Magazine

ໂຄງສ້າງການຄ້າລະຫວ່າງ ສປປ ລາວ ກັບ ສປ ຈີນ ໃນປັດຈຸບັນ

ການສ້າງຄວາມເຂົ້າໃຈຕໍ່ກັບການສົ່ງອອກ-ນຳເຂົ້າຂອງ ສປປ ລາວ ຕ້ອງກຳໄດ້ຈຸດພິເສດ ແລະ ທ່າແຮງຂອງຊາດອັນເປັນພື້ນຖານຂອງການພັດທະນາ. ສປປ ລາວ ເປັນປະເທດທີ່ອຸດົມຮັ່ງມີໄປດ້ວຍຊັບພະຍາກອນທໍາມະຊາດເປັນຕົ້ນແມ່ນ ປ່າໄມ້, ແມ່ນ້ຳ ແລະ ແຮ່ທາດ, ແຕ່ວ່າ ຊັບພະຍາກອນດັ່ງກ່າວໄດ້ຖືກຂຸດຄົ້ນໄປຢ່າງຫຼວງຫຼາຍໃນເວລາຫຼາຍທົດສະວັດທີ່ຜ່ານມາ ໂດຍບໍ່ຮັບການປຸງແຕ່ງ ແລະ ສ້າງມູນຄ່າເພີ່ມ (value-added) ຢ່າງແຂງແຮງເທົ່າທີ່ຄວນ. ໃນດ້ານແຮງງານກໍຍັງຂາດແຮງງານມີສີມືສະໜອງເຂົ້າໃສ່ການຜະລິດໃນຂະແໜງຕ່າງໆ, ແຕ່ເນື່ອງຈາກວ່າອັດຕາການເກີດໃນລາວຍັງສູງ ຈຶ່ງເປັນກາລະໂອກາດໃຫ້ສາມາດສະໜອງແຮງງານເພີ່ມຂຶ້ນໄປອີກ 10 ຫາ 15 ປີຕໍ່ໜ້າ. ສປປ ລາວ ຖືກຈັດເປັນປະເທດໃນກຸ່ມອຸດສາຫະກຳທີ່ການຜະລິດຍັງຈໍາກັດ, ໝາຍຄວາມວ່າ ອຸດສາຫະກຳປຸງແຕ່ງພາຍໃນປະເທດ ສ່ວນໃຫຍ່ຍັງມີລັກສະນະພື້ນຖານ, ບໍ່ໄດ້ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຜະລິດ, ສ່ວນໂຮງຈັກໂຮງງານທີ່ໃຊ້ອຸປະກອນທີ່ທັນສະໄໝຍັງມີຈໍານວນໜ້ອຍ ເຊິ່ງເປັນການລົງທຶນຈາກຕ່າງປະເທດເກືອບທັງໝົດ. ສິນຄ້າທີ່ລາວເຮົາສົ່ງອອກຈຶ່ງແມ່ນ ແຮ່ທາດ, ໄຟຟ້າ ແລະ ສິນຄ້າກະສິກຳຂັ້ນຕົ້ນ. ເຖິງແມ່ນວ່າ ແຮ່ທອງ, ແຮ່ຄຳ ແລະ ແຮ່ເງິນຈະມີມູນຄ່າສູງກໍຕາມ, ສິນຄ້າເຫຼົ່ານີ້ເປັນສິນຄ້າທີ່ບໍ່ມີການສ້າງມູນຄ່າເພີ່ມ ເມື່ອທຽບກັບບັນດາສິນຄ້າທີ່ຖືກນຳເຂົ້າສຳລັບຊົມໃຊ້ ແລະ ທຳການຜະລິດຢູ່ໃນປະເທດ. ເພາະວ່າສິນຄ້າປະເພດເຄື່ອງຈັກ, ເຄືື່ອງອີເລັກໂທຣນິກ ແລະ ພາຫະນະ ລ້ວນແລ້ວແຕ່ເປັນສິນຄ້າທີ່ສ້າງມູນຄ່າເພີ່ມສູງ ແລະ ເປັນສິ່ງທີ່ລາວຍັງບໍ່ສາມາດຜະລິດເອງໄດ້ ຈຶ່ງຈຳເປັນຕ້ອງໄດ້ນຳເຂົ້າ. ສະນັ້ນ, ການຂາດດຸນການຄ້າຂອງ ...

