Magazine

ປັນຍາປະດິດ ກັບການເຮັດທຸລະກິດ SMEs ລາວຍຸກໃໝ່

ໃນຕ່າງປະເທດ ເຄື່ອງມືປັນຍາປະດິດ ຫຼື AI (Artificial Intelligence) ໄດ້ຖືກນໍາເຂົ້າມາໃຊ້ໃນການເຮັດວຽກ ເພີ່ມຂຶ້ນຢ່າງໄວວາ ທັງໃນດ້ານການໃຊ້ເປັນເຄື່ອງມືຊ່ວຍໃນວົງການສຸຂະພາບ, ການສຶກສາຜ່ານ E-Solution,ອຸດສາຫະກໍາກົນຈັກ ທີ່ຫຼາຍບ່ອນກໍາລັງພັດທະນາໃຫ້ລົດຂັບເຄື່ອນດ້ວຍຕົນເອງ ຫຼືແມ່ນແຕ່ພາກກະສິກໍາທີ່ເລືອກໃຊ້ຫຸ່ນຍົນອັດສະລິຍະໃນການຫວ່ານແກ່ນພັນພືດ, ໄປຈົນເຖິງການໃສ່ປຸ໋ຍ ແລະ ສີດຢາຂ້າແມງໄມ້. ປັດຈຸບັນເຮົາສາມາດເຫັນໄດ້ວ່າ AI ກໍາລັງເຂົ້າມາມີບົດບາດໃນທຸກອຸດສາຫະກໍາ ເຊິ່ງບໍ່ເວັ້ນແມ່ນແຕ່ທຸລະກິດນ້ອຍໆຄື SMEs ບ້ານເຮົາທີ່ຮອດເວລາຕ້ອງທັນກະແສເຊັ່ນກັນ”ເທຣນ”ນີ້, ແລ້ວນໍາມາປັບໃຊ້ເພື່ອບໍລິຫານຈັດການຂະບວນການຜະລິດ ໄປຈົນເຖິງດ້ານການຕະຫຼາດ ເພື່ອເພີ່ມມູນຄ່າໃຫ້ສິນຄ້າ ແລະ ບໍລິການ ພ້ອມທັງສ້າງຄະແນນຕໍ່ໃນການແຂ່ງຂັນຍຸກ Digital. ຕໍ່ໄປນີ້ຄືທ່າອ່ຽງສໍາຄັນຂອງປັນຍາປະດິດ (AI)ໃນປີ 2019 ທີ່ SMEs ຈະພາດບໍ່ໄດ້ເລີຍ!!! Internet of Things (loT) “ອິນເຕີເນັດ”ໃນທຸກສິ່ງ ໝາຍເຖິງການເຊື່ອມຕໍ່ອຸປະກອນຕ່າງໆເຂົ້າກັບລະບົບ”ອິນເຕີເນັດ” ເຊິ່ງຊ່ວຍໃຫ້ເຮົາສາມາດຄວບຄຸມການໃຊ້ງານອຸປະກອນເຫຼົ່ານັ້ນ ຜ່ານເຄືອຂ່າຍ”ອິນເຕີເນັດ” ເຊັ່ນ: ການເປີດ-ປິດເຄື່ອງໃຊ້ໄຟຟ້າ ໄລຍະໄກດ້ວຍໂທລະສັບມືຖື. ເຊິ່ງການເກີດຂຶ້ນຂອງ IoT ນີ້ສົ່ງຜົນກະທົບໃນທາງບວກໃຫ້ແກ່ຫຼາຍອຸດສາຫະກໍາ ເພາະຄວາມສາມາດໃນການບັນທຶກ, ແລກປ່ຽນຂໍ້ມູນຈາກອຸປະກອນໜຶ່ງ ໄປຫາອີກອຸປະກອນໜຶ່ງ ທຸກໆຄັ້ງເມື່ອມີການໃຊ້ວຽກ “ເຊັນເຊີ່” (Sensor) ກໍຈະເກັບຂໍ້ມູນໄວ້ໃນແຫຼ່ງຂໍ້ມູນທັນທີ ແລະ ເມື່ອຖືກປະສົມເຂົ້າກັບເຕັກໂນໂລຊີປັນຍາປະດິດ (AI) ກໍຍິ່ງເພີ່ມຄວາມສາມາດຂຶ້ນໄປອີກ. ...

