Magazine

ຂູ່ຂ້າຄົນອື່ນມີໂທດເຖິງ 5 ປີ!

ເມື່ອຫຼາຍເດືອນທີ່ຜ່ານມາ ແມ່ນມີປະກົດການຫຍໍ້ທໍ້ເກີດຂຶ້ນ ໃນສັງຄົມບ້ານເຮົາຫຼາຍພໍສົມຄວນ ແຕ່ເຫດການທີ່ພົ້ນເດັ່ນທີ່ສຸດຄົງຫຼີກບໍ່ພົ້ນເຫດການ “ມຶງລູກໃຜ” ແລະ “ດິນກູຊື້ສອງລ້ານບາດ”, ເຊິ່ງທັງສອງເຫດການນີ້ ລ້ວນແລ້ວເປັນການຂູ່ຄາດຕະກໍາ (ຂູ່ຂ້າ) ໂດຍການໃຊ້ອາວຸດປືນ ເຊິ່ງສ້າງຄວາມແຕກຕື່ນ ແລະ ຄວາມຢ້ານໃຫ້ແກ່ຜູ້ທີ່ຖືກກະທໍາ ຫຼາຍພໍສົມຄວນ, ໃນຂະນະດຽວກັນ ຫຼາຍໆທ່ານອາດເຫັນບັນຫາດັ່ງກ່າວ ເປັນເລື່ອງຕະຫຼົກ, ເປັນຄໍາເວົ້າທີ່ພາໃຫ້ຕິດຫູ, ຕິດປາກ ກັນໄປທຸກເພດ, ທຸກໄວ ຈົນເຖິງຂັ້ນເອົາໄປແຕ່ງເປັນເພງ ແລະ ເປັນກະແສໂດງດັ່ງທີ່ສຸດໃນໂລກອອນໄລ໌ ແຕ່ທ່ານຮູ້ບໍ່ວ່າ ພຶດຕິກໍາດັ່ງກ່າວ ເປັນການກະທໍາຜິດກົດໝາຍ ຕາມທີ່ກໍານົດໄວ້ໃນ ປະມວນກົດໝາຍອາຍາ ສະບັບປີ 2017, ມາດຕາ 203, ວັກທີ 01 ເຊິ່ງກໍານົດວ່າ: “ບຸກຄົນໃດ ຫາກຂູ່ວ່າຈະຄາດຕະກໍາບຸກຄົນອື່ນດ້ວຍວິທີການໃດກໍຕາມ ໂດຍເຮັດໃຫ້ບຸກຄົນດັ່ງກ່າວ ເຊື່ອວ່າການຂູ່ນັ້ນ ຈະເປັນຈິງ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ສາມເດືອນ ຫາ ສາມປີ ຫຼື ດັດສ້າງໂດຍ ບໍ່ຕັດອິດສະຫຼະພາບ ແລະ ຈະຖືກປັບໃໝ ແຕ່ 500.000 ກີບ ຫາ 1.500.000 ກີບ.” ນອກຈາກນີ້ ໃນວັກ 02 ...

Read More »

ຍ້ອນຫຍັງຈຶ່ງຈ້າງ​ຄົນ​ຕ່າງ​ປະ​ເທດ ​ມາເປັນ​ຜູ້​ຈັດ​ການ?

