ກອງປະຊຸມຄົບຄະນະ ຂອງກຳມາທິການຍຸຕິທຳ ປະຈຳປີ 2020 ແລະ ແຜນວຽກງານຈຸດສຸມຕໍ່ໜ້າ ໄດ້ຈັດຂຶ້ນ ວັນທີ 22-23 ຕຸລາ 2020 ທີ່ຫ້ອງປະຊຸມຄະນະກໍາມະການຄຸ້ມຄອງຫລັກຊັບໂດຍການເປັນປະທານຂອງ ທ່ານ ນາງ ບົວຄຳ ທິບພະວົງ ປະທານກຳມາທິການຍຸຕິທຳ, ທ່ານ ຄຳແພງ ວິລະພັນ ຮອງປະທານກຳມາທິການຍຸຕິທຳ, ມີບັນດາທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານສານປະຊາຊົນສູງສຸດ, ຮອງປະທານອົງການກວດກາລັດຖະບານ ເຂົ້າຮ່ວມ. ທ່ານ ນາງ ບົວຄຳ ທິບພະວົງ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ຈະໄດ້ພ້ອມກັນຕີລາຄາ, ຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ບາງບັນຫາເປັນຕົ້ນແມ່ນ 1) ການສະຫລຸບຕິລາຄາການເຄື່ອນໄຫວວຽກງານ 5 ປີ (2016-2020), ວຽກງານຈຸດສຸມ ປີ 2020 ແລະ ທິດທາງການເຄື່ອນໄຫວວຽກງານ 5 ປີ (2021-2025), ວຽກງານຈຸດສຸມປີ 2021 ຂອງກໍາມາທິການຍຸຕິທໍາ. 2) ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2016-2020), ວຽກງານຈຸດສຸມ ປີ 2020 ແລະ ...
Read More »ຂ່າວ ພາຍໃນປະເທດ
ກອງປະຊຸມທາງໄກ ITU ໃນການພັດທະນາເສດຖະກິດ ດິຈີຕອນ…
ທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ລະດັບລັດຖະມົນຕີ ຂອງອົງການ ສະຫະພາບໂທລະຄົມມະນາຄົມສາກົນ (ITU) ໃນງານ ໄອທີຢູ ດິຈີຕອນ ໂລກ 2020 (ITU Virtual Digital World 2020) ຜ່ານລະບົບກອງປະຊຸມທາງໄກ, ໃນລະຫວ່າງວັນທີ 20-22 ຕຸລາ 2020. ເຊິ່ງານດັ່ງກ່າວແມ່ນຈັດຂຶ້ນໂດຍ ອົງການ ITU ຮ່ວມກັບ ກະຊວງຖະແຫຼ່ງຂ່າວ ແລະ ການສື່ສານ ສສ.ຫວຽດນາມ. ງານ ITU Virtual Digital World ຈັດຂຶ້ນພາຍໃຕ້ຫົວຂໍ້ “ການສ້າງໂລກດິຈີຕອນດ້ວຍກັນ” ເພື່ອສຳຫຼວດການຫັນເປັນດິຈີຕອນ ໃນພາກພື້ນ ແລະ ທົ່ວໂລກ. ໂດຍເປັນເວທີສຳລັບພາກລັດ, ຜູ້ວາງນະໂຍບາຍ ໄອຊີທີ, ຜູ້ປະກອບການ ແລະ ສະຕາດອັບຕ່າງໆ ໄດ້ມາພົບປະ, ສົນທະນາກັນ, ແລກປ່ຽນຄວາມຄິດເຫັນ ໂດຍສຸມໃສ່ບັນຫາ ...
