ສານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການຕ້າຍການຄ້າມະນຸດລະດັບຊາດ…

ສານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການຕ້າຍການຄ້າມະນຸດລະດັບຊາດ ກ່າວເນື່ອງໃນໂອກາດ ວັນສາກົນເພື່ອຕ້ານການຄ້າມະນຸດ ປະຈໍາປີ 2020.


30 ກໍລະກົດ 2020

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ
ເນື່ອງໃນໂອກາດວັນສາກົນຕ້ານການຄ້າມະນຸດ ວັນທີ 30 ກໍລະກົດ ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຕາງໜ້າໃຫ້ການນຳພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຝາກຄວາມຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນມາຍັງທຸກພາກສ່ວນທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ຕະຫລອດຮອດປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ຂໍອວຍພອນໄຊອັນປະເສີດມາຍັງພວກທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມເບີກບານມ່ວນຊື່ນ ໃນວັນສາກົນເພື່ອຕ້ານການຄ້າມະນຸດ ໃນໂອກາດນີ້ດ້ວຍ.


ດັ່ງທີ່ຮູ້ນຳກັນແລ້ວວ່າ ບັນຫາການຄ້າມະນຸດ ເປັນອາຊະຍາກຳທີ່ຮ້າຍແຮງ, ໄດ້ລະເມີດສິດທິພື້ນຖານຂອງພົນລະເມືອງຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ກໍ່ຄືສົນທິສັນຍາສາກົນ ຊື່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ຮ່າງກາຍ, ຊີວິດ, ຈິດໃຈຂອງຜູ້ຖືກເຄາະຮ້າຍ, ຕໍ່ຄອບຄົວ, ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍເປັນປະເທດໜຶ່ງ ທີ່ມີບັນຫາການຄ້າມະນຸດ ເຊິ່ງສ່ວນຫລາຍ ເປັນປະເທດຕົ້ນທາງ ແລະ ທາງຜ່ານຂອງການຄ້າມະນຸດ ເນື່ອງຈາກທີ່ຕັ້ງພູມສັນຖານຂອງປະເທດ ມີຄວາມສະດວກໃນການເດີນທາງເຂົ້າ-ອອກຂອງພົນລະເມືອງ, ຜ່ານມາ ພວກຄ້າມະນຸດມີການເຄື່ອນໄຫວ ຊອກຫາ, ເຄື່ອນຍ້າຍ, ຂົນສົ່ງ, ໃຫ້ບ່ອນພັກເຊົາ, ລີ້ຊ້ອນ, ຕົວະຍົວະຫລອກລວງ, ຊື້ຈ້າງ, ສວຍໃຊ້ອຳນາດ, ການໝັ້ນໝາຍແອບແຝງ, ແຕ່ງດອງແອບແຝງ, ການໃຫ້ຖືພາ, ການຄ້າໂສເພນີ, ການບັງຄັບໃຫ້ເປັນໂສເພນີ ທີ່ຂັດກັບກົດໝາຍ ແລະ ວັດທະນະທຳອັນດີງາມຂອງຊາດ ເພື່ອຫາຜົນປະໂຫຍດຂອງຕົນເອງຕະຫລອດມາ, ບັນຫາທີ່ໜ້າເປັນຫ່ວງທີ່ສຸດ ແມ່ນພົນລະເມືອງລາວ ໄດ້ຖືກຕົວະຍົວະຫລອກລອງ ໄປອອກແຮງງານ, ໄປທ່ອງທ່ຽວ, ໄປແຕງດອງຢູ່ຕ່າງປະເທດ ແລ້ວຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ມີຈຳນວນຫລາຍພໍສົມຄວນ; ຍ້ອນເຫັນໄດ້ບັນຫາດັ່ງກ່າວ ລັດຖະບານ ຈື່ງໄດ້ຖືເອົາການປ້ອງກັນສະກັດກັ້ນ ແລະ ແກ້ໄຂບັນຫາການຄ້າມະນຸດ ເປັນສຳຄັນ ແລະ ໄດ້ຊີ້ນຳ-ນຳພາການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢ່າງຈົດຈໍ ແລະ ເອົາຈິງເອົາຈັງຕະຫລອດມາ ເປັນຕົ້ນ ໄດ້ເອົາໃຈໃສ່ໃນການປັບປຸງກົງຈັກການຈັດຕັ້ງວຽກງານຕ້ານການຄ້າມະນຸດ ໃຫ້ເປັນລະບົບ, ມີຄວາມເຂັ້ມແຂງ ນັບທັງສູນກາງ ແລະ ທ້ອງຖິ່ນ, ສ້າງ, ປັບປຸງຄູ່ມື, ນິຕິກຳທີ່ກ່ຽວຂ້ອງເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ໄດ້ເອົາໃຈໃສ່ເຮັດວຽກງານໂຄສະນາປູກຈິດສຳນຶກໃຫ້ແກ່ສັງຄົມ ດ້ວຍການສ້າງສື່ສິ່ງໂຄສະນາ, ລະຄອນ, ບົດເພັງ ດ້ວຍຫລາຍຮູບ, ຫລາຍວິທີ ແລະ ໂດຍໂຄສະນາຜ່ານສື່, ຜ່ານສັງຄົມອອນລາຍ, ວິທະຍຸ, ໂທລະພາບ, ໜັງສືພິມ ແລະ ອື່ນໆ ເພື່ອໃຫ້ພໍ່ແມ່ປະຊາຊົນ ຮັບຮູ້ ແລະ ເຂົ້າໃຈ ຢ່າງຖືກຕ້ອງຕໍ່ຄວາມເປັນອັນຕະລາຍ ແລະ ຜົນກະທົບຂອງການຄ້າມະນຸດ, ພ້ອມທັງເອົາໃຈໃສ່ໃນການປະຕິບັດມາດຕະການທາງດ້ານກົດໝາຍ ຕໍ່ຜູ້ກະທຳຜິດ ຢ່າງເຂັ້ມງວດ ແລະ ປົກປ້ອງຊ່ວຍເຫລືອຜູ້ຖືກເຄາະຮ້າຍ, ກຸ່ມສ່ຽງຈາກການຄ້າມະນຸດ ທັງຢູ່ພາຍໃນ ແລະ ມາຈາກຕ່າງປະເທດໄດ້ຫລາຍຄົນ ແລ້ວໃຫ້ການຊ່ວຍເຫລືອພວກເຂົາຄືນສູ່ສັງຄົມ ແລະ ຄອບຄົວຢ່າງປອດໄພ, ພ້ອມກັນນັ້ນ ຍັງໄດ້ມີການພົວພັນຮ່ວມມືຢ່າງໃກ້ຊິດ ເປັນເຈົ້າການ ແລະ ສະເໝີຕົ້ນສະເໝີປາຍກັບບັນດາປະເທດເພື່ອນມິດ, ປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆຕະຫລອດມາ.


