ນັບວ່າເປັນບາດກ້າວໃໝ່ຂອງກົດໝາຍລາວ ເມື່ອສະພາແຫ່ງຊາດ ໄດ້ຮັບຮອງເອົາ ປະມວນກົດໝາຍ ອາຍາ ສະບັບທໍາອິດ ຂອງ ສປປ ລາວ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ຄັ້ງວັນທີ 17 ພຶດສະພາ 2017 ແລະ ໄດ້ປະກາດໃຊ້ ຕາມ ລັດຖະດໍາລັດ ຂອງ ປະທານປະເທດ ສະບັບເລກທີ 118/ປປທ, ລົງວັນທີ 26 ມີຖຸນາ 2017 ໃນນັ້ນ ໄດ້ກໍານົດຫຼາຍບັນຫາໃໝ່ ທີ່ບໍ່ເຄີຍມີໃນກົດໝາຍຂອງ ສປປ ລາວ ມາກ່ອນ, ເຊິ່ງໜຶ່ງໃນບັນຫາໃໝ່ນັ້ນກະຄືການກໍານົດກ່ຽວກັບ: “ຄວາມຮັບຜິດຊອບທາງອາຍາຂອງນິຕິບຸກຄົນ”. ກ່ອນອື່ນໝົດ ຂ້າພະເຈົ້າ ຂໍອະທິບາຍ ຄວາມໝາຍຂອງ ນິຕິບຸກຄົນ ເສຍກ່ອນວ່າມີຄວາມໝາຍແນວໃດ, ໂດຍອີງຕາມ ມາດຕາ 3 ຂໍ້ 6 ຂອງ ປະມວນກົດໝາຍອາຍາ ເຊິ່ງກໍານົດວ່າ: “ນິຕິບຸກຄົນ ໝາຍເຖິງ ວິສາຫະກິດ (ບໍລິສັດ) ຕາມທີ່ກໍານົດໄວ້ໃນ ກົດໝາຍ ວ່າດ້ວຍວິສາຫະກິດ ລວມທັງ ສະຫະກອນ, ...
Read More »Magazine
ຂໍ້ຄິດເຫັນສໍາຄັນ ເພື່ອຈັດການກັບບັນຫາທ້າທາຍ ຂອງທຸລະກິດທີ່ພວມເຕີບໂຕ (1)
ພາຍໃຕ້ຍຸກແຫ່ງການແຂ່ງຂັນທຸລະກິດໃນປັດຈຸບັນ ແລະ ການພັດທະນາທາງດ້ານເຕັກໂນໂລຊີ ເຫັນວ່າ ຫຼາຍທຸລະກິດທີ່ພວມເຕີບໃຫຍ່ ມັກຈະປະເຊີນໜ້າກັບຫຼາຍບັນຫາທ້າທາຍ ທີ່ຕ້ອງໄດ້ໃຫ້ຄວາມສໍາຄັນທາງດ້ານການຈັດການເປັນພິເສດ. ສະນັ້ນ, ການທີ່ຮັບຮູ້ ແລະ ຫາວິທີການເພື່ອແກ້ໄຂບັນຫາທົ່ວໄປທີ່ເກີດຂຶ້ນກັບການເຕີບໂຕຂອງທຸລະກິດ ແມ່ນຈໍາເປັນຢ່າງຍິ່ງ ຖ້າຫາກທຸລະກິດຂອງທ່ານພວມສືບຕໍ່ໃນການເຕີບໂຕ ແລະ ຈະເລີນຮຸ່ງເຮືອງ. ສິ່ງສໍາຄັນຍິ່ງອີກປະການໜຶ່ງ ແມ່ນຕ້ອງຮັບປະກັນວ່າ ບາດກ້າວ ຫຼື ວິທີການແກ້ໄຂບັນຫາຂອງທ່ານໃນມື້ນີ້ ບໍ່ກາຍເປັນບັນຫາເພີ່ມຕື່ມໃນອະນາຄົດ ແລະ ແນ່ນອນວ່າ ຫຼາຍວິທີແກ້ໄຂບັນຫາໃນອະດີດຜ່ານມາ ອາດຈະບໍ່ສາມາດຕອບໂຈດທີ່ເກີດຂຶ້ນໃນປັດບຸັນໄດ້. ສະນັ້ນ, ຄວາມເປັນຜູ້ນໍາທີ່ມີປະສິດທິຜົນ ຈະຊ່ວຍທ່ານໃນການສ້າງໂອກາດ ແລະ ເຮັດໃຫ້ການເຕີບໂຕຂອງທຸລະກິດມີຄວາມຍືນຍົງໃນອະນາຄົດ. ວາລະສານທາເກັດສະບັບນີ້ ຈະນໍາສະເໜີກ່ຽວກັບ 3 ໃນ 7 ວິທີການເພື່ອຈັດການກັບບັນຫາທ້າທາຍຂອງທຸລະກິດທີ່ພວມເຕີບໂຕ ໂດຍສະເພາະຄວາມສ່ຽງ ແລະ ຄວາມຜິດພາດທີ່ມັກຈະສົ່ງຜົນກະທົບຕໍ່ກັບທຸລະກິດທີ່ພວມເຕີບໃຫຍ່ ແລະ ແລກປ່ຽນຂໍ້ຄິດເພື່ອຈັດການກັບບັນຫາທ້າຍເຫຼົ່ານັ້ນ; ອີກ 4 ວິທີການຈະໄດ້ແລກປ່ຽນກັນຕື່ມໃນສະບັບໜ້າ ເນື່ອງຈາກຂໍ້ຈໍາກັດທາງດ້ານພື້ນທີ່ ຂອງຄໍລໍ້ານີ້. ໃນນີ້, ທຸລະກິດທີ່ພວມເຕີບໃຫຍ່ມັກຈະພົບບັນຫາທ້າທາຍຫຼາຍດ້ານ ສິ່ງສໍາຄັນທີ່ທຸລະກິດຕ້ອງໄດ້ ຄື ການຕິດຕາມຕະຫຼາດຢ່າງຕໍ່ເນື່ອງ; ການວາງແຜນລ່ວງໜ້າ; ການໄຫຼວຽນເງິນນສົດ ແລະ ການຄຸ້ມຄອງການເງິນ; ການແກ້ໄຂບັນຫາ; ລະບົບທີ່ຖືກຕ້ອງເໝາະສົມ; ທັກສະຄວາມຮູ້ ແລະ ທັດສະນະຄະຕິ; ...
Read More »ຄາດໝາຍເສດຖະກິດ ຂອງລາວໃນປີ 2019….
ຜ່ານການຄົ້ນຄ້ວາ; ພິຈາລະນາ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ບົດລາຍງານຂອງລັດຖະບານກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປີ 2018 ແລະ ທິດທາງແຜນການ ປີ 2019 ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII. ກອງປະຊຸມໄດ້ມີມະຕິເລກທີ 099/ສພຊ ລົງວັນທີ 28/11/2018 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2018 ແລະ ທິດທາງແຜນການ ປີ 2019 ເຊິ່ງລວມມີທັງໝົດ 5 ມາດຕາ… ວາລະສານພວກເຮົາຂໍນໍາສະເໜີ ມາດຕາ 2 ໂດຍສະເພາະແມ່ນຈຸດທີ່ ເວົ້າເຖິງຄາດໝາຍດ້ານເສດຖະກິດມະຫາພາກ ເຊິ່ງລາຍລະອຽດມີດັ່ງນີ້: ຄາດໝາຍດ້ານເສດຖະກິດມະຫາພາກ ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ໃຫ້ຂະຫຍາຍຕົວ 6,7% ຂຶ້ນໄປ ມູນຄ່າບໍ່ໃຫ້ຫຼຸດ 165.475 ຕື້ກີບ, ສະເລ່ຍຕໍ່ຫົວຄົນປະມານ 2.726 ໂດລາສະຫະລັດ. ລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນໃຫ້ໄດ້ ປະມານ 2.317 ໂດລາສະຫະລັດ ໃນນັ້ນ: 1.1. ດ້ານໂຄງປະກອບເສດຖະກິດ + ຂະແໜງກະສິກໍາ ເພີ່ມຂຶ້ນ ...
