Magazine

ບັນດານະໂຍບາຍ ແລະ ມາດຕະການປີ 2019

ຄືດັ່ງທີ່ໄດ້ສະເໜີໄປສອງບົດແລ້ວກ່ຽວກັບຂົງເຂດເສດຖະກິດ. ສະບັບນີ້ ຈະຍົກໃຫ້ເຫັນບັນດານະໂຍບາຍ ແລະ ມາດຕະການ ປີ 2019 ກ່ຽວກັບຂົງເຂດດັ່ງກ່າວ ມີບາງຈຸດສໍາຄັນດັ່ງນີ້ ດ້ານງົບປະມານແຫ່ງລັດ ດ້ານລາຍຮັບ ຕ້ອງຈັດຕັ້ງຜັນຂະຫຍາຍ ວ່າດ້ວຍອາກອນມູນຄ່າເພີ່ມ ສະບັບປັບປຸງໃຫ້ເຂັ້ມງວດ, ເປັນເອກະພາບໃນທົ່ວປະເທດ. ສຸມໃສ່ຂະຫຍາຍຖານລາຍຮັບດ້ວຍການຫັນເອົາຫົວໜ່ວຍທຸລະກິດຂະໜາດກາງ ທີ່ເສຍອາກອນແບບມອບເໝົາໃຫ້ເຂົ້າສູ່ການຖືບັນຊີ ຢ່າງໜ້ອຍ 10% ຂອງຈໍານວນຫົວໜ່ວຍມອບເໝົາທັງໝົດທົ່ວປະເທດ ແລະ ນໍາໃຊ້ການຄິດໄລ່ອາກອນມູູນຄ່າເພີ່ມແບບມີກໍານົດ ແລະ ປັບປຸງໄປສູ່ການເຂົ້າລະບົບອາກອນມູນຄ່າເພີ່ມຕາມກົດໝາຍ; ຄົ້ນຄວ້າສ້າງ ແລະ ປັບປຸງ ບັນດານະໂຍບາຍ ດ້ານພາສີ-ອາກອນ ໃຫ້ສອດຄ່າງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ, ໃນພາກພື້ນ ແລະ ສາກົນ ເຊັ່ນ: ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນຊົມໃຊ້, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍການປະກັນໄພ, ລັດຖະບັນຍັດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ, ລັດຖະບັນຍັດວ່າດ້ວຍພາສີທີ່ດິນ, ນະໂຍບາຍຫັນຊັບສິນເປັນທຶນ, ຂໍ້ຕົກລົງວ່າດ້ວຍຄ່າບໍລິການສິນຄ້ານໍາເຂົ້າ ແລະ ສົ່ງອອກ ສິນຄ້າຜ່ານແດນສາກົນ ແລະ ບັນດານິຕິກໍາລຸ່ມກົດໝາຍອື່ນໆ ປັບປຸງກົນໄກ, ຂັ້ນຕອນ ແລະ ການບໍລິການ ເພື່ອອໍານວຍຄວາມສະດວກໃນການດໍາເນີນທຸລະກິດ ແລະ ການປະຕິບັດພັນທະຕໍ່ງົບປະມານ ໃຫ້ມີຄວາມສະດວກ, ທັນສະໄໝ, ໂປ່ງໃສ,​ ...

Read More »

ອົງກອນຈະຫັນປ່ຽນສູ່ Digital Transformation ແນວໃດ?  

