ບໍລິສັດມະນີຍົມກຣຸບ ຜູ້ນໍາເອົາລົດຍີ່ຫໍ້ “ເຊບໂຣເລດ” ເຂົ້າມາຈໍາໜ່າຍຢ່າງເປັນທາງການ ໃນ ສປປ ລາວ

ປົກໃນສະບັບເດືອນສິງຫາ 2019 ພວກເຮົາໄດ້ຮັບກຽດສໍາພາດ ທ່ານ ສຸກສະໝອນ ສີຫາເທບ ປະທານ ແລະ ຜູ້ບໍລິຫານ ບໍລິສັດມະນີຍົມກຣຸບ ຜູ້ລິເລີ່ມນໍາເອົາລົດຍີ່ຫໍ້ “ເຊບໂຣເລດ” ເຂົ້າມາຈໍາໜ່າຍຢ່າງເປັນທາງການໃນສປປ ລາວ ພ້ອມທັງບຸກເບີກຕະຫຼາດຈໍາໜ່າຍ ແລະ ສາມາດເຂົ້າເຖິງລູກຄ້າກຸ່ມເປົ້າໝາຍໄດ້ຢ່າງໜ້າເພິ່ງພໍໃຈ ເມື່ອສົມທຽບກັບລົດໃນລະດັບດຽວກັນ ທີ່ເປີດຕົວມາກ່ອນໜ້ານີ້ປະມານ 15-20 ປີ. ພ້ອມນີ້ທ່ານຍັງຈະມາເປີດເຜີຍໃຫ້ຮູ້ເຖິງ ແຜນການພັດທະນາໃນອະນາຄົດຂອງ “ເຊບໂຣເລດ ລາວ” ແລະ “ໂປຣໂມຊັນ” ດີໆທີ່ລູກຄ້າຈະໄດ້ຮັບແບບສຸດຄຸ້ມ.

ທ່ານ ສຸກສະໝອນ ສີຫາເທບ ປະທານ ກຸ່ມບໍລິສັດ ມະນີຍົມ ກຣຸບ ໄດ້ເຄີຍໃຫ້ກຽດສຳພາດກັບທາງວະລະສານ Target Magazine ໃນເດືອນ ມີຖຸນາ 2012 ກ່ອນເປີດຕົວ Showroom Chevrolet ຢ່າງເປັນທາງການເຊິ່ງຖືໄດ້ວ່າເປັນຫ້ອງຂາຍແລະສູນບໍລິການຂອງເຊບໂຣເລດທີ່ໃຫຍ່ທີ່ສຸດໃນ South East Asia (ອາຊີຕາເວັນອອກສ່ຽງໃຕ້) ມາເຖິງປັດຈຸບັນກ້າວເຂົ້າສູ່ປີທີ່ 7 ເຊິ່ງຈະຄົບຮອບໃນວັນທີ 12-12-2019 ທີ່ທາງເຊບໂຣເລດລາວ ໄດ້ເປີດຕົວຢ່າງເປັນທາງການໃນ ສປປ ລາວ ເຊິ່ງໃນໂອກາດນີ້ທາງວາລະສານ Target Magazine ຈຶ່ງຢາກຂໍສະເໜີຖາມ ທາງປະທານ ສຸກສະໝອນ ເຖິງການດຳເນີນງານ ແລະ ຄວາມເຕີບໃຫຍ່ຂອງ ເຊບໂຣເລດ ລາວ ໃນຕະຫຼອດໄລຍະເວລາ 7ປີທີ່ຜ່ານມາລວມທັງແຜນການພັດທະນາ ແລະ ເປົ້າໝາຍໃນອະນາຄົດໄດ້ວາງໄວ້ຄືແນວໃດ ?

ກ່ອນອື່ນກໍຕ້ອງຂໍສະບາຍດີທ່ານຜູ້ອ່ານວາລະສານ ທາເກັດ ທຸກທ່ານ ລວມທັງຂໍຂອບໃຈທາງວາລະສານ ທີ່ໄດ້້ໃຫ້ກຽດ ເຂົ້າມາສຳພາດ ແລະ ເລັງເຫັນຄວາມເຕີບໃຫຍ່ຂອງ ເຊບໂຣເລດ ລາວ ໃນໄລຍະກວ່າ 7 ປີທີ່ຜ່ານມາ ເຊິ່ງໃນຕະຫຼອດໄລຍະເວລານີ້ ທາງເຊບໂຣເລດ ລາວ ເຮົາໄດ້ເຕີບໃຫຍ່ຢ່າງໝັ້ນຄົງ ຍົກຕົວຢ່າງເຊັ່ນ: ພວກເຮົາໄດ້້ນໍາລົດລຸ້ນໃໝ່ໆເຂົ້າມາສູ່ຕະຫຼາດເພື່ອໃຫ້ເປັນທາງເລືອກໃໝ່ແກ່ລູກຄ້າຫຼາຍກວ່າ 10 ລຸ້ນ ຕັ້ງແຕ່ລຸ້ນນ້ອຍສຸດ (Spark) ໄປຈົນເຖິງລຸ້ນໃຫຍ່ລະດັບ ຫຼູຫຼາ (Premium) ສໍາລັບຜູ້ບໍລິຫານລະດັບສູງ ເຊັ່ນ: Tahoe ແລະ Suburban ເຊິ່ງເປັນການຍາດສ່ວນແບ່ງຂອງຕະຫຼາດໃນທຸກ ຂະໜາດ (Segment), ການຂະຫຍາຍສາຂາອອກໄປຕ່າງແຂວງ 2 ສາຂາ (ຈໍາປາສັກ ແລະ ສະຫວັນນະເຂດ) ລວມທັງມີແຜນທີ່ຈະຂະຫຍາຍເພີ່ມສາຂາໃນທາງພາກເໜືອອີກໃນໄລຍະ 1-2 ປີທີ່ຈະເຖິງນີ້, ການໄດ້ຮັບຄວາມໄວ້ວາງໃຈຈາກໂຄງການໃຫຍ່ໆ ລະດັບປະເທດເຊັ່ນ: ໂຄງການສ້າງໂຮງງານໄຟຟ້າເມືອງຫົງສາ (ບ້ານປູ-ຫົງສາ) ທີ່ໝັ້ນໃຈໃນຄວາມແຂງຄວາມທົນ ແລະ ການບໍລິການຂອງເຊບໂຣເລດ ເຊິ່ງພວກເຮົາກໍໄດ້້ເປີດສູນບໍາລຸງຮັກສາໃຫ້ກັບໂຄງການທີ່ເມືອງຫົງສາເຊັ່ນດຽວກັນ, ການສະໝອງວຽກບໍລິການຫຼັງການຂາຍທີ່ຍົກລະດັບສີມື ນາຍຊ່າງລວມທັງການໃຊ້ເຕັກໂນໂລຊີສະໄໝໃໝ່ມາຊ່ວຍໃນການກວດສອບຫາສາເຫດຂອງບັນຫາລົດລູກຄ້າ,ການສະໜອງອະໄຫຼຼ່ແທ້ມາດຕະຖານສາກົນ ເພື່ອຢຶດອາຍຸການໃຊ້ງານຂອງລົດລູກຄ້າອອກໄປໄດ້ຫຼາຍຂຶ້ນ.

