ການລົງທຶນໃນຮຸ້ນ

ຜູ້ອ່ານຫຼາຍທ່ານອາດເຄີຍໄດ້ຍິນປະໂຫຍກທີ່ວ່າຄົນທຸກຫຼິ້ນຫວຍ ຄົນຮັ່ງມີຫຼິ້ນຮຸ້ນແຕ່ທ່ານຮູ້ຫຼືບໍ່ວ່າ: ການເຂົ້າໄປລົງທຶນໃນຮຸ້ນຂອງບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບນັ້ນ ພຽງທ່ານມີເງິນເລີ່ມຕົ້ນ 2-3 ແສນກີບ ກໍສາມາດຊື້ຮຸ້ນໄດ້ແລ້ວ. ສະນັ້ນ ໃນບົດຄວາມນີ້ ຜູ້ຂຽນຈະມານຳສະເໜີອີກທາງເລືອກໜຶ່ງໃນການເພີ່ມພູນມູນຄ່າໃຫ້ແກ່ ການທ້ອນເງິນຂອງທ່ານ ໂດຍນຳເອົາຂໍ້ມູນຂອງ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ມາປະກອບການນຳສະເໜີ.

ການລົງທຶນໃນຕະຫຼາດທຶນລາວ ສາມາດລົງທຶນໄດ້ໃນ ສອງຕະຫຼາດ ຄື: ຕະຫຼາດຂັ້ນໜຶ່ງ ແລະ ຕະຫຼາດຂັ້ນສອງ (ຕະຫຼາດຫຼັກຊັບລາວ). ການເຂົ້າໄປຊື້ຮຸ້ນຂອງບໍລິສັດທີ່ອອກຮຸ້ນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວນັ້ນ ກໍຄືການເຂົ້າໄປເປັນເຈົ້າຂອງບໍລິສັດນັ້ນໆ ເຊັ່ນ: ເມື່ອທ່ານຊື້ຮຸ້ນຂອງ ຜ-ຟຟລ ທ່ານກໍຈະມີຖານະເປັນ ຜູ້ຖືຮຸ້ນ ຫຼື ເຈົ້າຂອງບໍລິສັດ ຕາມສັດສ່ວນຮຸ້ນທີ່ທ່ານຖືຄອງ, ແລະ ເມື່ອບໍລິສັດມີຜົນກຳໄລ ຈາກການດຳເນີນທຸລະກິດ ທ່ານຜູ້ຖືຮຸ້ນກໍຈະໄດ້ຮັບເງິນປັນຜົນຕາມສັດສ່ວນຮຸ້ນທີ່ທ່ານຖືຄອງ.

