ສະມາຄົມ ຜູ້ປະກອບການ LAOSME ເປີດກອງປະຊຸມໃຫຍ່ ຄັ້ງທີ 1 ພ້ອມຄັດເລືອກ…

ສະມາຄົມ ຜູ້ປະກອບການ LAOSME ເປີດກອງປະຊຸມໃຫຍ່ ຄັ້ງທີ I ພ້ອມຄັດເລືອກຄະນະບໍລິຫານງານຂອງສະມາຄົມ ໃນວັນທີ 1 ເດືອນ ສິງຫາ 2020. ສະມາຄົມສົ່ງເສີມຜູ້ປະກອບການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງຂອງລາວ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ I ຂື້ນ ທີ່ຫ້ອງປະຊຸມໃຫຍ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.

ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 57 ທ່ານ ຍິງ 17 ທ່ານ, ເປັນກຽດເຂົ້າຮ່ວມໃນງານມີທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ວາລະໄຊ ເລັ່ງສະຫວັດ, ຫົວໜ້າກົມ ການຄ້າພາຍໃນ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ແສງອາລຸນ ຍົດລືໄຊ, ຮອງຫົວໜ້າກົມ ພັດທະນາ ແລະ ບໍລິຫານລັດ, ກະຊວງພາຍໃນ, ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ລິດທິໄກ ພົມມະສັກ, ຫົວໜ້າຄະນະຂົນຂວາຍ ສ້າງຕັ້ງສະມາຄົມ SME ໂດຍມີ ທ່ານ ນາງ ບຸນເພັງ ມູນໂພໄຊ, ທີ່ປືກສາກິດຕິມະສັກ ຂອງການສ້າງຕັ້ງສະມາຄົມ SME, ອາດີດລັດຖະມົນຕີ ປະຈຳສຳນັກງານນາຍົກ ລັດຖະມົນຕີ.

ບັນດາທ່ານຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນ ໃນການຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ກອງປະຊຸມຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາ ກາດຟົດຟື້ນ ແລະ ສຳເລັດໄປຕາມຈຸດປະສົງທີ່ວາງໄວ້.

ສິ່ງສຳຄັນກອງປະຊຸມໄດ້ເປັນປະຊາມະຕິ ແລະ ຮັບຮອງເອົາ 1. ຮ່າງກົດລະບຽບຂອງສະມາຄົມ 2. ຮັບຮອງເອົາຮ່າງແຜນການເຄື່ອນໄຫວຂອງສະມາຄົມ. 3. ຮັບຮອງເອົາຄະນະບໍລິຫານງານ, ຄະນະປະຈຳ ແລະ ຄະນະກວດກາຕາມການສະເໜີຂອງຄະນະຂົນ ຂວາຍສ້າງຕັ້ງສະມາຄົມ ເຊິ່ງກອງປະຊຸມໄດ້ເປັນເອກະພາບແຕ່ງຕັ້ງແລະຮັບຮອງເອົາຄະນະບໍລິຫານ ຈຳນວນ 21 ທ່ານ ຍິງ 8 ທ່ານ ຄື: ທ່ານ ລິດທິໄກ ພູມມະສັກ, ທ່ານ ວິໄລສັກ ສຸລິຈັນ, ທ່ານ ຫັດສະຫວັນ ແຮມະນີ, ທ່ານ ດາວເດືອນ ເຮືອງສະຫວັດ, ທ່ານ ນາງ ທິບພາພອນ ເພັດມະນີ, ທ່ານ ດາຣາພົງ ຍຸຕິທຳ, ທ່ານ ວິບູນ ສິດທິມໍລະດາ, ທ່ານນາງ ເມລີ ບຸນທະລາດ, ທ່ານ ນາງ ດວງມະນີ ເຮືອງຄຳແສນ, ທ່ານ ບຸນເຮັງ ສຸດທິຈັກ, ທ່ານ ວິຣະສັກ ວິຣະວົງ, ທ່ານ ອານຸສິດ ຫຼວງລາດ, ທ່ານ ນາງ ວິໄລວັນ ເພັດລຳພັນ, ທ່ານ ນາງ ມະໂນທິບ ສີຣິປະພັນ, ທ່ານ ບົວລຽນ ວົງສີສຸພັນ, ທ່ານ ຄຳພອນ ໃສປະເສີດ, ທ່ານ ພູທອງ ພົມວິໄຊ, ທ່ານ ທິລະກອນ ອານຸວົງ, ທ່ານ ນາງ ສຸດາໄລ ພັນທະມີໄຊ, ທ່ານ ໂພມະນີ ແລວປະເສີດ, ທ່ານ ຈັນທະວົງ ພະມີສິດ.

ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະບໍລິຫານງານ ສະມາຄົມ ໄດ້ເປັນເອກະສັນເລືອກເອົາຄະນະປະຈຳ ຈຳນວນ 9 ທ່ານ ຍິງ 4 ທ່ານຄື: ທ່ານ ລິດທິໄກ ພູມມະສັກ, ທ່ານ ວິໄລສັກ ສຸລິຈັນ, ທ່ານ ຫັດສະຫວັນ ແຮມະນີ, ທ່ານ ດາວເດືອນ ເຮືອງສະຫວັດ, ທ່ານ ນາງ ທິບພາພອນ ເພັດມະນີ, ທ່ານ ນາງ ດາຣາພົງ ຍຸດຕິທຳ, ທ່ ານ ວິບູນ ສິດທິມໍລະດາ, ທ່ານ ນາງ ເມລີ ບຸນທະລາດ, ທ່ານ ດວງມະນີ ເຮືອງຄຳແສນ, ກອງປະຊຸມເລືອກຕັ້ງເອົາປະທານ 1 ທ່ານ ແລະ ຮອງປະທານ 4 ທ່ານ – ທ່ານ ລິທິໄກ ພູມມະສັກ ເປັນປະທານ – ທ່ານ ວິໄລສັກ ສຸລິຈັນ ເປັນຮອງປະທານ – ທ່ານ ຫັດສະຫວັນ ແຮມະນີ ເປັນຮອງປະທານ – ທ່ານ ນາງ ດາຣາພົງ ຍຸຕິທຳ ເປັນຮອງປະທານ – ທ່ານ ວິບູນ ສິດທິມໍລະດາ ເປັນຮອງປະທານ. ກອງປະຊຸມໄດ້ເລືອກເອົາຄະນະກວດກາ, ປະທານກວດກາ ແລະ ຮອງປະທານກວດກາຂອງສະມາຄົມດັ່ງນີ້: – ທ່ານ ນາງ ທິບພາພອນ ເພັດມະນີ ເປັນປະທານກວດກາ – ທ່ານ ພູທອງ ພົນວິໄຊ ເປັນຮອງປະທານກວດກາ ນອກຈາກນັ້ນ ທ່ານ ລິດທິໄກ ພູມມະສັກ,

ປະທານສະມາຄົມສົ່ງເສີມຜູ້ປະກອບການ ທຸລະກິດ ຂະໜາດ ນ້ອຍ ແລະ ກາງລາວ ກໍໄດ້ຜ່ານແຜນການຈັດຕັ້ງ ປະຕິບັດໃນປີ 2020-2023 ໂດຍມີເປົ້າຫຼັກ ໃນການເຕົ້າໂຮມບັນດາສະມາຊິກ ສນກລ ເພື່ອສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງລາວ, ແລກປ່ຽນບົດຮຽນຂໍ້ມູນຂ່າວສານ ແລະ ຮ່ວມມືຢູ່ພາຍໃນ ແລະ ສາກົນ. ຈາກນັ້ນ ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ, ກະຊວງ ອຸດສາຫະກຳ ແລະ ການຄ້າ ກໍໄດ້ມີຄຳຄິດເຫັນ ແລະ ຊີ້ນຳກອງປະຊຸມໃນຄັ້ງນີ້ດ້ວຍ.

ແຫຼ່ງຂໍ້ມູນ: https://www.facebook.com/media/set/?

Comments