ຄິງພາວເວີ ມະຫານະຄອນ ທີ່ພັກອາໄສສຸດຫຼູຫຼາ ໃນຕຶກສູງທີ່ສຸດຂອງປະເທດໄທ

​​ຄອນໂດ ທີ່​ພັກ​ອາໄສທີ່ທ່ານ​ສາ​ມາ​ດ​ເປັນ​ເຈົ້າ​ຂອງ​ກຳມະສິດທີ່ ຣິດຊ-ຄາຕັນ ຣິຊີເດັນ, ບາງກອກ (Ritz-Carlton Residences, Bangkok)

ຄິງ​ພາວ​ເວີ​ມະ​ຫາ​ນະ​ຄອນ (King Power Mahanakhon) ເຊິ່ງ​ເປັນ​ຕຶກ​ສູງທີ່ສຸດຢູ່ປະເທດໄທ​ ທັງເປັນຈຸດໝາຍປາຍທາງທີ່ໄດ້​ເປີ​ດ​ໂຕ ​ແລະ ນຳສະເໜີ​ທີ່ພັກອາໄສທີ່ຫຼູຫຼາທີ່ສຸດຂອງ ຣິດຊ-ຄາຕັນ ຣິຊີເດັນ, ບາງກອກ (Ritz-Carlton Residences, Bangkok) ຕຶກທີ່ພັກອາໄສດັ່ງ​ກ່າວຕັ້ງຢູ່ ເຂດສາທອນ ເຊິ່ງ​ເປັນເຂດທຸລະກິດໃຈກາງນະຄອນຫຼວງບາງກອກ. ທີ່ພັກອາໄສທີ່ທ່ານສາມາດເປັນເຈົ້າຂອງກຳມະສິດຕັ້ງຢູ່ຊັ້ນທີ 23 ເຖິງ 73 ຂອງອາຄານທີ່​ມີ​ເອ​ກະ​ລັກ​ອັນ​ໂດດ​ເດັ່ນ​.

ທີ່ພັກອາໄສນີ້​ມີຫ້ອງຫຼາຍຂະ​ໜາດ​ເຊິ່ງ​ເລີ່ມແຕ່ 2-4 ຫ້ອງນອນໂດຍຂະໜາດແມ່ນ 135 ຕາແມັດຈົນ​ໄປຮອດ 447 ຕາແມັດ. ນອກ​ຈາກນັ້ນ​ຜູ້ທີ່ສົນໃຈຍັງມີທາງເລືອກອື່ນ​ອີກ​ໂດຍສາ​ມາດ​ລວມ​ເອົາພື້ນທີ່​ທີ່​ພັກອາໄສຢູ່ຊັ້ນທີ 59 ເພື່ອໃຫ້​ມີເນື້ອ​ທີ່​ກວ້າງເຖິງ 1,100 ຕາແມັດ. ສະ​ຖານ​ທີ່​ດັ່ງ​ກ່າວແມ່ນ​ຢູ່​ບໍ່​ໄກ​ຈາກສະຖານີລົດໄຟ ຊອງ​ນົນ​ຊີ (Chong Nonsi BTS station), ເຊິ່ງ​ເປັນໂອກາດອັນ​ດີທີ່ຈະເປັນເຈົ້າຂອງທີ່ພັກອາໄສໃນເຂດຕົວເມືອງທີ່​ມີ​ຊື່​ສຽງ ສະ​ນັ້ນ, ຜູ້ທີ່ກໍາລັງຊອກຫາວິຖີຊີວິດຢູ່ຕົວເມືອງແບບ​ຫຼູຫຼາ ແລະ ຊີວິດຄົນໃນເມືອງກໍ່​ສາ​ມາດ​ເຂົ້າ​ມາ​ຈອງ​ໄດ້.