Read More »ທ່ານ ໂດມິນິກ ວິວລ່ຽມສ໌, ຜູ້ມີປະສົບການ ວຽກງານປະກັນໄພມາກວ່າ 20 ປີ ຢູ່ຫຼາຍປະເທດໃນອາຊຽນ
ສະບັບເດືອນ ກຸມພາ ນີ້ ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ ທ່ານ ໂດມິນິກ ວິວລ່ຽມສ໌, ຜູ້ອຳນວຍການໃຫຍ່ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ. ທ່ານມີປະສົບການ ການເຮັດວຽກປະກັນໄພມາກວ່າ 20 ປີ ຢູ່ຫຼາຍປະເທດໃນຂົງເຂດອາຊຽນກ່ອນທີ່ຈະມາດຳລົງຕຳແໜ່ງຜູ້ອຳນວຍການທີ່ ເອພີເອ. ໃນໂອກາດນີ້, ທ່ານ ໂດມິນິກ ຖືໂອກາດນຳສະເໜີ ວິໄສທັດ ແລະ ພາລະກິດໃນການພັດທະນາທຸລະກິດຂອງເອພີເອ ປະກັນໄພ ເພື່ອກ້າວສູ່ການເປັນຜູ້ນຳດ້ານການໃຫ້ບໍລິການປະກັນໄພໃນ ສປປ ລາວ. ປະຫວັດຄວາມເປັນມາຂອງບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ. ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ, ເປັນທີ່ຮູ້ຈັກໃນອີກຊື່ໜຶ່ງວ່າບໍລິສັດ ເອພີເອ ປະກັນໄພ, ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2016, ບໍລິສັດດັ່ງກ່າວເປັນພາກສ່ວນໜຶ່ງຂອງກຸ່ມບໍລິສັດ ພົງສະຫວັນ ແລະ ເປັນບໍລິສັດ ປະກັນໄພຄົບວົງຈອນທີ່ເປັນຂອງເອກະຊົນຄົນລາວ 100% ຢູ່ ສປປ ລາວ. ບໍລິສັດປະກັນໄພຄົບວົງຈອນໄດ້ຮັບອະນຸຍາດໃຫ້ຂາຍການປະກັນໄພທົ່ວໄປ (ລົດ, ຊັບສິນ, ການເດີນທາງ ແລະ ອື່ນໆ) ແລະການປະກັນຊີວິດ, ນັບແຕ່ ບໍລິສັດ ...
