ຂ່າວ ພາຍໃນປະເທດ

ລັດຖະບານ ຕົກລົງໃຫ້ປະຕິບັດນະໂຍບາຍລາຄາໄຟຟ້າ ສຳລັບກຸ່ມ ຜູ້ຊົມໃຊ້ໄຟແຕ່ 151-461 Kwh ຕໍ່ເດືອນ… ໄລຍະການລະບາດຂອງໂຄວິດ-19

ໃນວັນທີ 18 ມິຖຸນາ 2020, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ພ້ອມດ້ວຍ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຈັນທະບູນ ສຸກອາລຸນ ຜູ້ວ່າການອຳນວຍການລັດວິສາຫະກິດໄຟຟ້າລາວ ໄດ້ຖະແຫລງຂ່າວ ກ່ຽວກັບການຊີ້ນຳຂອງກອງປະຊຸມລັດຖະບານ ຕໍ່ກັບການປັບປຸງໂຄງສ້າງລາຄາໄຟຟ້າ ໃນໄລຍະ 2020 ຫາ 2025 ແລະ ການປະຕິບັດນະໂຍບາຍລາຄາໄຟຟ້າຕໍ່ບາງກຸ່ມຜູ້ໃຊ້ໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19. ທ່ານ ຈະເລີນ ເຢຍປາວເຮີ ໄດ້ຖະແຫລງວ່າ: ພາຍຫລັງປະກາດໃຊ້ນະໂຍບາຍໂຄງສ້າງລາຄາໄຟຟ້າໃໝ່ ລາຄາດຽວມານີ້, ກໍ່ໄດ້ມີຫາງສຽງສັງຄົມທີ່ສະໜັບສະໜູນ ແລະ ຂັດຂ້ອງຈົ່ມວ່າຕ່າງໆນາໆ. ດ້ວຍຄວາມເປັນຫ່ວງເປັນໄຍຂອງສູນກາງພັກ, ລັດຖະບານ ແລະ ສະພາແຫ່ງຊາດ, ລັດຖະບານ ຈຶ່ງໄດ້ນຳເອົາບັນຫາດັ່ງກ່າວ ມາພິຈາລະນາກວດກາຄືນໃໝ່ ໃນກອງປະຊຸມລັດຖະບານ ຄັ້ງວັນທີ 17 ມິຖຸນາ 2020 ນີ້. ກອງປະຊຸມລັດຖະບານ ກໍ່ໄດ້ຕີລາຄາສູງຕໍ່ຄວາມຄິດຄວາມເຫັນ ທີ່ສ້າງສັນ ...

Read More »

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະຈັດຂຶ້ນ ໃນວັນທີ 24 ມິຖຸນາ ນີ້

ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 24 ມິຖຸນາ ແລະ ຈະດໍາເນີນໄປເຖິງ ວັນທີ 2 ກໍລະກົດ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ6) ນະຄອນຫລວງວຽງຈັນ, ຊຶ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 7 ວັນ (ບໍ່ລວມວັນພັກລັດຖະການ). ພິທີຖະແຫລງຂ່າວ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 17 ມິຖຸນາ 2020 ທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດ ຫລັກ 6 ໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິ ການສະພາແຫ່ງຊາດ. ທ່ານ ນາງ ສວນສະຫວັນ ໄດ້ກ່າວວ່າ: ບັນດາກໍາມາທິການ, ຄະນະເລຂາທິການສະພາແຫ່ງຊາດ ແລະ ກົງຈັກ ທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ໄດ້ປະສານສົມທົບກັບລັດຖະບານ, ກະ ຊວງ ແລະອົງການ ໃນການກະກຽມເນື້ອໃນ ຂອງແຕ່ລະພາກສ່ວນທີ່ຈະນໍາສະເໜີຕໍ່ກອງປະຊຸມໃນຄັ້ງນີ້, ມາເຖິງປັດຈຸບັນ ເຫັນວ່າຄົບຖ້ວນ ແລະ ສອດຄ່ອງກັບລະບຽບການ, ເຊິ່ງກອງປະຊຸມດັ່ງກ່າວ ...

