Market Trend ໃນປີ 2020 ຈະມີຫຍັງແດ່?

ຫົວໃຈສໍາຄັນຂອງການພັດທະນາທຸລະກິດແບບຢືນຍົງກໍຄື ການເບິ່ງໂລກໄລຍະໄກ ໃຫ້ເຫັນຮອດອະນາຄົດ ເພາະເມື່ອຍຸກສະໄໝປ່ຽນໄປ ພຶດຕິກໍາ ແລະ ຄວາມຕ້ອງການຂອງຜູ້ບໍລິໂພກກໍຕ້ອງປ່ຽນໄປນໍາ. ສິ່ງເຫຼົ່ານີ້ຈຶ່ງມີຄວາມຈໍາເປັນທີ່ບັນດາຜູ້ປະກອບການຕ້ອງໄດ້ຮຽນຮູ້ເພື່ອໃຫ້ຕາມກະແສໂລກໃຫ້ທັນ, ຖ້າເຮົາຮູ້ອະນາຄົດ ນັ້ນໝາຍຄວາມວ່າ ເຮົາສາມາດສ້າງສິ່ງຕ່າງໆໃຫ້ກົງກັບຄວາມຕ້ອງການຂອງຄົນຮຸ່ນຕໍ່ໄປໄດ້, ບໍ່ວ່າຈະເປັນນະວັດຕະກໍາ ຫຼືການປັບປຸງແຜນການເຮັດວຽກໃຫ້ສອດຄ່ອງກັບກະແສຄວາມນິຍົມທີ່ຈະເກີດຂຶ້ນໃນອະນາຄົດ. ເພື່ອໃຫ້ການພັດທະນາທຸລະກິດຂອງທ່ານໃນມື້ນີ້ຍືນຍົງ ເຮົາມາ ”ອັບເດດ” ນໍາກັນວ່ານະວັດຕະກຳ ແລະຄ່ານິຍົມ ໃນປິ 2020 ຈະມີຫຍັງທີ່ມາແຮງແດ່?

  1. E-Mobility: ຈະດີແນວໃດ ຖ້າລົດຂອງທ່ານບໍ່ຕ້ອງໃສ່ນໍ້າມັນອີກຕໍ່ໄປ. ເພາະປີ 2020 ຈະເປັນຍຸກຂອງການຂັບເຄື່ອນດ້ວຍລະບົບໄຟຟ້າ ທີ່ຈະປ່ຽນພະລັງງານເຊື້ອໄຟໃນການຂັບເຄື່ອນ ຈາກນໍ້າມັນມາເປັນພະລັງງານໄຟຟ້າ, ເຊິ່ງທ່ານຈະສາມາດຕຶ່ມພະລັງງານຂັບເຄື່ອນໄດ້ດ້ວຍການສາກໄຟຟ້າເຂົ້າໄປໃນກ້ອນຖ່ານ (Battery) ປະສິດທິພາບສູງ ແລະ ຄາດວ່າໃນປີ 2020 ຈະມີພາຫະນະທີ່ຂັບເຄື່ອນດ້ວຍລະບົບໄຟຟ້າ ທັງ 2 ລໍ້ ແລະ 4 ລໍ້ ອອກມາວາງຂາຍຫຼາຍກວ່າ 40 ລ້ານຄັນທົ່ວໂລກ.
  2. Green Concept: ຍິ່ງເຮົາກໍາລັງກ້າວເຂົ້າໄປໃນໂລກເຕັກໂນໂລຊີ ຫຼາຍເທົ່າໃດ ເຮົາກໍຍິ່ງຕ້ອງໃຫ້ຄວາມສໍາຄັນກັບສິ່ງແວດລ້ອມຫຼາຍຂຶ້ນ. ໂລກໃນຍຸກປີ 2020 ຈະໃຫ້ຄວາມສໍາຄັນກັບແນວຄິດສີຂຽວຫຼາຍຂຶ້ນ ເຊັ່ນ: ສະພາບອາກາດໂລກທີ່ປັ່ນປ່ວນຫຼາຍຂຶ້ນ, ການສ້າງອາຄານ, ສໍານັກງານ ຫຼື ບ່ອນພັກອາໄສ ຈະຖືກອອກແບບໃຫ້ເປັນລັກສະນະສີຂຽວ ທີ່ຢູ່ສະບາຍ, ບໍ່ສ້າງມົນລະພິດ. ລວມໄປເຖິງສິນຄ້າຕ່າງໆທີ່ເປັນມິດກັບສິ່ງແວດລ້ອມ ກໍຈະໄດ້ຮັບຄວາມນິຍົມຫຼາຍຂຶ້ນເຊັ່ນກັນ.
  3. Innovation Technology: ມີນະວັດຕະກໍາຫຼາກຫຼາຍເກີດຂຶ້ນ ໃນປີ 2020 ເຮົາຈະໄດ້ເຫັນຄວາມອັດສະຈັນຂອງສິ່ງປະດິດຕ່າງໆຫຼາກຫຼາຍ ໄປຈົນຮອດສິນຄ້າ ອຸປະໂພກ-ບໍລິໂພກ ທີ່ສະຫຼາດ ຊ່ວຍຍົກລະດັບຄຸນນະພາບຊີວິດ ແລະ ເພີ່ມຄວາມສະດວກສະບາຍໃຫ້ຜູ້ຄົນຫຼາຍຍິ່ງຂຶ້ນ ເຊັ່ນ: ວັດສະດຸທີ່ສາມາດຕອບໂຈດການໃຊ້ວຽກຂອງຄົນຍຸກໃໝ່, ການຜະລິດຢາທີ່ມີປະສິດທິພາບສູງດ້ວຍເຕັກໂນໂລຊີທາງການແພດ ລວມໄປເຖິງການຜະລິດອາຫານ ແລະ ການບັນຈຸພາຊະນະ ດ້ວຍເຕັກໂນໂລຊິີນາໂນ ແລະ ເຕັກໂນໂລຊີຊີວະພາບ.
  4. Healthy Society: ເມື່ອມີທາງເລືອກຫຼາຍຂຶ້ນ ມະນຸດກໍຈະໃສ່ໃຈເບິ່ງແຍງຕົວເອງຫຼາຍຂຶ້ນ. ໃນຍຸກປີ 2020 ຈຶ່ງເປັນສັງຄົມຂອງຄົນຮັກສຸຂະພາບຢ່າງແທ້ຈິງ, ບັນຫາພະຍາດ, ການເຈັບໄຂ້ ຄືແຮງບັນດານໃຈສິ່ງໜຶ່ງທີ່ຄົນເລືອກກິນອາຫານທີ່ດີຕໍ່ສຸຂະພາບ, ສົ່ງຜົນໃຫ້ຮ່າງກາຍແຂງແຮງ ແລະ ມີອາຍຸຍືນຂຶ້ນ. ລວມໄປເຖິງການຈະເລີນກ້າວໜ້າທາງດ້ານການແພດ ສົ່ງຜົນໃຫ້ອັດຕາການຕາຍຂອງປະຊາກອນໂລກຫຼຸດລົງ, ເຂົ້າສູ່ສັງຄົມຜູ້ສູງອາຍຸຢ່າງແທ້ຈິງ. ໃນປີ 2020 ຄາດວ່າຈະມີຈໍານວນຄົນເຖົ້າເພີ່ມຂຶ້ນເຖິງ 30% ຂອງປະຊາກອນທົ່ວໂລກ.

