັນເພັດ,ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງໆສະ ຫວັນນະເຂດ. ກອງປະຊຸມຄັ້ງນີ້, ແນໃສ່ສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ຂະແໜງການກ່ຽວຂ້ອງຂອງພາກລັດກ່ຽວກັບຄວາມສຳຄັນ ໃນການຈັດຕັ້ງປະຕິບັດ ປພຍ ຂອງ ສປປ ລາວ ເພື່ອຮັບປະກັນການປະກອບສ່ວນ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ. ກອງປະຊຸມຄັ້ງນີ້, ຄະນະຜູ້ແທນຈາກບັນດາແຂວງພາກກາງ ໄດ້ຮັບຟັງການເຜີຍແຜ່ ແລະ ແລກປ່ຽນບົດຮຽນວຽກງານ. ການຈັດຕັ້ງປະຕິບັດ ປພຍ ໂດຍໄດ້ເຊື່ອມສານເຂົ້າ ໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ເຊິ່ງຖືເອົາວຽກງານລຶບລ້າງຄວາມທຸກຍາກ ເປັນບູລິມະສິດຕົ້ນຕໍ ...

Read More »

ກວດພົບສານຟໍມາລິນ (ຟອກໂມນໃສ່ສົບຄົນຕາຍ) ຢູ່ຕະຫລາດແຫ່ງຫນື່ງໃນແຂວງວຽງຈັນ

ແຟນເພຈ ສະບາຍດີແຂວງວຽງຈັນ ໄດ້ໂພສເຕືອນຜູ້ທີ່ມັກກິນປາໝຶກແດງ ແລະ ຍໍ່ຂາວ ທີ່ມີສານຟໍມາລິນ ຫຼື ຟອກໂມນດອງສົບ ໂດຍເພຈດັ່ງກ່າວໄດ້ລະບຸວ່າ: ກວດພົບສານຟໍມາລິນ(ຟອກໂມນໃສ່ສົບຄົນຕາຍ) ຢູ່ຕະຫລາດແຫ່ງຫນື່ງໃນແຂວງວຽງຈັນ. ສຳລັບປາໝຶກແດງ ແມ່ນພົບຫຼາຍໃນປະເພດຕໍາສົ້ມຕ່າງໆ ສ່ວນຍໍ່ຂາວແມ່ນພົບເຫັນຕາມຮ້ານອາຫານບຸບເຟ້ ຮ້ານລາບ ແລະ ຮ້ານຊີ້ນຈຸ່ມ. ເຕືອນຜູ້ບໍລິໂພກ ເພາະສານຟໍມາລິນມີຜົນກະທົບຮ້າຍແຮງຕໍ່ຮ່າງກາຍ ແລະ ອາດເຮັດໃຫ້ເສຍຊີວິດໄດ້ ຖ້າຫາກໄດ້ຮັບສານໃນປະລິມານຫຼາຍ. ແຫຼ່ງຂໍ້ມູນ: ແຟນເພຈ ສະບາຍດີແຂວງວຽງຈັນ

Read More »

