Magazine

ທ່ານ ບຸນຕົ້ນ ຈັນທະພອນ ຮັກສາການເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ

ໃນສະບັບເດືອນກັນຍາ ພວກເຮົາໄດ້ຮັບກຽດການໃຫ້ສໍາພາດຂຶ້ນປົກຂອງທ່ານ ບຸນຕົ້ນ ຈັນທະພອນ ຮັກສາການເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ, ປະທານສະພາປະຊາຊົນແຂວງ ທ່ານຈະໄດ້ສະເໜີໃຫ້ຮູ້ກ່ຽວກັບທ່າແຮງໃນການພັດທະນາ – ສິ່ງພົ້ນເດັ່ນຂອງແຂວງ, ລວມທັງວິໄສທັດໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນແຂວງ ພາຍຫຼັງທີ່ທ່ານຂຶ້ນຮັບໜ້າທີ່ໃໝ່ ແລະ ການກະກຽມຄວາມພ້ອມໃນການເປັນເຈົ້າພາບງານແຂ່ງຂັນກິລາແຫ່ງຊາດຄັ້ງທີ 11 ໃນທ້າຍປີນີ້. -ສິ່ງພົ້ນເດັ່ນ ແລະ ເປັນທ່າແຮງຂອງແຂວງມີດ້ານໃດແດ່? -ແຂວງຊຽງຂວາງ ຕັ້ງຢູ່ພາກເໜືອຂອງປະເທດ ມີເນື້ອທີ່ 15.000 ກວ່າຕາລາງກິໂລແມັດ, ເປັນເຂດພູດອຍ 90% ທ່າແຮງການພັດທະນາຂອງແຂວງຊຽງຂວາງ ມີ 3 ອັນໃຫຍ່ຄື: 1: ການລ້ຽງສັດໃຫຍ່ເປັນສິນຄ້າ ເຊິ່ງເປັນມູນເຊື້ອຂອງປະຊາຊົນຊາວແຂວງຊຽງຂວາງ ອີງຕາມຂໍ້ມູນທີ່ເກັບກໍາໄດ້ຈາກພະນັກງານປະຕິວັດອະວຸໂສ ໃຫ້ຮູ້ວ່າ: ກ່ອນສົງຄາມແຂວງຊຽງຂວາງມີງົວ,ຄວາຍ ຫຼາຍກວ່າ 300.000ກວ່າໂຕ ພາຍຫຼັງສົງຄາມທໍາລາຍຢຸດຕິມາຮອດປີ 1975 ທົ່ວແຂວງຍັງເຫຼືອ ງົວ,ຄວາຍ ພຽງແຕ່ 1.500 ກວ່າໂຕ ແລະ ມາຮອດປັດຈຸບັນນີ້ທົ່ວແຂວງມີ ງົວ,ຄວາຍ 212.000 ກວ່າໂຕ ໃນນັ້ນມີຄວາຍ 56.000 ກວ່າໂຕ ງົວພື້ນເມືອງ 150.400 ກວ່າໂຕ ງົວພັນຊີ້ນ 600 ກວ່າໂຕ ງົວພັນນົມ ...

Read More »

ການຕະຫຼາດທາງອິນເຕີເນັດ ທາງເລືອກໃໝ່ໃນຍຸກ “ດີຈິຕອນ”