Read More »

Customer Insight ຫົວໃຈຫຼັກໃນການວາງຍຸດທະສາດການຕະຫຼາດທີ່ຖືກຕ້ອງ

Subhead: ໝາຍເຖິງຄວາມເຂົ້າໃຈລູກຄ້າໃນລະດັບເລິກ ບໍ່ແມ່ນພຽງແຕ່ “ຮູ້ຈັກ” ຂໍ້ມູນ (Data) ແຕ່ຍັງລວມເຖິງການວິເຄາະ ແລະ ຕີຄວາມຈາກບັນດາຂໍ້ມູນຫຼາຍໆພາກສ່ວນ ໃນທີ່ສຸດ ພວກເຮົາກໍເດີນທາງມາຮອດເດືອນສຸດທ້າຍຂອງປີ 2020 ປີ ເຊິ່ງເປັນປີທີ່ເຕັມໄປດ້ວຍສິ່ງທ້າທາຍຈາກທຸກທິດທາງ ການເຮັດການຕະຫຼາດກໍຄາດເດົາໄດ້ຍາກ ເນື່ອງຈາກມີເຫດການທີ່ຄາດການບໍ່ໄດ້ເກີດຂຶ້ນຢູ່ຕະຫຼອດເວລາ ໂດຍສະເພາະການແຜ່ລະບາດຂອງ ພະຍາດໂຄວິດ-19 ທີ່ກະທົບຕໍ່ວິຖີຊີວິດ ແລະພຶດຕິກຳຂອງຄົນທົ່ວໂລກ ສົ່ງຜົນໃຫ້ເກີດວິຖີດຳລົງຊີວິດແບບໃໝ່ (New Normal) ທີ່ນັກການຕະຫຼາດຕ້ອງໄດ້ທຳຄວາມເຂົ້າໃຈ ເພື່ອນຳໄປດັດປັບຍຸດທະສາດການຕະຫຼາດໃຫ້ແທດເໝາະກັບການປ່ຽນແປງໃໝ່ທີ່ໄວວາຄັ້ງນີ້. ແນ່ນອນວ່າ ການທຳຄວາມເຂົ້າໃຈຂໍ້ມູນພຶດຕິກຳຂອງລູກຄ້າທີ່ປ່ຽນແປງໃໝ່ໃຫ້ເລິກເຊິ່ງ ເປັນທາງລອດດຽວຂອງຜູ້ປະກອບການ, ໃນຂະນະທີ່ ການຫັນປ່ຽນເປັນອອນລາຍກໍເປັນເງື່ອນໄຂບັງຄັບຂອງທຸກໆຫົວໜ່ວຍທຸລະກິດບໍ່ວ່ານ້ອຍຫຼືໃຫຍ່. Close-up of female postwoman signing parcels at the table at post office ອີກສິ່ງໜຶ່ງທີ່ຜູ້ປະກອບການ ແລະ ນັກການຕະຫຼາດຄວນໃຫ້ຄວາມສຳຄັນໃນວິກິດການນີ້ ກໍຄື “Customer Insight” ເຊິ່ງໝາຍເຖິງຄວາມເຂົ້າໃຈລູກຄ້າໃນລະດັບເລິກ ບໍ່ແມ່ນພຽງແຕ່ “ຮູ້ຈັກ” ຂໍ້ມູນ (Data) ແຕ່ຍັງລວມເຖິງການວິເຄາະ ແລະ ຕີຄວາມຈາກບັນດາຂໍ້ມູນຫຼາຍໆພາກສ່ວນ ເຊັ່ນ: ຂໍ້ມູນດ້ານປະຊາກອນ (Demographic), ພຶດຕິກຳຂອງລູກຄ້າ, ...

Read More »

Business Model Canvas ທາງລອດຂອງທຸລະກິດທ່ານ

ທ່າມກາງການແຂ່ງຂັນທາງທຸລະກິດທີ່ເຂັ້ມຂຸ້ນ ພາຍໃຕ້ວິກິດການທາງເສດຖະກິດ ແລະພະຍາດລະບາດ ໂຄວິດ-19 ການລົງທຶນເພື່ອຫັນໄປເປັນດິຈິຕອນໃຫ້ໄວທີ່ສຸດ ກາຍເປັນສິ່ງທ້າທາຍທີ່ໃຫຍ່ຫຼວງສຳລັບບັນດາຜູ້ປະກອບການບ້ານເຮົາໃນປະຈຸບັນ ຂະນະດຽວກັນ ການທົບທວນແຜນທຸລະກິດ ເພື່ອວິເຄາະຈຸດແຂງ ຈຸດອ່ອນ ຊອກຫາວິທີແກ້ໄຂປັບປຸງໃຫ້ດີຂຶ້ນ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈຳເປັນລົງ ກໍເປັນອີກສິ່ງສຳຄັນທີ່ຜູ້ປະກອບການຕ້ອງເຮັດຢ່າງເລັ່ງດ່ວນເຊັ່ນກັນ. ດັ່ງນັ້ນ ໃນມື້ນີ້ຂ້າພະເຈົ້າຈະມານຳສະເໜີເຄື່ອງມືໃນການວາງແຜນທຸລະກິດ ທີ່ງ່າຍ ມີປະສິດທິພາບ ແລະ ນິຍົມນຳໃຊ້ຢ່າງກວ້າງຂວາງທົ່ວໂລກ ນັ້ນກໍຄືການເຮັດ ຕົວແບບທຸລະກິດແຄນວາສ (Business Model Canvas – BMC) ເຊິ່ງຖືກຄຶດຄົ້ນໂດຍນັກຄິດດ້ານການບໍລິຫານຈັດການ ດຣ. ອາເລັກຊານເດີ ອອສເຕີວໍເດີ (Alexander Osterwalder) ຈາກມະຫາວິທະຍາໄລໂລຊານ (Lausanne University) ປະເທດສະວິດເຊີແລນ ທີ່ໃຊ້ເວລາກວ່າ 9 ປີ ໃນການວິໄຈພັດທະນາ ແລະ ຖືກຂຽນໄວ້ໃນປຶ້ມຊື່ວ່າ Business Model Generation ທີ່ຖືກຕີພິມໃນປີ 2010 ຄຳວ່າ ແຄນວາສ (Canvas) ໝາຍເຖິງແຜ່ນຜ້າ ສະນັ້ນ ການສ້າງຕົວແບບທຸລະກິດແຄນວາສ ຈຶ່ງໝາຍເຖິງການອະທິບາຍອົງປະກອບຂອງທຸລະກິດທ່ານແບບງ່າຍດາຍໃນໜ້າເຈ້ຍດຽວ ເພື່ອໃຫ້ທຸກຄົນທັງພາຍໃນ ແລະພາຍນອກອົງກອນສາມາດສື່ເຖິງສິ່ງດຽວກັນໄດ້ຢ່າງຖືກຕ້ອງ ເຂົ້າໃຈງ່າຍ ແລະ ນຳໄປໃຊ້ງານໄດ້ທັນທີ. ...