ເຊບໂຣເລດ ລາວ ໄດ້ເຮັດວຽກ ແລະ ຜ່ານສິ່ງທ້າທ້າຍມາຫຼາຍຢ່າງ ໃນໄລຍະ 7 ປີ ທີ່ຜ່ານມານີ້ ເມື່ອເປັນແບບນັ້ນເຮົາລອງມາເບິ່ງເທື່ອລະປະເດັນຫຼັກໆ ວ່າມີຫຍັງແດ່ ເພື່ອໃຫ້ຜູ້ອ່ານໄດ້ຮູ້ ແລະ ເຂົ້າໃຈຫຼາຍຂື້ນ ໂດຍເລີ່ມຈາກລຸ້ນລົດທີ່ມີຫຼາຍກວ່າ 10 ລຸ້ນ ທີ່ທາງເຊບໂຣເລດ ລາວ ນໍາເຂົ້າມາສູ່ຕະຫຼາດຕັ້ງແຕ່ປີ 2012 ເປັນຕົ້ນມາ.

ຖ້າຈະນັບແທ້ໆ ມີທັ້ງໝົດ 12 ລຸ້ນກໍວ່າໄດ້້ ສາມາດເວົ້າໄດ້ວ່າສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າໃນທຸກປະເພດ ຂອງຕະຫຼາດລົດໃຫຍ່ໃນ ສປປ ລາວ ກໍວ່າໄດ້ໂດຍເລີ່ມຕັ້ງແຕ່

  • ລົດຂະໜາດນ້ອຍ (Mini and Small car) ເຊັ່ນ:
    • ສະປາກ Spark ແລະ Sail
  • ລົດເກັງຂະໜາດນ້ອຍ Compact sedan ຄຣູດ Cruze
  • ລົດເກັງຂະໜາດກາງ Mid-size sedan  ມາລິບູ Malibu
  • ລົດອະເນກປະສົງ ຂະໜາດນ້ອຍ Mini SUV ແທຼັກ Trax
  • ລົດອະເນກປະສົງ ຂະໜາດກາງ Compact SUV ແຄັບຕິວາ Captiva
  • ລົດກະບະ ທີ່ແຂງແກ່ນ Pickup ໂຄໂລຣາໂດ Colorado
  • ລົດອະເນກປະສົງ ແບບລຸ້ຍໆ SUV ເທຼວເບລເຊີ Trailblazer
  • ລົດຫຼູຫາ ອະເນກປະສົງ Luxury SUV ແບບ ອາເມຣິກາ American style ເຊັ່ນ:
    • ທາໂຮ Tahoe ແລະ ສັບເບີບານ Suburban
  • ລົດໃນກຸ່ມ Sport ປະກອບມີຄື:
    • ຄາມາໂຣ Camaro (American muscle car) ແລະ Sport ພັນແທ້ຢ່າງ ເຊບໂຣເລດ ຄໍເວັດ Chevrolet Corvette

ໃນເດືອນ ສິງຫາ 2019 ນີ້ ພວກເຮົາກໍຈະເປີດຕົວລົດລຸ້ນໃໝ່ອີກຄື: “ອີຄົວນ໊ອສ” Equinox ເຊິ່ງເປັນລົດ ອະເນກປະສົງຂັບຂີ່ໃນຕົວເມືອງ City SUV ທີ່ມາກັບເຄື່ອງຈັກປະຢັດນໍ້າມັນທີ່ສຸດ 1.5 ລິດ ເທີໂບ ພ້ອມຄວາມທັນສະໄໝຢ່າງສົມບູນ ເໝາະສຳລັບທຸກໆ ຄວາມຕ້ອງການຂອງທຸກໆ ກຸ່ມລູກຄ້າເປົ້າໝາຍ ລວມທັງຈະເປີິດຕົວໃໝ່ອີກລຸ້ນຄື: “ມາລິບູ” 2019 ທີ່ຈະງານເປີດຕົວໃນມື້ດຽວກັນ ເຊິ່ງເປັນຄວາມຫຼາກຫຼາຍຂອງລົດ ເຊບໂຣເລດ ທີ່ຕອບສະໜອງໃນທຸກໆ ຄວາມຕ້ອງການຂອງກຸ່ມລູກຄ້າຕັ້ງແຕ່ລົດນ້ອຍສຸດໄປຈົນເຖິງລົດຫຼູຫຼາ ເຮັດໃຫ້ຕະຫຼອດໄລຍະເວລາກວ່າ 7 ປີມານີ້ພວກເຮົາສົ່ງມອບລົດໃຫ້ກັບລູກຄ້າຫຼາຍກວ່າ 7 ພັນຄັນ ທັງສໍາລັບບຸກຄົນທົ່ວໄປ, ພາກລັດ ແລະ ເອກະຊົນທີ່ໄດ້ມອບຄວາມໄວ້ວາງໃຈ ເຊບໂຣເລດ ຂອງພວກເຮົາ.

ວຽກງານບໍລິການຫຼັງການຂາຍ ຫຼື After Sale Service ມີການປ່ຽນແປງ ຫຼື ພັດທະນາແນວໃດແດ່?

ຫົວໃຈຫຼັກຂອງທຸລະກິດລົດ ກໍຄືວຽກງານບໍລິການຫຼັງການຂາຍ (After Sale Service) ຕະຫຼອດໄລຍະ 7 ປີ ທີ່ຜ່ານມາທາງສູນ ເຊບໂຣເລດ ຂອງພວກເຮົາໄດ້ມີການພັດທະນາ ແລະ ປັບປຸງຫຼາຍຢ່າງ ໂດຍເລີ່ມຕັ້ງແຕ່ການເພີ່ມຈຳນວນຂອງນາຍຊ່າງ ຂະຫຍາຍພື້ນທີ່ຂອງສູນສ້ອມແປງຈາກ 900 ແມັດມົນທົນ ມາເປັນ 1.500 ແມັດມົນທົນ ລວມທັງເພີ່ມຈໍານວນລິບຍົກ (Hoist) ຈາກ 6 ໂຕ ມາເປັນ 14 ໂຕ ສຳລັບສາຂາ ນະຄອນຫຼວງວຽງຈັນ, ໃນສ່ວນຂອງສາຂາຈຳປາກສັກ ພື້ນທີ່ຂອງສູນສ້ອມແປງມີຂະຫນາດໃຫຍ່ເຖິງ 700 ແມັດມົນທົນ ພ້ອມລິບຍົກລົດອີກ 5 ໂຕ, ສ່ວນສາຂາສະຫວັນນະເຂດ ກຳລັງປັບປຸງອາຄານ ແລະ ຂະຫຍາຍພື້ນທີ່ສູນບໍລິການເພື່ອໃຫ້ໄດ້ພື້ນທີ່ເຖິງ 600 ແມັດມົນທົນ ລວມທັງລິບຍົກລົດອີກ 4 ໂຕຢ່າງນ້ອຍ (ຄາດວ່າຈະແລ້ວພາຍໃນເດືອນ ພະຈິກ 2019ນີ້).