ການລົງທຶນຊື້ຮຸ້ນໃນຕະຫຼາດຂັ້ນໜຶ່ງ ເປັນການຊື້ຮຸ້ນໂດຍກົງຈາກບໍລິສັດທີ່ອອກຮຸ້ນ ຕົວຢ່າງ: ຜ-ຟຟລ ເປີດຈອງ ຊື້ຮຸ້ນຄັ້ງທຳອິດໃນຕະຫຼາດຂັ້ນໜຶ່ງ ວັນທີ 16 – 24 ທັນວາ 2010, ເຊິ່ງ ຜ-ຟຟລ ໄດ້ປະກາດຂໍ້ມູນກ່ຽວກັບບໍລິສັດໃນໜັງສືຊວນຊື້ ເຊິ່ງລວມມີ: ຂໍ້ມູນທົ່ວໄປ, ຕົວເລກທາງການເງິນປີຜ່ານມາ, ຜູ້ບໍລິຫານ, ແຜນການໃນອະນາຄົດ, ນະໂຍບາຍເງິນປັນຜົນ, ການຈອງຊື້ຮຸ້ນ ແລະ ອື່ນໆ ເພື່ອເປັນຂໍ້ມູນປະກອບການຕັດສິນໃຈລົງທຶນຊື້ຮຸ້ນ ຂອງ ຜ-ຟຟລ ໃຫ້ແກ່ມວນຊົນທົ່ວໄປ. ເມື່ອທ່ານສຶກສາບໍລິສັດຈາກໜັງສືຊວນຊື້ແລ້ວ ທ່ານກໍສາມາດ ຊື້ຮຸ້ນ ຜ-ຟຟລ ຕາມຊ່ອງທາງທີ່ລະບຸໄວ້. ໃນຄັ້ງນັ້ນ ຜ-ຟຟລ ສະເໜີຂາຍຮຸ້ນຄັ້ງທຳອິດໃຫ້ແກ່ມວນຊົນທົ່ວໄປ ໃນລາຄາ 4.300 ກີບ ຕໍ່ຮຸ້ນ ເຊິ່ງທ່ານສາມາດຊື້ຮຸ້ນ ແລະ ເປັນເຈົ້າຂອງບໍລິສັດໄດ້ດ້ວຍການຊື້ຮຸ້ນຢ່າງໜ້ອຍ 100 ຮຸ້ນຂຶ້ນໄປ ແລະ ເພີ່ມທະວີຄູນຂຶ້ນເທື່ອລະ 100 ຮຸ້ນ ເຊັ່ນ 100 ຮຸ້ນ, 200 ຮຸ້ນ, 300 ຮຸ້ນ,… ໝາຍຄວາມວ່າ ທ່ານຕ້ອງມີເງິນຂັ້ນຕໍ່າພຽງແຕ່ 430.000 ກີບ ກໍສາມາດຊື້ໄດ້ແລ້ວ ໂດຍໃນຕະຫຼາດຂັ້ນໜຶ່ງນີ້ ແມ່ນບໍ່ມີຄ່າທຳນຽມໃນການຊື້. ຫຼັງຈາກນັ້ນ ຜ-ຟຟລ ກໍຈະນຳເອົາເງິນທີ່ລະດົມໄດ້ຈາກມວນຊົນໄປລົງທຶນໃນການຂະຫຍາຍ ກິດຈະການຂອງບໍລິສັດ ເປັນຕົ້ນແມ່ນ ການຊື້ເຂື່ອນໄຟຟ້າ, ໃນແຕ່ລະປີ ຜ-ຟຟລ ຕ້ອງສະຫຼຸບ ແລະ ເປີດເຜີຍຜົນການດຳເນີນງານໃຫ້ບັນດາຜູ້ຖືຮຸ້ນຮັບຊາບ, ເຊິ່ງຜູ້ຖືຮຸ້ນຈະໄດ້ຮັບຜົນຕອບແທນໜ້ອຍ ຫຼື ຫຼາຍ ແມ່ນອີງໃສ່ຜົນກຳໄລຂອງບໍລິສັດ. ຕົວຢ່າງ ຜ-ຟຟລ ໄດ້ຈ່າຍເງິນປັນທີ່ໄດ້ຈາກຜົນກຳໄລປີ 2011 ມູນຄ່າ 497 ກີບ ຕໍ່ຮຸ້ນ ເຊິ່ງເມື່ອທ່ານຊື້ 100ຮຸ້ນ ກໍຈະໄດ້ເງິນປັນຜົນທັງໝົດ 49.700 ກີບ ເມື່ອທຽບກັບຕົ້ນທຶນທີ່ຊື້ມາ 430.000 ກີບ ກໍຈະໄດ້ຮັບຜົນຕອບແທນ 11,5% ຕໍ່ປີ. ເມື່ອທ່ານຖືຮຸ້ນນີ້ໄປເລື້ອຍໆ ໃນແຕ່ລະປີ ເມື່ອບໍລິສັດ ມີກຳໄລ ທ່ານກໍຈະໄດ້ຮັບເງິນປັນຜົນ ແຕ່ເມື່ອບໍລິສັດຂາດທຶນ ທ່ານກໍຈະບໍ່ໄດ້ຮັບເງິນປັນຜົນ, ໃນປັດຈຸບັນ ເງິນ ປັນຜົນ ທີ່ໄດ້ຮັບແມ່ນບໍ່ໄດ້ເສຍອາກອນ.