Read More »

ແວ່ພັກ ພູພຽງຟ້າ ກາງເຕັ້ນນອນນັບດາວ

ໜາວນີ້ໄປທ່ຽວໃສ ລອງມາ ນອນນັບດາວ ຈິບເຄື່ອງດື່ມ ຊົມຕະເວັນຂຶ້ນ-ຕາເວັນຕົກດິນ ແນມເບິ່ງສາຍພູພະເຈົ້າອັນເດັ່ນສະຫງ່າ ແລະ ທະເລໝອກໜາເທິງພູໃນລະດູໜາວ ນຳກັນທີ່ສາລາຄຳພູຄູນບໍ່…? ໄລຍະນີ້ ເແມ່ນກຳລັງກ້າວເຂົ້າສູ່ ເດືອນທັນວາ ເຊິ່ງຈະເປັນລະດູການປ່ຽນແປງຂອງສະພາບດິນຟ້າອາກາດ ອີກທັງເປັນເດືອນສຸດທ້າຍຂອງປີ ເພາະວ່າເດືອນນີ້ກໍກ້າວເຂົ້າສູ່ລະດູໜາວຢ່າງຈິງຈັງ ຊຶ່ງຫຼາຍເຂດແຂວງໃນທົ່ວປະເທດລາວເຮົາ ຈະຖືກປົກຫຸ້ມໄປດ້ວຍອາກາດທີ່ແຕກຕ່າງກັນອອກໄປ ໂດຍສະເພາະພາກເໜືອ ເປັນເຂດທີ່ມີປ່າໄມ່ເປັນສ່ວນຫຼາຍ ແລະ ຈະເປັນຂົງເຂດທີ່ມີອາດກາດໜາວເຢັນຫຼາຍກວ່າຂົງເຂດອື່ນໆ. ແຜນການທ່ອງທ່ຽວຍາມອາກາດໜາວແບບນີ້ ບໍ່ຕ້ອງເດີນທາງໄກໃຫ້ຍາກ ວາລະສານພວກເຮົາຢາກແນະນຳທ່ານໄປສຳພັດວີວທຳມະຊາດງາມໆບົນພູພຽງຟ້າສະຫວັນບົນດິນ ແຫ່ງສາລາຄຳພູຄູນ ເມື່ອຕື່ນໃນຕອນເຊົ້າໆຈະເຫັນມີນ້ຳໝອກຕົກລົງ ເມື່ອເວລາທີ່ດວງຕາເວັນກຳລັງເລີ່ມໂຜ່ຂຶ້ນພົ້ນຈາກຂອບຟ້າສ່ອງແສງລົງສູ່ພື້້ນທີ່ປ່າໄມ້ທີ່ຕໍ່າກວ່າ ຈະເຫັນໄດ້ເຖິງທະເລໝອກອັນສວຍສົດງົດງາມ ພ້ອມທັງ ໃຫ້ທ່ານກັກເກັບອາກາດບໍລິສຸດແບບທຳມະຊາດບົນພູພຽງ ແລະ ຖ່າຍຮູບພາບທີ່ງາມໆ ດ້ວຍຄວາມສຸກກາຍສຸກໃຈໄດ້ຕະຫຼອດການທ່ອງທ່ຽວ. ພູພຽງຟ້າ ເປັນພູພຽງແຫ່ງໜຶ່ງ ທີ່ຕັ້ງຢູ່ລະຫວ່າງທາງຜ່ານຈາກເສັ້ນທາງນະຄອນຫຼວງວຽງຈັນ ຫາ ເມືອງພູຄູນ (ແຂວງຫຼວງພະບາງ) ຕາມສາຍທາງເລກທີ 13 ເໜືອ ໄລຍະທາງປະມານ 260 ກິໂລແມັດ ຫາກອອກມາຈາກທາງວຽງຈັນ ກໍຈະຮອດພູຟ້າກ່ອນ ເມືອງພູຄູນປະມານ 20 ນາທີ. ພູພຽງຟ້ານີ້ ເປັນຈຸດຊົມທໍາມະຊາດທີ່ສວຍງາມ ແລະ ເປັນຈຸດແວ່ພັກໃຫ້ຫາຍເມື່ອຍ. ຫາກທ່ານມາທາງວຽງຈັນ ທໍາມະຊາດຂອງທີ່ນີ້ຈະມີພູພຽງທີ່ຕັ້ງສູງເດັ່ນສະຫງ່າ ສວຍງາມ ແລະ ສາມາດຊົມທິວທັດໄດ້ໂດຍຮອບໆເປັນພານາໂຣມ່າ ກວ້າງຂວາງສຸດສາຍຕາ ...

