ສະເໜີ ປ່າສະຫງວນແຫ່ງຊາດ ນໍ້າປຸຍ ເປັນມໍລະດົກອາຊຽນ…

ປ່າສະຫງວນແຫ່ງຊາດ ນໍ້າປຸຍ ແຂວງໄຊຍະບູລີ ໄດ້ຖືກສ້າງຕັ້ງຂຶ້ນຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 164/ນຍ, ລົງວັນທີ 29 ຕຸລາ 1993 ມີເນື້ອໃນທັງໝົດ 191.200 ເຮັກຕາ ກວມເອົາ 3 ເມືອງຄື: ເມືອງພຽງ, ເມືອງປາກລາຍ ແລະ ເມືອງທົ່ງມີໄຊ; ເປັນເຂດທີ່ສໍາຄັນໃນການອະນຸລັກສັດປ່າ ເປັນຕົ້ນ: ຊ້າງ, ເມີຍ, ເສືອຫຼາຍຊະນິດ, ເຍືອງ, ໝີ, ທະນີ ໂດຍສະເພາະແມ່ນມີປະຊາກອນຊ້າງຈໍານວນຫຼາຍ ໃນບັນດາປ່າສະຫງວນແຫ່ງຊາດຂອງ ສປປ ລາວ ແລະ ເປັນປ່າສະຫງວນແຫ່ງຊາດເຂດດຽວທີ່ຍັງມີທະນີມືຂາວ.

ນອກຈາກນັ້ນຍັງມີນົກ, ສັດມີນົມ, ສັດເລືອຄານຫຼາຍກວ່າຮ້ອຍຊະນິດ ແລະ ມີໄມ້ຫຼາຍຊະນິດທີ່ສໍາຄັນ ແລະ ຫາຍາກລະດັບໂລກ. ເພື່ອແນໃສ່ການປົກປັກຮັກສາຄຸນຄ່າດ້ານການອະນຸລັກ ກໍ່ຄືພືດ ແລະ ສັດປ່າ ຂອງປ່າສະຫງວນແຫ່ງຊາດນໍ້າປຸຍ ໃຫ້ມີຄວາມຍືນຍົງໂດຍການມີສ່ວນຮ່ວມຂອງຫຼາຍພາກສ່ວນ ໂດຍສະເພາະແມ່ນປະຊາຊົນທີ່ອາໄສຢູ່ຂອບເຂດປ່າສະຫງວນ ເພື່ອສ້າງໃຫ້ເປັນອຸທິຍານມໍລະດົກອາຊຽນ ເພື່ອປົກປັກຮັກສາຄຸນຄ່າຊີວະນາໆພັນໃຫ້ມີຄວາມຍືນຍົງ ແລະ ເກີດຜົນປະໂຫຍດແກ່ຊຸມຊົນທ້ອງຖິ່ນ.

ໃນວັນທີ 28 ກໍລະກົດ 2020 ນີ້ ຢູ່ທີ່ຫ້ອງປະຊຸມກອງຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າປຸຍ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຜ່ານຮ່າງແຜນຈັດສັນ-ຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າປຸຍຂຶ້ນຢ່າງເປັນເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນຫຼາຍ ຄໍາພູມີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາປ່າໄມ້, ມີທີມງານຈາກສູນກາງ, ຕາງໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ 3 ເມືອງ ພ້ອມດ້ວຍພະນັກງານປ່າສະຫງວນເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ພ້ອມກັນຮັບຟັງ, ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນ ເຂົ້າໃສ່ບົດສຶກສາກົນໄກການເງິນຍືນຍົງ ເຂົ້າໃນວຽກງານຄຸ້ມຄອງປ່າສະຫງວນມໍລະດົກທາງທໍາມະຊາດອາຊຽນ, ຜົນການລົງຈັດຕັ້ງປະຕິບັດວຽກງານ ແຜນນໍາໃຊ້ທີ່ດິນເຂດເມືອງພຽງ ແລະ ເມືອງປາກລາຍ, ຮູບແບບ ແລະ ທ່າແຮງດ້ານການຈັດສັນການທ່ອງທ່ຽວທາງທໍາມະຊາດເຂດປ່າສະຫງວນ, ຜົນໄດ້ຮັບຈາກການປຶກສາຫາລືຢູ່ກຸ່ມບ້ານ ແລະ ແຜນຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າປຸຍ; ຊຶ່ງປະຈຸບັນ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະເໜີເຂດປ່າສະຫງວນແຫ່ງຊາດນໍ້າປຸຍແຂວງໄຊຍະບູລີ, ເຂດປ່າສະຫງວນພູຊຽງທອງ ແຂວງຈໍາປາສັກ ແລະ ແຂວງສາລະວັນ ເຂົ້າເປັນອຸທິຍານມໍລະດົກທາງທໍາມະຊາດອາຊຽນ ຕາມໃບສະເໜີ ສະບັບເລກທີ 339/DOF, ລົງວັນທີ 21 ມັງກອນ 2019 ແລະ ໃບສະເໜີ ສະບັບເລກທີ 704/ DOF, ລົງວັນທີ 7 ກຸມພາ 2020 ແລະ ກໍານົດໃຫ້ເປັນເຂດຈັດຕັ້ງປະຕິບັດໂຄງການອະນຸລັກຊີວະນາໆພັນພາຍໃຕ້ການສະໜັບສະໜູນດ້ານງົບປະມານ ແລະ ວິຊາການຈາກສູນຊີວະນາໆພັນອາຊຽນ. ໃນຕອນທ້າຍກອງປະຊຸມ ທ່ານຫົວໜ້າກົມປ່າໄມ້ ຍັງໄດ້ໃຫ້ຄໍາເຫັນໂອ້ລົມ ແລະ ຊີ້ນໍາໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຂັ້ນຕໍ່ໄປໃຫ້ມີຜົນສໍາເລັດ. ໃນໂອກາດດັ່ງກ່າວ ກົມປ່າໄມ້ກະຊວງກະສິກໍາ ຍັງໄດ້ມອບອຸປະກອນຮັບໃຊ້ເຂົ້າໃນພາກສະໜາມຕື່ມອີກ.

ຂ່າວ: ມະໄລວັນ
ຮູບພາບ: WWF

Comments