ສະບາຍດີທ່ານຜູ້ອ່ານທຸກໆທ່ານທີ່ຮັກແພງ ແລະ ນັບຖືເປັນຢ່າງສູງ, ມື້ນີ້ຂ້າພະເຈົ້າຮູ້ສຶກເປັນກຽດ, ຕື່ນເຕັ້ນ ແລະ ດີອົກດີໃຈເປັນພິເສດທີ່ໄດ້ຂຽນບົດຄວາມກ່ຽວກັບວິທີລ້ຽງລູກຢູ່ວາລະສານທາກເກັດອັນຊົງຄຸນຄ່າແຫ່ງນີ້. ເມື່ອເວົ້າເຖິງສະໄໝ 30 ປີກ່ອນ, ທີ່ຂ້າພະເຈົ້າຍັງເປັນເດັກນ້ອຍປະມານ 10 ປີ, ພໍ່ແມ່ຂອງຂ້າພະເຈົ້າໄດ້ລ້ຽງລູກດ້ວຍວິທີໃຫ້ຕິດພັນກັບທໍາມະຊາດ ແລະ ໃຫ້ອິດສະຫຼະພາບທາງຄວາມຄິດຫຼາຍທີ່ສຸດ, ນັ້ນກໍຄືພໍ່ແມ່ອະນຸຍາດໃຫ້ຂ້າພະເຈົ້າໄດ້ໄປແລ່ນຫຼິ້ນຢູ່ທົ່ງໄຮ່ທົງນາທີ່ຂຽວງາມມີຕົ້ນເຂົ້າເຕັມທົ່ງນາ, ບາງເທື່ອກໍໄປສະປາ, ໄປຈັບຕັກກະແຕນ, ໄປແລ່ນວ່າວຢູ່ທົ່ງນາອັນແສນກ້ວາງໃຫຍ່ໄພສານ. ບາງເວລາຂ້າພະເຈົ້າກໍໄດ້ໄປແລ່ນຫຼິ້ນຢູ່ກາງເດີ່ນບ້ານນໍາໝູ່ເພື່ອນ, ເຮັດກິດຈະກໍາຫຼາຍໆຢ່າງເຊັ່ນ: ຫຼິ້ນບ່າຈິລຸ້ນ, ຫຼິ້ນເຕັ້ນຢາງ, ຫຼິ້ນເຕັ້ນໄຮ່ນາ, ຫຼິ້ນຈາດແປັກ, ຫຼິ້ນຄິດໃນແກ່ນໝາກຂາມ…ທີ່ກໍາລັງເປັນກິດຈະກໍາການຫຼິ້ນທີ່ນິຍົມສໍາລັບເດັກນ້ອຍໃນສະໄໝນັ້ນ, ອາດຈະເປັນຍ້ອນຂ້າພະເຈົ້າໄດ້ແລ່ນຫຼິ້ນນໍາໝູ່ເພື່ອນຢູ່ທົ່ງນາອັນກ້ວາງໃຫຍ່ສີຂຽວສະບາຍຕາສະບາຍໃຈ ຕັ້ງແຕ່ຍັງນ້ອຍໆນີ້ບໍຈຶ່ງເຮັດໃຫ້ຂ້າພະເຈົ້າມີຄວາມກ້າຫານ, ກ້າຮຽນຮູ້ສິ່ງໃໝ່ໆ, ກ້າລອງຜິດລອງຖືກ, ຮັກຄວາມຄິດສ້າງສັນ ແລະ ຮັກການສ້າງຄວາມສໍາພັນທີ່ດີກັບໝູ່ເພື່ອນຢ່າງສະໝໍ່າສະເໝີ, ຕ້ອງຂອບໃຈພໍ່ແມ່ຂ້າພະເຈົ້າທີ່ໄດ້ໃຫ້ຂ້າພະເຈົ້າໄດ້ໃຊ້ຊີວິດຕິດພັນກັບທໍາມະຊາດ ແລະ ໃຊ້ຊີວິດຮ່ວມກັບໝູ່ເພື່ອນເປັນກຸ່ມກ້ອນ. 30 ປີໄດ້ຜ່ານພົ້ນໄປຢ່າງໄວວາເໝືອນດັ່ງສາຍນໍ້າໄຫຼທີ່ບໍ່ມີວັນໄຫຼຢ້ອນກັບມາ, ຈົນຂ້າພະເຈົ້າບໍ່ຢາກເຊື່ອຕົນເອງວ່າຕອນນີ້ອາຍຸຂອງຂ້າພະເຈົ້າໄດ້ກ້າວເຂົ້າ 40 ປີແລ້ວ, ເປັນຕາໜ້າເສຍດາຍ ແລະ ຄ້ອຍອົກຄ້ອຍໃຈເອົາແທ້ເອົາວ່າທີ່ທົ່ງໄຮ່ທົ່ງນາ ໄດ້ເຄີຍເປັນບ່ອນແລ່ນຫຼິ້ນຫົວສະອິກສະອ້ອຍກັບໝູ່ເພື່ອນ ໃນເມື່ອກ່ອນນັ້ນໄດ້ກາຍເປັນເຮືອນຫຼັງໃຫຍ່ ແລະ ຖະໜົນຫົນທາງໄປໝົດແລ້ວ. ຕອນນີ້ຂ້າພະເຈົ້າມີລູກຊາຍສຸດທີ່ຮັກ 2 ຄົນ, ຜູ້ກົກອາຍຸ 7 ປີ ແລະ ຜູ້ຫຼ້າອາຍຸ 1 ປີ. ຂ້າພະເຈົ້າຄົງບໍ່ສາມາດລ້ຽງລູກໃຫ້ຄືກັນກັບຕອນຂ້າພະເຈົ້າຍັງນ້ອຍໄດ້ຢ່າງສົມບູນ, ...