Read More »

ການເຂົ້າເຖິິງແຫຼ່ງທຶນແມ່ນໜຶ່ງໃນນະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ

ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ທີ່ໄດ້ຈັດຂຶ້ນໃນເດືອນມີຖຸນາ 2019 ຜ່ານມານີ້ ມີຄໍາຖາມເຈາະຈີ້ມລັດຖະບານໃນຫຼາຍໆບັນຫາ ຊຶ່ງໜຶ່ງໃນນັ້ນກໍມີ ບັນຫາການເຂົ້າເຖິງແຫຼ່ງທຶນຂອງ ຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ ຫຼື SME) ຊຶ່ງປິ່ນອ້ອມບັນຫາອັດຕາດອກເບ້ຍສູງແລະ ທຶນປ່ອຍກູ້ທີ່ບໍ່ພຽງພໍກັບຄວາມຕ້ອງການ. ປະເດັນກ່ຽວກັບ “ທຶນ” ຍາມໃດກໍເປັນກະແສຂອງສັງຄົມ ແລະ ບັນດາຜູ້ປະກອບກິດຈະການເອງກໍໃຫ້ຄວາມສຳຄັນເປັນອັນດັບຕົ້ນໆ  ເຖິງວ່າ ໃນຄວາມເປັນຈິງອາດບໍ່ແມ່ນບັນຫາຕັດສິນຊີ້ຂາດຊາຕາກຳຂອງ  ວນກ ເນື່ອງຈາກວ່າ ໃນດ້ານຫຼັກການ ພາກລັດຕ້ອງໄດ້ໃຫ້ການສະໜັບສະໜູນ ແລະ ສົ່ງເສີມ ວນກ ໃນ 2 ຮູບການຄື: (1) ການສະໜັບສະໜູນດ້ານການເງິນ (2) ການສະໜັບສະໜູນທີ່ບໍ່ແມ່ນການເງິນ ຄຽງຄູ່ກັນໄປ. ອີງຕາມຜົນການສຳຫຼວດຂອງທະນາຄານໂລກປີ 2012 ເຫັນວ່າ ມີພຽງແຕ່ 24,7% ແລະ 46,7% ຂອງວິສາຫະກິດຂະໜາດນ້ອຍ ແລະ ວິສາຫະກິດຂະໜາດກາງ ທີ່ໄດ້ຮັບສິນເຊື່ອຈາກທະນາຄານ ຕາມດຳລັບ. ທະນາຄານທຸລະກິດສ່ວນຫຼາຍປ່ອຍສິນເຊື່ອໄລຍະສັ້ນ ແລະ ກາງ ທີ່ເປັນທຶນໝູນວຽນ (ໄລຍະເວລາບໍ່ເກີນ 1-3 ປີ)  ແລະ ຍັງມີອັດຕາດອກເບ້ຍທີ່ຖືວ່າສູງ. ...

Read More »

ເປົ້າໝາຍໃນອະນາຄົດ ພວກເຮົາຈະເຕີບໃຫຍ່ຢ່າງໝັ້ນຄົງ

ຂຶ້ນປົກໃນສະບັບເດືອນສິງຫາ 2019 ພວກເຮົາໄດ້ຮັບກຽດສໍາພາດ ທ່ານ ສຸກສະໝອນ ສີຫາເທບ ປະທານ ແລະ ຜູ້ບໍລິຫານ ບໍລິສັດມະນີຍົມກຣຸບ ຜູ້ລິເລີ່ມນໍາເອົາລົດຍີ່ຫໍ້ “ເຊບໂຣເລດ” ເຂົ້າມາຈໍາໜ່າຍຢ່າງເປັນທາງການໃນສປປ ລາວ ພ້ອມທັງບຸກເບີກຕະຫຼາດຈໍາໜ່າຍ ແລະ ສາມາດເຂົ້າເຖິງລູກຄ້າກຸ່ມເປົ້າໝາຍໄດ້ຢ່າງໜ້າເພິ່ງພໍໃຈ ເມື່ອສົມທຽບກັບລົດໃນລະດັບດຽວກັນ ທີ່ເປີດຕົວມາກ່ອນໜ້ານີ້ປະມານ 15-20 ປີ. ພ້ອມນີ້ທ່ານຍັງຈະມາເປີດເຜີຍໃຫ້ຮູ້ເຖິງ ແຜນການພັດທະນາໃນອະນາຄົດຂອງ “ເຊບໂຣເລດ ລາວ” ແລະ “ໂປຣໂມຊັນ” ດີໆທີ່ລູກຄ້າຈະໄດ້ຮັບແບບສຸດຄຸ້ມ.   ທ່ານ ສຸກສະໝອນ ສີຫາເທບ ປະທານ ກຸ່ມບໍລິສັດ ມະນີຍົມ ກຣຸບ ໄດ້ເຄີຍໃຫ້ກຽດສຳພາດກັບທາງວະລະສານ Target Magazine ໃນເດືອນ ມີຖຸນາ 2012 ກ່ອນເປີດຕົວ Showroom Chevrolet ຢ່າງເປັນທາງການເຊິ່ງຖືໄດ້ວ່າເປັນຫ້ອງຂາຍແລະສູນບໍລິການຂອງເຊບໂຣເລດທີ່ໃຫຍ່ທີ່ສຸດໃນ South East Asia (ອາຊີຕາເວັນອອກສ່ຽງໃຕ້) ມາເຖິງປັດຈຸບັນກ້າວເຂົ້າສູ່ປີທີ່ 7 ເຊິ່ງຈະຄົບຮອບໃນວັນທີ 12-12-2019 ທີ່ທາງເຊບໂຣເລດລາວ ໄດ້ເປີດຕົວຢ່າງເປັນທາງການໃນ ສປປ ລາວ ເຊິ່ງໃນໂອກາດນີ້ທາງວາລະສານ Target ...

