ສຳລັບເຂດທີ່ຢູ່ອາໄສໃນກຸງເທບ ທີ່ມີຊື່ສຽງ ແລະ ຫຼາຍຄົນຮູ້ຈັກດີ ຈະຮູ້ວ່າແມ່ນຢູ່ຖະໜົນສຸຂຸມວິດ ຫຼື ທອງຫຼໍ່ເຊິ່ງເປັນເຂດທີ່ມີຄວາມສຳຄັນ ແລະ ໄດ້ຮັບຄວາມນິຍົມທີ່ສຸດສຳລັບຄົນໃນຕົວເມືອງກຸງເທບ ເພາະເຂດນີ້ເປັນເຂດສະດວກສະບາຍທີ່ສຸດ ບໍ່ວ່າຈະເປັນເລື່ອງການເດີນທາງ, ອາຫານ, ຮ້ານຄາເຟ່ ແລະ ບາທີ່ມີເອກະລັກໂດດເດັ່ນ ຄົນກຸງເທບນິຍົມໄປທ່ຽວຫຼາຍທີ່ສຸດ.ບໍ່ພຽງເທົ່ານັ້ນ, ເຂດທອງຫຼໍ່ ຍັງເປັນເຂດທີ່ຢູ່ອາໄສຂອງບຸກຄົນສໍາຄັນ ແລະ ນັກທຸລະກິດທີ່ມີອິດທິພົນຂອງປະເທດ ເພາະເປັນເຂດທີ່ມີຄວາມສະຫງົບ, ປອດໂປ່ງ ແລະ ຄວາມເປັນສ່ວນຕົວທີ່ສຸດ.
ຖ້າໃຜຫາກໄດ້ຜ່ານໄປແຖວທອງຫຼໍ່ ຈະສັງເກດເຫັນສະຖາປັດຕະຍາກໍາຕຶກອາຄານສູງ ທີ່ເປັນຮູບຊົງ Monolith“ໂມໂນລິດ” ແຫ່ງທໍາອິດຂອງປະເທດໄທ ແລະ ຍັງເປັນໂຄງການທີ່ສູງທີ່ສຸດໃນເຂດທອງຫຼໍ່ ດີໄຊ໌ ທີ່ເອີ້ນວ່າເປັນ World-class Designທີ່ເຂດໃຈກາງເມືອງ ແລະ ເຂດສຳຄັນທົ່ວໂລກມັກນິຍົມກັນສ້າງອາຄານສະຖາປັດຕະຍາກຳ “ໂມໂນລິດ” ມີເອກະລັກໂດດເດັ່ນ ຮູບຊົງເປັນແທ່ງຊື່ສູງ ແລະ ມີອັດຕາສ່ວນລະຫວ່າງ ຄວາມກ້ວາງຂອງຖານອາຄານຕໍ່ຄວາມສູງຂອງອາຄານຢູ່ທີ່ 1:10ເຊິ່ງກໍບໍ່ແປກໃຈເລີຍທີ່ຈະເຮັດໃຫ້ໂຄງການນີ້ ກຸ້ມຄ່າແກ່ການເປັນເຈົ້າຂອງ ເພາະຄວາມແຕກຕ່າງທີ່ໂດດເດັ່ນຈະສະແດງເຖິງລົດນິຍົມ ແລະ ບົ່ງບອກຕົວຕົນຂອງຜູ້ເປັນເຈົ້າຂອງ.
THE MONUMENT THONG LOເປັນໂຄງການຈາກແສນສິລິ ຄືແລນມາກແຫ່ງໃໝ່ ໃນຖະໜົນເສັ້ນຫຼັກຂອງເຂດທອງຫຼໍ່ ແລະ ເປັນເປົ້າໝາຍທີ່ຢູ່ອາໃສຂອງລູກຄ້າກຸ່ມ “Luxury” ເພາະດ້ວຍເຂດທີ່ຕັ້ງ ທີ່ມີອັດຕາລາຄາດິນທີ່ສູງຂຶ້ນຢ່າງຕໍ່ເນື່ອງ ແລະ ໂຄງການນີ້ ຈະມາພ້ອມກັບນິຍາມໃໝ່ຂອງການຍົກລະດັບການໃຊ້ຊີວິດໃນພື້ນທີ່ ທີ່ເຕ້ມໄປດ້ວຍຄອນໂດມິນ້ຽມ “ Luxury is space “
ໂຄງການ THE MONUMENT THONG LOພາຍໃຕ້ການຮ່ວມທຶນກັບ BTS Group Holdingເຊິ່ງຕັ້ງຢູ່ໃນຮ່ອມ ສຸຂຸມວິດ 55 ໃກ້ກັບ ສະຖານີລົດໄຟ BTSເຂດທອງຫຼໍ່ ເປັນຄອນໂດມິນ້ຽມແບບExclusiveໜຶ່ງຊັ້ນພຽງ 4 ຫ້ອງ ແລະ ທັງໂຄງການມີທັງໝົດ 127 ຫ້ອງ.