ສ່ວນການຮັບຮອງ ແລະ ການບໍລິການອາໄຫຼ່  ເຊບໂຣເລດເຮົາໄດ້ມີການສໍາຮອງອະໄຫຼເພື່ອກຽມຄວາມພ້ອມສຳລັບລົດ 12 ລຸ້ນ ທີ່ອອກສູ່ຕະຫຼາດລາວລວມມູນຄ່າຫຼາຍວ່າ 1,7 ລ້ານໂດລາ ເຊິ່ງຮັບຮອງໄດ້ເລີຍວ່າເມື່ອລົດ ເຊບໂຣເລດ ຂອງທ່ານມີບັນຫາ ທຸກໆສູນບໍລິການຂອງພວກເຮົາຈະມີອະໄຫຼ່ ພ້ອມສຳລັບບໍລິການທ່ານສະເໝີ.

ສ່ວນເລື່ອງບຸກຄະລາກອນ ສຳລັບວຽກບໍລິການຫຼັງການຂາຍ ພວກເຮົາມີນາຍຊ່າງເຖິງ 20 ຄົນ, ທີ່ປຶກສາວຽກງານສ້ອມແປງ (Service Advisor)  ອີກ 4 ຄົນ ແລະ ນາຍຊ່າງອະໄຫຼ່ອີກ 3 ຄົນ, ສ່ວນສາຂາຈໍາປາສັກ ມີນາຍຊ່າງສ້ອມແປງ 5 ຄົນ, ທີ່ປຶກສາສ້ອມແປງ (Service Advisor) ອີກ 2 ຄົນ ແລະ ນາຍຊ່າງອາໄຫຼ່ອີກ 2 ຄົນ, ສ່ວນສາຂາສະຫວັນນະເຂດ (ຢູ່ໃນຂັ້ນຕ້ອນການປັບປຸງຂະຫຍາຍຫ້ອງຂາຍ ແລະ ສູນບໍລິການຫຼັງການຂາຍ) ໃນປັດຈຸບັນນີ້ ມີນາຍຊ່າງ 3 ຄົນ, ທີ່ປຶກສາສ້ອມແປງ (Service Advisor) ອີກ 2 ຄົນ ແລະ ນາຍຊ່າງອະໄຫຼ່ 2 ຄົນ, ຖ້າການປັບປຸງສູນສໍາເລັດປະມານເດືອນ ພະຈິກ 2019 ພວກເຮົາຈະມີນາຍຊ່າງທີ່ສະຫວັນນະເຂດໃຫ້ຄົບ 5 ຄົນ, ລວມທັງສູນບໍລິການຫຼັງການຂາຍທີ່ເປີດຮັບໃຊ້ໂຄງການໂຮງງານໄຟຟ້າບ້ານປູ-ຫົງສາ ອີກ 1 ທີມ.

ນອກຈາກນັັ້ນເຮົາຍັງມີທີມງານ ລູກຄ້າສຳພັນ ຫຼື Customer Relationship Management (CRM) ໂດຍທີມງານໃນສ່ວນນີ້ຈະພະຍາຍາມຕິດຕໍ່ລູກຄ້າຫຼັງຈາກໄດ້ເຂົ້າມາຮັບບໍລິການບຳລຸງຮັກສາກັບທາງສູນຂອງພວກເຮົາ ເພື່ອຮັບຮູ້ເຖິງຄວາມຄິດເຫັນ ເຖິງຄຸນນະພາບຂອງວຽກງານ ຫຼື ບັນຫາຕ່າງໆ ຈາກວຽກບໍລິການຫຼັງການຂາຍ ເພື່ອນໍາບັນຫານັ້ນໆ ມາປັບປຸງແກ້ໄຂເພື່ອບໍ່ໃຫ້ເກີດຂຶ້ນອີກ. ສ່ວນອັນໃດທີ່ເປັນຄໍາຍ້ອງຍໍ ພວກເຮົາກໍຈະນໍາເອົາມາພັດທະນາຕໍ່ຍອດອອກໄປໃຫ້ດີຂຶ້ນເລື້ອຍໆ. ອີກວຽກງານຫຼັກຂອງໜ່ວຍງານ CRM ຄືການສົ່ງຂ່າວສານ Update Promotion ໃໝ່ ຂອງວຽກບໍລິການຫຼັງການຂາຍ ເພື່ອໃຫ້ລູກຄ້າໄດ້ຮັບຮູ້ ແລະ ໄດ້ຮັບເງື່ອນໄຂ Promotion ທີີ່ດີທີ່ສຸດຢູ່ສະເໝີ ພ້ອມກັບແຈ້ງຂ່າວສານກິດຈະກຳຕ່າງທີ່ພວກເຮົາຈັດຂື້ນ ເຊັ່ນ: ການເຝິກອົບຮົບການນຳໃຊ້ລົດ ແລະ ບໍາລຸງຮັກສາ ຈາກທາງຜູ້ຊຽ່ວຊານ, ງານເປີດຕົວລົດລຸ້ນໃໝ່… ຕະຫຼອດຈົນເຖິງການແຈ້ງເຕືອນລູກຄ້າເມື່ອໃກ້ຄົບກຳໜົດໄລຍະເວລາທີ່ຕ້ອງນຳລົດເຂົ້າມາກວດເຊັກສະພາບ ບາງຄັ້ງລູກຄ້າບາງທ່ານອາດຈະລືມ ເຊິ່ງໃນພາກສ່ວນວຽກລູກຄ້າສຳພັນ ຫຼື CRM ນີ້ທາງຝ່າຍບໍລິຫານ ໂດຍສະເພາະຕົວຂ້າພະເຈົ້າເອງໄດ້ໃຫ້ຄວາມສຳຄັນທີ່ສຸດເພື່ອພັດທະນາວຽກບໍລິການຂອງພວກເຮົາ ໃຫ້ດີຍິ່ງໆຂຶ້ນໄປສະເໝີ.

ການໃຫ້ໂອກາດແກ່ນ້ອງໆຈາກສະຖາບັນການສຶກສາຕ່າງໆ ທີ່ມີຄວາມສົນໃຈສົ່ງນັກສຶກສາເຂົ້າມາເຝິກຫັດວຽກໂດຍສະເພາະນາຍຊ່າງເຊິ່ງທາງສູນ ເຊບໂຣເລດ ເຮົາກໍມີຄວາມຍິນດີທີ່ສະໜັບສະໜູນ ລວມທັງໃຫ້ໂອກາດພວກເຂົາໄດ້ເຂົ້າເປັນພະນັກງານປະຈຳເມື່ອສຳເລັດການສຶກສາ ຖ້ານ້ອງໆຄົນໃດມີຄວາມສົນໃຈຢາກມາເປັນສະມາຊິກກັບພວກເຮົາ ກໍຈະໄດ້ຮັບການພິຈາລະນາເປັນພິເສດເຊັ່ນດຽວກັນ.

