ປົກໃນສະບັບເດືອນສິງຫາ 2019 ພວກເຮົາໄດ້ຮັບກຽດສໍາພາດ ທ່ານ ສຸກສະໝອນ ສີຫາເທບ ປະທານ ແລະ ຜູ້ບໍລິຫານ ບໍລິສັດມະນີຍົມກຣຸບ ຜູ້ລິເລີ່ມນໍາເອົາລົດຍີ່ຫໍ້ “ເຊບໂຣເລດ” ເຂົ້າມາຈໍາໜ່າຍຢ່າງເປັນທາງການໃນສປປ ລາວ ພ້ອມທັງບຸກເບີກຕະຫຼາດຈໍາໜ່າຍ ແລະ ສາມາດເຂົ້າເຖິງລູກຄ້າກຸ່ມເປົ້າໝາຍໄດ້ຢ່າງໜ້າເພິ່ງພໍໃຈ ເມື່ອສົມທຽບກັບລົດໃນລະດັບດຽວກັນ ທີ່ເປີດຕົວມາກ່ອນໜ້ານີ້ປະມານ 15-20 ປີ. ພ້ອມນີ້ທ່ານຍັງຈະມາເປີດເຜີຍໃຫ້ຮູ້ເຖິງ ແຜນການພັດທະນາໃນອະນາຄົດຂອງ “ເຊບໂຣເລດ ລາວ” ແລະ “ໂປຣໂມຊັນ” ດີໆທີ່ລູກຄ້າຈະໄດ້ຮັບແບບສຸດຄຸ້ມ. ທ່ານ ສຸກສະໝອນ ສີຫາເທບ ປະທານ ກຸ່ມບໍລິສັດ ມະນີຍົມ ກຣຸບ ໄດ້ເຄີຍໃຫ້ກຽດສຳພາດກັບທາງວະລະສານ Target Magazine ໃນເດືອນ ມີຖຸນາ 2012 ກ່ອນເປີດຕົວ Showroom Chevrolet ຢ່າງເປັນທາງການເຊິ່ງຖືໄດ້ວ່າເປັນຫ້ອງຂາຍແລະສູນບໍລິການຂອງເຊບໂຣເລດທີ່ໃຫຍ່ທີ່ສຸດໃນ South East Asia (ອາຊີຕາເວັນອອກສ່ຽງໃຕ້) ມາເຖິງປັດຈຸບັນກ້າວເຂົ້າສູ່ປີທີ່ 7 ເຊິ່ງຈະຄົບຮອບໃນວັນທີ 12-12-2019 ທີ່ທາງເຊບໂຣເລດລາວ ໄດ້ເປີດຕົວຢ່າງເປັນທາງການໃນ ສປປ ລາວ ເຊິ່ງໃນໂອກາດນີ້ທາງວາລະສານ Target Magazine ...
Read More »Magazine
ຄິງພາວເວີ ມະຫານະຄອນ ທີ່ພັກອາໄສສຸດຫຼູຫຼາ ໃນຕຶກສູງທີ່ສຸດຂອງປະເທດໄທ
ຄອນໂດ ທີ່ພັກອາໄສທີ່ທ່ານສາມາດເປັນເຈົ້າຂອງກຳມະສິດທີ່ ຣິດຊ-ຄາຕັນ ຣິຊີເດັນ, ບາງກອກ (Ritz-Carlton Residences, Bangkok) ຄິງພາວເວີມະຫານະຄອນ (King Power Mahanakhon) ເຊິ່ງເປັນຕຶກສູງທີ່ສຸດຢູ່ປະເທດໄທ ທັງເປັນຈຸດໝາຍປາຍທາງທີ່ໄດ້ເປີດໂຕ ແລະ ນຳສະເໜີທີ່ພັກອາໄສທີ່ຫຼູຫຼາທີ່ສຸດຂອງ ຣິດຊ-ຄາຕັນ ຣິຊີເດັນ, ບາງກອກ (Ritz-Carlton Residences, Bangkok) ຕຶກທີ່ພັກອາໄສດັ່ງກ່າວຕັ້ງຢູ່ ເຂດສາທອນ ເຊິ່ງເປັນເຂດທຸລະກິດໃຈກາງນະຄອນຫຼວງບາງກອກ. ທີ່ພັກອາໄສທີ່ທ່ານສາມາດເປັນເຈົ້າຂອງກຳມະສິດຕັ້ງຢູ່ຊັ້ນທີ 23 ເຖິງ 73 ຂອງອາຄານທີ່ມີເອກະລັກອັນໂດດເດັ່ນ. ທີ່ພັກອາໄສນີ້ມີຫ້ອງຫຼາຍຂະໜາດເຊິ່ງເລີ່ມແຕ່ 