Read More »

ໄຫຫີນ ມໍລະດົກລາວ ສູ່ມໍລະດົກໂລກ

ໄຫຫີນແຂວງຊຽງຂວາງ (Megalithic Jar Sites in XiengKhuang) ໄດ້ຖືກພິຈະລະນາ ຮັບຮອງເປັນມໍລະດົກໂລກ ໃນກອງປະຊຸມ ຄັ້ງທີ 43 ຂອງຄະນະກຳມະການມໍລະດົກໂລກຢ່າງເປັນທາງການ.ພາຍຫຼັງທີ່ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ກໍຄືຊາວແຂວງຊຽງຂວາງໄດ້ຄອງຄອຍມາ 20 ກວ່າປີ.ຖືເປັນມໍລະດົກໂລກແຫ່ງທີ 3 ຂອງ ສປປ ລາວ ຖັດຈາກວັດພູຈໍາປາສັກ ແລະ ເມືອງຫຼວງພຣະບາງ. ກອງປະຊຸມໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 1 ກໍລະກົດ 2019 ທີ່ເມືອງບາກູ ນະຄອນຫຼວງປະເທດອາແຊັກໄບຊານ ເຊິ່ງມີຄະນະກຳມະການມໍລະດົກໂລກ 21 ປະເທດ ແລະ ບັນດາຊ່ຽວຊານດ້ານມໍລະດົກວັດທະນະທຳ ປະຫວັດສາດ ແລະ ທຳມະຊາດຈາກທົ່ວທຸກມູມໂລກເຂົ້າຮ່ວມ. ພາຍຫຼັງທີ່ຂ່າວການຮັບຮອງດັ່ງກ່າວໄດ້ຖືກນໍາເຜີຍແຜ່ໃນສື່ສັງຄົມອອນໄລ໌ ກໍໄດ້ມີກະແສຕອບຮັບ ແລະ ການສະແດງຄວາມຍິນດີ ຢ່າງຫຼວງຫຼາຍ ໂດຍສະເພາະກໍແມ່ນຊາວແຂວງຊຽງຂວາງ. ລັດຖະບານ ສປປລາວ ສະເໜີທົ່ງໄຫຫີນ ແຂວງຊຽງຂວາງ 11 ແຫ່ງ ເຂົ້າເປັນມໍລະດົກໂລກ. ໄຫຫີນ ດັ່ງກ່າວໄດ້ຢັ່ງຢາຍກວມເນື້ອທີ່ປະມານ 200 ເຮັກຕ້າ ໃນເມືອງຄໍາ, ຝາໄຊ, ແປກ ແລະ ພູກູດ ...

Read More »