Read More »

ເອັສເອັມອີເຂົ້າເຖິງແຫຼ່ງທຶນຍາກ ແມ່ນແທ້ບໍ່?

ມັກຈະມີຫາງສຽງຈາກສັງຄົມວ່າ ເປັນຫຍັງວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື ເອັສເອັມອີ ຈຶ່ງເຂົ້າເຖິງ ແຫຼ່ງທຶນຍາກ? ບາງຄັ້ງຫົວໜ່ວຍທຸລະກິດໄດ້ເຂົ້າຮ່ວມການຝຶກອົບຮົມຕາມເງື່ອນໄຂແລ້ວ ແຕ່ພັດບໍ່ໄດ້ອະນຸມັດ ເງິນກູ້? ໃນໂອກາດນີ້ ວາລະສານທາເກັດຈຶ່ງຂໍແບ່ງປັນນຳທ່ານກ່ຽວກັບແຫຼ່ງທຶນໃຫ້ເອັມເອັມອີ, ເງື່ອນໄຂ ແລະ ຄວາມຄືບໜ້າຜ່ານມາ.  ການປ່ອຍສິນເຊື່ອແກ່ເອັສເອັມອີ ແມ່ນຜ່ານທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການຂອງກອງທຶນສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື ທສວ ຊຶ່ງມີ 6 ແຫ່ງ ຄື: ທະນາຄານພັດທະນາລາວ, ທະນາຄານຮ່ວມທຸລະກິດລາວຫວຽດ, ທະນາຄານຊາຄອມແບັງລາວ (ທະນາຄານໄຊງ່ອນເທືອງຕິ່ນລາວ), ທະນາຄານລາວ-ຈີນ,​ ທະນາຄານເອັສທີ​ ແລະ ທະນາຄານມາຣູຮານເຈແປນ-ລາວ. ໃນນີ້, ທຶນສະໜອງສິນເຊື່ອແກ່ເອັສເອັມອີ ແບ່ງເປັນ 4 ບ້ວງຄື: ບ້ວງເງິນດັດແກ້ມະຫາພາກ ໂດຍໃຫ້ບູລິມະສິດແກ່ຂະແໜງກະສິກໍາ, ອຸດສາຫະກໍາປຸງແຕ່ງ, ບໍລິການ ແລະ ການຄ້າ. ບ້ວງເງິນກູ້ຢືມຈາກທະນາຄານໂລກ ຜ່ານ 4 ທະນາຄານທຸລະກິດ ຊຶ່ງເນັ້ນຂະແໜງກະສິກຳ, ການຄ້າ, ບໍລິການ, ຫັດຖະກໍາ ແລະ ອຸດສາຫະກໍາ. ບ້ວງທີສາມ ແມ່ນບ້ວງເງິນສະສົມຂອງ ທສວ ເອງທີນໍາໄປເພີ່ມທຶນໃຫ້ທະນາຄານທຸລະກິດເຊັ່ນ ...

Read More »