Read More »

ສປປ ລາວ ສືບຕໍ່ເຂັ້ມງວດກັ້ນກອງຄົນເຂົ້າເມືອງ ຢູ່ບັນດາດ່ານສາກົນຕ່າງໆ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ເຂັ້ມງວດ ໃນການເຝົ້າລະວັງກວດຄົນເຂົ້າເມືອງ ຢູ່ບັນດາດ່ານສາກົນຕ່າງໆ ເຊິ່ງມາຮອດວັນທີ 17 ມິຖຸນາ 2020 ມີຜູ້ເດີນທາງເຂົ້າມາທັງໝົດ 1.930 ຄົນ, ໃນນັ້ນຜ່ານດ່ານລາວ-ໄທ 1.348 ຄົນ, ຜ່ານດ່ານ ລາວ-ຈີນ 49 ຄົນ, ດ່ານລາວ-ຫວຽດນາມ 527 ຄົນ, ສະໜາມບິນວັດໄຕສາກົນ 6 ຄົນ, ທັງໝົດໄດ້ແທກອຸນຫະພູມຮ່າງກາຍ, ບໍ່ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທັງໝົດມາກວດ ເພື່ອຊອກຫາເຊື້ອໂຄວິດ-19 (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ). ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາ ລະນະສຸກ ໄດ້ກ່າວໃນພິທີຖະແຫລງຂ່າວ ໃນວັນທີ 18 ມິຖຸນາ 2020 ວ່າ: ປັດຈຸບັນ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເປັນມື້ທີ 67, ໃນຄະນະທີ່ ບັນດາປະເທດທີ່ມີຊາຍແດນ ຕິດກັບລາວ ມີການຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ-19 ເຊິ່ງມາຮອດເວລາ 6:00 ...

Read More »

ລາວ-ຍີ່ປຸ່ນ ລົງນາມຮ່ວມມື ໃຫ້ການຊ່ວຍເຫລືອ ແຮງງານລາວ ທີ່ກັບມາຈາກຕ່າງປະເທດ ເພື່ອຕ້ານໂຄວິດ-19

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໄດ້ລົງນາມຂໍ້ຕົກລົງການຮ່ວມມື ໂຄງການ ການເພີ່ມທະວີການກຽມ ພ້ອມເພື່ອປ້ອງກັນ ການລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ແຮງງານເຄື່ອນຍ້າຍ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຈາກການເຄື່ອນຍ້າຍ ໃນສປປ ລາວ, ເຊິ່ງລົງນາມໂດຍ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ແລະ ທ່ານ ນາງ ຊີນ່າ ແວນ ແປມເມວໂຟກເນີ ຮັກສາການຫົວໜ້າຫ້ອງການ ອົງການ IOM ໂດຍມີພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ໂຄງການດັ່ງກ່າວ, ໄດ້ຖືກອອກແບບໂດຍຜ່ານການປຶກສາຫາລືຢ່າງໃກ້ຊິດ ລະຫວ່າງ ກົມພັດ ທະນາສີມືແຮງງານ ແລະ ຈັດຫາງານ ແລະ ອົງການ IOM ເພື່ອຮັບປະກັນການເຂົ້າເຖິງຂໍ້ມູນການປ້ອງກັນຕົນເອງ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຊອກຫາວຽກເຮັດງານທໍາໃຫ້ແກ່ແຮງງານ ເຄື່ອນຍ້າຍທີ່ໄດ້ຮັບຜົນກະທົບນັ້ນ ໂດຍມີໄລຍະເວລາຈັດຕັ້ງປະຕິບັດຮອດວັນທີ 30 ກັນຍາ 2020 ແນໃສ່ຊ່ວຍເຫລືອແກ່ຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບ ໃຫ້ສາມາດຮັບຮູ້ ແລະ ເຂົ້າໃຈເຖິງວິທີການປ້ອງກັນ ຕົນເອງຈາກເຊື້ອພະຍາດໂຄວິດ-19 ...