ໂດຍພາບລວມທັງໝົດເຮົາມີນາຍຊ່າງທີ່ຜ່ານການເຝິກອົບຮົມທີ່ພ້ອມບໍລິການລູກຄ້າທົ່ວປະເທດຫຼາຍກວ່າ 35 ຄົນ, ທີ່ປຶກສາວຽກສ້ອມແປງ (Service Advisor) ອີກ 7 ຄົນ ທີ່ພ້ອມໝຸນວຽນໄປປະຈະການໃນແຕ່ລະສາຂາໄດ້້ຕະຫຼອດເວລາ ລວມທັງພວກເຮົາມີບໍລິການນອກສະຖານທີ່ 24 ຊົ່ວໂມງ ຫຼື Mobile Service ຖ້າຫາກລົດເຊບໂຣເລດ ຂອງທ່ານມີບັນຫາບໍ່ວ່າຈະຢູ່ໃນພາກສ່ວນໃດຂອງ ສປປ ລາວ ພຽງແຕ່ທ່ານໂທເຂົ້າຫາເບີ Hotline 030 969 9999 ແລະ ແຈ້ງອາການຂອງລົດທ່ານທາງທີມງານພວກເຮົາກໍຈະພ້ອມອອກໄປຊ່ວຍແກ້ໄຂຕະຫຼອດ 24 ຊົ່ວໂມງ.

ພວກເຮົາຈະເນັ້ນການຍົກລະດັບສີມືນາຍຊ່າງໃຫ້ຊ່ຽວຊານຢູ່ສະເໝີ ເພາະພວກເຮົາມີລຸ້ນລົດທີ່ອອກສູ່ຕະຫຼາດຫຼາຍເຖິງ 12 ລຸ້ນ ນາຍຊ່າງທຸກຄົນຕ້ອງສາມາດແກ້ໄຂບັນຫາໃຫ້ກັບລົດລູກຄ້າໄດ້ຢ່າງມີປະສິດທິພາບ ການສົ່ງນາຍຊ່າງເຂົ້າຮັບການເຝິກອົບຮົມກັບທາງ General Motor (GM) ທັງໃນປະເທດໄທ ຫຼື ປະເທດອື່ນທີ່ມີການຈັດການເຝິກອົບຮົມຢູ່ສະເໜີ ລວມທັງການອົບຮົມຜ່ານທາງ Online ການໃຊ້ເຄື່ອງມືສະໄໝໃໝ່ທີ່ວິເຄາະ ແລະ ຫາສາເຫດບັນຫາຂອງລົດລູກຄ້າໄດ້ຢ່າງວ່ອງໄວ ແລະ ຖືກຕ້ອງທີ່ສຸດ, ການສອບເສັງ ຫຼື ປະເມີນຄວາມສາມາດຂອງນາຍຊ່າງຕາມມາດຕະຖານຂອງ GM ກຳນົດ ທີ່ຕ້ອງເຮັດເປັນປະຈຳເພື່ອຍົກລະດັບ ແລະ ເຕືອນໃຫ້ພະນັກງານຂອງເຮົາມີຄວາມຕື່ນຕົວຢູ່ສະເໜີ ການສ້າງເປົ້າໝາຍຄວາມສຳເລັດຂອງວຽກເພື່ອໃຫ້ທຸກໆຄົນເຫັນເປົ້າໝາຍດຽວກັນ ແລະ ມຸ່ງສູ່ຄວາມສໍາເລັດຂອງເປົ້າໝາຍທີ່ວາງໄວ້ ການວັດແທກຄວາມສຳເລັດຂອງວຽກງານ ຫຼື Key Performance Indicator (KPI) ຈະຕ້ອງຕາມມາດຖານທີ່ກຳນົດໄວ້ເພື່ອສ້າງຄວາມເພິ່ງພໍໃຈແກ່ລູກຄ້າຫຼາຍທີ່ສຸດ.

ວຽກງານການບໍລິການຫຼັງການຂາຍ ຫຼື After Sale Service ເປັນວຽກທີ່ລະອຽດອ່ອນ ແລະ ຫຍຸ້ງຍາກພໍສົມຄວນ ທີ່ຜ່ານມາທາງ ເຊບໂຣເລດ ລາວ ພົບກັບບັນຫາຄວາມຫຍຸ້ງຍາກແນວໃດ?

ບອກໄດ້ເລີຍວ່າພວກເຮົາພົບກັບບັນຫາທີ່ຫຍຸ້ງຍາກຫຼາຍໃນໄລຍະ 7 ປີທີ່ຜ່ານມາ ໂດຍສະເພາະກັບບັນຫາຄວາມເຂົ້າໃຈຂອງລູກຄ້າ (Perception) ທີ່ເບິ່ງວ່າ ເຊບໂຣເລດ ເຮົາເປັນຢີ່ຫໍ້ຂອງ ອາເມຣິກາ (American Brand) ເຊິ່ງຈະຕ້ອງມີຄາລາແພງ ເມື່ອສົມທົບໃສ່ກັບຍີ່ຫໍ້ອື່ນທັງຈາກຍີ່ປຸ່ນ ຫຼື ຈາກເກົາຫຼີ ເຊິ່ງໃນຈຸດນີ້ຕະຫຼອດໄລຍະເວລາ 7 ປີທີ່ຜ່ານພວກເຮົາໄດ້ໃຊ້ຄວາມພະຍາຍາມ ເພື່ອສ້າງຄວາມເຂົ້າໃຈໃໝ່ທີ່ຖືກຕ້ອງໃຫ້ກັບລູກຄ້າ ໂດຍສະເພາະເລື່ອງຂອງ ອາໄຫຼ່ແທ້ ທີ່ເຮົານຳມາໃຊ້ກັບລົດລູກຄ້າເພື່ອຢຶດອາຍຸການໃຊ້ງານຂອງລົດລູກຄ້າອອກໄປໄດ້ຫຼາຍທີ່ສຸດ.