ທະນາຄານ ບີໄອຊີ ພູມໃຈທີ່ເປັນທະນາຄານແຫ່ງທຳອິດຂອງລາວ ທີ່ຂະຫຍາຍທຸລະກິດອອກນອກປະເທດ

ປະຫວັດ ແລະ ຄວາມເປັນມາຂອງທະນາຄານ BIC ລາວລວມທັງວິໄສທັດ, ຍຸດທະສາດ ແລະ ການດໍາເນີນທຸລະກິດຂອງທະນາຄານດັ່ງກ່າວ? ທະນາຄານ BIC ລາວ ຫຼື ແຕ່ເດີມຮູ້ຈັກກັນໃນນາມທະນາຄານການຄ້າສາກົນ (ICB), ຖືກສ້າງຕັ້ງຂຶ້ນຄັ້ງທຳອິດໃນ ສປປລາວ ໃນປີ 2008. ໃນປີ 2015, ກຸ່ມບໍລິສັດ AIF ໂດຍຮ່ວມມືກັບລັດວິສາຫະກິດໄຟຟ້າລາວ (EDL) ໄດ້ເຂົ້າຊື້ທຸລະກິດ ICB ພາຍໃຕ້ສ່ວນແບ່ງ 70 ແລະ 30 ສ່ວນຮ້ອຍຕາມລຳດັບ. ໃນປີ 2017, ພວກເຮົາໄດ້ປ່ຽນຊື່ຈາກທະນາຄານການຄ້າສາກົນມາເປັນທະນາຄານສົ່ງເສີມການລົງທຶນ ແລະ ການຄ້າ (BIC).ນັບຕັ້ງແຕ່ນັ້ນມາ, ທະນາຄານແຫ່ງນີ້ກໍ່ໄດ້ຮັບລາງວັນຢ່າງຫຼວງຫຼາຍສຳລັບຄວາມມຸ້ງໝັ້ນໃນການສະໜອງການບໍລິການທີ່ດີໃຫ້ແກ່ລູກຄ້າຢ່າງສະໝ່ຳສະເໝີ. ພວກເຮົາໄດ້ຮັບລາງວັນທະນາຄານສາຂາຍ່ອຍດີເດັ່ນໃນ ສປປ ລາວ 4 ຄັ້ງຕິດຕໍ່ກັນໃນລະຫວ່າງປີ 2015 ແລະ 2018 ຈາກວາລະສານການເງິນສາກົນ ແລະ ວາລະສານການເງິນ ແລະ ການທະນາຄານໂລກທີ່ມີສຳນັກງານຢູ່ນະຄອນຫຼວງລອນດອນ. ລາງວັນເຫຼົ່ານີ້ແມ່ນສິ່ງທີ່ຢັ້ງຢືນເຖິງເປົ້າໝາຍອັນໜັກແໜ້ນຂອງພວກເຮົາເຊິ່ງກໍ່ຄືລູກຄ້າທຸກທ່ານທີ່ໃຫ້ການສະໜັບສະໜຸນພວກເຮົາຕະຫຼອດຫຼາຍປີທີ່ຜ່ານມາ. ພາລະກິດຫຼັກຂອງທະນາຄານ BIC ລາວ ແມ່ນການສະໜອງການບໍລິກາທາງດ້ານທະນາຄານ ແລະ ການເງິນຢ່າງຮອບດ້ານໃນສປປ ລາວ ພ້ອມທັງຍັງມີວິໄສທັດໃນການກ້າວໄປສູ່ທະນາຄານທີ່ສາມາດສະໜອງການບໍລິການອັນດີເລີດໃຫ້ແກ່ລູກຄ້າໄດ້, ...

Read More »

ການເຂົ້າຮ່ວມໃນຕ່ອງໂສ້ມູນຄ່າເພີ່ມການຜະລິດຂອງໂລກໃນ ສປປ ລາວ ຍັງອ່ອນ

ສປປ ລາວ ເປັນປະເທດທີ່ອຸດົມຮັ່ງມີໄປດ້ວຍຊັບພະຍາກອນທໍາມະຊາດ ແລະ ແຮ່ທາດ, ແນວທາງການພັດທະນາເສດຖະກິດໄດ້ເຕີບໂຕເປັນກ້າວໆໄປສູ່ເສດຖະກິດຕະຫຼາດຫຼັງຈາກການນໍາໃຊ້ກົນໄກເສດຖະກິດໃໝ່ນັບແຕ່ປີ 1986 ເປັນຕົ້ນມາ. ລະຫວ່າງຊຸມປີ 2000, ການລົງທຶນໂດຍກົງຈາກຕ່າງປະເທດ ໂດຍສະເພາະໃນຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ປັບປ່ຽນໂສມໜ້າຂອງເສດຖະກິດລາວໃຫ້ຂະຫຍາຍໂຕ. ເຖິງຢ່າງໃດກໍຕາມ, ການຄ້າຕ່າງປະເທດກໍຍັງບໍ່ທັນຫຼາກຫຼາຍ, ສິນຄ້າສົ່ງອອກຫຼັກຂອງລາວກໍໄດ້ແກ່: ໄມ້, ໄຟຟ້າ, ແຮ່ທາດ ແລະ ສິນຄ້າກະສິກໍາ, ເຊິ່ງຮຽກຮ້ອງໃຫ້ມີການສົ່ງເສີມດ້ານເຕັກໂນໂລຊີ ເພື່ອພັດທະນາອຸດສາຫະກໍາການຜະລິດສິນຄ້າຕ່າງໆທີ່ມີຢ່າງຈໍາກັດ. ໃນນັ້ນ, ການມີສ່ວນຮ່ວມເຂົ້າໃນຕ່ອງໂສ້ມູນຄ່າເພີ່ມການຜະລິດຂອງໂລກ (Global Value Chains: GVCs) ເປັນປັດໄຈທີ່ສໍາຄັນຕໍ່ກັບການພັດທະນາເສດຖະກິດຂອງ ສປປ ລາວ. ໃນຊຸມປີຜ່ານມາ, ມູນຄ່າເພີ່ມການສົ່ງອອກສິນຄ້າທັງໝົດ (gross exports ຫຼື value added exports ເຊິ່ງຄິດໄລ່ຈາກ = ມູນຄ່າເພີ່ມຈາກຕ່າງປະເທດ ຫຼື foreign value added (FVA) + ມູນຄ່າເພີ່ມຈາກພາຍໃນ ປະເທດ ຫຼື domestic value added (DVA)) ຂອງລາວມີການຂະຫຍາຍຕົວ, ແຕ່ວ່າອັດຕາຂອງສ່ວນມູນຄ່າເພີ່ມຈາກຕ່າງປະເທດ ...

