ແ​ມ່ນ​ແທ້​ບໍ່ ທີ່ຄົນ​ລາວ​ເປັນ​ຄົນ “​ບໍ່​ຫ່ວງ​ໂລກ”​?

ສະ​ບາຍ​ດີບັນ​ດາ​ທ່ານ​ນັກ​ອ່ານຄວາມ​ໝາຍ​ທີ່ຢ​າກ​ສື່​ເຖິງ ມັນ​ບໍ່​ໄດ້​ກ່ຽວ​ກັບ​ໂລກ​ຮ້ອນແຕ່​ຢ່າງ​ໃດ ແຕ່​ມັນ​ກ່ຽວ​ຂ້ອງ​ກັບ​ຄຸນ​ລັກ​ສະ​ນະ​ນິດ​ໄສ​ພາຍ​ໃນຂອງ​ຄົນ​ລາວ​ເຮົາ​ທີ່​ຕ້ອງປັບ​ປຸງ​ແກ້​ໄຂ ຖ້າ​ຢາກ​ໃຫ້​ປະ​ເທດ​ຊາດ​ພັດ​ທະ​ນາ​ກ້າວ​ໜ້າ​ໄປ​ໄກ ກໍ​ຕ້ອງ​ເລີ່ມ​ຕົ້ນ​ແກ້​​ທີ່​ນິດ​ໄສ​ຂອງ​ຄົນ​ໃນ​ຊາດ​ກ່ອນ.

ແນ່ນອນ​​ເລື່ອງ​​ທີ່ຈະ​ເລົ່າ​ຕໍ່​ໄປ​ນີ້​ແມ່ນ​ມີ​​ທີ່​ມາ ແລະ ສາ​ເຫດ, ເພາະຂ້າ​ພະ​ເຈົ້າ​ບັງ​ເອີນ​ໄປ​ອ່ານ​ປຶ້ມ​ເກົ່າໆຫົວ​ໜຶ່ງ​ທີ່​ເກົ່າ​ແກ່​ຕັ້ງ​ແຕ່​ປີ 1974ມີ​ຕອນ​ໜຶ່ງ​ຂຽນ​ວ່າ “ນິດ​ໄສ​ຄົນ​ລາວ​ມັກ​ມ່ວນ, ມັກ​ກິນ, ມັກ​ງ່າຍ ແລະ ມັກ​ບໍ່​ມີ​ຄວາມ​ກັງ​ວົນ ເປັນ​ຄົນ​ນິດ​ໄສ​ບໍ່​ຫ່ວງ​ໂລກ

ຜູ້​ອ່ານ​ບາງ​ຄົນ​ອາດ​ຈະ​ຍັງ​ສົງ​ໄສ​ຢູ່​ວ່າ ແລ້ວ​ມັນ​ກ່ຽວ​ກັບ​ການ​ເຮັດ​ວຽກ​ຢູ່​ບ່ອນ​ໃດ? ເລື່ອງນີ້​ຄົງ​ຕ້ອງ​ກັບ​ໄປ​ອ່ານ​ຂ່າວ​ຄືນ​ອີກ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ອອກ​ມາ​ແນະ​ນຳ​ໃຫ້​ຄົນ​ລາວ​ຕ້ອງ​ປ່ຽນ​ວິ​ທີ​ການ​ຜະ​ລິດ​ແບບ​ໃໝ່ ບໍ່​ແມ່ນ​ປູກ​ເຂົ້າ​ພໍ​ແຕ່​ກຸ້ມ​ກິນ​ແລ້ວ​ກໍ​ພໍ ຕ້ອງ​ປູກ​ເຂົ້າ​ເຫຼືອ​ເພື່ອ​ຈຳ​ໜ່າຍ​ເປັນ​ສິນ​ຄ້າ ຫາ​ລາຍ​ໄດ້​ທ້ອນ​ໂຮມ​ເງິນ​ໄວ້​ມື້​ໜ້າ ບໍ່​ແມ່ນ​ວ່າຫາ​ໄດ້​​ຊ່ຳ​ໃດ ກໍ​ກິນ​ຊ່ຳນັ້​ນ ໝົດ​ແລ້ວ​ຈິ່ງ​ໄປ​ຫາ​ໃໝ່ ໂດຍບໍ່​ສົນ​ໃຈ​ວ່າມື້​ໜ້າ​ຈະ​ຍັງ​ຫາ​ໄດ້​ແບບ​ເກົ່າ​ຢູ່​ບໍ? ຍິ່ງ​ບາງ​ຄົນ​ຫາ​ໄດ້​ຫ້າ ພັດ​ກິນ​ສິບ ອັນ​ນີ້ບໍ່​ແມ່ນ​ນິດ​ໄສ​ທີ່ບໍ່​ຫ່ວງ​ໂລກ ແຕ່​ເປັນ​​ນິດ​ໄສທີ່​ບໍ່​ຫ່ວງ​ອະ​ນາ​ຄົດ​ຕົນ​ເອງ ເພາະ​ຕ້ອງ​ເກີດ​ເປັນ​ໜີ້​ສິນ​ຕ່າງໆ​ຕາມ​ມາ.