ດ້ວຍເອກະລັກທີ່ເກີດຈາກຄວາມເຂົ້າເຖິງ ແລະ ການໃຫ້ຄວາມສໍາຄັນ ກັບລົດນິຍົມຂອງຜູ້ຢູ່ອາໄສ ເຊິ່ງກຸ່ມເປົ້າໝາຍຂອງໂຄງການເປັນກຸ່ມລູກຄ້າທີ່ມັກໃນ Passion Investmentໂດຍໂຄງການຈະຖຶກອອກແບບ ພາຍໃຕ້ຄອນເຊັບ The Monument to Generationsການສົ່ງຕໍ່ທຳເລທີ່ມີຄຸນຄ່າຈາກ ລຸ້ນສູ່ລຸ້ນ ລວມໄປເຖິງສະຖາປັດຕະຍາກຳຂອງອາຄານຮູບຊົງ Monolithທີ່ເປັນສະຖາປັດຕະຍາກຳຕຶກສູງຂອງທົ່ວໂລກ ແລະ ມີຄວາມໂດດເດັ່ນຂອງປະຕິມາກຳ ສະລອຍນ້ຳທີ່ມີດີໄຊນ໌ລະດັບ Iconic ຕະຫຼອດຮອດງານສິລະປະລະດັບ Masterpiece ທີ່ຫາຍາກ ແລະ ມີຈໍານວນບໍ່ຫຼາຍໃນໂລກ ເຊິ່ງໄດ້ນຳມາຕົບແຕ່ງໃນໂຄງການໄດ້ແກ່ Chandelierໄດ້ຮັບການອອກແບບໂດຍ LASVITທີ່ເປັນແບຣນ ເຄື່ອງແກ້ວລະດັບ Luxuryເຊິ່ງເປັນທີ່ນິຍົມ ໃນກຸ່ມຣາຊະວົງທົ່ວໂລກ ຈາກສາທາລະນະລັດເຊັກ ຜົນງານສິນລະປະແອນທິ ທີ່ປະມູນຈາກທົ່ວໂລກ ແລະ ເຄື່ອງແກ້ວທີ່ເຄືອບດ້ວຍຄໍາຈາກເກາະ ມູຣາໂຣ ແຫ່ງເມືອງເວນິດ ທີ່ມີພຽງ 4 ຄູ່ໃນໂລກເທົ່ານັ້ນ.
ນອກຈາກນນັ້ນໂຄງການຍັງໃຫ້ສິ່ງອໍານວຍຄວາມສະດວກຫຼາຍຢ່າງ ບໍ່ວ່າຈະເປັນ ສະລອຍນໍ້າ ທີ່ຖືກອອກແບບໃນຮູບຊົງຂອງປະຕິມາກຳຂະໜາດໃຫຍ່ ທີ່ມີຄວາມສູງເຖິງ 10 ແມັດ ຍາວ 28 ແມັດ ໄດ້ແຮງບັນດານໃຈຈາກຕົ້ນໄມ້ໃຫຍ່ ທີ່ຖຶກອ້ອມຮອບໄປດ້ວຍ ພືດພັນຈາກນານາຊະນິດ ເຊິ່ງເໝາະສຳລັບການຜັກຜ່ອນຢ່ອນໃຈ ໃນພື້ນທີ່ສີຂຽວທີ່ມີຂະໜາດໃຫຍ່ເຖິງ 1.000 ແມັດມົນທົນ ເຊິ່ງມີຕົ້ນສຳສາຂະໜາດໃຫຍ່ອາຍຸປະມານ50 ປີ ຢູ່ໃນບໍລິເວນເດີນສວນກວ້າງ ທີ່ຍັງຖຶກຮັກສາໄວ້ ໃຫ້ຄວາມຮົ່ມເຢັນ ໂດຍແບ່ງເປັນສວນທາງດ້ານໜ້າ ແລະ ດ້ານຫຼັງ.
ທັງນີ້ໂຄງການຍັງສະເໜີປະສົບການຜ່ານການບໍລິການທີ່ເໜືອລະດັບເພື່ອຕອບໂຈດການໃຊ້ຊີວິດໄດ້ຢ່າງສົມບູນແບບ ໃນທຸກໆດ້ານ ພວກເຮົາເບິ່ງແຍງລູກຄ້າຄືກັບຄົນໃນຄອບຄົວ. ເຂົ້າໃຈ Life style ແລະ ຄວາມຕ້ອງການສະເພາະຂອງບຸກຄົນ ດ້ວຍທີມ All Suite Butler ທີ່ຜ່ານການເຝິກອົບຮົມຫຼັກສູດBritish Butler Instituteເພື່ອຕອບໂຈດຂອງການໃຊ້ຊີວິດຢ່າງຮອບດ້ານ ໂດຍ NaiLert Butlerອັນປະກອບດ້ວຍ Director of Living ຜູ້ເບິ່ງແຍງການຢູ່ອາໄສຂອງລູກຄ້າ ແລະ Butler Concierge ຜູ້ອໍານວຍຄວາມສະດວກໃຫ້ແກ່ລູກຄ້າ.
ສໍາລັບ, ການບໍລິການໃນດ້ານການໃຊ້ຊີວິດທີ່ຕອບໂຈດຂອງຜູ້ທີ່ຢູ່ອາໄສເຂດທອງຫຼໍ່ໄດ້ແກ່ Navigator/Shuttle,ບໍລິການຮັບສົ່ງ ພ້ອມຄົນຂັບລົດ ,Mixologistຈັດຫາເຄື່ອງດື່ມສຸດພິເສດສຳລັບລູກຄ້າ ນອກຈາກນີ້ຍັງມີບໍລິການລົດ Limousineສຳລັບລູກຄ້າທີ່ສາມາດເອີ້ນໃຊ້ບໍລິການໄດ້ແບບເປັນຄອບຄົວ ແລະ ບໍລິການຮັບຈອດລົດ ( Valet Parking )
ໃນມື້ນີ້ ໂຄງການ THE MONUMENT THONG LOກໍພ້ອມແລ້ວທີ່ຈະເປີດປະຕູຕ້ອນຮັບລູກຄ້າທຸກໆທ່ານໃຫ້ມາຄອບຄອງເປັນເຈົ້າຂອງ ແລະ ຍ້າຍເຂົ້າມາຢູ່ອາໄສໄດ້ເລີຍ.
ຕ້ອງການຂໍ້ມູນເພີ່ມ ຕິດຕໍ່ [email protected]Tel: +66 2 201 3999