ບັນດານະໂຍບາຍ ແລະ ມາດຕະການປີ 2019 (ຕໍ່)

  1. ດ້ານງົບປະມານ: ປະຕິບັດເບີກຈ່າຍເງິນນະໂຍບາຍ-ເງິນອຸດໜູນນາຍບ້ານໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ. ປັບປຸງກົນໄກການເບີກຈ່າຍເງິນເດືອນ ເງິນນະໂຍບາຍຕ່າງໆຜ່ານລະບົບທະນາຄານໃຫ້ມີປະສິດທິຜົນສູງ; ຮັບປະກັນໃຫ້ມີຄວາມສາມາດເບີກຈ່າຍທັນເວລາທີ່ກໍານົດໃນຂອບເຂດທົ່ວປະເທດ. ພ້ອມກັນນັ້ນກໍສ້າງກົນໄກໃໝ່ຮ່ວມກັບຂະແໜງ ປກສ. ປກຊ ໃນການຫັນການເບີກຈ່າຍເງິນທຶນ; ເງິນນະໂຍບາຍຂອງກໍາລັງບໍລິຫານເຂົ້າສູ່ລະບົບທະນາຄານ, ເພີ່ມທະວີກົນໄກປະສານສົມທົບໃນວຽກງານການກວດສອບ ແລະ ການແກ້ໄຂຜົນການກວດສອບເພື່ອໃຫ້ການຄຸ້ມຄອງລາຍຮັບ ລາຍຈ່າຍເຂົ້າສູ່ລະບົບງົບປະມານຕາມລະບຽບການ ແນໃສ່ປະຕິບັດໃຫ້ເຂັ້ມງວດຕໍ່ວິໃນແຜນການ ແລະ ວິໃນການເງິນ, ຜັນຂະຫຍາຍກົດໝາຍ ແລະ ອອກນິຕິກໍາລຸ່ມກົດໝາຍ ທີ່ສໍາຄັນ ເພື່ເປັນບ່ອນອີງໃຫ້ແກ່ການຈັດຕັ້ວປະຕິບັດລາຍຈ່າຍງົບປະມານໃຫ້ມີປະສິດທິຜົນ ແລະ ສອດຄ່ອງຕາມລະບຽບການເປັນຕົ້ນ. ຄໍາແນະນໍາວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ; ປັບປຸງນິຕິກໍາ ແລະ ກົນໄກປະຕິບັດລາຍຮັບ-ລາຍຈ່າຍວິຊາການ ແລະ ກອງທຶນຂອງລັດໃຫ້ເໝາະສົມຄ່ອງຕົວ ແລະ ມີຄວາມວ່ອງໄວຂຶ້ນກວ່າເກົ່າ; ສືບຕໍ່ປັບປຸງ ແລະ ອອກຄໍາແນະນໍາຕ່າງໆເຊັ່ນ:
    • ການກວດກາຫຼັງການຈ່າຍ, ກໍານົດໝາຍນໍາໃຊ້ລາຍຈ່າຍບໍລິຫານຂອງລັດ ຕິດພັນກັບນະໂຍບາຍປະຢັດມັດທະຍັດ ແລະ ນິຕິກໍາອື່ນໆ
    • ສືບຕໍ່ຈັດຕັ້ງປະຕິບັດ ແລະ ປະສານສົບທົບພາກສ່ວນກ່ຽວຂ້ອງ ເພື່ອກວດກາຄືນຄວາມສອດຄ່ອງ ໃນການປະຕິບັດນະໂຍບາຍເງິນອຸດໜຸນ ຢູ່ເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານແທດເໝາະຄວາມເປັນຈິງ ແລະ ບໍ່ໃຫ້ມີຊ່ອງວ່າງ
