ຂ່າວ ພາຍໃນປະເທດ

ການສູນເສຍຊະນິດພັນສັດປ່າ ເປັນສາເຫດຄວາມບໍ່ສົມດຸນຂອງລະບົບນິເວດ…

ປະຊາກອນສັດປ່າຢູ່ໃນ ປປປ ລາວ ແມ່ນຫຼຸດລົງຢ່າງຫຼວງຫຼາຍ ເນື່ອງຈາກການລ່າ ເພື່ອດຳລົງຊີວິດ ແລະ ການຂ້າ ທີ່ຫຼາຍເກີນໄປ, ເຊິ່ງການສູນເສຍຊະນິດຂອງພັນສັດປ່າດັ່ງກ່າວ ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງ ເຮັດໃຫ້ລະບົບນິເວດຂາດຄວາມສົນດຸນ. ພາບປະກອບເທົ່ານັ່ນ ອີງຕາມແຫຼ່ງຂໍ້ມູນຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ: ສັດປ່າ ແມ່ນມີຄວາມສຳຄັນໃນຂະບວນການສືບພັນຂອງຊະນິດພັນໄມ້ຕ່າງໆ, ໂດຍມີບົດບາດໃນການເຄື່ອນຍ້າຍແກ່ນຈາກຕົ້ມໄມ້ແມ່ພັນ ເຊິ່ງມີຄວາມສຳຄັນຕໍ່ກັບຄວາມຫຼາກຫຼາຍຂອງສາຍພັນໃນທຳມະຊາດ. ພ້ອມກັນນັ້ນ, ການສູນເສຍສັດປ່າຂະໜາດນ້ອຍ ທີ່ເປັນສັດກິນຊີ້ນ ຫຼືກິນສັດອື່ນເປັນອາຫານຂອງວົງຈອນທຳມະຊາດເຊັ່ນ: ເຫງັນ ແລະ ງູ, ເຊິ່ງຈະເຮັດໃຫ້ສັດທີ່ເປັນຜູ້ຖືກລ່າ (ໜູ) ເພີ່ມຂຶ້ນ, ອາດຈະນຳເຊື້ອພະຍາດມາສູ່ສຸຂະພາບຂອງຄົນ, ທຳລາຍພືດພັນທີ່ປູກ ແລະ ຜົນຜະລິດຕ່າງໆ ທີ່ເກັບມ້ຽນໄວ້. ພາບປະກອບເທົ່ານັ້ນ ພາບປະກອບເທົ່ານັ່ນ ດັ່ງນັ້ນ, ​ຄວາມສົມດຸນທາງດ້ານລະບົບນິເວດແມ່ນມີຄວາມສຳຄັນ ຍ້ອນວ່າມັນຊ່ວຍປ້ອງກັນການແຜ່ຂະຫຍາຍຊອງຊະນິດພັນສັດ-ພືດ ເພື່ອບໍ່ໃຫ້ສັດໃດສັດໜຶ່ງຫຼາຍກວ່າອີກກຸ່ມໜຶ່ງສະເພາະ. ພາບປະກອບເທົ່ານັ້ນ ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະສ້າງສວນວິທະຍາສາດໃຫ້ການຮຽນຮູ້ດ້ານດາລາສາດ…

ພິທີເຊັນສັນຍາຈັດຂຶ້ນວັນທີ 7 ສິງຫາ 2020 ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ລົງນາມຂອງ ທ່ານ ນາງ ແກ້ວໄພວັນ ດວງສະຫວັນ ກັບ ທ່ານ ພູວົງ ສູ້ຍຍະວົງ ໃຫ້ກຽດເຂົ້າຮ່ວມ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ບໍລິສັດ ແອັດແລນຕິກ ອິນເຕີເນເຊິນແນວ ກຣຸບ ລົງນາມເຊັນສັນຍາ ( MOA ) ສ້າງສວນວິທະຍາສາດ ແລະ ພຶກສາສາດ ເພື່ອເປັນສະຖານທີ່ຮຽນຮູ້ດ້ານດາລາສາດ ແລະ ແຫຼ່ງທ່ອງທ່ຽວທາງທໍາມະຊາດ. ທ່ານ ນາງ ແກ້ວໄພວັນ ດວງສະຫວັນ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວວ່າ: ພາຍຫຼັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ, ທັງສອງຝ່າຍໄດ້ມີການເຄື່ອນໄຫວວຽກງານຕົວຈິງຢ່າງຕັ້ງໜ້າ ແລະ ເກີດມີໝາກຜົນເປັນຮູບປະທໍາ. ສະນັ້ນ, ເພື່ອໃຫ້ວຽກດໍາເນີນຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ, ຜ່ານການປຶກສາຫາລືເປັນເອກະພາບຂອງທັງສອງຝ່າຍ ຈຶ່ງໄດ້ຜັນຂະຫຍາຍເປັນກິດຈະກໍາ, ...

