Magazine

ບາງມາດຕະການ ແກ້ໄຂອັດຕາເງິນເຟີ້

ໃນບົດຊີ້ແຈງກ່ຽວກັບສະພາບເງິນຕາຕ່າງປະເທດ; ອັດຕາແລກປ່ຽນ; ອັດຕາເງິນເຟີ້ ແລະ ມາດຕະການແກ້ໄຂນັ້ນ ທ່ານ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງວັນທີ 24 ມິຖຸນາ – 02 ກໍລະກົດ 2020 ຜ່ານມານີ້ ໂດຍມີບາງມາດຕະການດັ່ງນີ້: ສັງລວມແລ້ວ ໃນໄລຍະ 2 ເດືອນຕົ້ນປີ 2020 , ປັດໄຈຕົ້ນຕໍທີ່ພາໃຫ້ອັດຕາເງິນເຟີ້ຂອງ ສປປ ລາວ ເພີ່ມຂຶ້ນ ແມ່ນໄດ້ຮັບແຮງກົດດັນທັງເບື້ອງຄວາມຕ້ອງການ (Demand Pull), ໃນສະພາບທີ່ພື້ນຖານການຜະລິດພາຍໃນຍັງບໍ່ເຂັ້ມແຂງ ສົມທົບກັບທຸກປະເທດປະຕິບັດມາດຕະການການປິດປະເທດ ແລະ ສຸມໃສ່ແກ້ໄຂບັນຫາພະຍາດລະບາດໂຄວິດ-19 ໄດ້ເຮັດໃຫ້ຄວາມຕ້ອງການ ໂດຍສະເພາະ ສະບຽງອາຫານ, ສິນຄ້າອຸປະໂພກ-ບໍລິໂພກທີ່ຈໍາເປັນພື້ນຖານໃນຊີວິດປະຈໍາວັນ, ສິນຄ້າປະເພດຢາ ແລະອຸປະກອນປ້ອງກັນພະຍາດ ຍິ່ງມີສູງຂຶ້ນ ໃນຂະນະທີ່ຕ່ອງໂສ້ການຜະລິດ ແລະ ການຈໍລະຈອນຂອງຫຼາຍສິນຄ້່າໄດ້ຮັບຜົນກະທົບ ແລະ ການຢຸດສະງັກ; ພ້ອມກັນນັ້ນ, ປັດໄຈຈາກແຮງກົດດັນດ້ານຕົ້ນທຶນ (Cost Push) ກໍມີຜົນ ເນື່ອງຈາກການປັບຂຶ້ນລາຄາຂອງສິນຄ້າບາງປະເພດຢູ່ປະເທດຜູ້ສົ່ງອອກ ຕາມສະພາບກົນໄກການສະໜອງທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ...

Read More »

