ການໄດ້ຮັບລາງວັນທຸລະກິດດີເດັ່ນໄດ້ສ້າງຄວາມພາກພູມໃຈ ແລະ ຄວາມໜ້າເຊື່ອຖືໃຫ້ແກ່ບໍລິສັດ

ຄວາມສຸກ ແລະ ຄວາມຕື່ນເຕັ້ນແບບບໍ່ຄາດຄິດໄດ້ເກີດຂຶ້ນ ໃນຊ່ວງເວລາສັ້ນໆ ທີ່ຊື່ຂອງທ່ານ ຖືກປະກາດໃນງານມອບ-ຮັບ ລາງວັນທຸລະກິດດີເດັ່ນປະຈໍາປີ ຊ່າງເປັນເລື່ອງທີ່ໜ້າພາກພູມໃຈ ແລະ ຊື່ນຊົມຍິນດີເປັນຢ່າງຍິ່ງ.ແຕ່ນັ້ນກໍແມ່ນຄວາມໝາກຜົນໃນຄວາມພະຍາຍາມໃນການຂັບເຄື່ອນທຸລະກິດຂອງທ່ານຈົນສາມາດກ້າວສູ່ເສັ້ນໄຊ ໂດຍມີຂັນລາງວັນເປັນຫຼັກຖານຢັ້ງຢືນ.
ລາງວັນທຸລະກິດດີເດັ່ນ ເປັນສັນຍາລັກຂອງການເຮັດວຽກໜັກຂອງທ່ານພ້ອມກັບທີມງານບໍລິສັດ ເຊິ່ງຖືເປັນການທຸ້ມເທທີ່ຄຸ້ມຄ່າ ເພາະລາງວັນນີ້ເປັນຕົວຊ່ວຍເຮັດໃຫ້ທຸລະກິດຂອງທ່ານກາຍເປັນໜຶ່ງໃນ “ຜູ້ນຳ” ດ້ານທຸລະກິດລະດັບຊາດ ເຊິ່ງທ່ານຍັງສາມາດໃຊ້ປະໂຫຍດຈາກການໄດ້ຮັບລາງວັນຄັ້ງນີ້ ເປັນຊ່ອງທາງໂປຣໂມດດ້ານການຕະຫຼາດນຳອີກ. ການເປັນຜູ້ຊະນະລາງວັນທຸລະກິດດີເດັ່ນ ບໍ່ມີສະເພາະຄວາມພາກພູມໃຈເທົ່ານັ້ນ, ລາງວັນດັ່ງກ່າວຖືເປັນການສະເຫຼີມສະຫຼອງໃຫ້ກັບບໍລິສັດທີ່ກຳລັງເຕີບໂຕ ແລະ ປະສົບຄວາມສຳເລັດ ທັງມີຄວາມມຸ່ງໝັ້ນ ແລະ ມີສັກກາຍະພາບທີ່ຈະຊ່ວຍຂັບເຄື່ອນເສດຖະກິດພາຍໃນຊຸມຊົນ ກໍຄືເສດຖະກິດຂອງປະເທດຊາດເຮົາອີກດ້ວຍ.
ລາງວັນບາງຢ່າງອາດຈະບໍ່ແມ່ນ ເງິນສົດ ສະເໝີໄປ ແຕ່ທັງໝົດເຫຼົ່ານັ້ນກໍຄື “ຄວາມພາກພູມໃຈ ແລະ ໄຊຊະນະອັນລໍ້າຄ່າທີ່ຫາສິ່ງໃດປຽບບໍ່ໄດ້”.
ງານຊີງລາງວັນທຸລະກິດອາຊຽນ ດີເດັ່ນ ແຫ່ງ ສປປ ລາວ ປະຈໍາປີ 2020 ໄດ້ຫວນກັບຄືນມາອີກຄັ້ງ. ບໍ່ວ່າທຸລະກິດຂອງທ່ານຈະໜ້ອຍ ຫຼື ໃຫຍ່, ທ່ານກໍສາມາດຮ່ວມສະໝັກຊີງລາງວັນດັ່ງກ່າວໄດ້; ທ່ານສາມາດອ່ານລາຍລະອຽດເພີ່ມເຕີມ ແລະ ດາວໂຫຼດແບບຟອມສະໝັກໄດ້ທີ່:www.lncci.la/aba2020ຫຼື ສອບຖາມໄດ້ທີ່ເບີ +856 20 5256 2729 / +856 20 5528 9996

Comments