ສະ​ບາຍ​ດີ​ ທ່ານຜູ້​ອ່ານ​ທີ່​ເຄົາ​ລົບ ​, ​ສະ​ບັບ​ນີ້ ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ຄົນ​ລາວ​ເຮັດ​ວຽກ​ເປັນ​ມື​ອາ​ຊີບ ເພ​າະ​ວ່າ​ຜູ້​ປະ​ກອບ​ການ​ຄົນ​ລາວ​ຫັນ​ມາ​ຈ້າງ​ຄົນ​ຕ່າງ​ປະ​ເທດ​ມາ​​ເປັນ​ຜູ້​ຈັດ​ການ​ໃນ​ຕຳ​ແໜ່ງ​ສູງໆຫຼາຍ​ຂຶ້ນ ​ຈິ່ງ​ເຮັດ​ໃຫ້​ຄົນ​ລາວຜູ້​ທີ່​ມີ​ທັກ​ສະ​ສູງ​ເສຍ​ໂອ​ກາດ​ດີໆ​ໄປ. ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ໂອ້​ລົມ​ກັບ​ນັກ​ທຸ​ລະ​ກິດ​ແຖວ​ໜ້າ​ໃນ​ດ້ານ​ໂຮງ​ແຮມ, ຮ້ານ​ອາ​ຫານ ແລະ ທ່ອງ​ທ່ຽວ ເພື່ອ​ຢາກ​ຮູ້​ວ່າ ເປັນ​ຫຍັງ​ພວກ​ເພິ່ນ​ຈິ່ງ​ຈ້າງ​ຄົນ​ຕ່າງ​ປະ​ເທດ​ມາ​ບໍ​ລິ​ຫານ​​ຮ້ານ​ອາ​ຫານ? ພວກ​ເພິ່ນ​ກໍ​ຕອບ​ກັບ​ມາ​ຢ່າງ​ໄວ​ວ່າ “ຈ້າງ​ແລ້ວ​ສະ​ບາຍ​ໃຈ” ຂ້າ​ພະ​ເຈົ້າ​ ຖາມ​ເຈາະ​ຈິ້ມ​ຕໍ່​ໄປ​ອີກວ່າ “​ເຖິງ​ແມ່ນ​ຈ້າງ​ຄົນ​ຕ່າງ​ປະ​ເທດ​ແພງກວ່າ​ຄົນ​ເຮົາ​ກໍ​ຕາມ​ບໍ?” ພວກ​ເພິ່ນ​ກໍ​ຕອບ​ກັບ​ມາ​ວ່າ “ແມ່ນ, ເຖິງ​ຈະ​ແພງກວ່າ ແຕ່​ກໍ​ກຸ້ມ​ຄ່າກວ່າ ເພາະ​ຄົນ​ຕ່າງ​ປະ​ເທດ​ເຮັດ​ວຽກ​ເປັນ​ແບບ​ມື​ອາ​ຊີບກວ່າ​ຄົນ​ລາວ ໂດຍ​ສະ​ເພາະ​ແມ່ນ​ຄົນ​ປະ​ເທດ​ໃນ​ເອີ​ຣົບ”. ບາງ​ຄົນ​ອາດ​ຈະ​ຄິດ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ຄວນ​ເອົາ​ຄຳ​ຕອບ​ພຽງ​ແຕ່​ຈາກ​ສອງ​ສາມ​ຄົນ​ແລ້ວ​ມາ​ຕັດ​ສິນ​ຄົນ​ທັງ​ປະ​ເທດ ​ຍ້ອນ​ຄົນ​ເອີ​ຣົບ​ເຮັດ​ວຽກ​ດີ ​ກໍເພາະ​​ພວກເຂົາ​ໄດ້​ເງິນ​ເດືອນ​ສູງກວ່າ​ຄົນ​ລາວ​ແມ່ນ​ບໍ? ແຕ່​ແທນ​ທີ່​ຄົນ​ລາວ​ເຮົາ​ຈະ​ຕື່ນ​ຈາກ​ຝັນ​ວ່າ ກ່ອນ​ທີ່​ຈະ​ຮຽກ​ຮ້ອງ​ເງິນ​ເດືອນ​ສູງໆ​ຂຶ້ນ​ຈາກ​ນາຍ​ຈ້າງນັ້ນ ເຮົາ​ຄວນ​ຈະ​ມາ​ພັດ​ທະ​ນາ​ສີ​ມື​ ເພື່ອ​ໃຫ້​ສົມ​ກັບ​ຄ່າ​ຈ້າງ​ທີ່​ແພງໆ​ນັ້ນ​ສາ​ກ່ອນ ເພາະ​ເຖິງ​ຢ່າງ​ໃດ ບໍ່​ແມ່ນ​ຂ້າ​ພະ​ເຈົ້າ​ຕອບ​ແທນ​ຜູ້​ປະ​ກອບ​ການ ຍ້ອນ​ຄົນ​ລາວ​ກໍ​ລ້ວນ​ແຕ່​ຢາກ​ຊ່ວຍ​ເຫຼືອ​ຄົນ​ລາວ​ດ້ວຍ​ກັນ ແລະ ໃຫ້​ໂອ​ກາດ​ກັນ​ຢູ່​ແລ້ວ ເພາະ​ຖ້າ​ຈ້າງ​ຄົນ​ຕ່າງ​ປະ​ເທດ ນອກ​ຈາກ​ຈະ​ແພງ​ແລ້ວ ຍັງ​ຕ້ອງ​ມາ​ຫຍຸ້ງ​ຍາກ​ເລື່ອງ​ທີ່​ພັກ ແລະ ອື່ນໆ​ອີກ​ແມ່ນ​ບໍ? ແຕ່​ທຸ​ລະ​ກິດ ກໍ​ຄື​ທຸກ​ລະ​ກິດ ຜົນ​ປະ​ກອບ​ການ​ແມ່ນ​ສຳ​ຄັນ​ກວ່າ. ຂໍ​ອະ​ນຸ​ຍາດ​ກັບ​ເຂົ້າ​ມາ​ສູ່​ເນື້ອ​ໃນ​ໃຈ​ຄວາມ​ດີກວ່າ​ເນາະ ແລ້ວຈະ​ເຮັດ​ວຽກ​ແບບ​ໃດ ຈິ່ງ​ຈະ​ຖື​ວ່າ​ເປັນ​ມື​ອາ​ຊີບ​ທີ່ຖືກ​ໃຈ​ນາຍ​ຈ້າງ?. ຄຳ​ຕອບ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຈາກ​ນັກ​ທຸ​ລະ​ກິດ​ແຖວ​ໜ້າ​ຂອງ​ປະ​ເທດ​ລາວ ກໍ​ຄື ຄວາມ​ຮັບ​ຜິດ​ຊອບ​ສູງ ຫຼື Commitment ໝາຍ​ເຖິງ​ເວ​ລາ​ມອບ​ວຽກ​ໃຫ້​ແລ້ວ ກໍ​ສະ​ບາຍ​ຫາຍ​ຫ່ວງ ບໍ່​ແມ່ນ​ຕ້ອງ​ຕາມ​ຖາມ​ຕາມ​ຈີ້​ເອົາ​ຄື​ດັ່ງ​ເຮົາ​ເຫັນ, ເພາະ​ຄົນ​ຕ່າງ​ປະ​ເທດນີ້ ຖ້າ​ໄປ​ຕາມ​ວຽກ​ນຳພວກ​ເຂົາຫຼາຍ ເຂົາ​ກໍ​ຈະ​ບໍ່​ພໍ​ໃຈ ເພາະ​ນັ້ນ​ຖື​ເປັນ​ການ​ດູ​ຖູກ ...