ວິຖີຊີວິດແບບໃໝ່ ທີ່ຜູ້ປະກອບການຕ້ອງທຳຄວາມເຂົ້າໃຈ

ຄວາມທ້າຍທາຍທີ່ສຸດ ຂອງບັນດາຜູ້ປະກອບການບ້ານເຮົາໃນຕອນນີ້ ແມ່ນໜີບໍ່ພົ້ນເລື່ອງ ການຮັກສາທຸລະກິດໃຫ້ຢູ່ລອດປອດໄພ ຈົນກວ່າຈະຜ່ານພົ້ນວິກິດການພະຍາດລະບາດ ໂຄວິດ-19 ນີ້ໄປໃຫ້ໄດ້ ເຊິ່ງຜ່ານມາເກືອບປີກໍຍັງບໍ່ທັນມີໃຜບອກໄດ້ວ່າວິກິດການຄັ້ງນີ້ ຈະແກ່ຍາວໄປຕື່ມອີກດົນປານໃດ ອາດຈະແມ່ນອີກ 6 ເດືອນ, 1 ປີ ຫຼືຫຼາຍກວ່ານັ້ນ. ໃນສະຖານະການແນວນີ້ ຜູ້ປະກອບການສ່ວນຫຼາຍກໍຮູ້ຢູ່ແລ້ວວ່າ ຕ້ອງໄດ້ປັບຕົວ ປ່ຽນແປງທຸລະກິດໃຫ້ທ່ວງທັນກັບສິ່ງທີ່ເກີດຂຶ້ນ ເຖິງວ່າຍັງບໍ່ທັນພ້ອມ ແລະ ຍັງບໍ່ຮູ້ວ່າຕ້ອງຫັນປ່ຽນໄປໃນທິດທາງໃດ. ແຕ່ກໍມີສິ່ງໜຶ່ງທີ່ຖືກກ່າວເຖິງຫຼາຍ ແລະ ຜູ້ປະກອບການເອງກໍຕ້ອງໄດ້ທຳຄວາມເຂົ້າໃຈ ເພື່ອນຳໄປເປັນສ່ວນໜຶ່ງໃນການກຳນົດທິດທາງປັບປຸງທຸລະກິດໂດຍດ່ວນກໍຄື ວິຖີຊີວິດແບບໃໝ່ ຫຼື New Normal ແຕ່ແນວໃດກໍຕາມການນຳໃຊ້ ແນວຄິດວິຖີຊີວິດແບບໃໝ່ເຫຼົ່ານີ້ ກໍແຕກຕ່າງກັນໄປໃນແຕ່ລະອົງກອນ ເພາະວິທີການປັບຕົວທີ່ໃຊ້ໄດ້ດີໃນອົງກອນໜຶ່ງ ບໍ່ໄດ້ໝາຍຄວາມວ່າ ຈະສາມາດໃຊ້ໄດ້ດີກັບອົງກອນອື່ນໆ. ສະນັ້ນ ມື້ນີ້ຂ້າພະເຈົ້າຈຶ່ງມານຳສະເໜີສິ່ງທີ່ຜູ້ປະກອບການຄວນຮູ້ ກ່ອນນຳໄປຕີໂຈດຂອງ ວິຖີຊີວິດແບບໃໝ່ ເພື່ອນຳມາໃຊ້ກຳນົດແຜນຍຸດທະສາດຂອງທ່ານໃນໄລຍະຕໍ່ໄປ ວິຖີຊີວິດແບບໃໝ່ແມ່ນຫຍັງ? ແມ່ນຮູບແບບການດຳເນີນຊີວິດແບບໃໝ່ ທີ່ແຕກຕ່າງຈາກອາດີດ ເນື່ອງຈາກຖືກກະທົບຈາກບາງສິ່ງ ເຊັ່ນ: ການແຜ່ລະບາດຂອງພະຍາດ ໂຄວິດ-19 ຈົນເຮັດໃຫ້ແບບແຜນ ແລະ ແນວທາງປະຕິບັດທີ່ຄົນໃນສັງຄົມຄຸ້ນເຄີຍຢ່າງເປັນປົກກະຕິ ແລະ ເຄີຍຄາດໝາຍລ່ວງໜ້າໄດ້ ຕ້ອງປ່ຽນແປງໄປສູ່ວິຖີໃໝ່ ພາຍໃຕ້ມາດຕະຖານໃໝ່ທີ່ບໍ່ຄຸ້ນເຄີຍ ເຊິ່ງກວມເອົາ ວິທີຄິດ, ວິທີຮຽນຮູ້, ວິທີສື່ສານ, ວິທີປະຕິບັດ ...

Read More »

