ມີນັກຮຽນທັງໝົດ 64,340 ຄົນ ທີ່ສອບເສັງຈົບຊັ້ນມັດຖະຍົມສຶກສາຕອນປາຍໃນປີນີ້…

ການສອບເສັງຈົບຊັ້ນມັດທະຍົມຕອນປາຍ (ມ7) ສໍາຫຼັບສົກສຶກສາ 2019-2020 ມີ 4 ວິຊາສອບເສັງຄື: ວິຊາຄະນິດສາດ, ພາສາລາວ-ວັນນະຄະດີ, ຊີວະສາດ ແລະ ວິຊາ ພູມສາດ. ໂດຍມີນັກຮຽນທັງໝົດ 64.340 ຄົນ (ຍິງ 30.035ຄົນ), ໃນນັັ້ນມີນັກຮຽນສອບເສັງ ບີແລ່ງ (Classes Bilingues) 207 ຄົນ (ຍິງ 117 ຄົນ), ເຊິ່ງມີສູນສອບເສັງທັງໝົດ 294 ຄົນ ຢູ່ໂຮງຮຽນ 778 ແຫ່ງໃນຂອບເຂດທົ່ວປະເທດ.

ບັນດາສູນສອບເສັງຕ່າງໆໃນທົ່ວປະເທດໄດ້ເປີດການສອບເສັງຈົບຊັ້ນ ມ7 ໃນຕອນເຊົ້າມື້ວານນີ້ ວັນທີ 29 ແລະ ຈະສິ້ນສຸດມື້ນີ້ ວັນທີ 30 ກໍລະກົດ 2020 ໂດຍໃຊ້ເວລາໃນການສອບເສັງທັງໝົດ 2 ມື້.

ນັກຮຽນ ມ7 ຫລາຍກວ່າ 60 ...

ສະເພາະຢູ່ນະຄອນຫຼວງວຽງຈັນປະກອບມີ 22 ສູນສອບເສັງ ຢູ່ໂຮງຮຽນ 93 ແຫ່ງ ແລະ ມີຈໍານວນນັກຮຽນ ສອບເສັງທັງໝົດ 9.753 ຄົນ ຍິງ 4.889 ຄົນ.

ຂ່າວ ລັດຖະບານ ທ້ອງຖິ່ນ ຕ່າງປະເທດ ກິລາ ສາລະໜ້າຮູ້ ...

ສໍາລັບທົ່ວນະຄອນຫຼວງວຽງຈັນ ມີໂຮງຮຽນ ມັດທະຍົມສຶກສາທັງໝົດ 180 ແຫ່ງ ໃນນັ້ນມີໂຮງຮຽນເອກະຊົນ 76 ແຫ່ງ ໂຮງຮຽນທີ່ມີຂັ້ນ ມ4 ມີຈໍານວນ 158 ໂຮງຮຽນ ແລະ ໂຮງຮຽນຂັ້ນ ມ7 ມີຈໍານວນ 93 ໂຮງຮຽນ ຈໍານວນນັກຮຽນ ມ4 ມີ 11.526 ຄົນ, ຍິງ 5.820 ຄົນ ນັກຮຽນ ມ7 ມີ 9.774 ຄົນ, ຍິງ 4.900 ຄົນ.

ຂໍ້ມູນ: ວຽງຈັນທາຍ

Comments