ປັດຈຸບັນໂລກຂອງທຸລະກິດມີການຫັນປ່ຽນຢ່າງໄວວາ, ນັບຕັ້ງແຕ່ການເກີດຂຶ້ນມາໃໝ່ຂອງບັນດາອົງກອນ ແລະ ຫົວໜ່ວຍທຸລະກິດ ເຮັດໃຫ້ການແຂ່ງຂັນຂ້ອນເພີ່ມສູງຂຶ້ນ, ຍັງບໍ່ນັບບັນດາຂອງນະວັດຕະກໍາໃໝ່ໆ ທີ່ເຂົ້າມາສ້າງການປ່ຽນແປງ ແລະ ເພີ່ມການແຂ່ງຂັນໃຫ້ນຳອີກ. ສະນັ້ນ ບັນດາອົງກອນຕ່າງໆຈຶ່ງຕ້ອງມີການພັດທະນາຕົນເອງຢູ່ສະເໝີ, ຕ້ອງນໍາກະແສໃຫ້ທັນຕາມເທຣນຂອງໂລກທີ່ປ່ຽນໄປ. ແຕ່ບັນດາທ່ານ ກ່ອນທີ່ຈະປັບຕົວໄປຕາມກະແສນັ້ນກໍຕ້ອງຮຽນຮູ້ກ່ອນວ່າ ຈະເລີ່ມຕົ້ນຈາກຈຸດໃດ? ແລ້ວມຸ່ງໜ້າໄປທິດທາງໃດ? ລະບົບຕ່າງໆທີ່ມີໃນອົງກອນຂອງທ່ານສາມາດປັບປ່ຽນໄປນໍາກັນໄດ້ ຫຼືບໍ່? ແລະ ຖ້າຈະໄປໃຫ້ໄດ້ຕ້ອງປັບປ່ຽນຫຍັງແດ່? ເຊິ່ງມື້ນີ້ເຮົາຈະມາຮຽນຮູ້ໄປນໍາກັນກ່ຽວກັບການປັບຕົວຂອງອົງກອນເພື່ອໄປສູ່ Digital Transformation!!! “Digital Transformation” ໝາຍເຖິງ ການຫັນປ່ຽນໂດຍໃຊ້ເຕັກໂນໂລຊີເຂົ້າມາມີສ່ວນຮ່ວມ ເພື່ອໃຫ້ສອດຄ່ອງກັບຍຸກສະໄໝທີ່ປ່ຽນໄປ ຫຼືຖ້າເປັນທາງທຸລະກິດ ແລະ ອົງກອນ ຄວາມໝາຍກໍຈະຄ້າຍຄືກັບການຫັນປ່ຽນຮູບແບບຂອງອົງກອນຢ່າງມີຍຸດທະສາດ ແລະ ນຳໃຊ້ເຕັກໂນໂລຊີເຂົ້າມາຊ່ວຍ ເພື່ອໃຫ້ທັນກະແສໂລກ ແລະ ເສດຖະກິດໃຫ້ຍັງຄົງດໍາເນີນຕໍ່ໄປໄດ້, ບໍ່ດັ່ງນັ້ນກໍອາດຈະຕ້ອງຍອມແພ້ຖືກ Digital Disruption ເຂົ້າແທນທີ່. ການທີ່ອົງກອນຈະຫັນປ່ຽນໄປສູ່ “Digital Transformation” ມີຫຼາກຫຼາຍຮູບແບບ ແຕ່ທີ່ເຮົາຈະແນະນໍາຕໍ່ໄປນີ້ເປັນຫຼັກການທີ່ເຫັນວ່າມີປະໂຫຍດຕໍ່ອົງກອນ ແລະ ບໍລິສັດ; ເຊິ່ງ ມີອົງປະກອບຫຼັກຢູ່ 5 ຢ່າງຄື: ຍຸດທະສາດຂອງທຸລະກິດ (Strategy): ຖືວ່າເປັນແກນສໍາຄັນ ທີ່ຈະເຮັດໃຫ້ອົງກອນກ້້າວໄປເຖິງເປົ້າໝາຍຢ່າງມີທິດທາງໄດ້ ການສື່ສານຂອງພະນັກງານ ແລະ ລູກຄ້າ (Staff ...

Read More »