Read More »Magazine
ການຟື້ນຟູກິດຈະການ ແລະ ການລົ້ມລະລາຍຂອງວິສາຫະກິດ
ໃນການດຳເນີນທຸລະກິດ ແລກປ່ຽນຊື້ຂາຍ ແລະ ບໍລິການ, ມີຫຼາຍປັດໃຈທີ່ມີຜົນກະທົບຕໍ່ສະພາບການດຳເນີນທຸລະກິດ ແລະ ຖານະການເງິນຂອງວິສາຫະກິດເຮັດໃຫ້ການດຳເນີນວິສາຫະກິດມີຄວາມຫຍຸ້ງຍາກ ໂດຍສະເພາະການຂາດສະພາບເງິນໝູນວຽນ ເພື່ອຊຸກໃຫ້ທຸລະກິດດຳເນີນຕໍ່ໄປ. ມີຫຼາຍກໍລະນີ ທີ່ຜູ້ດຳເນີນທຸລະກິດປະສົບກັບບັນຫາ ການເຂົ້າເຖິງສິນເຊື່ອຈາກສະຖາບັນການເງິນ ຫຼື ທະນາຄານເຮັດ ໃຫ້ການເກີດສະພາບຂາດເງິນໝູນວຽນ ແລະ ບໍ່ສາມາດຊໍາລະໜີ້ສິນໄດ້, ບາງກໍລະນີ ເຈົ້າຂອງກິດຈະການ ກໍຕົກຢູ່ໃນສະພາວະມີໜີ້ສິນຫຼາຍເກີນກວ່າຊັບສິນ (insolvent) ຈົນບໍ່ສາມາດດຳເນີນກິດຈະການຕໍ່ໄປໄດ້ອີກ ຈົນຕ້ອງກ້າວເຂົ້າສູ່ພາວະ “ການລົ້ມລະລາຍ” ຂອງວິສາຫະກິດນັ້ນໃນທີ່ສຸດ. ໃນແງ່ຂອງກົນໄກເສດຖະກິດຕະຫຼາດແລ້ວ, ການປ່ອຍໃຫ້ພາກເອກະຊົນກໍຄືເຈົ້າຂອງກິດຈະການ ໄດ້ບໍລິຫານຈັດການທຸລະກິດຂອງຕົນຢ່າງອິດສະຫຼະ ແລະ ການລົ້ມລະລາຍກໍເປັນກົດເກນຢ່າງໜຶ່ງທີ່ສາມາດເກີດຂຶ້ນໄດ້ກັບວິສາຫະກິດ (ວິສາຫະກິດ ມີເກີດ-ສ້າງຕັ້ງຂຶ້ນ, ມີປ່ຽນແປງຈາກນ້ອຍຫາໃຫຍ່ ຫຼື ໃຫຍ່ຫານ້ອຍ ແລະ ມີສິ້ນສຸດໄດ້) ແຕ່ການປ່ອຍໃຫ້ທຸລະກິດລົ້ມລະລາຍ ກໍອາດຈະທົບຕໍ່ເສດຖະກິດ-ສັງຄົມໄດ້ ທັງໃນວົງກວ້າງ ແລະ ແຄບ ຂຶ້ນກັບຂະໜາດ ແລະ ລັກສະນະຂອງທຸລະກິດນັ້ນ. ດ້ວຍເຫດນີ້, ຢູ່ຫຼາຍປະເທດ ພາກລັດຖະບານຕ້ອງເຂົ້າແຊກແຊງ, ດັດສົມກົນໄກຕະຫຼາດໃຫ້ເໝາະສົມ ທັງໃນລະດັບນະໂຍບາຍ ແລະ ອອກກົດໝາຍ ເພື່ອສະກັດກັ້ນບໍ່ເຮັດໃຫ້ການລົ້ມລະລາຍສ້າງຜົນກະທົບຕໍ່ເສດຖະກິດ-ສັງຄົມໃນວົງກວ້າງຂວາງ. ໜຶ່ງໃນນະໂຍບາຍດັ່ງກ່າວແມ່ນການຊຸກຍູ້ໃຫ້ວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກໄດ້ຮັບການຟື້ນຟູກິດຈະການ ເຮັດໃຫ້ເຈົ້າຂອງວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກດັ່ງກ່ວ ໄດ້ສາມາດສືບຕໍ່ກິດຈະການໄດ້; ນອກຈາກນີ້ຍັງຕ້ອງປົກປ້ອງ ແລະ ຄຸ້ມຄອງເຈົ້າໜີ້ຂອງວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກ ແລະ ...
