ຈະຫັນ SMEs ອອກຈາກກິດຈະການທີ່ບໍ່ເປັນທາງການແນວໃດ?

ຈາກຜົນການສຳຫຼວດໃນປີ 2016 ພົບວ່າ: ປະມານ 86% ຂອງວິສາຫະກິດຢູ່ລາວ ແມ່ນຈັດເປັນປະເພດຈຸລະວິສາຫະກິດ ຫຼື ເປັນທຸລະກິດຄອບຄົວ ທີ່ດຳເນີນກິດຈະການແບບບໍ່ເປັນທາງການ (Informal Sector) ໂດຍບໍ່ໄດ້ຮັບການຂຶ້ນທະບຽນວິສາຫະກິດ. ນັ້ນກາຍເປັນອຸປະສັກໜຶ່ງ ທີ່ເຮັດໃຫ້ຜູ້ປະກອບກິດຈະການເຫຼົ່ານັ້ນ ບໍ່ສາມາດໄດ້ຮັບປະໂຫຍດຈາກນະໂຍບາຍສົ່ງເສີມຂອງລັດຖະບານ ເປັນຕົ້ນແມ່ນ ການເຂົ້າເຖິງແຫຼ່ງທຶນ,​ ການຍົກລະດັບຂີດຄວາມສາມາດ ແລະ ອື່ນໆ.​ ໃນຂະນະທີ່ພາກລັດເອງ ກໍຂາດສະຖິຕິຂໍ້ມູນທີ່ຖືກຕ້ອງແນ່ນອນ ກ່ຽວກັບຈໍານວນຫົວໜ່ວຍຜູ້ປະກອບກິດຈະການ ທີ່ກຳລັງເຄື່ອນໄຫວດ້ານໃດໜຶ່ງ ອັນເຮັດໃຫ້ລັດຖະບານ ບໍ່ສາມາດເກັບລາຍຮັບຈາກພາສີອາກອນເຂົ້າງົບປະມານແຫ່ງຊາດໄດ້ຢ່າງເຕັມສ່ວນ. ສະນັ້ນ, ບັນຫາທີ່ມີຜູ້ດຳເນີນກິດຈະການແບບບໍ່ເປັນທາງການ ຈິ່ງເປັນໜຶ່ງໃນບັນຫາທີ່ລັດຖະບານ ຄວນເອົາໃຈໃສ່.

ຜົນການສຶກສາໃນທົ່ວໂລກ ໄດ້ຊີ້ໃຫ້ເຫັນວ່າ: ລະບຽບກົດໝາຍທີ່ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ຊຸກຍູ້ໃຫ້ຜູ້ປະກອບກິດຈະການ ເລືອກທີ່ຈະດຳເນີນທຸລະກິດຢູ່ນອກລະບົບ. ຍ້ອນຄວາມເປັນຈິງທີ່ວ່າ ການຢູ່ນອກລະບົບອາດເພີ່ມກຳໄລໃຫ້ແກ່ຜູ້ປະກອບກິດຈະການໃນໄລຍະສັ້ນ ໂດຍການຫຼີກ ການເສຍພັນທະອາກອນ, ການແບກຫາບພາລະທີ່ເກີດຈາກການບໍລິຫານ-ຄຸ້ມຄອງລັດ ທີ່ອາດບໍ່ມີປະສິດທິຜົນພຽງພໍ ແລະ ການປະກອບສ່ວນເຂົ້າໃນຄວາມປອດໄພທາງສັງຄົມ. ການຫຼີກຄວາມຫຍຸ້ງຍາກ ແລະຄ່າໃຊ້ຈ່າຍທີ່ໄດ້ກ່າວມານັ້ນ ແນ່ນອນວ່າຈະເຮັດໃຫ້ຜູ້ປະກອບກິດຈະການ ມີຄວາມຄ່ອງຕົວຫຼາຍຂຶ້ນໃນການດຳເນີນກິດຈະການຂອງພວກເຂົາ. ດັ່ງນັ້ນ ຈິ່ງບໍ່ເປັນໜ້າແປກໃຈວ່າ: ເປັນຫຍັງຜູ້ປະກອບການຈໍານວນຫຼາຍຈິ່ງເລືອກທີ່ຈະເຄື່ອນໄຫວຢູ່ນອກລະບົບ.  ຈາກຜົນການປະເມີນຕົວຊີ້ວັດ ນະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ ຫຼື ເອັສເອັມອີ (SMEs) ຂອງອາຊຽນ ປີ 2018 ໄດ້ຊີ້ໃຫ້ເຫັນວ່າ: ການທີ່ຈະສ້າງຕັ້ງວິສາຫະກິດໃດໜຶ່ງຢູ່ລາວ ຢ່າງເປັນທາງການແມ່ນມີຄວາມຫຍຸ້ງຍາກ ເຊັ່ນ: ໃນປີ 2018 ການສ້າງຕັ້ງວິສາຫະກິດໜຶ່ງ ແມ່ນໃຊ້ເວລາໂດຍສະເລ່ຍເຖິງ ປະມານ 67 ວັນ ເຖິງແມ່ນວ່າ ຕາມລະບຽບການແມ່ນໃຊ້ເວລາພຽງແຕ່ 10 ວັນລັດຖະການ ກໍຕາມ ເພາະໃນຄວາມເປັນຈິງ ໄລຍະເວລາຂອງການຈົດທະບຽນວິສາຫະກິດສ່ວນໃຫຍ່ມັກຈະແກ່ຍາວຮອດ 30 ຫາ 60 ວັນ.