Read More »

ດ່ານສາກົນລາວ-ຈີນ ປະຕິບັດຄໍາສັ່ງລັດຖະບານຢ່າງເຂັ້ມງວດ ເພື່ອບໍ່ໃຫ້ແຜ່ລະບາດໂຄວິດ-19​ ຄືນໃໝ່

ຕາມຂ່າວ CRI, ວັນທີ 17 ມິຖຸນານີ້, ສື່ມວນຊົນລາວທຸກພາກສ່ວນ ແລະ​CRI​ ທີ່ນໍາພາໂດຍສູນສື່ສານເພື່ອສຸຂະພາບ ແລະສຸຂະສຶກສາ ກະຊວງສາທາລະນະສຸກ ແລະອົງການ UNCEF ປະຈໍາລາວ ໄດ້ລົງຕິດຕາມການຄວບຄຸມ ແລະຕ້ານການແຜ່ລະບາດໂຄວິດ-19 ຢູ່ດ່ານສາກົນບໍ່ເຕ່ນ-ບໍ່ຫານ ແຂວງຫຼວງນໍ້າທາ. ທ່ານ ພັທ ກອງແກ້ວ ສີງມີໄຊ ຫົວໜ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນໃຫ້ຮູ້ວ່າ, ເພື່ອບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ-19 ຄືນໃໝ່ໃນສປປ ລາວ ການເຂົ້າ-ອອກດ່ານແມ່ນມີສະເພາະແຕ່ລົດຂົນສົ່ງສິນຄ້າ​ ລາວ-ຈີນເທົ່ານັ້ນ ສ່ວນຄົນຈີນທີ່ມີຈຸດປະສົງຈະເຂົ້າມາລາວຕ້ອງໄດ້ປະຕິບັດຕາມມາດຕະການຂອງຄະນະສະເພາະກິດຂັ້ນແຂວງຢ່າງເຂັ້ມງວດ. ນອກຈາກນີ້, ທ່ານ ດຣ ຫຍຸ້ງ ລໍຄໍາ ຫົວໜ້າຄວບຄຸມພະຍາດຕິດຕໍ່ແຂວງຫຼວງນໍ້າທາ ທັງເປັນຜູ້ຊີ້ນໍາການກັກກັນພະຍາດໂຄວິດ-19 ກ່າວວ່າ, ໃນໄລຍະປິດດ່ານຍັງມີວິຊາການຂອງຈີນເດີນທາງເຂົ້າມາລາວ, ສ່ວນຫຼາຍແມ່ນນັກລົງທຶນ, ວິຊາການທາງລົດໄຟ ແລະຕ້ອງມີໃບຢັ້ງຢືນການກວດພະຍາດໂຄວິດ-19 ກ່ອນ 72 ຊົ່ວໂມງ ແລະມີວີຊາບີສອງ ເຊິ່ງຈະມີທີມແພດ​ ສົມທົບກັບເຈົ້າຫນ້າທີ່ປກສ,​ປກຊ ກວດວັດແທກອຸນຫະພູມ ສອບປະຫວັດ ສະແກນໜັງສືເດີນທາງ ສະແກນກະເປົາ. ຖ້າຜູ້ໃດຫາກມີອຸນຫະພູມກາຍ 37,5 ອົງສາແມ່ນໃຫ້ກັບຄືນສູ່ດ່ານ ສປ ຈີນ ຖ້າອຸນຫະພູມບໍ່ເກີນແມ່ນຈະມີລົດຂົນສົ່ງຄົນເຈັບມາຮັບຢູ່ດ່ານ ແລ້ວໄປໄວ້ສູນທີ່ແຂວງກໍານົດໄວ້ເພື່ອກັກກັນໄລຍະ 14 ວັນ ແລະໄດ້ເອົາຕົວຢ່າງເຍື່ອເມືອກຈາກຮູປາກ ...