Read More »ພົງສະຫວັນ ປະກັນໄພ (ເອພີເອ) ເປັນບໍລິສັດປະກັນໄພທີ່ສ້າງຕັ້ງຂຶ້ນໂດຍຄົນລາວ 100%
ສະບັບເດືອນ ກຸມພາ ນີ້ ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ ທ່ານ ໂດມິນິກ ວິວລ່ຽມສ໌, ຜູ້ອຳນວຍການໃຫຍ່ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ. ທ່ານມີປະສົບການການເຮັດວຽກປະກັນໄພມາກວ່າ 20 ປີ ຢູ່ຫຼາຍປະເທດໃນຂົງເຂດອາຊຽນກ່ອນທີ່ຈະມາດຳລົງຕຳແໜ່ງຜູ້ອຳນວຍການທີ່ ເອພີເອ. ໃນໂອກາດນີ້, ທ່ານ ໂດມິນິກ ຖືໂອກາດນຳສະເໜີວິໄສທັດ ແລະ ພາລະກິດໃນການພັດທະນາທຸລະກິດຂອງເອພີເອ ປະກັນໄພ ເພື່ອກ້າວສູ່ການເປັນຜູ້ນຳດ້ານການໃຫ້ບໍລິການປະກັນໄພໃນ ສປປ ລາວ. ປະຫວັດຄວາມເປັນມາຂອງບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ. ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ, ເປັນທີ່ຮູ້ຈັກໃນອີກຊື່ໜຶ່ງວ່າບໍລິສັດ ເອພີເອ ປະກັນໄພ, ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2016, ບໍລິສັດດັ່ງກ່າວເປັນພາກສ່ວນໜຶ່ງຂອງກຸ່ມບໍລິສັດ ພົງສະຫວັນ ແລະ ເປັນບໍລິສັດ ປະກັນໄພຄົບວົງຈອນທີ່ເປັນຂອງເອກະຊົນຄົນລາວ 100% ຢູ່ ສປປ ລາວ. ບໍລິສັດປະກັນໄພຄົບວົງຈອນໄດ້ຮັບອະນຸຍາດໃຫ້ຂາຍການປະກັນໄພທົ່ວໄປ (ລົດ, ຊັບສິນ, ການເດີນທາງ ແລະ ອື່ນໆ) ແລະການປະກັນຊີວິດ, ນັບແຕ່ ບໍລິສັດ ...
Read More »ຈຸດປະສົງຫຼັກຂອງສະມາຄົມຈີນ ແມ່ນເພື່ອເຕົ້າໂຮມຄວາມສາມັກຄີ.
ທ່ານນາງ ແສງເດືອນ ອ່າງຄໍານາກສະຫວັດ ປະທານສະມາຄົມຈີນ ນະຄອນຫຼວງວຽງຈັນ ຊຸດທີ 21 ທັງເປັນເຈົ້າຂອງທຸລະກິດໂຮງແຮມອ່າງຄໍາ ແລະ ຕະຫຼາດສີໄຄ ໄດ້ໃຫ້ສໍາພາດກ່ຽວກັບຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງສະມາຄົມຈີນ ຕະຫຼອດໄລຍະ 80 ກວ່າປີ ທີ່ຜ່ານມາວ່າ: -ຕົ້ນກໍາເນີດ ແລະ ຄວາມເປັນມາຂອງສະມາຄົມຈີນໃນລາວ? ໃນສະໄໝກ່ອນໄດ້ມີຜູ້ເຖົ້າ ຜູ້ແກ່ ຍົກຍ້າຍມາຈາກເມືອງຈີນແຕ່ເຂດສິບສອງປັນນາ ແລ້ວກໍເຄື່ອນຍ້າຍລົງມາຕາມແຂວງຕ່າງໆຂອງລາວ ຈົນມາຮອດນະຄອນຫຼວງວຽງຈັນ ຈິ່ງຕັ້ງຫຼັກປັກຖານເພື່ອຫາລ້ຽງຊີບ, ອາຊີບສ່ວນໃຫຍ່ແມ່ນຄ້າຂາຍ ຫຼັງຈາກນັ້ນກໍມີຊາວຈີນພາກັນລັ່ງໄຫຼເຂົ້າມານັບມື້ນັບຫຼາຍຂຶ້ນເລື້ອຍໆເພາະການຄ້າຂາຍນັບມື້ຂະຫຍາຍຕົວດີຂຶ້ນ. ເມື່ອມີການພົວພັນທີ່ດີນໍາກັນ ຄວາມສໍາພັນລະຫວ່າງປະຊາຊົນສອງຊາດກໍມີການຂະຫຍາຍຕົວ ກາຍເປັນເພື່ອນມິດ ຈົນເຖິງກາຍເປັນການສ້າງຄອບຄົວ ເປັນແກ່ວເປັນດອງກັນ ແລະ ມີລູກມີຫຼານສືບເຊື້ອສາຍນັບມື້ນັບຫຼາຍຂຶ້ນ. ດັ່ງນັ້ນຜູ້ອະວຸໂສຂອງຊາວຈີນ ຈຶ່ງໄດ້ມີຄວາມເປັນຫ່ວງວ່າ: ເມື່ອມີຄົນຈີນອາໄສຢູ່ໃນປະເທດລາວຫຼາຍຂຶ້ນ ຈະຄຸ້ມຄອງເບິ່ງແຍງຊ່ວຍເຫຼືອກັນແນວໃດ? ໂດຍສະເພາະແມ່ນຈະຮັກສາຄວາມສາມັກຄີ ປອງດອງກັນໄດ້ແນວໃດ? ດັ່ງນັ້ນ ໃນປີ 1937 ເພິ່ນຈຶ່ງໄດ້ສ້າງຕັ້ງສະມາຄົມຈີນຂຶ້ນມາ ຊຶ່ງເປົ້າໝາຍຫຼັກຂອງສະມາຄົມແມ່ນເພື່ອເຕົ້າໂຮມຄວາມສາມັກຄີຂອງຊາວຈີນ ທີ່ຕັ້ງຖິ່ນຖານໃນນະຄອນຫຼວງ ເພື່ອເບິ່ງແຍງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຊັ່ນວ່າ: ການເຈັບເປັນ,ການເສຍຊີວິດ,ການໃຫ້ຄໍາປຶກສາ ແລະ ອື່ນໆ. ຕໍ່ມາທາງສະມາຄົມເພິ່ນຈຶ່ງເລັງເຫັນອະນາຄົດວ່າ: ລູກຫຼານຊາວຈີນ ຍັງບໍ່ທັນມີໂຮງຮຽນ ສອນພາສາຈີນ ແລະ ...
Read More »ເມື່ອໂລກປ່ຽນ ນັກການຕະຫຼາດ ກໍຕ້ອງປ່ຽນວິທີຄິດ
ປະຕິເສດບໍ່ໄດ້ວ່າ ໃນຍຸກທີ່ບ້ານເມືອງເຮົາກຳລັງຫັນປ່ຽນເປັນຍຸກ”ດີຈີຕອນ” ຫຼື Digital Age Transformation ນີ້ ມັນກະທົບຢ່າງຮຸນແຮງກັບການວາງຍຸດທະສາດການຕະຫຼາດ ຂອງບັນດາພາກສ່ວນທຸລະກິດ ເຊິ່ງເປັນຜູ້ທີ່ຕ້ອງເຈັບຫົວໜັກ ນອກຈາກບັນດາເຈົ້າຂອງທຸລະກິດແລ້ວ ກໍຍັງແມ່ນນັກການຕະຫຼາດ (CMO- Chief Marketing Officer) ທີ່ແບກຮັບພາລະຍອດຂາຍຂອງບໍລິສັດ ໃຫ້ເປັນໄປຕາມເປົ້າໝາຍນັ້ນເອງ, ໃນຂະນະທີ່ເຄື່ອງມືທາງການຕະຫຼາດເກົ່າໆມັນໃຊ້ບໍ່ໄດ້ຜົນກັບລູກຄ້າອີກຕໍ່ໄປ. ສະນັ້ນ, ມື້ນີ້ ວາລະສານທາເກັດຈຶ່ງຂໍນໍາເອົາ 3 ວິທີການໃໝ່ໆ ຈາກປຶ້ມ Global CMO ທີ່ລວມບົດສຳພາດບັນດາ CMO ຈາກ 18 ບໍລິສັດລະດັບໂລກເຊັ່ນ: Master