ໂສມໜ້າໃໝ່ຂອງທະນາຄານຮ່ວມພັດທະນາ JDB

ທະນາຄານຮ່ວມພັດທະນາ ຫຼື JDB ເປັນທະນາຄານເອກະຊົນລາວ ທີ່ໄດ້ຮັບຄວາມນິຍົມຈາກລູກຄ້າ ໂດຍໄດ້ຍົກສູງການບໍລິການ ໃຫ້ເປັນທີ່ປະທັບໃຈ ທັນຍຸກທັນສະໄໝ ໄດ້ມາດຕະຖານສາກົນ ຖືເອົາຄວາມຕ້ອງການຂອງລູກຄ້າເປັນຫຼັກ ພັດທະນາຜະລິດຕະພັນ ຢ່າງຫຼວງຫຼາຍ ດ້ວຍລະບົບເທັກໂນໂລຍີທີ່ທັນສະໄໝ  ສ້າງຜົນປະໂຫຍດໃຫ້ແກ່ທຸກຝ່າຍ ສາມາດເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນ ແລະ ເປັນການປະກອບສ່ວນທີ່ສໍາຄັນ ໃນການພັດທະນາປະເທດຊາດ. ທະນາຄານຮ່ວມພັດທະນາໄດ້ມີການປ່ຽນແປງດ້ານການບໍລິຫານ ແລະ ການບໍລິການລູກຄ້າຂອງຕົນໃຫ້ແທດເໝາະກັບສະພາບການຕົວຈິງຂອງສັງຄົມ ເຮັດໃຫ້ທະນາຄານຮ່ວມພັດທະນາ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.         ທ່ານ ວິໄລ ສີພະພອນ ເກີດໃນວັນທີ່ 20 ສິງຫາ 1962 ທີ່ແຂວງຫຼວງພະບາງ, ປະຈຸບັນ ຢູ່ບ້ານໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ດ້ານການສຶກສາ: ຈົບປະລິນຍາໂທ ຈາກໂຮງຮຽນ ເສດຖະກິດແຫ່ງຊາດ ອະດິດສະຫະພາບໂຊຫວຽດ, ດ້ານພາສາຕ່າງປະເທດ : ອັງກິດ, ລັດເຊຍ, ແລະ ໄທ . ດ້ານປະສົບການ: 1990-1995 ເປັນພະນັກງານ ຢູ່ທະນາຄານການຄ້າຕ່າງປະເທດລາວ. 1995-1997 ເປັນຮອງຫົວໜ້າຂະແໜງເງິນກູ້ 1997-2003 ເປັນຫົວໜ້າ ທະນາຄານການຄ້າຕ່າງປະເທດລາວ ສາຂາແຂວງຄໍາມ່ວນ. 2003-2008 ເປັນຮອງຫົວໜ້າ ...

Read More »

ສ້າງກຸ່ມຕົວແທນລູກຄ້າ (Customer Persona) ເຄື່ອງມືສຳຄັນໃນການກຳນົດກຸ່ມລູກຄ້າເປົ້າໝາຍຂອງທ່ານ