ພວກເຮົາມີແຜນທີ່ຈະປັບປຸງໂຄງສ້າງລາຄາຂອງອາໄຫຼ່ ແລະ ວຽກບໍລິການຫຼັງການຂາຍໃໝ່ ເພື່ອຫຼຸດຄ່າໃຊ້ຈ່າຍໃນການບຳລຸງຮັກສາລົດຂອງລູກຄ້າ ການກຽມໂປຣໂມຊັນ ວຽກຫຼັງການຂາຍ ໃໝ່ໆ ໂດຍສະເພາະໂປຣໂມຊັນ ໄລຍະຕັ້ງແຕ່ເດືອນ ມີຖຸນາ (ລ້າງລົດFree 5 ຄັ້ງ) ເປັນຕົ້ນມາກໍໄດ້ສຽງຕອບຮັບທີ່ດີຫຼາຍ ຈາກລູກຄ້າ, ເຮົາຍັງມີແຜນການກະຈາຍອາໄຫຼ່ເຂົ້າສູ່ຕະຫຼາດຕົວແທນໃຫ້ກວມທົ່ວປະເທດ ເພື່ອໃຫ້ລູກຄ້າທີ່ໃຊ້ລົດ ເຊບໂຣເລດ ບໍ່ວ່າຈະຢູ່ສ່ວນໃດຂອງ ສປປ ລາວ ສາມາດເຂົ້າເຖິງອາໄຫຼ່ຂອງແທ້ໃນລາຄາຖືກເປັນມິດກັບທຸກຄົນ.

ການເພີ່ມຈຳນວນນາຍຊ່າງ ແລະ ເພີ່ມໄລຍະໂມງການເຮັດວຽກໂດຍສະເພາະໃນໄລຍະພັກທ່ຽງ ຈະຕ້ອງມີທີມງານບໍລິການຫຼັງການຂາຍ ແລະ ນາຍຊ່າງພ້ອມບໍລິການລູກຄ້າຢູ່ຕະຫຼອດເວລາ ການປັບປຸງຂັ້ນຕ້ອນການປະຕິບັດງານໃນສູນສ້ອມແປງ ຫຼື Work Flow ເພື່ອຫຼຸດຂັ້ນຕອນ ການເຮັດວຽກທີ່ທັບຊ້ອນ ແລະ ປະຢັດເວລາແກ່ລູກຄ້າທີ່ນຳລົດມາເຂົ້າສູນບໍລິການໃຫ້ໃຊ້ເວລາໜ້ອຍທີ່ສຸດ ທີ່ສໍາຄັນລົດລູກຄ້າທຸກຄົນເມື່ອອອກຈາກສູນບໍລິການເຊບໂຣເລດ ຂອງພວກເຮົາແລ້ວຈະຕ້ອງສະອາດ, ເພາະລົດທຸກຄັນຕ້ອງໄດ້ຮັບການລ້າງທຳຄວາມສະອາດເພື່ອສະໜອງລູກຄ້າພ້ອມໃຊ້ງານລົດໃນທັນທີ ລູກຄ້າບໍ່ຕ້ອງໄດ້ເສຍເງິນໄປລ້າງລົດຢູ່ບ່ອນອື່ນ.

ໃນໄລຍະຕໍ່ໆໄປ ພວກເຮົາຈະກໍຈະນຳສະເໜີໂປຣໂມຊັນການບໍລິການຫຼັງການຂາຍແບບໃໝ່ໆ ນຳສະເໜີ ແລະ ສະໜອງໃຫ້ແກ່ລູກຄ້າ ເຊບໂຣເລດ ເພື່ອໃຫ້ລູກຄ້າໄດ້ມີຄວາມໝັ້ນໃຈ ແລະ  ຫຼຸດຜ່ອນພາລະຄ່າບໍາລຸງຮັກສາລົດຂອງທ່ານ ແລະ ທີ່ສຳຄັນ“ພະນັກງານຂອງພວກເຮົາຈະຮັກສາດູແລລົດຂອງລູກຄ້າຄືກັນກັບລູກລົດຂອງຕົວເອງ”

ໃນໄລຍະ 7 ປີຜ່ານມາທາງ ເຊບໂຣເລດ ລາວ ພ້ອມສໍາລັບການແຂ່ງຂັ້ນໃນຕະຫຼາດລົດຂອງ ສປປ ລາວ ໄດ້ແລ້ວຢ່າງເຕັມຕົວ?

ໃນຕອນທີ່ ເຊບໂຣເລດ ລາວ ເປີດຕົວຄັ້ງທຳອິດໃນວັນທີ 12/12/2012 ພວກເຮົາຕັ້ງເປົ້າໝາຍເພື່ອເປັນ “ທາງເລືອກໃໝ່ສຳລັບຜູ້ຮັກລົດ” ຫຼື “New Alternative” ເຊິ່ງພວກເຮົາກໍສາມາດເຮັດໄດ້ດີໃນລະດັບໜຶ່ງພາຍໃຕ້ພາວະການແຂ່ງຂັນທີ່ສູງຂື້ນ ລວມທັງການຫຼຸດຕົວ ຂອງຕະຫຼາດໃນ ສປປ ລາວ ແລະ ເມື່ອພວກເຮົາກຳລັງກ້າວຂ້າມຜ່ານປີີທີ່ 7 ໃນໄລຍະອີກ 4 ເດືອນຂ້າງໜ້າ (12-12-2019) ເຊບໂຣເລດ ລາວ ພວກເຮົາບໍ່ແມ່ນທາງເລືອກໃໝ່ອີກຕໍ່ໄປ ແຕ່ເປົ້າໝາຍຕໍ່ໄປຂອງພວກເຮົາຄື: “Growth and Steady” ຫຼື “ການເຕີບໃຫຍ່ຢ່າງໝັ່ນຄົງ” ພວກເຮົາຈະນໍາຈຸດແຂງ ແລະ ບັນຫາຕ່າງໆ ທີ່ໄດ້ຜ່ານຜ່າມາໄລຍະເວລາ 7 ປີ ມານຳໃຊ້ ແລະ ປັບປຸງແກ້ໄຂບໍ່ໃຫ້ບັນຫາເກີດຊ້ຳອີກ ລວມທັງພັດທະນາສິ່ງທີ່ດີຢູ່ໃຫ້ດີຍິ່ງຂຶ້ນໄປອີກ ການລົງທຶນໃໝ່ໆ ໂດຍສະເພາະການຂະຫຍາຍສາຂາເພື່ອໃຫ້ກວມໃນທົ່ວປະເທດ ຕັ້ງແຕ່ພາກເໜືອໄປຈົນເຖິງພາກໃຕ້ ການນໍາສະເໜີລົດລຸ້ນໃໝ່ໆ ທີ່ເໝາະສົມກັບຕະຫຼາດ ແລະ ຄວາມຕ້ອງການຂອງພີ່ນ້ອງຊາວລາວ ເພື່ອໃຫ້ພີ່ນ້ອງເຮົາໄດ້ນໍາໃຊ້ລົດທີ່ມີຄຸນນະພາບທີ່ດີເໝາະສົມກັບຄວາມຕ້ອງການຂອງຊີວິດປະຈຳວັນບໍ່ຫຼາຍ ຫຼື ໜ້ອຍເກີນຄວາາມຈຳເປັນເພື່ອໃຫ້ສອດຄ່ອງກັບວິຖີຊີວິດປະຈຳວັນ (Lifestyle) ໃຫ້ເກີດປະໂຫຍດຕໍ່ຜູ້ໃຊ້ລົດຢ່າງກຸ້ມຄ່າທີ່ສຸດ ເຊິ່ງຄໍາຕິຊົມຂອງບັນດາຜູ້ໃຊ້ລົດລວມທັງບັນຫາຕ່າງໆຕະຫຼອດໄລຍະເວລາກວ່າ 7 ປີທີ່ຜ່ານມາ ຄືສິ່ງພວກເຮົາຍິນດີນ້ອມຮັບເພື່ອນຳມາພິຈາລະນາ ແລະ ຊ່ວຍຊຸກຍູ້ ເຊບໂຣເລດ ໃຫ້ເກີດການພັດທະນາຕົນເອງຢູ່ສະເໜີ.