    • ປະຕິບັດນະໂຍບາຍ ແລະ ມາດຕະການປະຢັດຢ່າງເຂັ້ມງວດ ແລະ ໃຫ້ເປັນຮູບປະທໍາແທ້ ໂດຍໃຫ້ແຕ່ລະຂະແໜງການ ແລະ ທ້ອງຖິ່ນ ຄົ້ນຄວ້າກໍານົດອອກເປັນມາດຕະການ, ແຜນດໍາເນີນງານ ແລະ ແຜນການກວດກາຕິດຕາມຢ່າງຈະແຈ້ງ ກ່ຽວກັບການປະຢັດ ເພື່ອໃຫ້ມີທ່າຕັ້ງໜ້າ ແລະ ມີປະສິດທິຜົນຕົວຈິງ
    • ຄຸ້ມຄອງກວດກາ, ຕິດຕາມ ແລະ ກວດກາຫຼັງຈາກການປະຕິບັດ ລາຍຈ່າຍເງິນບໍາເນັດເກັບລາຍຮັບເກີນແຜນງົບປະມານຂອງທ້ອງຖີ່ນ ໃຫ້ຖືກຕ້ອງຕາມເປົ້າໝາຍລາຍຈ່າຍຕາມທີ່ກົດໝາຍກໍານົດໄວ້
    • ເອົາໃຈໃສ່ຄຸ້ມຄອງຫົວໜ່ວຍງົບປະມານທີ່ມີລາຍຮັບ-ລາຍຈ່າຍວິຊາການ ແລະ ກອງທຶນຂອງລັດໃຫ້ສາມາດລວມສູນ ແລະ ສ່ອງແສງໃນແຜນງົບປະມານແຫ່ງລັດໃຫ້ຄົບຖ້ວນ, ປະຕິບັດໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ມີປະສິດທິຜົນ; ພ້ອມທັງແກ້ໄຂກົນໄກ, ລະບົບ, ຂອດຂັ້ນຕອນຕ່າງໆ ໃຫ້ຄ່ອງຕົວຂຶ້ນກວ່າເກົ່າ ທັງໃນດ້ານການມອບລາຍຮັບ ແລະ ການປະຕິບັດລາຍຈ່າຍ
    • ປັບປຸງນິຕິກໍາກ່ຽວກັບການຄຸ້ມຄອງບັນຊີເງິນຝາກ ຢູ່ລະບົບຄັງເງິນແຫ່ງຊາດ ໃຫ້ມີຄວາມຮັດກຸມ ແລະ ສາມາດປະຕິບັດໄດ້ຢ່າງມີປະສິດທິຜົນ
    • ຄົ້ນຄວ້າກົນໄກ ແລະ ມາຕະການສະເໜີເອົາບາງຫົວໜ່ວຍງົບປະມານ ທີ່ມີລາຍຮັບຄ່າບໍລິການທາງດ້ານວິຊາການທີ່ມີເງື່ອນໄຂ ສ້າງເປັນຫົວໜ່ວຍງົບປະມານເອກະລາດ ກຸ້ມຕົນເອງທາງດ້ານລາຍຈ່າຍທີ່ຈໍາເປັນຕ່າງໆ (ນອກຈາກລາຍຈ່າຍລົງທຶນ) ໂດຍສະເພາະແມ່ນໃນຂະແໜງສຶກສາ, ສາທາ ແລະ ຂະແໜງສັງຄົມຈໍານວນໜຶ່ງ. ພ້ອມທັງສ້າງກົນໄກໃໝ່ ໃນການຄຸ້ມຄອງເງິນກອງທຶນຂອງລັດ ໃນລະບົບຄັງເງິນແຫ່ງຊາດ ເພື່ອຮັບປະກັນໃຫ້ສາມາດສ້າງທ່າແຮງທາງດ້ານລາຍຮັບ ນໍາໃຊ້ເຂົ້າໃນບັນດາໜ້າວຽກສໍາຄັນຕ່າງໆ ຂອງກອງທຶນໄດ້ຢ່າງພຽງພໍ ແລະ ມີປະສິດທິຜົນ
    • ກວດກາ ຕິດຕາມ ແລະ ຕ້ານການຮົ່ວໄຫຼທາງດ້ານລາຍຈ່າຍງົບປະມານ, ໂດຍສຸມໃສ່ການປະຕິບັດກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ກົດໝາຍງົບປະມານ ແລະ ລະບຽບການທາງດ້ານການເງິນອື່ນໆຢ່າງເຂັ້ມງວດ.
