ເລື່ອງທີ່ຄວນຮູ້ກ່ຽວກັບການຕະຫຼາດຍຸກ 5.0

ບັນດາ SMEs, Startups ແລະ ຫົວໜ່ວຍທຸລະກິດ ລວມໄປເຖິງນັກການຕະຫຼາດທັງຫຼາຍ ອາດຈະຮູ້ຈັກກັບ “ການຕະຫຼາດ ຍຸກ 5.0”ນີ້ເປັນຢ່າງດີ ວ່າເປັນການຕະຫຼາດທີ່ເນັ້ນໃຊ້ສື່ Digital ໃນການເຂົ້າເຖິງກຸ່ມເປົ້າໝາຍ ເພື່ອນໍາສະເໜີເນື້ອໃນ (Content)ຫຼືການໂຄສະນາສົ່ງເສີມການຂາຍ (Promotion)ເດັດໆທີ່ຕົນເອງມີຢູ່ໃຫ້ລູກຄ້າໄດ້ຮັບຮູ້ ຈົນນໍາໄປສູ່ການ “ປິດການຂາຍ”ກໍຄືລູກຄ້າຕັດສິນໃຈຊື້ສິນຄ້ານັ້ນເອງ. ແຕ່ທັງໝົດທີ່ທ່ານຮູ້ ແລະ ປະຕິບັດມານັ້ນມັນອາດຈະຍັງບໍ່ພຽງພໍ, ເພາະທ່ານຈໍາເປັນຕ້ອງມີຍຸດທະສາດທີ່ຊ່ວຍໃຫ້ການໃຊ້ຊ່ອງທາງເຫຼົ່ານັ້ນ ໃຫ້ມີປະສິດຕິພາບຫຼາຍຂຶ້ນ. ເຊິ່ງແນ່ນອນວ່າ ທາງວາລະສານທາເກັດຂອງພວກເຮົາ ກໍໄດ້ກະກຽມຂໍ້ມູນດີໆໄວ້ໃຫ້ທ່ານຮຽບຮ້ອຍແລ້ວ ຈະເປັນແນວໃດນັ້ນ ມາອ່ານເບິ່ງເລີຍ!!!

  1. Conversion is King

ສໍາລັບການເຮັດການຕະຫຼາດໃນຍຸກ Digital ເຮົາມັກຈະລຶ້ງເຄີຍກັບຄໍາວ່າ “Content is King”ແຕ່ທ່ານເຄີຍຕັ້ງຄໍາຖາມໃຫ້ກັບການສ້າງ Content ຫຼືບໍ່ວ່າ ສຸດທ້າຍແລ້ວເນື້ອໃນບົດຄວາມດີໆທີ່ທ່ານສົ່ງອອກໄປເຖິງກຸ່ມເປົ້າໝາຍນັ້ນ ສາມາດປ່ຽນເຂົາເຈົ້າໃຫ້ກາຍເປັນລູກຄ້າຂອງທ່ານໄດ້ຈັກຄົນ, ແລ້ວເພີ່ມຍອດຂາຍໃຫ້ກັບທຸລະກິດໄດ້ຫຼາຍປານໃດ? ລອງກັບໄປຖາມຕົວເອງເບິ່ງ ແລ້ວທ່ານຈະຮູ້ວ່າສິ່ງທີ່ສໍາຄັນທີ່ສຸດແທ້ໆ ບໍ່ແມ່ນ “Content” (ເນື້ອໃນ) ແຕ່ມັນແມ່ນ “Conversion”(ການຫັນປ່ຽນ) ນັ້ນເອງ.

  1. ປະສົບການມີອິດທິພົນ ເໜືອກວ່າຄຸນນະພາບ ແລະ ລາຄາ

ທ່ານອາດຈະລຶ້ງເຄີຍກັບການແຂ່ງຂັນດ້ານລາຄາ ຫຼືຄຸນນະພາບຂອງສິນຄ້າ ແຕ່ສິ່ງທີ່ໄດ້ບອກຄື ການເຮັດທຸລະກິດຍຸກ 5.0 “ປະສົບການຂອງລູກຄ້າ” ນັ້ນເປັນສິ່ງສໍາຄັນຫຼາຍ, ທຸລະກິດຈະປະສົບຄວາມສໍາເລັດໄດ້ໃນອະນາຄົດຈຶ່ງຕ້ອງມີການສ້າງປະສົບການທີ່ດີ, ເພື່ອພັດທະນາຄວາມສໍາພັນລະຫວ່າງຮ້ານຄ້າ ແລະ ລູກຄ້າໃຫ້ໜຽວແໜ້ນ. ໂດຍເລີ່ມຈາກການເກັບຂໍ້ມູນຢ່າງເປັນລະບົບ ເພື່ອນໍາຂໍ້ມູນເຫຼົ່ານັ້ນມາວິເຄາະຈົນເຂົ້າໃຈລູກຄ້າຫຼາຍທີ່ສຸດ ເພື່ອເຮັດແຜນສ້າງຄວາມຊື່ສັດ ຮັກດຽວໃຈດຽວ (Loyalty Program)ຫຼືນໍາສະເໜີກິດຈະກໍາຕ່າງໆ ທີ່ຊ່ວຍສ້າງປະສົບການທີ່ດີໃຫ້ກັບລູກຄ້າ ຈົນທຸລະກິດມີຖານລູກຄ້າທີ່ໜາແໜ້ນໃນທີ່ສຸດ.