ສິ່ງສໍາຄັນ ເຊບໂຣເລດ ລາວ ບໍ່ໄດ້ມຸ່ງເນັ້ນແຕ່ການດໍາເນີນທຸລະກິດໃນດ້ານດຽວ ແຕ່ໄດ້້ພະຍາຍາມຕອບແທນສັງຄົມໂດຍການຮ່ວມກິດຈະກຳການກຸສົນ ຫຼື ການຊ່ວຍເຫຼືອສັງຄົມຕ່າງໆໃນຕະຫຼອດໄລະຍະເວລາກວ່າ 7 ປີມານີ້ ຕົວຢ່າງເຊັ່ນ:

  • ໂຄງການ ​One World Football ເຊິ່ງເປັນໂຄງການທົ່ວໂລກຂອງ GM ໂດຍການສົ່ງມອບໝ່ວຍໝາກບານ 000 ໜ່ວຍໃຫ້້ກັບນ້ອງໆນັກຮຽນທົ່ວປະເທດຫຼາຍກວ່າ 1.000 ໂຮງຮຽນ ເຊິ່ງໃຊ້ໄລຍະເວລາກວ່າ 2 ປີ (2016-2017) ຈົນໂຄງການສໍາເລັດດ້ວຍດີໂດຍຜ່ານ 3 ຊ່ອງທາງຄື:
    • ຜ່ານທາງກະຊວງສຶກສາ.
    • ມອບຜ່ານທາງໂຄງການຊ່ວຍເຫຼືອລ້າຕ່າງ (NGO ແລະ EDF)
    • ມອບໂດຍກົງຈາກທາງ Chevrolet Lao
  • ສະໜັບສະໜູນໂຄງການ ວັນກິລາ ກາຍະກຳແຫ່ງຊາດລາວ ຄົບຮອບ 48 ປີ ໃນປີ 2015
  • ໂຄງການສ້າງໂຮງຮຽນປະຖົມທີ່ ບ້ານທ່າຟ້າວ ເມືອງໂຂງ ແຂວງຈຳປາກສັກໃນປີ 2016 ມູນຄ່າຫຼາຍກວ່າ100 ລ້ານກີບ.
  • ການສົມທົບທຶກກໍ່ສ້າງ, ສ້ອມແປງໂຮງຮຽນ ແລະ ມອບທຶກການສຶກສາທີ່ໂຮງຮຽນເມືອງຫີນເຫີບ ແລະ ເມືອງເຟືອງ ແຂວງວຽງຈັນ ໃນປີ 2016.
  • ຫຼ້າສຸດການຊ່ວຍບັນເທົາທຸກແກ່ພີ່ນ້ອງເມືອງສະໜາມໄຊ ແຂວງອັດຕະປືຈາກອຸທົກກະໄພນ້ຳຖ້ວມ ເຊິ່ງພວກເຮົາໄດ້ນໍາເອົາສິ່ງຂອງ, ອາຫານ ເຄື່ອງດື່ມ, ຢາປົວພະຍາດ ແລະ ອຸປະກອນໃນການດໍາລົງຊີວິດພື້ນຖານສົ່ງມອບຈຳນວນ 2 ຄັ້ງ ມູນຄ່າ ຫຼາຍວ່າ 100 ລ້ານກີບ.

ແມ່ນຫຍັງຄືຈຸດແຂງຂອງ ເຊບໂຣເລດ ລາວ ໃນຕະຫຼອດໄລຍະເວລາ 7 ປີທີ່ຜ່ານມາ ແລະ ປີຕໍໍ່ໆໄປ ໃຫ້ສົມກັບຄຳວ່າ ເຕີບໃຫຍ່ຢ່າງໝັ້ນຄົງ ຫຼື Growth and Steady.

ຖ້າຫາກເວົ້າເຖິງຈຸດແຂງຂອງ ເຊບໂຣເລດ ລາວ ທີ່ພວກເຮົາພູມໃຈເປັນທີ່ສຸດກໍຄື ກຸ່ມລູກຄ້າເຊບໂຣເລດ ເພາະການທີ່ ເຊບໂຣເລດ ມາເປີດຕົວໃນວັນທີ 12-12-2012 ເຊິ່ງຊ້າກວ່າຍີ່ຫໍ້ອື່ນໆໃນ ສປປ ລາວ 15-20 ປີ ແຕ່ການມາຂອງພວກເຮົາກໍໄດ້ສ້າງກະແສຂອງຄຳວ່າ ທາງເລືອກໃໝ່ ຫຼື “New Alternative”  ທີ່ສາມາດປ່ຽນມູມມອງ ແລະ ສ້າງຄວາມເຊື່ອໝັ້ນໃຫ້ກັບລູກຄ້າທີ່ກ້າປ່ຽນຈາກສິ່ງເກົ່າໆຊ້ຳໆ ໃນຕະຫຼອດ 15-20 ປີກ່ອນໜ້ານີ້ ເພາະກຸ່ມລູກຄ້າເຊບໂຣເລດ ຈະຮູ້ດີວ່າ ເຊບໂຣເລດ ຢູ່ໃນຕະຫຼາດໂລກມາດົນກວ່າ 100 ປີ ໂດຍສ້າງຕັ້ງໃນວັນທີ່ 3 ພະຈິກ 1911 (ຄົບ 108 ປີໃນປີ 2019ນີ້) ເພາະສະນັ້ນປະສົບການໃນຕະຫຼາດໂລກ ຂອງ ເຊບໂຣເລດ ທີ່ໄດ້ສະສົມມາຢ່າງຍາວນານເຮັດໃຫ້ມີກຸ່ມລູກຄ້າ ເຊບໂຣເລດ ທີ່ ສປປ ລາວ ຈຶ່ງກ້າທີ່ຈະປ່ຽນ ກ້າທີ່ຈະລອງໃນສິ່ງໃໝ່ໆ ທີ່ບໍ່ຄືກັນກັບໃຜ ມີເອກະລັກຢ່າງຊັດເຈນໝັ້ນຄົງ ນີ້ແຫຼະທີ່ຂ້າພະເຈົ້າພູມໃຈວ່າ ຄືຈຸດແຂງຂອງ ເຊບໂຣເລດ ລາວ

ສຸດທ້າຍນີ້ທ່ານປະທານ ສຸກສະໝອນ ຢາກຈະຝາກບອກຫຍັງເຖິງກຸ່ມລູກຄ້າເກົ່າ ແລະ ລູກຄ້າໃໝ່ຂອງ ເຊບໂຣເລດ ລາວ ລວມທັງຜູ້ອ່ານວາລະສານ ທາເກັດ?