Read More »ມອບເຄື່ອງຊ່ວຍເຫຼືອໃຫ້ກັບຜູ້ປະສົບໄພນ້ຳຖ້ວມ ທີ່ເມືອງ ສອງຄອນ …
ວັນທີ 21 ຕຸລາ ນີ້ ຄອບຄົວການນຳ ແລະ ສະມາຄົມນັກທຸລະກິດຍິງແຂວງສະຫວັນນະເຂດ ນໍາໂດຍທ່ານ ນາງ ວິລາວັນ ພົມວິຫານ ພັນລະຍາທ່ານເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ນາງ ສາຍສະໝອນ ອິນທິຈັກ ຮອງປະທານສະມາຄົມນັກທຸລະກິດຍິງ ແຂວງສະຫວັນນະເຂດພ້ອມຄະນະ, ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ກັບປະຊາຊົນຜູ້ປະສົບໄພນ້ຳຖ້ວມທີ່ເມືອງສອງຄອນ ການລົງມອບເຄື່ອງທາງຄອບຄົວການນໍາແຂວງພ້ອມຄະນະ ກໍ່ໄດ້ພາກັນຂີ່ເຮືອໄປທີ່ບ້ານວິໄຊສົງ ເຊິ່ງເປັນຈຸດພັກເຊົາຊົ່ວຄາວຂອງປະຊາຊົນທີ່ອົບພະຍົບມາຈາກບ້ານສິງທ່າ, ສອງຄອນ ແລະ ບ້ານດົງສະຫວ່າງ ໃນນີ້ມີປະຊາຊົນທີ່ຍ້າຍມາຈາກບ້ານສອງຄອນຈຳນວນ 207 ຄອບຄົວ, ມີພົນລະເມືອງ 1.164 ຄົນ, ຍິງ 589 ຄົນ, ບ້ານດົງສະຫວ່າງ 386 ຄອບຄົວ, ພົນລະເມືອງ 2.349 ຄົນ, ຍິງ 1.151 ຄົນ ແລະ ບ້ານສິງທ່າ ມີ 109 ຄອບຄົວ, ພົນລະເມືອງ 658 ຄົນ, ຍິງ 462 ຄົນ ເຄື່ອງທີ່ນຳໄປມອບປະກອບມີ ເຂົ້າສານ 720 ຖົງ, ນ້ຳດື່ມ ...
Read More »ຍີ່ປຸ່ນ ເຫັນດີຈະຊ່ວຍເຫຼືອວັກແຊງປ້ອງກັນໂຄວິດ-19 ໃຫ້ແກ່ ສປປ ລາວ ໃນອະນາຄົດ…
ເພື່ອເປັນການສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ສົ່ງເສີມການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ລວງເລິກ. ໃນວັນທີ 21 ຕຸລາ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ລົມໂທລະສັບທາງໄກຮ່ວມກັນ ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບການຜັນຂະຫຍາຍຜົນການຢ້ຽມຢາມ ສປປ ລາວ ຂອງ ທ່ານ ລັດຖະມົນຕີ ໂມເຕງິ ໂທຊິມິດຊຶ ໃນເດືອນສິງຫາ 2020 ຜ່ານມາ ໂດຍສະເພາະ ແມ່ນການກະກຽມໃຫ້ແກ່ ການນໍາສອງປະເທດ ຮັບຮອງເອົາແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນອະນາຄົດອັນໃກ້ນີ້, ເຊິ່ງຈະເປັນຂີດໝາຍອັນສໍາຄັນໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ (05 ມີນາ 1955) ແລະ ການເປັນຄູ່ຮ່ວມຍຸດທະສາດ ...