    1. ການດຸ່ນດຽງງົບປະມານ
    • ຂະຫຍາຍຕະຫຼາດການອອກພັນທະບັດລັດຖະບານ ໃຫ້ກວ້າງຂວາງກວ່າເກົ່າ ໂດຍສະເພາະແມ່ນ ສກ ຈີນ, ໄທ, ສ.ເກົາຫລີ ແລະ ປະເທດອື່ນໆ, ຈໍາໜ່າຍພັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບລາວ
    • ໃນປີ 2019 ແມ່ນຈະໄດ້ຄົ້ນຄວ້າມາດຕະການ ແລະ ກົນໄກການດຸ່ນດ່ຽງລາຍຮັບ-ລາຍຈ່າຍ ໃຫ້ບັນດາແຂວງທີ່ຂາດດຸນ ເພື່ອໃຫ້ການປະຕິບັດລາຍຈ່າຍຂັ້ນທ້ອງຖິ່ນມີຄວາມຄ່ອງໂຕ ແລະ ທັນສະພາບການກວ່າເກົ່າ, ຊຶ່ງສູນກາງຈະດຸນດ່ຽງເງິນເດືອນ, ເງິນນະໂຍບາຍ ເປັນບຸລິມະສິດໃຫ້ບັນດາແຂວງ ຕາມແຜນທີ່ສະພາແຫ່ງຊາດໄດ້ຮັບຮອງ, ສ່ວນລາຍຮັບທ້ອງຖິ່ນ ແມ່ນໃຫ້ນໍາໃຊ້ເຂົ້າໃນການປະຕິບັດລາຍຈ່າຍບໍລິຫານ ແລະ ລາຍຈ່າຍລົງທຶນ ຕາມແຜນງົບປະມານປະຈໍາປີທີ່ຖືກຮັບຮອງ; ພ້ອມທັງຄົ້ນຄວ້າຄວາມເປັນໄປໄດ້ໃນການມອບໝາຍຄວາມຮັບຜິດຊອບໃນການຈັດເກັບລາຍຮັບຂອງບັນດາແຂວງ ທີ່ຂາດດຸນສູງໃຫ້ສອດຄ່ອງຂຶ້ນ ແລະ ຫຼຸດຜ່ອນພາລະແບກຫາບຂອງບັນດາແຂວງໃນຫານປະຕິບັດລາຍຈ່າຍຂອງຕົນ.
    • ແຍກການຄຸ້ມຄອງ ແລະ ບໍລິຫານໜີ້ສິນອອກສະເພາະ ເພື່ອສາມາດບໍລິຫານ, ຈັດສັນແຜນທົດແທນຄືນໃຫ້ພຽງພໍ ແລະ ທັນກໍານົດເວລາ
    • ຍຸຕິການກູ້ຢືມໃໝ່ທີ່ມີເງື່ອນໄຂທຸລະກິດ (ບໍ່ຜ່ອນຜັນ), ສຸມໃສ່ການກູ້ຢືມ ທີ່ມີເງື່ອນໄຂຜ່ອນຜັນສູງ (ໝາຍວ່າໄລຍະຍົກເວັ້ນການຊໍາລະໜີ້ຕົ້ນທຶນ ບໍ່ຕໍ່າກວ່າ 7 ປີ, ໄລຍະທົດແທນຄືນບໍ່ຕໍ່າກວ່າ 25 ປີ ແລະ ດອກເບ້ຍບໍ່ເກີນ 1.5% ຕໍ່ປີ) ເພື່ອນໍາໃຊ້ເຂົ້າໃນສະເພາະໂຄງການທີ່ເຫັນວ່າມີປະສິດທິຜົນ ແລະ ຈໍາເປັນເທົ່ານັ້ນ
    • ລັດຖະບານຈະບໍ່ຄໍ້າປະກັນເງິນກູ້ໃຫ້ແກ່ລັດວິສາຫະກິດ ໃນການປະຕິບັດໂຄງການຕ່າງໆ ເພື່ອສາມາດຄຸ້ມຄອງໜີ້ສິນໃຫ້ມີຄວາມໝັ້ນທ່ຽງ, ຍົກເວັ້ນກໍລະນີໂຄງການໃດມີສິດທິຜົນທາງດ້ານເສດຖະກິດ ແລະ ສາມາດຮັບປະກັນຊໍາລະຕົ້ນທຶນ ແລະ ດອກເບ້ຍດ້ວຍຕົວເອງ.