ກອງປະຊຸມປຶກສາວຽກງານຄົນເຊື້ອຊາດລາວ ຢູ່ຕ່າງປະເທດ

ໃນວັນທີ 3 ສີງຫາ 2020 ຢູ່ສູນກາງແນວລາວສ້າງຊາດ, ຄະນະທີ່ປຶກສາວຽກງານຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ໄດ້ຈັດກອງປະຊຸມຂຶ້ນ, ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ຮສ.ດຣ ສົມອົກ ກິ່ງສະດາ, ຮອງປະທານ ສູນກາງແນວລາວສ້າງຊາດ, ທ່ານ ຫຽມ ພົມມະຈັນ ຫົວໜ້າຄະນະທີ່ປຶກສາວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດ ພ້ອມດ້ວຍຄະນະເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງການຜ່ານບົດສະຫລຸບການເຄື່ອນໄຫວຂອງຄະນະທີ່ປືກສາຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ໃນໄລຍະຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ, ຜ່ານຮ່າງບົດປະກອບຄໍາເຫັນ ຕໍ່ກອງປະຊຸມຄົບຄະນະທົ່ວປະເທດ ຄັ້ງທີ 5 ສະໄໜທີ X ແລະ ການຈັດຕັ້ງຜັນຂະຫຍາຍແຈ້ງການຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 29/ຫສພ ລົງວັນທີ 21 ພະຈິກ 2019 ວ່າດ້ວຍທິດຊີ້ນໍາຂອງກົມການເມືອງສູນກາງພັກ ກ່ຽວກັບວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດໃນໄລຍະໄໜ່. ແຫຼ່ງຂໍ້ມູນ:​ຂປລ

Read More »

ການປ່ອຍເນື້ອໃນທີ່ບໍ່ອະນຸຍາດ ໂດຍເຜີຍແຜ່ຜ່ານອິນເຕີເນັດ ອາດຕິດຄຸກໄດ້…

ກະຊວງໄປສະນີໂທລະຄົມມະນາຄົມ ແລະ ສື່ສານ ແຈ້ງໃຫ້ຮູ້ວ່າ: ການຫຼິ້ນອິນເຕີເນັດ ຫຼືສື່ສັງຄົມອອນລາຍ ມີທັງປະໂຫຍດ ແລະ ໂທດ, ຖ້າຮ້າຍແຮງອາດສ່ຽງເຖິງຂັ້ນຕິດຄຸກ ເຊັ່ນການປ່ອຍຂ່າວ ຫຼືເນື້ອໃນທີ່ບໍ່ອະນຸຍາດຕາມການລະບຸໄວ້ໃນມາດຕາ 10 ຂອງດຳລັດວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານທາງອິນເຕີເນັດ (ດຳລັດ 327/ລບ). ເນື້ອໃນທີ່ບໍ່ອະນຸຍາດໃຫ້ເຜີຍແຜ່ຜ່ານອິນເຕີເນັດໃນມາດຕາທີ 10 ປະກອບມີເນື້ອໃນທີ່ມີລັກສະນະຕົວະຍົວະ, ຫຼອກລວງ ຫຼືຊວນເຊື່ອປະຊາຊົນ ຢູ່ທັງທັງພາຍໃນ ແລະ ຕ່າງປະເທດໃນການຕໍ່່ຕ້ານພັກ ແລະ ລັດ ຫຼືມ້າງເພສັັນຕິພາບ, ຄວາມເປັນເອກະລລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ວັດທະນາຖາວອນ, ເນື້ອໃນທີ່ມີລັກສະນະຍຸຍົງ ແລະ ສົ່ງເສີມການເຄື່ອນໄຫວທີ່ເປັນການກໍ່ການຮ້າຍ, ຄາດຕະກຳ ແລະ ປັ່ນປ່ວນຕໍ່ສັງຄົມ. ພາບປະກອບເທົ່ານັ້ນ ນອກຈາກນັ້ນ, ຍັງຫ້າມໂຄສະນາບິດເບືອນຄວາມຈິງ ແລະ ປ່າວຂາວອະກຸສົນ ເພື່ອສ້າງຄວາມແບ່ງແຍກ ລະຫວ່າງຊົນເຜົ່າ ຫຼືລະຫວ່າງຊາດ, ຫ້າມເຜີຍແຜ່ຮູບພາບລາມົກ, ຮູບຕັດຕໍ່່ ແລະ ຮູບພາບອື່ນໆ ທີ່ກົດໝາຍລາວຫ້າມ ຫຼືແຕະຕ້ອງຮີດຄອງປະເພນີອັນດີງາມຂອງຊາດ, ເຜີຍແຜ່ຄວາມລັບຂອງຊາດ, ທາງການທະຫານ ຫຼືຄວາມລັບດ້ານອື່ນ ທີ່ກຳນົດໄວ້ໃນລະບຽບກົດໝາຍຂອງປະເທດລາວ ແລະ ອື່ນໆ. ພາບປະກອບເທົ່ານັ້ນ ແຫຼ່ງຂໍ້ມູນ: ...

Read More »

ທູດລາວ ປະຈຳ ສສ. ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ການນຳແຂວງ ເຊິນລາ ແລະ ແຂວງດ້ຽນບຽນ

ໃນວັນທີ 28 ກໍລະກົດ – 01 ສິງຫາ 2020 ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ການນຳແຂວຽເຊິນລາ ແລະ ແຂວງດ້ຽນບຽນ ໃນໂອກາດທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ, ເຊິ່ງໄດ້ຮັບການຕ້ອນຮັບຈາກ ທ່ານ ຟາມວັນຖຸຍ ກຳມະການພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງເຊິນລາ ແລະ ທ່ານ ມົວອາເຊິນ ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນ ແຂວງດ້ຽນບຽນ ທີ່ຫ້ອງວ່າການປົກຄອງແຂວງຂອງແຕ່ລະແຂວງ. ການນຳທັງສອງແຂວງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານ ເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ, ເຊິ່ງເປັນການຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືພິເສດຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ຫວຽດນາມ-ລາວ ກໍ່ຄືການຮ່ວມມື ລະຫວ່າງ ...

Read More »

ທ່ານຮູ້ແລ້ວບໍ? ພະຍາດຖອກທ້ອງຊໍາເຮື້ອ ເປັນສາເຫດໜຶ່ງທີ່ເຮັດໃຫ້ເດັກນ້ອຍລາວເຕ້ຍ…

ອົງການອຸຍນິເຊັບ ມີຄວາມກັງວົນກ່ຽວກັບເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ທີ່ມີເດັກນ້ອຍຫຼາຍຄົນເປັນພະຍາດຖອກທ້ອງຊໍາເຮື້ອ, ເຊິ່ງເປັນສາເຫດທີ່ພາໃຫ້ເດັກນ້ອຍລາວເຕ້ຍ. ທ່ານ ນາງ ບີອາເຕ ດັດສະເຕລ ຮັກສາການຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ ໄດ້ເຂົ້າໃນພິທີປະກາດ ແຂວງ ບໍລິຄຳໄຊ, ເປັນແຂວງຢຸດຕິການຖ່າຍຊະຊາຍ ທີ່ໄດ້ຈັດຂື້ນເມື່ອບໍ່ດົນມານີ້ວ່າ:​ ການສິ້ນສຸດການຖ່າຍຊະຊາຍ ແມ່ນບາດກ້າວທຳອິດ ຂອງການກ້າວໄປສູ່ການມີສຸຂະອະນາໄມຮອບດ້ານ ແລະ ອົງການອຸຍນີເຊັບ ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງພາລະກິດນີ້, ໂດຍມີຊຸມຊົນເປັນເຈົ້າການ ແລະ ອຳນາດການປົກຄອງແຂວງບໍລິຄຳໄຊ ໃຫ້ການສະນັບສະໜູນ. ຫຼັງຈາກທີ່ມີການປະກາດ ທີ່ມີຄວາມໝາຍໃນຄັ້ງນີ້, ພວກເຮົາຈະຕ້ອງສືບຈັດຕັ້ງການປະຕິບັດວຽກສຸຂະອະນາໄມ ແລະ ຮັກສາສະຖານະພາບຢຸດຕິການຖ່າຍຊະຊາຍນີ້, ເຊິ່ງຈະຊ່ວຍໃຫ້ແຂວງບັນລຸເປົ້າໝາຍສຸຂະອະນາໄມຮອບດ້ານ ໂດຍທຸກຄອບຄົວມີ ແລະ ນຳໃຊ້ວິດຖ່າຍຂອງຕົນເອງ, ເຖິງຢ່າງໃດກໍຕາມ, ປັດຈຸບັນຍັງມີຫຼາຍແຫຼ່ງຂອງ ສ ປປ ລາວ ທີ່ມີບັນຫາເລື່ອງສຸຂາອະນາໄມ ເຊິ່ງຜົນສຳຫຼວດດັດຊະນີໝາຍສັງຄົມ-II ຊີ້ໃຫ້ເຫັນວ່າ 1,5 ລ້ານຄົນ ໃນ ສປປ ລາວ ຍັງຖ່າຍຊະຊາຍ. ທ່ານ ນາງ ບີອາເຕ ໄດ້ກ່າວຕື່ມອີກວ່າ: ນອກນັ້ນ ອົງການອຸຍນີເຊັບ ຍັງຫ່ວງກ່ຽວກັບເດັກນ້ອຍ ທີ່ເປັນພະຍາດຖອກທ້ອງຊຳເຮື້ອ ...