ສະບາຍດີທ່ານຜູ້ອ່ານວາລະສານທາເກັດ ທີ່ຕິດຕາມຄໍລຳ Branding & Marketing ຂອງພວກເຮົາເປັນປະຈຳ ໃນເດືອນນີ້ ພວກເຮົາກໍຍັງຄົງຈະເວົ້າກ່ຽວກັບການຕະຫຼາດດິຈິຕອນ ເພື່ອໃຫ້ບັນດາຜູ້ປະກອບການໄດ້ນຳໄປໃຊ້ ຫັນປ່ຽນທຸລະກິດ ມາສູ່ດິຈິຕອນແພລັດຟອມ ເພື່ອຜ່ານຜ່າວິກິດທາງເສດຖະກິດ ແລະ ພະຍາດລະບາດ ໂຄວິດ-19 ໄປພ້ອມໆກັນ ເຊິ່ງໃນເດືອນນີ້ ຂ້າພະເຈົ້າຈະມາເວົ້າເຖິງບັນຫາທີ່ຜູ້ປະກອບການຫຼາຍໆທ່ານເບິ່ງຂ້າມ ເວລາເຮັດການຕະຫຼາດດິຈິຕອນ ນັ້ນກໍຄື ການທຳຄວາມເຂົ້າໃຈ ແລະ ຮູ້ຈັກລູກຄ້າຂອງທ່ານໃຫ້ເລິກເຊິ່ງ ເພາະຫາກເຮົາບໍ່ມີຂໍ້ມູນເຫຼົ່ານີ້ແລ້ວ ເຮົາຈະຮູ້ໄດ້ແນວໃດວ່າ ຄວນວາງຍຸດທະສາດການຕະຫຼາດໄປໃນທິດທາງໃດຈຶ່ງຈະຖືກຕ້ອງ? ເຄື່ອງມືທີ່ຈະເຮັດໃຫ້ທ່ານເຂົ້າໃຈລູກຄ້າເປົ້າໝາຍໄດ້ຢ່າງເລິກເຊິ່ງ ນັ້ນກໍຄື Customer Persona ເຊິ່ງແມ່ນການນຳໃຊ້ຂໍ້ມູນການວິໄຈທາງການຕະຫຼາດ ແລະ ການເກັບຂໍ້ມູນພຶດຕິກຳຂອງລູກຄ້າ ແລ້ວນຳມາກຳນົດບຸກຄະລິກ ແລະ ລັກສະນະຂອງກຸ່ມເປົ້າໝາຍ ເພື່ອສ້າງໃຫ້ເປັນຕົວແທນກຸ່ມເປົ້າໝາຍ ຫຼື ລູກຄ້າໃນອຸດົມຄະຕິ ຊ່ວຍໃຫ້ນັກການຕະຫຼາດ ຫຼື ຜູ້ປະກອບການ ສາມາດເຫັນພາບຂອງກຸ່ມລູກຄ້າເປົ້າໝາຍ ແລະ ຄວາມຄາດຫວັງຂອງພວກເຂົາໄດ້ຊັດເຈນຂຶ້ນ. ສຳລັບທຸລະກິດທີ່ລັກສະນະຂອງລູກຄ້າບໍ່ຄ່ອຍແຕກຕ່າງກັນຫຼາຍ ການສ້າງ Customer Persona ກໍພຽງແຕ່ດຶງເອົາຄຸນລັກສະນະຂອງລູກຄ້າສ່ວນໃຫຍ່ ທີ່ເປັນຕົວແທນຂອງລູກຄ້າຫຼັກ ເຂົ້າມາວິເຄາະ ແຕ່ສຳລັບທຸລະກິດທີ່ມີລູກຄ້າທີ່ແຕກຕ່າງກັນຫຼາຍກຸ່ມ ການສ້າງ  Customer Persona ກໍຈຳເປັນຕ້ອງມີຫຼາຍກວ່າ 1 ຊຸດ ເພື່ອໃຫ້ເຫັນພາບຄຸນລັກສະນະຂອງກຸ່ມລູກຄ້າຫຼັກ ...

Read More »

ການບໍລິຫານເງິນສົດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ)