  1. “ຂໍ້ມູນ” ຄືກະແຈດອກສໍາຄັນຂອງທຸລະກິດຍຸກ 5.0

ການທໍາຄວາມເຂົ້າໃຈພຶດຕິກໍາ ແລະ ຄວາມຕ້ອງການຂອງລູກຄ້າ ຄືຂັ້ນໄດ້ ຂັ້ນທໍາອິດທີ່ຈະນໍາພາທຸລະກິດຂອງທ່ານໄປສູ່ຄວາມສໍາເລັດ ດັ່ງນັ້ນ “ຂໍ້ມູນ” (Data) ຈຶ່ງເປັນສິ່ງທີ່ທຸກທຸລະກິດຕ່າງກໍຕ້ອງການມີໄວ້ໃນມື ເຊິ່ງແນ່ນອນວ່າລະບົບຈັດເກັບ ແລະ ບໍລິຫານຂໍ້ມູນຕ່າງໆນັ້ນ ໄດ້ກາຍເປັນສິ່ງສໍາຄັນສໍາລັບທຸລະກິດຍຸກ 5.0 ຢ່າງປະຕິເສດບໍ່ໄດ້. ໂດຍສະເພາະ ເຕັກໂນໂລຊີທີ່ມີປະໂຫຍດຕໍ່ການຈັດການຂໍ້ມູນຈໍານວນມະຫາສານຄືກັບ “Big Data”ທີ່ກໍາລັງເຂົ້າມາມີບົດບາດກັບທຸລະກິດຢ່າງຫຼວງຫຼາຍ ແລະ ຍິ່ງຈະມີຄວາມສໍາຄັນຫຼາຍຂຶ້ນໄປອີກຕໍ່ໄປໃນອະນາຄົດ.

ບັນດາທ່ານ ກ່ຽວກັບ “ການຕະຫຼາດຍຸກ 5.0”ທີ່ເຮົາໄດ້ເວົ້າໄປຂ້າງເທິງນັ້ນ ອາດຈະເບິ່ງເປັນເລື່ອງທີ່ອາດຈະໄກຕົວສໍາລັບຫຼາຍໆຄົນ ຫຼືຫຼາຍຫົວໜ່ວຍທຸລະກິດ. ແຕ່ໃນຄວາມເປັນຈິງແລ້ວ ການປ່ຽນແປງຕ່າງໆ ລ້ວນແຕ່ເກີດຂຶ້ນກັບໂລກຂອງການເຮັດທຸລະກິດຢູ່ສະເໝີ ໜ້າທີ່ຂອງເຮົາຄືຕ້ອງປັບຕົວໃຫ້ທັນ ແລະ ກ້າວໄປພ້ອມກັບມັນໃຫ້ໄດ້ໃນທີ່ສຸດ. ຖ້າທ່ານບໍ່ຍອມຮັບຄວາມຈິງ, ບໍ່ຍອມທີ່ຈະປ່ຽນແປງ ທຸລະກິດຂອງທ່ານກໍອາດຈະຖືກກືນກິນ ດ້ວຍເຕັກໂນໂລຊີໃໝ່ໆທີ່ເກີດຂຶ້ນມາກໍເປັນໄປໄດ້.

(ວາລະສານທາເກັດ ສະບັບ 156 ເດືອນກໍລະກົດ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

What we should know about marketing 5.0

        SMEs, startups and business units including marketers might be well familiar with the “marketing 5.0” as a marketing method utilizing digital media to reach target groups by presenting attractive content or promotion to encourage customer’s buying decision. However, all you have known and exercised so far might not be enough. You should also have a strategy in using such media more effectively. In this issue of our magazine, we would like to bring you some useful information as following:

  1. Conversion is king

We might be familiar with the phrase “Content is King” in this digital era. Nevertheless, have you ever wonder of how many more people you can successfully convince and how much more sales you can make from just distributing good advertisement contents to the public? You should ask yourself of what truly is more important, “content” or “conversion?”

  1. Experience is more influential than quality and price

You might have seen competition over price or quality of products. In this 5.0 era, however, “customer’s experience” is highly crucial. For business to be successful in the future, you must be able to build good experience, while maintaining tight relations with shops and clients. You should start from gathering information in a systematic manner to analyze to understand your customers better to keep them loyal to your business. You can also offer activities that will help creating good experience for clients to keep them close to your business the most.

  1. “Data” is the key in the 5.0 business era

Understanding consumer’s behaviors and demands is the first step towards business success. Thus, “data” is something that every business should have. Being able to effectively collect and manage information is highly crucial in this 5.0 business era, especially the utilization of technology in managing “big data” which is now playing an important role in business and will continue to play a more vital role in the future.

Dear readers, the “marketing 5.0” we discussed above might seem irrelevant for many people or business units. In fact, changes happen in the business world all the times. We then have to keep up with such changes as much as possible. If you cannot accept this reality and never adjust, your business will lack behind with the emergence of new technologies day by day.

 

Comments