Read More »

ກໍາແໜ້ນແຜນງົບປະມານແຫ່ງລັດ ແລະ ຄາດໝາຍສູ້ຊົນດ້ານເງິນຕາໃນປີ 2019

ສືບຕໍ່ຈາກສະບັບກ່ອນ; ສະບັບນີ້ຂໍນໍາສະເໜີບົດລາຍງານລວມຂອງລັດຖະບານໃນແຜນງົບປະມານແຫ່ງລັດ ແລະ ຄາດໝາຍສູ້ຊົນດ້ານເງິນຕາໃນປີ 2019 ເຊິ່ງມີບາງຈຸດດັ່ງລຸ່ມນີ້: ຄາດໝາຍແຜນງົບປະມານແຫ່ງລັດປີ 2019 4.1. ຄາດໝາຍລາຍຮັບ: ລາຍຮັບງົບປະມານ ລວມທັງໝົດປີ 2019 ມີຈໍານວນ 26.305,29 ຕື້ກີບ, ທຽບໃສ່ແຜນປີ 2018 ແມ່ນເພີ່ມຂຶ້ນ 3,35%, ຖ້າທຽບໃສ່ຄາດຄະເນປະຕິບັດປີ 2018 ເພີ່ມຂຶ້ນ 3,17%, ໃນນີ້; ລາຍຮັບຈາກການຊ່ວຍເຫຼືອລ້າ; 2.065,29 ຕື້ກີບ, ຫຼຸດລົງ 24,95% ທຽບໃສ່ແຜນປີ 2018 ແລະ ລາຍຮັບພາຍໃນ: 24.240,00 ຕື້ກີບ, ທຽບໃສ່ແຜນ 2018 ເພີ່ມຂຶ້ນ 6,78%, ທຽບໃສ່ຄາດຄະເນປະຕິບັດປີ 2018 ເພີ່ມຂຶ້ນ 8,11%. ແຜນລາຍຮັບສູນກາງ ແລະ ທ້ອງຖິ່ນ + ລາຍຮັບສູນກາງ ທັງໝົດ: 21.257,53 ຕື້ກີບ, ໃນນັ້ນ. ລາຍຮັບພາຍໃນ 19.192,24 ຕື້ກີບ. ລາຍຮັບຈາກການຊ່ວຍເຫຼືອລ້າ 2.065,29 ຕື້ກີບ. + ...

Read More »

ສປປ ລາວ ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີຄວາມສໍາຄັນທາງຍຸດທະສາດ ຕໍ່ກັນຢ່າງຍິ່ງໃນທຸກດ້ານ

ຂຶ້ນປົກສະບັບເດືອນນີ້ໄດ້ຮັບກຽດສໍາພາດທ່ານກຽດຕິຄຸນຊາດປະເສີດເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈໍາສາທາລະນະ ລັດປະຊາທິປະໄຕ ປະຊາຊົນລາວເຊິ່ງທ່ານຈະໄດ້ສະເໜີໃຫ້ຊາບເຖິງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງໄທ-ລາວໂດຍສະເພາະແມ່ນການພົວພັນທາງດ້ານການທູດຂອງສອງປະເທດຊຶ່ງໃນປີ 2020 ແມ່ນຈະຄົບຮອບ 70 ປີ, ພ້ອມທັງສະເໜີໃຫ້ຊາບເຖິງວິໄສທັດຂອງສອງລັດຖະບານກ່ຽວກັບການພົວພັນທາງດ້ານການຄ້າ. ການພົວພັນມິດຕະພາບແລະການຮ່ວມມືໄທ–ລາວມີບາດກ້າວຂະຫຍາຍຕົວແນວໃດ?. ນະໂຍບາຍການທູດຣາຊະອານາຈັກໄທໄດ້ວາງວິໄສທັດແນວໃດແດ່ໃນການພົວພັນສອງຝ່າຍ? ຜ່ານມາທາງລັດຖະບານໄທໃຫ້ການຊ່ວຍເຫຼືອດ້ານໃດແດ່ແກ່ລັດຖະບານສປປລາວ? ປະເທດເພື່ອນບ້ານ ແລະ ອາຊຽນເປັນຫົວໃຈຫຼັກຂອງນະໂຍບາຍການທູດຂອງໄທ, ປະເທດໄທ ແລະ ສປປລາວ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີຄວາມສໍາຄັນທາງຍຸດທະສາດຕໍ່ກັນຢ່າງຍິ່ງໃນທຸກດ້ານ. ການພົວພັນໄທ-ລາວມີລັກສະນະພິເສດທີ່ໃກ້ສິດກັນແບບເຄືອຍາດປະຊາຊົນສອງປະເທດມີວິຖີຊີວິດ ແລະ ວັດທະນະທໍາທີ່ໃກ້ຄຽງກັນການພົວພັນລະຫວ່າງປະຊາຊົນທີ່ມີຄວາມເຂົ້າໃຈທີ່ດີຕໍ່ກັນຈຶ່ງເປັນຮາກຖານທີ່ສໍາຄັນຂອງການພົວພັນລະຫວ່າງສອງປະເທດ. ປັດຈຸບັນການພົວພັນຂອງທັງສອງປະເທດແມ່ນຢູ່ໃນລະດັບທີ່ດີຕະຫຼອດ ໄລຍະຫຼາຍປີຜ່ານມາສອງປະເທດໄດ້ເສີມຂະຫຍາຍການຮ່ວມມືລະຫວ່າງກັນໃນທຸກໆດ້ານເຫດການປະຫວັດສາດຕ່າງໆຖືໄດ້ວ່າເປັນການເປີດສັງກາດໃໝ່ຂອງການພົວພັນທາງການທູດໄທ-ລາວ ຂອງຍຸກປັດຈຸບັນຄືການສະເດັດຢ້ຽມຢາມ ສປປລາວ ຂອງພຣະບາດສົມເດັດພຣະເຈົ້າຢູ່ຫົວຣາຊະການທີ 9 ໃນປີ 1994 ເພື່ອເປັນປະທານເປີດຂົວມິດຕະພາບໄທ-ລາວແຫ່ງທໍາອິດຮ່ວມກັບ ພະນະທ່ານ ໜູຮັກ ພູມສະຫວັນປະທານປະເທດ ແຫ່ງສປປລາວ ແລະ ເປີດໂຄງການສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ (ຫຼັກ 22) ທີ່ມຸ່ງເນັ້ນການຮ່ວມມືດ້ານວິຊາການແລະ ການຖ່າຍທອດເຕັກໂນໂລຊີໂດຍຄໍານຶງເຖິງສະພາບແວດລ້ອມ ແລະ ພູມປະເທດ ແລະ ເປັນໂຄງການສາທິດການພັດທະນາດ້ານການກະເສດທີ່ສາມາດຊ່ວຍສົ່ງເສີມການຫາລ້ຽງກຸ້ມຕົນເອງ ແລະ ຍົກລະດັບຊີວິດຄວາມເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ເມື່ອຫວນຄືນເຖິງວິໄສທັດ ແລະ ນະໂຍບາຍໃນການພັດທະນາປະເທດຢ່າງຍືນຍົງລວມເຖິງສັກກະຍະພາບຂອງສອງປະເທດ ແລະໃນໂອກາດທີ່ການພົວພັນທາງການທູດໄທ-ລາວຈະຄົບຮອບ 70 ປີໃນປີ 2020 ຈະມາເຖິງນີ້ລັດຖະບານໄທພ້ອມທີ່ຈະສະໜັບສະໜູນການຂັບເຄື່ອນນະໂຍບາຍຂອງສປປລາວ ທີ່ກໍານົດເປົ້າໝາຍໃຫ້ຫຼຸດພົ້ນຈາກສະຖານະປະເທດດ້ອຍພັດທະນາໃຫ້ເປັນແຫຼ່ງຜະລິດພະລັງງານໄຟຟ້າແຫ່ງພາກພື້ນອາຊີ ...

