Magazine

ເຈົ້າຂອງບໍລິສັດຢູນິເທັກ ລາວ (UniqTek) ຜູ້ທີ່ມີວິໄສທັດຫັນເປັນຍຸກດີຈິຕອນ

ດັ່ງທີ່ທ່ານໄດ້ຮູ້ນຳກັນແລ້ວວ່າລັດຖະບານລາວກຳລັງພັດທະນາປະເທດເພື່ອຫັນເປັນອຸດສາຫະກຳແລະທັນສະໄໝຕາມທິດສີຂຽວແລະຍືນຍົງ. ເພື່ອໃຫ້ເຮັດໄດ້ແນວນັ້ນຈຶ່ງຈຳເປັນຕ້ອງສ້າງພື້ນຖານເຕັກນິກກໍຄືເຄື່ອງມືອັນທັນສະໄໝປະກອບໃຫ້ກັບພາກລັດແລະທຸລະກິດ. ຍ້ອນແນວນີ້ຈຶ່ງເກີດມີຊ່ອງຫວ່າງໃນການສ້າງທຸລະກິດທີ່ໃຫ້ບໍລິການດ້ານນີ້ຂຶ້ນແລະວາລະສານທາເກັດຢາກມາແລກປ່ຽນກັນກ່ຽວກັບບໍລິສັດຢູນິເຕັກລາວ (UniqTek). ໂດຍສະເພາະໃນທີ່ນີ້ພວກເຮົາໄດ້ສຳພາດແລະທຳຄວາມ ຮູ້ຈັກກັບນັກທຸລະກິດໜຸ່ມໄຟແຮງຜູ້ທີ່ມີວິໄສທັດກ່ຽວກັບຍຸກການຫັນເປັນດີຈິຕອນຄືທ່ານຈັນດາວົງສຸດທິທຳຫຼື(ຕ້ອມ) ເຊິ່ງເປັນຜູ້ສ້າງຕັ້ງແລະຜູ້ອຳນວຍການຂອງບໍລິສັດນີ້. ບໍລິສັດ ຢູນິເຕັກລາວ (UniqTek) ເຮັດທຸລະກິດຕົ້ນຕໍ ດ້ານການລົງທຶນໃສ່ພື້ນຖານໂຄງລ່າງດ້ານດີຈິຕອນ (Digital infrastructure) ໃຫ້ລັດຖະບານ ແລະ ຜູ້ປະກອບການ. ການຈະກ້າວສູ່ອຸດສາຫະກຳຍຸກ 4.0 ພວກເຮົາຈະໄດ້ຍິນກ່ຽວກັບການເຊື່ອມຕໍ່ສື່ສານອັດຕະໂນມັດຂອງອຸປະກອນເຄື່ອງໃຊ້ (Internet of Things) ແລະ ການພັດທະນາ ເປັນຕົວເມືອງອັດສະລິຍະ (Smart Cities). ກ່ອນຈະມີໄດ້ແນວນັ້ນມີຄວາມຈຳເປັນທີ່ຈະຕ້ອງມີການປູພື້ນທາງດ້ານພື້ນຖານໂຄງລ່າງເສຍກ່ອນ. ພື້ນຖານໂຄງລ່າງບໍ່ວ່າຈະເປັນ Reality Capture ຫລື Laser Scan ເພື່ອເບິ່ງໂຄງສ້າງເຮືອນ ຫຼື ໂຮງຈັກໂຮງງານໃນການຈັດເກັບແຜນທີ່ ຫຼື ໂຄງສ້າງໃນລະບົບດີຈິຕອນ. ບາງໂຄງການທີ່ບໍລິສັດ ຢູນິເຕັກລາວ (UniqTek) ໃຫ້ບໍລິການແມ່ນການຊ່ວຍລັດຖະບານໃນການພັດທະນາລະບົບການສຳຫຼວດທີ່ດິນໃນທົ່ວປະເທດຈາກລະບົບທີ່ມີໃນປະຈຸບັນ ຫຼື ແບບ “ແມນນວນ” (Manual) ທີ່ໃຊ້ການບັນທຶກໃສ່ເຈ້ຍໃຫ້ເປັນລະບົບດີຈິຕອນ. ໝາຍຄວາມວ່າໃຊ້ດາວທຽມຊ່ວຍຈັບຈຸດພິກັດ ເຊິ່ງຈະຊ່ວຍໄດ້ຫຼາຍ ເພື່ອໃຫ້ສາມາດສຳເລັດວຽກໂດຍໄວ, ໃຊ້ຄົນໜ້ອຍລົງ ແລະ ມີຄວາມຊັດເຈນສູງຂຶ້ນ. ກ່ອນທີ່ຈະມາເຮັດທຸລະກິດນີ້, ທ່ານ ຈັນດາວົງ ສຸດທິທຳ ແມ່ນໄດ້ຮຽນຈົບປະລິນຍາຕີຈາກມະຫາວິທະຍາໄລ ...

Read More »

ເຢຍລະມັນ ແມ່ນໜຶ່ງໃນບັນດາຄູ່ຮ່ວມພັດທະນາ ສໍາຄັນທີ່ສຸດຂອງສປປລາວ

ສະບັບເດືອນກໍລະກົດໄດ້ຮັບກຽດສໍາພາດທ່ານເຢັນສລຸດເຄັນແຮມເອກອັກຄະລັດຖະທູດສາທາລະນະລັດສະຫະພັນເຢຍລະມັນປະຈໍາສປປລາວ, ຊຶ່ງທ່ານຈະສະເໜີໃຫ້ຊາບເຖິງການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດເຊິ່ງໃນປີຜ່ານມາສອງປະເທດໄດ້ຮ່ວມກັນສະຫຼອງສາຍພົວພັນທາງດ້ານການທູດຄົບຮອບ 60 ປີ. ພ້ອມນີ້ທ່ານຍັງຈະສະເໜີໃຫ້ຊາບກ່ຽວກັບການຊ່ວຍເຫຼືອຂອງລັດຖະບານເຢຍລະມັນຕໍ່ລັດຖະບານສປປລາວແລະການພົວພັນຂອງສອງປະເທດໃນອະນາຄົດ. ສປປລາວແລະສສເຢຍລະມັນໄດ້ສ້າງຕັ້ງສາຍພົວພັນການທູດນຳກັນວັນທີ 31 ມັງກອນ 1958 ເຊິ່ງໄດ້ໝູນວຽນມາຄົບຮອບ 60 ປີໃນປີ 2018 ໃນຕະຫຼອດໄລຍະ 60 ປີທີ່ຜ່ານມາທັງສອງປະເທດໄດ້ດໍາເນີນການພົວພັນຮ່ວມມືຢ່າງຕັ້ງໜ້າແລະເພີ່ມທະວີຂຶ້ນຢ່າງໜັກແໜ້ນດ້ວຍການໃຫ້ການສະໜັບສະໜູນເຊິ່ງກັນແລະກັນທັງໃນຂອບການຮ່ວມມືສອງຝ່າຍແລະຂອບຫຼາຍຝ່າຍໃນເວທີສາກົນ, ລັດຖະບານເຢຍລະມັນໄດ້ໃຫ້ການຮ່ວມມືຊ່ວຍເຫຼືອແກ່ລາວຢູ່ໃນສອງຂະແໜງ ການບຸລິມະສິດຄື: ການຮ່ວມມືທາງດ້ານເຕັກນິກໂດຍຜ່ານອົງການຮ່ວມມືສາກົນເພື່ອການພັດທະນາເຢຍລະມັນ (GIZ) ແລະການຮ່ວມມືທາງດ້ານການເງິນຜ່ານທະນາຄານສິນເຊື່ອເພື່ອການພັດທະນາເຢຍລະມັນ, ໂດຍອີງໃສ່ເປົ້າໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານລາວເປັນຕົ້ນແມ່ນເນັ້ນໜັກໃສ່ການພັດທະນາຊົນນະບົດວຽກງານອາຊີວະສຶກສາການພັດທະນາເສດຖະກິດແບບຍືນຍົງການພັດທະນາຊັບພະຍາກອນມະນຸດການອະນຸຮັກສິ່ງແວດລ້ອມກໍ່ສ້າງໂຄງລ່າງພື້ນຖານແລະການສົ່ງເສີມພາກທຸລະກິດ-ເອກະຊົນນອກຈາກນີ້ເຢຍລະມັນຍັງໄດ້ໃຫ້ການຊ່ວຍເຫຼືອລາວໂດຍຜ່ານອົງການຈັດຕັ້ງສາກົນອື່ນໆອີກເຊັ່ນ: ສະຫະພາບເອີຣົບແລະອົງການແມ່ນ້ຳຂອງ. (ລາຍລະອຽດການສຳພາດ ຕ່າງໆ ສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 156 ເດືອນກໍລະກົດ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) Germany is one of the most important development partners ...

Read More »

“ມະນຸດ ກັບ AI” ສິ່ງໃດຕອບໂຈດທຸລະກິດໄດ້ຫຼາຍກວ່າກັນ?

ການມາເຖິງຂອງຍຸກ Digital ໄດ້ສ້າງຄວາມປ່ຽນແປງແບບກ້າວກະໂດດແກ່ມະນຸດໃນທົ່ວໂລກ, ມີເຕັກໂນໂລຊີຫຼາກຫຼາຍເຂົ້າມາສ້າງຄວາມສະດວກສະບາຍໃນການດໍາລົງຊີວິດ, ວຽກຫຼາຍຢ່າງທີ່ມະນຸດເຄີຍຕ້ອງໃຊ້ແຮງງານ ແລະ ລົງມືເຮັດດ້ວຍຕົນເອງ ໄດ້ມີສິ່ງທີ່ເອີ້ນວ່າ:AI ເຂົ້າມາເຮັດໜ້າທີ່ແທນ. ຫຼາຍປີກ່ອນ ເຄີຍມີການຕື່ນຕົວ ແລະ ເວົ້າເຖິງໃນວົງກວ້າງ ກ່ຽວກັບການນໍາເອົາ AI (Artificial Intelligence) ຫຼືປັນຍາປະດິດ ເຂົ້າມາສູ່ຕະຫຼາດແຮງງານ ເພື່ອທົດແທນການຈ້າງແຮງງານຄົນເປັນຈຳນວນຫຼາຍ, ເຮັດໃຫ້ສ້າງຄວາມກັງວົນໃຫ້ແກ່ຜູ້ຄົນໃນຫຼາກຫຼາຍສາຂາອາຊີບ. ບົດຄວາມຕໍ່ໄປນີ້ ຜູ້ຂຽນຈຶ່ງຢາກ ວິເຄາະເຖິງແງ່ມຸມ, ຂໍ້ຄິດດີໆ ກ່ຽວກັບການນໍາເອົາເຄື່ອງມື AI ເຂົ້າມາໃຊ້ໃນທຸລະກິດວ່າ ຈຸດໃດຄວນນໍາເຂົ້າມາ ແລະ ຈຸດໃດທີ່ບໍ່ຄວນນໍາເຂົ້າມາໃຊ້ ໃຫ້ຜູ້ອ່ານໄດ້ພິຈາລະນານໍາກັນ!!! ຈາກຮູບແບບການເຮັດວຽກຂອງມະນຸດ ແລະ AI ໄດ້ຖືກວິເຄາະເອົາໄວ້ຫຼາກຫຼາຍ ໂດຍມີຜົນໄດ້ຮັບທີ່ເປັນໄປໃນທິດທາງດຽວກັນວ່າ AI ນັ້ນມີຄຸນສົມບັດເດັ່ນໃນການເຂົ້າມາເພິີ່ມຊ່ອງວ່າງບາງຂໍ້ ທີ່ຄົນເຮົາບໍ່ສາມາດເຮັດໄດ້ເຊັ່ນ: AI ສາມາດເຝິກຝົນຕົນເອງໄດ້ຕະຫຼອດເວລາ: ຕົວຢ່າງເຊັ່ນ: Open AI ທີ່ສະໜັບສະໜູນການພັດທະນາ ໂດຍ ອີລອນ ມັດ (Elon Musk) ຜູ້ສ້າງຕັ້ງ ແລະ ຜູ້ບໍລິຫານ ບໍລິສັດສະເປສເອັກ (Spacex) ໂດຍໃຫ້ AI ໄດ້ທົດລອງຫຼິ້ນເກມ DotA2 ...