Read More »

ໂຕໂຢຕ້າ ເປີດຕົວລົດກະບະ ໄຮລັກສ ຣີໂວ້ ລຸ້ນໃໝ່ ພ້ອມຄຳນິຍາມ “ປຸກພະລັງໃນຕົວທ່ານ ສູ່ເປົ້າໝາຍທີ່ເໜືອກວ່າ”

ໂຕໂຢຕ້າ ໄດ້ຈັດງານເປີດຕົວລົດກະບະອະເນກປະສົງ ໄຮລັກສ ຣີໂວ້ (Hilux Revo) ລຸ້ນໃໝ່ລ່າສຸດ ໃນວັນທີ 31 ກໍລະກົດ 2020 ທີ່ຜ່ານມາ ທີ່ຫ້ອງຂາຍ ໂຕໂຢຕ້າ ສາຂາທົ່ງຂັນຄຳ ໂດຍເປັນການຈັດງານ ເປີດຕົວລົດຮູບແບບໃໝ່ ຜ່ານທາງສື່ສັງຄົມອອນລາຍ. ທ່ານ ມາຊາອາກິ ຄາວາບາຕະ, ອຳນວຍການຂອງ ບໍລິສັດ ໂຕໂຢຕ້າ ລາວ ຈຳກັດ. ກ່າວວ່າ “ກ່ອນອື່ນໝົດ, ຕາງໜ້າໃຫ້ບໍລິສັດ ໂຕໂຢຕ້າລາວ, ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກໆພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະແມ່ນລັດຖະບານລາວທີ່ມີການນຳພາຢ່າງເດັດດ່ຽວ, ພະນັກງານແພດທີ່ເຮັດວຽກ ໃນການປິ່ນປົວ,ບັນດາສື່ມວນຊົນສຳລັບ ວຽກງານການເຜີຍແຜ່ຂໍ້ມູນທີ່ເປັນປະໂຫຍດ ແລະ ຖືກຕ້ອງ ແລະ ຄົນລາວໝົດທຸກຄົນທີ່ຮ່ວມກັນປະກອບສ່ວນ ເຂົ້າໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19 ໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບ. ເຖິງຢ່າງໃດກໍ່ຕາມ, ເມື່ອຄຳນຶງ ເຖິງສະພາບການໃນປັດຈຸບັນ, ພວກເຮົາກໍຍັງຈຳເປັນທີ່ຈະຕ້ອງຮັກສາ ຄວາມລະມັດລະວັງຢ່າງຮອບຄອບ ເພື່ອຫຼີກລ່ຽງ ບໍ່ໃຫ້ມີການແຜ່ລະບາດເກີດຂຶ້ນໃໝ່ອີກ. ດ້ວຍເຫດນີ້, ບໍລິສັດ ໂຕໂຢຕ້າ ລາວ ຈຶ່ງຕັດສິນໃຈຈັດງານ ເປີດຕົວລົດ ໂຕໂຢຕ້າ ...

Read More »