ສ່ວນຕະຫຼາດຂັ້ນສອງ ຫຼື ຕະຫຼາດຫຼັກຊັບລາວ (ຕລຊລ) ເປັນສູນກາງການຊື້-ຂາຍຮຸ້ນ ລະຫວ່າງນັກລົງທຶນ ດ້ວຍກັນເອງ ໂດຍທີ່ຈະບໍ່ກ່ຽວຂ້ອງກັບບໍລິສັດທີ່ອອກຮຸ້ນ, ການຊື້-ຂາຍໃນ ຕລຊລ ແມ່ນມີຄ່າທຳນຽມໃນການຊື້ 0,35% ຂອງມູນຄ່າຊື້ ແລະ ການຂາຍ 0,65% ຂອງມູນຄ່າຂາຍ. ຜ-ຟຟລ ໄດ້ນຳເອົາຮຸ້ນຂອງບໍລິສັດເຂົ້າຈົດທະບຽນໃນ ຕລຊລ ແລະ ເລີ່ມເປີດການຊື້ຂາຍຄັ້ງທຳອິດໃນ ວັນທີ 11 ມັງກອນ 2011, ທ່ານໃດທີ່ຊື້ຮຸ້ນໃນ ຕະຫຼາດຂັ້ນໜຶ່ງແລ້ວ ບໍ່ຢາກຖືຄອງຮຸ້ນຈົນຮອດມື້ໄດ້ຮັບເງິນປັນຜົນ ຫຼື ຈຳເປັນຕ້ອງໃຊ້ເງິນ ກໍສາມາດນຳເອົາ ຮຸ້ນທີ່ທ່ານຖືຄອງມາຂາຍໃນ ຕລຊລ ໄດ້, ຕົວຢ່າງ ລາຄາທີ່ມີການຊື້-ຂາຍກັນ ໃນວັນທີ 11 ມັງກອນ 2011 ແມ່ນ 4.700 ກີບຕໍ່ຮຸ້ນ, ຖ້າທ່ານຂາຍອອກ 100 ຮຸ້ນ ກໍຈະໄດ້ 466.945 ກີບ ພາຍຫຼັງຫັກຄ່າທຳນຽມຂາຍ, ໃນກໍລະນີນີ້ ໃນເວລາບໍ່ຮອດເດືອນ (ນັບຈາກມື້ທີ່ຈອງຊື້ຮຸ້ນໃນຕະຫຼາດຂັ້ນໜຶ່ງ) ທ່ານສາມາດໄດ້ກຳໄລຈາກການ ລົງທຶນໃນຮຸ້ນເຖິງ 36.945 ກີບ ຫຼື 8,5%. ນັກລົງທຶນທ່ານໃດ ບໍ່ທັນຊື້ຮຸ້ນໃນຕະຫຼາດຂັ້ນໜຶ່ງ ກໍສາມາດເຂົ້າມາ ຊື້ຮຸ້ນຂອງ ຜ-ຟຟລ ຈາກນັກລົງທຶນດ້ວຍກັນ (ຜູ້ມີຮຸ້ນ ຜ-ຟຟລ) ໃນ ຕລຊລ ໄດ້ເຊັ່ນດຽວກັນ, ຫຼາຍທ່ານອາດຍັງສົງໄສວ່າ ແລ້ວຈະມີຜູ້ໃດຍອມຂາຍໃຫ້ບໍ່ໃນ ຕລຊລ, ການຕັດສິນໃຈຂາຍຂອງຜູ້ຖືຮຸ້ນ ແມ່ນຂຶ້ນກັບຜົນຕອບແທນທີ່ ຜູ້ຖືຮຸ້ນຈະໄດ້ຮັບເປັນສຳຄັນ ເມື່ອມີຄົນສະເໜີຊື້ສູງກວ່າລາຄາທີ່ຊື້ມາ ຜູ້ຖືຮຸ້ນບາງທ່ານກໍອາດຕັດສິນໃຈຂາຍ ເພື່ອເອົາກຳໄລຈາກສ່ວນຕ່າງໃນການຊື້-ຂາຍໃນມື້ນັ້ນໆເລີຍ ໂດຍບໍ່ລໍຖ້າເອົາເງິນປັນຜົນຈາກບໍລິສັດ. ສະນັ້ນ ໃນແຕ່ລະມື້ ຈະມີຜູ້ທີ່ມີຮຸ້ນສະເໜີຂາຍຮຸ້ນ ແລະ ຜູ້ຕ້ອງການຮຸ້ນສະເໜີຊື້ຮຸ້ນໃນລາຄາທີ່ຕົນເອງພໍໃຈ ເມື່ອມີ ການຕົກລົງລາຄາໄດ້ກໍຈະມີການຊື້-ຂາຍປ່ຽນມືກັນຂຶ້ນ. ເຖິງຢ່າງໃດກໍຕາມ, ລາຄາຮຸ້ນແມ່ນມີການເໜັງຕີງຂຶ້ນລົງທຸກໆມື້ ເຊິ່ງເມື່ອທ່ານຈຳເປັນຕ້ອງໃຊ້ເງິນດ່ວນ ທ່ານອາດຕ້ອງຂາຍຂາດທຶນ ເມື່ອລາຄາສະເໜີຊື້ ໃນມື້ນັ້ນຕໍ່າ. ຕົວຢ່າງ: ຈາກລາຄາປັດຈຸບັນຂອງວັນທີ 21 ເມສາ 2019 ແມ່ນ 3.900 ກີບ ຕໍ່ຮຸ້ນ ຖ້າທ່ານຂາຍ ທ່ານຈະໄດ້ເງິນກັບຄືນມາພຽງແຕ່ 387.465 ກີບ. ໃນປັດຈຸບັນ ລາຄາຮຸ້ນສາມາດເໜັງຕີງຂຶ້ນລົງໄດ້ ບໍ່ເກີນ 10% ຂອງລາຄາປິດມື້ວານ.