card, Samsung, GE, Coca-Cola, Colgate, Four Seasons, Burger King ແລະ ອື່ນໆ ເພື່ອມາຊ່ວຍໃຫ້ນັກການຕະຫຼາດບ້ານເຮົາ ໄດ້ນຳໄປໃຊ້ປັບປ່ຽນຍຸດທະສາດໃຫ້ທັນເວລາ. Fight for Talent ຕ້ອງໃຫ້ຄວາມສຳຄັນກັບການລົງທຶນຊອກຫາຜູ້ທີ່ມີພອນສະຫວັນເຂົ້າມາຮ່ວມວຽກໃນອົງກອນ ພ້ອມທັງພັດທະນາຄວາມຮູ້ໃໝ່ໆໃຫ້ກັບພະນັກງານພາຍໃນອົງກອນ ໂດຍສະເພາະແມ່ນດ້ານເຕັກໂນໂລຊີ ທ່າມກາງຕະຫຼາດທີ່ເຕັມໄປດ້ວຍຄູ່ແຂ່ງທັງພາຍໃນ ແລະ ຕ່າງປະເທດ ແລ້ວຍັງມີກຸ່ມທີ່ລົງທຶນຕ່ຳທີ່ເອີ້ນວ່າ Startup ນຳອີກ. ສະນັ້ນ, ຄົນເກັ່ງໆຈະຖືກບັນດາບໍລິສັດຕ່າງໆຍາດແຍ່ງກັນ. ...
Read More »ເປົ້າໝາຍສໍາຄັນ ໃນພາລະກິດຂອງພວກເຮົາແມ່ນ ນໍາພາລູກຄ້າໄປສູ່ການພັດທະນາ
ວາລະສານ ສະບັບເດືອນມັງກອນນີ້, ພວກເຮົາໄດ້ຮັບກຽດການໃຫ້ສໍາພາດ ທ່ານ Arnaud Caulier, ທີ່ຫາກໍ່ຖືກແຕ່ງຕັ້ງໃຫ້ເປັນຜູ້ອໍານວຍການໃຫຍ່ ທະນາຄານ ລາວ-ຝຣັ່ງ ຈໍາກັດ (BFL) ຊຶ່ງທ່ານຈະມາແນະນໍາໃຫ້ຮຸ້ເຖິງການເຕີບໃຫຍ່ຂະຫຍາຍຕົວຂອງທະນາຄານ, ແຜນດໍາເນີນງານ ແລະ ວິໄສທັດ-ເປົ້າໝາຍຂອງ (BFL)ໃນ ສປປ ລາວ. ທ່ານຍົກໃຫ້ເຫັນວ່າ: BFL ໄດ້ພັດທະນາລະບົບທະນາຄານເອເລັກໂຕຣນິກຂຶ້ນເປັນຄັ້ງທໍາອິດໃນ ລາວ ໂດຍ ວາລະສານBanker. BFL ຖືກສ້າງຕັ້ງຂຶ້ນໃນປີ 2010 ເປັນທຸລະກິດຮ່ວມຫຸ້ນລະຫວ່າງກຸ່ມ BRED ທີ່ໃຫ້ບໍລິການລູກຄ້າມາແລ້ວຫຼາຍກວ່າ 1 ລ້ານຄົນໃນທົ່ວໂລກ, ມີພະນັກງານ 5.500 ຄົນ ແລະ ຫຸ້ນມູນຄ່າ 4 ຕື້ໂດລາ, ເຊິ່ງເປັນພາກສ່ວນໜຶ່ງຂອງ BPCE,ເປັນກຸ່ມທະນາຄານທີ່ໃຫຍ່ທີ່ສຸດເປັນອັນດັບສອງຂອງປະເທດຝຣັ່ງ ແລະ ອັນດັບ 19 ໃນໂລກໃນດ້ານຊັບສິນ, ພ້ອມນີ້ຍັງໄດ້ຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ (BCEL) ເຊິ່ງເປັນທະນາຄານການຄ້າຊັ້ນນໍາຂອງ ສປປ ລາວ. ດັ່ງນັ້ນ, BFL ຈຶ່ງມີລັກສະນະທຸລະກິດທີ່ປະສົມປະສານລະຫວ່າງເອກະລັກ ຂອງຝຣັ່ງ ແລະ ຄວາມເປັນໂຕຕົນຂອງທ້ອງຖິ່ນຢ່າງຊັດເຈນ. ຂໍໃຫ້ທ່ານຊ່ວຍອະທິບາຍຕື່ມວ່າເປັນຫຍັງກຸ່ມ BRED ຈຶ່ງມາລົງທຶນໃນລາວ? ກຸ່ມ ...