Read More »

Wear Space ຜູ້ຊ່ວຍໃໝ່ ເພີ່ມສະມາທິໃຫ້ກັບຄົນເຮັດວຽກ…

ສັງຄົມໂລກໃນປັດຈຸບັນມີການພັດທະນາຢ່າງບໍ່ຢຸດຢັ້ງ ເຮັດໃຫ້ພຶດຕິກໍາຂອງຄົນເຮົາກໍປ່ຽນໄປຕາມການພັດທະນາຂອງໂລກ ເຊັ່ນ: ພຶດຕິກໍາການໃຊ້ຊີວິດ, ການເຂົ້າສັງຄົມ ລວມໄປເຖິງພຶດຕິກໍາໃນການເຮັດວຽກທີ່ແຕກຕ່າງໄປຈາກເມື່ອກ່ອນ. ເພາະປັດຈຸບັນຄົນເຮັດວຽກມັກໃນຄວາມເປັນອິດສະຫຼະຫຼາຍຂຶ້ນ, ຫ້ອງການຖືກອອກແບບໃຫ້ມີຄວາມໂລ່ງສະບາຍຫຼາຍຂຶ້ນ ຫຼືຢາກເຮັດວຽກແບບບໍ່ຕ້ອງມີຫ້ອງການເປັນຂອງຕົວເອງຍັງໄດ້ ເຊັ່ນ ຕາມຮ້ານກາເຟ, ຮ້ານອາຫານ ແລະອື່ນໆ ໂດຍສະເພາະເທຣນຂອງ Co-Working Space ທີ່ເປັນສັງຄົມການເຮັດວຽກຂອງຄົນຍຸກໃໝ່ທີ່ໃຜໆກໍມານັ່ງເຮັດວຽກໄດ້, ເຮັດໃຫ້ການເຮັດວຽກແບບມີໂຕະປະຈໍາເປັນຂອງຕົວເອງ ເລີ່ມຈາງໄປເລີຍ. ແຕ່ຂໍ້ເສຍຂອງການເຮັດວຽກໃນ Office ທີ່ບໍ່ເປັນການສ່ວນຕົວຈະເຮັດໃຫ້ສຽງ ແລະ ຮູບຈາກຜູ້ຮ່ວມເຮັດວຽກຄົນອື່ນໆທີ່ເກີດຂຶ້ນ ຈົນເຂົ້າໄປຫຼຸດສະມາທິການເຮັດວຽກຂອງບາງຄົນໄດ້… ແລະ ຍ້ອນໂລກມີການພັດທະນາຢ່າງບໍ່ຢຸດຢັ້ງ ເຕັກໂນໂລຊີ ກໍຕ້ອງພັດທະນາໃຫ້ທັນກັບການປ່ຽນແປງຂອງຄົນເຊັ່ນກັນ. Future Life Factory ສະຕູດີໂອອອກແບບ ຂອງບໍລິສັດທີ່ມີຊື່ສຽງຈາກ ປະເທດຍີ່ປຸ່ນ Panasonic, ຮ່ວມມືກັບ Designer Kunihiko Morinaga ຮ່ວມກັນຄິດຄົ້ນ “Wear Space” ອຸປະກອນທີ່ຈະເຂົ້າມາຊ່ວຍເພີ່ມສະມາທິໃຫ້ກັບຄົນເຮັດວຽກ ດ້ວຍການໃຊ້ເຕັກໂນໂລຊີຕັດສຽງລົບກວນ ຫຼື Noise-Cancelling Technology. ຜູ້ຊ່ວຍຕົວນີ້ຈະຊ່ວຍເຮັດໃຫ້ຜູ້ໃຊ້ເບິ່ງເຫັນສະເພາະສິ່ງທີ່ຢູ່ຕໍ່ໜ້າເທົ່ານັ້ນ ຫຼືບໍ່ສາມາດເຫັນສິ່ງທີ່ຢູ່ອ້ອມຂ້າງໄດ້ນັ້ນເອງ. ສໍາລັບ Wear Space ຖືກອອກແບບມາໃນລັກສະນະໂຄ້ງ ແລະຍືດຫົດໄດ້ດີ ເພື່ອໃຫ້ສາມາດຢືດອ້ອມຫົວຂອງຜູ້ໃຊ້ໄດ້. ລະດັບການເບິ່ງເຫັນຂອງຜູ້ໃຊ້ສາມາດປັບໄດ້ຕາມການຂະຫຍາຍອອກ ຫຼືຫຸບເຂົ້າຂອງອຸປະກອນເຊິ່ງຂຶ້ນຢູ່ກັບລະດັບສະມາທິຂອງຜູ້ທີ່ຕ້ອງການໃຊ້. ນອກຈາກນີ້ ພາຍໃນແຖບໂຄ້ງຂອງ ...