ການສ້າງຕັ້ງ ວິສາຫະກິດ ມີຕົ້ນທຶນປະມານ 3,4% ຂອງລາຍຮັບຕໍ່ຫົວຄົນ ໂດຍການສ້າງຕັ້ງປະກອບດ້ວຍ 8 ຂັ້ນຕອນໃຫຍ່ໆ. ໃນນີ້, ບໍ່ມີຂັ້ນຕອນໃດທີ່ສາມາດຍື່ນຂໍຜ່ານລະບົບເອເລັກໂຕຣນິກ ສະນັ້ນ ຜູ້ຍື່ນກໍຕ້ອງໄດ້ພົວພັນກັບ 11 ຂະແໜງການ (ຖ້າເປັນວິສາຫະກິດທີ່ກ່ຽວຂ້ອງກັບຂະແໜງກະສິກໍາ ແລະ ປ່າໄມ້ ພົບວ່າຍິ່ງມີຫຼາຍຂັ້ນຕອນຕື່ມອີກ). ນອກນັ້ນ ການປະກອບເອກະສານເສຍພັນທະອາກອນ ກໍມີຄວາມຫຍຸ້ງຍາກ, ໝາຍວ່າ: ເພື່ອປະຕິບັດຕາມລະບຽບການປະກອບເອກະສານເສຍອາກອນ ຜູ້ປະກອບການໃດໜຶ່ງ ຕ້ອງໄດ້ປະກອບເອກະສານການຊໍາລະເງິນ 35 ຄັ້ງຕໍ່ປີ ໂດຍສະເລ່ຍ ຫຼືໃຊ້ເວລາ 362 ຊົ່ວໂມງ. ການລົງທະບຽນເພື່ອຈ່າຍອາກອນມູນຄ່າເພີ່ມ ຫຼື VAT ກໍມີຄວາມຫຍຸ້ງຍາກ ໂດຍໃຊ້ເວລາປະມານ 3 ອາທິດ ຫຼື 219 ຊົ່ວໂມງ, ເຊິ່ງກວມເອົາ 60% ຂອງເວລາທັງໝົດທີ່ໃຊ້ໃນການປະກອບເອກະສານເສຍພັນທະອາກອນ. ນັ້ນກໍເປັນໜຶ່ງໃນສາເຫດທີ່ ທະນາຄານໂລກ ໄດ້ຈັດອັນດັບຄວາມສະດວກໃນການດຳເນີນທຸລະກິດຢູ່ລາວ ສຳລັບປີ 2019 (The World Bank Enterprise Surveys 2019) ໃຫ້ຢູ່ອັນດັບທີ 154 ຈາກ 190 ປະເທດໃນໂລກ. ທະນາຄານໂລກ ໄດ້ວັດແທກ 5 ປັດໄຈຫຼັກຂອງການດຳເນີນທຸລະກິດ ຄື: ການສ້າງຕັ້ງທຸລະກິດ,​ ການຊອກສະຖານທີ່ດຳເນີນທຸລະກິດ,​ ການເຂົ້າເຖິງແຫຼ່ງທຶນ, ການຮັບມືກັບການດໍາເນີນງານໃນແຕ່ລະມື້ ​ແລະ ການດຳເນີນທຸລະກິດໃນສະພາບແວດລ້ອມທີ່ຮັບປະກັນ. ໃນປັດໄຈເຫຼົ່ານັ້ນ ປະກອບມີ 11 ຕົວຊີ້ວັດ ຄື: ການສ້າງຕັ້ງທຸລະກິດ,​ ລະບຽບການຕະຫຼາດແຮງງານ,​ ການຂໍອະນຸຍາດປຸກສ້າງ,​ ການເອົາໄຟຟ້າເຂົ້າ,​ ການຂຶ້ນທະບຽນສິ່ງປຸກສ້າງ,​ ການຂໍສິນເຊື່ອ, ການປົກປ້ອງນັກລົງທຶນສ່ວນນ້ອຍ, ການຄ້າຂ້າມແດນ, ການຈ່າຍພາສີອາກອນ,​ ການບັງຄັບໃຊ້ສັນຍາ ແລະ ການແກ້ໄຂຂໍ້ຂັດແຍ່ງທາງທຸລະກິດ.