Read More »

ໂຮງງານອຸດສາຫະກຳ ແລະ ຫັດຖະກໍາ ໃນນະຄອນຫຼວງວຽງຈັນ…

ປີ 2019 ນະຄອນຫຼວງວຽງຈັນ ມີໂຮງງານອຸດສາຫະກຳ ແລະ ຫັດຖະກໍາ 3.139 ແຫ່ງ, ມູນຄ່າການຜະລິດ 4.608 ຕື້ ກວ່າກີບ ທຽບໃສ່ປີ 2018 ເພີ່ມຂຶ້ນ 3,66%, ມີ 35 ບໍລິສັດທີ່ນໍາເຂົ້າສິນຄ້າຕິດສະຫຼາກເປັນພາສາລາວ ລວມລາຍການສິນຄ້າກວ່າ 1.107 ລາຍການ. ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ.ນວ ) ລາຍງານການຈັດຕັ້ງປະຕິບັດແຜນພັດທະນາ ອຄ ປະຈໍາປີ 2019 ແລະ 6 ເດືອນຕົ້ນປີ 2020 ຕໍ່ກອງປະຊຸມ ປະຈໍາປີ 2019 ( ແບບທາງໄກ ) ຂອງຂະແໜງ ອຄ ທົ່ວປະເທດວ່າ: ວຽກງານອຸດສາຫະກໍາ ແລະ ຫັດຖະກໍາ ໃນປີ 2019 ໄດ້ມີໂຮງງານ ແລະ ໂຮງຊ່າງຫັດຖະກໍາເກີດຂຶ້ນໃໝ່ ຈໍານວນ 281 ...

Read More »

ອິນເດຍ ມອບອຸປະກອນການແພດ ໃຫ້ລັດຖະບານລາວຕ້ານ ໂຄວິດ-19

ເມື່ອອາທິດທີ່ຜ່ານມາ ທີ່ກະຊວງສາທາລະນະສຸກ ສປປ ລາວ, ລັດຖະບານ ແລະ ປະ ຊາຊົນອິນເດຍ ໄດ້ນຳເອົາຢາ ແລະ ອຸປະກອນການແພດມອບໃຫ້ແກ່ລັດຖະບານລາວ ຈຳນວນ 188 ແກັດ ເພື່ອເປັນການປະກອບສ່ວນຊ່ວຍເຫລືອ ໃນການຕ້ານການລະບາດ ໂຄວິດ-19 ແລະ ເປັນນິ ມິດໝາຍອັນດີ ໃນຂົງເຂດການພົວພັນສອງຝ່າຍ ອັນສະໜິດແໜ້ນຂອງສອງປະເທດ, ໂດຍສະເພາະແມ່ນສາຍພົວພັນທາງສາສະໜາ, ວັດທະນະທຳ ແລະ ປະຫວັດສາດ. ຕາງໜ້າມອບເຄື່ອງໃນຄັ້ງນີ້,ໂດຍ ທ່ານ ດິນກາ ອັສຕານາ (Dinkar Asthana) ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ມີພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ດຣ. ບຸນກອງ ສີຫາວົງ ໄດ້ສະແດງຄວາມຂອບໃຈ ມາຍັງປະຊາຊົນ ກໍຄື ລັດຖະບານອິນເດຍ ທີ່ໄດ້ໃຫ້ການຊ່ວຍເຫລືອທາງດ້ານຢາປົວພະຍາດ ແລະ ເຄື່ອງໃຊ້ທາງການແພດ ເພື່ອເປັນການຕໍ່ສູ້ກັບການລະບາດຂອງ ...