Read More »

ເປັນ​ຫຍັງ​ຄົນ​ຈີນ ເຮັດການຄ້າ​ຈຶ່ງຮັ່ງມີ? (ຕໍ່​ຈາກ​ສະ​ບັບ​ກ່ອນ)

ສະ​ບາຍ​ດີບັນ​ດາ​ທ່ານ​ນັກ​ອ່ານ​ທີ່​ຮັກ​ແພງ ​ຂ້າ​ພະ​ເຈົ້າ​​ຂໍ​ອະ​ນຸ​ຍາດ​ຂຽນ​ບົດຄວາມ​​ກ່ຽວຫຼັກ​ປັດ​ຊະ​ຍາ​ການ​ຄ້າຂອງ​ຄົນ​ຈີນຕໍ່​ອີກ​ໃນ​ສະ​ບັບ​ເດືອນ​ມີ​ນາ ປີ 2019 ນີ້, ຫວັງ​ວ່າ​ທ່ານ​ນັກ​ອ່ານ​ຄົງ​ຈະ​ບໍ່ຢຸດ​​ເຊົາອ່ານ​ນໍ. ດຸໝັ່ນ ແລະ ອົດທົນ (ຕໍ່) ທ່ານ ແຈັກ​ມາ (Jack Ma) ມະ​ຫາ​ເສດ​ຖີອັນ​ດັບ​ໜຶ່ງ​ຂອງ​ຈີນ​ກໍ​ຖື​ວ່າ​ເປັນ​ອີກ​ຄົນ​ໜຶ່ງ​ມີ​ຄວາມ​ດຸ​ໝັ່ນ ແລະ ອົດ​ທົນ​​ເພື່ອ​ສ້າງ​ຕົນ​ເອງ​ໃຫ້​ກາຍ​ເປັນ​ຄົນ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ ເຊິ່ງ​ທ່ານ​ເຄີຍກ່າວ​ວ່າ “ຢ່າ​ຍອມ​ຈຳ​ນົນ, ເຖິງມື້​ນີ້​ຈະ​ລຳ​ບາກ, ມື້​ອື່ນ​ອາດ​ຈະ​ລຳ​ບາກ​ຂຶ້ນ​ໄປ​ອີກ, ແຕ່​ວ່າມື້​ຮື​ອາດ​ຈະ​ເປັນ​ມື້​ທີ່​ສົດ​ໃສ​ສຳ​ລັບ​ທ່ານ” ຫຼື “Never give up. Today is hard, tomorrow will be worse, but the day after tomorrow will be sunshine”, ແຕ່​ໜ້າ​ເສຍ​ດາຍ​ທີ່​ຄົນ​ສ່ວນຫຼາຍ​ມັກ​ຈະ​ລົ້ມ​ລົງ​ໃນ​ຕອນ​ຄ່ຳ​ຂອງມື້​ອື່ນ ​ກ່ອນ​ທີ່​ຈະ​ເຖິງມື້​ຮື. ທ່ານ ແຈັກ​ມາ ກໍ​ເປັນ​ອີກ​ຄົນ​ໜຶ່ງທີ່​ມີ​ຄວາມ​ອົດ​ທົນ​ເປັນ​ເລີດ ໂດຍບໍ່​ຍອມ​ຈຳ​ນົນ​ຕໍ່​ໂຊກ​ຊາ​ຕາ ເຖິງຈະ​ລົ້ມຫຼາຍ​ຄັ້ງ​ ແລະ ຖືກ​ສັງ​ຄົມ​ປະ​ຕິ​ເສດຫຼາຍ​ປານ​ໃດ ທ່ານ​​ຍັງ​​ອົດ​ທົນ ແລະ ລຸກ​ຢືນ​ຂຶ້ນ​ສູ້​ຈົນ​ປະ​ສົບ​ຄວາມ​ສຳ​ເລັດ ຍ້ອນ​ທ່ານ​ຄິດ​ຢູ່​ສະ​ເໝີ​ວ່າ “ທຸກໆ​ຄວາມ​ລຳ​ບາກ ກໍ​ຈະ​ມີ​ຂອງ​ຂວັນ​ໃຫ້​ຢູ່​ສະ​ເໝີ ແລະ ເມື່ອ​ທ່ານ​ເສຍ​ຢ່າງ​ໜຶ່ງ​ໄປ ທ່ານ​ກໍ​ຈະ​ໄດ້​ສິ່ງ​ທີ່​ດີກວ່າ​ມາ​ແທນ​ຢູ່​ສະ​ເໝີ ຖ້າ​​ມີ​ຄວາມ​ອົດ​ທົນ​ພຽງ​ພໍ”, ...