Read More »

ລັດຖະບານ ເອົາໃຈໃສ່ ຊຸກຍູ້ການຜະລິດເປັນສິນຄ້າ ຄຸ້ມຄອງອັດຕາແລກປ່ຽນໃຫ້ຢູ່ໃນເກນທີ່ກຳນົດໄວ້

ໃນຕອນທ້າຍຂອງກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມິຖຸນາ 2020 ທີ່ເປີດຂຶ້ນໃນຕອນເຊົ້າ ແລະ ປິດລົງ ໃນຕອນແລງ ຂອງວັນທີ 17 ມິຖຸນາ 2020 ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນທ້າຍ ເດືອນມິຖຸນາ ແລະ ເດືອນກໍລະກົດ 2020 ດັ່ງນີ້: ສືບຕໍ່ຮັກສາສະຖຽນລະພາບ ທາງດ້ານການເມືອງ, ຮັບປະກັນຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ເພີ່ມທະວີສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ສືບຕໍ່ເອົາໃຈໃສ່ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເຄື່ອນໄຫວໂຄສະນາໂຈມຕີບິດເບືອນຄວາມເປັນຈິງ ແລະ ສ້າງຄວາມບໍ່ສະຫງົບໃນສັງຄົມ. ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2020 ໂດຍສະເພາະ ສຸມໃສ່ ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ, ຮັບປະກັນການເບີກຈ່າຍເງິນເດືອນ, ຄຸ້ມຄອງອັດຕາ ແລກປ່ຽນ ໃຫ້ຢູ່ໃນເກນທີ່ກຳນົດໄວ້ ເພື່ອຮັບປະກັນບໍ່ໃຫ້ກະທົບຕໍ່ອັດຕາເງິນເຟີ້, ຊຸກຍູ້ການຜະລິດເປັນສິນຄ້າຂອງປະຊາຊົນ, ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ, ຊຸກຍູ້ສົ່ງເສີມການ ລົງທຶນ, ເອົາໃຈໃສ່ແກ້ໄຂບັນຫາໜີ້ສິນ ເພື່ອໃຫ້ພາກທຸລະກິດ ສາມາດສືບຕໍ່ເຄື່ອນໄຫວທຸລະກິດໄດ້. ໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ...

Read More »

ສປປ ລາວ ຮ່ວມປະຊຸມທາງໄກ ອາຊຽນ-ຣັດເຊຍ ວ່າດ້ວຍການຕ້ານ ການລະບາດຂອງເຊື້ອພະຍາດ ໂຄວິດ-19

ໃນວັນທີ 17 ມິຖຸນາ 2020 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມທາງໄກສະໄໝພິເສດ ລັດຖະມົນຕີ ຕ່າງປະເທດອາຊຽນ-ຣັດເຊຍ ວ່າດ້ວຍການຕ້ານການແພ່ລະບາດພະຍາດໂຄວິດ-19 ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ນາງ ເຣັດໂນ ແອວພີ ມາສຸດິ (Retno L.P. Marsudi) ລັດຖະມົນຕີ ຕ່າງປະເທດ ອິນໂດເນເຊຍ ແລະ ທ່ານ ເຊີເກ ລາຣອບ (Sergey Lavrov) ລັດຖະມົນຕີ ຕ່າງປະເທດຣັດເຊຍ, ມີບັນດາລັດຖະມົນຕີ ຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ບັນດາຜູ້ຕາງໜ້າຈາກກະຊວງ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມໄດ້ຕີລາຄາສູງ ແລະ ຮັບຊາບຕໍ່ການແຈ້ງສະພາບການ ກໍຄື ມາດຕະການຂອງແຕ່ລະປະເທດສະມາຊິກອາຊຽນ ແລະ ຣັດເຊຍ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19. ພ້ອມນີ້, ບັນດາທ່ານລັດຖະມົນຕີ ຍັງໄດ້ແລກປ່ຽນວິໄສທັດ ...