2-4 ຫ້ອງນອນໂດຍຂະໜາດແມ່ນ 135 ຕາແມັດຈົນໄປຮອດ 447 ຕາແມັດ. ນອກຈາກນັ້ນຜູ້ທີ່ສົນໃຈຍັງມີທາງເລືອກອື່ນອີກໂດຍສາມາດລວມເອົາພື້ນທີ່ທີ່ພັກອາໄສຢູ່ຊັ້ນທີ 59 ເພື່ອໃຫ້ມີເນື້ອທີ່ກວ້າງເຖິງ 1,100 ຕາແມັດ. ສະຖານທີ່ດັ່ງກ່າວແມ່ນຢູ່ບໍ່ໄກຈາກສະຖານີລົດໄຟ ຊອງນົນຊີ (Chong Nonsi BTS station), ເຊິ່ງເປັນໂອກາດອັນດີທີ່ຈະເປັນເຈົ້າຂອງທີ່ພັກອາໄສໃນເຂດຕົວເມືອງທີ່ມີຊື່ສຽງ ສະນັ້ນ, ຜູ້ທີ່ກໍາລັງຊອກຫາວິຖີຊີວິດຢູ່ຕົວເມືອງແບບຫຼູຫຼາ ແລະ ຊີວິດຄົນໃນເມືອງກໍ່ສາມາດເຂົ້າມາຈອງໄດ້. ນອກເໜືອຈາກສິ່ງອໍານວຍຄວາມສະດວກ ແລະ ການບໍລິການທີ່ມີລະດັບຈາກພະນັກງານຂອງຣິດຊ-ຄາຕັນ ຣິຊີເດັນ, ທີ່ພັກອາໄສດັ່ງກ່າວຍັງມີການຕົບແຕ່ງພາຍໃນແບບລະດັບໂລກໂດຍບໍລິສັດ David Collins ...
Read More »ຜົນງານພົ້ນເດັ່ນຂອງລັດຖະບານໃນ 4 ເດືອນຜ່ານມາ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສະເໜີບົດລາຍງານ ໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ , ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນການໃນ 6 ເດືອນທ້າຍປີ 2019 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ຄັ້ງວັນທີ 5 ມີຖຸນາ 2019 ທີ່ຜ່ານມາວ່າ: ໃນ 4 ເດືອນຜ່ານມາສະພາບການຂອງພາກພື້ນ ແລະ ສາກົນ ໄດ້ຜັນແປຢ່າງສັບສົນ,ໂດຍສະເພາະແມ່ນບັນຫາເສດຖະກິດ ຂອງໂລກ ທີ່ບໍ່ທັນຂະຫຍາຍຕົວດີ ແລະ ຄວາມຂັດແຍ່ງທາງການຄ້າລະຫວ່າງປະເທດມະຫາອໍານາດທາງດ້ານເສດຖະກິດ,ອັດຕາການຂະຫຍາຍຕົວຂອງເສດຖະກິດ ໃນພາກພື້ນຫຼຸດລົງຈາກລະດັບ 5,9% ໃນປີ 2018 ມາເປັນ 5,7% ໃນປີ 2019 ແລະ ປະເທດທີ່ກໍາລັງພັດທະນາໃນອາຊີຄາດວ່າຈະຂະຫຍາຍຕົວຫຼຸດລົງຈາກລະດັບ 6,4% ໃນປີ 2018 ມາເປັນ 6,2% ໃນປີ 2019,ນະໂຍບາຍປິດລ້ອມທາງການຄ້າ ໃນການສົ່ງອອກນໍ້າມັນ ໃນຕາເວັນອອກກາງໄດ້ສົ່ງຜົນໃຫ້ລາຄານໍ້າມັນໃນຕະຫຼາດໂລກເພີ່ມສູງຂຶ້ນ. ສະພາບດັ່ງກ່າວໄດ້ສົ່ງຜົນກະທົບທາງກົງ ແລະ ...