ເຂດທີ່ພັກອາໄສ ເອກກະໄມ ໃນກຸງເທບ ໄດ້ສ້າງຄວາມຟົດຟື້ນໃຫ້ແກ່ພື້ນທີ່ຕົວເມືອ

ຜ່ານການນໍາສະເໜີທີ່ພັກອາໄສທີ່ທັນສະໄໝທີ່ສຸດ ແລະ ແທດເໝາະກັບສະພາບຊີວິດໃນຕົວເມືອງ ພ້ອມຄວາມສະດວກສະບາຍໃນການເຂົ້າເຖິງການຄົມມະນາຄົມຂົນສົ່ງໃນຮູບແບບຕ່າງໆ, ບໍ່ວ່າຈະເປັນລົດສ່ວນໂຕໄປຈົນເຖິງລົດໄຟຟ້າ BTSໃນເສັ້ນທາງຫຼັກຕ່າງໆ, ການເຂົ້າເຖິງພື້ນທີ່ທີ່ເຕັມໄປດ້ວຍກິດຈະກໍາໃນຊຸມຊົມທີ່ມີຫ້າງຮ້ານຄ້າທີ່ຫຼາກຫຼາຍ, ຮ້ານອາຫານ, ຮ້ານກາເຟ, ສູນອອກກໍາລັງກາຍ, ພື້ນທີ່ເຮັດວຽກ, ໂຮງຮຽນ ແລະ ອື່ນໆ. ບໍ່ໜ້າແປກໃຈເລີຍທີ່ພື້ນທີ່ດັ່ງກ່າວໄດ້ຮັບຄວາມສົນໃຈມາເປັນເວລາດົນນານຈາກຄົນຕ່າງປະເທດ ແລະ ຜູ້ພັກອາໄສທ້ອງຖິ່ນ, ລວມມີບຸກຄົນທົ່ວໄປ, ຄູ່ຮັກ ແລະ ຄອບຄົວທີ່ມີລູກ. ໃນປັດຈຸບັນ, ມັນໄດ້ກາຍເປັນທີ່ຕັ້ງທີ່ເໝາະສົມທີ່ສຸດໃຫ້ແກ່ຫ້ອງພັກສຸດຫຼູແຫ່ງທໍາອິດພາຍໃຕ້ແບຣນ XT, ໂຄງການສົ່ງເສີມຄຸນນະພາບຊີວິດໂດຍ Sansiri,ຜູ້ພັດທະນາການບໍລິການດ້ານອະສັງຫາລິມາຊັບເຕັມຮູບແບບຊັ້ນນໍາຂອງ ປະເທດໄທ. ໂດຍມີທີ່ຕັ້ງຫ່າງຈາກສະຖານີ BTS ໃນຖະໜົນສຸຂຸມວິດປະມານ 1.5ກມ, ເຮັດໃຫ້ XT EKKAMAI ໄດ້ກາຍເປັນໜຶ່ງໃນສາມໂຄງການ XT ທີ່ເຂັ້ມແຂງທີ່ສຸດຂອງບໍລິສັດ. ໂດຍແນເປົ້າໝາຍໃສ່ກຸ່ມຄົນໃນຍຸກ Millennial,ອາຄານທີ່ພັກ 38 ຊັ້ນທີ່ປະກອບມີຫ້ອງພັກ 537 ຫ້ອງພ້ອມດ້ວຍຮູບແບບການຈັດວາງທີ່ເປັນລັກສະນະສະເພາະຕົວ, ພື້ນທີ່ສິ່ງອໍານວຍຄວາມສະດວກຮ່ວມກັນ ແລະ ນະວັດຕະກໍາດ້ານເຕັກໂນໂລຊີຕ່າງໆ, ເຮັດໃຫ້ໂຄງການນີ້ສາມາດນໍາສະເໜີຄວາມແປກໃໝ່ສູ່ຕະຫຼາດໄດ້. ທ່ານ Poomipak Julmanichoti, ຮອງປະທານຝ່າຍພັດທະນາໂຄງການ ແລະ ທຸລະກິດລະຫວ່າງປະເທດ ຂອງ Sansiri, ກ່າວວ່າ “ຄົນຍຸກ Millennialໄດ້ເຂົ້າມາປ່ຽນຄວາມຕ້ອງການດ້ານອະສັງຫາລິມາຊັບໄປຈາກເດີມ. ພວກເຂົາກໍາລັງຊອກຫາບໍ່ພຽງແຕ່ສະຖານທີ່ພັກເຊົາ, ແຕ່ຍັງແມ່ນສະຖານທີ່ທີ່ສາມາດຕໍ່ຍອດຮູບແບບການໃຊ້ຊີວິດສ່ວນຕົວໄດ້ນໍາອີກ. ...

Read More »