Read More »ກະແສໃໝ່ມາແຮງ E-Commerce 2019
ປັດຈຸບັນ E-Commerce ກາຍເປັນໂລກທຸກິດທີ່ມີອິດທິພົນ ແລະ ມີສັກກະຍະພາບທີ່ສຸດ ເພາະສັງເກດໄດ້ວ່ານັກທຸລະກິດຈາກທົ່ວທຸກມຸມໂລກຫັນມາໃຫ້ຄວາມສົນໃຈ ແລະ ນໍາເອົາ E-Commerce ໄປນໍາໃຊ້ກັບທຸລະກິດຂອງຕົນເອງຫຼາຍຂຶ້ນ; ນອກນັ້ນ ນັກທຸລະກິດລຸ້ນໃໝ່ທີ່ສົນໃຈຢາກຈະເຮັດທຸລະກິດກໍໄດ້ຫັນມາຮຽນຮູ້ຫຼາຍຂຶ້ນເລື້ອຍໆ. ໃນໄລຍະທ້າຍປີແບບນີ້ SMEs ຫຼາຍໆປະເພດກໍຫັນມາຈັບຈ້ອງຢາກຮູ້ວ່າ: “ເທຣນ” ປີ 2019 ວ່າທິດທາງຂອງ E-Commerce ຈະເປັນໄປແນວໃດ? ມີ “ເທຣນ” ໃດແດ່ທີ່ຈະເກີດຂຶ້ນມາໃໝ່? ສະນັ້ນ, ມື້ນີ້ກໍເລີຍຈະຍົກເອົາ”ເທຣນ”ບາງສ່ວນທີ່ຈະເກີດຂຶ້ນມາໃໝ່ໃນປີ 2019 ເພື່ອໃຫ້ນັກທຸລະກິດກຽມຮັບມືໃຫ້ທັນ… ຜູ້ຊ່ວຍທຽບເທົ່າ Virtual Assistant ປັດຈຸບັນການຊື້ເຄື່ອງແບບ Online ແລະ ການຊືີ້ຢູ່ໜ້າຮ້ານນັ້ນໃຫ້ປະສົບການທີ່ແຕກຕ່າງກັນ ແຕ່ໃນອີກບໍ່ດົນນີ້ ໂລກ E-Commerce ຈະເຮັດໃຫ້ເລື່ອງນີ້ກາຍເປັນສິ່ງດຽວກັນ ຈາກການສ້າງສະຖານະການທີ່ເກີດຂຶ້ນແທ້ໃນຮ້ານຂາຍເຄື່ອງເຊັ່ນ: ພະນັກງານຊ່ວຍຊອກເຄື່ອງໃຫ້ລູກຄ້າ ຕາມຄວາມຕ້ອງການ ແລະ ຄວາມມັກ; ຈະຖືກບັນຈຸເຂົ້າມາສູ່ໂລກ Online ເມື່ອລູກຄ້າເຂົ້າ”ເວັບໄຊ໌” E-Commerce ຈະໄດ້ຮັບການຕອບຮັບ ແລະ ບໍລິການຈາກ ຜູ້ຊ່ວຍທຽບເທົ່າ ຫຼື Virtual Assistant ໃນການໃຫ້ຄໍາແນະນໍາຜ່ານທາງການຕັ້ງຄໍາຖາມຕ່າງໆ ເຊິ່ງຜູ້ຊ່ວຍຄົນນີ້ຈະເຮັດໃຫ້ການຊື້-ຂາຍ ມີຄວາມສົມຈິງຫຼາຍຂຶ້ນ ແລະ ເຮັດໃຫ້ການຕັດສິນໃຈຊື້ເຄື່ອງຂອງລູກຄ້າດີຂຶ້ນ. ...