Read More »

ສິດຂອງຜູ້ຊົມໃຊ້ສິນຄ້າ ຫຼືການບໍລິການ

ໃນຍຸກທີ່ເສດຖະກິດ ມີການຂະຫຍາຍຕົວສູງ ຄວາມຕ້ອງການຊົມໃຊ້ສິນຄ້າ ແລະ ການບໍລິການ ແມ່ນນັບມື້ນັບຫຼາຍຂຶ້ນ, ຄຽງຄູ່ກັນນັ້ນ ບັນຫາທີ່ເກີດຂຶ້ນສ່ວນໃຫຍ່ແມ່ນເລື່ອງຂອງການຊົມໃຊ້ສິນຄ້າ ແລະ ການບໍລິການທີ່ບໍ່ມີຄຸນນະພາບ, ບໍ່ໄດ້ສິນຄ້າຄົບຕາມຈໍານວນ, ລາຄາບໍ່ເປັນທໍາ, ໃຊ້ແລ້ວເປັນອັນຕະລາຍ ດັ່ງນີ້ເປັນຕົ້ນ. ຫຼາຍໆທ່ານຄົງຕັ້ງຄໍາຖາມວ່າ ກົດໝາຍໃຫ້ສິດຫຍັງແດ່ແກ່ຜູ້ຊົມໃຊ້ ແລະ ໃຫ້ການປົກປ້ອງຈາກການເອົາປຽບຈາກ ຜູ້ສະໜອງສິນຄ້າ ຫຼື ການບໍລິການແນວໃດ? ມື້ນີ້ເຮົາມີຄໍາຕອບໃຫ້. ແນ່ນອນການຊື້ສິ້ນຄ້າ ຜູ້ຊື້ກໍຢາກໄດ້ສິນຄ້າທີ່ມີຄຸນນະພາບຕາມມາດຕະຖານຂອງສິນຄ້ານັ້ນໆ ຫຼື ໄດ້ຮັບການບໍລິການທີ່ດີ ແລະ ຄວາມພໍໃຈ ໃຫ້ສົມກັບເງິນທີ່ໄດ້ຈ່າຍເປັນຄ່າສິນຄ້າ ຫຼື ການບໍລິການນັ້ນ. ແຕ່ກ່ອນອື່ນໝົດເຮົາມາຮູ້ຈັກຄໍາວ່າ “ການປົກປ້ອງຜູ້ຊົມໃຊ້” ຕາມກົດໝາຍ ວ່າມີຄວາມໝາຍແນວໃດ ເສຍກ່ອນ:  ໂດຍ ອີງຕາມ ກົດໝາຍ ວ່າດ້ວຍ ການປົກປ້ອງຜູ້ຊົມໃຊ້ ສະບັບເລກທີ 02/ສພຊ, ລົງວັນທີ 30 ມິຖຸນາ 2010, ມາດຕາ 2 ໄດ້ໃຫ້ຄໍານິຍາມ ກ່ຽວກັບການປົກປ້ອງຜູ້ຊົມໃຊ້ວ່າ: “ການປົກປ້ອງຜູ້ຊົມໃຊ້ ແມ່ນການນໍາໃຊ້ມາດຕະການ ເພື່ອຮັກສາຊີວິດ, ສຸຂະພາບ, ຊັບສິນ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງ ຜູ້ຊົມໃຊ້ ...

Read More »

ຢາກມີຄອນໂດໃຫມ່ສຸດຫຼູ ໃນກຸງເທບຕ້ອງບ່ອນນີ້ “The Monument Thong Lo”

ເຂດທີ່ຢູ່ອາໄສໃນກຸງເທບ ທີ່ມີຊື່ສຽງ ແລະ ຫຼາຍຄົນຮູ້ຈັກດີ ກໍຈະຮູ້ວ່າແມ່ນ ສຸຂຸມວິດ ຫຼື ທອງຫຼໍ່ ເປັນເຂດທີ່ໄດ້ຮັບຄວາມນິຍົມທີ່ສຸດສຳລັບຄົນໃນຕົວເມືອງເພາະເຂດນີ້ເປັນເຂດສະດວກສະບາຍທີ່ສຸດ ບໍ່ວ່າຈະເປັນເລື່ອງການເດີນທາງ, ອາຫານ, ຮ້ານຄາເຟ່ ແລະ ບຣາທີ່ມີເອກະລັກໂດດເດັ່ນ ທີ່ຄົນກຸງເທບ ຫຼື ຄົນຕ່າງແຂວງ,ຕ່າງປະເທດ ໄປທ່ຽວກຸງເທບ ຕ້ອງໄປໃຫ້ໄດ້. ບໍ່ພຽງເທົ່ານັ້ນ, ເຂດທອງຫຼໍ່ ຍັງເປັນເຂດທີ່ຢູ່ອາໄສຂອງບຸກຄົນສໍາຄັນ ແລະ ນັກທຸລະກິດທີ່ມີອິດທິພົນຂອງປະເທດ ເພາະເປັນເຂດທີ່ມີຄວາມສະຫງົບ, ປອດໂປ່ງ ແລະ ມີຄວາມເປັນສ່ວນຕົວທີ່ສຸດ. ຖ້າໃຜຫາກໄດ້ຜ່ານໄປແຖວທອງຫຼໍ່ ຈະສັງເກດເຫັນຕຶກອາຄານທີ່ສູງ ທີ່ເປັນຮູບຊົງ Monolith“ໂມໂນລິດ” ແຫ່ງທໍາອິດຂອງປະເທດໄທ ແລະ ຍັງເປັນໂຄງການຕືກສູງທີ່ສຸດໃນຕອນນີ້ຂອງເຂດທອງຫຼໍ່ ມີດີໄຊ໌ ທີ່ເອີ້ນວ່າເປັນ World-class Design ທີ່ເຂດໃຈກາງເມືອງ ແລະ ເຂດສຳຄັນທົ່ວໂລກມັກນິຍົມກັນສ້າງອາຄານສະຖາປັດຕະຍາກຳນີ້ ທີ່ມີເອກະລັກໂດດເດັ່ນ ຮູບຊົງເປັນແທ່ງຊື່ສູງ ມີຄວາມແຕກຕ່າງທີ່ໂດດເດັ່ນສະແດງເຖິງລົດນິຍົມ ແລະ ບົ່ງບອກຕົວຕົນຂອງຜູ້ເປັນເຈົ້າຂອງ. ຖ້າຫາກໃຜສົນໃຈ ຢາກໄດ້ທີ່ຢູ່ອາໄສ ເປັນຄອນໂດຫຼູ ໃນໃຈກາງເມືອງຢູ່ກຸງເທບ ເພື່ອໄປພັກຜ່ອນ, ທ່ອງທ່ຽວ ຫຼື ໄປເຮັດວຽກ ຫຼື ໄປສຶກສາຮໍ່າຮຽນຢູ່ກຸງເທບ ແລ້ວມີທີ່ພັກອາໄສເປັນຂອງຕົນເອງ ທາເກັດ ຂໍແນະນຳຄອນໂດ ຢູ່ທີ່ຕືກ The Monument ...