ນອກເໜືອຈາກສິ່ງອໍານວຍຄວາມສະດວກ ແລະ ການບໍລິການທີ່ມີລະດັບຈາກ​ພະ​ນັກ​ງານ​​ຂອງຣິດຊ-ຄາ​ຕັນ ຣິ​ຊີ​ເດັນ, ທີ່ພັກອາໄສດັ່ງກ່າວຍັງມີ​ການ​ຕົບ​ແຕ່ງພາຍໃນແບບລະ​ດັບ​ໂລກໂດຍບໍ​ລິ​ສັດ David Collins studio. ສິ່ງອໍານວຍຄວາມສະດວກຕ່າງໆ​ປະ​ກອບ​ມີຫ້ອງພັກຜ່ອນຢູ່​ຊັ້ນ 54 ເຊິ່ງ​ຜູ້​ເປັນ​ເຈົ້າ​ຂອງ​ຫ້ອງສາ​ມາດ​ອ່ານ​ໜັງ​ສືໃນຫ້ອງສະໝຸດ, ຫ້ອງ​ກິນ​ດື່ມ ຫຼື ບາ, ຫ້ອງຮັບປະທານອາຫານ, ຫ້ອງຄົວ, ຫ້ອງນັ່ງຫຼິ້ນ, ຫ້ອງປະ​ຊຸມ ແລະ ຫ້ອງເບິ່ງ​ໂທລະ​ພາບ. ຜູ້​ເປັນເຈົ້າຂອງຫ້ອງຍັງຈະສາມາດໃຊ້ສູນອອກກໍາລັງກາຍ, ສະລອຍນໍ້າ, ໂຮງຮູບ​ເງົາສ່ວນໂຕ, ມິນິບາ, ຫ້ອງຫຼີ້ນພູ, ຫ້ອງຫຼິ້ນເກມ ແລະຫ້ອງຂອງເດັກນ້ອຍ​ເຊິ່ງ​ເປັນ​ໜຶ່ງໃນບັນດາສິ່ງອໍານວຍຄວາມສະດວກອື່ນໆຢູ່ຊັ້ນ 7.

ທ່ານ Marc Begassat, ຜູ້ອໍານວຍການຂອງ King Power Mahanakhon ກ່າວວ່າ, “ເປັນໂອກາດສ້າງເສດຖະກິດ​ອັນແທ້​ຈິງທີ່​ຈະເປັນເຈົ້າຂອງທີ່​ພັກອາໄສໃນ​ເຂດ​ສຳ​ຄັນ​ທີ່​ເປັນ​ເອ​ກະ​ລັກ​ໃນ​ອາ​ຄານ​ເຊິ່ງ​ຖື​ວ່າ​ເປັນ​ໜຶ່ງ​ໃນ​ອາ​ຄານ​ສູງ​ທີ່​ສຸດ​ຂອງ​ປະ​ເທດ​ໄທ. ໃນຂະນະທີ່ພວກເຮົາສືບຕໍ່ເພື່ອສ້າງຈຸດໝາຍປາຍທາງທີ່ປະສົມປະສານກັບການຕ້ອນຮັບທີ່ໂດດເດັ່ນ, ອາຫານທີ່ໄດ້ຮັບລາງວັນ ແລະ ສະຖານທີ່ພັກຫຼູຫຼາ​ລະ​ດັບ​ໂລກ, ພວກເຮົາຫວັງວ່າຈະສະ​ໜອງ​ປະ​ສົບ​ການຊີວິດທີ່ດີໃນຕົວເມືອງ​ທີ່​ໂດດ​ເດັ່ນໃຫ້ຜູ້ເປັນເຈົ້າຂອງຢູ່ທີ່ King Power Mahanakhon”

ພາຍໃນອາຄານດຽວກັນນີ້, ​ຍັງ​ມີ​ຫຼາຍ​ກິດ​ຈະ​ກຳ​ທີ່​ໜ້າ​ສົນ​ໃຈ​ເຊັ່ນ​ວ່າ ຈຸດຊົມ​ວິວ​ທີ່ສູງທີ່ສຸດຂອງປະເທດໄທ, ຮ້ານ​ຂາຍ​ເຄືຶ່ອງ​ປອດ​ພາ​ສີ, ຮ້ານ​ຂາຍ​ເຄື່ອງຍ່ອຍ, ຮ້ານ​ກິນ​ດື່ມ ແລະ ຮ້ານອາຫານ. ໃນໄລຍະຕໍ່ໄປ, ໂຮງ​ແຮ​ມ​ລະ​ດັບ​ໂລກ (Orient Express Hotel) ແຫ່ງທໍາອິດກໍຈະໄດ້ເປີດໂຕໃນເຂດ​ດັ່ງ​ກ່າວ ເຊິ່ງ​ມີຮ້ານອາຫານທີ່ມີສື່​ສຽງສອງ​ແຫ່ງຄື Mott32 ແລະ Mahanathi ໂດຍພໍ່​ຄົວ​ທີ່ມີ​ສື່​ສຽງໂດຍ David Thompson.