Read More »

ແນວຄິດການເຮັດວຽກໃນຍຸກສະໄໝໃໝ່ທີ່ຕ້ອງວ່ອງໄວ ແລະ ທັນການ

ທັດສະນະແນວຄິດຄວາມວ່ອງໄວໃນການຕອບສະໜອງ ແລະ ຕັດສິນໃຈ ຫຼື Agility mindest ຖືກຍົກຂຶ້ນມາກ່າວເຖິງຢ່າງກວ້າງຂວາງໃນການດຳເນີນທຸລະກິດໃນຍຸກດິຈິຕ໋ອນ ເຊິ່ງຫຼາຍໆບໍລິສັດໃນຕ່າງປະເທດໄດ້ມີການເອົາໄປນຳໃຊ້ ເພື່ອພັດທະນາອົງກອນ ແລະ ບຸກຄະກອນຂອງຕົນໃຫ້ມີປະສິດທິພາບຫຼາຍຂຶ້ນ. ຄວາມວ່ອງໄວ ແລະ ທັນການ ໃນການຕອບສະໜອງ ແລະ ຕັດສິນໃຈໃນນີ້ ບໍ່ໄດ້ໝາຍເຖິງແຕ່ຄວາມໄວເປັນຫຼັກເທົ່ານັ້ນ ແຕ່ໝາຍເຖິງການຕອບສະໜອງ ແລະ ການຕັດສິນໃຈ ທີ່ຖືກຕ້ອງ ແລະ ທັນເວລາ. ໃນຍຸກດິຈິຕ໋ອນທີ່ທຸກຢ່່າງເຄື່ອນເໜັງໄວ ເຊັ່ນ ຂໍ້ມູນຂ່າວສານ, ກົນລະຍຸດການແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດ ໆລໆ ເຮັດໃຫ້ການດຳເນີນທຸລະກິດປະສົບກັບການປ່ຽນແປງຢູ່ຕະຫຼອດເວລາ ແລະ ບາງຄັ້ງກໍກະທັນຫັນ ທີ່ອາດເກີດຈາກປັດໄຈພາຍໃນຂອງບໍລິສັດເອງທີ່ສາ ມາດຄວບຄຸມໄດ້ ຫຼື ປັດໄຈພາຍນອກທີ່ບໍ່ສາມາດຄາດເດົາ ແລະ ບໍ່ສາມາດຄວບຄຸມໄດ້. ດັ່ງນັ້ນ ທັດສະນະແນວຄິດຄວາມວ່ອງໄວໃນການຕອບສະໜອງ ແລະ ຕັດສິນໃຈ ຈຶ່ງເຂົ້າມາມີບົດບາດສຳຄັນ ໂດຍມີຈຸດປະສົງເຮັດໃຫ້ມີການຕອບສະໜອງທີ່ວ່ອງໄວ ແລະ ທັນການຕໍ່ກັບການປ່ຽນແປງໃດໜຶ່ງ ເພື່ອໃຫ້ທຸລະກິດສາມາດດຳເນີນຕໍ່ໄປໄດ້. ການຕອບສະໜອງທີ່ວ່ອງໄວ ແລະ ທັນການນັ້ນສຳຄັນແນວໃດ? ແນ່ນອນວ່າ ການທີ່ບໍລິສັດຂອງທ່ານສາມາດຄາດເດົາ ແລະ ອ່ານເກມໃນຕະຫຼາດເພື່ອຍາດເອົາສ່ວນແບ່ງຕະຫຼາດ ແລະ ນຳໃຊ້ກົນລະຍຸດເພື່ອເອົາຊະນະຄູ່ແຂ່ງທາງການຄ້າໄດ້ຢ່າງທັນທີ ເມື່ອຄູ່ແຂ່ງຂັນອອກຜະລິດຕະພັນທີ່ຄ້າຍຄືກັນດ້ວຍບາງຈຸດເດັ່ນທີ່ແຕກຕ່າງ ຍ່ອມສົ່ງຜົນດີ ...

Read More »

ຜູ້ຊື້ເຮືອນເຊົ່າ (ເຈົ້າກຳມະສິດໃໝ່)ຂຶ້ນຄ່າເຊົ່າເຮືອນໃໝ່ ເຮັດແນວໃດດີ?