Read More »ພູເບ້ຍ ມາຍນິງ ມອບລົດເກັບຕົວຢ່າງກວດເຊື້ອ ໂຄວິດ-19 ໃຫ້ກະຊວງສາທາ…
ໃນວັນທີ 19 ຕຸລາ 2020 ຜ່ານມານີ້ ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິ ສັດ ພູເບ້ຍ ມາຍນິງ (PBM) ໄດ້ມອບລົດເກັບຕົວຢ່າງກວດຫາເຊື້ອພະຍາດ ໂຄວິດ-19 ຄັນທໍາອິດໃນລາວ ມູນຄ່າ 68.000 ໂດລາສະຫະລັດ ມອບໃຫ້ກະຊວງສາທາລະນະສຸກ ຕາງໜ້າຮັບໂດຍແມ່ນທ່ານ ຮສຈ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ ໂດຍມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ລົດເກັບຕົວຢ່າງດັ່ງກ່າວ ຈະຖືກນໍາໃຊ້ໂດຍ ສູນວິເຄາະ ແລະ ລະບາດວິທະຍາ ເພືີ່ອລົງເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ແລະ ຕົວຢ່າງອືີ່ນໆ ເພື່ອການກວດວິເຄາະ ໃນທົ່ວປະເທດ ໂດຍສະເພາະຜູ້ທີ່ອາໄສຢູ່ໃນແຂວງທີ່ຫ່າງໄກ. ລົດເກັບຕົວຢ່າງຄັນນີ້ ທີີ່ຖືກຕິດຕັ້ງອຸປະກອນຄົບຊຸດເທິງ ແລະ ອອກແບບຢ່າງທັນສະໄໝເຊິີ່ງລວມມີເຄື່ອງກວດວິເຄາະ, ແອເຢັນ, ດອກໄຟ, ເຄືີ່ອງຂ້າເຊື້ອແບບໂອໂຊນ, ກ້ອງວົງຈອນປິດ ແລະ ໄມສືີ່ສານ ໂດຍມີ ການຄວບຄຸມຢ່າງລວມສູນ. ການອອກແບບຂອງໂຕລົດເກັບຕົວຢ່າງຍັງມີ ອຸປະກອນປ້ອງກັນສ່ວນບຸກຄົນເຊິື່ງເຮັດໃຫ້ບຸກຄະລາກອນທາງການແພດ ສາມາດເກັບຕົວຢ່າງຈາກພາຍໃນໂຕລົດຜ່ານຜ້າປ້ອງກັນແຂນ. ທ່ານ ຈັນເພັງ ບຸນນະຜົນ ໄດ້ກ່າວເຖີງຄວາມມຸ່ງໝັ້ນຂອງບໍລິສັດ ພູເບ້ຍ ມາຍນິງ ...
Read More »ສປປ ລາວ ທົບທວນການປະຕິບັດ ໄລຍະຂ້າມຜ່ານ ການໂຕ້ຕອບພະຍາດໂຄວິດ-19…
ເພື່ອທົບທວນຄືນການຈັດຕັ້ງປະຕິບັດໄລຍະຂ້າມຜ່ານ ໃນການໂຕ້ຕອບ ທັງເປັນການຮຽນຮູ້ ແລະ ແລກປ່ຽນປະສົບການ ເຊິ່ງກັນ ແລະ ກັນ ໃນການກຳນົດຈຸດດີ, ຂໍ້ຄົງຄ້າງນຳໄປຜັນຂະຫຍາຍເປັນແຜນຮອງຮັບຕໍ່ການໂຕ້ຕອບການລະບາດຂອງພະຍາດໂຄວິດ-19 ໃນຕໍ່ໜ້າຢູ່ໃນ ສປປ ລາວ ແລະ ເພື່ອກະກຽມຄວາມພ້ອມ ໃນການຮັບມືກັບການລະບາດທີ່ອາດຈະເກີດຂຶ້ນ ໂດຍສະເພາະ ເອົາໃຈໃສ່ຜູ້ທີ່ເດີນທາງຈາກປະເທດ ທີ່ມີການລະບາດເຂົ້າມາປະເທດເຮົາ. ໃນວັນທີ 21 ຕຸລາ 2020 ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມທົບທວນຄືນການ ຈັດຕັ້ງປະຕິບັດໄລຍະຂ້າມຜ່ານ ໃນການໂຕ້ຕອບພະຍາດໂຄວິດ-19 ຂັ້ນສູນກາງ ໃນ ສປປ ລາວ. ກອງປະຊຸມດຳເນີນພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ດຣ.ພູທອນ ເມືອງປາກ ຮອງລັດ ຖະມົນຕີ ກະຊວງສາທາລະນະສຸກ, ທ່ານ Eric Seastedt ຜູ້ຕາງໜ້າອົງການສາກົນ ບໍລິການປະຊາຊົນປະຈຳພາກພື້ນ ແລະ ດຣ.ມາກ ແອນດີວ ຈາຄອບ ຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ ລາວ, ໂດຍມີຜູ້ຕາງໜ້າ ຈາກກະຊວງ, ສະຖານເອກອັກຄະລັດຖະທູດ, ອົງການຈັດຕັ້ງສາກົນ ແລະ ຂະແໜງ ການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມຈະໄດ້ດຳເນີນການຄົ້ນຄວ້າ, ...