ສົງຄາມການຄ້າ ຈີນ-ອາເມຣິກາ

ນັບວ່າເປັນໄລຍະເວລາເກືອບ 1 ປີກວ່າທີ່ 2 ມະຫາອໍານາດທາງດ້ານເສດຖະກິດຍັກໃຫຍ່ຂອງໂລກນັ້ນກໍຄືສາທາລະນະລັດປະຊາຊົນຈີນ (ຈີນ) ແລະສະຫະລັດອາເມຣິກາ (ອາເມຣິກາ) ໄດ້ປະກາດສົງຄາມທາງການຄ້າລະຫວ່າງກັນດ້ວຍການຕັ້ງກຳແພງພາສີນຳເຂົ້າສິນຄ້າ ແລະ ການດໍາເນີນມາດຕະການອື່ນໆທີ່ຕ່າງຝ່າຍຕ່າງກໍໄດ້ຮັບຜົນກະທົບຕໍ່ກັນ ແລະ ກັນເຊິ່ງໄດ້ແກ່ຍາວມາ ແລະ ມີທ່າອ່ຽງວ່າຈະບໍ່ມີກຳນົດເວລາແນ່ນອນທີ່ທັງສອງຝ່າຍຈະສາມາດກັບມານັ່ງໂຕະໂອ້ລົມແລກປ່ຽນເຈລະຈາຫາບົດສະຫຼຸບທາງການຄ້າທີ່ຕ່າງຝ່າຍຕ່າງຍອມຮັບຢ່າງເທົ່າທຽມກັນໄດ້. ຕ້ອງຍອມຮັບວ່າການຄ້າລະຫວ່າງຈີນແລະອາເມຣິການັ້ນບໍ່ແມ່ນພຽງແຕ່ເປັນການແລກປ່ຽນທາງການຄ້າ, ການຊົມໃຊ້ສິນຄ້າ-ບໍລິການແລະການຊື້-ຂາຍລະຫວ່າງກັນ. ເຖິງຢ່າງໃດກໍຕາມ, ໃນດ້ານການຄ້າລະຫວ່າງສອງປະເທດນັ້ນທີ່ຜ່ານມາເຫັນວ່າຝ່າຍຈີນໄດ້ເກີນດຸນການຄ້າຕໍ່ອາເມຣິກາຈຶ່ງເຮັດໃຫ້ຝ່າຍທີ່ຂາດດຸນການຄ້າບໍ່ສາມາດວາງໃຈໃຫ້ຍອມຮັບຄວາມບໍ່ເທົ່າທຽມກັນນີ້ໄດ້. ເມື່ອຖ້າເວົ້າເຖິງທ່າອ່ຽງການແຂ່ງຂັນໃນຍຸກປັດຈຸບັນຫຼີກບໍ່ເວັ້ນເລື່ອງການພັດທະນາທີ່ຕິດພັນກັບຄວາມກ້າວໜ້າທາງດ້ານວິທະຍາການທັນສະໄໝໂດຍສະເພາະແມ່ນການແຂ່ງຂັນດ້ານນະວັດຕະກຳຕົວຢ່າງ:  ອາເມຣິກາອອກຄໍາສັ່ງຫ້າມນໍາໃຊ້ເຕັກໂນໂລຊີຂອງຫົວເຫວີຍ(HUAWEI) ຂອງ ຈີນ ໂດຍໃຫ້ເຫດຜົນທາງດ້ານຄວາມໝັ້ນຄົງ ແລະ ຫ້າມ Google ສະໜອງການບໍລິການດ້ານລະບົບປະຕິບັດການໃຫ້ HUAWEI ແລະ ອື່ນໆ, ສ່ວນ ຈີນ ກໍໄດ້ສົ່ງສັນຍານທີ່ຈະຍຸຕິການສະໜອງອາໄຫຼ່ໃຫ້ Apple ຂອງ ອາເມຣິກາ ເຫຼົ່ານີ້ເປັນຕົ້ນ. ເຖິງຢ່າງໃດກໍຕາມ, ຕໍ່ກັບບັນດາການອອກມາດຕະການດັ່ງກ່າວໄດ້ມີຫຼາຍພາກສ່ວນສັງຄົມທັງພາຍໃນ ແລະ ສາກົນສະແດງຄວາມວິຕົກກັງວົນ ແລະ ຮ້ອງຂໍໃຫ້ທັງສອງຝ່າຍສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ສາມາດປະນີປະນອມເພື່ອຊອກຫາຈຸດຕັດກັນທີ່ທັງສອງຝ່າຍຕ່າງຍອມຮັບໄດ້ ແຕ່ຢ່າລືມວ່າທັງສອງປະເທດເປັນມະຫາອໍານາດຂອງໂລກ. ໂດຍທົ່ວໄປແລ້ວການຄ້າລະຫວ່າງປະເທດມັກຖືກຈຳກັດດ້ວຍການປະຕິບັດລະບອບພາສີ ແລະ ການຮຽກເກັບຄ່າທຳນຽມ ນຳເຂົ້າ-ສົ່ງອອກສິນຄ້າ. ໃນທາງທິດສະດີແລ້ວວຽກງານການຄ້າເສລີຖືວ່າເປັນປະເດັນທີ່ອົງການຜູ້ຄຸ້ມຄອງວຽກງານການຄ້າລະຫວ່າງປະເທດຖືເປັນສຳຄັນເພື່ອສ້າງສະພາບແວດລ້ອມ, ໂຄງສ້າງລະບົບນິຕິກໍາ ແລະ ການຄຸ້ມຄອງວຽກງານທາງການຄ້າທີ່ປາສະຈາກການກີດກັ້ນກັນ ໂດຍສະເພາະແມ່ນການບໍ່ເກັບພາສີນໍາເຂົ້າ ຫຼື ອາດຈະເກັບໃນບາງລາຍການບົນພື້ນຖານທີ່ຕ່າງຝ່າຍຕ່າງກໍເທົ່າທຽມກັນ ເນື່ອງຈາກວ່າຖ້າເປີດໃຫ້ມີການເສລີທັງໝົດຢ່າງບໍ່ຮັດກຸມຮອບຄອບໃນສະພາບຕະຫຼາດທີ່ມີການແຂ່ງຂັນກັນແຮງນີ້ກໍຈະເກີດມີຊ່ອງຫວ່າງທີ່ອາດຖືກເອົາປຽບຈາກປະເທດຄູ່ຄ້າໄດ້. ດ້ວຍເຫດນີ້, ການສ້າງກຳແພງພາສີນຳເຂົ້າສິນຄ້າຈຶ່ງບໍ່ສາມາດຫຼີກໄດ້ເພື່ອເປັນການປົກປ້ອງຜົນປະໂຫຍດຂອງທຸລະກິດພາຍໃນ ແລະ ...