Chat bot ຈາກເຕັກໂນໂລຊີແປກໃໝ່! ສູ່ສິ່ງທີ່ຈຳເປັນສໍາລັບທຸລະກິດ SME…

ໜຶ່ງໃນ Trend ຂອງການຄ້າເອເລັກໂຕຣນິກທີ່ກ້າວໜ້າ ກໍາລັງມາແຮງໃນປີ 2019 ຄື “Chat bot” ຫຼື ລະບົບຕອບຮັບ “ອອນໄລ໌” ອັດຕະໂນມັດ ເຊິ່ງກ່ອນໜ້ານີ້ “Chat bot” ເປັນພຽງທາງເລືອກທີ່ຈະມີກໍໄດ້ບໍ່ມີກໍໄດ້ ຫຼືເອີ້ນໄດ້ວ່າ ຖ້າມີກໍພຽງແຕ່ສ້າງສີສັນ ແຕ່ຖ້າບໍ່ມີກໍໃຊ້ຄົນເປັນຜູ້ຕອບຄໍາຖາມລູກຄ້າຕະຫຼອດໝົດມື້. ແຕ່ນັບຈາກນີ້ໄປອາດຈະບໍ່ເປັນແບບນັ້ນແລ້ວ!!! ເພາະຖ້າທຸລະກິດ (ໂດຍສະເພາະກຸ່ມ SMEs) ທີ່ເລີ່ມມີລູກຄ້າຈໍານວນຫຼາຍ, ມີສິນຄ້າທີ່ຫຼາກຫຼາຍ ແລະ ສິນຄ້າແຕ່ລະຢ່າງນັ້ນມີລາຍລະອຽດທີ່ຕ້ອງທໍາຄວາມເຂົ້າໃຈຫຼາຍ, ການຕອບຄໍາຖາມລູກຄ້າອາດຈະເຮັດໄດ້ຍາກ ເຊິ່ງຕ່າງຈາກອົງກອນໃຫຍ່ໆທີ່ມີພະນັກງານເຮັດໜ້າທີ່ບໍລິການລູກຄ້າໂດຍກົງ ແລະ ບໍ່ແນ່ວ່າ “Chat bot” ອາດຈະເຂົ້າມາຊ່ວຍທຸລະກິດຂອງທ່ານໃນຈຸດນັ້ນໄດ້. “Chat bot” ແມ່ນຫຍັງ? “Chat bot” ແມ່ນໂປຣແກຣມ ມີໜ້າທີ່ເພື່ອຕອບການສົນທະນາແບບອັດຕະໂນມັດດ້ວຍຕົວອັກສອນ ເຊິ່ງກ່ອນໜ້ານີ້ເຮົາຈະເຫັນ “Chat bot” ປະເພດທີ່ມີການບັນທຶກຂໍ້ຄວາມສົນທະນາເພື່ອເລືອກຄໍາຕອບທີ່ເໝາະສົມ ແຕ່ປັດຈຸບັນມີການນໍາ AI ຫຼືປັນຍາປະດິດເຂົ້າມາພັດທະນາໃຫ້ “Chat bot” ສາມາດວິເຄາະຂໍ້ມູນທີ່ມີຢູ່ ແລະ ຕອບກັບແບບໃກ້ຄຽງກັບມະນຸດຫຼາຍທີ່ສຸດໄດ້ແລ້ວ. “Chat bot” ກັບ SMEs ໄປນໍາກັນໄດ້ດີແບບໃດ? ຊ່ວຍຕອບບັນຫາ ຫຼືຄໍາຖາມຕ່າງໆໄດ້ຢ່າງໄວວາ, ...

Read More »

Data Scientist ອາຊີບໃໝ່! ມາແຮງໃນຍຸກແຫ່ງຂໍ້ມູນຂ່າວສານ

ການມາເຖິງຂອງຍຸກເຕັກໂນໂລຊີ 4.0 ມັນບໍ່ພຽງແຕ່ເຮັດໃຫ້ທຸລະກິດຫຼາຍປະເພດເກີດວິກິດເທົ່ານັ້ນ. ແຕ່ຍັງລວມໄປເຖິງໜ້າວຽກໃນຫຼາກຫຼາຍອາຊີບ ອາດຈະຖືກຫຼຸດບົດບາດລົງຈົນບາງອາຊີບຕ້ອງຕາຍຈາກໄປກໍມີ. ຍ້ອນຄວາມສະດວກສະບາຍໃນປັດຈຸບັນ ທີ່ຫຼຸດທອນບາງລະບົບຈົນເຮັດໃຫ້ມີທາງລັດຂ້າມຜ່ານສິ່ງທີ່ເຄີຍມີມາໃນອະດີດ. ບັນດາທ່ານ ເຖິງວ່າຈະມີຫຼາຍອາຊີບທີ່ກໍາລັງຈະໝົດໄປ ແຕ່ທຸກຢ່າງກໍຍ່ອມມີ 2 ດ້ານສະເໝີ ໃນຍຸກແຫ່ງຂໍ້ມູນລະດັບ Big Data ຄືທຸກມື້ນີ້. ກໍເຮັດໃຫ້ເກີດອາຊີບໃໝ່ໆຂຶ້ນມາຢ່າງຫຼວງຫຼາຍ ເຊິ່ງອີກໜຶ່ງອາຊີບທີ່ຜູ້ຂຽນຍົກໃຫ້ເປັນອາຊີບທີ່ໜ້າສົນໃຈໃນຍຸກນີ້ ທີ່ຢາກຈະມາເລົ່າໃຫ້ຟັງກໍຄື “Data Scientist” ຫຼື “ນັກວິທະຍາສາດຂໍ້ມູນ” ເຊິ່ງເປັນອາຊີບໃໝ່ທີ່ກໍາລັງມາແຮງ ແລະ ມີຄວາມຈໍາເປັນຕໍ່ທຸລະກິດໃນຍຸກປັດຈຸບັນນີ້ຫຼາຍ. “Glass door” Website ຊອກວຽກອັນດັບໜຶ່ງ ໃນປະເທດ ສະຫະລັດອາເມຣິກາ ໄດ້ຈັດອັນດັບ 50 ອາຊີບ ດີທີ່ສຸດໃນອາເມຣິກາ ໃນປີ 2018 ຂຶ້ນ ແລະ ພົບວ່າ ອາຊີບ “ນັກວິທະຍາສາດຂໍ້ມູນ” ເປັນອາຊີບທີ່ໄດ້ຮັບຄວາມນິຍົມອັນດັບໜຶ່ງຈາກ 1.700 ອາຊີບ ທີ່ມີຄວາມຕ້ອງການໃນຕະຫຼາດຫຼາຍທີ່ສຸດ ແລະ ມີຄ່າແຮງສູງເຖິງ 110.000 ໂດລາສະຫະລັດ ຕໍ່ປີ. ໂດຍມະຫາວິທະຍາໄລນິວຢອກ ໄດ້ເພີ່ມຂະແໜງນີ້ລົງໃນຫຼັກສູດການຮຽນ-ການສອນ ລະດັບປະລິນຍາໂທແລ້ວເມື່ອປີ 2014. ສໍາລັບການເຮັດວຽກຂອງຄົນໃນສາຍອາຊີບນັກວິທະຍາສາດຂໍ້ມູນນີ້ ຫຼາຍຄົນກໍອາດຈະສົງໄສວ່າເຮັດວຽກແນວໃດ? ເພາະບາງຄົນກໍອາດຈະຍັງບໍ່ຮູ້ຊໍ້າວ່າມີອາຊີບນີ້ຢູ່ໃນໂລກ. ເຊິ່ງເຮົາຈະກັບໄປຫາຄໍາວ່າ ...