Read More »

ໄຂ້ຍຸງລາຍລະບາດໜັກ ເຖິງ 4,700 ກໍລະນີ…

ວັນທີ 10 ສິງຫາ 2020, ສູນຂ່າວສານການແພດສຸຂະສຶກສາ ໄດ້ລາຍງານຕົວເລກຜູ້ຕິດເຊື້ອໄຂ້ຍຸງລາຍ ໂຕເລກຫຼ້າສຸດ (8 ສິງຫາ 2020) ວ່າ: ມາຮອດວັນທີ 8 ສິງຫາ 2020 ມີລາຍງານຕົວເລກຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມທັງໝົດ 4,707 ກໍລະນີ ໃນນີ້ຕິດເຊື້ອເພີ່ມ 194 ກໍລະນີ ແລະ ເສຍຊີວິດແລ້ວ 9 ກໍລະນີ, ເຊິ່ງຈາກບົດລາຍງານສັງເກດເຫັນວ່າ ຕົວເລກຜູ້ຕິດເຊື້ອສະສົມຫຼາຍທີ່ສຸດແມ່ນ ນະຄອນຫຼວງວຽງຈັນ (1,065 ກໍລະນີ ເພີ່ມຂຶ້ນ 38 ກໍລະນີ) ຮອງລົງມາແມ່ນແຂວງບໍລິຄໍາໄຊ (542 ກໍລະນີ ເພີ່ມຂຶ້ນ 10 ກໍລະນີ) ແລະ ແຂວງວຽງຈັນ (541 ກໍລະນີ ເພີ່ມຂຶ້ນ 76 ກໍລະນີ) ສ່ວນແຂວງທີ່ມີຜູ້ຕິດເຊື້ອໜ້ອຍທີ່ສຸດ ແມ່ນ ແຂວງຊຽງຂວາງ (1 ກໍລະນີ) ແລະ ແຂວງຫົວພັນ (2 ກໍລະນີ). ພາບປະກອບເທົ່ານັ້ນ ແນວໃດກໍ່ຕາມ, ທາງຄະນະສະເພາະກິດຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ...

Read More »

ລັດຖະບານ ຮຽກຮ້ອງໃຫ້ທົ່ວສັງຄົມ ປະຕິບັດມາດຕະການຢ່າງເຄັ່ງຄັດ ຖ້າໃຜຝ່າຝືນຕ້ອງຮັບຜິດຊອບໃຊ້ຈ່າຍຜົນເສຍຫາຍທີ່ເກີດຂຶ້ນທັງໝົດ

ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດຄວບຄຸມໂຄວິດ19 ຖະແຫລງຕອນເຊົ້າວັນທີ 7 ສິງຫາ 2020 ນີ້ ເຖິງສະພາບການລະບາດຂອງພະຍາດໂຄວິດ19 ຢູປະເທດຕ່າງໆໃນໂລກ ເຫັນວ່າຍັງມີການລະບາດເປັນວົງກວ້າງ, ບາງປະເທດກັບມາລະບາດເປັນຮອບທີສອງ ແລະມີຄວາມຮ້າຍແຮງກວ່າເກົ່າ, ສະເລ່ຍມື້ໜຶ່ງມີຜູ້ຕິດເຊື້ອເພີ່ມຂຶ້ນປະມານ 200.000ຄົນ, ເສຍຊີວິດປະມານ 6.000 ຫາ 7.000ຄົນ, ລວມແລ້ວທົ່ວໂລກມີຜູ້ຕິດເຊື້ອ 19ລ້ານກວ່າຄົນ, ມີຜູ້ເສຍຊີວິດ 700.000 ກວ່າຄົນ. ສໍາລັບ ສປປ ລາວ ເຖິງວ່າຈະສາມາດຄວບຄຸມການລະບາດໄດ້ໃນເບື້ອງຕົ້ນກໍຕາມ ແຕ່ກໍໃຫ້ສືບຕໍ່ປະຕິບັດມາດຕະການໃຫ້ດີຂຶ້ນກວ່າເກົ່າ ໃນນັ້ນໃຫ້ເພີ່ມທະວີການຕິດຕາມກວດກາ ການເຂົ້າ-ອອກ ຕາມດ່ານຊາຍແດນ ເພື່ອຮັບປະກັນບໍ່ໃຫ້ມີການເຂົ້າ-ອອກຊະຊາຍ. ພ້ອມກັນນັ້ນ ຕ້ອງເພີ່ມທະວີການໂຄສະນາ ປະຊາສໍາພັນໃຫ້ຄວາມຮູ້ກ່ຽວກັບການປ້ອງກັນພະຍາດໂຄວິດ19 ໃຫ້ປະຊາຊົນບັນດາເຜົ່າ ຕະຫລອດຮອດທະຫານ, ພະນັກງານ, ຕໍາຫລວດ ແລະຊັ້ນຄົນຕ່າງໆໃນສັງຄົມ ເພື່ອພ້ອມກັນຈັດຕັ້ງປະຕິບັດ ແລະຮັບຮູ້ -ເຂົ້າໃຈ ເຖິງໄພອັນຕະລາຍຂອງພະຍາດ ທີ່ກະທົບເຖິງເສດຖະກິດ-ສັງຄົມຂອງຊາດ, ຄຽງຄູ່ກັນນັ້ນ ຕ້ອງໄດ້ຄຸ້ມຄອງການເຂົ້າມາຂອງນັກລົງທຶນ, ນັກທຸລະກິດ, ວິຊາການ, ຊ່ຽວຊານ ຫລືແຮງງານດ້ານຕ່າງໆທີ່ມີຄວາມຈໍາເປັນເຂົ້າມາປະເທດເຮົາໃນໄລຍະນີ້ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດແລ້ວ ໃຫ້ຮັດກຸມຂຶ້ນກວ່າເກົ່າ, ສ່ວນນັກສຶກສາລາວ ກໍຄືປະຊາຊົນລາວ ທີ່ດໍາລົງຊີວິດຢູ່ຕ່າງປະເທດ ທີ່ຕ້ອງການເດີນທາງກັບຄືນປະເທດ ຕ້ອງໄດ້ເກັບກໍາຂໍ້ມູນ ...

Read More »

ເຕືອນ ເມືອງທຸລະຄົມ ກຽມຮັບມືນໍ້າຖ້ວມ…

ເມືອງທຸລະຄົມແຈ້ງການ ໃຫ້ປະຊາຊົນເຝົ້າລະວັງສະພາບນໍ້າຂຶ້ນໃນແຕ່ລະສາຍ !!! ເນື່ອງຈາກເລີ່ມແຕ່ຕົ້ນເດືອນສິງຫາ 2020 ມາຮອດປັດຈຸບັນ ມີຝົນຕົກນັກ ແລະ ຕົກລິນ ເປັນບໍລິເວນກວ້າງ ເຮັດໃຫ້ມີນໍ້າຖ້ວມຂັງຕາມເສັ້ນທາງ ແລະ ເຂດຕໍ່າ ໂດຍສະເພາະແມ່ນລະດັບນໍ້າງື່ມແມ່ນມີປະລິມານເພີ່ມຂຶ້ນສູງໃນແຕ່ລະວັນ ສະນັ້ນ ເພື່ອກຽມຮັບມື ແລະ ຮັບປະກັນຄວາມປອດໄພຂອງປະຊາຊົນທາງເມືອງຈື່ງໄດ້ອອກແຈ້ງການດັ່ງນີ້: ໃຫ້ກຽມສັດລ້ຽງໄວ້ບ່ອນສູງ ປອດໄພ, ກຽມເປົາຫິນຊາຍ ເພື່ອເຮັດຄູກັນນໍ້າ ແລະ ຖ້າມີເຂດໃດທີ່ນໍ້າຖ້ວມ ໃຫ້ທາງບ້ານແຈ້ງເຖິງກຸ່ມບ້ານ ຫຼື ຫ້ອງວ່າການເມືອງ ເພື່ອຮີບຮ້ອນແກ້ໄຂສຸກເສີນໂດຍໄວ ແຫຼ່ງຂໍ້ມູນ: ຫ້ອງວ່າການເມືອງທຸລະຄົມ