Read More »

ຜົນງານພົ້ນເດັ່ນໃນຮອບ 4 ເດືອນ, ຕົ້ນປີ 2019

ຫາກທ່ານຜູ້ອ່ານຕິດຕາມຂ່າວກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ທີ່ຫາກໍສິ້ນສຸດລົງ, ອາດຈະໄດ້ຟັງບົດລາຍງານຂອງທ່່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ; ຄາດຄະເນ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການໃນ 6 ເດືອນທ້າຍປີ 1019. ສະນັ້ນ ວາລະສານທາເກັດສະບັບນີ້ ຈຶ່ງຂໍນໍາສະເໜີບາງຜົນງານພົ້ນເດັ່ນ ສໍາລັບໄລຍະ 4 ເດືອນ ເຊິ່ງມີດັ່ງນີ້: ຜົນຜະລິດເຂົ້ານາແຊງ ບັນລຸໄດ້ປະມານ 453.230 ໂຕນ ເທົ່າກັບ 10,3% ຂອງແຜນການຜະລິດເຂົ້ານາງແຊງ (ມະຕິສະພາ 4,4 ລ້ານໂຕນ), ສາລີອາຫານສັດ ຄາດຄະເນຜົນຜະລິດປະມານ 30.000 ໂຕນ ເທົ່າກັບ 3% ຂອງແຜນການ (ມະຕິສະພາ 1​ ລ້ານໂຕນ), ມັນຕົ້ນ ຄາດຄະເນຜົນຜະລິດປະມານ 113.056 ໂຕນ ເທົ່າກັບ 4,9% ຂອງແຜນການ (ມະຕິສະພາ 2,28 ...

Read More »

ພິພິທະພັນຜ້າໄໝລາວສົ່ງເສີມການອະນຸຮັກມໍລະດົກທາງດ້ານວັດທະນະທຳ.