Read More »

Iron OX ຜູ້ຊ່ວຍວຽກກະສິກໍາ ຍຸກໃໝ່…

ກະສິກໍາ ຂຶ້ນຊື່ວ່າເປັນຂະແໜງການຫຼັກຂອງປະເທດເຮົາ ປະຊາຊົນສ່ວນຫຼາຍມີອາຊີບເປັນຊາວກະສິກອນ, ຄົນສ່ວນຫຼາຍກໍລື້ງເຄີຍກັບການໃຊ້ແຮງງານຄົນ, ແຮງງານສັດ ແລະ ເຄື່ອງຈັກເຂົ້າໃນການເຮັດກະສິກໍາ ເຊິ່ງກໍຈະມີວິວັດທະນາການ ປ່ຽນແປງໄປຕາມແຕ່ລະຍຸກ ແຕ່ລະສະໄໝ. ແຕ່ຫຼັກໆແລ້ວກໍແມ່ນການໃຊ້ແຮງງານຄົນເປັນສ່ວນຫຼາຍ ເພາະວ່າເຄື່ອງຈັກທີ່ນໍາເຂົ້າມານັ້ນກໍເປັນພຽງຕົວຊ່ວຍບາງຢ່າງ ແຕ່ຖ້າຈະນໍາມາໃຊ້ແທນແຮງງານຄົນແທ້ໆກໍຍັງເປັນໄປບໍ່ໄດ້ເທື່ອ. ແຕ່ປັດຈຸບັນ ຍ້ອນການພັດທະນາທາງດ້ານເຕັກໂນໂລຊີຢ່າງກ້າວກະໂດດ ຈົນເຮັດໃຫ້ມີການສ້າງ “ຫຸ່ນຍົນ” ທີ່ສາມາດເຂົ້າມາເຮັດວຽກໃນຂົງເຂດກະສິກໍາ ແທນແຮງງານຄົນໄດ້ເກືອບທັງໝົດ ເລີ່ມຕັ້ງແຕ່ການກ້າແນວພັນພືດ, ຈັດສັນພື້ນທີ່ໃຫ້ໃໝ່ເມື່ອຕົ້ນເຕີບໃຫຍ່ຂຶ້ນ ໄປຈົນເຖິງການກໍາຈັດແມງໄມ້ ແລະ ປາບສັດຕູພືດ… ສໍາລັບຄວາມຄິດສຸດລໍ້າໜ້າຂອງຫຸ່ນຍົນຕົວນີ້ ໄດ້ມາຈາກ ບໍລິສັດ ຊານຄາລອດ ໃນລັດແຄລິຟໍເນຍ ປະເທດ ສະຫະລັດອາເມຣິກາ ໂດຍເປັນບໍລິສັດທໍາອິດ ທີ່ອາໄສຫຸ່ນຍົນພຽງ 2 ຕົວເຂົ້າມາເບິ່ງແຍງ ແລະ ເກັບກ່ຽວຜົນຜະລິດ, ເຊິ່ງມີລັກສະນະເປັນສວນຜັກໃນຮົ່ມ, ປູກຜັກແບບ”ໄຮໂດຣໂປນິກ” ຫຼື ການປູກພືດຜັກໂດຍບໍ່ໃຊ້ດິນເລີຍ. ຫຸ່ນຍົນຕົວທໍາອິດມີນໍ້າໜັກ 1.000 ປອນ ແລະ ມີຂະໜາດເທົ່າກັບລົດຄັນໜຶ່ງ ເຮັດໜ້າທີ່ໃນການຈັບຖາດແນວພັນພືດ ແລະ ເຄື່ອນຍ້າຍໄປຍັງສ່ວນຕ່າງໆຂອງເຮືອນແກ້ວ, ສ່ວນຫຸ່ນຍົນຕົວທີ່ 2 ມີລັກສະນະເປັນແຂນ ເຮັດໜ້າທີ່ເບິ່ງແຍງຄວາມຮຽບຮ້ອຍໃນສ່ວນອື່ນໆເຊັ່ນ: ການກ້າແນວພັນ ແລະ ການປູກຜັກເປັນຕົ້ນ. ເມື່ອຕົ້ນຜັກໃຫຍ່ເຕັມທີ່ ຫຸ່ນຍົນຕົວທໍາອິດຈະຍ້າຍຕົ້ນຜັກໄປພື້ນທີ່ສໍາລັບການປະມວນຜົນ ແລະ ກວດສອບຄຸນນະພາບ ...