Read More »ໂຄວິດ-19 ສົ່ງຜົນກະທົບຕໍ່ເສດຖະກິດ, ມີທັງສິ່ງທ້າທາຍ ແລະ ໂອກາດ
ປີ 2020 ລັດຖະບານ ສປປ ລາວໄດ້ວາງຕົວເລກຄາດໝາຍແຜນການຂະຫຍາຍຕົວຂອງເສດຖະກິດ ໄວ້ໃນລະດັບ 6,7% ເພີ່ມຂຶ້ນປະມານ 0,3% ທຽບໃສ່ປີຜ່ານມາ ແຕ່ປີນີ້ ມີຄວາມເປັນໄປໄດ້ທີ່ຈະບໍ່ບັນລຸເປົ້າໝາຍທີ່ກຳນົດໄວ້ເຊິ່ງອາດຈະບັນລຸພຽງເຄິ່ງໜຶ່ງຂອງຄາດໝາຍ. ເພາະປີ 2020 ເປັນປີທີ່ມີຄວາມທ້າທາຍໃຫຍ່ກວ່າປີຜ່ານມາຍ້ອນວິກິດຈາກການແຜ່ລະບາດຂອງພະຍາດໂຄວິດ-19 , ໄດ້ມີການຄາດຄະເນວ່າ: ການຫຼຸດລົງຂອງເສດຖະກິດໃນປີນີ້ ອາດຈະຕ່ຳທີ່ສຸດໃນຮອບ 5 ປີ, ຖ້າພະຍາດດັ່ງກ່າວຫາກສືບຕໍ່ລະບາດແກ່ຍາວໄປດົນເທົ່າໃດ ຍິ່ງສົ່ງຜົນກະທົບໜັກເທົ່ານັ້ນ. ຜົນກະທົບຂອງການແຜ່ລະບາດຕໍ່ເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕົ້ນຕໍແມ່ນມາ ຈາກ 2 ປັດໄຈ (ສາເຫດ) ຄື: ປະເທດຄູ່ການຄ້າ, ຄູ່ການລົງທຶນ ຂອງ ສປປ ລາວ ປະຕິບັດມາດຕະການຈໍາກັດການພົວພັນທາງເສດຖະກິດກັບ ສປປ ລາວ ເພື່ອຫຼີກເວັ້ນການແຜ່ລະບາດຂອງພະຍາດ COVID-19 ຢູ່ປະເທດຂອງເຂົາເຈົ້າ. ການກໍານົດນະໂຍບາຍ ແລະ ມາດຕະການຮັບມືກັບການແຜ່ລະບາດພະຍາດ COVID-19 ຢູ່ປະເທດເຮົາໂດຍການຈໍາກັດການພົວພັນຂອງຄົນພາຍໃນປະເທດ, ຈໍາກັດການເຄື່ອນໄຫວ ທາງການ, ການດໍາເນີນທຸລະກິດ, ການຊຸມນຸມ, ການໄປມາ ຫາສູ່ກັນ… ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ອອກບົດລາຍງານຜົນການຄົ້ນຄວ້າການແຜ່ລະບາດຂອງພະຍາດໂຄວິດ – 19, ຜົນກະທົບທາງດ້ານເສດຖະກິດ ແລະ ...
Read More »ສອງເອື້ອຍນ້ອງຜູ້ຮ່ວມສ້າງຕັ້ງ ກຸ່ມບໍລິສັດ ເອໄອເອັຟ
ໃນສະບັບເດືອນ ມິຖຸນາ 2020 ນີ້, ຖືເປັນຄັ້ງທໍາອິດທີ່ ວາລະສານພວກເຮົາໄດ້ຂຶ້ນປົກພາບຄູ່ ແລະໄດ້ຮັບກຽດການໃຫ້ສໍາພາດສອງເອື້ອຍ-ນ້ອງ ຄອບຄົວພູມມະສັກ, ຜູູ້ຮ່ວມສ້າງຕັ້ງກຸ່ມບໍລິສັດ ເອໄອເອັຟ (AIF Group). ປັດຈຸບັນ, ກຸ່ມບໍລິສັດມີພະນັກງານຫຼາຍກວ່າ 3.000 ຄົນ ທີ່ມາຈາກ 17 ປະເທດ ແລະ ໄດ້ດໍາເນີນທຸລະກິດຢູ່ ສປປ ລາວ, ຫວຽດນາມ, ກໍາປູເຈຍ, ໄທ ແລະ ສິງກະໂປ. ການດໍາເນີນທຸລະກິດຂອງກຸ່ມບໍລິສັດໃນປັດຈຸບັນມີໃນຂົງເຂດທະນາຄານ, ປະກັນໄພ, ຕະຫຼາດທຶນ, ພະລັງງານ, ໂທລະຄົມ, ທາງດ່ວນ, ນໍ້າປະປາ, ກໍ່ສ້າງ, ການຄ້າ, ກະສິກໍາ, ອະສັງຫາລິມະຊັບ, ວັດຖຸມີຄ່າ, ໄອທີ, ໂຮງແຮມ ແລະ ຮ້ານອາຫານ. ກຸ່ມ ເອໄອເອັຟ, ມີບໍລິສັດໃນເຄືອ ແລະ ບໍລິສັດຮ່ວມທຶນຫຼາຍກວ່າ 25 ບໍລິສັດ, ເຊັ່ນ: ບໍລິສັດ ເອໄອເອັຟເອັສ (AIFS), ບໍລິສັດ ເອໄອດີຊີ (AIDC), ທະນາຄານ ບີໄອຊີ ...
