ສື່ມວນຊົນທົ່ວປະເທດ ສຳເລັດການຝຶກອົບຮົມກ່ຽວກັບການປົກປ້ອງເດັກ ແລະ ການປ້ອງກັນພະຍາດໂຄວິດ-19…

ໃນວັນທີ 31 ກໍລະກົດ 2020 ຜ່ານມາ ທີ່ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງອຸດົມໄຊ ໄດ້ມີພິທີປິດກອງປະຊຸມປະຈຳປີ ວຽກງານສື່ມວນຊົນທົ່ວປະເທດ ກ່ຽວກັບການປົກປ້ອງເດັກ, ຄົນລາວ ລຸ້ນປີ 2030 ຂຶ້ນ ແລະ ການປ້ອງກັນພະຍາດໂຄວິດ-19 ພາຍຫລັງທີ່ໄດ້ດຳເນີນມາເປັນເວລາ 2 ວັນເຄິ່ງ ດ້ວຍຜົນສໍາເລັດອັນຈົບງາມ.
ກອງປະຊຸມໃນຄັ້ງນີ້, ບັນດາສື່ມວຊົນທີ່ມາຈາກທົ່ວປະເທດໄດ້ຮັບຟັງຂໍ້ມູນຄວາມຮູ້ຫລາຍຢ່າງຈາກວິທະຍາກອນທັງ 5 ທ່ານ, ໂດຍສະເພາະ ແມ່ນການຂຽນຂ່າວຜ່ານສື່ອອນລາຍ ພ້ອມແບ່ງກຸ່ມເຮັດກິດຈະກຳລົງສໍາພາດຕົວຈິງ ໃນຫລາຍຂະແໜງການ ເປັນຕົ້ນແມ່ນ ສໍາພາດຄະນະສະເພາະກິດຂັ້ນແຂວງ, ພະແນກສາທາລະນະສຸກ, ພະແນກສຶກສາທິການ ແລະ ກິລາ ແລະ ລົງຢ້ຽມຢາມຊຸມຊົນ, ໂຮງຮຽນ, ໂຮງໝໍ, ຊາຍແດນຂອງແຂວງອຸດົມໄຊ ແລ້ວນໍາຂໍ້ມູນດັ່ງກ່າວມາເຮັດບົດຂ່າວ, ວີດີໂອຂ່າວ ແລ້ວນຳສະເໜີໃຫ້ວິທະຍາກອນໄດ້ມີຄວາມເຫັນ ເພື່ອປັບປຸງວິທີການຂຽນຂ່າວຂອງບັນດາສື່ມວນຊົນ ໃຫ້ມີປະສິດທິພາບດີຂຶ້ນ.

ໃນໂອກາດເຂົ້າຮ່ວມກອງປະຊຸມ ທ່ານ ສຸລິໂຍ ແສງງາມ ຫົວໜ້າໜ່ວຍງານບົດຄວາມ ໜັງສືພິມວຽງຈັນໃໝ່ ໄດ້ໃຫ້ຮູ້ວ່າ: ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ແມ່ນມີຄວາມສໍາຄັນໃນການຍົກລະດັບ ໃນການລາຍງານການຂຽນຂ່າວ ເພື່ອເຮັດໃຫ້ທັນເຫດການ, ກະທັດຮັດ ແລະ ສາມາດສ່ອງແສງເຖິງສະພາບຄວາມເປັນຈິງໃນສັງຄົມ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນ ສາມາດເຂົ້າເຖິງຂໍ້ມູນຂ່າວສານທີ່ຖືກຕ້ອງ. ພ້ອມນີ້, ສຳມະນາກອນ ຍັງໄດ້ຮຽນຮູ້ຈາກປະສົບການຕ່າງໆຂອງວິທະນາກອນ ທີ່ມາຈາກຫລາຍຂະແໜງການ ແລະ ຍັງໄດ້ມີໂອກາດແລກປ່ຽນຄຳຄິດເຫັນ ກັບສື່ມວນຊົນໃນຂອບເຂດທົ່ວປະເທດອີກດ້ວຍ.

ທ່ານ ກອງຄຳ ລໍອິນສານ ນັກຂ່າວໜັງສືພິມແຂວງຄຳມ່ວນ ໄດ້ໃຫ້ຮູ້ວ່າ: ການເຂົ້າຮ່ວມກອງປະ ຊຸມໃນຄັ້ງນີ້, ໄດ້ຮຽນຮູ້ບົດຮຽນອັນໃໝ່ ເປັນຕົ້ນແມ່ນ ທັກສະໃນການຂຽນຂ່າວອອນລາຍແບບໃໝ່ ທີ່ມີໂຄງສ້າງເນື້ອໃນທີ່ສົມບູນ, ກະທັດຮັດ ແລະ ມີຂ່າວທີ່ຫລາກຫລາຍ, ໄດ້ຮຽນຮູ້ການປະກອບພາບຂ່າວທີ່ໜ້າສົນໃຈ ເພື່ອກະຕຸ້ນໃຫ້ມີຄົນອ່ານ ແລະ ຄົນເບິ່ງໃຫ້ຫລາຍຂຶ້ນ.


ຂ່າວ ສົມຫວັງ

Comments