ລາ​ຄາ​ທີ່ພັກອາໄສ Ritz-Carlton Residents ເລີ່ມຕົ້ນຈາກ 42 ລ້ານບາດຕໍ່ຫົວໜ່ວຍ ສິດທິພິເສດສໍາລັບຜູ້ຊື້ທີ່​ເປັນສະມາຊິກ King Power Crown ຈະໄດ້ບັດເງິນສົດມູນ​ຄ່າ 50,000 ບາດເພື່ອໃຊ້ໃນການບໍລິການອາຫານທີ່ໂຮງແຮມ Pullman Bangkok King Power ແລະ ປີ້​ໄປ​ເບິ່ງ​​ເຕະບານ Premier League 2 ປີ້ ຢູ່​ເດີ່ນ King Power Stadium, ເມືອງ Leicester City, ປະ​ເທດອັງກິດ.

ອີງຕາມບົດລາຍງານຂອງບໍ​ລິ​ສັດ Euromonitor International ເຊິ່ງ​ຈັດ​ອັນ​ດັບ 100 ເມືອງທີ່ໜ້າ​ທ່ອງ​ທ່ຽວທີ່ສຸດໃນປີ 2018, ນະຄອນຫຼວງບາງກອກແມ່ນເມືອງທີ່​ໜ້າ​ທ່ອງ​ທ່ຽວ​ອັນ​ດັບສອງຂອງໂລກຮອງຈາກຮົງກົງ. ອະ​ສັງ​ຫາ​ລິ​ມະ​ຊັບ​ຢູ່ບາງກອກ ຖືວ່າລ້ຳຄ່າ ແລະ ​ຄຸ້ມ​ຄ່າ​ກັບ​ເງິນ​ທີ່​ຈ່າຍ​ໄປຖ້າທຽບກັບຕົວເມືອງໃຫຍ່ຕ່າງໆໃນອາຊີ ເຊັ່ນ: ສິງກະໂປ ແລະ ຊຽງໄຮ, ອີງຕາມບົດລາຍງານປະຈໍາປີຄັ້ງທີຫ້າຂອງ Global Living 2019 ຂອງ CBRE.

ໃນຖານະເປັນໜຶ່ງເຂດເສດຖະກິດຍຸດທະສາດຂອງອາຊີຕາເວັນອອກສຽງໃຕ້, ຕະຫຼາດອະສັງຫາລິມະຊັບຂອງບາງກອກເປັນໜຶ່ງຈຸດທີ່ໜ້າສົນໃຈທີ່ສຸດໃນການດໍາລົງຊີວິດ ແລະ ດໍາເນີນທຸລະກິດໃນປະເທດໄທ. ນອກຈາກທາງເລືອກໃນການລົງທຶນແລ້ວ, ປີຜ່ານມາ, ມີນັກທ່ອງທ່ຽວ​ຈາກ​ປະ​ເທດລາວຈໍານວນ 2,409,330 ຄົນເຂົ້າ​ມາ​ທ່ອງ​ທ່ຽວໃນປະເທດໄທເພື່ອເພີດເພີນ ແລະ​ ມີ​ຄວາມ​ສຸກ​ກັບ​ແຫຼ່ງ​ທ່ອງ​ທ່ຽວ​ຕ່າງໆ​ທີ່​ປຽບ​ເໝືອນ​ສະ​ຫວັນ​ຂອງປະເທດ, ການບໍ​ລິ​ການຮັກສາສຸຂະພາບລະ​ດັບ​ໂລກ ແລະວິ​ຖີຊີວິດທີ່ດີເລີດ.

​ຂໍ້​ມູນ​ເພີ່ມ​ຕື່ມ: https://residences.kingpowermahanakhon.co.th/ ຫຼື
ອີເມວ: [email protected]

ຊົມຄຼິບດ້ານລຸ່ມນີ້ເລີຍ ເຫັນແລ້ວກໍຢາກໄດ້ເປັນເຈົ້າຂອງແທ້ໆ

The Ritz-Carlton Residences, Bangkok

คอนโดในฝัน 🏢💖✨The Ritz-Carlton Residences

Posted by Jo Parnop on Monday, November 13, 2017

Comments