ບາງ​ຄົນ​ກໍ​ວ່າ ຍ້ອນ​ແຜ່ນ​ດິນ​ລາວ​ອຸ​ດົມ​ສົມ​ບູນ ໃນ​ນ້ຳ​ມີ​ປາ ​ເມື່ອ​ດຳ​ນາ​ແລ້ວ ກໍ​ຂຶ້ນນອນ​ຢູ່​ເທິງ​ຖຽງ​ນາ ​ຢ່າງ​ເຢັນສະ​ບາຍ​ອຸ​ລາ ຂອງວ່າ​ແຜ່ນ​ດິນ​ລາວ​ເຕັມ​ໄປ​ດ້ວຍ​ຊັບ​ພະ​ຍາ​ກອນ. ແຕ່​ກໍ​ຕ້ອງ​ຂໍ​ໂທດ ນັ້ນ​ເປັນ​ອະ​ດີດ​ໄປ​ແລ້ວ ເພາະ​ປັດ​ຈຸ​ບັນ​ນີ້ ຊັບ​ພະ​ຍາ​ກອນ​ກຳ​ລັງ​ຈະ​ໝົດ​ແລ້ວ ເມື່ອ​​ກ່ອນດິນ​ງາມ ແຕ່​ດຽວນີ້ ບໍ່​ຄື​ເກົ່າ​ແລ້ວ ແຕ່​ຖ້າ​ຍັງ​ມາ​ມົວ​ເມົາ​ ບຸນ​ບ້ານ​ເຮົາ​ຄ່ອຍຫຼິ້ນ​ຄ່ອຍ​ກິນ​ຢູ່ ຍາກ​​ສຸດທີ່​ປະ​ເທດ​ຊາດ​ຈະ​ພັດ​ທະ​ນາ​ໄດ້ ຖ້າບໍ່​ປ່ຽນ​ມາ​ເປັນ​ແບບ​ໃໝ່​ທີ່​ວ່າ “ບຸນ​ບ້ານ​ເຮົາ ​ຟ້າວຫຼິ້ນ​ຟ້າວ​ກິນ ເພາະ​ຕ້ອງ​ຟ້າວ​ໄປ​ເຮັດ​ວຽກ”.

ບາດນີ້ ຂໍ​ກັບ​ມາ​ໃສ່​ເນື້ອ​ໃນຫຼັກ​ທີ່​ວ່າ ການ​ມີ​ນິດ​ໄສທີ່ມັກ​ງ່າຍ ມັກ​ສະ​ບາຍ ແລະ ​ບໍ່​ຫ່ວງ​ໂລກນີ້​ຈະເຮັດ​ໃຫ້​ວຽກ​ງານ​ຂາດ​ປະ​ສິດ​ທິ​ພາບ ແລະ ປະ​ສິດ​ທິ​ຜົນ ຖື​ວ່າ​ຂາດ​ທັງ​ສອງ​ດ້ານ ທັງ​ປະ​ລິ​ມານ ແລະ ຄຸນ​ນະ​ພາບ​ເລີຍ, ຖ້າ​ຄົນ​ໃດ​ຍັງ​ມີ​ນິດ​ໄສ​ເຮັດ​ວຽກ​ແບບ​ເຢັນ​ສະ​ບາຍ​ອຸ​ລາ​ບໍ່​ຫ່ວງ​ຫ້າ​ຫ່ວງ​ສິບ​ຢູ່, ເຮັດ​ແບບ​ແປະໆ​ບາງໆ​ແລ້ວ ຍາກ​ສຸດ​ທີ່​ຄົນ​ນັ້ນ​ຈະ​ກ້າວ​ໜ້າ​ໃນ​ວຽກ​ງານ ເພາະ​ຍຸກນີ້​ແມ່ນ​ຍຸກ​ທີ່​ແຂ່ງ​ຂັນ ແຂ່ງ​ຂັນ​ທັງ​ດ້ານ​ປະ​ລິ​ມານ ແລະ ຄຸນ​ນະ​ພາບ ແລະ ບໍ່​ແມ່ນ​ແຂ່ງ​ຂັນ​ກັນ​ແຕ່ສະ​ເພາະ​ພາຍ​ໃນ​ປະ​ເທດ ເພາະ​ຕ້ອງ​ແຂ່ງ​ຂັນ​ກັບ​ປະ​ເທດ​ອ້ອມ​ຂ້າງ​ອີກ​ດ້ວຍ ຄົງ​ບໍ່​ມີ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ຄົນ​ໃດດອກ ​ທີ່​ຢາກ​​ມາ​ລົງ​ທຶນ​ໃນ​ປະ​ເທດ​ທີ່​ຄົນ​ບໍ່​ມີ​ຄວາມ​ຫ້າວ​ຫັນກະ​ຕື​ລື​ລົ້ນ ທີ່​ເຮັດ​ວຽກ​ແບບ​ພໍ​ແຕ່​ໄດ້​ເງິນ​ເດືອນ​ແລ້ວມື້​ແລ້ວ​ວັນ​ໄປ​ເປັນ​ພໍ ​​​ທ່ານ​ນັກ​ອ່ານ​ວ່າ​ແມ່ນບໍ່? ການ​ທີ່​ພວກ​ນັກ​ລົງ​ທຶນເລືອກ​ໄປ​ລົງ​ທຶນ​ທີ່​ປະ​ເທດ​ຫວຽດ​ນາມ ແລະ ປະ​ເທດ​ຈີນນັ້​ນ ກໍຍ້ອນ​​ແຮງ​ງານພວກ​ເຂົາ​ກະ​ຕື​ລື​ລົ້ນຫຼາຍ ຖື​ເປັນ​ອີກ​ປັດ​ໄຈ​ໜຶ່ງ​ທີ່​ນັກ​ລົງ​ທຶນ​ໃຊ້​ເພື່ອ​ຕັດ​ສິນ​ໃຈ.