ຄວາມແຕກຕ່າງກັນຂອງການລົງທຶນໃນຕະຫຼາດຂັ້ນໜຶ່ງ ແລະ ຕະຫຼາດຂັ້ນສອງ ແມ່ນ ໃນຕະຫຼາດຂັ້ນໜຶ່ງ ແມ່ນ ມີໄລຍະເວລາການຈອງຊື້ຮຸ້ນໃດໜຶ່ງທີ່ແນ່ນອນ ຜູ້ຕ້ອງການຊື້ຮຸ້ນ ຈະຊື້ໄດ້ໃນໄລຍະເວລາອອກຈຳໜ່າຍທີ່ກຳນົດໄວ້ເທົ່ານັ້ນ ໂດຍບໍ່ມີຄ່າທຳນຽມ, ທ່ານທີ່ສົນໃຈສາມາດຕິດຕາມຂໍ້ມູນການອອກຈຳໜ່າຍຮຸ້ນໄດ້ ຈາກການປະກາດຂອງບໍລິສັດ ຜ່ານເວັບໄຊ໌ຂອງສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) www.lsc.gov.la, ຕລຊລ www.lsx.com.laແລະ ສື່ສິ່ງພິມອື່ນໆ. ສ່ວນຕະຫຼາດຂັ້ນສອງ ທ່ານສາມາດເຂົ້າໄປລົງທຶນຊື້-ຂາຍ ໃນເວລາໃດກໍໄດ້ ໃນກໍລະນີ ທ່ານຕ້ອງການຊື້ ກໍສາມາດເລີ່ມຈາກການສຶກສາຂໍ້ມູນຂອງບໍລິສັດ ເປັນຕົ້ນແມ່ນ ຜົນການດຳເນີນງານຜ່ານມາ ແລະ ແຜນໃນອະນາຄົດ ເພື່ອປະເມີນວ່າ ບໍລິສັດມີທ່າອ່ຽງໄປໃນທິດທາງໃດ ແລະ ຜົນຕອບແທນທີ່ຈະໄດ້ຮັບເປັນຄືແນວໃດ, ລາຄາການຊື້-ຂາຍໃນແຕ່ລະມື້ເໜັງຕີງແບບໃດ, ການຊື້-ຂາຍໃນແຕ່ ລະມື້ມີສະພາບຄ່ອງດີບໍ່ ເຊິ່ງຮຸ້ນທີ່ມີການຊື້-ຂາຍກັນໃນທຸກມື້ຍ່ອມດີກວ່າຮຸ້ນທີ່ບໍ່ມີການຊື້ຂາຍເລີຍ ເນື່ອງຈາກ ທ່ານຈະສາມາດຂາຍຮຸ້ນທີ່ຖືໃນຕະຫຼາດໄດ້ສະດວກຂຶ້ນເມື່ອທ່ານຕ້ອງການເງິນ. ຂໍ້ມູນເບື້ອງຕົ້ນເຫຼົ່ານີ້ ຈະຊ່ວຍໃຫ້ທ່ານເຂົ້າໃຈສະພາບການຂຶ້ນລົງຂອງລາຄາໃນຕະຫຼາດໄດ້ດີຂຶ້ນ ແລະ ສາມາດຕັດສິນໃຈຊື້-ຂາຍຮຸ້ນໃນຈັງຫວະ ແລະ ລາຄາທີ່ເໝາະສົມ.