ວາລະສານທາເກັດສະບັບນີ້ ຈະນໍາທ່ານຜູ້ອ່ານມາຮັບຮູ້ກ່ຽວກັບການຕະຫຼາດທາງອິນເຕີເນັດ ຫຼື ການຕະຫຼາດອອນໄລ໌ ເຊິ່ງເປັນທາງເລືອກໜຶ່ງທີ່ສໍາຄັນໃນຍຸກ “ດີຈີຕອນ” ເພື່ອໂຄສະນາໃຫ້ເຂົ້າເຖິງບັນດາກຸ່ມລູກຄ້າເປົ້າໝາຍໄດ້ໂດຍກົງ ແລະ ມີປະສິດທິຜົນ, ສິ່ງສໍາຄັນ ແມ່ນລາຄາຖືກກວ່າ ການຕະຫຼາດແບບດັ້ງເດີມເຊັ່ນ: ຜ່ານທາງວິທະຍຸ, ໂທລະພາບ, ໜັງສືພິມ ຫຼື ວາລະສານ. ກ່ອນອື່ນຕ້ອງມາຮູ້ຈັກກັບຄໍາວ່າ: ການຕະຫຼາດອິນເຕີເນັດ ຊຶ່ງໝາຍເຖິງ ການໂຄສະນາສິນຄ້າ ຫຼື ກິດຈະກໍາທາງການຕະຫຼາດທີ່ໃຊ້ ເວັບໄຊ໌ ແລະ ອີເມວ ເພື່ອກະຕຸກຊຸກຍູ້ການຂາຍໂດຍກົງ ຜ່ານການຄ້າທາງເອເລັກໂທຣນິກ. ການຕະຫຼາດທາງອິນເຕີເນັດ ຕົ້ນຕໍແລ້ວ ສາມາດແບ່ງອອກເປັນຂົງເຂດສະເພາະດ້ານ ເຊັ່ນ: ການຕະຫຼາດຜ່ານເວັບໄຊ໌, ການຕະຫຼາດຜ່ານ ອີເມວ ແລະ ການຕະຫຼາດຜ່ານສື່ສັງຄົມອອນໄລ໌. ກ) ການຕະຫຼາດຜ່ານເວັບໄຊ໌: ທ່ານອາດຈະສັງເກດເຫັນໄດ້ ເວລາເຂົ້າໄປໃນເວັບໄຊ໌ໃດໜຶ່ງ ແລ້ວຈະມີ pop-up ຫຼື ແທັບ ທີ່ໃຫ້ທ່ານສາມາດລິ້ງໄປຫາ ເວັບໄຊ໌ສະເພາະຕື່ມ. ພ້ອມນັ້ນ, ໃນເວັບໄຊ໌ສະເພາະ ກໍອາດຈະລວມເອົາ ການຄ້າຜ່ານທາງເອເລັກໂທຣນິກເຂົ້ານໍາ ຊຶ່ງລູກຄ້າສາມາດສັ່ງຊື້ສິນຄ້າ ແລະ ບໍລິການ ໂດຍໃຊ້ບັດເຄຼດິດ ຫຼື ບັດເດບິດ ຕ່າງໆທີ່ສາກົນຍອມຮັບ.  ພ້ອມນັ້ນ, ກໍຍັງມີ ...

Read More »

ລາຊາເງິນຜ່ອນ “ກະແສໃໝ່ໃນສັງຄົມລາວ”

ຈາກສະພາບເສດຖະກິດໂດຍລວມ 2-3 ປີຜ່ານມາ,​ ຫຼາຍຄົນຈົ່ມວ່າ ຫາເງິນຍາກ, ຂາຍເຄື່ອງບໍ່ໄດ້ດີ ແລະ ບາງທ້ອງຖິ່ນໃນລາວ ກໍປະສົບບັນຫາໄພນໍ້າຖ້ວມ; ຫຼາຍຄົນທີ່ເປັນໜີ້ສິນ ກໍເລີ່ມເຈັບຫົວໃນການຫາເງິນມາໃຊ້ໜີ້ທີ່ເພີ່ມພູນຂຶ້ນ. ໃນຂະນະດຽວກັນ, ຫຼາຍບໍລິສັດ ເຊົ່າສິນເຊື່ອທາງການເງິນ ກໍເກີດຂຶ້ນຢ່າງຫຼວງຫຼາຍ ແລະ ພະຍາຍາມຫາລູກຄ້າ ໂດຍການປ່ອຍສິນເຊື່ອ ການຜ່ອນຊື້ລົດ, ເຄື່ອງໃຊ້ໄຟຟ້າ ແລະ ອື່ນໆ. ສະນັ້ນ, ວາລະສານເກັດສະບັບນີ້ ຈະພາທ່ານຜູ້ອ່ານ ມາຮັບຟັງ 5 ຄໍາຄິດເຫັນທີ່ໜ້າສົນໃຈ ເພື່ອເປັນບົດຮຽນກ່ອນການຕັດສິນໃຈໃນການຊື້ເຄື່ອງແບບຈ່າຍຜ່ອນ ໂດຍເນັ້ນໜັກ ໄປທີ່ສອງຄໍາຖາມກວ້າງໆ ກໍຄື:  1. ຄິດແນວໃດກັບການຊື້ສິນຄ້າເຊັ່ນ ລົດ, ເຄື່ອງໃຊ້ໄຟຟ້າ ແລະ ອື່ນໆແບບຈ່າຍຜ່ອນ? ແລະ 2. ບັນຫາທີ່ພົບໃນການຜ່ອນຈ່າຍມີຫຍັງແດ່? ຜູ້ໃຫ້ສໍາພາດ 1: ສໍາລັບການຊື້ສິ້ນຄ້າແບບຈ່າຍຜ່ອນ ຄິດວ່າມັນກໍຈະມີທັງຂໍ້ດີ ແລະ ຂໍ້ເສຍ, ຖ້າກໍລະນີຈໍາເປັນ ເງິນບໍ່ພໍ ຊືຶ້ເຄື່ອງບາດດຽວ, ແຕ່ເຮົາຈໍາເປັນຕ້ອງໃຊ້ ການຈ່າຍຜ່ອນໃນແຕ່ລະງວດ ເຖິງວ່າຈະຕ້ອງຈ່າຍໃນລາຄາທີ່ແພງກວ່າກໍຕາມ. ເຖິງຢ່າງໃດກໍຕາມ, ເຮົາກໍຕ້ອງຄໍານຶງເຖິງລາຍຈ່າຍທີ່ເຮົາຕ້ອງໃຊ້ຈ່າຍໃນແຕ່ລະເດືອນພ້ອມ ວ່າເຮົາມີກໍາລັງທີ່ຈະຈ່າຍໄດ້ບໍ? ແຕ່ກໍລະນີເປັນເຄື່ອງທີ່ບໍ່ຈໍາເປັນຕ້ອງໃຊ້ປານໃດ, ແນະນໍາວ່າ ຢ່າຈ່າຍຜ່ອນຈະດີກວ່າ ເພາະຈະກາຍເປັນໜີ້ສິນແບບບໍ່ຈໍາເປັນ ...