​ສະ​ນັ້ນ, ພວກ​ເຮົາ​ຕ້ອງ​ປ່ຽນ, ​ປ່ຽນ​ມາ​ເປັນ​ຄົນ​ທີ່​ຫ່ວງ​ໂລກ ໂດຍ​ການ​ເປັນ​ຫ່ວງ​ອະ​ນາ​ຄົດ​ຂອງ​ຕົນ​ເອງ ແລະ ຊ່ວຍ​ເຫຼືອ​ຄົນ​ອື່ນ, ແຕ່​ຖ້າບໍ່​ຊ່​ວຍ ກໍ​ຢ່າໄປ​ສ້າງ​ຄວາມ​ເດືອດ​ຮ້ອນ​ໃຫ້​ຄົນ​ອື່ນ ໂດຍ​ເປັນ​ຄົນ​ບໍ່​ຫ່ວງ​ໂລກ ຍ້ອນ​​ການ​ຂາດ​ສະ​ຕິ​ທີ່​ເປັນ​ຄົນ​ມັກ​ງ່າຍ​ມັກ​ສະ​ບາຍ ສຸດ​ທ້າຍ​ກໍ​ຈະ​ກາຍ​ເປັນ​ຄົນທີ່​​ເຫັນ​ແກ່​ຕົວແບບບໍ່​ໄດ້​ຕັ້ງ​ໃຈ. ດັ່ງ​ນັ້ນ, ພວກ​ເຮົາ​ຕ້ອງ​ດຳ​ລົງ​​ຊີ​ວິດ ແລະ ເຮັດ​ວຽກ​ງານ​ໃຫ້​ຢູ່​​ພາຍ​ໃຕ້​ກົດ​ລະ​ບຽບ​ ແລະ ​ກົດ​ໝາຍ​ບ້ານ​ເມືອງ​ຢ່າງ​ເຄັ່ງ​ຄັດ ວຽກ​ງານ ກໍ​ຄື​ສັງ​ຄົມ​ຈິ່ງ​ຈະ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໄດ້. ຍິ່ງ​ດຽວນີ້ ພົນ​ລະ​ເມືອງ​ລາວ​ເຮົາເພີ່ມ​ຂຶ້ນ​ກາຍ 7 ລ້ານ​ຄົນ​ແລ້ວ ຖ້າ​ເຮົາ​ບໍ່​ເຄົາ​ລົບ​ກົດ​ລະ​ບຽບ ​ກໍຈະ​ສ້າງ​ຄວາມ​ເດືອດ​ຮ້ອນ​ໃຫ້​ຄົນ​ອື່ນໆ​ຜູ້​ທີ່​ເຂົາ​ເຄົາ​ລົບ​ກົດ​ລະ​ບຽບ ​ແລ້ວ​ສຸດ​ທ້າຍ ສັງ​ຄົມ​ລາວ​​ກໍຈະ​​ສັບ​ສົນບໍ່​ໜ້າ​ຢູ່.