ສະພາບຄ່ອງເງິນສົດ ຖືເປັນຫົວໃຈທີ່ສຳຄັນຂອງການຍືນຍົງຄົງຕົວ ແລະ ຂະຫຍາຍຕົວຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ເຊິ່ງຜູ້ປະກອບການຕ້ອງໄດ້ຄຳນຶງ ແລະ ບໍລິຫານໃຫ້ຢູ່ລອດ ໂດຍສະເພາະແມ່ນຢູ່ໃນໄລຍະທີ່ສະພາບເສດຖະກິດບໍ່ມີຄວາມແນ່ນອນ ແລະ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ບົດຄວາມທີ່ຜ່ານມາໄດ້ນໍາສະເໜີໃຫ້ຜູ້ອ່ານ ກ່ຽວກັບຄວາມສໍາຄັນຂອງສະພາບຄ່ອງທາງການເງິນ ແລະ ວິທີການໃນການຄຸ້ມຄອງບໍລິຫານສະພາບຄ່ອງໃຫ້ແກ່ທຸລະກິດ, ແຕ່ສຳລັບບົດຄວາມນີ້ ຈະລົງເລິກເພີ່ມຕື່ມສະເພາະກ່ຽວກັບການບໍລິຫານເງິນສົດເພື່ອຮັກສາສະຖານະພາບໃຫ້ຢູ່ໃນລະດັບທີ່ພຽງພໍຕາມສະພາບການທີ່ມີການຜັນແປໄດ້ຕະຫຼອດເວລາ. ການບໍລິຫານເງິນສົດ: ໝາຍເຖິງການບໍລິຫານຈັດການທາງການເງິນທີ່ກ່ຽວຂ້ອງກັບປະສິດທິພາບຂອງການເກັບລວບລວມເງິນສົດ, ການເບີກຈ່າຍເງິນສົດ ແລະ ການລົງທຶນໃນຊັບສິນ ຜ່ານການສ້າງງົບປະມານເງິນສົດ (Budget Balance) ເພື່ອໃຊ້ໃນການຄາດຄະເນຄວາມຕ້ອງການເງິນສົດໃນອະນາຄົດ ແລະ ການຄວບຄຸມການດຳເນີນງານຕ່າງໆ ໃຫ້ເປັນໄປຕາມງົບປະມານ. ນອກຈາກນີ້, ໃນງົບປະມານເງິນສົດຂອງກິດຈະການນັ້ນຕ້ອງສັງລວມຂໍ້ມູນທີ່ກ່ຽວຂ້ອງ ເຊັ່ນ ລາຍການຄ້າຂາຍ ແລະ ບໍລິການ ທີ່ເກີດຂຶ້ນໃນແຕ່ລະເດືອນ, ຈຳນວນເງິນສົດຄົງເຫຼືອໃນບັນຊີ, ລາຍການຈ່າຍເງິນສົດ, ຍອດເງິນຄົງເຫຼືອໃນແຕ່ລະເດືອນ, ການຄາດຄະເນເງິນສົດທີ່ຕ້ອງຈ່າຍອອກໃນເດືອນຕໍ່ໆໄປ ເປັນຕົ້ນ. ໃນນີ້ ຜູ້ຂຽນ ຈະນໍາເອົາບາງແນວທາງການບໍລິຫານ ເງິນສົດທີ່ສາມາດນໍາໃຊ້ໄດ້ຈິງ ແລະ ເກີດດອກອອກຜົນແທ້ ມາໃຫ້ຜູ້ປະກອບການ ວນກ ໄດ້ນຳໄປປະຍຸກໃຊ້ໃນກິດຈະການຂອງຕົນ ເພື່ອໃຫ້ການບໍລິຫານເງິນສົດເກີດປະສິດທິພາບ ແລະ ປະສິດທິຜົນສູງສຸດ ດັ່ງນີ້: (1) ການເລັ່ງເງິນສົດຮັບເຂົ້າ: ຜູ້ປະກອບການ ວນກ ...

Read More »

ການຄ້າລາວ-ຫວຽດນາມເຕີບໂຕໄວ ແລະ ໜັກແໜ້ນໃນແບບເກີນດຸນ

ສອງຊາດລາວ-ຫວຽດນາມ ໄດ້ມີການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີນໍາກັນ ມາແຕ່ບູຮານນະການ ແລະ ພິເສດໃນປະຫວັດສາດແຫ່ງການພົວພັນອັນຍາວນານນັ້ນກໍແມ່ນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມ ສາມັກຄີພິເສດນັບແຕ່ສະໄໝຕໍ່ສູ້ກູ້ຊາດ ແລະ ການຖະນຸຖະໜອມ-ເພີ່ມພູນຄູນສ້າງມາຢ່າງສະເໝີຕົ້ນສະເໝີປາຍ. ດັ່ງຄໍາສອນທີ່ເປັນຕໍານານຂອງທ່ານປະທານ ໂຮ່ຈີ່ມິນ ທີ່ວ່າ “ສອງຊາດລາວ-ຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ ຮົ່ງຮ່າ ທັງແມ່ຂອງ-ບໍ່ເລິກປຸນປານໄດ້” ແລະ ທ່ານປະທານ ໄກສອນ ພົມວິຫານ ທີ່ວ່າ “ຕາບໃດແມ່ນໍ້າຂອງ ບໍ່ເຫືອດແຫ້ງ ເຂີນຂາດແປນຊາຍ ສາຍພູຫຼວງແສນສູງ ບໍ່ຕໍ່າລົງເປັນຄັງຫຍ້າ ຮົງຮາວັງເວີນກວ້າງ ບໍ່ແປນດິນກະທ້າງໄຕ່ ສອງສາຍໃຈລາວ-ຫວຽດນາມ ພີ່ນ້ອງ ບໍ່ໄກຂ້າງຫ່າງກັນນັ້ນແລ້ວ”. ມາຮອດວັນທີ 5 ກັນຍາ 2020 ແມ່ນວັນຄົບຮອບການສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 58 ປີ ແລະ ວັນທີ 18 ກໍລະກົດ 2020 ແມ່ນວັນຄົບຮອບການເຊັນສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 43 ປີ, ເຊິ່ງສະແດງເຖິງໝາກຜົນ ແລະ ບາດກ້າວຂະຫຍາຍຕົວຂອງການຮ່ວມມືຂອງສອງປະເທດມາຢ່າງຕໍ່ເນື່ອງ. ເມື່ອມາເບິ່ງຄືນຂໍ້ມູນທາງການຄ້າລະຫວ່າງລາວ-ຫວຽດນາມໃນລະຫວ່າງ 2004-2018, ຕະຫຼອດ 15 ...