Read More »

ກຽມປັບຕົວສູ່ຊ່ອງທາງການຕະຫຼາດຍຸກ 5.0

ເມື່ອຫຼາຍປະເທດເຂົ້າສູ່ຍຸກ 4.0 ຫຼື ບາງປະເທດກຳລັງຫາກໍຈະເຂົ້າ,ຫຼາຍຄົນຈະສັງເກດເຫັນເຖິງຄວາມປ່ຽນແປງຫຼາຍຢ່າງໃນທຸລະກິດ ແລະ ອຸດສາຫະກຳຕ່າງໆຂອງບ້ານເຮົາ ແລະ ປະເທດອື່ນໆ ໂດຍສະເພາະກຸ່ມທຸລະກິດ SMEsຫັນມາປັບຕົວສູ່ການເປັນ Smart Enterprisesຫຼື ກຸ່ມ Startupsທີ່ເນັ້ນການໃຊ້ນະວັດຕະກຳໃໝ່ໆ,​ໃຊ້ຄວາມຄິດສັງສັນ ແລະ ເນັ້ນການລົງທຶນໜ້ອຍແຕ່ໄດ້ກຳໄລຫຼາຍເປັນຫຼັກ. ໂລກທຸລະກິດທີ່ບໍ່ເຄີຍຢຸດຢູ່ບ່ອນເກົ່ານີ້ ແນ່ນອນວ່າອີກບໍ່ດົນຍຸກ 4.0 ກໍຈະກາຍເປັນອະດີດໄປ ແລະ ເຮົາຄວນຕັ້ງຄຳຖາມເຖິງທຸລະກິດຍຸກ 5.0 ໄດ້ແລ້ວວ່າ: ທຸລະກິດຮ້ານຄ້າຕ່າງໆຕ້ອງມີການປັບຕົວຕື່ມອີກຫຼາຍປານໃດ? ຕ້ອງໃຊ້ຍຸດທະສາດການຕະຫຼາດທີ່ແຕກຕ່າງໄປຈາກຍຸກ 4.0 ແບບໃດ? ແນວຄິດການຕະຫຼາດຍຸກ 5.0 ຖືກເວົ້າຂຶ້ນໂດຍ John EllettCEOnFusionນັກຂຽນປຶ້ມດ້ານການຕະຫຼາດ The CEO Manifesto: A 100-Days Action Plan For Marketing Change Agents ແລະ ຍັງເປັນນັກຂຽນອິດສະຫຼະໃຫ້ກັບວາລະສານ Forbes.ໂດຍທ່ານໄດ້ໃຫ້ຄຳນິຍາມວ່າ“ການຕະຫຼາດ 5.0 ມາພ້ອມກັບການທຳລາຍ ແລະ ເພີ່ມໃຫ້ຍຸກເກົ່າ. ປັດຈຸບັນ, ການຕະຫຼາດ 5.0 ເປັນຍຸກຂອງການເອົາຊະນະກັນດ້ວຍປະສົບການຈາກຊ່ອງທາງການຕະຫຼາດທີ່ຫຼາກຫຼາຍ” ດັ່ງທີ່ເຮົາຮູ້ແລ້ວວ່າ ທຸລະກິດຈະປະສົບຜົນສຳເລັດໄດ້ໃນປັດຈຸບັນ ຕ້ອງສາມາດເຂົ້າເຖິງປະສົບການຂອງລູກຄ້າໃຫ້ໄດ້ ຍຸດທະສາດທຸລະກິດຍຸກ 4.0 ...