ໃນໂອກາດນີ້ ຕາງໜ້າໃຫ້ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າ ຂໍຍ້ອງຍໍຊົມເຊີຍ ຕໍ່ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ແຂວງ, ນະຄອນຫລວງ, ເມືອງ, ນະຄອນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງຕະຫລອດຮອດປະຊາຊົນລາວທຸກຊັ້ນຄົນໃນທົ່ວປະເທດ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມໃນວຽກງານຕ້ານການຄ້າມະນຸດຢ່າງຈິງຈັງ, ພ້ອມກັນນີ້ ກໍ່ຂໍສະແດງຄວາມຂອບໃຈຢ່າງລົ້ນເຫລືອມາຍັງບັນດາປະເທດເພື່ອນມິດ, ປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາອົງການຈັດຕັ້ງສາກົນ, ອົງການບໍ່ສັງກັດລັດຖະບານ ແລະ ບັນດາຜູ້ປະກອບການ ທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໝູນອູ້ມຊູຊ່ວຍເຫລືອໃຫ້ແກ່ລັດຖະບານ ແລະ ປະຊາຊົນ ເຂົ້າໃນວຽກງານຕ້ານການຄ້າມະນຸດ ໄດ້ຮັບຜົນດີ ເປັນຂັ້ນໆມາ.


ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ !
ການຄ້າມະນຸດ ເປັນບັນຫາລວມຂອງຊາດ ແລະ ຂອງສາກົນ, ດັ່ງນັ້ນ ອີກເທື່ອໜຶ່ງນະໂອກາດວັນສາກົນ ເພື່ອຕ້ານການຄ້າມະນຸດ 30 ກໍລະກົດ 2020 ນີ້, ໃນນາມລັດຖະບານ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນດາອົງການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ ຕະຫລອດເຖິງປະຊາຊົນ ໃນຂອບເຂດທົ່ວປະເທດ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງ ຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ແກ້ໄຂບັນຫາ, ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງໃນປັດຈຸບັນ, ພ້ອມທັງເອົາໃຈໃສ່ ເຮັດວຽກງານໂຄສະນາ ເພື່ອປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນຢູ່ສູນກາງ ແລະ ທ້ອງຖິ່ນຮາກຖານບ້ານປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈຜົນຮ້າຍຂອງການຄ້າມະນຸດ ມີສະຕິປ້ອງກັນຕົວເອງ ແລະ ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນວຽກງານຕ້ານການຄ້າມະນຸດ ໃຫ້ຫລາຍຂຶ້ນ; ພ້ອມນັ້ນ ຕ້ອງເພີ່ມທະວີວຽກງານກວດກາ, ຕິດຕາມ, ຄຸ້ມຄອງການເຂົ້າ-ອອກປະເທດຢູ່ບັນດາດ່ານຊາຍແດນ, ກຸ່ມສ່ຽງຢູ່ພື້ນທີ່ຫລໍ່ແຫລມ, ເຂດອຸດສະຫະກໍາ, ກະສິກຳ, ບໍລິການບັນເທີງ ແລະ ພາກສ່ວນອື່ນໆ ທີ່ນໍາໃຊ້ແຮງງານເປັນຈໍານວນຫລາຍ; ເອົາໃຈໃສ່ການກໍານົດຕົວຜູ້ຖືກເຄາະຮ້າຍທັງພາຍໃນ, ຕ່າງປະເທດຢ່າງທັນເວລາ ແລະ ມີຄວາມປອດໄພ; ສ້າງ ແລະ ພັດທະນາສີມືແຮງງານ, ສ້າງວຽກເຮັດງານທໍາ ແລະ ຕະຫລາດແຮງງານໃຫ້ມີຄວາມສອດຄ່ອງກັນ ນັບແຕ່ສູນກາງຫາທ້ອງຖິ່ນໃຫ້ຫລາຍຂຶ້ນ. ຄຽງຄູ່ກັນນັ້ນ ຕ້ອງເພີ່ມທະວີສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນຢູ່ບັນດາຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນ ຂະແໜງການເຮັດວຽກງານຕ້ານການຄ້າມະນຸດ, ເຈົ້າໜ້າທີ່ ປະຈໍາດ່ານຊາຍແດນ, ພະນັກງານການທູດ ປະຈໍາຢູ່ຕ່າງປະເທດ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ພ້ອມທັງສືບຕໍ່ພົວພັນຮ່ວມມືສອງຝ່າຍ, ຫລາຍຝ່າຍ, ອົງການຈັດຕັ້ງສາກົນພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງທາງສັງຄົມ ເພື່ອຍາດແຍ່ງການສະໜັບສະໜູນປະກອບສ່ວນເຮັດວຽກງານຕ້ານການຄ້າມະນຸດ ໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າ ແລະ ຕອບສະໜອງງົບປະມານເຂົ້າໃນວຽກງານດັ່ງກ່າວຢ່າງເໝາະສົມ.
ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ບັນດາຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນຕ່າງໆ, ອົງການຈັດຕັ້ງທາງສັງຄົມ, ສື່ມວນຊົນຈາກທຸກພາກສ່ວນ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ຈະສືບຕໍ່ໃຫ້ການສະໜັບສະໜູນ, ຮ່ວມມືຊ່ວຍເຫລືອດ້ານທຶນຮອນ, ບົດຮຽນເຂົ້າໃນວຽກງານແກ້ໄຂບັນຫາການຄ້າມະນຸດ ເຮັດໃຫ້ບັນ ຫາການຄ້າມະນຸດ ຫລຸດໜ້ອຍຖອຍລົງ ແລະ ໝົດສິ້ນໄປຈາກ ສປປ ລາວ ກໍຄືພາກພື້ນ ແລະ ສາກົນ.


ຂໍຂອບໃຈ

Comments