ສະບາຍດີ ບັນດາທ່ານຜູ້ອ່ານທີ່ຮັກແພງ, ມື້ນີ້ຂ້າພະເຈົ້າຂໍແລກປ່ຽນບັນຫາທາງດ້ານກົດໝາຍກ່ຽວກັບເລື່ອງການເຊົ່າເຮືອນ-ອາຄານ ກັບບັນດາທ່ານ. ຂ້າພະເຈົ້າໄດ້ຮັບຄຳຖາມວ່າ ຜູ້ຊື້ເຮືອນເຊົ່າ (ເຈົ້າຂອງເຮືອນໃໝ່) ຂຶ້ນຄ່າເຊົ່າເຮືອນສູງກວ່າທີ່ສັນຍາເບື້ອງຕົ້ນກຳນົດໄວ້, ຜູ້ເຊົ່າເຮືອນຈະເຮັດແນວໃດດີ ແລະ ເຈົ້າຂອງເຮືອນໃໝ່ ຫຼື ຜູ້ໃຫ້ເຊົ່າໃໝ່ນັ້ນເຮັດແນວນັ້ນໄດ້ບໍ່? ສະນັ້ນມື້ນີ້ຈະຂໍນຳເອົາບັນຫານີ້ມາແລກປ່ຽນກັບທ່ານຜູ້ອ່ານ. ກ່ອນອື່ນໝົດ, ບັນຫາທີ່ກ່ຽວຂ້ອງກັບການເຊົ່າເຮືອນ (ຫຼື ການເຊົ່າຊັບ) ກຳນົດໄວ້ໃນປະມວນກົດໝາຍແພ່ງ ຂອງສປປລາວ ນັບແຕ່ມາດຕາ 434 – 438. ມາດຕາ 437 ຂອງປະມວນກົດໝາຍກຳນົດກ່ຽວກັບການປ່ຽນເຈົ້າກຳມະສິດໃນຊັບທີ່ເຊົ່າວ່າ “ໃນກໍລະນີ ທີ່ຜູ້ໃຫ້ເຊົ່າຫາກໄດ້ມອບ ຫຼື ຂາຍຊັບທີ່ເຊົ່ານັ້ນໃຫ້ບຸກຄົນອື່ນ, ສັນຍາເຊົ່າຊັບນັ້ນກໍຈະມີຜົນໃຊ້ໄດ້ສຳລັບຜູ້ຮັບ ຫຼື ຜູ້ຊື້ທີ່ເປັນເຈົ້າກຳມະສິດໃໝ່, ແຕ່ຜູ້ໃຫ້ເຊົ່າຕ້ອງແຈ້ງໃຫ້ຜູ້ເຈົ້າກຳມະສິດໃໝ່ຊາບກ່ອນວ່າ ຊັບດັ່ງກ່າວ ຍັງຢູ່ໃນການນຳໃຊ້ຂອງຜູ້ໃຫ້ເຊົ່າຢູ່”. ຈາກມາດຕານີ້ ຈະເຫັນໄດ້ວ່າ ເຖິງແມ່ນວ່າໄດ້ມີການປ່ຽນແປງຜູ້ໃຫ້ເຊົ່າໃໝ່ ແລ້ວກໍຕາມ ສັນຍາເຊົ່າຊັບ-ເຊົ່າເຮືອນ ທີ່ໄດ້ຕົກລົງກັນກັບເຈົ້າຂອງເຮືອນຜູ້ເກົ່າໃນເບື້ອງຕົ້ນນັ້ນ ຍັງມີຜົນສັກສິດຢູ່ ຫຼື ເວົ້າອີກຄວາມໜຶ່ງວ່າ ຍັງໃຊ້ໄດ້ ແລະ ຍັງຜູກພັນເຈົ້າຂອງເຮືອນໃໝ່-ຜູ້ໃຫ້ເຊົ່າເຮືອນໃໝ່ຄືເກົ່າ. ຜູ້ໃຫ້ເຊົ່າເຮືອນໃໝ່ ຈະປ່ຽນແປງສັນຍາດັ່ງກ່າວ ເຊັ່ນ ກຳນົດຄ່າເຊົ່າໃໝ່, ກຳນົດອາຍຸຂອງສັນຍາຄືນໃໝ່ ແລະ ອື່ນໆທີ່ເປັນປ່ຽນແປງສັນຍານັ້ນບໍ່ໄດ້ ຖ້າຫາກວ່າຜູ້ເຊົ່າບໍ່ເຫັນດີນຳ. ສະນັ້ນໃນກໍລະນີນີ້ ຜູ້ໃຫ້ເຊົ່າເຮືອນຄົນໃໝ່ຈະຂຶ້ນຄ່າເຊົ່າ ແມ່ນເຮັດບໍ່ໄດ້. ...