Read More »

ທັກສະໃນສະຍຸກ Digital ທີ່ທ່ານຄວນມີ

ເຖິງວ່າບ້ານເຮົາຈະກ້າວເຂົ້າສູ່ຍຸກ “ດີຈິຕອນ” (Digital Age) ມາໄລຍະໜຶ່ງແລ້ວ ແຕ່ກໍເຫັນໄດ້ວ່າມີພຽງຄົນບາງກຸ່ມເທົ່ານັ້ນ ທີີ່ມີທັກສະຄວາມເຂົ້າໃຈ ແລະສາມາດນຳໃຊ້ໂອກາດ ຄວາມສະດວກສະບາຍຂອງຍຸກນີ້ ຈົນໄດ້ຮັບໝາກຜົນທາງກົງຢ່າງຊັດເຈນ. ສະນັ້ນ ທັກສະກ່ຽວກັບຍຸກ “ດີຈິຕອນ”ຈຶ່ງເປັນທັກສະທີ່ມີຄວາມສໍາຄັນ ຈຳເປັນ ແລະ ເປັນທີ່ຕ້ອງການຂອງຕະຫຼາດແຮງງານຫຼາຍ ໂດຍສະເພາະເມື່ອເວົ້າເຖິງການຫັນປ່ຽນຂອງອົງກອນຕ່າງໆ ທີ່ຮຽກຮ້ອງຕ້ອງການຊັບພະຍາກອນບຸກຄົນ ທີ່ມີຄວາມພ້ອມ ເຂົ້າມາຮ່ວມມືຊຸກຍູ້ອົງກອນໃຫ້ກ້າວໄປໃນທິດທາງທີ່ຕ້ອງການ. ສະນັ້ນ ມື້ນີ້ຄໍລຳ Digital Age Transformation ຈຶ່ງຈະມາແນະນຳຜູ້ອ່ານກ່ຽວກັບບັນດາທັກສະ ທີ່ຈຳເປັນຕ້ອງມີ ສຳລັບແຮງງານຍຸກ “ດີຈິຕອນ” ດັ່ງຕໍ່ໄປນີ້: ການວິເຄາະຂໍ້ມູນ (Data Analysis) ທ່ານອາດຈະເຄີຍໄດ້ຍິນຄໍາວ່າ “ຄວາມຮູ້ຄືຂຸມຊັບ” ເຊິ່ງຄວາມຮູ້ໃນທີ່ນີ້ ແມ່ນໝາຍເຖິງຖານຂໍ້ມູນຕ່າງໆໃນໂລກອອນໄລ໌ ເຊັ່ນ: ຂໍ້ມູນຜູ້ຊົມໃຊ້, ຕົວເລກສະຖິຕິຕ່າງໆ ແລະອື່ນໆ ເຊິ່ງຫຼາຍຄົນກໍອາດຈະລຶ້ງເຄີຍກັບຄໍາວ່າ “Big Data”ກໍຄືຈໍານວນຂໍ້ມູນອັນມະຫາສານທີ່ຖືກປ່ອຍປະໄວ້ ເຊິ່ງເຮົາຈະຕ້ອງຮູ້ຈັກວິທີຈັດການ ເພື່ອໝູນໃຊ້ໃຫ້ເກີດປະໂຫຍດ ກໍປຽບໄດ້ດັ່ງການເປັນເຈົ້າຂອງ “ຂຸມຊັບ” ທີ່ກິນບໍ່ບົກຈົກບໍ່ແຫ້ງ, ແຕ່ເຖິງຈະມີຂໍ້ມູນຈໍານວນຫຼວງຫຼາຍ ແຕ່ຖ້າທ່ານບໍ່ສາມາດວິເຄາະ ຫຼືຈັດລະບຽບຂອງຂໍ້ມູນເຫຼົ່ານີ້ໄດ້ ຂໍ້ມູນທີ່ເຮົາມີຢູ່ກໍບໍ່ມີຄຸນຄ່າ. ດັ່ງນັ້ນ ທັກສະການວິເຄາະຂໍ້ມູນ ເພື່ອນໍາມາປະເມີນຜົນ ແລະ ນໍາໃຊ້ໃຫ້ເກີດປະໂຫຍດກັບທຸລະກິດ ຈຶ່ງເປັນທັກສະທີ່ມີຄວາມຈໍາເປັນຫຼາຍ ທີ່ທ່ານຄວນເຝິກຝົນຮຽນຮູ້ ...