Read More »ກຸ່ມຫັດຖະກຳແກະສະຫຼັກໄມ້ບ້ານໄຜ່ລ້ອມ
ຫັດຖະກຳລາວ ມີຫຼາຍຂະແໜງທີ່ສະທ້ອນຄວາມເປັນເອກະລັກຂອງຊາດ ຄົນສະໄໝກ່ອນມີສີໄມ້ລາຍມືໃນການແກະສະຫຼັກໄມ້ ຢ່າງປານີດສວຍງາມ ດັ່ງເຫັນໄດ້ຈາກຜົນງານແກະສະຫຼັກໄມ້ປະດັບອາຄານຕາມວັດວາອາຮາມ ແລະ ອື່ນໆ. ການແກະສະຫຼັກໄມ້ຍັງຄົງເປັນຜົນງານສິນລະປະ ແລະ ສ້າງຊື່ສຽງແກ່ຊາວຊ່າງຫັດຖະກຳ. ໃນໂອກາດນີ້ ພວກເຮົາຈຶ່ງພາທ່ານມາທຳຄວາມຮູ້ຈັກກັບກຸ່ມຫັດຖະກຳແກະສະຫຼັກໄມ້ຕົວແບບແຫ່ງໜຶ່ງ ຊຶ່ງຕັ້ງຢູ່ບ້ານໄຜ່ລ້ອມ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ກຸ່ມຫັດຖະກຳແກະສະຫຼັກໄມ້ບ້ານໄຜ່ລ້ອມ ໄດ້ຮັບການສ້າງຕັ້ງຢ່າງເປັນທາງການ ໃນເດືອນພຶດສະພາ ປີ 2014 ເພື່ອເຕົ້າໂຮມເອົາບັນດາຊາວຊ່າງຫັດຖະກຳ ເຂົ້າຢູ່ໃນການຈັດຕັ້ງຂອງກຸ່ມ ແລະ ພັດທະນາຜະລິດຕະພັນໃຫ້ມີຄຸນນະພາບ ສາມາດຈຳໜ່າຍຢູ່ພາຍໃນ ແລະ ສົ່ງອອກໄປຕ່າງປະເທດ ປະກອບສ່ວນໃນການອະນຸລັກວັດທະນະທຳດ້ານການແກະສະຫຼັກ ຂອງທ້ອງຖິ່ນ ກໍຄືຂອງຊາດ. ປັດຈຸບັນກຸ່ມນີ້ ມີສະມາຊິກ 11 ຄອບຄົວ (58 ຄົນ) ໂດຍໄດ້ຮັບການສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງຈາກພາກລັດ ເປັນຕົ້ນ ການພັດທະນາສີມືຊາວຊ່າງ ດ້ວຍການເຝິກອົບຮົມການອອກແບບຜະລິດຕະພັນ, ເຕັກນິກການແກະສະຫຼັກໄມ້ທີ່ໄດ້ມາດຕະຖານ, ການນຳໃຊ້ວັດຖຸດິບສິ່ງເສດເຫຼືອມາຜະລິດເປັນເຄື່ອງທີ່ລະນຶກ ເປັນການສ້າງມູນຄ່າເພີ່ມ ແລະ ນຳໃຊ້ວັດຖຸດິບໄມ້ໃຫ້ເກີດປະໂຫຍດສູງສຸດ. ນອກນີ້ ຍັງມີການເຝິກອົບຮົມກ່ຽວກັບການເຂົ້າຫາແຫຼ່ງທຶນ ແລະ ການຕະຫຼາດນຳອີກ. (ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 166 ເດືອນມິຖຸນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ...
Read More »ຜົນກະທົບຈາກການແຜ່ລະບາດຂອງພະຍາດໄຂ້ຫວັດປອດອັກເສບ ສາຍພັນໃໝ່ COVID-19 ຕໍ່ເສດຖະກິດໃນທົ່ວໂລກ.
ໃນໄລຍະທ້າຍປີ 2019 ຫາຕົ້ນປີ 2020 ສະພາບເສດຖະກິດຂອງໂລກມີການຜັນແປໄປຢ່າງຕໍ່ເນື່ອງ ແລະ ບໍ່ມີຄວາມແນ່ນອນ ເຮັດໃຫ້ເສດຖະກິດໂລກໂດຍລວມຂະຫຍາຍຕົວຊ້າລົງ. ການແຜ່ລະບາດຂອງພະຍາດໄຂ້ຫວັດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື COVID-19 ທີ່ໄດ້ເລີ່ມແຜ່ກະຈາຍເຊື້ອຈາກເມືອງອູຮານ ແຂວງຮູເປີຍ ສປ ຈີນ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງຄົນໃນສັງຄົມໂລກ, ສັ່ນຄອນຄວາມເຊື່ອໝັ້ນຂອງການລົງທຶນ ແລະ ສ້າງຄວາມບໍ່ແນ່ນອນໃຫ້ກັບເສດຖະກິດ ແລະ ການເງິນໃນທົ່ວໂລກ. ບົດຄວາມນີ້ ຈະໄດ້ນຳສະເໜີໃຫ້ບັນດາທ່ານໄດ້ເຫັນຄວາມບໍ່ແນ່ນອນທີ່ສົ່ງຜົນກະທົບ ແລະ ສາມາດເຮັດໃຫ້ເສດຖະກິດຢຸດສະຫງັກໄດ້ຈາກ COVID-19. ຖ້າເວົ້າເຖິງລະບົບເສດຖະກິດໃດໜຶ່ງແລ້ວ ພວກເຮົາຈະຄິດເຖິງບັນດາກິດຈະກຳທີ່ມີລັກສະນະເປັນຕ່ອງໂສ້ການສະໜອງ ແລະ ບໍລິການຕໍ່ກັນ ໂດຍປົກກະຕິແລ້ວຈະເລີ່ມຈາກການຜະລິດຂອງຜູ້ຜະລິດ ທີ່ຊົມໃຊ້ແຮງງານ ແລະ ປັດໄຈການຜະລິດອື່ນໃຫ້ກາຍເປັນສິນຄ້າ ແລະ ບໍລິການ ກ້າວໄປເຖິງການຊົມໃຊ້ຜະລິດຕະພັນຕົວຈິງຂອງຜູ້ບໍລິໂພກໂດຍຜ່ານການແລກປ່ຽນຊື້-ຂາຍ ແລະ ການກະຈາຍຂອງຕົວກາງເພື່ອສ້າງມູນຄ່າເພີ່ມທາງເສດຖະກິດ ທັງນີ້ກໍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ບໍ່ສິ້ນສຸດຂອງຄົນ. ຂະບວນການເຫຼົ່ານີ້ໄດ້ຖືກກະທົບຈາກການແຜ່ລະບາດຂອງ COVID-19 ເຊິ່ງເຮັດໃຫ້ເກີດການຢຸດຊົ່ວຄາວຂອງເສດຖະກິດດັ່ງນີ້: (ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 166 ເດືອນມິຖຸນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ...
Read More »ປັບປຸງ “ຈຸດຢືນຂອງຍີ່ຫໍ້” ເພື່ອນຳພາທຸລະກິດຜ່ານຜ່າວິກິດ COVID-19
ທ່າມກາງສະຖານະການລະບາດຂອງພະຍາດປອດອັກເສບສາຍພັນໃໝ່ ໂຄວິດ-19 ເປັນພາວະທີ່ຜູ້ປະກອບການຫຼາຍໆທ່ານກຳລັງປະເຊີນກັບວິກິດການ ທາງທຸລະກິດ ຈົນແທບຕັ້ງຕົວບໍ່ທັນ ແລະ ມີເວລາພຽງສັ້ນໆ ໃຫ້ກະກຽມແຜນການຮັບມືກັບສະພາບການທີ່ປ່ຽນແປງຢ່າງໄວ ເມື່ອເກີດພະຍາດລະບາດ ທຸລະກິດທີ່ເຄີຍຂາຍດີ ມີລູກຄ້າຈຳນວນຫຼວງຫຼາຍ ໃນມື້ນີ້ພັດງຽບເຫງົາ ຕ້ອງໂຈະຊົ່ວຄາວ ຍອດຂາຍຫຼຸດລົງແບບບໍ່ເຄີຍຄາດຄິດມາກ່ອນ ແຜນທຸລະກິດ ແລະ ການຕະຫຼາດທີ່ວາງໄວ້ ມີອັນຕ້ອງຍົກເລີກ. ໃນຂະນະທີ່ບັນດາເຈົ້າຂອງທຸລະກິດ ຍັງຕ້ອງແບກຮັບຄ່າໃຊ້ຈ່າຍຕ່າງໆ ໂດຍສະເພາະລາຍຈ່າຍປະຈຳ (Fixed cost) ບໍ່ວ່າຈະເປັນ ໜີ້ສິນ ເງິນເດືອນພະນັກງານ ຄ່າບໍລິຫານຫ້ອງການ ແລະ ອື່ນໆ ບາງອົງກອນຈຶ່ງຕ້ອງເລືອກໃຊ້ວິທີຫຼຸດເງິນເດືອນທັງຜູ້ບໍລິຫານ ແລະ ພະນັກງານ ບາງບ່ອນກໍຈຳຕ້ອງໃຊ້ນະໂຍບາຍ ໃຫ້ພະນັກງານລາພັກ ໂດຍບໍ່ເອົາເງິນເດືອນ ໄປຈົນຮອດການໃຫ້ພະນັກງານຢຸດເຊົາການເຮັດວຽກ ຫຼື ໃຫ້ອອກຈາກການວຽກ ເຊິ່ງສ້າງຄວາມເຈັບປວດໃຫ້ທັງນາຍຈ້າງ ແລະ ພະນັກງານ ສະນັ້ນ ມື້ນີ້ ຄໍລຳ Branding & Marketing ຂອງພວກເຮົາ ຈຶ່ງຢາກເປັນສ່ວນໜຶ່ງ ທີ່ນຳສະເໜີແງ່ມຸມ ແລະ ວິທີການຮັບມືກັບວິກິດການຄັ້ງນີ້ ດ້ວຍການກຳນົດທິດທາງທຸລະກິດໃຫ້ຊັດເຈນຂຶ້ນ ໂດຍການທົບທວນ ຈຸດຢືນຂອງຍີ່ຫໍ້ (Brand Positioning) ເພື່ອປັບປຸງໃຫ້ເໝາະສົມກັບສະຖານະການ ແລະ ສ້າງໂອກາດໃນພາວະວິກິດ. ...