Read More »ເປີດປ້າຍໂຮງຮຽນ ມສ ດົງບັງມິດຕະພາບລາວ-ກູບາ…
ໃນວັນທີ 20 ຕຸລາ ນີ້ ຊຶ່ງແມ່ນວັນວັດທະນະທຳແຫ່ງຊາດ ກູບາ, ຄະນະສະມາຄົມມິດຕະພາບ ລາວ-ກູບາ ໄດ້ຈັດພິທີ ເປີດປ້າຍໂຮງຮຽນມັດທະຍົມສົມບູນບ້ານດົງບັງເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນໂຮງຮຽນມັດທະຍົມສົມບູນ ດົງບັງ ມິດຕະພາບ ລາວ-ກູບາ ທັງຮັບເປັນສາຂາ ແລະ ສະມາຊິກລວມໝູ່ຂອງສະມາຄົມມິດຕະພາບ ລາວ-ກູບາ. ເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ປະທານສະມາຄົມມິດຕະພາບ ລາວ-ກູບາ ແລະ ທ່ານ ປາໂບລ ອັງໂຕນີໂອ ໂລຕລີເກັສ ວິດານ ເອກອັກຄະລັດຖະທູດແຫ່ງ ສ.ກູບາ ປະຈໍາລາວ. ນອກຈາກນັ້ນຍັງມີທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ອຳນາດການປົກຄອງບ້ານ-ເມືອງໄຊທານີ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ. ຂ່າວແຈ້ງອີກວ່າ: ໃນວັນທີ 9 ຕຸລາ ຜ່ານມາ ທີ່ໂຮງຮຽນດັ່ງກ່າວກໍໄດ້ຈັດພິທີປະດິດສະຖານຮູບຫຼ່ໍຂອງທ່ານ ໂຮເຊ ມາກຕີ ວິລະຊົນແຫ່ງຊາດ ກູບາ ຂຶ້ນໄວ້ແທ່ນໃນບໍລິເວນເດີ່ນໂຮງຮຽນ. ແຫຼ່ງຂໍ້ມູນ: ປະຊາຊົນ
Read More »ກອງປະຊຸມສຸກເສີນ ການຄຸ້ມຄອງໄພພິບັດ ຂັ້ນສູນກາງເພື່ອຕອບໂຕ້ໄພພິບັດ…
ກອງປະຊຸມສຸກເສີນຂອງ ຄະນະກໍາມະການຄຸ້ມຄອງໄພ ພິບັດຂັ້ນສູນກາງ ເພື່ອຕອບ ໂຕ້ໄພພິບັດນ້ໍາຖ້ວມຢູ່່ບັນດາ ແຂວງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ໄດ້ຈັດຂຶ້ນໃນ ວັນ ທີ 20 ຕຸລານີ້ ທີ່ກະຊວງແຜນ ການ ແລະ ການລົງທຶນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການ ລົງທຶນ ປະທານຄະນະກຳມະ ການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີບັນດາຮອງລັດຖະມົນຕີ, ຮອງປະທານ ແລະ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ໃນກອງປະຊຸມທ່ານ ສອນໄຊ ສີພັນດອນໄດ້ກ່າວວ່າ: ບັນຫາໄພພິບັດແມ່ນເກີດຈາກການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນ ໄພນ້ໍາຖ້ວມ, ແຜ່ນດິນໄຫວ, ລົມພາຍຸພັດ, ພະຍາດລະບາດ ແລະ ອື່ນໆ ໄດ້ກາຍເປັນສິ່ງທ້າທາຍຢ່າງໃຫຍ່ຫຼວງຕໍ່ພາກພື້ນ ແລະ ສາກົນ ເພາະບັນຫາໄພພິບັດດັ່ງກ່າວ ໄດ້ເກີດຂຶ້ນເປັນປະຈໍາ ແລະ ເພີ່ມຄວາມຮຸນແຮງຂຶ້ນເລື້ອຍໆ, ສ້າງຜົນກະທົບ ແລະ ຄວາມເສຍຫາຍຢ່າງຫຼວງຫຼາຍຊີວິດ,ເສດຖະກິດ, ຊັບສິນຂອງລັດ, ປະຊາຊົນໃນສັງຄົມທັງໃນໄລຍະສັ້ນ ...