ການລົງທຶນໃນຮຸ້ນ ບໍ່ວ່າຈະໃນຕະຫຼາດຂັ້ນໜຶ່ງ ຫຼື ຕະຫຼາດຂັ້ນສອງ ທ່ານກໍຄວນມີຄວາມເຂົ້າໃຈໃນທຸລະກິດ ຂອງບໍລິສັດນັ້ນໆໃຫ້ດີເສຍກ່ອນ ແລະ ຄວນຫຼີກການລົງທຶນຕາມກະແສ ຫຼື ການຊັກຊວນຂອງຄົນອື່ນ ໂດຍ ປາສະຈາກການສຶກສາຂໍ້ມູນ. ທັງນີ້ ກໍບໍ່ໄດ້ໝາຍຄວາມວ່າ ທ່ານຕ້ອງເຂົ້າໃຈຂັ້ນຕອນການດຳເນີນງານຂອງບໍລິສັດຢ່າງເລິກເຊິ່ງ ແລະ ການວິເຄາະທາງການເງິນໃນແບບລົງເລິກ ຈຶ່ງຈະສາມາດລົງທຶນໃນຮຸ້ນໄດ້, ຢ່າງໜ້ອຍ ໃຫ້ເຂົ້າໃຈວ່າ ບໍລິສັດທີ່ເຮົາຈະໄປເປັນເຈົ້າຂອງນັ້ນ ເຮັດທຸລະກິດຫຍັງ ລາຍໄດ້ຕົ້ນຕໍມາຈາກໃສ ແລະ ບໍ່ຄວນ ຕື່ນເຕັ້ນໄປກັບຂ່າວລືຕ່າງໆແບບບໍ່ມີການກັ່ນຕອງຫາທີ່ມາຂອງຂ່າວ. ສິ່ງສຳຄັນອີກຢ່າງ ກໍຄື ເມື່ອຊື້ແລ້ວ ທ່ານ ຄວນຕິດຕາມຂໍ້ມູນຂ່າວສານຂອງບໍລິສັດຢ່າງຕໍ່ເນື່ອງ ເພື່ອທີ່ຈະໄດ້ຕັດສິນໃຈຊື້-ຂາຍຮຸ້ນໄດ້ຢ່າງທັນການ.

ສຸດທ້າຍນີ້ ຜູ້ຂຽນຂໍຝາກໄວ້ວ່າ ທຸກການລົງທຶນມີຄວາມສ່ຽງ ທ່ານຄວນສຶກສາຂໍ້ມູນລະອຽດກ່ອນການລົງທຶນ, ຜົນຕອບແທນທີ່ສູງ ຍ່ອມຕ້ອງແລກມາດ້ວຍຄວາມສ່ຽງທີ່ສູງເຊັ່ນດຽວກັນ.

(ວາລະສານທາເກັດ ສະບັບ 156 ເດືອນກໍລະກົດ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Stock investment

Many of you might have heard of a saying “the poor buys lottery, the rich buys stock,” but do you know that stock registered at the stock market can be purchased starting at the minimum price of only 2-3 hundred thousand kip. Therefore, this article would like to offer you a choice for adding value to your saving which will be explained through EDL’s information.

Investing in the Lao Securities Exchange can be done in two levels, such as the first level market and second level market (Lao Securities Exchange). Possessing stocks issued and registered by a company at the stock market means that you are now becoming one of the owners of the firm. For example, when you buy stocks from EDL, you are now a shareholder or owner of the company based on the proportion of the stock you possess. When the firm makes profit, shareholders will receive their dividend based on the proportion of the stock in possession.