ແນ່ນອນວ່າ ຜົນກະທົບຕໍ່ພາກລັດແມ່ນອາດຈະໃຫຍ່ຫຼວງ ເພາະບໍ່ພຽງແຕ່ບໍ່ສາມາດເກັບກຳສະຖິຕິ ກໍຄື ລາຍຮັບຈາກພາສີອາກອນເຂົ້າງົບປະມານລັດໄດ້ຢ່າງເຕັມເມັດເຕັມໜ່ວຍ ຄືດັ່ງທີ່ໄດ້ກ່າວມາ ໃນເບື້ອງຕົ້ນ ແຕ່ຍັງເຮັດໃຫ້ປະເທດເຮົາ ບໍ່ເປັນທີ່ດຶງດູດໃຫ້ແກ່ນັກລົງທຶນຈາກຕ່າງປະເທດ ຊຶ່ງເຮັດໃຫ້ ສປປ ລາວ ເສຍໂອກາດໃນການດຶງດູດເອົາເມັດເງິນຈາກນັກລົງທຶນຕ່າງປະເທດທີ່ມີຄຸນນະພາບ.

ຜົນກະທົບຕໍ່ພາກຜູ້ປະກອບການທີ່ຢູ່ນອກລະບົບ ກໍມີບໍ່ໜ້ອຍ ຍ້ອນວ່າ: ພວກເຂົາຈະເສຍໂອກາດໃນການເຂົ້າເຖິງນະໂຍບາຍຊຸກຍູ້ສົ່ງເສີມຂອງລັດຖະບານ ກໍຄື ການຊ່ວຍເຫຼືອຈາກອົງການຈັດຕັ້ງລະດັບພາກພື້ນ ແລະ ສາກົນຕ່າງໆ ແລະ ຜູ້ໃຫ້ທຶນ ເຂົ້າໃນວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ ວິສາຫະກິດຂະໜາດນ້ອຍແລະກາງ ໂດຍຜ່ານການເຝິກອົບຮົມ ຫຼື ໃຫ້ຄຳແນະນຳດ້ານວິຊາການກ່ຽວກັບວິທີການເຮັດທຸລະກິດ, ການຊ່ວຍວິສາຫະກິດຂະໜາດນ້ອຍແລະກາງ ເຂົ້າເຖິງແຫຼ່ງທຶນດ້ວຍອັດຕາດອກເບ້ຍຕໍ່າ ແລະ ອື່ນໆ.

ຍ້ອນບັນຫາເຫຼົ່ານີ້ ລັດຖະບານລາວ ໄດ້ມີຄວາມພະຍາຍາມຈະແກ້ໄຂ ສະພາບຄວາມຫຍຸ້ງຍາກໃນການດຳເນີນທຸລະກິດ ໂດຍການອອກຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ ໃນຕົ້ນປີ 2018 ວ່າດ້ວຍການປັບປຸງຂັ້ນຂອດໃນການດຳເນີນທຸລະກິດ ແລະ ມີການຕັ້ງຄະນະກຳມະການເພື່ອຕິດຕາມຊຸກຍູ້ໃຫ້ບັນດາ ກະຊວງກ່ຽວຂ້ອງຈັດຕັ້ງຜັນຂະຫຍາຍ ເນື້ອໃນຂອງຄຳສັ່ງດັ່ງກ່າວ ໂດຍປະກອບມີກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງ. ໃນຂະບວນການຂອງການປັບປຸງສະພາບແວດລ້ອມ ໃນການດຳເນີນທຸລະກິດນີ້ ລັດຖະບານກໍຕ້ອງໄດ້ຄຳນຶງເຖິງຄຸນນະພາບ ແລະ ຄວາມມີປະສິດທິຜົນຂອງ ລະບຽບກົດໝາຍ. ສຳຄັນຫຼາຍ ທີ່ນິຕິກຳທີ່ໄດ້ວາງອອກຕ້ອງມີປະສິດທິຜົນ ໝາຍວ່າ: ສະດວກໃນການຈັດຕັ້ງປະຕິບັດ ແລະ ເຂົ້າໃຈງ່າຍສຳລັບພາກທຸລະກິດ ແລະ ປະຊາຊົນ. ເພື່ອຊຸກຍູ້ໃຫ້ເອັສເອັມອີ (SMEs) ໃຫ້ເຕີບໃຫຍ່ເຂັ້ມແຂງ ບັນດາຂັ້ນຂອດທີ່ບໍ່ຈຳເປັນ ຄວນໄດ້ຖືກລຶບລ້າງໃຫ້ໝົດໄປ. ພ້ອມນັ້ນ ກໍຕ້ອງໃຫ້ມີມາດຕະການແກ້ໄຂ ເພື່ອຮັບປະກັນຂັ້ນຕອນ ລະບຽບການດຳເນີນທຸລະກິດທີ່ມີຄຸນນະພາບສູງ. ບາດກ້າວຕໍ່ໄປ ທີ່ມີຄວາມຈຳເປັນຈະໄດ້ປັບປຸງ ແມ່ນການຍົກລະດັບປະສິດທິພາບຂອງໜ່ວຍງານລັດ ດ້ວຍການຫັນເປັນອັດຕະໂນມັດ ໂດຍສະເພາະການສ້າງລະບົບລົງທະບຽນ ອອນໄລ໌ ຫຼື e-registration ເຊິ່ງຖືວ່າເປັນສິ່ງທີ່ລັດຖະບານຄວນນຳມາພິຈາລະນາ ດຳເນີນການໃຫ້ເປັນຈິງໃນໄລຍະມໍ່ໆນີ້.

