ຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກຢູ່ລາວຫຼຸດລົງ…

ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຂ້າງຢູ່ ສປປ ລາວ (ຄກຊລ) ແຈ້ງໃຫ້ຮູ້ວ່າ: ຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກຢູ່ລາວໂດຍສະເພາະຈາກລະເບີດລູກຫວ່ານຫຼຸດລົງໃນແຕ່ລະປີ ຈາກ 119 ຄົນ ໃນປີ 2010 ຍັງເຫຼືອ 25 ຄົນ ໃນປີ 2019 ແລະ ຫຼຸດຍັງເຫຼືອ 18 ຄົນ ໃນປີ 2020.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານ ຄກຊລ ໄດ້ກ່າວໃນຖະແຫຼງຂ່າວ ເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງວຽງຈັນ ເພືີ່ອລະນຶກເຖິງວັນມີຜົນບັງຄັບໃຊ້ສົນທິສັນຍາ ວ່າດ້ວຍການຕ້ານລະເບີດລູກຫວ່ານ ຄົບຮອບ 10 ປີ (01 ສິງຫາ 2010-01 ສິງຫາ 2020) ວ່າ: ວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການຕ້ານລະເບີດລູກຫວ່ານ ເປັນການສະແດງເຖິງຄວາມສາມັກຄີ ແລະ ຄວາມເປັນຈິດໜຶ່ງໃຈດຽວ ໃນການປະຕິບັດພັນທະສາກົນຕໍ່ມວນມະນຸດໂລກ ແນໃສ່ເຮັດໃຫ້ໂລກມີຄວາມປອດໄພ ຈາກລະເບີດລູກຫວ່ານ ເປັນພື້ນຖານໃຫ້ເກີດສັນຕິພາບ ແລະ ຢຸດຕິຄວາມທໍລະມານຂອງປະຊາຊົນຈາກໄພຂົ່ມຂູ່ຂອງລະເບີດລູກຫວ່ານ.

ທ່ານຄຳແພງໄດ້ກ່າວຕື່ມວ່າ: ປະເທດລາວເປັນປະເທດທີ 2 ທີ່ໄດ້ລົງນາມເຊັນສົນທິສັນຍາດັ່ງກ່າວ, ເຊິ່ງ ສປປ ລາວ ກໍສາມາດຍາດໄດ້ຜົນສຳເລັດຫຼາຍຢ່າງ ໃນການປະຕິບັດພັນທະສົນທິສັນຍາຕ້ານລະເບີດລູກຫວ່ານ ເປັນຕົ້ນແມ່ນໄດ້ພັດທະນາວິທີການສຳຫຼວດຊອກຫາລະເບີດບໍ່ທັນແຕກຕົກຄ້າງ, ເຊິ່ງວິທີການດັ່ງກ່າວ ສາມາດພົບເຫັນຈຳນວນລະເບີດລູກຫວ່ານຕົກຄ້າງໄດ້ຫຼາຍຂຶ້ນກ່ວາເກົ່າ ເຮັດໃຫ້ການປະຕິບັດວຽກງານສຳຫຼວດ ຊອກຫາລະເບີດຕົກຄ້າງໃນປະສິດທິຜົນສູງຂຶ້ນ ແລະ ສາມາດຫຼຸດຈຳນວນຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກໃນແຕ່ລະປີ.

ຂ່າວ:​ ວຽງຈັນທາຍ

Comments