Read More »

ຄວາມຮູ້ກ່ຽວກັບການໃຊ້ເງິນຕາຕ່າງປະເທດ ໃນ ສປປ ລາວ

ເມື່ອເດືອນຕຸລາ 2018 ທີ່ຜ່ານມາ, ແຈ້ງການຂອງ ທະນາຄານແຫ່ງ ສປປ ລາວ (ທຫລ) ເລື່ອງການເກັບຄ່າທໍານຽມໃນການມອບເງິນສົດທີ່ເປັນເງິນຕາຕ່າງປະເທດ ປະເພດໃບນ້ອຍ ແລະ ເງິນເສື່ອມຄຸນນະພາບ ສະກຸນໂດລາສະຫະລັດ ແລະ ບາດ ແມ່ນໄດ້ຖືກຍົກຂຶ້ນມາເປັນປະເດັນສຳຄັນໃນສັງຄົມ. ເຖິງແມ່ນວ່າ ມາດຕະຖານການເກັບຄ່າທຳນຽມໄດ້ຖືກນຳສະເໜີຜ່ານຫຼາຍບົດຄວາມໄປແລ້ວກໍຕາມ ຫຼາຍທ່ານອາດຍັງສົງໄສວ່າຍ້ອນເຫດຜົນອັນໃດທີ່ເຮັດໃຫ້ ຫທລ ຕ້ອງອອກແຈ້ງການທີ່ສົ່ງຜົນກະທົບຕໍ່ປະຊາຊົນຜູ້ໃຊ້ເງິນຕາຕ່າງປະເທດສະບັບດັ່ງກ່າວ, ໃນບົດຄວາມນີ້ ຈຶ່ງຂໍໄຂຂໍ້ຂ້ອງໃຈໃຫ້ບັນດາຜູ້ອ່ານໄດ້ຮັບຊາບ ເຖິງສາເຫດຕົ້ນຕໍຂອງການເກັບຄ່າທຳນຽມດັ່ງກ່າວຄື: ການຫັນເປັນທັນສະໄໝ ການເຕີບໂຕທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ສົ່ງຜົນໃຫ້ ເສດຖະກິດ-ການເງິນໂລກ ມີທ່າອ່ຽງ ຫັນເປັນທັນສະໄໝນັບມື້ນັບເພີ່ມຂຶ້ນ, ໃນນັ້ນ ການຊໍາລະສະສາງທັງພາຍໃນ ແລະ ລະຫວ່າງປະເທດ ແມ່ນໄດ້ມີການຫັນປ່ຽນຈາກການຊຳລະສະສາງດ້ວຍເງິນສົດ ໄປສູ່ ການຊຳລະສະສາງແບບທັນສະໄໝທາງເອເລັກໂຕຣນິກ (Electronic) ຫຼາຍຂຶ້ນ ເນື່ອງຈາກ ຂໍ້ສະດວກທາງດ້ານໄລຍະເວລາໃນການສົ່ງມອບ, ຄວາມປອດໄພ ແລະ ຕົ້ນທຶນການເຄື່ອນຍ້າຍ. ການເຄື່ອນຍ້າຍເງິນສົດ ແນ່ນອນວ່າ ການຂົນຍ້າຍເງິນສົດໄປຕ່າງປະເທດແມ່ນມີຄ່າໃຊ້ຈ່າຍຕິດພັນ ແລະ ມູນຄ່າເງິນສົດທີ່ຮັບເຄື່ອນຍ້າຍ ເຂົ້າ-ອອກ ກໍມີລັກສະນະຈຳກັດ ຈຶ່ງເຮັດໃຫ້ການສົ່ງມອບເງິນສົດທີ່ເປັນເງິນຕາຕ່າງປະເທດ ເຂົ້າ-ອອກ ສປປ ລາວ ກັບບັນດາທະນາຄານຄູ່ຄ້າຂອງຂະແໜງທະນາຄານ ມີຈຳນວນຫຼຸດໜ້ອຍຖອຍລົງ. ສ່ວນເງິນຕາຕ່າງປະເທດທີ່ເສື່ອມຄຸນນະພາບນັ້ນ ຂະແໜງການທະນາຄານກໍຕ້ອງໄດ້ເຄື່ອນຍ້າຍອອກໄປແລກປ່ຽນຢູ່ຕ່າງປະເທດ ເອົາເງິນໃບໃໝ່ ...