Investing at the first level market is the purchase of stocks directly from an issuing company. For instance, EDL launched its public offering at the first level market from December 16-24, 2010. On such occasion, EDL revealed the company’s profile in its public invitation, which includes general information, financial summary report of the previous years, profile of board of directors, future plans, dividend policy, stock reservation and so on, to help people making decision on whether to purchase stocks from EDL or not. Once you go over the information given in the public invitation, you can then make a decision on whether to buy stocks from EDL or not based on suggested channels. At that moment, EDL made its initial public offering at the price of 4,300 kip per share with the minimum purchase starting at 100 shares and would keep increasing by 100 shares for the next purchase, from 100 to 200 to 300 shares for instance. It means that you can purchase EDL shares with only 430,000 kip without being charged of the purchasing fee at the first level market. Then, EDL will utilize income made from the shares to expand their business, namely buy hydropower dams, etc. Every year, EDL must reveal the summary of its yearly performance to shareholders whose dividend gained would vary based on profits made by the company. For example, EDL paid dividend in 2011 valued 497 kip for share. If you hold 100 shares, you will receive 49,700 kip per year or 11.5% of the stocks’ original price of 430,000 kip. To make it simple, when the company makes profit, you will receive dividend based on the number of shares you possess. However, when the firm suffers a loss, you will not receive any return. Currently, shareholders do not have to pay tax for dividend they received.

The second level market or Lao Securities Exchange (LSX) is a center for buying-selling stocks among investors without any involvement with an issuing company. Transaction at this market will be subject to a 0.35% charge of the total value of purchase and 0.65% of the total value of sale. EDL registered its shares at the LSX and made its first public offering on January 11, 2011. Those who bought the shares at the first level market and would like to release the shares before dividend payment or in need of cash can sell them at the LSX. For instance, the price as of January 11, 2011 was 4,700 kip per share or 100 shares for 466,945 kip after fee deduction. In this case, you could earn a profit of 36,945 kip or 8.5% in not even a month (counting from the first day of reserving shares at the first market). Those who have not bought EDL shares at the first market could do so at the second level market by trading with other investors (who possess EDL shares). Many of you might ask what if nobody wants to sell their shares at LSX. The decision for engaging in stock trading depends on the return. If someone offers higher than the original price, some shareholders might consider selling the stocks to earn an immediate profit margin on that day rather than waiting for dividend payment. Therefore, there will people shareholders offer to sell their shares and investors wanting to purchase reasonable price shares daily. Once the agreement on both sides are reached, there will always be a trade. Nevertheless, stock price fluctuate on a daily basis. In case when you need urgent cash in hand, you might have to sell your shares at a deficit price. For example, the price as of April 21, 2019 was 3,900 kip per share. If you sell your stocks on the day, you will receive only 387,465 kip. Currently, stock price cannot exceed 10% lower or higher than the final price of the previous day.

The difference between investing at the first and second level market is that the first level market offers a fixed date for stock reservation. Buyers can only purchase shares on the designated date without any charge. Those who are interested to buy shares can check news and announcement from companies via a website of the Lao Securities Commission (LSC) at www.lsc.gov.la or of LSX at www.lsx.com.la including other publishing media. At the second level market, trade can be carried out anytime. In case you need to buy any share, you can start learning more about the company regarding their previous performance and future plans in order to evaluate their future direction, profits they made, daily price fluctuation and trade liquidity. Regularly traded stocks are better than those remained unsold as it means that the shares can be easily sold in case when you need cash. This initial information will help you understanding more about price fluctuation making it easier for you to decide when to buy and sell stocks at a reasonable price.

Stock trade whether at the first or second level market, investors shall first understand the business they intend to buy stocks from. They should also avoid following trends or persuasion from other people without a proper study. Nevertheless, it does not mean that you have to study every operating process of the company and analyze its financial status thorough before investing. At least, you should have a basic understanding of what the business is about and what are their income sources. You should not get ready to believe every rumor without an appropriate screening. Another important thing to consider after purchasing stocks, you should keep yourself posted of the company’s performance consistently. This will help you make a decision of whether to keep and buy more, sell the shares before it is too late.

Finally, the writer would like to remind dear readers again that every investment is risky. You should study carefully before putting your money on something. Please remember that high return will always go in parallel with high risk.

 

Comments