ດັ່ງທີ່ຂ້າພະເຈົ້າເຄີຍໃຫ້ສໍາພາດກັບວາລະສານ ທາເກັດ ເມື່ອ 7 ປີກ່ອນ ທຸກວັນນີ້ກໍຍັງບໍ່ແຕກຕ່າງໄປຈາກເດີມ ນັ້ນກໍຄື ສປປ ລາວ ຂອງພວກເຮົາເປັນປະເທດທີ່ມີ ສະຖຽນລະພາບ ແລະ ພັດທະນາໄປຢ່າງວ່ອງໄວ ມີສິ່ງອຳນວຍຄວາມສະດວກໃນການລົງທຶນຂອງນັກທຸລະກິດທັງຈາກພາຍໃນ ແລະ ຕ່າງປະເທດ ດ້ວຍນະໂຍບາຍທີ່ເປີດກວ້າງ ແລະ ເຊື່ອມໂຍງສູ່ສາກົນຂອງລັດຖະບານ ໂດຍສຶບຕໍ່ຢຶດໝັ້ນເອົາການພັດທະນາເສດຖະກິດເປັນໃຈກາງ ຈຶ່ງເຮັດໃຫ້ທຸກພາກສ່ວນເສດຖະກິດຂອງ ສປປ ລາວ ເຕີບໃຫຍ່ຂະຫຍາຍຕົວໄວ ສ້າງຄວາມສີວິໄລທາງດ້ານຈິດໃຈ ຄຽງຄູ່ໄປກັບການສ້າງຄວາມຢູ່ດີກິນດີທາງດ້ານວັດຖຸ ການເປີດກວ້າງຂອງການແຂ່ງຂັນໃນຕະຫຼາດນີ້ເຮັດໃຫ້ພີ່ນ້ອງປະຊາຊົນ ມີຕົວເລືອກທີ່ດີເພີ່ມຫຼາຍຂຶ້ນ ເຮັດໃຫ້ເກີດການແຂ່ງຂັນ ແລະ ພັດທະນາ ເຊິ່ງທາງ Chevrolet Lao ຂອງພວກເຮົາເອງກໍຈະບໍ່ຢຸດທີ່ຈະພັດທະນາເພື່ອສະເໜີເປັນຕົວເລືອກອັນດັບຕົ້ນໆ ໃຫ້ແກ່ພີ່ນ້ອງປະຊາຊົນ ເພື່ອການເຕີບໃຫຍ່ໄປພ້ອມໆກັນ ໃຫ້ສົມກັບຄວາມຕັ້ງໃຈຂອງເຮົາທີ່ວ່າ: ເຕີບໃຫຍ່ຢ່າງໝັ້ນຄົງ ຫຼື Growth and Steady ນັ້ນເອງ ຂໍຂອບໃຈ.

 (ວາລະສານທາເກັດ ສະບັບ 157 ເດືອນສິງຫາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Our future goal is to strive for stable growth.

Covering this August 2019 issue, we have the honor to interview Mr. SouksamoneSihathep, President and CEO of Manignom Group, who is the first to introduce “Chevrolet” officially in the Lao PDR. He was able to pioneer the Lao market as well as penetrate into the company’s target customers making them satisfied with the vehicle competitively with other brands who had been around for about 10-20 years before. In addition, he will reveal the future development plan of “Chevrolet Lao” including good deals which will be given to all customers.

Mr. SouksamoneSihathep, President of Manignom Group, gave an interview to our magazine once back in June 2012 before the official launch of Chevrolet showroom, the biggest showroom and service center in South East Asia, and this year, in December 12, will mark the 7th anniversary of the establishment of Chevrolet in the Lao PDR. Taking this opportunity, Target Magazine asked Mr. Souksamone regarding the business operation and growth of Chevrolet Lao during the past 7 years including the future development plan as well as goals.

first of all, I would like to greet dear readers, and express my gratitude to Target Magazine for interviewing me and for being interested in the process of our expansion during the past 7 years. During those years, Chevrolet Lao has been growing steadily reflected in the introduction of new options to Lao people via more than 10 models ranging from Chevrolet Spark for ordinary drivers to premium choices for executive level, such as Tahoe and Suburban, allowing our firm to compete for market share at all segments. We have two branches, one in Champasack and another in Savannakhet, and we are planning to expand further in the north in 1-2 years from now. In addition to the above, we have been entrusted by major projects in Laos, namely the Hongsa Power Plant which relies on our strong and durable vehicles for site service. With that, we decided to open a maintenance center exclusively for the Hongsa Project. We provide a good quality after sales service carried out by professional and skillful mechanics in combination with the application of modern technologies to help spotting issues and international standard spare parts to lengthen the durability of our vehicles.

Chevrolet Lao has overcome countless challenges and obstacles during the past 7 years. However, we would like to break down into points for our readers to easily understand and know more about the company. Can we start talking about the 10 different models that Chevrolet has offered in Laos since 2012?

in fact, there are 12 models to be exact. It can be said the Chavloret is able to satisfy the need of customers at every segment of the automotive market in the Lao PDR. We offer:

  • Mini and small car via Spark and Sail.
  • Compact sedan, such as Cruze.
  • Mid-size sedan, like Malibu.
  • Mini SUV through Trax.
  • Compact SUV, namely Captiva.
  • Strong pickup, for instance Colorado.
  • Adventurous SUV, such as Trailbrazer.
  • American style luxury SUV:
    • Tahoe and Suburban.
  • Sport car:
    • Camaro (American muscle car) and the real sport, Chevrolet Corvette.

In August 2019, we will launch our brand new model so called “Equinox,” a city SUV powered by a 1.5 liter turbo engine available in full options, which fits well with every one and every purpose of usage. Apart from this, the all new “Malibu 2019” will also be on the spotlight on the same day making Chevrolet full of choices ranging from a small car to luxurious SUV. During the past 7 years, we have been able to please more than 7,000 clients both from the public and private sector who highly trust in Chevrolet’s quality.

how has the after sales service changed or improved?

the key to success for automotive business is the after sales service. During the past 7 years, Chevrolet has improved its service centers a lot starting from raising the number of mechanics, enlarging the area of the maintenance center from 900m2 to 1,500m2, and increasing the number of hoists from 6 to 14 units for the Vientiane branch. While the Champasack branch is expanding its maintenance center area to 700m2 and deploy 5 units of hoists, the Savannakhet branch is working on building renovation and area expansion for the maintenance service center so that it covers 600m2 with at least 4 units of hoists in service (expected to complete in November 2019).

