ລັດຖະບານສືບຕໍ່່ມາດຕະການຕ້ານພະຍາດ Covid-19 ອອກໄປອີກ 1 ເດືອນ…

ລັດຖະບານສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ Covid-19 ໄປອີກ 1 ເດືອນ ເພາະເຫັນວ່າຍັງມີຄວາມສ່ຽງໃນການນໍາເຂົ້າເຊື້ອພະຍາດດັ່ງກ່າວ ຈາກການເດີນທາງ ເຂົ້າ-ອອກ ນັບຕັ້ງແຕ່ວັນທີ 01-3 ສິງຫາ 2020 ເພື່ອປ້ອງກັນບໍ່ໃຫ້ມີການພົບຜູ້ຕິດເຊື້ອຮອບ 2.

ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ ໄດ້ຕາງໜ້າໃຫ້ລັດຖະບານລາວ ຖະແຫຼງຂ່າວໃນຕອນບ່າຍຂອງວັນທີ 30 ກໍລະກົດ ຜ່ານມາ ກ່ຽວກັບການສືບຕໍ່ປະຕິບັດ ບັນດາມາດຕະການຜ່ອນຜັນດັ່ງກ່າວ ໂດຍມີເນື້ອໃນບາງຕອນທີ່ວ່າ: ຫຼາຍປະເທດໃນໂລກຍັງມີການແຜ່ລະບາດຂອງພະຍາດເປັນວົງກ້ວາງ, ບາງປະເທດ ພະຍາດດັ່ງກ່າວໄດ້ກັບມາລະບາດເປັນຮອບທີ 2 ກໍມີ, ຖ້າພວກເຮົາບໍ່ຄຸ້ມຄອງການເດີນທາງ ເຂົ້າ-ອອກ ປະເທດ ຢ່າງຮັດກຸມ ກໍຈະມີຄວາມສ່ຽງໃນການນໍາເຂົ້າເຊື້ອພະຍາດ ຈາກຜູ້ເດີນທາງມາຈາກຕ່າງປະເທດ ຄືດັ່ງທີ່ມີກໍລະນີເດີນທາງເຂົ້າມາໃນເດືອນກໍລະກົດ ເຊິ່ງໄດ້ພົບຜູ້ຕິດເຊື້ອເດີນທາງມາແຕ່ ສ ເກົາຫຼີ 1 ຄົນ ເປັນຄົນສັນຊາດເກົາຫຼີ.

ລັດຖະບານໄດ້ຕົກລົງ ແລະ ຊີ້ນຳດັ່ງນີ້: ໃຫ້ສືບຕໍ່່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ຍົກເວັ້ນພົນລະເມືອງລາວ ແລະ ຊາວຕ່າງປະທດທີ່ມີຄວາມຈຳເປັນຮີບດ່ວນ ໃນການເດີນທາງ ເຂົ້າ-ອອກ ປະເທດລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ. ສຳລັບການຂົນສົ່ງສິນຄ້າຜ່ານດ່ານສາກົນ ແມ່ນສາມາດ ເຂົ້າ-ອອກ ໄດ້ຕາມປົກກະຕິ, ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ສຳລັບບຸກຄົນທີ່ເດີນທາງມາຈາກຕ່າງປະເທດ ຫຼື ຜ່ານປະເທດ ທີ່ຍັງມີການລະບາດ ຂອງພະຍາດ Covid-19.

ຮຽບຮຽງຈາກ: ໜັງສືພິມວຽງຈັນທາຍ

Comments