Read More »

Mr. Bo Donut  ແບຣນຂະໜົມຫວານຂອງຄົນລາວ ທຸລະກິດທີ່ກໍາລັງມາແຮງ…

ວາລະສານທາເກັດສະບັບນີ້ທີມງານຂອງພວກເຮົາຈະນໍາທ່ານມາຮູ້ຈັກກ່ຽວກັບຜູ້ປະກອບການກຸ່ມທຸລະກິດ Born to B ຊຶ່ງເປັນກຸ່ມທຸລະກິດທີ່ກໍາລັງມາແຮງ ແລະ ໄດ້ຮັບການຕອບສະໜອງຈາກລູກຄ້າທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ. ທ່ານນາງ ວິພາວັນ ວົງໄຊ ປັດຈຸບັນເປັນຮອງປະທານຜູ້ບໍລິຫານຂອງກຸ່ມທຸລະກິດໄດ້ໃຫ້ກຽດສໍາພາດກ່ຽວກັບທຸລະກິດຂອງເພິ່ນ ໂດຍສະເພາະແມ່ນຫຼັກການສໍາຄັນໃນການດໍາເນີນທຸລະກິດເພື່ອໃຫ້ຢູ່ລອດໃນຍຸກແຫ່ງການແຂ່ງຂັນໃນປັດຈຸບັນໂດຍສະເພາະແມ່ນຮ້ານ Mr. Bo Donut ທີ່ຂະຫຍາຍອອກເປັນ 3 ສາຂາແລ້ວ. ສໍາລັບຮ້ານ Mr. Bo Donut ແມ່ນໃຫ້ການບໍລິການເຂົ້າໜົມຫວານ, ສໍາລັບຄົນລາວທຸກເພດທຸກໄວໂດຍສະເພາະກໍແມ່ນເດັກນ້ອຍທີ່ເນັ້ນໜັກໃສ່ຄວາມສົດໃໝ່  ແລະ ຄວາມສະອາດ ຕາມສະໂລແກນຂອງພວກເຮົາຄື: “We are always fresh and fun” ຊຶ່ງໝາຍຄວາມວ່າທ່ານຈະໄດ້ຮັບຄວາມສົດໃໝ່ ແລະ ຄວາມສຸກສະເໝີຈາກຮ້ານຂອງພວກເຮົາຕາມຄວາມຕັ້ງໃຈຢາກໃຫ້ຄົນລາວເຮົາໄດ້ກິນເຂົ້າໜົມທີ່ດີໆມີຄຸນະພາບລະດັບສາກົນໃນລາຄາສົມເຫດສົມຜົນ. ດ້ານຄວາມສົດໃໝ່ຂອງພວກເຮົານັ້ນ ໄດ້ມີການສ້າງຫ້ອງຄົວຜະລິດ ເຂົ້າໜົມສະເພາະ ເພື່ອຄວບຄຸມມາດຕະຖານ, ຄຸນນະພາບ, ຄວາມສະອາດຂອງຂະບວນການຜະລິດ ໂດຍເລີ່ມຕົ້ນຈາກການຄັດເລືອກວັດຖຸດິບທີ່ມີຄຸນນະພາບດີຈາກທັງໃນ ແລະ ຕ່າງປະເທດ ເພື່ອໃຫ້ໄດ້ລົດຊາດທີ່ມາດຕະຖານ ແລະ ຖືກໃຈຂອງລູກຄ້າໂດຍການຜະລິດແມ່ນຜະລິດມື້ຕໍ່ມື້(ຖ້າຂາຍບໍ່ໝົດໃນມື້ນັ້ນ, ກໍຈະໃຫ້ພະນັກງານ, ແຖມ ຫຼື ແຈກຢາຍ ເພື່ອໃຫ້ລູກຄ້າໝັ້ນໃຈໄດ້ວ່າ Donut ຂອງເຮົາມີຄວາມແຊບ, ສົດ, ໃໝ່ທຸກວັນ), ສິ່ງສໍາຄັນເຮົາຈະບໍ່ໃສ່ສານກັນບູດເຂົ້າໄປໃນເຂົ້າໜົມເດັດຂາດ ແລະ ທຸກໆ ...