(ວາລະສານທາເກັດ ສະບັບ 156 ເດືອນກໍລະກົດ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

How to move SMEs out from the informal sector?

            According to the 2016’s survey, it can be seen that about 86% of enterprises in Laos is categorized as micro-enterprise or family business operated in the informal sector without a proper registration. This has become another obstacle preventing entrepreneurs from benefiting from Government’s promotion policies, for instance financial access, capacity building and so on. Because public sector has lack information pertaining to the number of active enterprises, the Government has failed to fully collect tax adding into the national budget. Therefore, informal enterprises is another issue that the Government should pay attention on.

Based on studies around the world, it can be witnessed that complicated regulations force entrepreneurs to operate their business informally. This way of business operation can yield profits over short period as business owners can avoid paying tax, being responsible for any issue resulted from the inefficient public administration and contributing to social security. Avoiding such complication and payment will definitely make their business operation more flexible. According to the 2018 ASEAN SME Policy Index Assessment, formalizing business in Laos involves complex processes. For instance in 2018, the average days for establish a business is 67 while it should take only 10 working days as regulated. In fact, the registration duration usually takes 30 to 60 days.

Establishing an enterprise costs about 3.4% of people’s income per capita through 8 major steps. In these, there is no single step that can be done electronically. Thus, it requires business owners to contact in person with 11 sectors (even more difficult for agricultural and forestry related enterprises). Moreover, compiling documents for tax payment is also complicated. Each year, in order to fulfill their tax obligation, entrepreneurs have to submit their payment document 35 times or spent time on this 362 hours on average. Registering for VAT payment is also complex as it requires at least 3 weeks or 219 hours to be completed, which accounts for 60% of the total time spent on tax payment documentation. For this reason, the Work Bank Enterprise Surveys 2019 ranks Laos 154 out of 190 in their ease-of-doing-business list. The World Bank based their ranking on 5 factors of doing business, such as the establishment of business, business location, financial access, the ability to handle daily operation issues and secured business environment. These factors consist of 11 indicators, namely the establishment of business, rule of the labor market, request for construction permission, request for electricity, registration of buildings, request for credits, the protection of minority investors, cross-border trade, tax payment, contractual enforcement and business conflict settlement.

Definitely, the Government will experience a big impact in terms of the inability to collect statistical data as well as tax payment adding into the state budget fully. In addition, the complication makes Laos unattractive for foreign investors, while losing opportunities to attract funds from quality FDI.

On the other hand, informal businesses are also affected as they will lose chances in benefiting from the Government’s promotion policies. They will also lose chances in participating in aided activities supported by regional and international organizations as well as donors to help strengthening SMEs through technical trainings or consultations related to business operation, assistance provided to SMEs to access soft loan and so on.

The Lao Government has been attempting to address these issues to ease the country’s doing business environment by issuing the Prime Minister’s Instruction No. 02/PM dated 2018 on the improvement of steps for doing business and the establishment of a committee to monitor the implementation of this instruction by concerned ministries with Ministry of Planning and Investment as the main actor. In the process of improving the business environment, Government must take the issue of quality and effectiveness of laws into consideration. It is highly important that issued laws are efficient meaning that they are easy to implement and understand for business sector and people in general. To support the growth of SMEs, unnecessary steps should be eliminated, while improving necessary steps to ensure high quality business operation. Next, the effectiveness of public organizations should be enhanced by applying automatic systems, especially the e-registration system which needs to be considered for practical use soon by the Government.

 

Comments