Read More »

ປັນຍາປະດິດ ກັບການເຮັດທຸລະກິດ SMEs ລາວຍຸກໃໝ່

ໃນຕ່າງປະເທດ ເຄື່ອງມືປັນຍາປະດິດ ຫຼື AI (Artificial Intelligence) ໄດ້ຖືກນໍາເຂົ້າມາໃຊ້ໃນການເຮັດວຽກ ເພີ່ມຂຶ້ນຢ່າງໄວວາ ທັງໃນດ້ານການໃຊ້ເປັນເຄື່ອງມືຊ່ວຍໃນວົງການສຸຂະພາບ, ການສຶກສາຜ່ານ E-Solution,ອຸດສາຫະກໍາກົນຈັກ ທີ່ຫຼາຍບ່ອນກໍາລັງພັດທະນາໃຫ້ລົດຂັບເຄື່ອນດ້ວຍຕົນເອງ ຫຼືແມ່ນແຕ່ພາກກະສິກໍາທີ່ເລືອກໃຊ້ຫຸ່ນຍົນອັດສະລິຍະໃນການຫວ່ານແກ່ນພັນພືດ, ໄປຈົນເຖິງການໃສ່ປຸ໋ຍ ແລະ ສີດຢາຂ້າແມງໄມ້. ປັດຈຸບັນເຮົາສາມາດເຫັນໄດ້ວ່າ AI ກໍາລັງເຂົ້າມາມີບົດບາດໃນທຸກອຸດສາຫະກໍາ ເຊິ່ງບໍ່ເວັ້ນແມ່ນແຕ່ທຸລະກິດນ້ອຍໆຄື SMEs ບ້ານເຮົາທີ່ຮອດເວລາຕ້ອງທັນກະແສເຊັ່ນກັນ”ເທຣນ”ນີ້, ແລ້ວນໍາມາປັບໃຊ້ເພື່ອບໍລິຫານຈັດການຂະບວນການຜະລິດ ໄປຈົນເຖິງດ້ານການຕະຫຼາດ ເພື່ອເພີ່ມມູນຄ່າໃຫ້ສິນຄ້າ ແລະ ບໍລິການ ພ້ອມທັງສ້າງຄະແນນຕໍ່ໃນການແຂ່ງຂັນຍຸກ Digital. ຕໍ່ໄປນີ້ຄືທ່າອ່ຽງສໍາຄັນຂອງປັນຍາປະດິດ (AI)ໃນປີ 2019 ທີ່ SMEs ຈະພາດບໍ່ໄດ້ເລີຍ!!! Internet of Things (loT) “ອິນເຕີເນັດ”ໃນທຸກສິ່ງ ໝາຍເຖິງການເຊື່ອມຕໍ່ອຸປະກອນຕ່າງໆເຂົ້າກັບລະບົບ”ອິນເຕີເນັດ” ເຊິ່ງຊ່ວຍໃຫ້ເຮົາສາມາດຄວບຄຸມການໃຊ້ງານອຸປະກອນເຫຼົ່ານັ້ນ ຜ່ານເຄືອຂ່າຍ”ອິນເຕີເນັດ” ເຊັ່ນ: ການເປີດ-ປິດເຄື່ອງໃຊ້ໄຟຟ້າ ໄລຍະໄກດ້ວຍໂທລະສັບມືຖື. ເຊິ່ງການເກີດຂຶ້ນຂອງ IoT ນີ້ສົ່ງຜົນກະທົບໃນທາງບວກໃຫ້ແກ່ຫຼາຍອຸດສາຫະກໍາ ເພາະຄວາມສາມາດໃນການບັນທຶກ, ແລກປ່ຽນຂໍ້ມູນຈາກອຸປະກອນໜຶ່ງ ໄປຫາອີກອຸປະກອນໜຶ່ງ ທຸກໆຄັ້ງເມື່ອມີການໃຊ້ວຽກ “ເຊັນເຊີ່” (Sensor) ກໍຈະເກັບຂໍ້ມູນໄວ້ໃນແຫຼ່ງຂໍ້ມູນທັນທີ ແລະ ເມື່ອຖືກປະສົມເຂົ້າກັບເຕັກໂນໂລຊີປັນຍາປະດິດ (AI) ກໍຍິ່ງເພີ່ມຄວາມສາມາດຂຶ້ນໄປອີກ. ...