Read More »

ມາດຕະການ ເພີ່ມທະວີການຈັດເກັບລາຍຮັບ

ການຈັດເກັບລາຍຮັບປີ 2020 ບໍ່ໄດ້ຕາມຄາດໝາຍຍ້ອນການລະບາດຂອງພະຍາດໂຄວິດ-19 ແຕ່ເຖິງຢ່າງໃດກໍ່ຕາມ ລັດຖະບານກໍ່ມີຄວາມພະຍາຍາມຈະເຮັດໃຫ້ການເກັບລາຍຮັບໃຫ້ໄດ້ຕາມຄວາມເປັນຈິງ. ໃນເວລາຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ່ VIIII ຂອງສະພາແຫ່ງຊາດ ຊຸດທີ່ VIII ທີ່ດໍາເນີນແຕ່ວັນທີ 24 ມິຖຸນາ – 02 ກໍລະກົດ 2020 ຜ່ານມານີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ກະຊວງການເງິນໄດ້ຊີ້ແຈງວ່າ: ຂ້າພະເຈົ້າ ຂໍຊີ້ແຈງ ກ່ຽວກັບ ນະໂຍບາຍ, ມາດຕະການ ໃນການເພີ່ມທະວີການຈັດເກັບລາຍຮັບ ໄປພ້ອມກັບການຈໍາກັດ ແລະ ປະຢັດລາຍຈ່າຍ ແລະ ລະດົມທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອມາດຸນດ່ຽງງົບປະມານ ແລະ ການປະຕິບັດພັນທະຊໍາລະໜີ້ເງິນກູ້ຢືມພາຍໃນ ແລະ ຕ່າງປະເທດ ທີ່ງົບປະມານແຫ່ງລັດມີຄວາມຫຍຸ້ງຍາກ ຊຶ່ງກະຊວງການເງິນ ໄດ້ມີບາງນະໂຍບາຍ ແລະ ມາດຕະການ ທາງດ້ານການເງິນ-ງົບປະມານ ໃນ 6 ເດືອນສຸດທ້າຍ ປີ 2020 ທີ່ສາມາດສັງລວມໄດ້ດັ່ງນີ້: ນະໂຍບາຍ ແລະ ມາດຕະການ ໃນການເພີ່ມທະວີການຈັດເກັບລາຍຮັບ:ສືບຕໍ່ເຮັດວຽກງານແນວຄິດການເມືອງຄະນະພັກ-ຄະນະນໍາ, ຕໍ່ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ...

Read More »

ການຟື້ນຟູວິສາຫະກິດແມ່ນຫຍັງ? (ຕອນ 2)