ຈາກທ່າອ່ຽງຂອງຕະຫຼາດທີ່ຄາດວ່າຈະເກີດຂຶ້ນຂ້າງເທິງນັ້ນ ທ່ານຈະເຫັນໄດ້ວ່າ ໃນອະນາຄົດເຮົາຈະນໍາໃຊ້ເຕັກໂນໂລຊີທັນສະໄໝ ເພື່ອຕອບສະໜອງຄວາມຕ້ອງການຂອງຕົນເອງ ບໍ່ວ່າຈະເປັນດ້ານຄວາມສະດວກສະບາຍໃນການໃຊ້ຊີວິດປະຈໍາວັນ, ການເບິ່ງແຍງສຸຂະພາບ ບໍ່ວ່າຈະເປັນອາຫານການກິນ ຫຼື ທາງດ້ານການແພດທີ່ມີ ເຕັກໂນໂລຊີ ເຂົ້າມາປິ່ນປົວຫຼາຍຂຶ້ນ. ແຕ່ໃນຂະນະດຽວກັນກໍໃຊ້ ເຕັກໂນໂລຊີ ໃນການປົກປັກຮັກສາສິ່ງແວດລ້ອມ ເພື່ອປ້ອງກັນອັນຕະລາຍຈາກໄພທໍາມະຊາດ ທີ່ເກີດຈາກຜົນກະທົບຂອງການໃຊ້ປະໂຫຍດຈາກທໍາມະຊາດຢ່າງຫຼວງຫຼາຍເຊັ່ນກັນ. ນອກຈາກນັ້ນ ທ່າອ່ຽງເຫຼົ່ານີ້ ຍັງສົ່ງຜົນໄປເຖິງການດໍາເນີນທຸລະກິດໃນອະນາຄົດອີກດ້ວຍ, ບໍ່ວ່າຈະເປັນການຜະລິດ, ການບໍລິຫານດ້ານຕ່າງໆ ລວມໄປເຖິງທຸລະກິດດ້ານການຂົນສົ່ງ (Logistics) ອາດເປັນໄປໄດ້ວ່າໃນອະນາຄົດນັ້ນ ການເຮັດທຸລະກິດດ້ານການຂົນສົ່ງ ອາດຈະໃຊ້ລົດບັນທຸກທີ່ປາສະຈາກຄົນຂັບ (Self-driving Truck) ທີ່ນອກຈາກຈະໃຊ້ໄຟຟ້າ ແລະ ບໍ່ສ້າງມົນລະພິດແລ້ວ ຍັງປອດໄພຕໍ່ຊີວິດ ແລະ ຊັບສິນອີກດ້ວຍ ຫຼື ການບໍລິຫານຈັດການສາງສິນຄ້າທີ່ໃຊ້ລະບົບຫຸ່ນຍົນອັດຕະໂນມັດ ບໍ່ຕ້ອງອາໄສແຮງງານຄົນ ຫຼື ລົດເພື່ອຈໍາໜ່າຍສິນຄ້າອີກຕໍ່ໄປ. ເພາະເຕັກໂນໂລຊີ ນັ້ນ ສາມາດເຂົ້າມາແທນໃນຈຸດອ່ອນຂອງມະນຸດໄດ້ນັ້ນເອງ.