ການຜະລິດຫັດຖະກໍາທີ່ມີມູນເຊື້ອແລະເປັນເອກະລັກຂອງທ້ອງຖິ່ນໄດ້ຮັບການພັດທະນາທັງ ດ້ານລວດລາຍ ແລະ ສີໄມ້ລາຍມືໃຫ້ດີຂຶ້ນເປັນກ້າວໆແລະຜູ້ປະກອບການຈາກລາວກໍໄດ້ຮັບລາງວັນ ຈາກການເຂົ້າປະກວດຜະລິດຕະພັນຫັດຖະກໍາໃນລະດັບພາກພື້ນຈໍານວນໜຶ່ງ. ດັ່ງນັ້ນ, ລັດຖະບານຈຶ່ງມີແນວທາງສົ່ງເສີມຫັດຖະກຳໂດຍອີງໃສ່ທ່າແຮງ, ມູນເຊື້ອ, ວິຖີຊີວິດແລະເອກະລັກຂອງທ້ອງຖິ່ນເພື່ອຊຸກຍູ້ຫັດຖະກໍາທີ່ເປັນພູມປັນຍາທ້ອງຖິ່ນໃຫ້ກາຍເປັນສິນຄ້າເພື່ອສົ່ງເສີມການທ່ອງທ່ຽວແລະສ້າງວຽກເຮັດງານທໍາໃຫ້ປະຊາຊົນ. ຍ້ອນແນວນີ້, ວາລະສານທາເກັດຈຶ່ງຂໍນຳສະເໜີກ່ຽວກັບໜຶ່ງໃນກິດຈະການຂອງຂະແໜງຫັດຖະກຳ. ໃນໂອກາດນີ້, ພວກເຮົາມາຮູ້ຈັກກັບ ທ່ານຫານຊະນະ ສີສານ, ປະທານ ບໍລິສັດ ການຈະນາຫັດຖະກຳຜ້າໄໝລາວ (Kanchana The Beauty Of Lao Silk)  ຜູ້ສ້າງຕັ້ງພິພິທະພັນຜ້າໄໝລາວ. ກ່ອນໜ້ານີ້, ທ່ານ ຫານຊະນະ ເຄີຍມີປະສົບການວຽກງານດ້ານສື່ມວນຊົນເປັນເວລາຫຼາຍປີ. ເລີ່ມແຕ່ປີ 1990 ພາຍຫຼັງທີ່ປະເທດລາວພວກເຮົາມີການປ່ຽນແປງໃໝ່ເພິ່ນໄດ້ຫັນມາດຳເນີນທຸລະກິດຄອບຄົວໂດຍເລີ່ມເປີດບໍລິສັດຕໍ່າຫູກ ແລະ ຂາຍຜ້າໄໝພື້ນເມືອງທີ່ມີຊື່ວ່າ “ການຈະນາຫັດຖະກຳຜ້າໄໝລາວ” ສ້າງສັນຜະລິດຕະພັນຜ້າໄໝທີ່ງົດງາມ, ສີມືປານີດ, ຄຸນນະພາບດີ ແລະ ການອອກແບບທີ່ເປັນເອກະລັກສະເພາະຕົວ ອອກຈຳໜ່າຍໃນລາວນັບແຕ່ນັ້ນມາ ທ່ານ ຫານຊະນະ ກໍໄດ້ເລີ່ມເຂົ້າຮ່ວມວຽກງານຊ່ວຍເຫຼືອສັງຄົມ ຈົນຮອດປັດຈຸບັນ ທ່ານ ຫານຊະນະ ມີຕໍາແໜ່ງໃນຄະນະບໍລິຫານງານຂອງສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ທັງເປັນປະທານສະມາຄົມຫັດຖະກຳລາວ. ນອກນີ້ ເພິ່ນຍັງໄດ້ຮັບກຽດ ຖືກແຕ່ງຕັ້ງເປັນກຳມະການຂອງສູນກາງແນວລາວສ້າງຊາດ ນຳອີກ. ເມື່ອເວົ້າເຖິງຫັດຖະກຳ, ທ່ານ ຫານຊະນະ ເນັ້ນໜັກວ່າຂະແໜງນີ້ເປັນພາກສ່ວນເສດຖະກິດທີ່ສຳຄັນໜຶ່ງ ຍ້ອນການປະກອບສ່ວນສູງໃນການສ້າງວຽກເຮັດແກ່ຊຸມຊົນ ...

Read More »

ຄວາມຮຸນແຮງໃນຄອບຄົວ ບັນຫາທີ່ບໍ່ຄວນເບິ່ງຂ້າມ

ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຖືໄດ້ວ່າເປັນອີກປະກົດການຫຍໍ້ທໍ້ໜຶ່ງຂອງສັງຄົມ ທີ່ເກີດຂຶ້ນຢູ່ໃນທົ່ວໂລກທີ່ມີມາແຕ່ດົນນານແລ້ວ ເຊິ່ງເມື່ອກ່ອນ ຜູ້ຊາຍສ່ວນໃຫຍ່ມັກຍຶດຖືແນວຄວາມຄິດທີ່ວ່າ ຕົນເອງເປັນຜູ້ນໍາຄອບຄົວ ເປັນຜູ້ລ້ຽງດູຄອບຄົວ ຍ່ອມມີອໍານາດໃນການຊີ້ຂາດ ບັນຫາທຸກຢ່າງໃນຄອບຄົວ, ຖ້າຫາກ ສະມາຊິກ ພາຍໃນຄອບຄົວຫາກ ບໍ່ເຊື່ອຟັງກໍມັກຈະຖືກລົງໂທດ ດ້ວຍການໃຊ້ຄວາມຮຸນແຮງ ຫຼື ເຮັດໃຫ້ເຈັບປວດ ໃນ 4 ດ້ານເຊັ່ນ: ຄວາມຮຸນແຮງຕໍ່ຮ່າງກາຍ, ຕໍ່ຈິດໃຈ, ທາງເພດ ແລະ ເສດຖະກິດ. ນອກຈາກນີ້ ການໃຊ້ຄວາມຮຸນແຮງຍັງທະວີຄວາມຮຸນແຮງຂຶ້ນ ຈາກປັດໄຈກະຕຸ້ນເຊັ່ນ: ດື່ມເຫຼົ້າເມົາ ຫຼື ໃຊ້ຢາເສບຕິດ ພາໃຫ້ຜິດຖຽງກັນຈົນເຖິງຂັ້ນລົງມື, ເຫດຜົນເລື່ອງເສດຖະກິດຂອງຄອບຄົວ ຫຼື ປັດໄຈອື່ນໆ. ຢ່າລືມວ່າແມ່ຍິງ ແລະ ເດັກນ້ອຍທົ່ວໂລກ ມີຈຳນວນກວ່າເຄິ່ງໜຶ່ງຂອງປະຊາກອນ ສະນັ້ນ ການທີີ່ເຂົາເຈົ້າຕ້ອງປະເຊີນກັບບັນຫາຄວາມຮູນແຮງເຮັດໃຫ້ບໍ່ສາມາດພັດທະນາຕົນເອງ ແລະ ເຂົ້າເຖິງໂອກາດທາງເສດຖະກິດໄດ້ ຈຶ່ງເປັນບັນຫາໃຫຍ່ທີ່ຖ່ວງດຶງການພັດທະນາໃນລະດັບຊາດເຊັ່ນກັນ ນອກຈາກນີ້ ລາຍຈ່າຍໃນການແກ້ໄຂບັນຫາຄວາມຮຸນແຮງ ທີ່ລັດຖະບານ ແລະ ສັງຄົມຕ້ອງໃຊ້ຈ່າຍໄປໃນທົ່ວໂລກກໍມະຫາສານເຊັ່ນດຽວກັນ ບໍ່ວ່າຈະເປັນ ຄ່າໃຊ້ຈ່າຍໃນການປົວແປງສຸຂະພາບກາຍ, ສຸຂະພາບຈິດ ແລະ ຊັບສິນທີ່ເສຍຫາຍໄປນຳອີກ ສະນັ້ນ, ໃນປັດຈຸບັນ ບັນດາປະເທດຕ່າງໆໃນໂລກ, ລວມທັງ ສປປ ...