Read More »

5 Trends Digital Marketing ປີ 2019 ທີ່ທຸກຄົນຄວນຮູ້

ຍຸກນີ້ “ດີຈີຕອນ” ກາຍເປັນອີກໂລກໜຶ່ງທີ່ມີຜູ້ບໍລິໂພກເຂົ້າໄປຊົມໃຊ້ເປັນຈໍານວນຫຼວງຫຼາຍ ບໍ່ວ່າຈະເດັກນ້ອຍ, ຜູ້ໃຫຍ່, ໄວໜຸ່ມ ຈົນໄປເຖິງຜູ້ສູງອາຍຸບາງຄົນຈົນເຖິງຂັ້ນບໍ່ຍອມວາງສະມາດທ໌ໂຟນ ຫຼື ຫ່າງອອກຈາກໂລກສື່ສັງຄົມ“ອອນໄລ໌”. ເພາະ“ດີຈີຕອນ” ມັນໄດ້ຊ່ວຍອໍານວຍຄວາມສະດວກສະບາຍຫຼາຍຢ່າງໃນຊີວິດ ແລະ ຍັງສ້າງລາຍໄດ້ໃຫ້ກັບຄົນຍຸກນີ້. ເມື່ອຮູ້ແລ້ວວ່າກຸ່ມລູກຄ້າຢູ່ໃນໂລກ “ອອນໄລ໌” ເປັນສ່ວນຫຼາຍ. ດັ່ງນັ້ນ,​ ເພື່ອຈະໃຫ້ຜູ້ປະກອບມີແຜນການຕະຫຼາດເຮັດໃຫ້ທຸລະກິດຂະຫຍາຍຕົວຢ່າງໝັ້ນຄົງໄດ້ນັ້ນຕ້ອງມີຄວາມເຂົ້າໃຈກັບໂລກ“ດີຈີຕອນ”ຫຼາຍຂຶ້ນ, ຕ້ອງໄດ້“ອັບເດດ”ຮຽນຮູ້ ແລະປັບຕົວຢູ່ຕະຫຼອດເວລາ. ສະນັ້ນ, ວາລະສານທາເກັດສະບັບນີ້ ຈຶ່ງໄດ້ຍົກເອົາ 5 ທ່າອ່ຽງ ຫຼື Trend ໃໝ່ໆຂອງ Digital Marketing ໃນປີ 2019 ທີ່ທຸກຄົນຕ້ອງຮຽນຮູ້ໄວ້ມານໍາສະເໜີ ກຽມພ້ອມສຳລັບ 5G ກັບຈຸດປ່ຽນຄັ້ງສຳຄັນຂອງໂລກ “ເທຣນ”ທຳອິດຄື:  5Gແນ່ນອນວ່າ ປີນີ້ ເລື່ອງນີ້ຈະຖືກນຳມາເວົ້າຫຼາຍທີ່ສຸດ ສະນັ້ນ, ຖ້າຄວາມໄວຂອງອິນເຕີເນັດຫຼາຍຂຶ້ນເທົ່າໃດ, ຄວາມໃຈຮ້ອນຂອງຜູ້ບໍລິໂພກກໍຫຼາຍເພີ່ມຂຶ້ນເທົ່ານັ້ນ. ດັ່ງນັ້ນ, ທຸກທຸລະກິດຈະຕ້ອງນຳໃຊ້ນະໂຍບາຍ Brand for Now(ຍີ່ຫໍ້ສິນຄ້າສໍາລັບດຽວນີ້ຕອນນີ້) ຫຼື ຕ້ອງສາມາດເຊື່ອມຕໍ່ກັບຜູ້ບໍລິໂພກຕະຫຼອດ 24 ຊົ່ວໂມງ. ນອກຈາກນີ້, ເມື່ອທຸກຢ່າງມັນໄວຂຶ້ນ ຜູ້ບໍລິໂພກກໍຈະໄດ້ຮັບສື່ທີ່ສັ້ນລົງເລື້ອຍໆ. ດັ່ງນັ້ນ, ການເຮັດສື່ໂຄສະນາໃນຍຸກນີ້ນອກຈາກຕ້ອງເປັນແບບສັ້ນໆແລ້ວ ຕ້ອງເປັນ Short Form ...

Read More »

Healthy Box ຄົນຮັກສຸຂະພາບຕ້ອງຮູ້ຈັກ

“ເທຣນ” ຮັກສຸຂະພາບກໍາລັງມາແຮງໃນປັດຈຸບັນ ໂດຍສະເພາະ ການກິນອາຫານ “ຄລີນ” ກໍາລັງເປັນທີ່ເວົ້າເຖິງກັນຫຼາຍໃນກຸ່ມຄົນຮັກສຸຂະພາບ ແລະ ຄົນເຮັດວຽກຫ້ອງການ ທີ່ບໍ່ມີເວລາໃນການອອກກໍາລັງກາຍ ແລະ ແຕ່ງກິນເອງ… ມື້ນີ້ວາລະສານທາເກັດ ຈະມາເຈາະໃຈຜູ້ປະກອບການດ້ານອາຫານ “ຄລີນ” ທີ່ກໍາລັງໄດ້ຮັບຄວາມສົນໃຈຫຼາຍ ຜ່ານເພຈ “Healthy Box” ກໍຄື ທ່ານ ນາງ ອາລີນາ ສີວົງໄຊ ຫຼື ປູນາ ເຈົ້າຂອງເພຈ ໄດ້ໃຫ້ສໍາພາດກັບທີມງານວາລະສານທາເກັດຂອງພວກເຮົາກ່ຽວກັບການມາເປັນຜູ້ປະກອບດ້ານອາຫານ “ຄລີນ”ວ່າ ຕົນເອງມີອາຊີບເປັນນັກຮ້ອງປະຈໍາຢູ່ຮ້ານອາຫານແຫ່ງໜຶ່ງ ແຕ່ເນື່ອງຈາກເປັນຄົນຈ່ອຍ ແຕ່ຮູບຮ່າງບໍ່ແໜ້ນ. ເລີຍຢາກມີກົ້ນ, ມີກ້າມທ້ອງ ເຮັດໃຫ້ເລີ່ມສຶກສາ ແລະ ສົນໃຈເລື່ອງການອອກກໍາລັງກາຍ ແລະ ກໍໄດ້ຮູ້ຈັກກັບອາຫານ “ຄລີນ” ຈາກຄູເຝິກຂອງຕົນເອງ. ໂດຍປົກກະຕິ ເປັນຄົນມັກເຮັດອາຫານກິນກັບຄອບຄົວຢູ່ແລ້ວ ຈຶ່ງມີຄວາມຢາກເຮັດອາຫານ “ຄລີນ” ກິນເອງ, ກໍເລີຍເລີ່ມສຶກສາຜ່ານ “ຢູທູບ” ລອງຜິດລອງຖືກມາຫຼາຍຄັ້ງ ແລ້ວລອງເອົາໄປໃຫ້ແມ່ຊີມເບິ່ງ ແມ່ກະວ່າແຊບລອງເຮັດຂາຍເບິ່ງບໍ່? ແຕ່ທໍາອິດແມ່ນບໍ່ໄດ້ຂາຍອາຫານ “ຄລີນ” ແຕ່ຈະເລີ່ມທົດລອງຂາຍປາ “ຊາບະ” ກ່ອນ ປະກົດວ່າຂາຍດີຫຼາຍໃນຕອນນັ້ນ. ຈຶ່ງມາປຶກສາກັບແມ່ວ່າຢາກເຮັດອາຫານ “ຄລີນ” ຂາຍ ໂດຍເລີ່ມຈາກການສ້າງເພຈ ...