Read More »

ເຕັກນິກການນອນໃຫ້ເກີດປະສິດທິພາບສູງສຸດ

ທ່ານເຄີຍສົງໃສບໍ່ວ່າ ເປັນຫຍັງຊ່ວງເວລາຕອນເຊົ້າທີ່ຕ້ອງດຶງຕົນເອງໃຫ້ລຸກຈາກບ່ອນນອນຈຶ່ງເປັນໜຶ່ງໃນຊ່ວງເວລາທີ່ລໍາບາກທີ່ສຸດໃນແຕ່ລະມື້ ຫຼາຍທ່ານອາດໃຫ້ເຫດຜົນໄປໃນທາງດຽວກັນວ່າ ຍ້ອນນອນບໍ່ພຽງພໍ ແຕ່ທ່ານເຄີຍສັງເກດຕົນເອງບໍ່ວ່າ ບາງມື້ເຖິງຈະນອນເປັນເວລາດົນສົມຄວນແລ້ວ ເມື່ອຕື່ນຂຶ້ນມາກໍຍັງຮູ້ສຶກອ່ອນເພຍ ສະລຶມສະລື ບໍ່ສົດຊື່ນ ບາງມື້ນອນໜ້ອຍກວ່າ ແຕ່ພັດຮູ້ສຶກວ່າຕື່ນມາແລ້ວຍັງສົດຊື່ນຫຼາຍກວ່າມື້ນອນຫຼາຍ. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຂໍນໍາການຄົ້ນຄວ້າທີ່ໜ້າສົນໃຈກ່ຽວກັບ ຮອບວຽນການນອນຕາມຫຼັກການ 90 ນາທີ ມາແບ່ງປັນ ເພື່ອຊ່ວຍໄຂຂໍ້ຂ້ອງໃຈໃຫ້ບັນດາຜູ້ອ່ານ ແລະ ລອງນໍາໄປປັບໃຊ້ໃຫ້ເກີດປະໂຫຍດໃນຊີວິດປະຈໍາວັນ. ແນ່ນອນວ່າ ການນອນຖືເປັນການພັກຜ່ອນທີ່ດີທີ່ສຸດ ແລະ ຈໍາເປັນຕໍ່ຮ່າງກາຍເປັນຢ່າງຍິ່ງ ເພາະຫາກນອນພຽງພໍກັບຄວາມຕ້ອງການຂອງຮ່າງກາຍແລ້ວ ຈະສົ່ງຜົນໃຫ້ຮ່າງກາຍມີສຸຂະພາບດີຂຶ້ນ ຍ້ອນຮ່າງກາຍໄດ້ຮັບການຟື້ນຟູ ຊ່ວຍເຮັດໃຫ້ລະບົບຕ່າງໆຂອງຮ່າງກາຍເຮັດວຽກໄດ້ຢ່າງເປັນປົກກະຕິ ບໍ່ວ່າຈະເປັນ ການຟຶື້ນຟູການເຜົາຜານພະລັງງານ ການຈະເລີນເຕີບໂຕ ພູມຄຸ້ມກັນ ລະບົບປະສາດ ແລະ ສະໝອງທີ່ເປັນພາກສ່ວນສຳຄັນໃນ ການການຮຽນຮູ້ ແລະ ຈົດຈໍາ ໆລໆ ພ້ອມທັງສົ່ງຜົນໃຫ້ຈິດໃຈປອດໂປ່ງ ສົດຊື່ນ ແລະ ອາລົມດີ ເພື່ອກຽມພ້ອມໃນການເລີ່ມຕົ້ນມື້ໃໝ່ ແລະ ພ້ອມຮັບມືກັບສະຖານະການຕ່າງໆທີ່ເກີດຂຶ້ນໃນລະຫວ່າງມື້. ທ່ານຮູ້ ຫຼື ບໍ່ວ່າ ການນອນຫຼັບທີ່ພຽງພໍນັ້ນ ບໍ່ໄດ້ໝາຍເຖິງແຕ່ໄລຍະເວລາທີ່ພຽງພໍເທົ່ານັ້ນ  ແຕ່ໝາຍເຖິງການນອນພຽງພໍຢ່າງມີຄຸນນະພາບ ຈຶ່ງຈະເຮັດໃຫ້ຮ່າງກາຍໄດ້ຮັບການພັກຜ່ອນຢ່າງມີປະສິດທິພາບສູງສຸດ. ຈາກຜົນການຄົ້ນຄວ້າຫຼາຍໆບົດຈາກຕ່າງປະເທດພົບວ່າ ໄລຍະເວລາໃນການນອນບໍ່ແມ່ນປັດໄຈດຽວທີ່ເຮັດໃຫ້ເຮົາຕື່ນມາແລ້ວສົດຊື່ນໄດ້ ຍັງມີປັດໄຈທີ່ກ່ຽວຂ້ອງກັບຄຸນນະພາບ ແລະ ຮອບວຽນຂອງການນອນນໍາອີກ. ໃນທາງວິທະຍາສາດແລ້ວ ໃນຂະນະທີ່ຄົນເຮົານອນຫຼັບ ...

Read More »