Read More »ດອກເບ້ຍຕາມກົດໝາຍ
ກົດໝາຍລາວຮັບຮູ້ສິດເສລີພາບໃນການສະແດງເຈດຈຳນົງຂອງຄູ່ສັນຍາ ແຕ່ເຈດຈຳນົງຂອງຄູ່ສັນຍານີ້ ຕ້ອງບໍ່ຂັດກັບກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໝາຍຄວາມວ່າ ຄູ່ສັນຍາຈະຕົກລົງເຫັນດີນຳກັນອັນໃດກໍໄດ້ທີ່ບໍ່ຂັດກັບກົດໝາຍ. ມື້ນີ້ ຂໍນຳສະເໜີກ່ຽວກັບເລື່ອງດອກເບ້ຍຂອງການກກູ້ຢືມ ຊຶ່ງຂ້າພະເຈົ້າໄດ້ສະເໜີກ່ຽວກັບດອກເບ້ຍ ໃນສະບັບກ່ອນໜ້ານີ້ ເຊິ່ງມີທ່ານຜູ້ອ່ານໃຫ້ຄວາມສົນໃຈ ແລະ ສອບຖາມມາຕື່ມອີກ ໂດຍສະເພາະໃນປະເດັນທີ່ວ່າ ຖ້າຫາກຄູ່ສັນຍາສາມາດຕົກລົງກັນກຳນົດດອກເບ້ຍໃນການກູ້ຢືມສູງ ຈະມີຜົນທາງດ້ານກົດໝາຍແນວໃດ. ກ່ອນອື່ນໝົດ, ເພື່ອຕອບຄຳຖາມນີ້ ຂ້າພະເຈົ້າ ສະເໜີໃຫ້ທ່ານຜູ້ອ່ານເບິ່ງບາງສ່ວນສຳຄັນຂອງມາດຕາ 412 ແລະ ມາດຕາ 413 ຂອງປະມວນກົດໝາຍແພ່ງລາວກ່ຽວກັບດອກເບ້ຍຂອງການກູ້ຢືມ (ປະມວນກົດໝາຍແພ່ງສະບັບທຳອິດຂອງ ສປປ ລາວ ໄດ້ຮັບຮອງຈາກສະພາແຫ່ງຊາດ ໃນວັນທີ 6 ທັນວາ 2018 ແລະ ຈະໄດ້ປະກາດໃຊ້ໃນໄວໆນີ້) ດັ່ງນີ້: ສັນຍາກູ້ຢືມເງິນ ຕ້ອງໄດ້ເຮັດເປັນລາຍລັກອັກສອນເທົ່ານັ້ນຈຶ່ງມີຜົນບັງຄັບໃຊ້ຕາມກົດໝາຍ-ບໍ່ເຮັດເປັນລາຍລັກອັກສອນຖືເປັນໂມຄະ-ບໍ່ມີຜົນບັງຄັບໃຊ້; ແຕ່ຜູ້ທີ່ຮັບເງິນໄປແລ້ວນັ້ນຕ້ອງສົ່ງຄືນໃຫ້ຜູ້ເອົາເງິນໃຫ້ ຫຼື ຜູ້ໃຫ້ກູ້ຢືມເງິນ. ຖ້າສັນຍາກູ້ຢືມເງິນບໍ່ໄດ້ກຳນົດເລື່ອງດອກເບ້ຍໄວ້ໃນສັນຍາ, ສານ ບໍ່ພິຈາລະນາເລື່ອງດອກເບ້ຍໃຫ້ຖ້າຫາກຮ້ອງຟ້ອງສານໃນເລື່ອງການບັງຄັບປະຕິບັດສັນຍາກູ້ຢືມເງິນ. ຄູ່ສັນຍາອາດຈະຄິດໄລ່ດອກເບັ້ຍເທົ່າໃດກໍໄດ້ຕາມການຕົກລົງກັນ ແຕ່ຖ້າມີຂໍ້ຂັດແຍ່ງ ແລະ ສະເໜີໃຫ້ສານພິຈາລະນາຕັດສິນ ສານຈະນຳມາຄິດໄລ່ດອກເບ້ຍຕາມກົດໝາຍ ສຸດສູງບໍ່ເກີນ ສາມສິບຫົກສ່ວນຮ້ອຍ (36 %) ຕໍ່ປີ (ກໍລະນີເປັນການກູ້ຢືມນອກລະບົບທະນາຄານ ຫຼື ສະຖາບັນການເງິນອື່ນ) ແລະ ສານຈະຄິດໄລ່ຄືນໃໝ່ທັງໝົດ ...