ແຕ່​ຄົງ​ບໍ່​ມີ​ສິ່ງ​ໃດ​ທີ່​ຮ້າຍ​ແຮງ​ໄປ​ກວ່າ​ການ​ທີ່ຄົນ​ເຮົາ​ມັກ​ງ່າຍ ມັກ​ສະ​ບາຍ​ ເພາະ​ສຸດ​ທ້າຍ​ເຮົາ​ຈະ​ກາຍ​ເປັນ​ຄົນ​ທີ່​ຂີ້​ຄ້ານ ອະນາຄົດມືດມົວ​ແບບບໍ່​ຮູ້​ຕົວ. ດັ່ງ​ນັ້ນ, ຢ່າ​ປ່ອຍ​ໃຫ້​ຊີ​ວິດ​​ຕົນ​ເອງ​ສະ​ບາຍ​ຈົນ​ເກີນ​ໄປ ເພາະ​ນອກ​ຈາກ​ຈະ​ເຮັດ​ໃຫ້​ເຮົາ​​ຂີ້​ຄ້ານ​ແອວ​ຍາວ​ແລ້ວ ​ຍັງ​ຈະ​ເຮັດ​ໃຫ້​ຕົວ​ເຮົາ​ກາຍ​ເປັນ​ຄົນ​ທີ່ບໍ່​ຢາກ​ພັດ​ທະ​ນາ​ຕົນ​ເອງ ເປັນເໝືອນ​ດັ່ງ​ນ້ຳ​ເຕັມ​ແກ້ວ ອັນ​ໃດ​ກໍ​ຮູ້​ໝົດ​ແລ້ວ ​ແຕ່​ຊີ​ວິດ​ກັບ​ຍັງ​ຢູ່​ບ່ອນ​ເກົ່າ​ບໍ່​ກ້າວ​ໜ້າ ໄດ້​ແຕ່​ໂທດ​ໂຊກ​ຊາ​ຕາ​ຟ້າ​ລິ​ຂິດ ທີ່​ເຮັດ​ໃຫ້​ຊີ​ວິດ​ຍັງ​ຕິດ​ຢູ່​ກັບ​ທີ່ ນີ້​ແຫຼະ​ຄື: “​ຜົນ​ຮ້າຍຂອງ​ການ​ເປັນ​ຄົນ​ທີ່ບໍ່​ຫ່ວງ​ໂລກ”.

(ວາລະສານທາເກັດ ສະບັບ 156 ເດືອນກໍລະກົດ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

is it true that Lao people

“do not care about the world?”

Greeting dear readers! What I would like to discuss with you this time has nothing to do with the global warming issue, rather characteristics of Lao people which need to be improved. Wanting the country to advance, the people need to change first.

Definitely, there is a reason for me to tell the following story. I had a chance to read an old book written in 1974 titled “Lao people like to have fun, eat, take things easy and concern nothing about the world.”

Some readers might be confused on how this relates to their working style. I would like to refer to the suggestion by Mr. ThonglounSisoulith, Prime Minister, of wanting Lao people to change their production method from only producing rice enough for personal consumption to producing rice for trade increasing their savings. People should stop consuming all of their earnings without caring about the future thinking that they can make more next month. What is even worse, some people consumes more than they make which is a negative characteristic leading to a disastrous future full of debts and other issues.

Some people say that they should not worry a thing because Laos is full of natural resources. There are fishes in the water, rice in the field. Once finishing their work at the rice field, they just lie down in a hut, while enjoying a gentle wind. That can be a case in the past. Currently, as natural resources are depleting with the environmental conditions keep changing, if we do nothing, the country will stop being developed. We should “abandon the relaxing attitude when working towards being more enthusiastic.

Let me get back to our main topic of discussion that the characteristics of taking things easy and not caring about the world will result in our ineffective work performance in terms of quantity and quality. Those with a working attitude of taking things slow and easy are less likely to advance in their professional career. We are living in the highly competitive era both in terms of quantity and quality, and not only domestically, but internationally. Nobody would like to invest in a country where people lack energy and enthusiasm, where they only care about salary, don’t you think? The reason that investors decide to invest in Vietnam and China is that people in both countries are highly enthusiastic. This is another factor for investment decision.

Therefore, we have to change from a person who cares nothing about the world to the one who thinks carefully about the future as well as how to help others. If we cannot help, just do not be a burden for others by being someone who likes to take things easy and eventually becomes selfish. For that reason, we have to live our life and work in compliance to regulations and laws strictly in order to contribute to social peace and order. Especially now that Lao population is reaching 7 million in number, if we do not respect laws, we will end up creating troubles for others and eventually creating social chaos.

Nevertheless, there is nothing worse than being lazy which will eventually make us fail to reach the bright future. Because of that, we should not stay in our comfort zone too long that it will not only make us lazy, but also make us lose interest in developing ourselves feeling that we know everything. We should never stay still without advancing further and stop complaining that it is because of our fate that we are not successful. This is the “downside of being someone who cares nothing about the world.”

Comments