Read More »

ນະຄອນຫຼວງ ເລັ່ງແກ້ໄຂບັນຫາຮ່ອງລະບາຍນໍ້າ ກ່ອນເຂົ້າລະດູຝົນ

ປັດຈຸບັນ ການດຳເນີນໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລກ 1 ໄດ້ມີຄວາມຄືບໜ້າຫຼາຍໜ້າວຽກເປັນຕົ້ນ ວຽກງານໄກ່ເກ່ຍ ແລະ ບຸກເບີກ ປະຕິບັດໄດ້ 9,33%, ວຽກຖົມດິນ 2,81%, ວຽກອອກແບບໄດ້ລົງກວດກາ ສະໜາມຕົວຈິງ ແລະ ອື່ນໆ. ໃນໂອກາດທີ່ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ຫົວໜ້າພະແນກແຜນການ ແລະ ການລົງ ທືນນະຄອນຫຼວງວຽງຈັນ, ພ້ອມຄະນະ ໄດ້ລົງຕິດຕາມກວດກາ ການປະຕິບັດໂຄງການທາງດ່ວນ ນວ ໝາຍເລກ 1 ຢູ່ບໍລິເວນຈຸດວາງທໍ່ຮ່ອງລະບາຍນໍ້າ ບ້ານຮ່ອງສຸພາບ ແລະ ບ້ານໂຊກໃຫຍ່ ເມືອງໄຊເສດຖາ (ເຂດເສັ້ນທາງຕັດໃໝ່ 450 ປີ) ເຫັນວ່າການກໍ່ສ້າງເສັ້ນທາງດັ່ງກ່າວ ເປັນຈຸດເຊື່ອມຕໍ່ ແລະ ຈະມີການສ້າງເປັນຂົວຂ້າມຕັດຜ່ານເສັ້ນທາງ 450 ປີ ອາດມີຄວາມສ່ຽງ ທີ່ຈະເກີດມີນໍ້າຖ້ວມຂັງໃນການດຳເນີນໂຄງການ ເນື່ອງຈາກວ່າໄດ້ຖົມດິນ ແລະ ວາງທໍ່ລະບາຍນໍ້າ ໃຫ້ລົດຂອງໂຄງການແລ່ນຜ່ານໄປ-ມາຊົ່ວຄາວ, ເຊິ່ງອາດມີຄວາມສ່ຽງທີ່ຈະບໍ່ສາມາດ ຮອງຮັບນໍ້າໃນເວລາທີ່ຝົນຕົກໜັກຕິດຕໍ່ກັນຫຼາຍວັນ ອາດນໍ້າໄຫຼບໍ່ທັນ ກາຍເປັນນໍ້າຖ້ວມຂັງ ແລະ ສ້າງຜົນເສຍຫາຍໃຫ້ກັບປະຊາຊົນໃນເຂດດັ່ງກ່າວ. ເບື້ອງຕົ້ນໄດ້ສະເໜີໃຫ້ພະແນກ ຍທຂ ...

Read More »