Read More »

ການເຂົ້າເຖິິງແຫຼ່ງທຶນແມ່ນໜຶ່ງໃນນະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ

ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ທີ່ໄດ້ຈັດຂຶ້ນໃນເດືອນມີຖຸນາ 2019 ຜ່ານມານີ້ ມີຄໍາຖາມເຈາະຈີ້ມລັດຖະບານໃນຫຼາຍໆບັນຫາ ຊຶ່ງໜຶ່ງໃນນັ້ນກໍມີ ບັນຫາການເຂົ້າເຖິງແຫຼ່ງທຶນຂອງ ຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ ຫຼື SME) ຊຶ່ງປິ່ນອ້ອມບັນຫາອັດຕາດອກເບ້ຍສູງແລະ ທຶນປ່ອຍກູ້ທີ່ບໍ່ພຽງພໍກັບຄວາມຕ້ອງການ. ປະເດັນກ່ຽວກັບ “ທຶນ” ຍາມໃດກໍເປັນກະແສຂອງສັງຄົມ ແລະ ບັນດາຜູ້ປະກອບກິດຈະການເອງກໍໃຫ້ຄວາມສຳຄັນເປັນອັນດັບຕົ້ນໆ  ເຖິງວ່າ ໃນຄວາມເປັນຈິງອາດບໍ່ແມ່ນບັນຫາຕັດສິນຊີ້ຂາດຊາຕາກຳຂອງ  ວນກ ເນື່ອງຈາກວ່າ ໃນດ້ານຫຼັກການ ພາກລັດຕ້ອງໄດ້ໃຫ້ການສະໜັບສະໜູນ ແລະ ສົ່ງເສີມ ວນກ ໃນ 2 ຮູບການຄື: (1) ການສະໜັບສະໜູນດ້ານການເງິນ (2) ການສະໜັບສະໜູນທີ່ບໍ່ແມ່ນການເງິນ ຄຽງຄູ່ກັນໄປ. ອີງຕາມຜົນການສຳຫຼວດຂອງທະນາຄານໂລກປີ 2012 ເຫັນວ່າ ມີພຽງແຕ່ 24,7% ແລະ 46,7% ຂອງວິສາຫະກິດຂະໜາດນ້ອຍ ແລະ ວິສາຫະກິດຂະໜາດກາງ ທີ່ໄດ້ຮັບສິນເຊື່ອຈາກທະນາຄານ ຕາມດຳລັບ. ທະນາຄານທຸລະກິດສ່ວນຫຼາຍປ່ອຍສິນເຊື່ອໄລຍະສັ້ນ ແລະ ກາງ ທີ່ເປັນທຶນໝູນວຽນ (ໄລຍະເວລາບໍ່ເກີນ 1-3 ປີ)  ແລະ ຍັງມີອັດຕາດອກເບ້ຍທີ່ຖືວ່າສູງ. ...

Read More »