In terms of guarantee and maintenance, Chevrolet has reserved spare parts for the 12 models circulating in the market valuing in total of 1.7 million US dollar. You can be certain that our service centers have sufficient spare parts to fix any problem of your car.

Speaking of personnel, we hire 20 mechanics, 4 service advisors and 3 spare part technicians to provide the after sales service for the Vientiane branch. In Champasack, there are 5 mechanics, 2 service advisors and 2 spare part technicians. As of now, the Savannakhet branch (with its showroom and after sales center being enlarged) has 3 mechanics, 2 service advisors and 2 spare part technicians. Nevertheless, the number of mechanics in Savannakhet will be 5 plus 1 more team will be added to provide the after sales service for the Hongsa Power Plant after the completion of the branch improvement in November 2019.

Also, we have a team working on the customer relationship management (CRM) who will contact customers once they receive our maintenance service in order to learn from their feedbacks regarding the quality of our service or any other complaints so that we can improve our after sales service, while keeping up the good work for any task we already performed well. Another main duty of the CRM team is to distribute information, such as new promotions regarding the after sales service to clients so that they are informed with our good deals at all times as well as news regarding activities held by us, namely care and maintenance training conducted by specialists, new model launching ceremony and so on. The team will also remind customers when their car is due to inspection which can be forgotten sometimes. CRM is the area in the company where the administration and I in particularly attach the greatest importance on in order to keep improving our overall service.

Chevrolet welcomes all newly graduates from different institutions as an intern, especially as a mechanic at our centers. We are willing to support and provide opportunities to them to work for us when they graduate. If any of you are interested and would like to become part of us, please let us know and we will definitely consider your application.

In total, we have 35 trained mechanics and 7 service advisors ready to provide a service throughout the country by shifting from one branch to another at all times. We also provide a mobile service for 24 hours to help you whenever and wherever you need in the Lao PDR. All you have to do is to call our hotline via 030 969 9999 and inform us your problems. We will dispatch a team to you at any time for 24 hours.

We will focus on improving skills for our mechanics at all times because we have 12 model of cars circulating around the market. Since every technician must be able to help customers solving their problems effectively, attending trainings with the General Motor (GM) in Thailand or elsewhere, taking part in online trainings, learning how to analyze and spot problems quickly and accurately for customers via the use of modern tools, and taking exams or assessments based on the standard set by the GM should be done regularly in order to continuously keep our staff alerted. Common goals to be reached collectively and the key performance indicator (KPI) shall be created based on set measures in order to reach the highest customer’s satisfaction.

after sales service is quite sensitive and challenging. Has Chevrolet ever face with any difficulty previously?

our 7 years were full of difficulties, especially when we had to deal with customer’s perception. Whenever people think of the American brand, it has to be more expensive when compare to the Japanese or Korean. For this issue, we have attempted throughout the past 7 years to build a new and correct understanding among customers. We only use genuine spare parts in order to guarantee the longest durability of your car.

we have a plan to improve price structure of spare parts and after sales service in order to mitigate the maintenance cost for clients. Our new after sales promotions, particularly the promotion starting from June (free car wash 5 times) has been a hit among customers. We will also distribute spare parts to other sales representatives nationwide to serve Chevrolet’s clients anywhere in the Lao PDR. This will ensure they have access to genuine spare parts in a reasonable price.

The increase in number of mechanics and their working hours, especially during lunch time, is to ensure that customers will be served at all times. The firm has improved workflow aiming to reduce complication and time for customers in receiving our service to the minimum. More importantly, all cars before leaving Chevrolet will be cleaned so that the vehicle is ready to be used immediately once its owner come to pick it up and the customers can save extra from car wash.

In the near future, we will continue to come up with new promotions for Chevrolet’s clients in order to help them save the maintenance cost. What I would like to stress on this is that “all of our staff members will take good care of your car as if it is their own car.”

after 7 years, is Chevrolet now ready to fully compete in the automotive market in the Lao PDR?

when Chevrolet Lao first opened on December 12, 2012, we aimed at being “a new alternative for car lovers” which we had done quite well in the mid of the highly competitive environment and when the automotive market in the Lao PDR was shrinking. After 7 years and, especially in the next 4 months, Chevrolet Lao will no long a new option. We will strive for our new objective which is “growth and steady.” We will make use of our strengths and past experience to avoid repeating any problem we overcame, while advancing forward with new investment, especially the expansion of branches across the country from north to south, to continue introducing new models that ideally meet to the demand of Lao market and Lao people who are in need of good quality cars that fit perfectly with their lifestyle and are highly useful. Feedbacks from our consumers during the past 7 years that we eagerly accepted have supported the continuous development of Chevrolet.

Notably, Chevrolet does not concentrate only on making profits, but also tries to give back to society. The company participated in many charities and contributed to social aids during the past 7 years, for instance:

  • Took part in the One World Football, which is the global project of GM, giving 10,000 footballs to students from more than 1,000 schools. This is a two-year project (2016-2017) successfully implemented via three channels:

 

  • Through Ministry of Education.
  • Through NGOs and EDF.
  • Directly via Chevrolet Lao.

 

  • Supported the celebration project for the 48th anniversary of the Lao National Sport and Acrobat Day in 2015.
  • Supported a primary school construction project in Tha Fao Village, Khoang District, Champasack Province, in 2016 with a total fund of over 100 million kip.
  • Contributed fund to the construction and repairing of schools, and financially supported students in Hin Herb and Feuang District, Vientiane Province, in 2016.
  • Just recently, the company helped people affected by flood in Sanamxay District, Attapeu Province. We brought items, food and drinks, medication and some other necessary things twice valuing more than 100 million kip.

what has been a strength of Chevrolet Lao during the past 7 years which will help the firm achieving its growth and steady goal?

speaking of strength, Chevrolet Lao is so proud of the ability to create our own “Chevrolet’s customer group.” It is true that the launching of our company on December 12, 2012 is quite late comparing to other brands which have been here for about 15-20 years. However, our existence was able to yield a new trend offering a “new alternative” which was able to move people out from their old perspective towards entrusting in experiencing new things. Although Chevrolet might be new in Laos, we have been active in the global market for more than 100 years since its establishment on November 3, 1911 (2019 marks the 108th anniversary). With such extensive experience around the world of Chevrolet, Lao people can trust in this new alternative which has a distinctively unique character. This is “Chevrolet’s strength” that we are proud of the most.

finally Mr. Souksamone, would you like to say something to your existing customers as well as potential buyers who are reading Target Magazine and might be interested in Chevrolet?

it is as I said to the magazine 7 years ago, Laos today is still the same in terms of its stability and rapid growth. With the country’s openness policy and international integration, domestic and foreign investment in Laos has been highly facilitated with a core aim of developing the national economy. This helps every sector in the Lao economy growing rapidly both physically and spiritually. Such openness in business benefits the country in terms of development and consumers as they are now having better choices. Likewise, Chevrolet will never stop moving forward alongside with our customers to fulfill our ambition of growth and steady.

 

Comments