Read More »ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຈະໄຂຂຶ້ນໃນວັນທີ 27 ຕຸລານີ້…
ໃນວັນທີ 20 ຕຸລາ 2020 ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສຳຮອງສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຕໍ່ສື່ມວນຊົນທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດວ່າ: ຂ້າພະເຈົ້າ ຕາງໜ້າຄະນະປະຈຳສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ມີຄວາມຍິນດີ ແລະຖືເປັນກຽດແຈ້ງມາຍັງບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດຮັບຊາບ ກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ດັ່ງນີ້: ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນອັງຄານ ວັນທີ 27 ຕຸລາ ແລະ ຈະດໍາເນີນໄປເຖິງວັນອັງຄານ ວັນທີ 17 ພະຈິກ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6) ນະຄອນຫຼວງວຽງຈັນ ...
Read More »3 ບໍລິສັດ ລົງນາມການຮ່ວມມືພັດທະນາພາຫານະທີ່ແລ່ນດ້ວຍໄຟຟ້າ…
ພິທີເຊັນລົງນາມຮ່ວມມືເບື້ອງຕົ້ນໃນການພັດທະນາລະບົບພາຫານະທີ່ແລ່ນດ້ວຍໄຟຟ້າ ຈັດຂຶ້ນ ໃນວັນທີ 20 ຕຸລາ 2020 ຢູ່ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ. ລະຫວ່າງ ລັດວິສາຫະກິດໄຟຟ້າລາວ, ບໍລິສັດ Geely ຈໍາກັດ ແລະ ບໍລິສັດ ກຣິດຕິພົງ ກຣູບ ຈໍາກັດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ຈຸດປະສົງຂອງພິທີລົງນາມຮ່ວມມືກັນພັດທະນານໍາໃຊ້ພາຫານະທີ່ແລ່ນດ້ວຍກະແສໄຟຟ້າ ແລະ ສົ່ງເສີມການນໍາໃຊ້ໄຟຟ້າເຂົ້າລະບົບຄົມມະນາຄົມ-ຂົນສົ່ງ ໃນຄັ້ງນີ້ ເພື່ອສົ່ງເສີມການນໍາໃຊ້ພະລັງງານທີ່ສະອາດ ຫຼຸດຜ່ອນມົນລະຜິດ, ຕິດພັນກັບຄຸນນະພາບຊີວິດ ເປັນມິດກັບສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ສປປລາວ ໄປຕາມທິດສີຂຽວ ແລະ ຍືນຍົງ. ທ່ານ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ມີຄຳເຫັນວ່າ: ໂດຍຕາງໜ້າໃຫ້ ການນຳກະຊວງພະລັງງານ ແລະ ບໍແຮ່ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ລັດວິສາຫະກິດໄຟຟ້າລາວ, ກຸ່ມບໍລິສັດວິທະຍາສາດ-ເຕັກໂນໂລຊີ GEELY ແລະ ກຸ່ມບໍລິສັດກິດຕິພົງ ທີ່ໄດ້ມີແນວຄວາມຄິດລິເລີ່ມ, ຮ່ວມກັນປຶກສາຫາລື, ເກັບກຳຂໍ້ມູນມາເປັນເວລາດົນພໍສົມຄວນ ແລະ ມາຮອດມື້ນີ້, ...
Read More »