Read More »ແນວຄິດການລິເລີ່ມທຸລະກິດ ໃຫ້ປະສົບຜົນສຳເລັດ
ໃນຍຸກປັດຈຸບັນ ການປະກອບອາຊີບພຽງອາຊີບດຽວອາດບໍ່ພຽງພໍຕໍ່ລາຍຈ່າຍຕົວຈິງ ຫຼາຍໆຄົນຈື່ງເລີ່ມແນມຫາຊ່ອງທາງການສ້າງລາຍໄດ້ເພີ່ມ ບໍ່ວ່າຈະເປັນລົງທຶນເພື່ອໃຫ້ຊັບສິນທີ່ມີຢູ່ເກີດດອກອອກຜົນ ຫຼື ການຕັດສິນໃຈ ດຳເນີນທຸລະກິດຂອງຕົນເອງ. ແຕ່ບໍ່ວ່າຈະເປັນທາງໃດແມ່ນກໍບໍ່ງ່າຍເລີຍ ເນື່ອງຈາກທ່ານຕ້ອງມີຄວາມຮູ້ສະເພາະດ້ານນັ້ນໆ ແລະ ມີເງິນທຶນທີ່ພຽງພໍ, ແຕ່ທ່ານຮູ້ ຫຼື ບໍ່ວ່າທັດສະນະແນວຄິດຂອງເຈົ້າຂອງທຸລະກິດກໍຖືເປັນໜຶ່ງໃນປັດໄຈຫຼັກທີ່ສຳຄັນ ເພາະທັດສະນະທີ່ດີຍ່ອມສົ່ງຜົນທີ່ດີໃຫ້ການດຳເນີນທຸລະກິດ. ແຕ່ແນວໃດຈຶ່ງຈະເອີ້ນວ່າທັດສະນະທີ່ສົ່ງເສີມໃຫ້ທຸລະກິດປະສົບຜົນສຳເລັດ? ດັ່ງນັ້ນ, ຜູ້ຂຽນຈຶ່ງໄດ້ນຳເອົາທັດສະນະແນວຄິດທີ່ທ່ານຄວນມີ ເພື່ອບັນລຸຜົນສຳເລັດໃນການເລີ່ມຕົ້ນເຮັດທຸລະກິດມາໃຫ້ອ່ານນຳກັນ. ອັນດັບທຳອິດ ທ່ານຕ້ອງຮູ້ຈັກຕົວເອງ ແລະ ຮັກໃນສິ່ງທີ່ຢາກເຮັດ ຕ້ອງຮູ້ວ່າຕົວເອງມີຄວາມມັກ ຫຼື ສົນໃຈໃນສິ່ງໃດ ເຊິ່ງໃນນີ້ແມ່ນໝາຍເຖິງປະເພດທຸລະກິດທີ່ທ່ານຢາກເຮັດ. ການຄົ້ນຫາຕົນເອງມີຄວາມສຳຄັນຫຼາຍ ເພາະການຮູ້ຈັກຕົວເອງ ແລະ ສິ່ງທີ່ສົນໃຈຖືເປັນບາດກ້າວທຳອິດທີ່ພາທ່ານໄປສູ່ການຊອກຮູ້ໃນລາຍລະອຽດທີ່ຈຳເປັນສຳລັບການວາງແຜນກ່ຽວກັບທຸລະກິດຂອງທ່ານໃນຂັ້ນຕໍ່ໄປ. ຄຽງຄູ່ກັນນັ້ນ, ການຮັກໃນສິ່ງທີ່ເຮັດນັ້ນ ເຮົາຈະເຮັດໄດ້ດີກວ່າສະເໝີ ເພາະເຮົາຈະມີຄວາມກະຕືລືລົ້ນຢາກປະສົບຜົນສຳເລັດ ເຮັດໃຫ້ມີການສຸມແຮງກາຍ ແລະ ແຮງໃຈໃສ່ເພື່ອໃຫ້ບັນລຸເປົ້າໝາຍ. ຫຼັງຈາກທີ່ຄົ້ນພົບທຸລະກິດທີ່ທ່ານສົນໃຈແລ້ວ ທ່ານຕ້ອງມີຄວາມຄິດທີ່ສ້າງສັນທີ່ແຕກຕ່າງ ເພື່ອເຮັດທຸລະກິດຂອງທ່ານມີເອກະລັກ ລວມທັງຍຸດທະສາດການຕະຫຼາດທີ່ແປກໃໝ່ເພື່ອດຶງດູດລູກຄ້າ ເຊິ່ງທັກສະເຫຼົ່ານີ້ສາມາດໄດ້ຈາກທັງພອນສະຫວັນ ແລະ ພອນສະແຫວງ ດ້ວຍການຊອກຮູ້, ການເປີດໃຈຕໍ່ສິ່ງໃໝ່ ແລະ ຄວາມປັບຕົວຕໍ່ກັບການປ່ຽນແປງ ແລະ ໝູນໃຊ້ບົດຮຽນໃຫ້ເກີດປະໂຫຍດ. ນອກນັ້ນ ການເຊື່ອໝັ້ນໃນຕົນເອງ ກໍເປັນອີກທັດສະນະສຳຄັນໜຶ່ງທີ່ທ່ານຕ້ອງມີ ໂດຍທ່ານຕ້ອງເຊື່ອວ່າແນວຄິດກ່ຽວກັບທຸລະກິດຂອງທ່ານສາມາດເປັນໄປໄດ້, ເຊື່ອວ່າຕົນເອງຕ້ອງເຮັດໄດ້ ແລະ ເຊື່ອວ່າຕົນເອງສາມາດຜ່ານຜ່າອຸປະສັກທີ່ອາດຈະເກີດຂຶ້ນ ແລະ ໄປເຖິງເປົ້າໝາຍທີ່ຕັ້ງໄວ້ ...