Read More »

ຖ້າອາຊີບທີ່ເຮັດຢູ່ບໍ່ເປັນທີ່ຕ້ອງການຂອງຕະຫຼາດອີກຕໍ່ໄປ ຕ້ອງປັບຕົວແນວໃດ?

ໃນຍຸກທີ່ທຸກຢ່າງອ້ອມຕົວເຮົາເຕັມໄປດ້ວຍເຕັກໂນໂລຊີ ເຮັດໃຫ້ຄົນເຮົາຕ້ອງໄດ້ປ່ຽນແປງຕົວເອງໄປນໍາເພື່ອຢາກໃຫ້ຢູ່ລອດໃນສັງຄົມ ບໍ່ວ່າຈະເປັນການໃຊ້ຊີວິດ, ການເຮັດທຸລະກິດ ແລະ ການປະກອບອາຊີບຕ່າງໆ. ນັບຕັ້ງແຕ່ເຈົ້າຂອງທຸລະກິດຂະໜາດໃຫຍ່, ຜູ້ປະກອບການຂະໜາດນ້ອຍ ແລະ ກາງ ທີ່ຕ້ອງໄດ້ປ່ຽນທັງວິທີຄິດ ແລະ ການບໍລິຫານເພື່ອໃຫ້ຢູ່ລອດໃນຍຸກທີ່ເອີ້ນວ່າ: ຍຸກ Digital ເຊິ່ງກໍອາດຈະເຮັດໃຫ້ບາງສາຂາອາຊີບທີ່ມີຢູ່ໃນປັດຈຸບັນຕ້ອງຖືກຕັດອອກໄປ, ເພື່ອໃຫ້ບໍລິສັດກ້າວຕໍ່ໄປໄດ້. ແລ້ວມະນຸດເງິນເດືອນທັງຫຼາຍທີ່ຢູ່ໃນບັນດາອາຊີບນັ້ນ ຈະເຮັດແນວໃດຖ້າອາຊີບທີ່ເຂົາເຈົ້າເຮັດຢູ່ຖືກຕັດອອກໄປ. ມື້ນີ້ ວາລະສານທາເກັດຂອງພວກເຮົາຈະມາແນະນໍາ ກ່ຽວກັບການປັບຕົວໃຫ້ຢູ່ລອດໃນຍຸກປັດຈຸບັນຂອງມະນຸດເງິນເດືອນ ໂດຍສະເພາະບາງອາຊີບທີ່ອາດຈະໝົດໄປໃນອະນາຄົດ ທໍາຄວາມເຂົ້າໃຈກັບບໍລິສັດ ແລະ ອົງກອນ ເນື່ອງຈາກຄວາມຫຼາກຫຼາຍຂອງຄົນເຮົາເພີ່ມຂຶ້ນ ເມື່ອ 10 ປີກ່ອນ ຈະມີກຸ່ມຄົນທີ່ເອີ້ນວ່າ Gen Y ເຊິ່ງມີວິຖີຊີວິດ ແລະ ຄວາມຄິດທີ່ແຕກຕ່າງຈາກຄົນລຸ້ນກ່ອນ. ຈົນເຮັດໃຫ້ປັດຈຸບັນ Gen Y ຫຼາຍຄົນເຂົ້າມາມີບົດບາດເປັນຜູ້ບໍລິຫານທັງໃນລະດັບກາງ ແລະ ລະດັບສູງຫຼາຍອົງກອນແລ້ວ. ແຕ່ມາໃນປັດຈຸບັນ Gen Z ເລີ່ມເຂົ້າມາເປັນສ່ວນໜຶ່ງຂອງຄົນເຮັດວຽກແລ້ວ. ຈຶ່ງເປັນການປັບຕົວອີກເທື່ອໜຶ່ງຂອງຜູ້ບໍລິຫານ ແລະ ຝ່າຍບຸກຄະລາກອນ ເພາະບັນຫາໃຫຍ່ຄື ຈະເຮັດແນວໃດໃຫ້ທັງ Gen Y ຕອນປາຍ ແລະ Gen Z ຕອນຕົ້ນ ໂດຍສະເພາະຄົນທີ່ມີສັກກະຍາພາບຢາກເຂົ້າມາເຮັດວຽກໃນອົງກອນ. ໃນຂະນະທີ່ ...

Read More »