ສປປ ລາວ ຖືກຈັດອັນດັບທີ 87 ຂອງໂລກ ດັດຊະນີຄວາມອຶດຫິວ

ອົງການສະຫະປະຊາຊາດສໍາລັບເດັກ (UNICEF) ປະຈໍາລາວ ໄດ້ລາຍງານເມື່ອບໍ່ດົນມານີ້ກ່ຽວກັບດັດຊະນີຄວາມອຶດຫິວໃນທົ່ວໂລກປະຈຳປີ 2019 ວ່າ: ສປປ ລາວ ຖືກຈັດຢູ່ໃນປະເພດທີ່ຮຸນແຮງເປັນອັນດັບທີ 87 ໃນຈຳ ນວນທັງໝົດ 117 ປະເທດ. ໄລຍະຜ່ານມາ ສປປ ລາວ ມີຄວາມຄືບໜ້າທີ່ດີໃນການຍົກລະດັບວຽກ ງານໂພຊະນາການ, ແຕ່ຍັງມີຫຼາຍວຽກ ງານທີ່ຕ້ອງໄດ້ມີການຈັດຕັ້ງປະຕິບັດ ແລະ ບັນລຸເປົ້າໝາຍ. ສະຖານະການແມ່ນກ່ຽວກັບໂພຊະນາການຂອງເດັກຍັງຈັດຢູ່ໃນລະດັບທີ່ບໍ່ໜ້າເພິ່ງພໍໃຈ, ເຊິ່ງໄລຍະ 1.000 ວັນທຳອິດຂອງເດັກນ້ອຍແມ່ນມີຄວາມສຳຄັນຕໍ່ການພັດທະນາສຸຂະພາບ ໂດຍສະເພາະການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວຈົນຮອດອາຍຸ 6 ເດືອນ. ອົງການສະຫະປະຊາຊາດສໍາລັບເດັກ ລາຍງານຕື່ມວ່າ: ອີງຕາມການສໍາຫຼວດຕົວຊີ້ວັດດ້ານສັງຄົມຂອງ ສປປ ລາວ ເຫັນວ່າຫຼາຍກວ່າເຄິ່ງໜຶ່ງຂອງເດັກນ້ອຍອາຍຸຕໍ່າກວ່າ 6 ເດືອນບໍ່ໄດ້ຮັບການລ້ຽງດ້ວຍນົມແມ່ພຽງຢ່າງດຽວ ແລະ ຫຼາຍກວ່າສອງສ່ວນສາມຂອງເດັກອາຍຸຕໍ່າກວ່າສອງປີອັດ ຕາການຈະເລີນເຕີບໂຕແມ່ນຕໍ່າກວ່າມາດຕະຖານເນື່ອງຈາກການບໍ່ໄດ້ຮັບອາຫານທີ່ພຽງພໍ ລວມເຖິງຄຸນນະພາບ ແລະ ຄວາມຫຼາກຫຼາຍຂອງອາ ຫານ. ປັດຈຸບັນນີ້, ໜຶ່ງໃນສາມຂອງເດັກນ້ອຍທີ່ມີອາຍຸລະ ຫວ່າງ 6 ເດືອນ ຫາ 5 ປີ ມີທ່າອ່ຽງທີ່ຈະປະເຊີນກັບບັນຫາດ້ານການເຕີບໃຫຍ່, ຄວາມສາມາດໃນການຮຽນຮູ້ຫຼຸດລົງ ແລະ ດ້ານສະຕິປັນຍາ, ເຊິ່ງຈະເຮັດໃຫ້ສັກກະຍະພາບໃນການດຳເນີນຊີວິດຫຼຸດລົງ. ໃນບາງແຂວງ, ອັດຕາການຂາດສານອາຫານສູງເກີນ ...

Read More »

​ມອບ-ໂອນ ສະໜາມບິນທົ່ງໄຫຫີນ ໃຫ້ກະຊວງປ້ອງກັນປະເທດຮັບຜິດຊອບ

ໃນວັນທີ 12 ມິຖຸນາ 2020 ຜ່ານມາ ໄດ້ມີພິທີມອບ-ໂອນສະໜາມບິນ ທົ່ງໄຫຫີນຊຽງຂວາງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ກະຊວງປ້ອງກັນປະເທດ ຮັບຜິດຊອບໂດຍກົງ ໂດຍການກ່າວມອບຂອງ ທ່ານ ບຸນແຕງ ສີມູນ ຮອງຫົວໜ້າກົມການບິນ ພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຕາງໜ້າກ່າວຮັບແມ່ນ ທ່ານ ພັນໂທ ແສງ ຖະໜອມ ບຸດຕະວົງ ຫົວໜ້າຫ້ອງການກອງບັນຊາການທະຫານອາກາດ, ເຂົ້າຮ່ວມເປັນພະຍານ ຂອງ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງ ປ້ອງ ກັນປະເທດ, ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກົມການບິນພົນລະເຮືອນ ໄດ້ເອົາໃຈ ໃສ່ຊີ້ນຳ-ນຳພາສອງກອງວິຊາການຄື: ກອງສະໜາມບິນລາວ ແລະ ກອງຈະລາຈອນທາງອາກາດລາວ ລວມທັງບໍລິສັດສາຍການບິນໃນການພັດທະນາພື້ນຖານໂຄງລ່າງໃຫ້ດີຂຶ້ນເລື້ອຍໆ ເຊັ່ນ: ດ້ານວຽກງານສະໜາມບິນ, ມີການພັດທະນາລະບົບພື້ນຖານ ໂຄງລ່າງຈຳນວນໜຶ່ງເປັນຕົ້ນ: ລານຈອດເຮືອບິນ, ຮົ້ວສະໜາມບິນ, ...

Read More »