Read More »

“ເບວ” ມະຍຸລີ ຈັນທະລັງສີ ສາວໝັ້ນສຽງເໜືອໃນວົງການບັນເທິງ

ສະບາຍດີສາວງາມ… ຊ່ວຍແນະນໍາຕົນເອງໃຫ້ຮູ້ຈັກແດ່? ສະບາຍດີ ນ້ອງຊື່ ມະຍຸລີ ຈັນທະລັງສີ ຊື່ຫຼິ້ນ “ເບວ” ອາຍຸ 26 ປີ ປັດຈຸບັນເຮັດວຽກເປັນພະນັກງານສັງກັດຢູ່ອົງກອນຂອງລັດ ແລະ ເຮັດວຽກໃນວົງການບັນເທີງໄປພ້ອມ ຮັບງານເດີນແບບ ຖ່າຍແບບ ເປັນຄູສອນບຸຄະລິກະພາບຢູ່ທີ່ SSS Agency, ເລີ່ມເຂົ້າວົງການດ້ວຍການ ປະກວດ Miss Laos ປີ 2010 ແຕ່ກ່ອນໜ້ານັ້ນກໍມີໄປເດີນແບບຕາມງານຕ່າງໆ ເດີນແບບການກຸສົນ ແຕ່ທີ່ຄົນຮູ້ຈັກເຮົາຫຼາຍຂຶ້ນ ກໍແມ່ນຫຼັງຈາກໄດ້ໄປປະກວດມາ, ນິດໄສ ຈະເປັນຄົນທີ່ຈິງຈັງກັບວຽກ ແຕ່ຖ້າໄດ້ເຮຮາກໍຈະເຕັມທີ່ ແຕ່ຄົນສ່ວນຫຼາຍມັກເບິ່ງວ່າເປັນຄົນຂຶມໆ ບໍ່ມັກປາກ ດ້ວຍບຸຄະລິກະພາບຂອງເຮົາທີ່ເປັນແບບນີ້ ຄົນອື່ນກໍເລີຍຕີຄວາມໝາຍໄປເອງ. (ລາຍລະອຽດ ສາມາດຊອກຊື້ອ່ານ ຕິດຕາມການຖ່າຍແບບ ແລະ  ການສຳພາດແບບພິເສດເຈາະເລິກຄວາມຮູ້ສຶກ ຂອງສາວງາມຄົນນີ້ໄດ້ ທາງວາລະສານ ທາເກັດ ໄດ້ ໃນສະບັບທີ 146 ເດືອນກັນຍາ 2018  ຕາມ M Point Mart, Jeffy Mart ແລະ  U  Express  ຫຼື ສອບຖາມຈອງເປັນ ...

Read More »