Read More »

ບໍລິສັດມະນີຍົມກຣຸບ ຜູ້ນໍາເອົາລົດຍີ່ຫໍ້ “ເຊບໂຣເລດ” ເຂົ້າມາຈໍາໜ່າຍຢ່າງເປັນທາງການ ໃນ ສປປ ລາວ

ປົກໃນສະບັບເດືອນສິງຫາ 2019 ພວກເຮົາໄດ້ຮັບກຽດສໍາພາດ ທ່ານ ສຸກສະໝອນ ສີຫາເທບ ປະທານ ແລະ ຜູ້ບໍລິຫານ ບໍລິສັດມະນີຍົມກຣຸບ ຜູ້ລິເລີ່ມນໍາເອົາລົດຍີ່ຫໍ້ “ເຊບໂຣເລດ” ເຂົ້າມາຈໍາໜ່າຍຢ່າງເປັນທາງການໃນສປປ ລາວ ພ້ອມທັງບຸກເບີກຕະຫຼາດຈໍາໜ່າຍ ແລະ ສາມາດເຂົ້າເຖິງລູກຄ້າກຸ່ມເປົ້າໝາຍໄດ້ຢ່າງໜ້າເພິ່ງພໍໃຈ ເມື່ອສົມທຽບກັບລົດໃນລະດັບດຽວກັນ ທີ່ເປີດຕົວມາກ່ອນໜ້ານີ້ປະມານ 15-20 ປີ. ພ້ອມນີ້ທ່ານຍັງຈະມາເປີດເຜີຍໃຫ້ຮູ້ເຖິງ ແຜນການພັດທະນາໃນອະນາຄົດຂອງ “ເຊບໂຣເລດ ລາວ” ແລະ “ໂປຣໂມຊັນ” ດີໆທີ່ລູກຄ້າຈະໄດ້ຮັບແບບສຸດຄຸ້ມ. ທ່ານ ສຸກສະໝອນ ສີຫາເທບ ປະທານ ກຸ່ມບໍລິສັດ ມະນີຍົມ ກຣຸບ ໄດ້ເຄີຍໃຫ້ກຽດສຳພາດກັບທາງວະລະສານ Target Magazine ໃນເດືອນ ມີຖຸນາ 2012 ກ່ອນເປີດຕົວ Showroom Chevrolet ຢ່າງເປັນທາງການເຊິ່ງຖືໄດ້ວ່າເປັນຫ້ອງຂາຍແລະສູນບໍລິການຂອງເຊບໂຣເລດທີ່ໃຫຍ່ທີ່ສຸດໃນ South East Asia (ອາຊີຕາເວັນອອກສ່ຽງໃຕ້) ມາເຖິງປັດຈຸບັນກ້າວເຂົ້າສູ່ປີທີ່ 7 ເຊິ່ງຈະຄົບຮອບໃນວັນທີ 12-12-2019 ທີ່ທາງເຊບໂຣເລດລາວ ໄດ້ເປີດຕົວຢ່າງເປັນທາງການໃນ ສປປ ລາວ ເຊິ່ງໃນໂອກາດນີ້ທາງວາລະສານ Target Magazine ...

Read More »