Read More »

ແສນ​ສິ​ຣິ ​ຍົກ​ລະ​ດັບ​ຕະຫຼາດອະ​ສັງ​ຫາ​ລິ​ມາ​ຊັບຂອງ​ປະ​ເທດໃຫ້​ມີ​ຊີ​ວິດ​ຊີ​ວາ

ເປັນ​ເວ​ລາ 35 ປີທີ່ແລ້ວ ແສນ​ສິ​ຣິ ​ໄດ້​ສັນ​ສ້າງຫຼາຍ​​ຮ້ອຍໂຄງ​ການ​​ໂດຍ​ເນັ້ນໜັກ​ໃສ່​ຮູບ​ແບບ​ການ​ດຳ​ລົງ​ຊີ​ວິດທົ່ວ​ປະ​ເທດ​ໄທ, ແລະ ໄດ້ຍົກ​ລະ​ດັບ​ຕະຫຼາດອະ​ສັງ​ຫາ​ລິ​ມາ​ຊັບຂອງ​ປະ​ເທດໃຫ້​ມີ​ຊີ​ວິດ​ຊີ​ວາ. ໃນປັດຈຸບັນ, ​ຜູ້​ພັດ​ທະ​ນາອະ​ສັງ​ຫາລິມະຊັບໄດ້ລົງທຶນເຂົ້າໃນບ້ານຄຸນ​ນະ​ພາບ​ສູງ, ອາ​ຄານ​ຊຸດ, ຫ້ອງແຖວ, ໂຄງ​ການ​ບໍ​ລິ​ການແລະໂຄງ​ການ​ຍ່ອຍ​ອື່ນໆອີກ​. ບັນ​ດາ​ບໍ​ລິ​ສັດ​ສາ​ຂ​າ ​ຍັງ​ໃຫ້​ການ​ບໍ​​ລິການຫຼັງ​ການ​ຂາຍ ແລະ ການ​ຊ່ວຍ​ເຫຼືອ​ຕ່າງໆ​ຢ່າງ​ຄົບ​ວົງ​ຈອນເພີ່ມຕື່ມ, ອັນ​ເຮັດ​ໃຫ້ແສນ​ສິ​ຣິ​ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ​​ສູງ​ສຸດໃນຖານະ​ຜູ້​ພັດ​ທະ​ນາດ້ານ​ການ​ບໍ​ລິ​ການ​ຢ່າງ​ເຕັມ​ຮູບ​ແບບ. ເຕິບ​ໃຫຍ່ຂະຫຍາຍຕົວ​ຈາກ​ຄວາມ​ເຂັ້ມ​ແຂງສູ່​ຄວາມ​ເຂັ້ມ​ແຂງ ແສ​ນ​ສິ​ຣິ ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1984 ດ້​ວຍ​ໂຄງ​ການ​ດ່ຽວທີ່​ຫົວ​ຫິນເປັນ​ຣີ​ສອດ​ແຄມ​ທະ​ເລ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ. ຫຼາຍ​ທົດ​ສະ​ວັດ​ຕໍ່​ມາ, ບໍ​ລິ​ສັດກໍ່​ເຕີບໃຫຍ່ຂຶ້ນຄຽງ​ຄູ່​ກັບ​ການ​ປ່ຽນ​ແປງຢ່າງໃຫຍ່ຫຼວງຂອງ​ປະ​ຊາ​ກອນ​ໃນ​ບັນ​ດາ​ຕົວ​ເມືອງ​ໃຫ​ຍ່-​ຕາມ​ດ້ວຍ​ຄວາມ​ຕ້ອງ​ການ​ເຮືອນຫຼັງ​ໃໝ່ແລະ ​​ພື້ນ​ທີ່​ອ​າ​ໃສທີ່ມີ​​ຄຸນ​ນະ​ພາບ. ການ​ເດີນ​ທາງ​ຂອງແສນ​ສິ​ຣິສະ​ແດງ​ໃຫ້​ເຫັນ​ເສັ້ນທາງ​​ການ​ເຕີບ​ໂຕ​ອັນພິເສດ,ເຊິ່ງ​ລວມ​ມີ​ການຈົດທະບຽນ​ເຂົ້​າ​ສູ່​ຕະຫຼາດ​ຫຼັກ​ຊັບຂອງ​ໄທ, ການ​ເລີ່ມ​ໂຄງ​ການການ​ໃຫ້​ບໍລິ​ການແລະທີ່​ພັກ​ອາ​ໃສ​ ໃນ Ken sing ton, ລອນດອນ,ແລະການ​ເປີດ​ໂຕໂຄງການ 98 Wireless ເຊິ່ງເປັນ​ໂຄງ​ການ​ພັດທະ​ນາອາ​ຄານ​ຊຸດ​ຫຼັກອັນສໍາຄັນ​ຂອງ​ບໍ​ລິ​ສັດ ທີ່​ເປັນອະ​ສັງ​ຫາ​ລິ​ມະ​ຊັບ​ທີ່ຫຼູຫຼາ​ທີ່​ສຸດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ປັດຈຸ​ບັນ,ແສນ​ສິ​ຣິ ມີທັງໝົດ 352 ໂຄງ​ການ​ທີ່ດໍາເນີນການພາຍ​ໃຕ້​ຊື່​​ຂອງ​ຕົນ, ໃນຂະ​ນະດຽວ​ກັນກໍ່ສືບ​ຕໍ່​ດໍາເນີນການພາຍໃຕ້ແບ​ຣນ​ ແລະ​ຊື່​ສຽງ​ອັນເຂັ້ມແຂງທາງ​ດ້ານອະ​ສັງ​ຫ​າ​ລະດັບສູງຜູ້ທີ່ໃຫ້ບໍລິການດ້ານທາງເລືອກທີ່ພັກອາໃສໃນລະຄາທີ່ຈັບຕ້ອງໄດ້. ຜູ້ນໍາດ້ານ​ຄວາມ​ສະ​ດວກ​ສະ​ບາຍ, ມີຄຸ​ນນ​ະ​ພາບແລະການ​ອອກ​ແບບທີ່ລົງຕົວ​ດ້ວຍ​ແຮງ​ບັນ​ດານ​ໃຈ​ທີ່​ຢາກມອບໃຫ້ຫຼາຍກວ່າ​ຄວາມ​ເປັນ​​ເຮືອນແກ່ຜູ້​ຊື້, ​ການ​ພັດ​ທະ​ນາ​ຂອງແສນ​ສິ​ຣິ​ໄດ້​ດຶງ​ດູດລູກ​ຄ້າແລະນັກ​ລົງ​ທຶນ​ຈາກ​ທົ່ວ​ໂລກ. ​​ໃນ​ແຕ່​ລະ​ໂຄງ​ການແມ່ນເນັ້ນ​ໜັກດ້ານ​ການ​ອອກ​ແບບໂດຍ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ປະ​ໂຫຍດ​ໃຊ້​ສອຍແລະຄວາມ​ງາມເພື່ອ​ຍົກ​ລະ​ດັບ​ຮູບ​ແບບ​ການ​ດຳ​ລົງຊີ​ວິດ​ຂອງ​ຜູ້ຢູ່ອ​າໃສ​ຢ່າງ​ແທ້​ຈິງ. ຈາກ​ບ້ານ​ໃນ​ຕົວ​ເມືອງອັນຫຼູຫຼາສູ່ອາ​ຄານ​ຊຸດ​ຕາກ​ອາ​ກາດແຄມ​ທະ​ເລ, ທຸກ​ພື້ນ​ທີ່​ສະ​ແດງ​ໃຫ້ເຫັນເຖິງຄວາມລະອຽດ, ສຳ​​ຜັດໄດ້ເຖິງຄວາມເອົາໃຈໃສ່ ​ແລະຄວາມ​ຟົດຟື້ນ. ການ​ບໍ​ລິ​ການຫຼັງ​ການ​ຂາຍ​ທີ່​ດີ​ເລີດ ແສນ​ສິ​ຣິສະແດງໃຫ້ເຫັນເຖິງຄໍາໝັ້ນສັນຍາ​ທີ່​ຈະ​ສືບ​ຕໍ່​ປັບ​ປຸງ​ຄຸນ​ນະ​ພາບ​ຊີ​ວິດ​ໃຫ້​ແກ່​ລູກ​ຄ້າ. ນອກ​ຈາກ​ນັ້ນ, ລູກ​ຄ້າ​ທຸກ​ຄົນ​ຍັງ​ຖືກຕ້ອນ​ຮັບ​ສູ່​ຄອບຄົວ​ແສນ​ສິ​ຣິພ້ອມດ້ວຍ​ສິດທິພິເສດ​ຕ່າງໆ, ໂດຍ​ສະ​ເພາະທີ່ Siri House, ພື້ນ​ທີ່​ສຳ​ລັບການໃຊ້ຊີວິດໃນຮູບແບບຕ່າງໆ, ​ພົບ​ປະ​ສັງ​ສັນ ແລະຮັບ​ປະ​ທານ​ອາ​ຫານທີ່ເປັນທີ່ລວບລວມຜູ້ຄົນ,ສິ​ນລະ​ປະ,ກາ​ນ​ອອກ​ແບບ,ອາ​ຫານແລະອື່ນໆ​ມາ​ໄວ້​ດ້ວຍ​ກັນ ຫຼື ...