ເປົ້າໝາຍໃນອະນາຄົດ ພວກເຮົາຈະເຕີບໃຫຍ່ຢ່າງໝັ້ນຄົງ

ຂຶ້ນປົກໃນສະບັບເດືອນສິງຫາ 2019 ພວກເຮົາໄດ້ຮັບກຽດສໍາພາດ ທ່ານ ສຸກສະໝອນ ສີຫາເທບ ປະທານ ແລະ ຜູ້ບໍລິຫານ ບໍລິສັດມະນີຍົມກຣຸບ ຜູ້ລິເລີ່ມນໍາເອົາລົດຍີ່ຫໍ້ “ເຊບໂຣເລດ” ເຂົ້າມາຈໍາໜ່າຍຢ່າງເປັນທາງການໃນສປປ ລາວ ພ້ອມທັງບຸກເບີກຕະຫຼາດຈໍາໜ່າຍ ແລະ ສາມາດເຂົ້າເຖິງລູກຄ້າກຸ່ມເປົ້າໝາຍໄດ້ຢ່າງໜ້າເພິ່ງພໍໃຈ ເມື່ອສົມທຽບກັບລົດໃນລະດັບດຽວກັນ ທີ່ເປີດຕົວມາກ່ອນໜ້ານີ້ປະມານ 15-20 ປີ. ພ້ອມນີ້ທ່ານຍັງຈະມາເປີດເຜີຍໃຫ້ຮູ້ເຖິງ ແຜນການພັດທະນາໃນອະນາຄົດຂອງ “ເຊບໂຣເລດ ລາວ” ແລະ “ໂປຣໂມຊັນ” ດີໆທີ່ລູກຄ້າຈະໄດ້ຮັບແບບສຸດຄຸ້ມ.   ທ່ານ ສຸກສະໝອນ ສີຫາເທບ ປະທານ ກຸ່ມບໍລິສັດ ມະນີຍົມ ກຣຸບ ໄດ້ເຄີຍໃຫ້ກຽດສຳພາດກັບທາງວະລະສານ Target Magazine ໃນເດືອນ ມີຖຸນາ 2012 ກ່ອນເປີດຕົວ Showroom Chevrolet ຢ່າງເປັນທາງການເຊິ່ງຖືໄດ້ວ່າເປັນຫ້ອງຂາຍແລະສູນບໍລິການຂອງເຊບໂຣເລດທີ່ໃຫຍ່ທີ່ສຸດໃນ South East Asia (ອາຊີຕາເວັນອອກສ່ຽງໃຕ້) ມາເຖິງປັດຈຸບັນກ້າວເຂົ້າສູ່ປີທີ່ 7 ເຊິ່ງຈະຄົບຮອບໃນວັນທີ 12-12-2019 ທີ່ທາງເຊບໂຣເລດລາວ ໄດ້ເປີດຕົວຢ່າງເປັນທາງການໃນ ສປປ ລາວ ເຊິ່ງໃນໂອກາດນີ້ທາງວາລະສານ Target ...

Read More »

ໄຫຫີນ ມໍລະດົກລາວ ສູ່ມໍລະດົກໂລກ

ໄຫຫີນແຂວງຊຽງຂວາງ (Megalithic Jar Sites in XiengKhuang) ໄດ້ຖືກພິຈະລະນາ ຮັບຮອງເປັນມໍລະດົກໂລກ ໃນກອງປະຊຸມ ຄັ້ງທີ 43 ຂອງຄະນະກຳມະການມໍລະດົກໂລກຢ່າງເປັນທາງການ.ພາຍຫຼັງທີ່ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ກໍຄືຊາວແຂວງຊຽງຂວາງໄດ້ຄອງຄອຍມາ 20 ກວ່າປີ.ຖືເປັນມໍລະດົກໂລກແຫ່ງທີ 3 ຂອງ ສປປ ລາວ ຖັດຈາກວັດພູຈໍາປາສັກ ແລະ ເມືອງຫຼວງພຣະບາງ. ກອງປະຊຸມໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 1 ກໍລະກົດ 2019 ທີ່ເມືອງບາກູ ນະຄອນຫຼວງປະເທດອາແຊັກໄບຊານ ເຊິ່ງມີຄະນະກຳມະການມໍລະດົກໂລກ 21 ປະເທດ ແລະ ບັນດາຊ່ຽວຊານດ້ານມໍລະດົກວັດທະນະທຳ ປະຫວັດສາດ ແລະ ທຳມະຊາດຈາກທົ່ວທຸກມູມໂລກເຂົ້າຮ່ວມ. ພາຍຫຼັງທີ່ຂ່າວການຮັບຮອງດັ່ງກ່າວໄດ້ຖືກນໍາເຜີຍແຜ່ໃນສື່ສັງຄົມອອນໄລ໌ ກໍໄດ້ມີກະແສຕອບຮັບ ແລະ ການສະແດງຄວາມຍິນດີ ຢ່າງຫຼວງຫຼາຍ ໂດຍສະເພາະກໍແມ່ນຊາວແຂວງຊຽງຂວາງ. ລັດຖະບານ ສປປລາວ ສະເໜີທົ່ງໄຫຫີນ ແຂວງຊຽງຂວາງ 11 ແຫ່ງ ເຂົ້າເປັນມໍລະດົກໂລກ. ໄຫຫີນ ດັ່ງກ່າວໄດ້ຢັ່ງຢາຍກວມເນື້ອທີ່ປະມານ 200 ເຮັກຕ້າ ໃນເມືອງຄໍາ, ຝາໄຊ, ແປກ ແລະ ພູກູດ ...

Read More »