Read More »ເມື່ອເກີດຂໍ້ຂັດແຍ່ງຈາກການເຮັດທຸລະກິດຈະແກ້ໄຂແນວໃດ?
ໃນການດໍາເນີນທຸະກິດ ແນ່ນອນວ່າບໍ່ໄດ້ງ່າຍສະເໝີໄປ ເພາະມີບັນຫາໃຫ້ແກ້ໄຂ ແລະປັບປຸງຢູ່ຕະຫຼອດເວລາ ເຊິ່ງບາງຄັ້ງ ອາດຫຼີກບໍ່ພົ້ນເລື່ອງຂອງການເກີດຂໍ້ຂັດແຍ່ງ ກັບຄູ່ຮ່ວມທຸລະກິດ ເຊິ່ງອາດເກີດມາຈາກ ການບໍ່ປະຕິບັດຕາມສັນຍາ ຫຼື ປະຕິບັດສັນຍາ ແບບບໍ່ມີຄຸນນະພາບເຊິ່ງສ້າງຄວາມເສຍຫາຍ ຫຼື ຄວາມບໍ່ພໍໃຈ ໃຫ້ແກ່ຄູ່ຮ່ວມທຸລະກິດ. ເມື່ອສັນຍາທີ່ເຊັນກັນ ບໍ່ໄດ້ຮັບການປະຕິບັດ ຜູ້ໄດ້ຮັບຄວາມເສຍຫາຍ ອາດຕັ້ງຄໍາຖາມວ່າ ຕົນເອງຄວນເຮັດແນວໃດ, ເລີ່ມຈາກຂັ້ນຕອນໃດ ແລະ ມີວິທີການແກ້ໄຂທາງກົດໝາຍແນວໃດເພື່ອປົກປ້ອງທຸລະກິດ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ. ໃນການແກ້ໄຂຂໍ້ຂັດແຍ່ງ ທີ່ເກີີດຂຶ້ນຈາກການດໍາເນີນທຸລະກິດນັ້ນ ສາມາດແກ້ໄຂໄດ້ດ້ວຍຫຼາຍວິທີດ້ວຍກັນ ໂດຍຂຶ້ນກັບວ່າ ສັນຍາທີ່ໄດ້ເຊັນກັນນັ້ນ ກໍານົດວິທີການແກ້ໄຂຂໍ້ຂັດແຍ່ງໄວ້ແບບໃດ. ໃນກໍລະນີທີ່ສັນຍາ ຫາກບໍ່ໄດ້ກໍານົດວິທີການແກ້ໄຂຂໍ້ຂັດແຍ່ງໄວ້ຄູ່ກໍລະນີ ກໍສາມາດພິຈາລະນາ ເລືອກເອົາວິທີການແກ້ໄຂຂໍ້ຂັດແຍ່ງໃດໜຶ່ງ ທີ່ເຫັນວ່າເໝາະສົມ ຂ້າງລຸ່ມນີ້: ການແກ້ໄຂຂໍ້ຂັດແຍ່ງ ດ້ວຍການປະນີປະນອມໂດຍ ຄູ່ຮ່ວມທຸລະກິດ…. ການແກ້ໄຂຂໍ້ຂັດແຍ່ງ ດ້ວຍຄູ່ຮ່ວມທຸລະກິດເອງ ຖືເປັນບາດກ້າວທໍາອິດໃນການເລີ່ມຕົ້ນທີ່ດີ ໃນການແກ້ໄຂບັນຫາ ໂດຍຜູ້ໄດ້ຮັບຄວາມເສຍຫາຍ ຄວນແຈ້ງເປັນລາຍລັກອັກສອນໃຫ້ ແກ່ອີກຝ່າຍຮັບຮູ້ ຕໍ່ການລະເມີດນັ້ນ ແລະ ເພື່ອໃຫ້ຢຸດເຊົາການລະເມີດສັນຍາດັ່ງກ່າວ. ການແຈ້ງເປັນລາຍລັກອັກສອນ ໃຫ້ຄູ່ກໍລະນີທີ່ລະເມີດສັນຍາ ແມ່ນເປັນຜົນດີອີກຢ່າງໜຶ່ງ ເພາະຖືໄດ້ວ່າ ເຮົາບໍ່ໄດ້ຍອມຮັບ ຫຼື ເຫັນດີໃຫ້ມີການລະເມີດດັ່ງກ່າວ. ແຕ່ໂດຍສ່ວນໃຫຍ່ການແກ້ໄຂໃນລັກສະນີ້ ບໍ່ໄດ້ຮັບຜົນດີ ...
Read More »