Read More »

ໄຟຟ້າຫົງສາມຸ່ງໝັ້ນພັດທະນາໄປສູ່ຄວາມສຳເລັດທີ່ຍືນຍົງຮ່ວມກັນ

ບໍລິສັດໄຟຟ້າຫົງສາຈໍາກັດເປັນບໍລິສັດທີ່ດຳເນີນທຸລະກິດດ້ານການຜະລິດກະແສໄຟຟ້າ ແລະ ເປັນໂຮງໄຟຟ້າພະລັງງານຄວາມຮ້ອນຈາກຖ່ານຫີນລິກໄນແຫ່ງທຳອິດຂອງສປປລາວທີ່ມີກໍາລັງການຜະລິດ 1.878 ເມກາວັດໂດຍລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ເປັນຜູ້ອະນຸມັດສັນຍາສຳປະທານ, ເນື້ອທີ່ສໍາປະທານທັງໝົດ 76,2 ກິໂລແມັດມົນທົນແລະມີອາຍຸສໍາປະທານ 25 ປີນັບຕັ້ງແຕ່ປີ 2016-2041. ທ່ານມາໂນດຈິນໃຈນາມຜູ້ຈັດການຝ່າຍປະຊາສໍາພັນຂອງບໍລິສັດໄຟຟ້າຫົງສາຈໍາກັດຍັງໃຫ້ຮູ້ຕື່ມອີກວ່າ: ພັນທະກິດຫຼັກຂອງບໍລິສັດໄຟຟ້າຫົງສາຈໍາກັດບໍ່ພຽງແຕ່ເປັນຜູ້ດໍາເນີນທຸລະກິດດ້ານການຜະລິດກະແສໄຟຟ້າເທົ່ານັ້ນແຕ່ຍັງໃຫ້ຄວາມສໍາຄັນໃນເລື່ອງຂອງການປົກປັກຮັກສາສິ່ງແວດລ້ອມແລະເອົາໃຈໃສ່ຊຸມຊົນໃນບໍລິເວນເນື້ອທີ່ປະຕິບັດງານໃຫ້ມີຄວາມເປັນຢູ່ທີ່ດີເພື່ອກ້າວສູ່ການພັດທະນາທີ່ຢືນຍົງຕາມທີ່ລະບຸໄວ້ໃນວິໄສທັດຂອງບໍລິສັດຄື: “ການເປັນໂຮງໄຟຟ້າປາກບໍ່ແຮ່ນຳໜ້າໃນອາຊຽນດ້ວຍການເຮັດວຽກທີ່ເປັນເລີດສ້າງຄວາມເຊື່ອໝັ້ນແລະຄວາມສຸກສູ່ສັງຄົມ” ກ່ອນການກໍ່ສ້າງໂຮງໄຟຟ້າ: ເປັນການດໍາເນີນງານກ່ຽວກັບການຍົກຍ້າຍຊຸມຊົນທີ່ອາໄສຫຼືທີ່ມີເນື້ອທີ່ການຜະລິດຢູ່ໃນເຂດທີ່ສຳປະທານໂດຍບໍລິສັດໄຟຟ້າຫົງສາຈຳກັດໄດ້ຈັດຫາທີ່ຢູ່ອາໄສແລະເນື້ອທີ່ການຜະລິດໃໝ່ຕາມຄວາມເໝາະສົມຕະຫຼອດເຖິງການສະໜັບສະໜູນແລະຊ່ວຍເຫຼືອໃນດ້ານຕ່າງໆເຊັ່ນ: ເງິນສົດຊົດເຊີຍຕາມທີ່ລັດຖະບານແລະປະຊາຊົນທີ່ຕ້ອງຍົກຍ້າຍເຫັນດີຮ່ວມກັນ, ເຮືອນຫຼັງໃໝ່ໃນເນື້ອທີ່ 450 ແມັດມົນທົນ, ເນື້ອທີ່ເຮັດການຜະລິດ 2 ເຮັກຕາຕໍ່ຄອບຄົວ, ການສົ່ງເສີມແລະພັດທະນາອາຊີບ, ການຈ້າງງານຢ່າງນ້ອຍ 1 ຕຳແໜ່ງຕໍ່ 1 ຄອບຄົວຕະຫຼອດໄລຍະເວລາສໍາປະທານເຊິ່ງການຍົກຍ້າຍໄດ້ເລີ່ມຂຶ້ນເດືອນມີນາ 2011 ແລະສຳເລັດໃນເດືອນກໍລະກົດ 2012 ໂດຍມີປະຊາຊົນທີ່ຕ້ອງຍົກຍ້າຍອອກຈາກເຂດເນື້ອທີ່ສຳປະທານທັງໝົດ 450 ຄອບຄົວ. ການດຳເນີນງານການກໍ່ສ້າງໂຮງໄຟຟ້າ: ບໍລິສັດໄຟຟ້າຫົງສາຈໍາກັດໄດ້ເລີ່ມການດໍາເນີນການກໍ່ສ້າງໃນເດືອນພະຈິກ 2010 ແລະສໍາເລັດໃນເດືອນມີນາ 2016 ສາມາດຜະລິດກະແສໄຟຟ້າໄດ້ຄົບທັງ 3 ໜ່ວຍຜະລິດໃນວັນທີ 3 ມີນາ 2016 ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາປະກອບດ້ວຍ: 3 ໜ່ວຍຜະລິດແຕ່ລະໜ່ວຍຜະລິດສາມາດຜະລິດກະແສໄຟຟ້າໄດ້ 626 ເມກາວັດລວມທັງໝົດໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາສາມາດຜະລິດກະແສໄຟຟ້າໄດ້ 