    ນັ້ນຄືນະໂຍບາຍ ແລະ ມາດຕະການໃນການຈັດຕັ້ງປະຕິບັດໃນຂົງເຂດເສດຖະກິດມະຫາພາກ ທີ່ຢາກໃຫ້ນັກທຸລະກິດກໍາໄດ້.

(ວາລະສານທາເກັດ ສະບັບ 156 ເດືອນກໍລະກົດ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

 

policies and measures for 2019

  1. Budget: implement the withdrawal of support-subsidiary funding for head of villages unanimously throughout the country. Improve the effectiveness of mechanism for salary and support payment via banking system; guarantee a prompt payment across the country. At the same time, create new mechanism together with public security and national defense sector in funding withdrawal; support funding is being systemized into banking system, increase the level of coordination for inspection and resolution of any issue related to revenue-spending management as regulated, concentrate on implementing planning and financial disciplines strictly, implement crucial laws and issue sub legal acts as a reference for the effective implementation of budget spending and compliance to relevant regulations. Suggestions on procurement using state funding; improve laws and mechanism for implementing technical revenue-expenditure and state funds more properly and swiftly; continue to improve and issue other instructions, such as:
  • Post spending inspection, set limit on public spending in lines with saving policies and other legal acts
  • Continue to implement and coordinate with concerned sectors to re-examine the correspondence in the proper implementation of subsidy in remote areas
  • Implement saving policies and measures strictly and practically by having sectors and local authorities set clear measures, work plans and inspection schemes in order to effectively achieve the saving goal
  • Manage, monitor and inspect after pending fund is spent. Attempt to exceed local revenue collection in accordance with spending target legally set
  • Pay close attention on managing the centralization of budget units with technical spending-revenue supported by public fund, while ensuring their spending of state budget is on track and effective; Problematic mechanism, system and processes should be addressed both in the area of revenue collection and spending.
  • Improve laws concerning the management of deposit account at the national treasury to ensure careful and effective spending
  • Implement mechanism and measures to turn qualified budget units with technical revenue into independent budget units who can take charge of their own necessary spending (in addition to investment spending), especially in the area of education, health and some other social sectors. New mechanism in managing public fund at the national treasury should be created to ensure new sources of income to be used for other crucial tasks sufficiently and effectively
  • Inspect, monitor and prevent the leakage in budget spending by focusing on the strict enforcement of the Law on Public Procurement, Law on Budget and other financial regulations.

 

  1. Budget balancing

 

  • Expand government bond market wider to the internationals, such as China, Thailand, South Korea and other countries. Sell the bond via Lao Securities Exchange
  • Measures and mechanism for balancing revenue and expenditure for provinces experiencing budget deficit will be studied in order to help local authorities solving such issue. The central level will balance salary and supporting funds to prioritized provinces based on the adopted plan by the National Assembly. Local revenue should be spent on administrative tasks and investment based on the adopted annual budget plan; Study the possibility of properly assigning revenue collection responsibility to provinces with budget deficit in order to help mitigating their financial burden.
  • Break down management debt from administrative debt for a better solution, set a specific plan for repayment in due course
  • Cease any future conditioned business loan (no exemption), concentrate on making loan with exemption condition (meaning that the principal repayment exemption period shall not be less than 7 years, repayment period of the total amount shall not be less than 25 years with interest not exceeding 1.5% per year) to be used only in productive and necessary projects
  • Government will not guarantee loan for state enterprises to be used in implementing projects in order to ensure stable debt management, except for projects with economic benefits, and the enterprises can guarantee their repayment of principal and interest on their own.

 

These are policies and measures implemented in the macroeconomic field that entrepreneurs should know.

 

 

Comments