Read More »ນະວັດຕະກຳ (Innovation)
ສະບາຍດີບັນດາທ່ານນັກອ່ານທີ່ຮັກແພງ ຄືດັ່ງທີ່ໄດ້ສັນຍາໄວ້ໃນສະບັບກ່ອນແລ້ວວ່າ: ສະບັບໃນເດືອນທັນວາ ທີ່ເປັນເດືອນສຸດທ້າຍຂອງປີ 2018 ນີ້ ຂ້າພະເຈົ້າຈິ່ງຢາກຂຽນບົດກ່ຽວກັບການສ້າງນະວັດຕະກຳເພື່ອປູພື້ນຖານໄປສູ່ ອຸດສາຫະກຳ 4.0 ຄືດັ່ງທີ່ໄດ້ກ່າວມາໃນສະບັບກ່ອນໜ້ານີ້: ຕາມຫຼັກປັດຊະຍາແຫ່ງຄວາມສໍາເລັດຂອງບໍລິສັດຊັ້ນນຳໃນໂລກເຊັ່ນ: ກູເກີ (Google), ແອບເປິນ (Apple) ແລະ ໂຕໂຢຕ້າ (Toyota) ທີ່ກ່າວວ່າ “ຖ້າຕ້ອງການຢູ່ລອດ ກໍຕ້ອງສ້າງນະວັດຕະກໍາ” ຫຼື “Innovate or Die: Wisdom from Apple, Google and Toyota” ຍ້ອນໂລກເຮົາຢູ່ໃນຍຸກ”ດີຈີຕອນ” ທີ່ບໍ່ພຽງແຕ່ຈະເຮັດໃຫ້ລູກຄ້າກາຍເປັນພະຣາຊາເທົ່ານັ້ນ ແຕ່ຍັງເຮັດໃຫ້ຫຼາຍທຸລະກິດຕ້ອງລົ້ມຫາຍຕາຍຈາກໄປ ຖ້າບໍ່ປັບຕົວເຊັ່ນ: ທຸລະກິດກ້ອງຖ່າຍຮູບທີ່ໃຊ້ຟີມ ກໍຖືກແທນທີ່ໂດຍກ້ອງ”ດີຈີຕອນ”, ສ່ວນສື່ສິ່ງພິມກໍຕ້ອງຫັນໄປສູ່ລະບົບ”ອອນໄລ໌” ຫຼາຍຂຶ້ນ ເພາະລູກຄ້າຕ້ອງການຂ່າວທີ່ວ່ອງໄວທັນໃຈ. ສະນັ້ນ ທຸລະກິດຈຳເປັນຕ້ອງສ້າງນະວັດຕະກຳ ໃໝ່ໆຂຶ້ນມາ. ຄຳວ່າ “ນະວັດຕະກໍາ” ຫຼື “Innovation” ແມ່ນມາຈາກພາສາລາຕິນ “Innovare” ທີ່ແປວ່າ “ເຮັດສິ່ງໃໝ່ຂຶ້ນມາ”, “ນະວັດຕະກໍາ” ກໍຄື “ການປ່ຽນແປງໃຫ້ເກີດສິ່ງໃໝ່ ຫຼື ການປັບປຸງຈາກສິ່ງເກົ່າ ທີ່ໄດ້ຈາກການນໍາເອົາຄວາມຮູ້ ແລະ ຄວາມຄິດລິເລີ່ມສ້າງສັນ ໄປພັດທະນາໃຫ້ເກີດຄຸນຄ່າແກ່ລູກຄ້າ, ...
Read More »