Read More »

ແຂວງໄຊຍະບູລີ ນ້ຳຖ້ວມເປັນຮອບ 2

ຜູ້ໃຊ້ Facebook ຊື່: ສົນຄຳ ປັນຍາດີ ໄດ້ໂພສວ່າ: ນ້ຳຖ້ວມຮອບສອງທີ່ບ້ານຜາບ່ອງ,​ ເມືອງຄອບ, ແຂວງໄຊຍະບູລີ ວັນທີ 7.8.2020

Read More »

ຜົນກອງປະຊຸມຮ່ວມທ່ານນາຍົກ ແລະ ຄະນະສະເພາະກິດ

ວັນທີ 5 ສິງຫາ ຜ່ານມາ ທີ່ສຳນັກງານນາຍົກລັດຖະມົນຕີໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານໃນຄະນະສະເພາະກິດ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນເດືອນໄລຍະເດືອນກໍລະກົດ ແລະ ຕົ້ນເດືອນສິງຫາ ຈາກທ່ານ ຮສ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ. ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳຄິດເຫັນຕໍ່ວຽກງານ ທີ່ຕິດພັນກັບຂະແໜງການຂອງຕົນ, ພ້ອມທັງ ຕີລາຄາປະເມີນຄືນ ການຈັດຕັ້ງປະຕິບັດວຽກງານແລະ ສະເໜີປັບປຸງບາງວຽກງານທີ່ເຫັນວ່າບໍ່ທັນຈະແຈ້ງ, ການຈັດຕັ້ງປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ ແລະ ຍັງມີຊ່ອງຫວ່າງ ທີ່ອາດເຮັດໃຫ້ເກີດຄວາມສ່ຽງຕໍ່ວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາ. ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນສະຫລຸບສັງລວມ ...

Read More »

ສນກ ຕ້ອງເຕົ້າໂຮມຜູ້ປະກອບການທຸລະກິດນໍ້າມັນ ໃຫ້ເຄື່ອນໄຫວ ສອດຄ່ອງຕາມລະບຽບກົດໝາຍ

ໃນວັນທີ 5 ສິງຫາ 2020 ທີ່ຫໍປະຊຸມແຫ່ງຊາດ, ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສລາວ (ສນກ) ໄດ້ຈັດກອງປະຊຸມຂອງສະມາຄົມດັ່ງກ່າວຂຶ້ນ, ເຊິ່ງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາເຫັນ ຕໍ່ສະ ມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສລາວ (ສນກ) ໂດຍເນັ້ນໃຫ້ຄະນະບໍລິຫານງານ ສນກ ເອົາໃຈ ໃສ່ເປັນຈຸດໃຈກາງເຕົ້າໂຮມ ບັນດາຜູ້ປະກອບການທຸລະກິດນໍ້າມັນ ໃຫ້ມີການເຄື່ອນໄຫວທີ່ສອດຄ່ອງຕາມລະບຽບກົດໝາຍ ແລະ ສືບຕໍ່ຜັນຂະຫຍາຍດໍາລັດ 331/ນຍ ໃຫ້ເຂັ້ມງວດ, ພ້ອມເປັນຂົວຕໍ່ປະ ສານງານກັບຂະແໜງການກ່ຽວຂ້ອງກັບລັດຖະບານ ເພື່ອເຮັດແນວໃດ ໃຫ້ສາມາດຂັບເຄື່ອນທຸລະກິດ ນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ໃຫ້ມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນ, ປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດ. ໃນຕໍ່ໜ້າການເປີດນໍາໃຊ້ໂຮງກັ່ນນໍ້າມັນແຫ່ງທໍາອິດ ຕ້ອງໃຫ້ມີການປະສານງານກັນລະອຽດ ໂດຍສະເພາະການກໍານົດໂຄງສ້າງລາຄາຂາຍ ໃຫ້ສົມເຫດສົມຜົນ, ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນຜູ້ຊົມໃຊ້. ທ່ານ ອະນຸສິນ ພົນເສນາ ປະທານ ສນກ ໄດ້ໃຫ້ຮູ້ວ່າ: ...

Read More »