1.878 ເມກາວັດໂດຍສົ່ງກະແສໄຟຟ້າໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ 1.473 ເມກາວັດແລະສົ່ງກະແສໄຟຟ້າໃຫ້ກັບລັດວິສາຫະກິດໄຟຟ້າລາວ100 ເມກາວັດມາຮອດປັດຈຸບັນບໍລິສັດໄຟຟ້າຫົງສາຈໍາກັດສາມາດຜະລິດກະແສໄຟຟ້າໄດ້ຕາມສັນຍາມາໂດຍຕະຫຼອດ. ການດຳເນີນງານໃນປັດຈຸບັນ: ເມື່ອສໍາເລັດການກໍ່ສ້າງໂຮງໄຟຟ້າບໍລິສັດໄຟຟ້າຫົງສາຈໍາກັດ ໄດ້ດໍາເນີນການຜະລິດກະແສໄຟຟ້າແລະສົ່ງກະແສໄຟຟ້າໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທແລະລັດວິສາຫະກິດໄຟຟ້າລາວໄດ້ຕາມສັນຍານອກຈາກນີ້, ...

Read More »

ເຂື່ອນໄຟຟ້າ ໄຊຍະບູລີ ຖືເປັນໂຄງການລະດັບ Mega Project ທີ່ກໍ່ສ້າງຂຶ້ນໃນ ສປປ ລາວ

ບໍລິສັດຊີເຄພາວເວີຈໍາກັດ (ມະຫາຊົນ) ຫຼືCK Power ເປັນບໍລິສັດຜູ້ລົງທຶນແລະກໍ່ສ້າງໂຄງການໂຮງງານໄຟຟ້າທັງໃນປະເທດໄທແລະພາກພື້ນອາຊຽນ, ວິໄສທັດຫຼັກຂອງບໍລິສັດບໍ່ໄດ້ມຸ່ງເນັ້ນແຕ່ຜົນກໍາໄລທາງທຸລະກິດ. CK Power ດໍາເນີນກິດຈະການໂຮງງານໄຟຟ້າທັງໝົດ3  ປະເພດຄື: ພະລັງງານຄວາມຮ້ອນ (Cogeneration Power), ພະລັງງານແສງອາທິດ (Solar Power) ໂດຍມຸ່ງເນັ້ນຄວາມສາມາດໃນການພັດທະນາໂຄງການທາງດ້ານພະລັງງານນໍ້າ (Hydroelectric Power) ປັດຈຸບັນດໍາເນີນການກໍ່ສ້າງໂຮງງານໄຟຟ້າໃນສປປລາວທັງໝົດ 2 ໂຄງການຄື: 1.ໂຮງງານໄຟຟ້າພະລັງນໍ້ານໍ້າງື່ມ 2 ມີກໍາລັງການຜະລິດ 615 ເມກາວັດເລີ່ມເດີນເຄື່ອງຈັກແຕ່ວັນທີ1 ມັງກອນ 2013 ກະແສໄຟຟ້າທັງໝົດສົ່ງຈໍາໜ່າຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທເປັນໄລຍະເວລາ 25 ປີ. 2.ໂຄງການໄຟຟ້າພະລັງນໍ້າໄຊຍະບູລີເປັນອີກຄວາມພາກພູມໃຈຂອງບໍລິສັດ CK Power ເນື່ອງຈາກໂຄງການນີ້ເປັນໂຮງງານແຫ່ງທໍາອິດທີ່ຕັ້ງຢູ່ແມ່ນໍ້າຂອງຕອນລຸ່ມຫ່າງຈາກນະຄອນຫຼວງພະບາງໄປທາງທິດໃຕ້ 80 ກິໂລແມັດເປັນທີ່ຖືກຈັບຕາເບິ່ງຈາກທຸກພາກສ່ວນໃນຄວາມສາມາດຂອງຜູ້ໂຄງການຂອງບໍລິສັດ CK Power ທີ່ສາມາດສ້າງສົມດູນໃນການຈັດການໂຄງການຂະໜາດໃຫຍ່ຕັ້ງແຕ່ການອອກແບບເພື່ອໃຫ້ເປັນໄປຕາມPreliminary Design Guidance for Proposed Mainstream Dams in the Lower Mekong Basin (PDG 2009)  MRC ໃນຮູບແບບ  Run-of-River ຫຼືຝາຍກັ້ນນໍ້າຂະໜາດໃຫຍ່ບໍ່ມີອ່າງກັກເກັບນໍ້າເໜືອໂຮງງານໄຟຟ້າແລະບໍ່ມີການກັກເກັບນໍ້າໃນຕອນເທິງຂອງຝາຍຂະໜາດໃຫຍ່ທີ່ເຮັດໜ້າທີ່ເປັນໂຮງງານໄຟຟ້າເອີ້ນວ່າ: ນໍ້າທຸກຢາດທີ່ໄຫຼມາກໍຜ່ານໄປຈົນໝົດແລະເກີດເປັນໄຟຟ້າສະອາດຈາກໄຊຍະບູລີໄປຍັງປະເທດໄທ ແລະ ...