ກົດໝາຍວ່າດ້ວຍການຟື້ນຟູ ແລະ ລົ້ມລະລາຍຂອງວິສາຫະກິດມີຜົນສັກສິດແຕ່ເດືອນມິຖຸນາ 2020. ໃນເດືອນກ່ອນ, ຂ້າພະເຈົ້າ ໄດ້ສະເໜີກ່ຽວກັບການຟື້ນຟູວິສາຫະກິດເບື້ອງຕົ້ນໄປແລ້ວ, ມື້ນີ້ ຂ້າພະເຈົ້າຂໍສືບຕໍ່ແລກປ່ຽນບາງພື້ນຖານທີ່ສຳຄັນຂອງກ່ຽວກັບການຟື້ນຟູວິສາຫະກິດ ຕາມກົດໝາຍດັ່ງກ່າວ ຄື: 3.       ຜູ້ມີສິດຮ້ອງຂໍຟື້ນຟູ ຫຼື ລົ້ມລະລາຍວິສາຫະກິດ ມີໃຜແດ່? ວິສາຫະກິດເອງ: ວິສາຫະກິດ ທີ່ຢູ່ໃນສະພາວະລົ້ມລະລາຍ ຫຼື ໃກ້ຈະຢູ່ໃນສະພາວະລົ້ມລະລາຍ;ຂາຮຸ້ນ ຫຼື ຜູ້ຖືຮຸ້ນ: ຂອງວິສາຫະກິດທີ່ຢູ່ໃນສະພາວະລົ້ມລະລາຍ ຫຼື ໃກ້ຈະຢູ່ໃນສະພາວະລົ້ມລະລາຍທີ່ຕາງໜ້າໃຫ້ຢ່າງໜ້ອຍ 20% ຂອງຮຸ້ນທີ່ມີສິດລົງຄະແນນສຽງທັງໝົດ ໃນກໍລະນີທີ່ວິສາຫະກິດນັ້ນບໍ່ຮ້ອງຂໍຟື້ນຟູ ຫຼື ລົ້ມລະລາຍ;ສະມາຊິກສະຫະກອນ: ຕາງໜ້າໃຫ້ຢ່າງໜ້ອຍໜຶ່ງສ່ວນຫ້າຂອງສະມາຊິກທັງໝົດໃນກໍລະນີທີ່ສະຫະກອນມີຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ບໍ່ສາມາດຊຳລະໜີ້ສິນ.           1. ວິສາຫະກິດແນວໃດ ທີ່ຢູ່ໃນສະພາວະລົ້ມລະລາຍ ຫຼື ໃກ້ຈະຢູ່ໃນສະພາວະລົ້ມລະລາຍ? ວິສາຫະກິດທີ່ໃກ້ຈະຢູ່ໃນສະພາວະລົ້ມລະລາຍ ໝາຍເຖິງວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກທາງດ້ານການເງິນ ຫຼື ຂາດສະພາບຄ່ອງທາງການເງິນຊຶ່ງຢູ່ໃນສະພາບທີ່ບໍ່ສາມາດຊຳລະໜີ້ສິນຂອງຕົນເມື່ອເຖິງກຳນົດເວລາ. ຕົວຢ່າງ: ໂຮງແຮມ A ປະສົບບັນຫາຈາກສະພາບການລະບາດຂອງພະຍາດປອດອັກເສບໂຄວິດ-19 ບໍ່ມີລູກຄ້າຫຼາຍເດືອນ ເຮັດໃຫ້ວິສາຫະກິດປະສົບບັນຫາຂາດທຶນຮອນຢ່າງໜັກໜ່ວງໃນການດຳເນີນທຸລະກິດ ເຊັ່ນ ຕ້ອງໄດ້ຊຳລະໜີ້ສິນການກູ້ຢືມຈາກທະນາຄານແຕ່ວິສາຫະກິດບໍ່ມີຄວາມສາມາດຊໍາລະໄດ້ແລ້ວ ຫຼື ຕ້ອງຊຳລະຄ່າວັດຖຸເຄື່ອງຂອງທີ່ສັ່ງເຂົ້າມາປະກອບໃນໂຮງແຮມ, ຄ່າແຮງງານພະນັກງານ ແລະ ໜີ້ສິນອື່ນໆ ທີ່ໂຮງແຮມ A ...

Read More »

