ຂປລ. ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ II ປະຈໍາປີ 2020 ໄດ້ສຳເລັດລົງໃນວັນທີ 31 ກໍລະກົດ 2020 ທີ່ສຳນັກງານ ຄຄຊ (ສ.ຄຄຊ) ພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຄຊ; ມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ຮອງປະທານ ຄຄຊ-ຜູ້ປະຈຳການ; ບັນດາຄະນະກໍາມະການຄຸ້ມຄອງຫຼັກຊັບ, ທ່ານນາງ ສາຍສະໝອນ ຈັນທະຈັກ ຫົວໜ້າ ສຄຄຊ, ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທຫລ, ປະທານສະພາບໍລິຫານຕະຫຼາດຫຼັກຊັບລາວ (ຕລຊລ) ແລະ ພາກສ່ວນກ່ຽວຂ້ອງ.

ກອງປະຊຸມ ຄຄຊ ຄັ້ງທີ II ປະຈໍາປີ 2020 ໄດ້ປຶກສາຫາລືບາງໜ້າວຽກທີ່ສຳຄັນ ໂດຍທ່ານນາງ ສາຍສະໝອນ ຈັນທະຈັກ ຫົວໜ້າ ສຄຄຊ ໄດ້ລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄຄຊ ຄັ້ງທີ I ປີ 2020; ລາຍງານ ຄວາມຄືບໜ້າການກະກຽມຄວາມພ້ອມການເຂົ້າເປັນສະມາຊິກສົມບູນຂອງອົງການຄຸ້ມຄອງຫຼັກຊັບສາກົນ (IOSCO); ນອກນີ້ ຍັງມີພາກສ່ວນກ່ຽວໄດ້ນຳສະເໜີນິຕິກຳຈຳນວນ 3 ສະບັບໃນນີ້ມີຮ່າງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການຄຸ້ມຄອງຫຼັກຊັບ (ສະບັບປັບປຸງ); ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຜູ້ລົງທຶນພາຍໃນທີ່ໄປລົງທຶນໃນຫຼັກຊັບຢູ່ຕ່າງປະເທດ (ສ້າງໃໝ່) ແລະ ຮ່າງຂໍ້ຕົກລົງວ່າດ້ວຍການອອກຈຳໜ່າຍຮຸ້ນ (ສະບັບປັບປຸງ); ຂະນະດຽວກັນ, ຍັງມີການລາຍງານການຈັດຕັ້ງປະຕິບັດວຽກງານຂອງ ສ.ຄຄຊ ປະຈຳ 6 ເດືອນຕົ້ນປີ 2020 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020; ລາຍງານການຈັດຕັ້ງປະຕິບັດວຽກງານຂອງ ຕລຊລ ປະຈຳ 6 ເດືອນຕົ້ນປີ 2020 ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2020.
ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ປະທານ ຄຄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຄະນະກໍາ ມະການຄຸ້ມຄອງຫຼັກຊັບທີ່ໄດ້ປະກອບສ່ວນເຂົ້າໃນການດໍາເນີນວຽກງານດ້ວຍຜົນສໍາເລັດຢ່າງຈົບງາມ; ພ້ອມກັນພັດທະນາຕະຫຼາດທຶນ ກ້າວສູ່ຄວາມເຂັ້ມແຂງ ແລະ ຂໍມອບໃຫ້ທ່ານຜູ້ວ່າການ, ຮອງປະທານ ຄຄຊ-ຜູ້ປະຈຳການ ແລະ ສ.ຄຄຊ ຈົ່ງຮີບຮ້ອນປະສານສົມທົບກັບຂະແໜງການກ່ຽວຂ້ອງຕ່າງໆ ເພື່ອຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ເປັນໜ້າວຽກລະອຽດ ດ້ວຍຄວາມເປັນເຈົ້າການ ແລະ ຄວາມຮັບຜິດ ຊອບສູງ; ພ້ອມນັ້ນ, ກໍ່ຕ້ອງມີການຕິດຕາມກວດກາ ແລະ ສະຫຼຸບຖອດຖອນບົດຮຽນແຕ່ລະໄລຍະຢ່າງເໝາະສົມ; ຈາກນັ້ນ, ໃຫ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດດັ່ງກ່າວ ເພື່ອລາຍງານຕໍ່ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ ຄັ້ງຕໍ່ໄປ.

ກອງປະຊຸມຄັ້ງນີ້ ໄດ້ເປີດຂຶ້ນທ່າມກາງທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິ X ຂອງພັກໃນທ້າຍສະໄໝ, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນ 5 ປີ ຄັ້ງທີ VIII (2016-2020) ແລະ ສືບຕໍ່ສ້າງຂະບວນການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ, ການຈັດຕັ້ງປະຕິບັດຜົນສຳເລັດ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 9 ສະພາແຫ່ງຊາດ ຊຸດທີ VIII. ສະເພາະຂະແໜງການເງິນ ກໍ່ພວມສຸມໃສ່ທົບທວນ ຄືນແຜນຍຸດທະສາດການພັດທະນາລະບົບສະຖາບັນການເງິນ-ເງິນຕາ ຂອງ ສປປ ລາວ ໃນໄລຍະປີ 2016-2025 ແລະ ວິ ໄສທັດຮອດປີ 2030 ໂດຍສະເພາະແຜນຍຸດທະສາດໃນການພັດທະນາຕະຫຼາດທຶນ (2016-2025). ພ້ອມດຽວກັນນີ້, ກໍ່ຢູ່ໃນໄລຍະທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ, ການແຜ່ລະບາດຂອງເຊື້ອພະຍາດ ແລະ ໄພທຳມະຊາດ ຊຶ່ງໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.
ພາຍຫຼັງສຳເລັດກອງປະຊຸມ ຄຄຊ ຄັ້ງທີ I ປະຈໍາປີ 2020 ທີ່ຜ່ານມາ ແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຄຸ້ມຄອງຫຼັກຊັບຢ່າງຕັ້ງໜ້າ ໃນນັ້ນຜົນສໍາເລັດອັນພົ້ນເດັ່ນແມ່ນໄດ້ສໍາເລັດການສ້າງກົດໝາຍ ວ່າ ດ້ວຍຫຼັກຊັບ (ສະບັບປັບປຸງ) ແລະ ສໍາເລັດການຄົ້ນຄວ້າອະນຸຍາດໃນການອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນຄັ້ງທຳອິດ (IPO) ຂອງບໍລິສັດ ເອເນໂກ ໄດນາມິກ. ແຕ່ຢ່າງໃດກໍ່ຕາມ, ຍັງຕ້ອງໄດ້ສືບຕໍ່ເອົາໃຈໃສ່ຫຼາຍບັນຫາເພື່ອພັດທະນາຕະຫຼາດທຶນລາວໃຫ້ມີປະສິດທິພາບ, ມີຄວາມໜ້າເຊື່ອຖື ແລະ ມີຄວາມຄຶກຄື້ນກວ່າເກົ່າ.
ຂໍ້ມູນ: ຣັດສະໝີ ດວງສັດຈະ