ບັນດາທ່ານ ທັງໝົດທີ່ກ່າວມານັ້ນອາດຈະຟັງຄືເປັນເລື່ອງທີ່ໄກຕົວສໍາສັງຄົມ ແລະ ວົງການທຸລະກິດໃນບ້ານເຮົາ ແຕ່ກໍບໍ່ມີໃຜເວົ້າໄດ້ວ່າມັນຈະບໍ່ເກີດຂຶ້ນ, ສະນັ້ນ ການຮູ້ໄວ້ກ່ອນຈຶ່ງເປັນເລື່ອງທີ່ດີກວ່າ ແລ້ວຕິດຕາມວ່າ “ເທຣນ” ທ່າອ່ຽງໃດ ທີ່ເກີດຂຶ້ນມາແທ້ໃນບັນດາປະເທດທີ່ພັດທະນາແລ້ວ ໂດຍສະເພາະແມ່ນປະເທດທີ່ຢູ່ໃກ້ຄຽງເຮົາ ຖ້າໃນບ້ານເຂົາເກີດຂຶ້ນໄດ້, ເຮົາກໍກຽມຮັບມືໄວ້ໄດ້ເລີຍ ເພາະບໍ່ດົນກໍຕ້ອງມາຮອດບ້ານເຮົາແນ່ນອນ, ຮູ້ກ່ອນກຽມຮັບມືກ່ອນ ຮັບມືໄດ້ທັນ ຈຶ່ງສາມາດພັດນາທຸລະກິດແບບຍືນຍົງໄດ້.

(ວາລະສານທາເກັດ ສະບັບ 156 ເດືອນກໍລະກົດ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

What are market trends in 2020?

            The key in sustainably developing a business is an open-world vision, while predicting the future trends to prepare for any change in consumer’s behaviors and demands. This is highly necessary for entrepreneurs to learn in order to keep up with the world. If we are well aware of the future trends, we will be able to effectively satisfy demands of the next generation in terms of the improvement of innovations or work plans in correspondence with such trends. To achieve the sustainable development of your business, let us “update” on which innovations and trends will be booming in 2020?

  1. E-Mobility: Imagine how good it will be if you no longer have to fill your car with gas. The year 2020 will be driven more by electricity than relying predominantly on gasoline. You can then recharge your car with electricity into a highly effective battery. Expectedly, the year 2020 will witness 40 million electrified vehicles both 2 and 4 wheels circulating in the automotive market.
  2. Green Concept: The environment is as important as technological advancement which needs to be equally considered. In 2020, there will be more discussion about the green concept to respond to the climatic chaos by designing buildings, offices or houses with the green environment, convenience and low pollution. Moreover, environmentally friendly goods will become more popular among consumers.
  3. Innovation Technology: The year 2020 will witness the emergence and amazement of numerous innovations all the way to consumer’s goods which will enhance the quality and convenience of life, such as items which are able to serve new generation more effectively, high quality medication produced using medical technologies including food and containers which will be produced using nano and bio technologies.
  4. Healthy Society: When we have more healthy choices, we tend to take good care of ourselves more. In 2020, we will be living in a truly healthy society where diseases and sickness serve as our motivation for being careful on what to eat which can affect our health and life span. The medical advancement in the new era is also considered another vital factor contributing to the mitigation of mortality rate, while increasing the number of senior citizens. In 2020, it is expected that the number of senior citizens will reach 30% of the total population.

From the above mentioned market trends, we can clearly see that technologies will play increasing role in facilitating our daily life, promoting healthy lifestyle and food choice or providing medical treatment. At the same time, technologies will also help protecting the environment in order to help mitigating harm from natural resources resulted from being excessively exploited. In addition, these trends will also affect the future business operation in terms of production, service provision, especially logistics. It is possible that in the future, logistic business will deploy self-driving trucks in their system which consumes electricity and produces no pollution that can negatively affect other people and their properties. It is also probable that robots will replace human laborers or vehicles in distributing goods in the future because technologies can do things that human cannot.

Dear readers! What we discuss might seem irrelevant to most of you and businesses in our country, but it is inevitable. Thus, it is always better to know and keep track on where this “trend” will be leading us to. As developed countries, especially our neighbors, have been dealing with this for some time, sooner or later, it will come to Laos. We should get ourselves ready in order to be able to efficiently handle with it when the time comes for the sustainable development of our business.

Comments