Read More »THE MONUMENT THONG LO
ສຳລັບເຂດທີ່ຢູ່ອາໄສໃນກຸງເທບ ທີ່ມີຊື່ສຽງ ແລະ ຫຼາຍຄົນຮູ້ຈັກດີ ຈະຮູ້ວ່າແມ່ນຢູ່ຖະໜົນສຸຂຸມວິດ ຫຼື ທອງຫຼໍ່ເຊິ່ງເປັນເຂດທີ່ມີຄວາມສຳຄັນ ແລະ ໄດ້ຮັບຄວາມນິຍົມທີ່ສຸດສຳລັບຄົນໃນຕົວເມືອງກຸງເທບ ເພາະເຂດນີ້ເປັນເຂດສະດວກສະບາຍທີ່ສຸດ ບໍ່ວ່າຈະເປັນເລື່ອງການເດີນທາງ, ອາຫານ, ຮ້ານຄາເຟ່ ແລະ ບາທີ່ມີເອກະລັກໂດດເດັ່ນ ຄົນກຸງເທບນິຍົມໄປທ່ຽວຫຼາຍທີ່ສຸດ.ບໍ່ພຽງເທົ່ານັ້ນ, ເຂດທອງຫຼໍ່ ຍັງເປັນເຂດທີ່ຢູ່ອາໄສຂອງບຸກຄົນສໍາຄັນ ແລະ ນັກທຸລະກິດທີ່ມີອິດທິພົນຂອງປະເທດ ເພາະເປັນເຂດທີ່ມີຄວາມສະຫງົບ, ປອດໂປ່ງ ແລະ ຄວາມເປັນສ່ວນຕົວທີ່ສຸດ. ຖ້າໃຜຫາກໄດ້ຜ່ານໄປແຖວທອງຫຼໍ່ ຈະສັງເກດເຫັນສະຖາປັດຕະຍາກໍາຕຶກອາຄານສູງ ທີ່ເປັນຮູບຊົງ Monolith“ໂມໂນລິດ” ແຫ່ງທໍາອິດຂອງປະເທດໄທ ແລະ ຍັງເປັນໂຄງການທີ່ສູງທີ່ສຸດໃນເຂດທອງຫຼໍ່ ດີໄຊ໌ ທີ່ເອີ້ນວ່າເປັນ World-class Designທີ່ເຂດໃຈກາງເມືອງ ແລະ ເຂດສຳຄັນທົ່ວໂລກມັກນິຍົມກັນສ້າງອາຄານສະຖາປັດຕະຍາກຳ “ໂມໂນລິດ” ມີເອກະລັກໂດດເດັ່ນ ຮູບຊົງເປັນແທ່ງຊື່ສູງ ແລະ ມີອັດຕາສ່ວນລະຫວ່າງ ຄວາມກ້ວາງຂອງຖານອາຄານຕໍ່ຄວາມສູງຂອງອາຄານຢູ່ທີ່ 1:10ເຊິ່ງກໍບໍ່ແປກໃຈເລີຍທີ່ຈະເຮັດໃຫ້ໂຄງການນີ້ ກຸ້ມຄ່າແກ່ການເປັນເຈົ້າຂອງ ເພາະຄວາມແຕກຕ່າງທີ່ໂດດເດັ່ນຈະສະແດງເຖິງລົດນິຍົມ ແລະ ບົ່ງບອກຕົວຕົນຂອງຜູ້ເປັນເຈົ້າຂອງ. THE MONUMENT THONG LOເປັນໂຄງການຈາກແສນສິລິ ຄືແລນມາກແຫ່ງໃໝ່ ໃນຖະໜົນເສັ້ນຫຼັກຂອງເຂດທອງຫຼໍ່ ແລະ ເປັນເປົ້າໝາຍທີ່ຢູ່ອາໃສຂອງລູກຄ້າກຸ່ມ “Luxury” ເພາະດ້ວຍເຂດທີ່ຕັ້ງ ທີ່ມີອັດຕາລາຄາດິນທີ່ສູງຂຶ້ນຢ່າງຕໍ່ເນື່ອງ ແລະ ...
Read More »Market Trend ໃນປີ 2020 ຈະມີຫຍັງແດ່?
ຫົວໃຈສໍາຄັນຂອງການພັດທະນາທຸລະກິດແບບຢືນຍົງກໍຄື ການເບິ່ງໂລກໄລຍະໄກ ໃຫ້ເຫັນຮອດອະນາຄົດ ເພາະເມື່ອຍຸກສະໄໝປ່ຽນໄປ ພຶດຕິກໍາ ແລະ ຄວາມຕ້ອງການຂອງຜູ້ບໍລິໂພກກໍຕ້ອງປ່ຽນໄປນໍາ. ສິ່ງເຫຼົ່ານີ້ຈຶ່ງມີຄວາມຈໍາເປັນທີ່ບັນດາຜູ້ປະກອບການຕ້ອງໄດ້ຮຽນຮູ້ເພື່ອໃຫ້ຕາມກະແສໂລກໃຫ້ທັນ, ຖ້າເຮົາຮູ້ອະນາຄົດ ນັ້ນໝາຍຄວາມວ່າ ເຮົາສາມາດສ້າງສິ່ງຕ່າງໆໃຫ້ກົງກັບຄວາມຕ້ອງການຂອງຄົນຮຸ່ນຕໍ່ໄປໄດ້, ບໍ່ວ່າຈະເປັນນະວັດຕະກໍາ ຫຼືການປັບປຸງແຜນການເຮັດວຽກໃຫ້ສອດຄ່ອງກັບກະແສຄວາມນິຍົມທີ່ຈະເກີດຂຶ້ນໃນອະນາຄົດ. ເພື່ອໃຫ້ການພັດທະນາທຸລະກິດຂອງທ່ານໃນມື້ນີ້ຍືນຍົງ ເຮົາມາ ”ອັບເດດ” ນໍາກັນວ່ານະວັດຕະກຳ ແລະຄ່ານິຍົມ ໃນປິ 2020 ຈະມີຫຍັງທີ່ມາແຮງແດ່? E-Mobility: ຈະດີແນວໃດ ຖ້າລົດຂອງທ່ານບໍ່ຕ້ອງໃສ່ນໍ້າມັນອີກຕໍ່ໄປ. ເພາະປີ 2020 ຈະເປັນຍຸກຂອງການຂັບເຄື່ອນດ້ວຍລະບົບໄຟຟ້າ ທີ່ຈະປ່ຽນພະລັງງານເຊື້ອໄຟໃນການຂັບເຄື່ອນ ຈາກນໍ້າມັນມາເປັນພະລັງງານໄຟຟ້າ, ເຊິ່ງທ່ານຈະສາມາດຕຶ່ມພະລັງງານຂັບເຄື່ອນໄດ້ດ້ວຍການສາກໄຟຟ້າເຂົ້າໄປໃນກ້ອນຖ່ານ (Battery) ປະສິດທິພາບສູງ ແລະ ຄາດວ່າໃນປີ 2020 ຈະມີພາຫະນະທີ່ຂັບເຄື່ອນດ້ວຍລະບົບໄຟຟ້າ ທັງ 2 ລໍ້ ແລະ 4 ລໍ້ ອອກມາວາງຂາຍຫຼາຍກວ່າ 40 ລ້ານຄັນທົ່ວໂລກ. Green Concept: ຍິ່ງເຮົາກໍາລັງກ້າວເຂົ້າໄປໃນໂລກເຕັກໂນໂລຊີ ຫຼາຍເທົ່າໃດ ເຮົາກໍຍິ່ງຕ້ອງໃຫ້ຄວາມສໍາຄັນກັບສິ່ງແວດລ້ອມຫຼາຍຂຶ້ນ. ໂລກໃນຍຸກປີ 2020 ຈະໃຫ້ຄວາມສໍາຄັນກັບແນວຄິດສີຂຽວຫຼາຍຂຶ້ນ ເຊັ່ນ: ສະພາບອາກາດໂລກທີ່ປັ່ນປ່ວນຫຼາຍຂຶ້ນ, ການສ້າງອາຄານ, ສໍານັກງານ ຫຼື ບ່ອນພັກອາໄສ ຈະຖືກອອກແບບໃຫ້ເປັນລັກສະນະສີຂຽວ ...
Read More »ຈະຫັນ SMEs ອອກຈາກກິດຈະການທີ່ບໍ່ເປັນທາງການແນວໃດ?
ຈາກຜົນການສຳຫຼວດໃນປີ 2016 ພົບວ່າ: ປະມານ 86% ຂອງວິສາຫະກິດຢູ່ລາວ ແມ່ນຈັດເປັນປະເພດຈຸລະວິສາຫະກິດ ຫຼື ເປັນທຸລະກິດຄອບຄົວ ທີ່ດຳເນີນກິດຈະການແບບບໍ່ເປັນທາງການ (Informal Sector) ໂດຍບໍ່ໄດ້ຮັບການຂຶ້ນທະບຽນວິສາຫະກິດ. ນັ້ນກາຍເປັນອຸປະສັກໜຶ່ງ ທີ່ເຮັດໃຫ້ຜູ້ປະກອບກິດຈະການເຫຼົ່ານັ້ນ ບໍ່ສາມາດໄດ້ຮັບປະໂຫຍດຈາກນະໂຍບາຍສົ່ງເສີມຂອງລັດຖະບານ ເປັນຕົ້ນແມ່ນ ການເຂົ້າເຖິງແຫຼ່ງທຶນ, ການຍົກລະດັບຂີດຄວາມສາມາດ ແລະ ອື່ນໆ. ໃນຂະນະທີ່ພາກລັດເອງ ກໍຂາດສະຖິຕິຂໍ້ມູນທີ່ຖືກຕ້ອງແນ່ນອນ ກ່ຽວກັບຈໍານວນຫົວໜ່ວຍຜູ້ປະກອບກິດຈະການ ທີ່ກຳລັງເຄື່ອນໄຫວດ້ານໃດໜຶ່ງ ອັນເຮັດໃຫ້ລັດຖະບານ ບໍ່ສາມາດເກັບລາຍຮັບຈາກພາສີອາກອນເຂົ້າງົບປະມານແຫ່ງຊາດໄດ້ຢ່າງເຕັມສ່ວນ. ສະນັ້ນ, ບັນຫາທີ່ມີຜູ້ດຳເນີນກິດຈະການແບບບໍ່ເປັນທາງການ ຈິ່ງເປັນໜຶ່ງໃນບັນຫາທີ່ລັດຖະບານ ຄວນເອົາໃຈໃສ່. ຜົນການສຶກສາໃນທົ່ວໂລກ ໄດ້ຊີ້ໃຫ້ເຫັນວ່າ: ລະບຽບກົດໝາຍທີ່ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ຊຸກຍູ້ໃຫ້ຜູ້ປະກອບກິດຈະການ ເລືອກທີ່ຈະດຳເນີນທຸລະກິດຢູ່ນອກລະບົບ. ຍ້ອນຄວາມເປັນຈິງທີ່ວ່າ ການຢູ່ນອກລະບົບອາດເພີ່ມກຳໄລໃຫ້ແກ່ຜູ້ປະກອບກິດຈະການໃນໄລຍະສັ້ນ ໂດຍການຫຼີກ ການເສຍພັນທະອາກອນ, ການແບກຫາບພາລະທີ່ເກີດຈາກການບໍລິຫານ-ຄຸ້ມຄອງລັດ ທີ່ອາດບໍ່ມີປະສິດທິຜົນພຽງພໍ ແລະ ການປະກອບສ່ວນເຂົ້າໃນຄວາມປອດໄພທາງສັງຄົມ. ການຫຼີກຄວາມຫຍຸ້ງຍາກ ແລະຄ່າໃຊ້ຈ່າຍທີ່ໄດ້ກ່າວມານັ້ນ ແນ່ນອນວ່າຈະເຮັດໃຫ້ຜູ້ປະກອບກິດຈະການ ມີຄວາມຄ່ອງຕົວຫຼາຍຂຶ້ນໃນການດຳເນີນກິດຈະການຂອງພວກເຂົາ. ດັ່ງນັ້ນ ຈິ່ງບໍ່ເປັນໜ້າແປກໃຈວ່າ: ເປັນຫຍັງຜູ້ປະກອບການຈໍານວນຫຼາຍຈິ່ງເລືອກທີ່ຈະເຄື່ອນໄຫວຢູ່ນອກລະບົບ. ຈາກຜົນການປະເມີນຕົວຊີ້ວັດ ນະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ ຫຼື ເອັສເອັມອີ (SMEs) ຂອງອາຊຽນ ປີ 2018 ໄດ້ຊີ້ໃຫ້ເຫັນວ່າ: ...
Read More »ແມ່ນແທ້ບໍ່ ທີ່ຄົນລາວເປັນຄົນ “ບໍ່ຫ່ວງໂລກ”?
ສະບາຍດີບັນດາທ່ານນັກອ່ານຄວາມໝາຍທີ່ຢາກສື່ເຖິງ ມັນບໍ່ໄດ້ກ່ຽວກັບໂລກຮ້ອນແຕ່ຢ່າງໃດ ແຕ່ມັນກ່ຽວຂ້ອງກັບຄຸນລັກສະນະນິດໄສພາຍໃນຂອງຄົນລາວເຮົາທີ່ຕ້ອງປັບປຸງແກ້ໄຂ ຖ້າຢາກໃຫ້ປະເທດຊາດພັດທະນາກ້າວໜ້າໄປໄກ ກໍຕ້ອງເລີ່ມຕົ້ນແກ້ທີ່ນິດໄສຂອງຄົນໃນຊາດກ່ອນ. ແນ່ນອນເລື່ອງທີ່ຈະເລົ່າຕໍ່ໄປນີ້ແມ່ນມີທີ່ມາ ແລະ ສາເຫດ, ເພາະຂ້າພະເຈົ້າບັງເອີນໄປອ່ານປຶ້ມເກົ່າໆຫົວໜຶ່ງທີ່ເກົ່າແກ່ຕັ້ງແຕ່ປີ 1974ມີຕອນໜຶ່ງຂຽນວ່າ “ນິດໄສຄົນລາວມັກມ່ວນ, ມັກກິນ, ມັກງ່າຍ ແລະ ມັກບໍ່ມີຄວາມກັງວົນ ເປັນຄົນນິດໄສບໍ່ຫ່ວງໂລກ” ຜູ້ອ່ານບາງຄົນອາດຈະຍັງສົງໄສຢູ່ວ່າ ແລ້ວມັນກ່ຽວກັບການເຮັດວຽກຢູ່ບ່ອນໃດ? ເລື່ອງນີ້ຄົງຕ້ອງກັບໄປອ່ານຂ່າວຄືນອີກ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກມາແນະນຳໃຫ້ຄົນລາວຕ້ອງປ່ຽນວິທີການຜະລິດແບບໃໝ່ ບໍ່ແມ່ນປູກເຂົ້າພໍແຕ່ກຸ້ມກິນແລ້ວກໍພໍ ຕ້ອງປູກເຂົ້າເຫຼືອເພື່ອຈຳໜ່າຍເປັນສິນຄ້າ ຫາລາຍໄດ້ທ້ອນໂຮມເງິນໄວ້ມື້ໜ້າ ບໍ່ແມ່ນວ່າຫາໄດ້ຊ່ຳໃດ ກໍກິນຊ່ຳນັ້ນ ໝົດແລ້ວຈິ່ງໄປຫາໃໝ່ ໂດຍບໍ່ສົນໃຈວ່າມື້ໜ້າຈະຍັງຫາໄດ້ແບບເກົ່າຢູ່ບໍ? ຍິ່ງບາງຄົນຫາໄດ້ຫ້າ ພັດກິນສິບ ອັນນີ້ບໍ່ແມ່ນນິດໄສທີ່ບໍ່ຫ່ວງໂລກ ແຕ່ເປັນນິດໄສທີ່ບໍ່ຫ່ວງອະນາຄົດຕົນເອງ ເພາະຕ້ອງເກີດເປັນໜີ້ສິນຕ່າງໆຕາມມາ. ບາງຄົນກໍວ່າ ຍ້ອນແຜ່ນດິນລາວອຸດົມສົມບູນ ໃນນ້ຳມີປາ ເມື່ອດຳນາແລ້ວ ກໍຂຶ້ນນອນຢູ່ເທິງຖຽງນາ ຢ່າງເຢັນສະບາຍອຸລາ ຂອງວ່າແຜ່ນດິນລາວເຕັມໄປດ້ວຍຊັບພະຍາກອນ. ແຕ່ກໍຕ້ອງຂໍໂທດ ນັ້ນເປັນອະດີດໄປແລ້ວ ເພາະປັດຈຸບັນນີ້ ຊັບພະຍາກອນກຳລັງຈະໝົດແລ້ວ ເມື່ອກ່ອນດິນງາມ ແຕ່ດຽວນີ້ ບໍ່ຄືເກົ່າແລ້ວ ແຕ່ຖ້າຍັງມາມົວເມົາ ບຸນບ້ານເຮົາຄ່ອຍຫຼິ້ນຄ່ອຍກິນຢູ່ ຍາກສຸດທີ່ປະເທດຊາດຈະພັດທະນາໄດ້ ຖ້າບໍ່ປ່ຽນມາເປັນແບບໃໝ່ທີ່ວ່າ “ບຸນບ້ານເຮົາ ຟ້າວຫຼິ້ນຟ້າວກິນ ເພາະຕ້ອງຟ້າວໄປເຮັດວຽກ”. ບາດນີ້ ຂໍກັບມາໃສ່ເນື້ອໃນຫຼັກທີ່ວ່າ ການມີນິດໄສທີ່ມັກງ່າຍ ...
Read More »ການລົງທຶນໃນຮຸ້ນ
ຜູ້ອ່ານຫຼາຍທ່ານອາດເຄີຍໄດ້ຍິນປະໂຫຍກທີ່ວ່າ“ຄົນທຸກຫຼິ້ນຫວຍ ຄົນຮັ່ງມີຫຼິ້ນຮຸ້ນ”ແຕ່ທ່ານຮູ້ຫຼືບໍ່ວ່າ: ການເຂົ້າໄປລົງທຶນໃນຮຸ້ນຂອງບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບນັ້ນ ພຽງທ່ານມີເງິນເລີ່ມຕົ້ນ 2-3 ແສນກີບ ກໍສາມາດຊື້ຮຸ້ນໄດ້ແລ້ວ. ສະນັ້ນ ໃນບົດຄວາມນີ້ ຜູ້ຂຽນຈະມານຳສະເໜີອີກທາງເລືອກໜຶ່ງໃນການເພີ່ມພູນມູນຄ່າໃຫ້ແກ່ ການທ້ອນເງິນຂອງທ່ານ ໂດຍນຳເອົາຂໍ້ມູນຂອງ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ມາປະກອບການນຳສະເໜີ. ການລົງທຶນໃນຕະຫຼາດທຶນລາວ ສາມາດລົງທຶນໄດ້ໃນ ສອງຕະຫຼາດ ຄື: ຕະຫຼາດຂັ້ນໜຶ່ງ ແລະ ຕະຫຼາດຂັ້ນສອງ (ຕະຫຼາດຫຼັກຊັບລາວ). ການເຂົ້າໄປຊື້ຮຸ້ນຂອງບໍລິສັດທີ່ອອກຮຸ້ນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວນັ້ນ ກໍຄືການເຂົ້າໄປເປັນເຈົ້າຂອງບໍລິສັດນັ້ນໆ ເຊັ່ນ: ເມື່ອທ່ານຊື້ຮຸ້ນຂອງ ຜ-ຟຟລ ທ່ານກໍຈະມີຖານະເປັນ ຜູ້ຖືຮຸ້ນ ຫຼື ເຈົ້າຂອງບໍລິສັດ ຕາມສັດສ່ວນຮຸ້ນທີ່ທ່ານຖືຄອງ, ແລະ ເມື່ອບໍລິສັດມີຜົນກຳໄລ ຈາກການດຳເນີນທຸລະກິດ ທ່ານຜູ້ຖືຮຸ້ນກໍຈະໄດ້ຮັບເງິນປັນຜົນຕາມສັດສ່ວນຮຸ້ນທີ່ທ່ານຖືຄອງ. ການລົງທຶນຊື້ຮຸ້ນໃນຕະຫຼາດຂັ້ນໜຶ່ງ ເປັນການຊື້ຮຸ້ນໂດຍກົງຈາກບໍລິສັດທີ່ອອກຮຸ້ນ ຕົວຢ່າງ: ຜ-ຟຟລ ເປີດຈອງ ຊື້ຮຸ້ນຄັ້ງທຳອິດໃນຕະຫຼາດຂັ້ນໜຶ່ງ ວັນທີ 16 – 24 ທັນວາ 2010, ເຊິ່ງ ຜ-ຟຟລ ໄດ້ປະກາດຂໍ້ມູນກ່ຽວກັບບໍລິສັດໃນໜັງສືຊວນຊື້ ເຊິ່ງລວມມີ: ຂໍ້ມູນທົ່ວໄປ, ຕົວເລກທາງການເງິນປີຜ່ານມາ, ຜູ້ບໍລິຫານ, ...