ທະນາຄານມາຣູຮານເຈແປນລາວ (MJBL) ຜູ້ນໍາດ້ານການທະນາຄານດິຈິຕ໋ອນໃນ ລາວ

ກ່ຽວກັບ MJBL MJBL ແມ່ນທະນາຄານຍີ່ປຸ່ນ 100 ສ່ວນຮ້ອຍ, ເຊິ່ງໄດ້ຮັບໃບອະນຸຍາດໃຫ້ດຳເນີນການໃນ ສປປ ລາວ ຢ່າງຖືກຕ້ອງຄົບຖ້ວນ. ບັນດາຜູ້ຖືຮຸ້ນ ແລະ ເຈົ້າຂອງທະນາຄານແມ່ນມາຈາກ ກຸ່ມບໍລິສັດມາຣູຮານ – ໜຶ່ງໃນກຸ່ມທຸລະກິດທີ່ໃຫຍ່ທີ່ສຸດໃນ ຍີ່ປຸ່ນ. ພວກເຮົາດຳເນີນທຸລະກິດໃນ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພາຍໃຕ້ ບໍລິສັດມາຣູຮານລົງທຶນອາຊີ (MIA) – ທີ່ມີສຳນັກງານຕັ້ງຢູ່ ສິງກະໂປ ພ້ອມທັງຍັງດຳເນີນທຸລະກິດດ້ານການເງິນໃນ ພາກພື້ນອິນດູຈີນ, ເຊັ່ນວ່າ ທະນາຄານມາຣູຮານເຈແປນລາວ ໃນ ສປປ ລາວ, ທະນາຄານ Sathapana ແລະ ບໍລິສັດ Sathapana ຈຳກັດ ຢູ່ ກຳປູເຈຍ. ໃນປັດຈຸບັນ, ຂ້າພະເຈົ້າແມ່ນຜູ້ບໍລິຫານສູງສຸດຂອງ ທະນາຄານມາຣູຮານເຈແປນລາວ ພ້ອມທັງຍັງເປັນໜຶ່ງໃນຄະນະບໍລິຫານງານຂອງ ທະນາຄານ Sathapana ຢູ່ ກຳປູເຈຍ ນຳອີກ. ກຸ່ມທຸລະກິດຂອງພວກເຮົາພວມຂະຫຍາຍໂຕຢ່າງຕໍ່ເນື່ອງ ແລະ ພວກເຮົາກໍເຊື່ອໝັ້ນສະພາບເສດຖະກິດຂອງ ພາກພື້ນອິນດູຈີນ ສ່ອງແສງໃຫ້ເຫັນຜ່ານການຂະຫຍາຍໂຕຂອງທຸລະກິດທັງໝົດຂອງພວກເຮົາ, ໂດຍສະເພາະຢູ່ ກຳປູເຈຍ ທີ່ມີ 172 ສາຂາແລ້ວໃນປັດຈຸບັນ, ເຊິ່ງເຮັດໃຫ້ພວກເຮົາກາຍເປັນທຸລະກິດທີ່ມີສາຂາຫຼາຍທີ່ສຸດອັນດັບສອງຢູ່ ...

Read More »

ກອງທຶນສົ່ງເສີມ SME ປ່ອຍກູ້ສະເພາະຫົວໜ່ວຍທຸລະກິດເທົ່ານັ້ນ…

ກອງທຶນສົ່ງເສີມ ແລະ ພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ (SME) ຈະປ່ອຍກູ້ໃຫ້ສະເພາະແຕ່ຫົວໜ່ວຍທຸລະກິດທີ່ມີເງື່ອນໄຂ ເພື່ອສົ່ງເສີມໃຫ້ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງໃຫ້ມີຄວາມເຂັ້ມແຂງ ສາມາດແຂ່ງຂັນໃນເວທີພາກພື້ນ ແລະ ສາກົນໄດ້. ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນຕອນບ່າຍຂອງວັນທີ 28 ຕຸລາຜ່ານມາ ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ວ່າ: ສຳລັບກອງທຶນສົ່ງເສີມ ແລະ ພັດທະນາ SME ມີເງິນທຶນປະມານ 200 ຕື້ກີບ ທີ່ປະກອບສ່ວນສົ່ງເສີມ ແລະ ພັດທະນາ SME ຄຽງຄູ່ໄປກັບການປ່ອຍກູ້ຂອງບັນດາທະນາຄານຢູ່ປະເທດເຮົາ ທີ່ມີກວ່າ 20.000 ຕື້ກີບ. ກອງທຶນ SME ຈະແຕກຕ່າງຈາກກອງທຶນອື່ນໆ ໂດຍຈະປ່ອຍກູ້ໃຫ້ສະເພາະຫົວໜ່ວຍທຸລະກິດເທົ່າທີ່ມີເງື່ອນໄຂເທົ່ານັ້ນ ໂດຍຜ່ານທະນາຄານ ...

Read More »