Read More »

ສ້າງຈິດສຳນຶກຜູ້ປະກອບການແບບໃໝ່.

ດ້ວຍສະພາບເສດຖະກິດໃນຍຸກປັດຈຸບັນໂດຍສະເພາະໃນເງື່ອນໄຂທີ່ງົບປະມານແຫ່ງລັດຍັງຂາດແຄນລັດຖະບານໄດ້ມີທິດທາງປັບປຸງລະບົບການຈັດຕັ້ງຂອງລັດໃຫ້ມີຄວາມກະທັດຮັດໂດຍເນັ້ນໃສ່ປະສິດທິພາບຫຼາຍກວ່າປະລິມານ. ດັ່ງນັ້ນ, ລັດຖະບານຈຶ່ງໄດ້ອະນຸມັດຕົວເລກລັດຖະກອນໃໝ່ສຳລັບປີ 2019 ຈຳນວນພຽງແຕ່ 1.500 ຄົນໃນຂອບເຂດທົ່ວປະເທດ ຫຼຸດລົງຈາກປີຜ່ານມາ 50%. ນີ້ກໍເປັນການສົ່ງສັນຍານເບື້ອງຕົ້ນຂອງລັດຖະບານວ່າພາກເອກະຊົນຄວນປະກອບສ່ວນໃນການສ້າງວຽກເຮັດງານທຳໃຫ້ຫຼາຍຂຶ້ນກວ່າເກົ່າເພື່ອຮອງຮັບບັນດິດທີ່ຈົບໃໝ່ໃນແຕ່ລະໄລຍະ ແລະ ກຳລັງແຮງງານທີ່ໜຸ່ມນ້ອຍ ເນື່ອງຈາກວ່າ ສປປ ລາວ ແມ່ນໜຶ່ງໃນປະເທດຂົງເຂດອາຊຽນທີ່ມີປະຊາກອນໜຸ່ມອາຍຸຕໍ່າກວ່າ 25 ປີລົງມາ ກວມເອົາອັດຕາສ່ວນ 60% ຂອງພົນລະເມືອງລາວ (United Nations Population Fund/UNFPA 2015). ພ້ອມນັ້ນ, ກໍຕ້ອງຊຸກຍູ້ໃຫ້ພວກເຂົາເຫຼົ່ານັ້ນກາຍເປັນຜູ້ປະກອບກິດຈະການທີ່ຈະສ້າງວຽກເຮັດງານທຳຕໍ່. ທັງໝົດນັ້ນ ກໍເພື່ອຜັນຂະຫຍາຍນະໂຍບາຍຫຼຸດຜ່ອນຄວາມທຸກຍາກ ແລະ ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດຂອງຊາດ.ຍ້ອນແນວນັ້ນລະບົບການສຶກສາຂອງລາວກໍຄວນໄດ້ມີການປັບປຸງໃຫ້ແທດເໝາະເພື່ອສ້າງຊັບພະຍາກອນມະນຸດທີ່ຊາດຕ້ອງການໃນສະພາບການປ່ຽນ ແປງໃໝ່. ໄລຍະຜ່ານມາ ສປປ ລາວ ໄດ້ຮັບການຊ່ວຍເຫຼືອຈາກຜູ້ໃຫ້ທຶນຕ່າງປະເທດເຂົ້າໃນວຽກງານ ສົ່ງເສີມການເປັນຜູ້ປະກອບກິດຈະການ ແລະ ກໍອີງໃສ່ການຊ່ວຍເຫຼືອດັ່ງກ່າວເປັນຫຼັກ ໃນການນຳສະເໜີການຮຽນການສອນກ່ຽວກັບການເປັນຜູ້ປະກອບກິດຈະການ ຫຼືEntrepreneurial Learning(EL). ຕົວຢ່າງ:ອົງການແຮງງານສາກົນ (International Labour Organization – ILO) ໄດ້ໃຫ້ການຊ່ວຍເຫຼືອແກ່ກະຊວງສຶກສາທິການ ແລະ ກິລາ ໃນການນຳສະເໜີອົງປະກອບ EL ພາຍໃຕ້ຫົວຂໍ້ “ຮູ້ກ່ຽວກັບທຸລະກິດ” ຫຼືKnow about Business (KAB) ...

Read More »