Read More »ເລື່ອງທີ່ຄວນຮູ້ກ່ຽວກັບການຕະຫຼາດຍຸກ 5.0
ບັນດາ SMEs, Startups ແລະ ຫົວໜ່ວຍທຸລະກິດ ລວມໄປເຖິງນັກການຕະຫຼາດທັງຫຼາຍ ອາດຈະຮູ້ຈັກກັບ “ການຕະຫຼາດ ຍຸກ 5.0”ນີ້ເປັນຢ່າງດີ ວ່າເປັນການຕະຫຼາດທີ່ເນັ້ນໃຊ້ສື່ Digital ໃນການເຂົ້າເຖິງກຸ່ມເປົ້າໝາຍ ເພື່ອນໍາສະເໜີເນື້ອໃນ (Content)ຫຼືການໂຄສະນາສົ່ງເສີມການຂາຍ (Promotion)ເດັດໆທີ່ຕົນເອງມີຢູ່ໃຫ້ລູກຄ້າໄດ້ຮັບຮູ້ ຈົນນໍາໄປສູ່ການ “ປິດການຂາຍ”ກໍຄືລູກຄ້າຕັດສິນໃຈຊື້ສິນຄ້ານັ້ນເອງ. ແຕ່ທັງໝົດທີ່ທ່ານຮູ້ ແລະ ປະຕິບັດມານັ້ນມັນອາດຈະຍັງບໍ່ພຽງພໍ, ເພາະທ່ານຈໍາເປັນຕ້ອງມີຍຸດທະສາດທີ່ຊ່ວຍໃຫ້ການໃຊ້ຊ່ອງທາງເຫຼົ່ານັ້ນ ໃຫ້ມີປະສິດຕິພາບຫຼາຍຂຶ້ນ. ເຊິ່ງແນ່ນອນວ່າ ທາງວາລະສານທາເກັດຂອງພວກເຮົາ ກໍໄດ້ກະກຽມຂໍ້ມູນດີໆໄວ້ໃຫ້ທ່ານຮຽບຮ້ອຍແລ້ວ ຈະເປັນແນວໃດນັ້ນ ມາອ່ານເບິ່ງເລີຍ!!! Conversion is King ສໍາລັບການເຮັດການຕະຫຼາດໃນຍຸກ Digital ເຮົາມັກຈະລຶ້ງເຄີຍກັບຄໍາວ່າ “Content is King”ແຕ່ທ່ານເຄີຍຕັ້ງຄໍາຖາມໃຫ້ກັບການສ້າງ Content ຫຼືບໍ່ວ່າ ສຸດທ້າຍແລ້ວເນື້ອໃນບົດຄວາມດີໆທີ່ທ່ານສົ່ງອອກໄປເຖິງກຸ່ມເປົ້າໝາຍນັ້ນ ສາມາດປ່ຽນເຂົາເຈົ້າໃຫ້ກາຍເປັນລູກຄ້າຂອງທ່ານໄດ້ຈັກຄົນ, ແລ້ວເພີ່ມຍອດຂາຍໃຫ້ກັບທຸລະກິດໄດ້ຫຼາຍປານໃດ? ລອງກັບໄປຖາມຕົວເອງເບິ່ງ ແລ້ວທ່ານຈະຮູ້ວ່າສິ່ງທີ່ສໍາຄັນທີ່ສຸດແທ້ໆ ບໍ່ແມ່ນ “Content” (ເນື້ອໃນ) ແຕ່ມັນແມ່ນ “Conversion”(ການຫັນປ່ຽນ) ນັ້ນເອງ. ປະສົບການມີອິດທິພົນ ເໜືອກວ່າຄຸນນະພາບ ແລະ ລາຄາ ທ່ານອາດຈະລຶ້ງເຄີຍກັບການແຂ່ງຂັນດ້ານລາຄາ ຫຼືຄຸນນະພາບຂອງສິນຄ້າ ແຕ່ສິ່ງທີ່ໄດ້ບອກຄື ການເຮັດທຸລະກິດຍຸກ 5.0 “ປະສົບການຂອງລູກຄ້າ” ...
Read More »ບັນດານະໂຍບາຍ ແລະ ມາດຕະການປີ 2019 (ຕໍ່)
ດ້ານງົບປະມານ: ປະຕິບັດເບີກຈ່າຍເງິນນະໂຍບາຍ-ເງິນອຸດໜູນນາຍບ້ານໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ. ປັບປຸງກົນໄກການເບີກຈ່າຍເງິນເດືອນ ເງິນນະໂຍບາຍຕ່າງໆຜ່ານລະບົບທະນາຄານໃຫ້ມີປະສິດທິຜົນສູງ; ຮັບປະກັນໃຫ້ມີຄວາມສາມາດເບີກຈ່າຍທັນເວລາທີ່ກໍານົດໃນຂອບເຂດທົ່ວປະເທດ. ພ້ອມກັນນັ້ນກໍສ້າງກົນໄກໃໝ່ຮ່ວມກັບຂະແໜງ ປກສ. ປກຊ ໃນການຫັນການເບີກຈ່າຍເງິນທຶນ; ເງິນນະໂຍບາຍຂອງກໍາລັງບໍລິຫານເຂົ້າສູ່ລະບົບທະນາຄານ, ເພີ່ມທະວີກົນໄກປະສານສົມທົບໃນວຽກງານການກວດສອບ ແລະ ການແກ້ໄຂຜົນການກວດສອບເພື່ອໃຫ້ການຄຸ້ມຄອງລາຍຮັບ ລາຍຈ່າຍເຂົ້າສູ່ລະບົບງົບປະມານຕາມລະບຽບການ ແນໃສ່ປະຕິບັດໃຫ້ເຂັ້ມງວດຕໍ່ວິໃນແຜນການ ແລະ ວິໃນການເງິນ, ຜັນຂະຫຍາຍກົດໝາຍ ແລະ ອອກນິຕິກໍາລຸ່ມກົດໝາຍ ທີ່ສໍາຄັນ ເພື່ເປັນບ່ອນອີງໃຫ້ແກ່ການຈັດຕັ້ວປະຕິບັດລາຍຈ່າຍງົບປະມານໃຫ້ມີປະສິດທິຜົນ ແລະ ສອດຄ່ອງຕາມລະບຽບການເປັນຕົ້ນ. ຄໍາແນະນໍາວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ; ປັບປຸງນິຕິກໍາ ແລະ ກົນໄກປະຕິບັດລາຍຮັບ-ລາຍຈ່າຍວິຊາການ ແລະ ກອງທຶນຂອງລັດໃຫ້ເໝາະສົມຄ່ອງຕົວ ແລະ ມີຄວາມວ່ອງໄວຂຶ້ນກວ່າເກົ່າ; ສືບຕໍ່ປັບປຸງ ແລະ ອອກຄໍາແນະນໍາຕ່າງໆເຊັ່ນ: ການກວດກາຫຼັງການຈ່າຍ, ກໍານົດໝາຍນໍາໃຊ້ລາຍຈ່າຍບໍລິຫານຂອງລັດ ຕິດພັນກັບນະໂຍບາຍປະຢັດມັດທະຍັດ ແລະ ນິຕິກໍາອື່ນໆ ສືບຕໍ່ຈັດຕັ້ງປະຕິບັດ ແລະ ປະສານສົບທົບພາກສ່ວນກ່ຽວຂ້ອງ ເພື່ອກວດກາຄືນຄວາມສອດຄ່ອງ ໃນການປະຕິບັດນະໂຍບາຍເງິນອຸດໜຸນ ຢູ່ເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານແທດເໝາະຄວາມເປັນຈິງ ແລະ ບໍ່ໃຫ້ມີຊ່ອງວ່າງ ປະຕິບັດນະໂຍບາຍ ແລະ ມາດຕະການປະຢັດຢ່າງເຂັ້ມງວດ ແລະ ໃຫ້ເປັນຮູບປະທໍາແທ້ ໂດຍໃຫ້ແຕ່ລະຂະແໜງການ ແລະ ທ້ອງຖິ່ນ ຄົ້ນຄວ້າກໍານົດອອກເປັນມາດຕະການ, ແຜນດໍາເນີນງານ ...
Read More »